7226

gsfdko{dkora fmtok xtgmf]k; ( 02/03/2026 ຂປລ. ແແຫລ່ງຂ່າວຈາກແຂວງ ໄຊຍະບູລີໃຫ້ຮູ້ວ່າ: ເມືອງເງິນແຂວງ ໄຊຍະບູລີ ຈັດກອງປະຊຸມກວດ ກາຜົນການປະເມີນຄືນ ການຈັດຕັ້ງ ປະຕິບັດວຽກງານ 3 ສ້າງ ແຕ່ ປີ2021-2025 ໃນວັນທີ 25 ກຸມພາ 2026 ທີ່ຫ້ອງວ່າການເມືອງ ເງິນ ໂດຍມີທ່ານ ອິນເນດ ຂຽວ ສີຟ້າ ປະທານຄະນະກຳມະການ ປົກຄອງເມືອງເງິນ, ມີຄະນະປະຈໍາ ພັກເມືອງ, ກໍາມະການພັກເມືອງ, ຫ້ອງການ, ກົມກອງ, ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ລັດທິ ພົມມະຈິດ ຫົວໜ້າ g,n v'g'o lts]5 [zq odkoxtg,u o;Pd'ko 3 lh k' zq odkog]n vd8A 'lt,k-y dltrkxt-k-q o c0;'[= ]y 7ew- -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນ ແຂວງ ຮອງປະທານຄະນະກໍາມະ ການເລືອກຕັ້ງຂັ້ນແຂວງ ໄດ້ຖະ ແຫລງຜົນການເລືອກຕັ້ງສະມາຊິກ ສະພາປະຊາຊົນຂັ້ນແຂວງບໍລິ ຄຳໄຊເມື່ອມໍ່ໝມານີ້ ໂດຍມີລາຍ ລະອຽດດັ່ງນີ້: ເຂດເລືອກຕັ້ງເມືອງ ປາກຊັນ ມີຜູ້ລົງສະໝັກຮັບເລືອກ ຕັ້ງ 7 ທ່ານ, ຍິງ 2 ທ່ານ, ໄດ້ຮັບ ການເລືອກຕັ້ງເປັນສະມາຊິກສະພາ ປະຊາຊົນ (ສສຂ) ແຂວງບໍລິຄຳ ໄຊ ຊຸດທີ V ມີ 5 ທ່ານ, ຍິງ 1 ທ່ານ ຄື: ທ່ານ ແສງອາລຸນ ແສງອາພອນ, ທ່ານ ບຸນມີ ເພັງສະຫວັນ, ທ່ານ ພັທ ໄຊຍະສຸກ ຫລຽນຕະກຸນ, ທ່ານ ນາງ ຈຸນລາວັນ ພິລາໄຊພິທັກ ແລະ ທ່ານ ທິລະພົງ ຈັນຕາ. ເຂດເລືອກຕັ້ງເມືອງທ່າພະບາດ ມີຜູ້ລົງສະໝັກຮັບເລືອກຕັ້ງ 7 ທ່ານ, ຍິງ 3 ທ່ານ, ໄດ້ຮັບການເລືອກຕັ້ງ ເປັນ ສສຂ ບໍລິຄຳໄຊ 5 ທ່ານ, ຍິງ 2 ທ່ານ ຄື: ທ່ານ ອຸດອນ ສອນສຸລິນ, c0;';P'9a o lts]5 [4vf4vo[q fIPo;Pd'ko dkog]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມ ສະຫລຸບຖອດຖອນບົດຮຽນ ກ່ຽວ ກັບຜົນສຳເລັດຂອງການດຳເນີນ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ເພື່ອປະເມີນຄືນ ການຈັດຕັ້ງປະຕິບັດວຽກງານໃນ ໄລຍະຜ່ານມາ ຈັດຂຶ້ນໃນວັນທີ 27 ກຸມພາ2026ທີ່ຫ້ອງວ່າການແຂວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາພັກ ແຂວງວຽງຈັນ, ປະທານຄະນະ ກຳມະການເລືອກຕັ້ງຂັ້ນແຂວງ ມີ ບັນດາທ່ານໃນຄະນະກຳມະການ ເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ 11 ເມືອງທົ່ວແຂວງ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນ ແຂວງວຽງຈັນ, ຮອງປະທານຄະ ນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ສະຫລຸບລາຍງານການຈັດຕັ້ງ ປະຕິບັດຕາມ 4 ບາດກ້າວ ຂອງ ວຽກງານການເລືອກຕັ້ງ ສສຊ ຊຸດ ທີ X ແລະ ສສຂ ຊຸດທີ V ຂອງ ຄະນະກໍາມະການເລືອກຕັ້ງລະດັບ ltstra oc,j py 'c0;'g-dv' fegou o dv'xt-5 ,gxu fd;h k'7q [7tot[= ]y sko'ko ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄົບ ຄະນະບໍລິຫານງານສະຫະພັນແມ່ ຍິງແຂວງເຊກອງ ເປີດກວ້າງ ຄັ້ງ ທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 26 ກຸມພາ 2026 ໂດຍການເປັນ ປະທານຂອງ ທ່ານ ນາງ ມະໂນ ລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງເຊ ກອງ, ມີຄະນະບໍລິຫານງານ, ຄະ ນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ແຂວງ ແລະ ແຂກຖືກເຊີນຈາກບັນ ດາພະແນກການເຂົ້າຮ່ວມ. ທ່ານ ນາງ ເພັດດາແກ້ວ ພົນ ສະລາດ ຮອງປະທານຄະນະບໍລິ ຫານງານ ສະຫະພັນແມ່ຍິງແຂວງ ລາຍງານວ່າ: ແຂວງເຊກອງ ປະ ກອບມີ 4 ຕົວເມືອງ, ມີ 203 ບ້ານ, ມີພົນລະເມືອງ 137.474 ຄົນ, ຍິງ 68.308 ຄົນ, ເປັນສະມາຊິກສະ ຫະພັນແມ່ຍິງ 18.307 ຄົນ, ມີຄະ ນະບໍລິຫານງານສະຫະພັນແມ່ຍິງ ທ່ານ ບຸດສະດີ ແສງມະນີວົງ, ທ່ານ ນາງ ສຸດທິສານ ທອງພັນ, ທ່ານ ສະ ພັງທອງ ພົມມະຈັກ ແລະ ທ່ານ ນາງ ສຸພີ ຫລວງຜ່ານ. ເຂດເລືອກຕັ້ງເມືອງບໍລິຄັນມີຜູ້ ລົງສະໝັກຮັບເລືອກຕັ້ງ 7 ທ່ານ, ຍິງ 1 ທ່ານ, ໄດ້ຮັບການເລືອກຕັ້ງ ເປັນ ສສຂ ບໍລິຄຳໄຊ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ສົມໃຈ ແກ້ວສຸວັນ, ທ່ານ ແສງສະໄໝ ພະໄຊວໍລະວົງ, ທ່ານ ລໍາໄພ ພັນປະດິດ, ທ່ານ ບຸນ ທົງ ໄຊຍະສານ ແລະ ທ່ານ ນາງ ຄອນສະຫວັນ ຍາຍມີວົງ. ເຂດເລືອກຕັ້ງເມືອງປາກກະດິງ ມີຜູ້ລົງສະໝັກຮັບເລືອກຕັ້ງ 7 ທ່ານ, ຍິງ 2 ທ່ານ, ໄດ້ຮັບການເລືອກຕັ້ງ ເປັນ ສສຂ ບໍລິຄຳໄຊ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ບຸນຄົບ ຈັນທະ ວົງ, ທ່ານ ນາງ ຟອງສະໝຸດ ພົງວິ ຈິດ, ທ່ານ ຖາວອນ ປະທຸມມະວັນ, ທ່ານ ດຣ. ລັດຕະນະ ພຣະສະຫວັດ ແລະ ທ່ານ ພັທ ສົມລິດ ບານທະວົງ. ເຂດເລືອກຕັ້ງເມືອງຄຳເກີດມີ ຜູ້ລົງສະໝັກຮັບເລືອກຕັ້ງ 7 ທ່ານ, ຍິງ 2 ທ່ານ, ໄດ້ຮັບການເລືອກຕັ້ງ ເປັນ ສສຂ ບໍລິຄຳໄຊ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ກີ່ ຊົງລ່າຫວ່າງ, ທ່ານ ນາງ ພິດສະໄໝ ແກ້ວວິເສດ, ທ່ານ ກິ່ງ ວັນນະລາ, ທ່ານ ແກ້ວ ອຸດອນ ເມືອງວົງ ແລະ ທ່ານ ລິນ ທອງ ອິນທິລາດ. ເຂດເລືອກຕັ້ງເມືອງວຽງທອງມີ ຜູ້ລົງສະໝັກຮັບເລືອກຕັ້ງ 7 ທ່ານ, ຍິງ 2 ທ່ານ, ໄດ້ຮັບການເລືອກຕັ້ງ ເປັນ ສສຂ ບໍລິຄຳໄຊ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ອາລຸນສັກ ປະທຳມະ ວົງ, ທ່ານ ເຄນພອນ ໄຊຍະຈັກ, ທ່ານ ຄອນສະຫວັນ ສຸກຂະເສີມ, ທ່ານ ນາງ ແສງເງິນ ຊາມຸນຕີ ແລະ ທ່ານ ພັທ ຈື່ຝື ເຈີ່ຢີຊົ່ງ. ເຂດເລືອກຕັ້ງເມືອງໄຊຈຳພອນ ມີຜູ້ລົງສະໝັກຮັບເລືອກຕັ້ງ 7 ທ່ານ, ຍິງ 3 ທ່ານ, ໄດ້ຮັບການເລືອກຕັ້ງ ເປັນ ສສຂ ບໍລິຄຳໄຊ 5 ທ່ານ, ຍິງ 1 ທ່ານຄື: ທ່ານ ໄກສອນ ຈັນສີນາ, ທ່ານ ຄຳປຸ່ນ ສີຫາລາດ, ທ່ານ ນາງ ສີລາວັນ ແສງໄມພອນ, ທ່ານ ວອນ ວິໄລ ສົມບັດມູນວົງ ແລະ ທ່ານ ສົມ ໃຈ ຫວ່າງ. ຊາດ ຢູ່ແຂວງວຽງຈັນ ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດການ ຈັດຕັ້ງປະຕິບັດແຕ່ລະບາດກ້າວ, ຄວາມເປັນລະບຽບຮຽບຮ້ອຍໃນ ຂະບວນການເລືອກຕັ້ງ ແລະ ຜົນ ການນັບຄະແນນໃນແຕ່ລະເຂດ ພ້ອມນັ້ນຄະນະກໍາມະການເລືອກ ຕັ້ງຂັ້ນເມືອງ ໄດ້ປະກອບຄຳເຫັນ ແລະ ສ້າງຄວາມເປັນເອກະພາບ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ທັງໝົດ ໄດ້ຜັດປ່ຽນກັນປະກອບຄຳ ເຫັນຢ່າງກົງໄປກົງມາ. ການປຶກສາ ຫາລືໄດ້ສຸມໃສ່ການແລກປ່ຽນ ບົດຮຽນຕົວຈິງຈາກພື້ນຖານ, ບັນ ຫາທີ່ພົບພໍ້ຢູ່ຂັ້ນເມືອງ ແລະ ວິທີ ການແກ້ໄຂ ເພື່ອສ້າງຄວາມເປັນເອ ກະພາບລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງໃຫ້ມີຄວາມແໜ້ນແຟ້ນ ຍິ່ງຂຶ້ນ ໂດຍໄດ້ເນັ້ນໜັກເຖິງຄວາມ ສຳຄັນຂອງການສະຫລຸບຕີລາຄາ ຄືນ ເພື່ອຊອກຫາດ້ານດີ ທີ່ຈະຕ້ອງ ໄດ້ສືບຕໍ່ເສີມຂະຫຍາຍ ແລະ ຂໍ້ຄົງ ຄ້າງທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າ. ໂອກາດນີ້, ທ່ານ ພູທະນູເພັດ ໄຊ ສົມບັດ ໄດ້ສັງລວມຄືນບັນດາເນື້ອ ໃນສຳຄັນ ແລະ ຕີລາຄາສູງຕໍ່ຄວາມ ຮັບຜິດຊອບ ຂອງຄະນະກຳມະການ ເລືອກຕັ້ງທຸກພາກສ່ວນ ທີ່ເຮັດໃຫ້ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຄັ້ງນີ້ ສຳເລັດຕາມ ຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ບຸນມາ ແກ້ວບຸດດາ ແຂວງ 23 ທ່ານ, ຄະນະບໍລິຫານ ງານ ສະຫະພັນແມ່ຍິງ 4 ຕົວເມືອງ ມີ 66 ທ່ານ. ຕະຫລອດໄລຍະ 1 ປີຜ່ານມາ ຄະນະສະຫະພັນແມ່ຍິງ ແຕ່ລະຂັ້ນໄດ້ຖືສໍາຄັນວຽກງານສຶກ ສາອົບຮົມການເມືອງ-ແນວຄິດເປັນ ຫລັກ ເພື່ອສຶກອົບຮົມໃຫ້ຖັນແຖວ ສະມາຊິກສະຫະພັນແມ່ຍິງ, ແມ່ ຍິງບັນດາເຜົ່າດ້ວຍຫລາຍວິທີ ທີ່ ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍ ໂດຍສະເພາະ ເຂົ້າຮ່ວມຮັບຟັງການ ເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆ ຂອງ ພັກ ຂອງລັດ ນໍາຄະນະພັກ-ອົງການ ປົກຄອງ ຈັດຂຶ້ນ ມີ 301 ຄັ້ງ, ມີ ຜູ້ເຂົ້າຮ່ວມ 2.305 ເທື່ອຄົນ, ຍິງ 1.954 ເທື່ອຄົນ, ແມ່ຍິງກວມ 84,77%, ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານມູນເຊື້ອປະ ຫວັດສາດຂອງຊາດ, ຂອງພັກ, ມູນ ເຊື້ອວັດທະນະທຳອັນດີງາມຂອງ ຊາດ, ຂອງແມ່ຍິງລາວ, ລັດຖະທໍາ ມະນູນ, ກົດໝາຍ, ກົດລະບຽບສະ ຫະພັນແມ່ຍິງ, ການສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ, ການສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ, ແນວ ທາງການຕ່າງປະເທດ, ວຽກງານ ເສດຖະກິດ-ສັງຄົມ ບັນດາສົນທິ ສັນຍາສາກົນ ທີ່ພົວພັນເຖິງຜົນ ປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ, ນິຕິກຳ ແລະ ເອກະ ສານສໍາຄັນອື່ນໆ ໄດ້ 246 ຄັ້ງ, ມີ ຜູ້ເຂົ້າຮ່ວມ 6.426 ເທື່ອຄົນ, ຍິງ 4.575 ເທື່ອຄົນ, ໄດ້ໂຄສະນາ ວຽກງານສະຫະພັນແມ່ຍິງຜ່ານສື່ ຂອງສະຫະພັນແມ່ຍິງ ແລະ ສື່ອື່ນໆ ອອກຂ່າວຜ່ານເຟສບຸກອອກຂ່າວ ທາງວິທະຍຸ-ໂທລະພາບ ໄດ້ 329 ຂ່າວ, ສົ່ງໃຫ້ສູນກາງສະຫະພັນແມ່ ຍິງລາວ 14 ຂ່າວ, ພ້ອມນັ້ນກໍໄດ້ ປັບປຸງ ແລະ ຂະຫຍາຍການຈັດຕັ້ງ ສໍາເລັດຕາມລະບຽບການ, ໄດ້ເອົາ ໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ສະ ຫະພັນແມ່ຍິງຮາກຖານ/ໜ່ວຍ ອ້ອມ ຂ້າງແຂວງ ຈັດກອງປະຊຸມວຽກ ງານສໍາເລັດ 64%, ສໍາລັບຂັ້ນ ເມືອງສໍາເລັດ 100%; ໄດ້ປັບ ປຸງກົງຈັກການຈັດຕັ້ງສະຫະພັນ ແມ່ຍິງຮາກຖານ/ໜ່ວຍ ທີ່ມີການ ຍຸບ, ໂຮມເຂົ້າກັນ, ເປັນເຈົ້າການ ຂະຫຍາຍສະມາຊິກສະຫະພັນແມ່ ຍິງໄດ້ 100% ສາມາດຂະຫຍາຍ ສະມາຊິກໃນເກນອາຍຸ 15 ປີຂຶ້ນໄປ ໄດ້ 153 ຄົນ, ປັດຈຸບັນສະຫະພັນ ແມ່ຍິງຮາກຖານ, ໜ່ວຍອ້ອມຂ້າງ ແຂວງ ແລະ ສະຫະພັນແມ່ຍິງເມືອງ ອົງການຈັດຕັ້ງ ສະຫະພັນແມ່ຍິງ ມີ 483 ຮາກຖານ/ໜ່ວຍ, ໃນນີ້ ມີ 141 ຮາກຖານ 342 ໜ່ວຍ, ໄດ້ຮັບເງິນບຳລຸງ (ສະຕິ) ນໍາ ສ ະ ມ າ ຊິ ກ ສ ະ ຫ ະ ພັ ນ ແ ມ່ ຍິ ງ 28.174.0000 ກີບ ໃນນັ້ນ, ຂັ້ນ ແຂວງ 12.842.000 ກີບ, ຂັ້ນ ເມືອງ 15.332.000 ກີບ ຊຶ່ງ ເງິນດັ່ງກ່າວໄດ້ນໍາໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານ ຂອງ ສະຫະພັນແມ່ຍິງແຕ່ລະຂັ້ນ, ໄດ້ ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມ ສາມາດທາງດ້ານວິຊາສະເພາະ ແລະ ທິດສະດີການເມືອງຢ່າງຕໍ່ ເນື່ອງຢູ່ພາຍໃນປະເທດ ແລະ ຕ່າງ ປະເທດ, ໄດ້ປະຕິບັດນະໂຍບາຍໃຫ້ ແກ່ພະນັກງານ-ລັດຖະກອນເພດ ຍິງ ເຈັບເປັນ, ເກີດລູກ, ພົບຄວາມ ຫຍຸ້ງຍາກ, ເສຍຊີວິດ, ສະມາຊິກ ສະຫະພັນແມ່ຍິງມີຜົນງານດີເດັ່ນ ໄດ້ຮັບການຍ້ອງຍໍ, ຊົມເຊີຍປະເພດ ຕ່າງໆ ແລະ ໄດ້ຮັບການເລື່ອນຊັ້ນ, ເລື່ອນຂັ້ນເງິນເດືອນ, ມີ 125 ຄົນ, ເລື່ອນຕຳແໜ່ງບໍລິຫານລັດ 17 ຄົນ, ລົງຢ້ຽມຢາມມອບເຄື່ອງອຸປະໂພກບໍລິໂພກ ພ້ອມທັງພົບປະໂອ້ລົມກຸ່ມ ນັກໂທດຍິງທີ່ຄ້າຍຄຸມຂັງ-ດັດສ້າງ ແຂວງ ເນື່ອງໃນໂອກາດວັນສ້າງ ຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງ ລາວ ຄົບຮອບ 70 ປີ, ໄດ້ຈັດກອງ ປະຊຸມຄົ້ນຄວ້າປະເມີນພະນັກງານລັດຖະກອນ ທີ່ມີມາດຖານເງື່ອນໄຂ ຮັບຫລຽນກາ 50 ປີ ພ້ອມທັງສະ ຫລຸບວຽກງານແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ, ໃຫ້ຄໍາປຶກສາປົກປ້ອງສິດຜົນ ປະໂຫຍດຂອງແມ່ຍິງ-ເດັກ, ໄດ້ລົງ ເຜີຍແຜ່ວຽກງານໃຫ້ຄໍາປຶກສາ ໃນ 4 ຕົວເມືອງ 6 ຄັ້ງ ມີຜູ້ເຂົ້າຮ່ວມ 248 ເທື່ອຄົນ, ເຂົ້າຮ່ວມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃນການ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ 3 ຄັ້ງ, ເຂົ້າຮ່ວມວາງແຜນວຽກ ກ່ຽວກັບການລົງຢ້ຽມຢາມບ້ານ ຂອງອາສາສະໝັກຂັ້ນບ້ານ ອສບ ໃນການໃຫ້ຄໍາປຶກສາ ແລະ ສຸຂະ ພາບຈະເລີນພັນແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມຊຸມຊົນ 6 ຄັ້ງ, ມີ 6 ບ້ານ. ພ້ອມດຽວກັນ, ຍັງໄດ້ວາງທິດ ທາງແຜນການຈັດຕັ້ງປະຕິບັດໜ້າທີ່ ວຽກງານຢ່າງລະອຽດ ເພື່ອເຮັດໃຫ້ ວຽກງານສະຫະພັນແມ່ຍິງແຂວງ ໄດ້ຮັບຜົນສຳເລັດ ແລະ ມີການ ພັດທະນາດີຂຶ້ນຢ່າງຕໍ່ເນື່ອງ. ຂະນະ ດຽວກັນໃນກອງປະຊຸມ ກໍໄດ້ຜັດ ປ່ຽນກັນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ພ້ອມທັງໄດ້ມອບ ໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ຜູ້ ທີ່ມີຜົນງານດີເດັ່ນໄລຍະຜ່ານມາ ຕື່ມອີກ. ຫ້ອງການຄະນະຈັດຕັ້ງເມືອງເງິນ ໄດ້ລາຍງານຜົນການກວດກາ ປະເມີນຄືນການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ຢູ່ເມືອງເງິນ ແຕ່ປີ2021-2025 ຊຶ່ງສັງລວມ ການປະເມີນຜົນການສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ 5 ດ້ານ, 47 ຕົວຊີ້ບອກ: ດ້ານກໍ ສ້າງພັກ-ພະນັກງານ ລວມມີ 8 ຕົວຊີ້ບອກ ບັນລຸ 95,82%, ດ້ານ ການປົກຄອງ ແລະ ຄຸ້ມຄອງບໍລິ ຫານ ລວມມີ 4 ຕົວຊີ້ບອກ ບັນລຸ 97,5%, ດ້ານເສດຖະກິດ-ການ ເງິນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີ 18 ຕົວ ຊີ້ບອກ ບັນລຸ 93,88%, ດ້ານ ວັດທະນະທຳ-ສັງຄົມ ມີ 11 ຕົວ ຊີ້ບອກ ບັນລຸ 90,90%, ດ້ານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ມີ 6 ຕົວຊີ້ບອກບັນລຸ 99,16%. ສຳລັບການສັງລວມ ຜົນການປະເມີນ ການສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ, 47 ຕົວຊີ້ບອກ ບັນລຸ ໄດ້ 95,92%. ສ່ວນຜົນການສ້າງ ບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ, 30 ຕົວຊີ້ບອກ ທົ່ວເມືອງ ເງິນ: ດ້ານລະບົບການເມືອງ-ການ ປົກຄອງປະຊາທິປະໄຕປະຊາຊົນ ທີ່ເຂັ້ມແຂງ ລວມ 4 ຕົວຊີ້ບອກ ບັນລຸ 90%, ສົ່ງເສີມການຜະລິດ ເປັນສິນຄ້າ ແລະ ການບໍລິການ ເປັນວຽກງານໃຈກາງ ຂອງການ ສ້າງບ້ານພັດທະນາຕິດພັນກັບການ ປົກປັກຮັກສາຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ລວມ 14 ຕົວຊີ້ບອກ ບັນລຸ 93,64%; ພັດທະນາວັດທະນະທຳ-ສັງຄົມ ລວມ 7 ຕົວຊີ້ບອກ ບັນລຸ 97,14%, ຮັບປະກັນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານ ຢູ່ຮາກຖານ ສ້າງໃຫ້ ໄດ້ບ້ານປ້ອມໝັ້ນ ແລະ ກຸ່ມບ້ານ ສູ້ຮົບຕິດລຽນ ລວມ 5 ຕົວຊີ້ບອກ ບັນລຸ 97%, ສັງລວມຜົນການ ສ້າງບ້ານເປັນຫົວໜ່ວຍພັດທະນາ ທັງ 4 ດ້ານ, 30 ຕົວຊີ້ບອກບັນລຸ 95,19%. ຂ່າວ: ອິນແປງ ແຫວນຄໍາ y

RkJQdWJsaXNoZXIy MTc3MTYxMQ==