7226

vksko 5 \6j ,u 75 oxt3spf 8+ Ij k'dkpco;.f xtgmf]k; 6 02/03/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມີໄຊ l;ooEmy fkgra f lt4komu j mj v'mj P; 8y fra oda [dkozt]y fdtly dec[[pn opq ' ຕÄ່ າ‹¤—ັ—‹່¡ນ dkodtmezy f8+ 7;k,lts'q [0v'-kf ພົນລະເມືອງລາວຜູ້ໃດ ທີ່ໄດ້ ເຄື່ອນໄຫວເກັບກຳຂ່າວ, ຂໍ້ມູນ, ວັດຖຸ, ການດໍາເນີນງານ ຫລື ເອ ກະ ສານທາງຄອມພິວເຕີ ຫລື ເອກະ ສານກ່ຽວກັບຄວາມລັບຂອງລັດ ຫລື ຄວາມລັບທາງລັດຖະການ ສົ່ງ ໃຫ້ຄົນຕ່າງປະເທດ ຫລື ອົງການ ຈັດຕັ້ງຕ່າງປະເທດ ເພື່ອໃຊ້ເປັນ ຂໍ້ມູນກໍ່ຄວາມເສຍຫາຍ ຫລື ມ້າງ ເພ ສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ຈະຖືວ່າໄດ້ກະທໍາ ຜິດໃນສະຖານທໍລະຍົດຕໍ່ຊາດ ແລະ ຈະຖືກລົງໂທດ ຕາມມາດຕາ 110 ຂອງປະມວນກົດໝາຍສະບັບນີ້. ການກະກຽມໃຫ້ແກ່ການກະທຳ ຜິດ, ຄວາມພະຍາຍາມກໍ່ການກະ ທຳຜິດກໍຈະຖືກລົງໂທດ. ມາດຕາ 113ການລ່ວງລະເມີດ ດິນແດນ ຊຶ່ງແຕະຕ້ອງເຖິງຄວາມ ສະຫງົບຂອງຊາດ; ບຸກຄົນໃດທີ່ ຖືອາວຸດ ຫາກໄດ້ລ່ວງລະເມີດດິນ ແດນຂອງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຊຶ່ງເປັນ ການແຕະຕ້ອງເຖິງຄວາມສະຫງົບ ຂອງຊາດຈະຖືກລົງໂທດຕັດອິດສະ ລະພາບ ແຕ່ຫ້າປີ ຫາ ສິບຫ້າປີ ແລະ ຈະຖືກປັບໃຫມ ແຕ່ 5.000.000 ກີບ ຫາ 150.000.000 ກີບ. ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ. ມາດຕາ 114 ການປອງຮ້າຍ; ບຸກຄົນໃດ ຫາກໄດ້ທຳຮ້າຍຮ່າງ ກາຍຜູ້ນຳຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນ ໃສ່ທຳລາຍມ້າງເພອຳນາດແຫ່ງ ລັດ ຫລື ເຮັດໃຫ້ອຳນາດແຫ່ງລັດ ອ່ອນເພຍ ຈະຖືກລົງໂທດຕັດອິດສະ ລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 150.000.000 ກີບ. ໃນກໍລະນີທີ່ການປອງຮ້າຍນັ້ນ ຫາກໄດ້ເຮັດໃຫ້ເສຍຊີວິດ ຈະຖືກ ລົງໂທດຕັດອິດສະລະພາບຕະ ຫລອດຊີວິດ ແລະ ຈະຖືກປັບໃໝ ແຕ່ 150.000.000 ກີບ ຫາ 1.000.000.000 ກີບ ຫລື ປະ ຫານຊີວິດ. ບຸກຄົນໃດຫາກໄດ້ທຳຮ້າຍຮ່າງ ກາຍຜູ້ຕາງໜ້າອຳນາດແຫ່ງລັດ, ພະນັກງານ, ບຸກຄົນທີ່ເຄື່ອນໄຫວ ວຽກງານຂອງອົງການຈັດຕັ້ງ ຂອງລັດ ຫລື ຂອງສັງຄົມ ແນໃສ່ ເຮັດໃຫ້ອຳນາດແຫ່ງລັດອ່ອນເພຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫ້າປີ ຫາ ສິບປີ ແລະ ຈະຖືກ ປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີທີ່ການປອງຮ້າຍນັ້ນ ຫາກໄດ້ເຮັດໃຫ້ເສຍຊີວິດ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສິບປີ ຫາ ຊາວປີ ແລະ ຈະຖືກປັບ ໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ ຫລື ຕັດອິດ ສະລະພາບຕະຫລອດຊີວິດ ແລະ ຈະຖືກປັບໃໝ ແຕ່ 150.000.000 ກີບ ຫາ 500.000.000 ກີບ ຫລື ປະຫານຊີວິດ. ບຸກຄົນໃດຫາກໄດ້ທຳຮ້າຍຮ່າງ ກາຍຜູ້ນຳ, ສະມາຊິກຄອບຄົວ ຫລື ຄະນະຕິດຕາມທີ່ມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ຜູ້ຕາງໜ້າຂອງ ລັດຕ່າງປະເທດ ຫລື ຂອງອົງການ ຈັດຕັ້ງສາກົນ ຫລື ສະມາຊິກຄອບ ຄົວ ທີ່ເຮັດວຽກຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນ ໃສ່ແບ່ງແຍກ, ທຳລາຍສາຍພົວພັນ ລະຫວ່າງຊາດ ຫລື ກໍ່ໃຫ້ເກີດສົງ ຄາມ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ຫ້າ ປີ ຫາ ສິບຫ້າປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 150.000.000 ກີບ. ໃນກໍລະນີທີ່ການປອງຮ້າຍ ນັ້ນ ຫາກໄດ້ເຮັດໃຫ້ເສຍຊີວິດ ຈະຖືກລົງໂທດຕັດອິດສະລະພາບ ຕະຫລອດຊີວິດ ແລະ ຈະຖືກປັບ ໃໝ ແຕ່ 150.000.000 ກີບ ຫາ 1.000.000.000 ກີບ ຫລື ປະຫານຊີວິດ. ນອກຈາກໂທດທີ່ກ່າວມາເທິງນີ້ ແລ້ວ ຍັງອາດຈະຖືກຮິບຊັບ ແລະ ອາດຈະຖືກຈຳກັດທີ່ຢູ່. ການກະ ກຽມໃຫ້ແກ່ການກະທຳຜິດ, ຄວາມ ພະຍາຍາມກໍ່ການກະທຳຜິດກໍຈະ ຖືກລົງໂທດ. ພໍ້ກັນໃໝ່ສະບັບໜ້າ. ຂປລ. ດັ່ງທີ່ເຮົາຮູ້ແລ້ວວ່າ, ອາ ຫານ 5 ໝູ່ ແມ່ນກຸ່ມສານອາຫານ ທີ່ຈຳເປັນຕໍ່ຮ່າງກາຍຂອງຄົນເຮົາ ໃນແຕ່ລະມື້, ໃຫ້ພະລັງງານ, ເສີມ ສ້າງການຊີ້ນ, ສ້າງພູມຕ້ານທານ ແລະ ບຳລຸງອະໄວຍະວະຕ່າງໆໃຫ້ ເຮັດວຽກເປັນປົກກະຕິ, ພ້ອມນັ້ນ ການກິນອາຫານໃຫ້ຄົບ 5 ໝູ່ ຈະ ເຮັດໃຫ້ຮ່າງກາຍຂອງຄົນເຮົາໄດ້ ຮັບສານການອາຫານຄົບຖ້ວນ ແລະ ຄວນກິນໃນປະລິມານທີ່ເໝາະ ສົມ ເພື່ອເສີມສ້າງສຸຂະພາບໃຫ້ ແຂງແຮງ ແລະ ຫລຸດຜ່ອນຄວາມ ສ່ຽງຕໍ່ການເກີດພະຍາດຕ່າງໆນຳ ອີກ. ສະນັ້ນ, ມື້ນີ້ຜູ້ຂຽນຈຶ່ງຂໍນຳ ສະເໜີຄຸນປະໂຫຍດຂອງອາຫານ 5 ໝູ່ ໂດຍມີລາຍລະອຽດດັ່ງນີ້: 1. ໂປຣຕິນ (1Sotein) ຫລື ທາດຊີ້ນ: ມີຢູ່ໃນຊີ້ນສັດ, ໄຂ່, ນົມ, ຖົ່ວ (ຖົ່ວເຫລືອງ, ທັນຍາພືດ). ໂປຣຕິນ ເປັນທາດອາຫານທີ່ ສຳຄັນທີ່ສຸດໃນຮ່າງກາຍ,ຈະຊ່ວຍ ເສີມສ້າງການຈະເລີນເຕີບໂຕຂອງ ຮ່າງກາຍເຮັດໃຫ້ຮ່າງກາຍໃຫຍ່ ສູງ, ແຂງແຮງ, ມີຄວາມຕ້ານ ທານຕໍ່ເຊື້ອພະຍາດໄດ້ດີຂຶ້ນ.ໃນ ດ້ານໂພຊະນາການ. ໂປຣຕິນເປັນ ສານອາຫານທີ່ໃຫ້ພະລັງງານ ຄື ໂປຣຕິນ 1 ກຣາມ ຈະໃຫ້ພະລັງ ງານ 4 ແຄຣໍຣີ່; ມັນເປັນສ່ວນປະ ກອບຂອງຮ່າງກາຍທີ່ມີປະລິມານ ຫລາຍເປັນລຳດັບສອງ ຮອງຈາກ ນໍ້າ. ນອກຈາກນັ້ນ, ໂປຣຕິນຍັງມີ ໂດຍ: ¨ງ¤ ວັນ ໜ້າທີ່ສ້າງໃຍຄໍລາເຈນໃຕ້ຊັ້ນຜິວ ໜັງໃນຮ່າງກາຍ ຊ່ວຍໃຫ້ຜິວໜັງມີ ຄວາມເຕັ່ງຕຶງ ແລະ ຊ່ວຍເຮັດໃຫ້ ຈຸລັງ ຢຶດຕິດກັນ ທັງຊ່ວຍປົກປ້ອງ ຮ່ອງຮອຍກ່ອນໄວໄດ້ ແລະ ຍັງ ຊ່ວຍເພີ່ມຄວາມແຂງແຮງຂອງຈຸ ລັງຜົມ ແລະ ເລັບອີກດ້ວຍ. 2. ຄາໂບໄຮເດຣດ (DaSCoIZESate) ຫລື ທາດແປ້ງ: ມີ ຢູ່ໃນເຂົ້າ, ແປ້ງ, ນ້ຳຕານ, ເຜືອກ, ມັນ ຊຶ່ງແຫລ່ງພະລັງງານຫລັກ ເປັນ ນ້ຳມັນ ໃຫ້ຮ່າງກາຍໃຊ້ໃນ ການເຄື່ອນໄຫວ ແລະ ເວລາອອກ ກຳລັງກາຍ; ຊ່ວຍໃຫ້ສະໝອງເຮັດ ວຽກໄດ້ດີ ເພາະນ້ຳຕານຈາກຕາ ໂປໄຣເດຣດ ແມ່ນອຫານທີ່ສຳຄັນ ຂອງສະໝອງ ແລະ ລະບົບປະສາດ. ຄາໂບໄຮເດຣດ 1 ກຣາມ ໃຫ້ພະ ລັງງານເທົ່າ 4 ແຄຣໍຣີ່. 3. ເກືອແຮ່ ຫລື ແຮ່ທາດ: ມີ ຢູ່ໃນພືດ ແລະ ຜັກຊະນິດຕ່າງໆ, ມັນ ເປັນສານອາຫານອີກປະເພດໜຶ່ງທີ່ ຮ່າງກາຍຕ້ອງການ ແລະ ຂາດບໍ່ໄດ້ ເພາະແຮ່ທາດບາງຊະນິດເປັນສ່ວນ ປະກອບຂອງອະໄວຍະວະ ແລະ ກ້າມຊີ້ນ. ພ້ອມນັ້ນຍັງຊ່ວຍໃຫ້ ລະບົບຂັບຖ່າຍດີ ເພາະຜັກມີເສັ້ນ ໃຍ ('iCeS) ສູງຊ່ວຍປ້ອງກັນອາ ການທ້ອງຜູກ; ບຳລຸງຜິວພັນ ແລະ ສາຍຕາ (ຊ່ວຍໃຫ້ຜິວພັນສົດໃສ ແລະ ບຳລຸງສາຍຕາໃຫ້ແຈ່ມໃສ) ແລະ ຄວບຄຸມການເຮັດວຽກຂອງ ຮ່າງກາຍ (ຊ່ວຍໃຫ້ອະໄວຍະວະ ຕ່າງໆ ເຮັດວຽກໄດ້ເປັນປົກກະຕິ). 4. ວິຕາມິນ: ມີຢູ່ໃນໝາກໄມ້ຊະ ນິດຕ່າງໆ, ມັນເປັນສານອາຫານທີ່ ຮ່າງກ່າຍຂອງເຮົາຕ້ອງການໃນປະ ລິມານໜ້ອຍ ແຕ່ກໍບໍ່ສາມາດຂາດ ຈາກມັນໄດ້ ເພາະຖ້າຂາດວິຕາມິນ ຈະເຮັດໃຫ້ລະບົບຮ່າງກາຍຂອງ ເຮົາຜິດປົກກະຕິ ຫລື ເກີດພະຍາດ ຕ່າງໆໄດ້. ແນວໃດກໍດີ, ວິຕາມິນ ຈາກໝາກໄມ້ສ້າງພູມຕ້ານທານ ໄດ້ດີ ເພາະໝາກໄມ້ສ່ວນຫລາຍມີວິ ຕາວິນເຊ($)ສູງຊ່ວຍປ້ອງກັນໄຂ້ ຫວັດແລະ ເຮັດໃຫ້ເຫືອກແຂງແຮງ, ມີສານຕ້ານອະນຸມູນອິດສະລະ. 5. ໄຂມັນ: ມີຢູ່ໃນສັດຊະນິດ ຕ່າງໆ ແລະ ຈາກພືດຊະນິດຕ່າງໆ. ອັນທີ່ໃຫ້ພະລັງງານທີ່ມີສ່ວນປະ ກອບຫລັກ ຄື ທີ່ໄຕຣກຣີເຊີໄຣ (tSigMZDeSiEe), ໄຂມັນ 1 ກຣາມ ໃຫ້ພະລັງງານ ແຄຣໍຣີ່. ໃນຂະ ນະທີ່ ໂປຣຕິນ ແລະ ຄາໂບໄຮເດຣດ ໃຫ້ພະລັງງານ 4 ແຄຣໍຣີ່. ປະໂຫຍດ ຂອງໄຂມັນ ໃຫ້ພະລັງງານ ແລະ ໃຫ້ຄວາມອົບອຸ່ນແກ່ຮ່າງກາຍ, ຊ່ວຍໃນການດູດຊຶມຂອງວິຕາມິນ ທີ່ລະລາຍໃນໄຂມັນ. ສະນັ້ນ, ການກິນອາຫານຄົບ 5 ໝູ່ໃນປະລິມານທີ່ເໝາະສົມໃນ ແຕ່ລະມື້ຈະຊ່ວຍໃຫ້ຮ່າງກາຍສົມ ບູນ, ຫລຸດຄວາມສ່ຽງຈາການຂາດ ສານອາຫານ ແລະ ປ້ອງກັນການ ເກີດພະຍາດຕ່າງໆ ເຊັ່ນ: ພະຍາດ ເບົາຫວານ, ພະຍາດຫົວໃຈ. ຂປລ. ສວນນໍ້າທິດາເພັດ ຈາກ ນະຄອນປາກເຊ ແຂວງຈໍາປາສັກ ອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ ພວມໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າ ສວນແຫ່ງນີ້ເປັນສູນລວມການ ຮຽນຮູ້ ດ້ານການປູກຝັງ-ລ້ຽງສັດ ໂດຍມີການຈັດໂຊນຕ່າງໆຢ່າງ ສວຍງາມ ເປັນຕົ້ນ ການປູກເຂົ້າ, ປູກຕົ້ນໄມ້ໃຫ້ໝາກ, ລ້ຽງສັດ ແລະ ການທ່ອງທ່ຽວທາງທໍາມະຊາດ ໂດຍພັດທະນາປັບປຸງແຄມຫ້ວຍ ໂຕະໂໝະ, ເຮັດກັນເຈື່ອນ, ປູກຕົ້ນ ໄມ້ປະດັບເພື່ອຮັກສາພື້ນທີ່ສີຂຽວ ໃຫ້ມີຄວາມສວຍສົດງົດງາມ. ທ່ານ ທອງສະຫວັນ ແສນພິ ລາວົງສາ ເຈົ້າຂອງສວນນໍ້າທິດາ ເພັດ ໄດ້ໃຫ້ຮູ້ວ່າ: ຄອບຄົວຂອງ ຂ້າພະເຈົ້າ ເປັນນັກວິສະວະກອນ ກໍ່ສ້າງ, ດ້ວຍຄວາມຮັບຮູ້-ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ-ລັດ, ກ່ຽວກັບການພັດທະນາເສດຖະກິດ ເວົ້າລວມ, ເວົ້າສະເພາະ ແມ່ນການ ພັດທະນາ, ສົ່ງເສີມການທ່ອງທ່ຽວ ໃນຮູບແບບກະສິກຳ ໂດຍຖືເອົາ ວຽກງານກະສິກຳ ເປັນບຸລິມະສິດ ໜຶ່ງ ໃນການພັດທະນາເສດຖະກິດສັງຄົມ ເພື່ອສົ່ງເສີມການຜະລິດ ເປັນສິນຄ້າ, ການບໍລິການສ້າງ ວຽກເຮັດງານທໍາ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ. ໃນປີ 200 ຂ້າພະເຈົ້າ ໄດ້ຮັບ ການມອບໂອນກໍາມະສິດນໍາໃຊ້ ທີ່ດິນຕອນດັ່ງກ່າວ ຈໍານວນ 4,5 ເຮັກຕາ, ຕັ້ງຢູ່ບ້ານຫລັກ 40 ຫ່າງ ຈາກສໍານັກງານເມືອງ 00 ແມັດ ຊຶ່ງເປັນຕອນດິນທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ມີຄວາມສວຍ ສົດງົດງາມ, ມີແຫລ່ງນໍ້າທໍາມະ ຊາດໄຫລຜ່ານຕະຫລອດປີ ຈຶ່ງເປັນ ແຮງບັນດານໃຈເຮັດໃຫ້ຄອບຄົວ ຂ້າພະເຈົ້າ ຕັດສິນໃຈລິເລີ່ມສ້າງ ດິນຕອນນີ້ເປັນສວນສາທິດ ໃຫ້ກັບ ລູກໆໃນໄວເດັກ ເພື່ອເປັນການປູກ ຈິດສໍານຶກ ໃຫ້ຮັກ ແລະ ຫວງແຫນ ໃນຄວາມງາມຂອງທໍາມະຊາດ ຈຶ່ງ ໄດ້ນໍາໃຊ້ແຫລ່ງທຶນສ່ວນຕົວເຂົ້າ ໃນການພັດທະນາການປູກ-ການ ລ້ຽງແບບຄອບຄົວ. ມາຮອດປີ 2013-2014 ຍ້ອນເຫັນໄດ້ເຖິງ ເງື່ອນໄຂ ແລະ ໂອກາດໃນການ ພັດທະນາພື້ນທີ່ດັ່ງກ່າວໃຫ້ກາຍ ເປັນສະຖານທີ່ທ່ອງທ່ຽວທາງທໍາ ມະຊາດ ຕິດພັນກັບການຜະລິດກະ ສິກໍາແບບຍືນຍົງ ຈຶ່ງໄດ້ຂະຫຍາຍ ເນື້ອທີ່ຕື່ມອີກ ລວມເປັນ 85 ເຮັກ ຕາ ໄດ້ແບ່ງອອກເປັນ 4 ໂຊນ ຄື: ປູກເຂົ້າ, ປູກຕົ້ນໄມ້ໃຫ້ໝາກ, ລ້ຽງ ສັດ ແລະ ການທ່ອງທ່ຽວທາງທໍາ ມະຊາດ ໂດຍມີການພັດທະນາປັບ ປຸງແຄມຫ້ວຍໂຕະໂໝະ, ເຮັດກັນ ເຈື່ອນ, ປູກຕົ້ນໄມ້ປະດັບຮັກສາພື້ນ ທີ່ໃຫ້ມີຄວາມສວຍສົດງົດງາມ ແລະສີຂຽວ. ຕົກມາຮອດປີ2015- 2018 ສະຖານທີ່ແຫ່ງນີ້ ໄດ້ຮັບ ຄວາມນິຍົມຈາກສັງຄົມເປັນຢ່າງ ດີ ໃນດ້ານການທ່ອງທ່ຽວສີຂຽວ ຈຶ່ງໄດ້ຂະຫຍາຍສະຖານທີ່ບໍລິການ ໃຫ້ພຽງພໍກັບແຂກທີ່ເຂົ້າມາຢ້ຽມ ຊົມ ດ້ວຍການເປີດຮ້ານອາຫານ ບໍລິການ ວັນເສົາ-ອາທິດ ແລະ ເທ ສະການວັນສໍາຄັນຕ່າງໆ, ຄຽງຄູ່ ກັນນີ້ພວກເຮົາໄດ້ເລີ່ມປູກຕົ້ນໄມ້ ໃຫ້ໝາກ ແລະ ລ້ຽງສັດຈໍານວນ ໜຶ່ງ ເຊັ່ນ: ລ້ຽງປາ, ງົວ, ໝູປ່າ. ມາຮອດ 201 -2023 ພວກຂ້າ ພະເຈົ້າ ໄດ້ຮັບຜົນກະທົບຢ່າງໜັກ ໜ່ວງຈາກໄພພິບັດນໍ້າຖ້ວມ, ຈາກ ພະຍາດໂຄວິດ-1 ແລະ ວິກິດ ການໄພເງິນເຟີ້, ແຕ່ເຖິງຢ່າງໃດ ກໍຕາມພວກຂ້າພະເຈົ້າ ກໍບໍ່ໄດ້ລົດ ລະໃນຄວາມພະຍາຍາມ ໄດ້ຫັນວິ ກິດໃຫ້ກາຍເປັນໂອກາດ ໂດຍໄດ້ ມີການປັບປຸງພື້ນທີ່ທໍາການຜະລິດ ໃນຂອບເຂດເນື້ອທີ່ 60 ເຮັກຕາ, ເປັນໂຊນທ່ອງທ່ຽວ 4 ເຮັກຕາ ຂອງຈໍານວນເນື້ອທີ່ທັງໝົດ ເພື່ອ ໃຫ້ສອດຄ່ອງຕາມແຜນພັດທະນາ ເສດຖະກິດ ຈຶ່ງໄດ້ຂໍອະນຸຍາດຈົດ ທະບຽນດຳເນີນທຸລະກິດ ເປັນ ທິດາເພັດຟາມຂຶ້ນ ຊຶ່ງໄດ້ຮັບເງິນ ສະໜັບສະໜູນ ຈາກທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາ ນວນໜຶ່ງ ເປົ້າໝາຍແມ່ນເພື່ອພັດ ທະນາເປັນແຫລ່ງທ່ອງທ່ຽວ ໃນ ຮູບແບບກະສິກຳ. ເລີ່ມແຕ່ກາງປີ 2024 ຈົນຮອດປັດຈຸບັນ ໄດ້ມີການ ປັບປຸງຮ້ານອາຫານ ສະຖານບໍລິ ການພັກຜ່ອນ, ມີການບໍລິການແບບ ແຄັມປິງ, ມີສັດລ້ຽງໄວ້ໃຫ້ນັກ ທ່ອງທ່ຽວຊົມ ເປັນຕົ້ນແມ່ນ ນົກກະ ຈອກເທບ, ແກະ, ນົກຍຸງແລະອື່ນໆ. ສັງລວມແລ້ວ ຕະຫລອດໄລຍະ 5 ປີຜ່ານມາ ມີນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ໃນໄລຍະເປີດບໍລິການ ທຸກວັນເສົາ-ອາທິດ ແລະ ວັນເທສະ ການຕ່າງໆ ມີປະມານ 3.5004.000 ເທື່ອຄົນຕໍ່ປີ, ສ້າງລາຍຮັບ ໄດ້ປະມານ 400 ລ້ານກີບຕໍ່ປີ. ທ່ານ ທອງສະຫວັນ ແສນພິລາ ວົງສາກ່າວຕື່ມວ່າ: ເຖິງວ່າທຸລະກິດ ແຫລ່ງທ່ອງທ່ຽວຂອງຂ້າພະເຈົ້າ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງ ຕ້ອງການທາງດ້ານການທ່ອງ ທ່ຽວ ກໍຄື ການຊົມໃຊ້ບໍລິການຂອງ ນັກທ່ອງທ່ຽວ ເຫັນວ່າ ຍັງມີບາງ ດ້ານຕ້ອງໄດ້ປັບປຸງໃຫ້ດີຂຶ້ນກວ່າ ເກົ່າ ເພື່ອດຶງດູດນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດເຂົ້າມາ ໃຊ້ບໍລິການຫລາຍຂຶ້ນກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==