7227

xts;a f7;k,gxa o,k8Q odegou f0v';a oc,j py 'lkdq o 03/03/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ ວັນທີ 8 ມີນາ 1910 - 8 ມີນາ 2026) ບົດສະ§ໜີ ©ດຍ ະນະ ບກ ໂດຍ: ເຂົ້າຈານນ້ຳ ]h P'la fc[[xtlq ,xtlko,u dew]g4y ' 2 8N d;j kdu [ ຂປລ. ການເຮັດອາຊີບຫຍັງ ກໍຕາມ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມ ເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດ ຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳ ແຮງຂອງຕົນແລ້ວ ຄວາມສຳເລັດ ກໍມາຫາເມື່ອນັ້ນ. ເໝືອນດັ່ງການ ສ້າງເສດຖະກິດຄອບຄົວ ໂດຍການ ລ້ຽງໄກ່ພັນໄຂ່, ລ້ຽງໝູ, ລ້ຽງປາ ແລະ ປູກຢາງພາລາເປັນສິນຄ້າ ຂອງຄອບຄົວ ທ່ານ ແສງແກ້ວ ແຄະພິມມ່ວງ ເຈົ້າຂອງກິດຈະການ ໄຊຍະສອນຟາມ ຢູ່ບ້ານນາໄຊ ເມືອງລ້ອງຊານ ແຂວງໄຊສົມບູນ ຊຶ່ງເດືອນໜຶ່ງໆສ້າງລາຍຮັບກຳໄລ ສຸດທິໄດ້ປະມານ 200 ລ້ານກີບ. ເປັນໂອກາດທີ່ດີ ໂດຍທີມງານ ນັກຂ່າວຈາກກົມສື່ມວນຊົນ, ນັກ ຂ່າວສານປະເທດລາວ, ໂທລະພາບ ແລ້ວ, ແສງແກ້ວ ແຄະພິມມ່ວງ ໄດ້ພາພວກເຮົາໄປເບິ່ງໄກ່ພັນໄຂ່ ໃນຟາມ ຊຶ່ງກໍເຕັມໄປດ້ວຍໄກ່ ຫລາຍພັນໂຕຮ້ອງດັງສະໜັ່ນ, ທັງ ເຕັມໄປດ້ວຍໄຂ່ໄກ່ຕາມແຕ່ລະຮາງ ເຫັນແລ້ວເປັນຕາສະອອນອີ່ຫລີ ແລະ ທີ່ໜ້າສົນໃຈກໍຄືການໄດ້ຮູ້ເຖິງ ຈິດໃຈທີ່ມຸ່ງຫວັງອັນແຮງກ້າຂອງ ຄອບຄົວນີ້“ຄອບຄົວຂ້ອຍໄດ້ລິເລີ່ມ ລ້ຽງໄກ່ພັນໄຂ່ແຕ່ປີ 2007 ໂດຍໃນ ໄລຍະນັ້ນລ້ຽງໄດ້ພຽງ 1.000 ໂຕ, ຈົກໜອງ 1 ໜອງ” ແສງແກ້ວ ເລົ່າ ສູ່ທີມງານນັກຂ່າວພວກເຮົາຟັງ. ຄວາມຈິງແລ້ວໄຂ່ໄກ່ພັນ ຈະມີ ລາຄາ ຫລື ບໍ່ມີລາຄາກໍບໍ່ແມ່ນບັນ ຫາທີ່ໜັກໃຈຂອງຄອບຄົວນີ້, ແຕ່ ເມື່ອມັນມີລາຄາດີກໍບໍ່ລໍຊ້າ ໂດຍ ການລົງທຶນລ້ຽງແບບເປັນຟາມ. ມາຮອດປີ 2008-2009 ເງິນ ກຳໄລທີ່ຂາຍໄຂ່ໄກ່ໃນເບື້ອງຕົ້ນມາ ສ້າງຄອກໄກ່ໃຫ້ຂະຫຍາຍກວ້າງ ອອກຕື່ມອີກໜຶ່ງ ລວມໄກ່ທັງໝົດ ໄລຍະນັ້ນມີ 2.000 ໂຕ ຊຶ່ງຈຳ ນວນໄກ່ດັ່ງກ່າວ ຍັງບໍ່ທັນຕອບສະ ໜອງໄຂ່ໄດ້ຕາມຄວາມຕ້ອງການ ຂອງສັງຄົມ ແລະ ມາໃນປີ 2012 ໄດ້ຂະຫຍາຍຕື່ມ ລວມໄກ່ມີທັງໝົດ 5.000 ໂຕ ແລະ ຈົກໜອງອີກ 3 ໜອງ. ຫລັງຈາກນັ້ນ, ກໍບົວລະບັດ ຮັກສາໄກ່ທີ່ມີດັ່ງກ່າວ ຈົນມາຮອດປີ 2017-2018ກໍໄດ້ຂະຫຍາຍຕື່ມອີກ 1.000 ໂຕ ລວມໄກ່ທັງໝົດ 6.000 ໂຕ. ຂະນະທີ່ມາໃນປີ 2020 ໄດ້ຮັບ ທຶນຈາກກອງທຶນພັດທະນາໄຊສົມ ບູນ ຈຶ່ງໄດ້ຂະຫຍາຍຟາມໄກ່ອີກ ໜຶ່ງຫລັງບັນຈຸໄກ່ໄດ້ 2.000 ໂຕ ລວມໄກ່ທັງໝົດໃນປັດຈຸບັນ8.000 ໂຕ, ຜະລິດໄຂ່ໄດ້ 180 ແຕະຕໍ່ມື້. ນອກຈາກນີ້, ມາຮອດປີ 2022 ຈຶ່ງໄດ້ກໍ່ສ້າງຟາມໝູຂຸນບັນຈຸໄດ້ 500 ໂຕ ແລະ ໄດ້ຂາຍໝູເປັນ ສິນຄ້າໃນທ້າຍປີ 2023 ເປັນຕົ້ນ ມາ ແລະ ໃນເດືອນໜຶ່ງຂາຍອອກ 120 ໂຕ. ເທົ່ານີ້ ຍັງບໍ່ທັນພຽງພໍຕໍ່ ຄວາມຕ້ອງການ ມາໃນປີ 20242025 ຈຶ່ງໄດ້ກູ້ຢືມເງິນຈາກກອງ ທຶນພັດທະນາແຂວງໄຊສົມບູນຕື່ມ ມາຂະຫຍາຍຟາມໝູແມ່ພັນ ມີໝູ ແມ່ພັນທັງໝົດ 140 ໂຕ. ແນວໃດກໍຕາມ, ການທີ່ຫັນມາ ເອົາດີໃນການລ້ຽງໄກ່ພັນໄຂ່, ລ້ຽງ ໝູພັນຊີ້ນເປັນສິນຄ້ານີ້ ຫລັກໆແລ້ວ ຄື: ສະໜອງຕອບຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ ກໍຄື ຄວາມເອົາ ໃຈໃສ່ໃກ້ຊິດຕິດແທດຂອງພະນັກ ງານກະສິກຳເມືອງລ້ອງຊານ ທີ່ຊຸກ ຍູ້ສົ່ງເສີມປະຊາຊົນປູກຝັງ-ລ້ຽງສັດ ເປັນສິນຄ້າ. ຂະນະດຽວກັນຢູ່ເມືອງ ລ້ອງຊານ ຍັງບໍ່ທັນມີໃຜລ້ຽງເປັນ ຟາມແດ່ແລະມີອາກາດທີ່ເໝາະສົມ ຕໍ່ການລ້ຽງສັດ ຊຶ່ງແຕ່ລະມື້ຢູ່ຕະ ຫລາດກໍມີແຕ່ໄຂ່ໄກ່ນຳເຂົ້າຈາກ ຕ່າງແຂວງໃນເມື່ອກ່ອນ. ທ່່ານ ແສງແກ້ວ ແຄະພິມມ່ວງບອກ. ທັງ ໝົດເຫລົ່ານີ້ຄືເຫດຜົນ ແລະ ໂອກາດ ທີ່ຄອບຄົວ ແສງແກ້ວ ແຄະພິມ ມ່ວງ ຈັບກຳໄດ້ແໜ້ນບວກໃສ່ການ ມີປະສົບການຂອງລາວ. ອີກຈຸດໜຶ່ງ ຄືສິ່ງໃດທີ່ສາມາດຜະລິດເອງໄດ້ ໂດຍສະເພາະແມ່ນອຸປະກອນຮັບ ໃຊ້ຈຳນວນໜຶ່ງກໍໄດ້ຜະລິດເອງ, ແຕ່ກໍມີບາງອຸປະກອນທີ່ຈຳເປັນ ແລະ ຜະລິດເອງບໍ່ໄດ້ກໍໄດ້ຊື້ເຂົ້າມາ ເສີມຕື່ມ. ຂະນະທີ່ໃນຕໍ່ໜ້ານີ້ ຈະຂະ ຫຍາຍຟາມໝູຕື່ມ ເພື່ອຮອງຮັບໝູທີ່ ຜະລິດໄດ້ໃນແຕ່ລະເດືອນປະມານ 300 ໂຕ. ປັດຈຸບັນແມ່ນຮອງຮັບ ໄດ້ 500 ໂຕ, ຕ້ອງໄດ້ສ້າງຄອກ ຕື່ມອີກໃຫ້ບັນຈຸໄດ້ 900 ໂຕ ເພື່ອ ສາມາດຮອງຮັບ ແລະ ໝູນວຽນ ລູກໝູໃນແຕ່ລະເດືອນ. ສຳລັບລາຍຮັບຈາກການລ້ຽງ ແລະ ຂາຍໄຂ່ໄກ່, ໝູ ແລະ ປາ ນັ້ນ, ທ່ານ ແສງແກ້ວ ໄດ້ບອກວ່າ: ໃນແຕ່ລະເດືອນຂ້ອຍໄດ້ຂາຍໄຂ່ ໄກ່ອອກສະເລ່ຍໄດ້ກຳໄລສຸດທິ ໄດ້ 70-80 ລ້ານກີບ, ໝູກຳໄລ ສຸດທິ ໄດ້ກວ່າ 100 ລ້ານກີບ. ສຳ ລັບປາ ແມ່ນປີໜຶ່ງຂາຍອອກເທື່ອ ໜຶ່ງໄດ້ 300-400 ລ້ານກີບ. ນອກ ຈາກລ້ຽງສັດແລ້ວ ຄອບຄົວຂອງ ແສງແກ້ວ ຍັງໄດ້ປູກຢາງພາລາ 5-6 ພັນຕົ້ນ ທັງຂີດນ້ຳຢາງຂາຍ ສະເລ່ຍມີລາຍຮັບ 20-30 ລ້ານ ກີບຕໍ່ເດືອນຕື່ມອີກ. ນັບແຕ່ເລີ່ມ ດຳເນີນກິດຈະການລ້ຽງໄກ່ພັນໄຂ່, ໝູ ແລະ ປາ ມາຮອດປັດຈຸບັນເຮັດ ໃຫ້ຄອບຄົວມີຢູ່ມີກິນ, ມີການພັດທະ ນາຈາກເຄີຍຢູ່ເຮືອນແອ້ມໄມ້ເຮ້ຍ ກໍໄດ້ຢູ່ເຮືອນກໍ່ຖາວອນ, ມີລົດລາມ ພາຫະນະຮັບໃຊ້ຄອບຄົວ ທຽບ ໃສ່ເມື່ອກ່ອນຄອບຄົວ ແມ່ນດີຂຶ້ນ ຫລາຍຮ້ອຍເທົ່າ. ແຫ່ງຊາດ, ວິທະຍຸກະຈາຍສຽງ ແຫ່ງຊາດ ໄດ້ລົງເຄື່ອນໄຫວຢູ່ ແຂວງໄຊສົມບູນ ຊຶ່ງນຳພາໂດຍ ທ່ານ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາອົບ ຮົມສູນກາງພັກ ໂດຍການເຄື່ອນ ໄຫວຄັ້ງນີ້ ທີມງານພວກເຮົາກໍໄດ້ ຮັບການຮ່ວມມືເປັນຢ່າງດີຈາກ ພະນັກງານ ໂຄສະນາແຂວງ, ພະ ນັກງານຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລ້ອງຊານ ໄດ້ ນຳທາງພາໄປຫາຄອບຄົວ ຂອງ ທ່ານ ແສງແກ້ວ ແຄະພິມມ່ວງ ທີ່ ປະສົບຜົນສຳເລັດໃນການລ້ຽງໄກ່ ພັນໄຂ່, ລ້ຽງໝູ ແລະ ປາເປັນສິນ ຄ້າ. ພາຍຫລັງເວົ້າຈາພາທີກັນ ຂປລ. ວັນທີ 8 ມີນາ ແມ່ນເຫດ ການ-ການເມືອງທີ່ສໍາຄັນ, ເປັນຂີດ ໝາຍແຫ່ງໄຊຊະນະພື້ນຖານຂອງ ຂະບວນການແມ່ຍິງສາກົນ ໃນການ ຕໍ່ສູ້ທວງເອົາສິດຜົນປະໂຫຍດອັນ ເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງ ງານໃນທົ່ວໂລກ, ເປັນວັນລະນຶກ ເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດ ປ່ອຍຕົນເອງ ແລະ ທວງໃຫ້ມີສິດ ສະເໝີພາບ ປະຊາທິປະໄຕ ຄືກັນ ກັບຜູ້ຊາຍ, ທວງໃຫ້ພວກນາຍທຶນ ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາ ຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວ ໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກ ຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າ ກັນ, ຕ້ອງມີລະບອບປ້ອງກັນສຸຂະ ພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກ ສາສັນຕິພາບຂອງໂລກ”. ວັນແມ່ຍິງສາກົນ 8 ມີນາ ເກີດ ຂຶ້ນຈາກກໍາມະກອນຍິງ ໃນໂຮງ ງານຕໍ່າແຜ່ນຢູ່ເມືອງນິວຢອກ, ປະເທດສະຫະລັດອາເມລິກາ ລຸກຮື ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າ ແຮງງານໃຫ້ ແລະ ຂໍສິດທິຂອງ ເຂົາເຈົ້າ. ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດ ການນີ້ຍ້ອນມີການລອບວາງເພີງ ໄຟໄໝ້ໂຮງງານບ່ອນທີ່ພວກເຂົາ ນັ່ງຢູ່ຮ່ວມກັນ. ເຫດການທັງໝົດ ເກີດຂຶ້ນໃນວັນທີ 8 ມີນາ1857. ຫລັງຈາກນັ້ນ, ໃນປີ 1907, ກໍາມະ ກອນຍິງໃນໂຮງງານຕໍ່າແຜນທີ່ ເມືອງຊິກາໂກ ສະຫະລັດອາເມລິ ກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງ ນາຍຈ້າງທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກວ່າແມ່ຍິງເຫລົ່ານີ້ເຮັດ ວຽກໜັກເຖິງມື້ລະ 16-17ຊົ່ວໂມງ ຕໍ່ມື້ ໂດຍບໍ່ມີວັນຢຸດ, ບໍ່ມີການປະ ກັນໄພແຮງງານ ເປັນຜົນໃຫ້ເກີດ ການເຈັບເປັນ ແລະ ລົ້ມຕາຍແຕ່ກັບ ໄດ້ຮັບຄ່າແຮງງານພຽງເລັກໜ້ອຍ ແລະ ຖ້າຖືພາກໍ່ຖືກໄລ່ອອກ. ດ້ວຍ ເຫດນັ້ນໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກຮ້ອງໃຫ້ນາຍ ຈ້າງຫລຸດຜ່ອນເວລາເຮັດວຽກ ຂອງເຂົາເຈົ້າລົງເຫລືອ 8 ຊົ່ວໂມງ ຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການ ຂອງເຂົາເຈົ້າທຸກຢ່າງ. ຢ່າງໃດກໍ່ ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ ຈະບໍ່ສໍາເລັດແຮງງານຍິງຫລາຍ ຮ້ອຍຄົນຖືກຈັບ, ແຕ່ເຮັດໃຫ້ແມ່ ຍິງໃນທົ່ວໂລກສະໜັບສະໜູນການ ກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງ ທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າ ຫລາຍຂຶ້ນ. ໃນວັນທີ8ມີນາ1908, ແຮງງານຍິງຫລາຍກວ່າ 15.000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງ ນິວຢອກ ເພື່ອຮຽກຮ້ອງໃຫ້ນາຍ ທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກ ສຽງເລືອກຕັ້ງແລະການຮັບສະໝັກ ເລືອກຕັ້ງ. ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງ ການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດທີ່ດີຂຶ້ນນັ້ນເອງ. ຈົນມາຮອດວັນທີ8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນ ຍິງກຸ່ມນີ້ກໍ່ໄດ້ຮັບຜົນສໍາເລັດ. ເມື່ອ ມີຜູ້ຕາງໜ້າແມ່ຍິງຈາກ 17 ບັນດາ ປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະ ມາຄົມສະຕີສັງຄົມນິຍົມ ຄັ້ງທີ 2 ຢູ່ເມືອງໂກເປນຮາກ ປະເທດດານ ມາກ, ໂດຍໃນທີ່ປະຊຸມໄດ້ປະກາດ ຮັບຮອງຂໍ້ຮຽກຮ້ອງຂອງບັນດາ ກໍາມະກອນຍິງ ຄື: ຕ້ອງອະນຸຍາດ ໃຫ້ພວກເຂົາຫລຸດເວລາເຮັດວຽກ ເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກ ສາຫາຄວາມຮູ້ ເພື່ອພັດທະນາສັກ ກະຍະພາບຂອງຕົນເອງອີກ 8 ຊົ່ວ ໂມງແລະອີກ8ຊົ່ວໂມງ ເປັນເວລາ ພັກຜ່ອນພ້ອມກັນນີ້ຍັງໄດ້ປັບເງິນ ຄ່າແຮງງານຂອງແມ່ຍິງໃຫ້ເທົ່າກັບ ແຮງງານຊາຍ ແລະ ຍັງມີການຄຸ້ມ ຄອງສະຫວັດດີແມ່ຍິງ ແລະ ແຮງ ງານເດັກ. ທັງນີ້ຍັງໄດ້ຮັບຮອງຂໍ້ສະ ເໜີຂອງ $MBSB SFULJO ດ້ວຍ ການກໍານົດໃຫ້ ວັນທີ 8 ມີນາຂອງ ທຸກປີ ເປັນວັນແມ່ຍິງສາກົນ.

RkJQdWJsaXNoZXIy MTc3MTYxMQ==