gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 03/03/2026 xtgmf]k; ສພຊ ປະກາດລາຍຊື່... ສູນສະຖິຕິແຫ່ງຊາດ... ລັດຖະບານຈະສູ້ຊົນສະເໜີ... ເຂົ້າເປັນມໍລະດົກວັດທະນະທໍາຂອງ ມວນມະນຸດ ແລະ ສູ້ຊົນສະເໜີມໍລະ ດົກອຸທິຍານແຫ່ງຊາດນາກາຍ-ນໍ້າ ເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກ ໂລກ ຈາກອົງການອຸຍແນັສໂກ. ພ້ອມນີ້, ຈະສູ້ຊົນເຮັດໃຫ້ອັດຕາ ເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸ ໄດ້ 90%, ອັດຕາປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມຕອນ ຕົ້ນບໍ່ໃຫ້ເກີນ 8%; ຈໍານວນນັກ ສຶກສາທີ່ຮຽນຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຕາມຫລັກສູດ ທາງການໃຫ້ບັນລຸ 50.000 ຄົນ; ສູ້ຊົນເຮັດໃຫ້ອັດຕາການຕາຍຂອງ ເດັກນ້ອຍເກີດໃໝ່ ໃຫ້ຕໍ່າກວ່າ 10/1.000 ຄົນເດັກ ນ້ອຍເກີດ ມີຊີວິດ; ອັດຕາການຕາຍຂອງ ເດັກນ້ອຍລຸ່ມ 5 ປີ ໃຫ້ຕໍ່າກວ່າ 25/1.000 ຄົນເດັກນ້ອຍເກີດມີ ຊີວິດ; ສູ້ຊົນພັດທະນາສີມືແຮງງານ ໃຫ້ໄດ້ 650.000 ຄົນ ແລະ ການ ຈັດຫາວຽກເຮັດງານທໍາເຂົ້າສູ່ ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 411.000 ຄົນ; ສູ້ຊົນເຮັດໃຫ້ອັດຕາຄວາມ ທຸກຍາກຫລຸດລົງຍັງເຫລືອໜຶ່ງຕົວ ເລກ; ສ້າງຄອບຄົວພົ້ນທຸກໃຫ້ໄດ້ ຫລາຍກວ່າ 100.000 ຄອບຄົວ; ຫລຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃຫ້ຍັງເຫລືອ 5% ຂອງປະຊາກອນເປົ້າໝາຍ; ຄາດ ໝາຍດ້ານສິ່ງແວດລ້ອມ ຈະສູ້ຊົນ ເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ບັນລຸ ລາຍງານຂໍ້ມູນໄດ້ປະຈັກຕາຂຶ້ນ, ນໍາໃຊ້ລະບົບແຜນທີ່ສະແດງໃຫ້ເຫັນ ເຂດທຸກຍາກທີ່ລັດຖະບານຕ້ອງເອົາ ໃຈໃສ່, ພ້ອມນີ້, ໃຫ້ສູນສະຖິຕິແຫ່ງຊາດ ເປັນເຈົ້າການປະສານສົມທົບກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ຂະແໜງການ ແລະ ບັນດາກົມ ພາຍໃນກະຊວງການເງິນ ຄົ້ນຄວ້າ ລະບົບສັງຮວມຂໍ້ມູນທັນສະໄໝ ແລະ ລວມສູນຖານຂໍ້ມູນສະຖິຕິ ແຫ່ງຊາດ ຕາມທິດທາງລວມຂອງ ຈາກລັດວິສາຫະກິດ 1 ທ່ານ, ຍິງ 1 ທ່ານ, ຈາກທຸລະກິດພາກເອກະຊົນ 2 ທ່ານ, ຍິງ 1 ທ່ານ. ພ້ອມນີ້, ຊົນເຜົ່າຂອງຜູ້ໄດ້ຮັບການເລືອກຕັ້ງ ແຍກຕາມ 4 ໝວດພາສາຄື: ລາວໄຕ ມີ 148 ທ່ານ, ຍິງ 43 ທ່ານ, ມອນ-ຂະແມ ມີ 19 ທ່ານ, ຍິງ 6 ທ່ານ, ມົ້ງ-ອິວມຽນ ມີ 7 ທ່ານ, ຍິງ 3 ທ່ານ ແລະ ຈີນ-ຕີເບດ ມີ 1 ທ່ານ. ໂດຍອີງຕາມມາດຕາ 11 ຂອງ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບ ເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024; ອີງຕາມລັດຖະ ດຳລັດ ຂອງປະທານປະເທດ ສະບັບ ເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະ ກາດຈໍານວນຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V; ອີງຕາມຜົນການ ປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 22 ກຸມພາ 2026. ຄະນະ ກຳມະການເລືອກຕັ້ງລະດັບຊາດ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆໃນ ຂອບເຂດທົ່ວປະເທດ ຊຶ່ງມີລາຍ ລະອຽດດັ່ງນີ້: ເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ຈໍານວນ 19 ທ່ານ, ຍິງ 6 ທ່ານ ປະກອບມີ: ທ່ານ ໄຊສົມພອນ ພົມວິຫານ, ທ່ານ ອາດສະພັງທອງ ສີພັນດອນ, ທ່ານ ທະນົງໄຊ ຄຸດໄພທູນ, ທ່ານ ໄຊນະຄອນ ອິນທະວົງ, ທ່ານ ນາງ ວິໄຊ ສຣິດທິຣາດ, ທ່ານ ນາງ ດາລານີ ພົມມະວົງສາ, ທ່ານ ຕຸດາວັນ ໜໍ່ເມືອງເສດ, ທ່ານ ນະຄະເສນ ສີຫາລາດ, ທ່ານ ທະນົງສິດ ເມືອງຈັນ, ທ່ານ ສອນໄຊ ສີສົມພັນ, ທ່ານ ສີວຽງທອງ ສໍພ າ ບມີ ໄ ຊ , ທ່າ ນ ໄ ພທູນ ທ່ຽງລະໄມ, ທ່ານ ນາງ ກັນທິນາ ບ້ານອິນຫວນ, ທ່ານ ສົມບັດ ຈັນທະມາດ, ທ່ານ ນາງ ຄໍາແຫວນ ສິງບັນດິດ, ທ່ານ ສົມສະຫວາດ ກົມໄຊຊະນະ, ທ່ານ ພັທ ນາດ ເທບພະວົງ, ທ່ານ ນາງ ບົວລະພັນ ທິລະສັກ, ທ່ານ ນາງ ຈໍາປາທອງ ທະລົງແສງຈັນ. ເຂດເລືອກຕັ້ງທີ 2 ແຂວງຜົ້ງ ສາລີ ຈໍານວນ 7 ທ່ານ, ຍິງ 1 ທ່ານ ປະກອບມີ: ທ່ານ ພົຕ ສົມພອນ ມິດຕະພອນ, ທ່ານ ພົ.ວ ສຸລິນພອນ ຄໍາພະຈັນ,ທ່ານສົມຈິດຫັບລະກອນ, ທ່ານ ຈິດຕະພອນ ເມກດາລາ, ທ່ານ ກໍລະກັນ ພົມມະວົງ, ທ່ານ ນາງ ຈັນມະນີ ດວງພາສຸກ, ທ່ານ ຄໍາພັນ ຄຸນສົມບັດ. ເຂດເລືອກຕັ້ງທີ3ແຂວງຫລວງ ນໍ້າທາ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ນາງ ອຳໄພ ວອນ ລ້ອມບຸນແພງ, ທ່ານ ພົທ ຄໍາ ກິ່ງ ຜຸຍຫລ້າມະນີວົງ, ທ່ານ ກົງເພັດ ແກ້ວບົວພາ, ທ່ານ ນາງ ເກສອນ ແສງຍະວົງ, ທ່ານ ຈັນທະສຸລິນ ໝັ້ນປະດິດ,ທ່ານນາງປານິດາເຮືອງ ແພງອ່ອນ, ທ່ານ ພັອ ພອນແກ້ວ ພົງແສນຫລວງ. ເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ຈໍານວນ 8 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ບຸນຄົງ ຫລ້າຈຽມພອນ, ທ່ານ ນາງ ວິລະວອນ ພັນທະວົງ, ທ່ານ ແກ້ວຈະເລີນ ເຊ່ຍຢັ້ງຢ່າງ, ທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ, ທ່ານ ນາງ ສິດທິວອນ ຫົງສາຄອນ, ທ່ານ ນາງ ມະນີຈຸ ຢາຈົງວາ, ທ່ານ ຄອນສີ ໄຊຍະມອນ, ທ່ານ ພັທ ແກ້ວວິເສດ ລູກສອນນ້ອຍ. ເຂດເລືອກຕັ້ງທີ 5 ແຂວງບໍ່ ແກ້ວ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ພົ.ວ ແປ້ນຄໍາ ບຸດຈັນແພງ, ທ່ານ ນາງ ທຸມມາລີ ວົງພະຈັນ,ທ່ານດາລີວັນພູສະຫວັນ, ທ່ານ ພົ.ວ ຄໍາແຝງ ວັນດີໄຊ, ທ່ານ ນາງ ບົວຄົມ ຂານສຸວົງ, ທ່ານ ນາງ ສີອຳໄພ ໂສລະຖິ, ທ່ານ ພັອ ຄໍາແດງ ວັນນະສິດ. ເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ຈໍານວນ 10 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ໄພວີ ສີບົວລິພາ, ທ່ານບຸນເລື່ອມມະນີວົງ, ທ່ານ ສໍານານ ສົນທະນີ, ທ່ານ ສົມພອນ ສີອຸດົມພັນ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ, ທ່ານ ສົມມາລີ ຄໍາເກັ່ງ, ທ່ານ ນາງ ບົວສອນ ໄຊຍະໄຊ, ທ່ານ ນາງ ຈັນດີ ເຢັງວົງ, ທ່ານ ສຸລິໄຊ ຫົງສາຄອນ, ທ່ານ ພັ.ອ ວິລະສິນ ມິດຕະພອນ. ເຂດເລືອກຕັ້ງທີ 7 ແຂວງໄຊ ຍະບູລີ ຈໍານວນ 9 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ເພັງນິລັນ ຄໍາພັນເພັງ, ທ່ານ ມີໄຊ ພົມເຂ, ທ່ານ ພົຕ ໄພວັນ ຈັນທະພົມມາ, ທ່ານ ນາງ ໄກຍະສອນ ສິດາ, ທ່ານ ກາວີ ເກດດົມລິ, ທ່ານ ນາງ ວັນນາ ພົມວິສອນ, ທ່ານ ນາງ ແສງມະນີ ຢາທໍ່ຕູ້, ທ່ານ ແວວເພັດ ສີບຸນມາ, ທ່ານ ຄໍາແສນ ສິສະວົງ. ເຂດເລືອກຕັ້ງທີ 8 ແຂວງຫົວ ພັນ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານພຸດພັນແກ້ວວົງໄຊ, ທ່ານ ນາງ ສວຍເພັດ ທອງສົມບັດ, ທ່ານ ນາງ ພອງທໍາ ທຳມະທອງ, ທ່ານ ໄຈເພັດ ເຮືອງຖາວອນ, ທ່ານ ໄຊຍະແສງ ຊົງຢົງຢາ, ທ່ານ ແສງສຸວັນ ວົງຄໍາ, ທ່ານ ພັອ ນາງ ພວງທອງ ສຸຍະວົງ. ເຂດເລືອກຕັ້ງທີ 9 ແຂວງຊຽງ ຂວາງ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີຄື: ທ່ານ ກິແກ້ວ ໄຂຄຳພິທູນ,ທ່ານພູວົງອຸ່ນຄໍາແສນ, ທ່ານ ນາງ ສົມພອນ ໂສພິລາວັນ, ທ່ານ ນາງ ສາຍພູເງິນ ອຸດົມສຸກ, ທ່ານ ສອນເພັດ ລາພະທອງ, ທ່ານ ນາງ ກິ່ງແກ້ວ ພົມມະຈັກ, ທ່ານ ພັ.ອ ປິ່ນແກ້ວ ປະອິນພອນ. ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ຈໍານວນ 10 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພູທະນູເພັດ ໄຊສົມບັດ, ທ່ານ ອິນທະປັນຍາ ຂຽວວົງພະຈັນ, ທ່ານ ສີທົນ ແສງພະຈັນ, ທ່ານ ນາງ ເພັດສະໝອນ ສອນ, ທ່ານ ນາງ ຈັນທະຄອນ ສີອຳພອນ, ທ່ານ ນາງ ວົງເດືອນ ວັດຕະໂສ, ທ່ານ ນາງ ວັນເພັງ ພັນທະນາໄລ, ທ່ານ ສີສະໄຫວ ແກ້ວດາລາວິນ, ທ່ານ ພັທ ບຸນນໍາ ຈັນທອງສີ. ເຂດເລືອກຕັ້ງທີ 11 ແຂວງບໍ ລິຄໍາໄຊ ຈຳນວນ 7 ທ່ານ, ຍິງ 1 ທ່ານ ປະກອບມີ: ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ສອນທະນູ ທຳມະວົງ, ທ່ານ ໄຊອຳພອນ ສີຫາວົງ, ທ່ານ ນາງ ຂັນທອງ ພັນທະຈັກ, ທ່ານ ສາຍທອງ ພົມມະວົງ, ທ່ານ ໄຊຍະເພັດ ຈັນທິສອນ, ທ່ານ ພັທ ຈອນ ອຸດລາຍັນ. ເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ຈໍານວນ 10 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ໂພໄຊ ໄຊຍະສອນ, ທ່ານ ໄຊຊະນະ ໂຄດພູທອນ, ທ່ານ ແກ້ວອຸດອນ ບຸດສິງຂອນ , ທ່ານ ພູທອນ ວໍລ ະ ເ ພັ ດ , ທ່ າ ນ ສ າ ຍ ຄໍ າ ພະໄຊສິດທິເດດ, ທ່ານ ນາງ ສຸກຂະເສີມ ສິດທິເດດ, ທ່ານ ທອງ ເ ພັດ ຜຸຍຍະວົງ , ທ່ານ ໄພມະນີ ພົມມະສານ, ທ່ານ ສົມວິໄຊ ວົງທິລາດ, ທ່ານ ນາງ ກ້ອນແກ້ວ ຫລວງໄຊມຸງຄຸນ. ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ຈໍານວນ 21 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ບຸນໂຈມ ອຸບົນປະ ເ ສີດ , ທ່ານ ໂພໄຊ ໄຂຄຳພິທູນ, ທ່ານ ໄຊລືຊາ ອິນສີ ຊຽງໃໝ່, ທ່ານ ແສນສັກ ສຸລິສັກ, ທ່ານ ພອນສານ ວິໄລເມັ້ງ, ທ່ານ ອາຄົມ ປຣະເສີດ, ທ່ານ ແສນສັກ ພົມວົງສາ, ທ່ານ ສາລີ ວິນລາວັນ, ທ່ານ ພູລຳພອນ ສີຫາວົງ, ທ່ານ ສີສະຫວາດ ເພັງທະລັງສີ, ທ່ານ ໄຊຍະເດດ ຜຸຍຍະວົງ, ທ່ານ ຈັນທະລາ ພາມີສິດ, ທ່ານ ຄໍາຜອງ ສົມວິຈິດ, ທ່ານ ນາງ ມະໄລທອງ ທຳມະຕິກາ , ທ່ານ ສຸນັນທາ ຈຸນລະມະນີ, ທ່ານນາງ ບົວສະຫວັນ ລຸຍບົວທອງ, ທ່ານ ໄຊປັນຍາ ພົມວິຫານ, ທ່ານ ສົມບູນ ສີຫານາດ, ທ່ານ ນາງ ຫົງຄໍາ ໄຊຍະຄົມ, ທ່ານ ສິດທິໄຊ ໄຊຍະວົງ. ເຂດເລືອກຕັ້ງທີ 14 ແຂວງ ສາລະວັນ ຈໍານວນ 10 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ວິໄລວົງ ບຸດດາຄໍາ, ທ່ານ ດາວວົງ ພອນ ແກ້ວ, ທ່ານ ບຸນທັນ ບຸນວິໄລ, ທ່ານ ຈັນສະໝອນ ພົມມະແສງ, ທ່ານ ຈັນສິລອນ ສີສົມບູນ, ທ່ານ ນາງ ວາດສະໜາ ໂພໄຊຍະວົງ, ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ, ທ່ານ ເພັດລາ ທັນທະວົງສາ, ທ່ານ ນາງ ຄໍາພໍ ສິລິພະຈັນ, ທ່ານ ສົມພອນ ແສງສຸລິຈັນ. ເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ ຈຳນວນ 15 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ສອນໄຊ ສີພັນດອນ, ທ່ານ ອາລຸນໄຊ ສູນນະລາດ, ທ່ານ ນາງ ມີນາ ສີວິໄລ, ທ່ານ ແກ້ວລັດຕະນະ ສີຫາວົງ, ທ່ານ ໄພວັນ ແກ້ວປະເສີດ, ທ່ານ ນາງ ພອນເພັດ ອຸ່ນແກ້ວ, ທ່ານ ສິງຄໍາ ວົງພະຈັນ, ທ່ານ ວັນນະສັກ ຊາດຕະກຸນ, ທ່ານ ບຸນຍະເດດ ທອງສະຫວັນ, ທ່ານ ອະນຸສັກ ຈັນທະປະເສີດ, ທ່ານ ພູວົງ ອະໄພ, ທ່ານ ພົ.ວ ແສງທອງ ທຳມະເທວາ, ທ່ານ ນາງ ປານຄໍາ ຂະຫຍອງເອກ, ທ່ານ ນາງ ບຸນສຸວັນ ໂພໄຊຊະນະສັກ, ທ່ານ ທິບພະສອນ ສະມາເລິກ. ເຂດເລືອກຕັ້ງທີ 16 ແຂວງ ເຊກອງ ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ບຸນຈັນ ສີ ວົງພັນ, ທ່ານ ບຸນຫລາຍ ບຸດທີ, ທ່ານ ຈັນທະບູນ ສຸກອາລຸນ, ທ່ານ ຕຸລາວັນ ວົງໄຊ, ທ່ານ ນາງ ຄໍາໄພ ວິລະສານ, ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ, ທ່ານ ພັ.ອ ຮຽມ ໄຊຍະລາດ. ເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ບຸນເຖິງ ດວງສະຫວັນ, ທ່ານ ພົ.ວ ສຸລິໄຊ ພິຈິດ, ທ່ານ ລິດຕາ ຂັດທິຍະ, ທ່ານ ພູວັນ ພົມມະຈັນ, ທ່ານ ນາງ ແສງອາລຸນ ວົງສາທິການ, ທ່ານ ນາງ ອ່ອນໄສ ມຽງລາວັນ, ທ່ານ ພັອ ບຸນເລີດ ແກ້ວພຸດທະວົງ. ເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ມອນໄຊ ລາວມົວຊຶ່ງ , ທ່ານ ພອຍຄໍາ ຮຸ່ງບຸນຍວງ, ທ່ານ ນາງ ຄໍາສີ ສິດທິວໍລະດາ , ທ່ານ ຄົວຈັ່ງ ດຣາເຊິ່ງ, ທ່ານ ນາງ ບຸນທະວີ ສິງວິໄລ, ທ່ານ ໂພສີ ເຕັມເມລາດ, ທ່ານ ຄຳເພັດ ດວງມາລາ. ຄະນະກຳມະການເລືອກຕັ້ງ ນະຄອນຫລວງ , ຂັ້ນແຂວງ , ບັນດາອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ ຈົ່ງຈັດຕັ້ງຜັນຂະຫຍາຍຜົນ ການເລືອກຕັ້ງຄັ້ງນີ້ ໃຫ້ຮັບຮູ້ຢ່າງ ກວ້າງຂວາງ ແລະ ທົ່ວເຖິງນັບແຕ່ ມື້ໄດ້ຮັບປະກາດແຈ້ງການສະບັບນີ້ ເປັນຕົ້ນໄປ. ຂ່າວ: ວຽງສະຫວັນ ກະຊວງການເງິນ, ຊຸກຍູ້ການນໍາ ໃຊ້ຂໍ້ມູນໃຫ້ມີປະໂຫຍດສູງສຸດ ເພື່ອ ກຳນົດທ່າແຮງບົ່ມຊ້ອນໃນການ ເກັບລາຍຮັບ ແລະ ເພີ່ມປະສິດ ທິພາບລ່າຍຈ່າຍຂອງລັດຖະບານ, ທັງເປັນບ່ອນອີງໃນການສ້າງແຜນ ນະໂຍບາຍຂະແໜງການເງິນໃນ ແຕ່ລະໄລຍະ; ໃຫ້ສືບຕໍ່ເອົາໃຈໃສ່ ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານຢູ່ໃນຂົງເຂດ ສະຖິຕິໃຫ້ມີຄວາມຈົງຮັກພັກດີ, ມີ ຈັນຍາບັນ, ຮັກອາຊີບ, ເຊີດຊູນໍ້າໃຈ “ຈິດໃຈຮັບຜິດຊອບເປັນເຈົ້າຕົນ ເອງ”, ປະຕິບັດໜ້າທີ່ການເມືອງ ຂອງຕົນດ້ວຍຄວາມອົດທົນເສຍ ສະລະ, ປະຕິບັດລະບຽບຫລັກການ ແລະ ຂໍ້ຫ້າມດ້ານສະຖິຕິຢ່າງເຄັ່ງ ຄັດ, ຫລີກລ່ຽງປະກົດການຫຍໍ້ທໍ້ ຕ່າງໆໃນຂົງເຂດສະຖິຕິ; ປັບປຸງ ກົງຈັກສ້າງຄວາມເຂັ້ມແຂງໃຫ້ແກ່ ຂະແໜງການສະຖິຕິໃຫ້ມີປະສິດທິ ຜົນພາຍຫລັງທີ່ໄດ້ມີການໂຮມສອງ ກະຊວງເຂົ້າກັນ(ໃນຂັ້ນສູນກາງ), ຂັ້ນພະແນກ(ແຂວງ), ຫ້ອງການ (ເມືອງ). ສະນັ້ນ, ຕ້ອງໄດ້ເອົາໃຈ ໃສ່ກຳນົດຄືນຕຳແໜ່ງງານໃຫ້ມີ ຜູ້ຮັບຜິດຊອບວຽກງານສະຖິຕິທີ່ ແນ່ນອນ ແລະ ຮັບປະກັນໃຫ້ມີຜູ້ ເກັບກຳສັງຮວມປົກກະຕິໃນແຕ່ລະ ຂັ້ນ; ຕັ້ງໜ້າຜັນຂະຫຍາຍ, ຈັດຕັ້ງ ປະຕິບັດຍຸດທະສາດພັດທະນາລະ ບົບສະຖິຕິແຫ່ງຊາດ ແລະ ກົດ ໝາຍວ່າດ້ວຍສະຖິຕິໃຫ້ມີປະສິດທິ ຜົນ; ສືບຕໍ່ເພີ່ມທະວີຈັດຕັ້ງຜັນ ຂະຫຍາຍມະຕິຂອງອົງຄະນະພັກ ກະຊວງການເງິນສະໄໝທີ IV, ມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ ແລະ ແຜນງານການຫັນ ເປັນທັນສະໄໝຂະແໜງການເງິນ ເຂົ້າສູ່ວຽກງານສະຖິຕິໃຫ້ປະກົດຜົນ ເປັນຈິງ; ຍົກສູງບົດບາດຂອງຕົນ ເປັນເສນາທິການສັງຮວມຂໍ້ມູນໃຫ້ ຊັດເຈນ, ທັນເວລາ ຕ້ອງສ້າງບຸກ ຄະລາກອນສະຖິຕິທີ່ມີຄຸນນະພາບ, ວິຊາສະເພາະຄວາມຊຳນານງານ ແລະ ຈິດໃຈເປັນເຈົ້າແນໃສ່ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ສະຖິຕິໃນທົ່ວລະບົບ; ສູນສະຖິຕິ ແຫ່ງຊາດ ຕ້ອງເປັນເຈົ້າການເປັນ ໃຈກາງປະສານງານກຳນົດ ແລະ ສັງຮວມຄາດຄະເນຂໍ້ມູນຕົວຊີ້ ບອກ ເພື່ອຮັບໃຊ້ການຕິດຕາມ, ປະ ເມີນ, ວັດແທກ, ຕີລາຄາຜົນສໍາເລັດ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030), ເປົ້າ ໝາຍການພັດທະນາແບບຍືນຍົງ, ແລະ ບັນດາແຜນງານແຫ່ງຊາດ ອື່ນໆ. ນອກຈາກນັ້ນ, ກໍຕ້ອງຄົ້ນ ຄວ້າການຜະລິດຂໍ້ມູນໄລຍະສັ້ນ ທີ່ສາມາດລາຍງານການເໜັງຕີງ ຂອງເສດຖະກິດໃຫ້ລັດຖະບານ ຫລາຍກວ່າເກົ່າ, ສຶກສາການຄາດ ຄະເນພະຍາກອນໃຫ້ພັກ ແລະ ລັດ ຖະບານສາມາດເບິ່ງເຫັນວິໄສທັດ ກວ້າງໄກໃນອີກ 10-20 ປີ ຕໍ່ໜ້າ. ທ່ານ ສັນຕິພາບ ພົມວິຫານ ຍັງ ໄດ້ເນັ້ນອີກວ່າ: ຕໍ່ກັບວຽກງານ ສໍາຫລວດລະດັບຊາດ, ມອບໃຫ້ ສູນສະຖິຕິແຫ່ງຊາດ ເລັ່ງສໍາເລັດ ການວິໄຈ ແລະ ເຜີຍແຜ່ຜົນການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສທົ່ວປະເທດ ຄັ້ງທີ V ໂດຍ ໄວໃຫ້ທັນກຳນົດເວລາ, ວິໄຈຂໍ້ມູນ ສະຖິຕິຄວາມທຸກຍາກ ແລະ ບົດ ລາຍງານ ເພື່ອເປັນພື້ນຖານໃນການ ກໍານົດນະໂຍບາຍ ແລະ ຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ. ພ້ອມ ນັ້ນ, ກໍຕ້ອງເອົາໃຈໃສ່ກະກຽມ ແລະ ປະຕິບັດການສໍາຫລວດເສດຖະກິດ ທົ່ວປະເທດ ຄັ້ງທີ IV ໃຫ້ສໍາເລັດ ໃນປີນີ້, ເກັບກຳໃຫ້ໄດ້ບັນດາຫົວ ໜ່ວຍວິສາຫະກິດທີ່ເປັນທ່າແຮງ ໃນການຂະຫຍາຍແຫລ່ງລາຍຮັບ ງົບປະມານ, ສໍາຫລວດແຮງງານ ປະຈຳງວດ ແລະ ປະຈຳປີສໍາເລັດ ຕາມແຜນການ. ຂ່າວ: ສົມຫວັງ 70% ຂອງເນື້ອທີ່ດິນທົ່ວປະເທດ; ສູ້ຊົນຂຶ້ນທະບຽນອອກໃບຕາດິນ ຢູ່ນອກເຂດທີ່ດິນປ່າໄມ້ທີ່ຍັງບໍ່ທັນ ສໍາເລັດໃຫ້ໄດ້ 150.000 ຕອນ; ຫລຸດຜ່ອນການປ່ອຍ ແລະ ເພີ່ມ ການດູດຊັບທາດອາຍເຮືອນແກ້ວ ໃຫ້ໄດ້ 60% ທຽບໃສ່ລະດັບການ ປ່ອຍປົກກະຕິ; ຂະຫຍາຍຕາໜ່າງ ສະຖານີອຸຕຸນິຍົມຢູ່ບັນດາເມືອງທີ່ ຍັງບໍ່ທັນມີສະຖານີອຸຕຸນິຍົມໃຫ້ໄດ້ 35 ສະຖານີ; ຂະຫຍາຍຕາໜ່າງ ສະຖານີອຸທົກກະສາດໃນເຂດທີ່ມີ ຄວາມສ່ຽງໄພນໍ້າຖ້ວມໃຫ້ໄດ້ 25 ສະຖານີ. ພ້ອມນີ້, ຄາດໝາຍດ້ານການ ຮ່ວມມື ແລະ ເຊື່ອມໂຍງກັບສາກົນ ສໍາລັບຕາໜ່າງເສັ້ນທາງຫລວງ ແຫ່ງຊາດ ທີ່ເປັນເສັ້ນທາງຫລວງ ອາຊຽນຕາມແລວເສດຖະກິດໄດ້ຮັບ ການກໍ່ສ້າງ ແລະ ປັບປຸງ/ຍົກລະດັບ ໃຫ້ສາມາດຮັບນໍ້າໜັກລົດບັນທຸກ ໄດ້ 11 ໂຕນ/ເພົາ ໃຫ້ໄດ້ 937,5 ກິໂລແມັດ; ຫລຸດຜ່ອນຂອດຂັ້ນ ແລະ ເວລາການນໍາເຂົ້າ-ສົ່ງອອກ ສິນຄ້າໃຫ້ໄດ້ 45% ໃນປີ 2030; ສົ່ງອອກສິນຄ້າພາຍໃຕ້ສິດທິພິເສດ ທາງການຄ້າໃຫ້ກວມ 65% ຂອງ ມູນຄ່າການສົ່ງອອກທັງໝົດ; ດ້ານ ການປົກຄອງ, ການບໍລິຫານລັດ ແລະ ຍຸຕິທຳ ຈະສູ້ຊົນສ້າງແຂວງ ເປັນຫົວໜ່ວຍຍຸດທະສາດໃຫ້ໄດ້ 3 ແຂວງ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານໃຫ້ໄດ້ 18 ເມືອງ ແລະ ສ້າງຕາແສງໃຫ້ໄດ້ 640 ຕາແສງ; ສູ້ຊົນສ້າງຕັ້ງສູນ ບໍລິການຜ່ານປະຕູດຽວຢ່າງໜ້ອຍ ໃຫ້ໄດ້ 35 ສູນ; ສູ້ຊົນຕັດສິນຄະດີ ອາຍາໃຫ້ໄດ້ 90% ຂຶ້ນໄປ ແລະ ຄະດີແພ່ງ 75% ຂຶ້ນໄປຂອງຄະດີ ທັງໝົດ. ຂ່າວ: ສົມຫວັງ
RkJQdWJsaXNoZXIy MTc3MTYxMQ==