7227

03/03/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ກະຊວງສາທາລະນະສຸກ... ທາບທາມແຜນແມ່ບົດ... ໂຮງແຮມ ຈີ... ກຳນົດວັນພັກທາງລັດຖະການ... ໂຄງການມິດຕະພາບ... ຂປລ. ໂຮງແຮມ ຈີ ແຄມຂອງ ວຽງຈັນ ຈັດພິທີເປີດໃຫ້ບໍລິການ ປະຕິບັດຕາມແຈ້ງການຂອງຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ ເພື່ອປັບປຸງກົນໄກການບໍລິ ຫານຈັດຕັ້ງປະຕິບັດວຽກງານ ປະກັນສຸຂະພາບໃຫ້ມີຄວາມເປັນ ເອກະພາບໃນທົ່ວປະເທດ ຊຶ່ງ ວຽກງານທີ່ສົ່ງມອບໃນຄັ້ງນີ້ປະ ກອບມີ: ການຄຸ້ມຄອງວຽກງານ ປະກັນສຸຂະພາບ: ຫັນການຄຸ້ມ ຄອງຈາກອົງການປະກັນສັງຄົມ ແຫ່ງຊາດ ມາຢູ່ພາຍໃຕ້ການຊີ້ ນຳໂດຍກົງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກອງ ທຶນປະກັນສຸຂະພາບ ຊຶ່ງເປັນ 1 ໃນ 5 ກອງທຶນຍ່ອຍຂອງລະບົບ ປະກັນເຊັ່ນ: ກອງທຶນປະກັນສຸຂະ ພາບ, ກອງທຶນອຸດໜູນອຸບັດເຫດ ແຮງງານ ແລະ ພະຍາດອາຊີບ, ກອງທຶນອຸດໜູນໄລຍະສັ້ນ, ກອງ ທຶນອຸດໜູນວ່າງງານ ແລະ ກອງ ທຶນອຸດໜູນໄລຍະຍາວ. ປັດຈຸບັນ, ມີຜູ້ປະກັນຕົນທີ່ໄດ້ຮັບຜົນປະໂຫຍດ ຂປລ. ເພື່ອຕອບສະໜອງຕໍ່ ໂຄງການມິດຕະພາບ ລາວ-ຈີນຈີນ-ລາວ ແລະ ເພື່ອເປັນການປະ ກອບສ່ວນຢ່າງເປັນຮູບປະທຳການ ວັນທີ 14-16 ເມສາ 2026 ພັກ ບຸນປີໃໝ່ລາວ (ກົງກັບວັນອັງຄານ, ລະບົບ DMIS ບໍ່ພຽງແຕ່ການສ້າງ ຖານຂໍ້ມູນທາງເຕັກນິກເທົ່ານັ້ນ, ແຕ່ ມັນແມ່ນຫົວໃຈຂອງການວາງແຜນ ນະໂຍບາຍ. ຖ້າພວກເຮົາບໍ່ມີຂໍ້ມູນ ທີ່ຊັດເຈນ, ການຊ່ວຍເຫລືອ ແລະ ການພັດທະນາຄຸນນະພາບຊີວິດ ຂອງຄົນພິການກໍຈະບໍ່ສາມາດບັນລຸ ເປົ້າໝາຍໄດ້ຢ່າງເຕັມສ່ວນ. ທ່ານ ນາງ ແກ້ວ ຈັນທະວິໄຊ ຍັງ ໄດ້ເນັ້ນເຖິງຄາດໝາຍໃນອະນາຄົດ ການສ້າງລະບົບ DMIS ຈະເປັນ ບາດກ້າວຫັນປ່ຽນທີ່ສຳຄັນໃນ ]a f4t,q o8u dt-;'dko8j k'xtgmf 8h voIa [m6 fdkokfk xt9e]k; ຂ ປ ລ . ເ ມື່ ອ ບໍ່ ດົ ນ ມ າ ນີ້ , ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ເຄັນທÑ ວາຊ່ອງ (,FOU V"$)0/) ເອກອັກຄະ ລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ. ໃນໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ ເຄັນທÑ ວາຊ່ອງ ໃນການປະຕິບັດ ໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ ນັບແຕ່ເດືອນຕຸລາ 2025 ເປັນ ຕົ້ນມາ, ພ້ອມທັງສະແດງຄວາມ ເ ຊື່ອໝັ້ນວ່າທ່າ ນ ເ ອກອັກຄ ະ ລັດຖະທູດຈະສືບຕໍ່ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນອັນດີງາມລະຫວ່າງສອງ ປະເທດໃຫ້ໄດ້ຮັບການພັດທະນາ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດ ສູງສຸດມາສູ່ປະຊາຊົນສອງຊາດ ລາວ-ການາດາ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນຂອງ ການາດາຕໍ່ ສປປ ລາວ ຕະຫລອດ ໄລຍະ 5 ທົດສະວັດຜ່ານມາ ນັບແຕ່ ສອງປະເທດໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນໃນວັນທີ 15 ມິຖຸນາ 1974 ແລະ ໄດ້ແລກປ່ຽນທິດທາງ ການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆ, ລວມເຖິງການເກັບກູ້ລະເບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (6X0), ການສຶກສາໂດຍຜ່ານ ໂຄງການ S&&D ແລະ ການ ຮ່ວມມືໃນຂອບອາຊຽນ-ການາດາ. ພິເສດ, ສປປ ລາວ ໄດ້ຮັບໜ້າທີ່ ເປັນປະເທດປະສານງານສໍາລັບ ການພົວພັນຮ່ວມມື ອາຊຽນ-ກາ ນາດາ ປີ 2024-2027. ນອກນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຊົມເຊີຍໃນໂອກາດ ຄົບຮອບ 1 ປີ ຂອງການເປີດສະຖານເອກອັກຄະ ລັດຖະທູດ ແຫ່ງ ການາດາ ປະຈໍາ ສປປ ລາວ ຢ່າງເປັນທາງການທີ່ ນະຄອນຫລວງວຽງຈັນ (ເດືອນ ມີນາ 2025). ໂອກາດດຽວກັນນີ້, ທ່ານເອກ ອັກຄະລັດຖະທູດ ເຄັນທÑ ວາຊ່ອງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ແລະ ສະແດງ ຄວາມຍິນດີທີ່ຈະສືບຕໍ່ໃຫ້ການ ສະໜັບສະໜູນ ແລະ ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອ ປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງ ປະເທດໃນອະນາຄົດ ເພື່ອນໍາເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ ລາວ-ການາດາ. ຂ່າວ-ພາບ: ກຕທ ຈາກວຽກງານປະກັນສຸຂະພາບ ທັງໝົດ 398.243 ຄົນ. ໃນ ນັ້ນ, ມີພະນັກງານ-ລັດຖະກອນ 192.436 ຄົນ, ພະນັກງານວິສາ ຫະກິດ 190.855 ຄົນ ແລະ ຜູ້ ສະໝັກໃຈ 14.952 ທ່ານ. ສຳລັບທິດທາງໃນຕໍ່ໜ້າທ່ານ ລັດຖະມົນຕີ ກະຊວງສາທາລະນະ ສຸກ ຍັງໄດ້ສະແດງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ພັດທະນາວຽກງານດັ່ງ ກ່າວ ໃຫ້ເຂັ້ມແຂງໂດຍເນັ້ນໃສ່ ການຫັນເປັນທັນສະໄໝໃນການ ບໍລິການ (F-PGGJDF ແລະ MPCJMF "QQ), ການເພີ່ມທະວີປັບປຸງຄຸນ ນະພາບການປິ່ນປົວໃນໂຮງໝໍຄູ່ ສັນຍາ, ຮັບປະກັນຄວາມຍືນຍົງ ຂອງກອງທຶນ ເພື່ອປົກປ້ອງສິດຜົນ ປະໂຫຍດຂອງຜູ້ອອກແຮງງານໃນ ໄລຍະຍາວ. ຂໍ້ມູນ-ພາບ: ຂ່າວສານ ຮສສ ສະເຫລີມສະຫລອງ ຄົບຮອບ 65 ປີ ແຫ່ງຄວາມສຳພັນທາງການທູດ ລາວ-ຈີນ ບໍລິສັດ ກຣີນ ເອັນ ໄວຣອນເມັນທÑ ເທັກໂນໂລຢີ ຈຳກັດ ໄດ້ໃຫ້ທຶນສະໜັບສະໜູນນັກສຶກສາ ລາວ ໄປສຶກສາຕໍ່ລະດັບປະລິນຍາ ໂທ ສາຂາເຄມີສິ່ງແວດລ້ອມ ຢູ່ມະ ຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ (ເນັ້ນດ້ານຄຸນນະພາບນ້ຳ ແລະ ສິ່ງແວດລ້ອມທາງນ້ຳ). ທັງນີ້, ກໍເພື່ອແນໃສ່ພັດທະນາບຸກຄະລາ ກອນດ້ານສິ່ງແວດລ້ອມຂອງ ສປປ ລາວ ໃຫ້ມີຄຸນນະພາບ ເພື່ອກັບມາ ປະກອບສ່ວນພັດທະນາປະເທດ ຊາດ, ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ເສີມຂະ ຫຍາຍການພົວພັນຮ່ວມມືຮອບດ້ານ ລາວ-ຈີນ ໃຫ້ໝັ້ນຄົງຍາວນານ ຕະຫລອດໄປ. ທ່ານນາງມິຍານຸດກອງມະນີລາ ຜູ້ໄດ້ຮັບທຶນໄປສຶກສາຕໍ່ຢູ່ ສປ ຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ໃນວັນທີ 2 ກຸມພາ 2026 ໂດຍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ບໍລິສັດ ກຣີນ ເອັນໄວຣອນເມັນທÑ ເທັກ ໂນໂລຢີ ຈຳກັດ ທີ່ໄດ້ໃຫ້ທຶນການ ສຶກສາໃນຄັ້ງນີ້, ພ້ອມທັງຢືນຢັນ ວ່າຈະຕັ້ງໃຈສຶກສາຮໍ່າຮຽນ ເພື່ອ ນຳເອົາຄວາມຮູ້ກັບມາພັດທະນາ ປະເທດຊາດ, ພັດທະນາຕົນເອງ ໃຫ້ຈະເລີນກ້າວໜ້າ ກໍຄື ພັດທະນາ ວຽກງານອະນຸລັກຄຸນນະພາບນ້ຳ ແລະ ການຄວບຄຸມມົນລະພິດຢູ່ ສປປ ລາວ ໃນອະນາຄົດໃຫ້ໄດ້ຮັບ ການພັດທະນາຂຶ້ນໄປເລື້ອຍໆ, ພ້ອມ ທັງຈະປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລາວ-ຈີນ ກໍຄື ປະກອບ ສ່ວນສະເຫລີມສະຫລອງ ຄົບຮອບ 65 ປີ ແຫ່ງຄວາມສຳພັນທາງການ ທູດ ລາວ-ຈີນ ໃຫ້ເປັນຂະບວນການ ຟົດຟື້ນ ແລະ ເພື່ອເຮັດໃຫ້ປີແຫ່ງ ມິດຕະພາບລາວ-ຈີນໝັ້ນຄົງຂະໜົງ ແກ່ນຂຶ້ນໄປເລື້ອຍໆ. ທ່ານນາງມິຍານຸດກອງມະນີລາ ຍັງໃຫ້ຮູ້ອີກວ່າ: ຕົນເອງຈົບການ ສຶກສາປະລິນຍາຕີ ຈາກຄະນະວິທະ ຍາສາດທຳມະຊາດ ມະຫາວິທະ ຍາໄລແຫ່ງຊາດລາວ, ພາກວິຊາ ເຄມີສາດສາຂາເຄມີສິ່ງແວດລ້ອມ ໃນປີ 2021 ໂດຍມີແຜນພັດທະນາ ອາຊີບໃນດ້ານການວິເຄາະຄຸນນະ ພາບນໍ້າ, ການກວດຫາມົນລະພິດ ແລະ ການບໍລິຫານຈັດການສິ່ງ ແວດລ້ອມທາງນ້ຳ ເພື່ອມີສ່ວນຮ່ວມ ໃນການຍົກລະດັບການຄຸ້ມຄອງ ຄຸນນະພາບນ້ຳ ແລະ ການປົກປ້ອງ ສິ່ງແວດລ້ອມໃນ ສປປ ລາວ ຊຶ່ງ ຈະຊ່ວຍເສີມສ້າງຂີດຄວາມສາມາດ ຢ່າງເປັນທາງການໃນວັນທີ 1 ມີນາ 2026 ຊຶ່ງຕັ້ງຢູ່ຕິດແຄມແມ່ນ້ຳຂອງ ມີທິວທັດສວຍງາມ, ມີຫ້ອງພັກ ຫລາຍກວ່າ 120 ຫ້ອງ, ສາມາດ ຮອງຮັບແຂກໄດ້ເຖິງ 200 ກວ່າ ຄົນ, ມີຫ້ອງອາຫານເຊົ້າສາມາດ ຮອງຮັບແຂກໄດ້ 100 ຄົນ, ພິເສດ ຍັງມີບໍລິການຫຸ່ນຍົນອັດສະລິຍະ ທີ່ສາມາດທໍາຄວາມສະອາດ, ສາ ມາດສົ່ງອາຫານ ແລະ ສົ່ງສິນຄ້າ ໄປຫ້ອງພັກຂອງລູກຄ້າພາຍໃນ ໂຮງແຮມດັ່ງກ່າວ ຊຶ່ງເປັນອີກທາງ ເລືອກໜຶ່ງໃຫ້ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ. ທ່ານ ວົງນໍາ ວົງວິໄລ ປະທານ ສະພາບໍລິຫານບໍລິສັດຈັດການລົງ ທຶນຢູ້ຖິງ (ຜູ້ຖືຫຸ້ນຝ່າຍລາວ) ໄດ້ ກ່າວວ່າ: ໂຮງແຮມ ຈີ ແຄມຂອງ ວຽງຈັນ ເປັນໜຶ່ງໃນເຄືອຂ່າຍຊັ້ນ ນໍາ ຈາກໂຮງແຮມ "MM SFBTPOT ພາຍໃຕ້ກຸ່ມບໍລິສັດ )VB[IV ຂອງ ຈີນ, ສ້າງຕັ້ງຂຶ້ນໃນປີ 2005 ໂດຍຍຶດໝັ້ນໃນວິໄສທັດຄື “ການ ບໍລິການແບບຈີນສູ່ລະດັບໂລກ” ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຂຶ້ນ, ເປັນໜຶ່ງໃນ 4 ກຸ່ມໂຮງແຮມ ອັນດັບຕົ້ນໆຂອງໂລກ ແລະ ເປັນ ກຸ່ມໂຮງແຮມທີ່ມີການເຕີບໂຕໄວ ທີ່ສຸດໃນທົ່ວໂລກ. ປັດຈຸບັນ, ກຸ່ມ ບໍລິສັດດັ່ງກ່າວ ໄດ້ດໍາເນີນທຸລະກິດ ໂຮງແຮມຫລາຍກວ່າ 13.000 ການຈັດຕັ້ງປະຕິບັດນະໂຍບາຍໃຫ້ ສອດຄ່ອງກັບກົດໝາຍວ່າດ້ວຍຄົນ ພິການ ແລະ ຍຸດທະສາດປົກປ້ອງ ສັງຄົມແຫ່ງຊາດ ເພື່ອຮັບປະກັນ ວ່າຄົນພິການທຸກຄົນຈະໄດ້ຮັບການ ເບິ່ງແຍງ ແລະ ເຂົ້າເຖິງສິດຜົນ ປະໂຫຍດຢ່າງທົ່ວເຖິງ. ຂໍ້ມູນ-ພາບ: ຂ່າວສານ ຮສສ ວັນພຸດ ແລະ ວັນພະຫັດ); ວັນທີ 1 ພຶດສະພາ2026ພັກວັນກຳມະກອນ ສາກົນ (ກົງກັບວັນສຸກ); ວັນທີ 20 ກໍລະກົດ 2026 ພັກວັນສ້າງຕັ້ງ ສະຫະພັນແມ່ຍິງລາວ (ກົງກັບວັນ ຈັນ) ເປັນວັນພັກທາງລັດຖະການ ສະເພາະພະນັກງານ-ລັດຖະກອນ ແລະ ກຳມະກອນເພດຍິງ; ວັນທີ 2 ທັນວາ 2026 ພັກວັນສະຖາປະນາ ສປປ ລາວ (ກົງກັບວັນພຸດ). ດ້ານການບໍລິຫານນ້ຳ ແລະ ການ ພັດທະນາຢ່າງຍືນຍົງ. ການໄປສຶກສາໃນຄັ້ງນີ້, ບໍ່ພຽງ ແຕ່ເປັນການປະຕິບັດຢ່າງເປັນ ຮູບທຳຂອງຄວາມຮ່ວມມືດ້ານ ການສຶກສາ ແລະ ການແລກປ່ຽນ ຊາວໜຸ່ມ ຈີນ-ລາວ ເທົ່ານັ້ນ ແຕ່ຍັງ ສະທ້ອນໃຫ້ເຫັນການມີສ່ວນຮ່ວມ ຢ່າງລິເລີ່ມຂອງວິສາຫະກິດໃນການ ສົ່ງເສີມມິດຕະພາບ ລາວ-ຈີນ ແລະ ການພັດທະນານັກວິຊາການດ້ານ ສິ່ງແວດລ້ອມຂອງ ສປປ ລາວ. ບໍລິສັດກຣີນ ເອັນໄວຣອນເມັນທÑ ເທັກໂນໂລຢີ ຈຳກັດ ເປັນບໍລິສັດທີ່ ມຸ່ງໝັ້ນໃນການບໍລິຫານຈັດການ ສິ່ງແວດລ້ອມດ້ານນ້ຳ ແລະ ການ ພັດທະນາເທັກໂນໂລຢີປົກປ້ອງ ສິ່ງແວດລ້ອມ ໄດ້ໃຫ້ຄວາມສົນໃຈ ມາຢ່າງຍາວນານຕໍ່ການຮ່ວມມື ແລະ ການແລກປ່ຽນລະຫວ່າງ ລາວ-ຈີນ ໃນດ້ານການປົກປ້ອງ ລະບົບນິເວດ ແລະ ສິ່ງແວດລ້ອມ, ພ້ອມທັງການພັດທະນາບຸກຄະລາ ກອນ ເພື່ອຕອບສະໜອງຕໍ່ໂຄງ ການມິດຕະພາບ ຈີນ-ລາວ. ຂ່າວ-ພາບ: ທະນູທອງ ແຫ່ງໃນ 22 ປະເທດ ແລະ ພາກ ພື້ນ; ການພັດທະນາທີ່ໝັ້ນຄົງ ແລະ ຄວາມເຂັ້ມແຂງທີ່ສົມບູນແບບຂອງ ບໍລິສັດເຮັດໃຫ້ໄດ້ຮັບການຍອມຮັບ ຢ່າງກວ້າງຂວາງໃນຕະຫລາດໂລກ. ສະເພາະຢູ່ສປປ ລາວ ໂຮງແຮມ ຈີແຄມຂອງວຽງຈັນ ເປັນໂຮງແຮມ ແຫ່ງທໍາອິດທີ່ສ້າງໃນຕ່າງປະເທດ ໃນເຄືອຂ່າຍຂອງໂຮງແຮມ "MM SFBTPOT ຕັ້ງຢູ່ແຄມຂອງບ້ານ ໜອງປາໄນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເປີດໃຫ້ ບໍລິການແບບຄົບວົງຈອນເປັນ ຕົ້ນ ການບໍລິການຫ້ອງພັກ, ຮ້ານ ອາຫານ, ສູນອອກກຳລັງກາຍ, ສະ ລອຍນໍ້າ, ມີການບໍລິການຫຸ່ນຍົນ ອັດສະລິຍະທີ່ສາມາດທໍາຄວາມສະ ອາດ, ສາມາດສົ່ງອາຫານ ແລະ ສົ່ງ ສິນຄ້າ, ມີຈຸດຊົມທິວທັດທໍາມະຊາດ ແຄມຂອງ-ຕົວເມືອງ. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==