7227

03/03/2026 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -kfkd9b ' lh k'-n j lP'.o8ts]kfrkp.o c]t dP,rh v,lq j 'vvd8j k'xtgmf -u ;y f{;a fmtotme ໂດຍ: ມາລີດາ ໂດຍ: ສີສົມບູນ ວົງວຽງຄຳ [5 ortgs;fla ofvo Iu f7v'xtgrou va ofu 'k,0v'-k;r5 f ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ບຸນພະເຫວດສັນດອນ ແມ່ນບຸນ ປາງໃຫຍ່ປະຈຳປີຂອງຄົນລາວ ຊາວພຸດ ເປັນບຸນຕາມຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນ ລາວຊາວພຸດໄດ້ຈັດຂຶ້ນໃນທຸກໆປີ ຂອງແຕ່ລະບ້ານ ແລະ ເມື່ອມໍ່ໆມາ ນີ້ອົງການປົກຄອງບ້ານທາງແບ່ງ ຫລັກ 48 ເມືອງປະທຸມພອນ ແຂວງ ຈຳປາສັກ ຮ່ວມກັບພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ ຈັດງານບຸນມະຫາຊາດ ຫລື ງານ ແຫ່ພະເຫວດສັນດອນຊາດົກເຂົ້າ ເມືອງ ປະຈຳປີ 2026 ຂຶ້ນຢ່າງຍິ່ງ ໃຫຍ່ ເພື່ອເປັນການອະນຸລັກຮັກສາ ວັດທະນະທຳຮີດຄອງປະເພນີອັນດີ ງາມຂອງຊາດ ກໍຄື ຂອງທ້ອງຖິ່ນ ໃຫ້ຍືນຍົງຕະຫລອດໄປ. ພິທີເລີ່ມຕົ້ນດ້ວຍການອັງເຊີນ ພະເຫວດສັນດອນເຂົ້າເມືອງ ຕາມ ຄວາມເຊື່ອທາງພຸດທະສາສະໜາ ໂດຍມີຂະບວນແຫ່ທີ່ຕົກແຕ່ງຢ່າງ ງົດງາມ ແລະ ຫລາກຫລາຍ ຊຶ່ງ ປະກອບມີ: ຂະບວນນາງສັງຂານ ແລະ ປ້າຍຄຳຂວັນ ນຳໜ້າດ້ວຍ ຄວາມສະຫງ່າງາມ, ຂະບວນ ພະສົງ-ສາມະເນນ ເພື່ອເປັນສິລິ ມົງຄຸນແກ່ຜູ້ເຂົ້າຮ່ວມ. ຂະບວນ ແຫ່ພະເຫວດສັນດອນທີ່ຈຳລອງ ເຫດການສຳຄັນໃນຊາດົກ, ຂະບວນ ມະໂຫລີ, ສ້າງຄວາມຄຶກຄື້ນດ້ວຍ ສຽງກອງ ແລະ ສຽງຂັບລຳຕາມ ແບບສະບັບທ້ອງຖິ່ນ ແລະ ຂະບວນ ຊ້າງ - ມ້າ ແລະ ສິລະປະການສະ ແດງຟ້ອນອັນອ່ອນຊ້ອຍຈາກນ້ອງໆ ນັກຮຽນ ມສ 48 ທີ່ສະທ້ອນເຖິງວິຖີ ຊີວິດ ແລະ ເອກະລັກຂອງຊຸມຊົນ. ທ່ານ ສຳລານ ແສນທະວີສຸກ ເລຂາພັກບ້ານ, ນາຍບ້ານໆທາງ ແບ່ງຫລັກ 48 ໃຫ້ສຳພາດວ່າ: ການຈັດງານໃນປີນີ້ຖືເປັນປີທີ 3 ຕິດຕໍ່ກັນ ເຊິ່ງມີຈຸດປະສົງຫລັກເພື່ອ ປູກຈິດສຳນຶກໃຫ້ຮຸ່ນລູກຫລານ ໄດ້ຮຽນຮູ້ ແລະ ສືບສານມໍລະດົກ ທາງວັດທະນະທຳ. ພ້ອມດຽວກັນ ນັ້ນ, ຍັງເປັນການລະດົມທຶນຈາກ ຜູ້ມີຈິດສັດທາ ເພື່ອນຳໄປສົມທົບ ທຶນໃນການບູລະນະປະຕິສັງຂອນ ແລະ ກໍ່ສ້າງວັດວາອາຮາມພາຍໃນ ບ້ານທີ່ຍັງບໍ່ທັນສຳເລັດ ໃຫ້ມີຄວາມ ຈົບງາມຕາມຈຸດປະສົງ ເຊິ່ງບຸນ ດັ່ງກ່າວບໍ່ພຽງແຕ່ເປັນການເຮັດ ບຸນຕາມປະເພນີເທົ່ານັ້ນ, ແຕ່ຍັງ ເປັນການສົ່ງເສີມການທ່ອງທ່ຽວ ທາງວັດທະນະທຳ ເພື່ອດຶງດູດ ແຂກຕ່າງດ້າວທ້າວຕ່າງເມືອງ ໃຫ້ເຂົ້າມາສຳຜັດວິຖີຊີວິດຂອງ ຊາວບ້ານທາງແບ່ງ ພ້ອມທັງເປັນ ການຊ່ວຍກະຕຸ້ນເສດຖະກິດ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນໃນ ທ້ອງຖິ່ນອີກດ້ວຍ. ທ່ານ ສຳລານ ແສນທະວີສຸກ ກ່າວຕື່ມວ່າ: ງານບຸນໃນຄັ້ງນີ້ໄດ້ ສໍາເລັດລົງດ້ວຍຄວາມເບີກບານ ມ່ວນຊື່ນ ແລະ ເຕັມໄປດ້ວຍຮອຍ ຍິ້ມແຫ່ງຄວາມສາມັກຄີ ທີ່ສະແດງ ໃຫ້ເຫັນເຖິງຄວາມພ້ອມພຽງຮຽງ ໜ້າຂອງຊາວບ້ານທາງແບ່ງຫລັກ 48 ໃນການຮັກສາຮີດ 12 ຄອງ 14 ໃຫ້ຮຸ່ງເຮືອງສືບໄປ. ຂປລ. ເມື່ອເວົ້າເຖິງຜະລິດຕະພັນ ລາວທີ່ຄົນລາວເຮົານິຍົມບໍລິໂພກ ກໍຕ້ອງແມ່ນຜະລິດຕະພັນປະເພດ ຊາ ແລະ ກາເຟ ເນື່ອງຈາກວ່າ ບ້ານເຮົາມີວັດຖຸດິບທີ່ດີ ແລະ ມີ ຊື່ສຽງ ຢູ່ແຕ່ລະທ້ອງຖິ່ນ ຈຶ່ງເຮັດ ໃຫ້ນັກທຸລະກິດຫລາຍທ່ານເຫັນເຖິງ ຄວາມສໍາຄັນ ຈຶ່ງຫັນປ່ຽນວັດຖຸດິບ ທີ່ມີຢູ່ໃນທໍາມະຊາດ ມາປຸງແຕ່ງ ເປັນຜະລິດຕະພັນທີ່ດີມີຄຸນນະພາບ ຕໍ່ສຸຂະພາບຂອງຄົນເຮົາ ເປັນຕົ້ນ ກາເຟ, ຊາດອກກາເຟ, ດອກຊາ, ຫົວໂສມ, ຊາຂາວຈາກຍອດຊາ, ຊາເປືອກກາເຟ, ເຫລົ້າບອງໂສມ, ນ້ຳເຜີ້ງປ່າ, ນ້ຳດື່ມ ຈາກບໍລິສັດ ສະຕາດາກຈຶ້ງການຄ້າ ແລະ ການ ບໍລິການ ຈຳກັດຜູ້ດຽວ. ທ່ານ ສຸດໃຈ ສີວິໄລ ຜູ້ບໍລິຫານ ບໍລິສັດ ສະຕາດາກຈຶ້ງການຄ້າ ແລະ ການບໍລິການ ຈຳກັດຜູ້ດຽວ ໄດ້ໃຫ້ ສຳພາດໃນໂອກາດເຂົ້າຮ່ວມງານ ວາງສະແດງຜະລິດຕະພັນຫົວໜ່ວຍ ຈຸນລະວິສາຫະກິດ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຂອງ ລາວ ປີ 2026 ວ່າ: ຈຸດກຳເນີດສະ ຕາດາກຈຶ້ງຄັອບຟີ ເລີ່ມປີ 2018 ເປັນຕົ້ນມາ ທາງຄອບຄົວໄດ້ດຳລົງ ຊີວິດຢູ່ ເມືອງດາກຈຶງ ແຂວງເຊ ກອງ ຊຶ່ງເປັນເຂດທີ່ມີທ່າແຮງໃນ ການປູກກາເຟ ຈຶ່ງເລັງເຫັນວ່າ ວັດຖຸດິບເຫລົ່ານີ້ ສາມາດຂາຍ ແລະ ຜະລິດເປັນສິນຄ້າໄດ້ ຈຶ່ງ ໄດ້ຕັດສິນໃຈເປີດຮ້ານກາເຟ ຂຶ້ນ ມາ ເຫັນວ່າມີຜົນຕອບຮັບດີພໍສົມ ຄວນ ເພາະເປັນທຸລະກິດໃໝ່ ທີ່ ສ້າງຄວາມສົນໃຈໃຫ້ກັບໄວໜຸ່ມ ຫລາຍ, ຫລັງຈາກດຳເນີນທຸລະກິດ ມາໄດ້ 1 ປີ ກໍໄດ້ຂະຫຍາຍສາຂາທີ 2 ຢູ່ ບ້ານ ຄຳສະຫວາດ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ, ພາຍຫລັງເປີດໃຫ້ບໍລິການແລ້ວເຫັນ ວ່າມີຄົນສົນໃຈ ແລະ ມີຫລາຍຄົນ ຢາກມາຂໍຊື້ ແຟນຊາຍ (ເຄືອຂ່າຍ) ຈຶ່ງຕັດສິນໃຈ ເປີດເປັນບໍລິສັດ ສະ ຕາດາກຈຶ້ງ ການຄ້າ ແລະ ການ ບໍລິການ ພ້ອມຈົດລິຂະສິດ ຫຍີ່ ຫໍ້, ໂລໂກ້. ພ້ອມນັ້ນ, ກໍໄດ້ຂາຍ ແຟນຊາຍທຳອິດຢູ່ແຂວງຫລວງ ພະບາງ. ສໍາລັບນະຄອນຫລວງ ວຽງຈັນ ໄດ້ຂະຫຍາຍສາຂາຕື່ມ ອີກ ຢູ່ເດີ່ນທາດຫລວງ, ບ້ານໂພນ ສີນວນ ແລະ ຢູ່ໃນຕຶກອາຄານ (ຊັ້ນ3) ສຳນັກງານນາຍົກ ລັດຖະມົນຕີ. ນອກນັ້ນ, ຍັງມີສາ ຂາວັງວຽງ, ເມືອງເຟືອງ, ເມືອງ ດາກຈຶງ ແລະ ປາກເຊ. ນອກຈາກ ການຈຳໜ່າຍພາຍໃນປະເທດແລ້ວ, ບໍລິສັດຍັງມີແຜນຈະສົ່ງອອກວັດຖຸ ດິບເມັດກາເຟໄປຍັງປະເທດເພື່ອນ ບ້ານເຊັ່ນ: ຫວຽດນາມ ແລະ ຈີນ ໃນມໍ່ໆນີ້. ເຖິງແນວໃດກໍດີ, ສໍາ ລັບຜະລິດຕະພັນແມ່ນມີ: ກາເຟ, ຊາ(ຊາດອກກາເຟ, ຊາດອກຊາ, ຊາຈາກຫົວໂສມ, ຊາຂາວຈາກ ຍອດຊາ, ຊາເປືອກກາເຟ), ເຫລົ້າ ບອງໂສມ, ນ້ຳເຜີ້ງປ່າ, ນ້ຳດື່ມ ຊຶ່ງ ວັດຖຸດິບທີ່ນໍາມາແປຮູບແມ່ນນຳໃຊ້ ວັດຖຸດິບຈາກສວນເມືອງດາກຈຶງ 100%ແລະ ເປັນຜະລິດຕະພັນຈາກ ທຳມະຊາດ, ປອດສານເຄມີ ຈົນໄດ້ ຮັບກາໝາຍໂອດັອບ (ODOP) ຊຶ່ງຢັ້ງຢືນເຖິງຄຸນນະ ພາບ ແລະ ເອກະລັກຂອງທ້ອງຖິ່ນ. ທ່ານ ສຸດໃຈ ເວົ້າເສີມອີກວ່າ: ການເຂົ້າຮ່ວມວາງສະແດງຜະລິດ ຕະພັນຫົວໜ່ວຍຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ ປີ 2026 ໃນຄັ້ງ ນີ້, ຜົນຕອບຮັບດີຫລາຍ ໃນແຕ່ລະມື້ ມີມວນຊົນໃຫ້ຄວາມສົນໃຈ ມາຊີມ ມາຊື້ຜະລິດຕະພັນທາງບໍລິສັດຢ່າງ ຫລວງຫລາຍ, ພ້ອມດຽວກັນນັ້ນກໍ ໄດ້ຄູ່ຮ່ວມທຸລະກິດໃໝ່ໆ, ໄດ້ຮຽນ ຮູ້ຈາກນັກວິຊາການດ້ານການຄ້າ ແລະ ໄດ້ຮັບຄຳຕຳນິຕິຊົມເພື່ອເປັນ ບົດຮຽນ ທີ່ຈະນໍາເອົາໄປປັບປຸງໃນ ທຸລະກິດໃຫ້ດີຂຶ້ນເລື້ອຍໆ. ສໍາລັບ ລາຄາຜະລິດຕະພັນຊາ ເລີ່ມຕົ້ນແຕ່ 50.000-500.000 ກີບຕໍ່ກັບ, ສ່ວນກາເຟຂົ້ວລາຄາ 400.000500.000 ກີບຕໍ່ 1 ກິໂລ, ເອົາເປັນ ວ່າ ລູກຄ້າທີ່ສົນ ໃຈສາມາດຫາຊື້ໄດ້ ທີ່ທຸກສາຂາ ຫລື ຕິດຕໍ່ສອບຖາມ ຂໍ້ມູນເພີ່ມເຕີມໄດ້ທີ່ເບີໂທລະສັບ 020 77701497.

RkJQdWJsaXNoZXIy MTc3MTYxMQ==