02/03/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ລາວຈະເປັນປະທານ... ສສກ ຕີລາຄາຄືນວຽກງານ... ຫສພ ປະກາດແຕ່ງຕັ້ງ... ເລີ່ມຈັດຕັ້ງປະຕິບັດແລ້ວ... ນຳສະເໜີເຄື່ອງດື່ມ... ຂປລ. ກະຊວງການຕ່າງປະ ເທດ ໃນນາມປະທານຄະນະກໍາມະ ການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ຈັດພິທີ ປະກາດການເປັນປະທານກອງ ປະຊຸມທົບທວນສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກ ຫວ່ານຮອບວຽນທີ 3 ປີ 2026 ໃນວັນທີ 27 ກຸມພາ 2026 ໂດຍ ມີທ່ານ ທອງສະຫວັນ ພົມວິຫານ ຂປລ. ຫ້ອງວ່າການສູນກາງ ພັກ (ຫສພ) ຈັດພິທີປະກາດ ພະນັກງານການນໍາພັກການຮັບ ອຸດໜູນບໍານານ ແລະ ປະກາດ ແຕ່ງຕັ້ງຕໍາແໜ່ງບໍລິຫານຂັ້ນຮອງ ຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 27 ກຸມພາ 2026 ໂດຍ ການເຂົ້າຮ່ວມຂອງສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງ ພັກ, ຫົວໜ້າຫ້ອງວ່າການສູນກາງ ພັກ, ມີສະມາຊິກພັກ-ພະນັກງານ ພາຍໃນ ຫສພ ເຂົ້າຮ່ວມ. ໃນພິທີ, ສະຫາຍ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າ ກົມຄຸ້ມຄອງພະນັກງານຄະນະ ຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິ ຕົກລົງຂອງຄະນະເລຂາທິການ ສູນກາງພັກ ເລກທີ 04/ຄລສພ, ນະຄອນວງວຽງຈັນ ລົງວັນທີ 23 ມັງກອນ 2026 ວ່າດ້ວຍການ ແຕ່ງຕັ້ງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເປັນຮອງ ຫົວໜ້າຫ້ອງວ່າການສູນກາງ ພັກ, ຜ່ານມະຕິຕົກລົງຂອງກົມ ການເມືອງສູນກາງພັກ, ສະບັບ ເລກທີ 07/ກມສພ, ນະຄອນຫລວງ ວຽງຈັນ, ລົງວັນທີ 16 ມັງກອນ ຂປລ. ການປັບປ່ຽນທິດທາງ ການສັນຈອນ ເສັ້ນທາງ ເພື່ອ ອໍານວຍຄວາມສະດວກໃນການ ແລ່ນລົດເມດ່ວນ (BRT) ເຂດ ໃຈກາງເມືອງໃນນະຄອນຫລວງ ວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດ ແລ້ວໃນວັນທີ 28 ກຸມພາ 2026 ເປັນຕົ້ນໄປ ຊຶ່ງພະແນກຕຳຫລວດ ຈະລາຈອນນະຄອນຫລວງວຽງ ຈັນ ໄດ້ເປັນເຈົ້າການວາງກຳລັງ ຫລາຍກວ່າ 100 ຄົນ ປະຈຳຢູ່ ແຕ່ລະຈຸດ ເພື່ອໂຄສະນາເຜີຍແຜ່, ແນະນຳໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະ ໜົນຮັບຮູ້ຢ່າງທົ່ວເຖິງ. ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫລວດຈະລາ ຈອນນະຄອນຫລວງວຽງຈັນ ໃຫ້ ສຳພາດໃນວັນທີ 28 ກຸມພາ 2026 ນີ້ວ່າ: ເພື່ອໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ ຖະໜົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ການປັບປ່ຽນທິດທາງການສັນຈອນ ໃນຕົວເມືອງນະຄອນຫລວງວຽງ ຈັນ ແລະ ເພື່ອເຮັດໃຫ້ການປັບ ປ່ຽນທິດທາງການສັນຈອນດຳເນີນ ໄປຕາມແຜນການທີ່ວາງໄວ້, ພະ ແນກຕໍາຫລວດຈະລາຈອນນະຄອນ ຫລວງວຽງຈັນ ໄດ້ເປັນເຈົ້າການ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍ ໄດ້ວາງກຳລັງຕຳຫລວດຈະລາ ຈອນທັງໝົດ 145 ສະຫາຍ ລົງປະ ຈຳຢູ່ແຕ່ລະເສັ້ນທາງ, ແຕ່ລະຈຸດ ຕາມທາງສາມແຍກ-ສີ່ແຍກຕ່າງໆ ທີ່ມີການປັບປ່ຽນທິດທາງການ ສັນຈອນ ຊຶ່ງແບ່ງອອກທັງໝົດ 63 ຈຸດ ເພື່ອແນະນຳ ແລະ ອຳນວຍ ຄວາມສະດວກໃຫ້ສັງຄົມ ກໍຄື ຜູ້ໃຊ້ ລົດໃຊ້ຖະໜົນເຂົ້າໃຈໃນການນໍາໃຊ້ ຮຽນທີ I ແລະ ທິດທາງແຜນການ ສໍາລັບພາກຮຽນທີ II ຂອງສົກຮຽນ 2025-2026; ລາຍງານຄວາມ ຄືບໜ້າໃນການຜັນຂະຫຍາຍມະຕິ ຂອງກອງປະຊຸມຜູ້ບໍລິຫານການ ສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025; ລາຍງານກ່ຽວກັບຜົນສໍາເລັດໃນ ການຈັດຕັ້ງປະຕິບັດຫລັກສູດສາ ມັນວິຊາຊີບຢູ່ໂຮງຮຽນກິນນອນ ຊົນເຜົ່າ ແລະ ທິດທາງໃນການ ຜັນຂະຫຍາຍຫລັກສູດດັ່ງກ່າວໄປ ສູ່ໂຮງຮຽນມັດທະຍົມຕອນປາຍ; ສະພາບການກໍ່ສ້າງ, ພັດທະນາຄູ, ການຮັບນັກສຶກສາໃນວິທະຍາໄລຄູ ແລະ ທິດທາງການປັບປຸງສະຖານ ການສຶກສາຄູໃນຕໍ່ໜ້າ; ເຜີຍແຜ່ ເຊື່ອມຊຶມຄໍາແນະນໍາກ່ຽວກັບການ ປັບປຸງກົງຈັກການຈັດຕັ້ງກະຊວງ, ຄໍາແນະນໍາວ່າດ້ວຍການແກ້ໄຂ ການສອນຫ້ອງຄວບ ແລະ ຄໍາແນະ ນໍາກ່ຽວກັບການປັບປຸງກົງຈັກການ ຈັດຕັ້ງຂອງວິທະຍາໄລຄູ. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ ການຄົ້ນຄວ້າປະກອບຄໍາເຫັນຢ່າງ ກວ້າງຂວາງ ແລະ ເລິກເຊິ່ງຂອງ ຜູ້ບໍລິຫານການສຶກສາທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ, ກອງປະຊຸມ ໄດ້ມີຄວາມເປັນເອກະພາບ ແລະ ຕົກລົງບາງບັນຫາເຂົ້າເປັນມະຕິ ກອງປະຊຸມເປັນຕົ້ນແມ່ນມອບໃຫ້ ບັນດາກົມວິຊາການຊີ້ນໍາບັນດາ ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ ແລະ ຫ້ອງ ການສຶກສາທິການ ແລະ ກິລາ ເມືອງ/ນະຄອນ ໂດຍສະເພາະແມ່ນ ຂະແໜງ ແລະ ໜ່ວຍງານທີ່ກ່ຽວ ຂ້ອງໃຫ້ເອົາໃຈໃສ່ລົງຕິດຕາມ ແລະ ຊຸກຍູ້ການຮຽນການສອນໃຫ້ທົ່ວ ເຖິງທຸກໂຮງຮຽນໃນຂອບເຂດຮັບ ຜິດຊອບຂອງຕົນ, ສູ້ຊົນເພື່ອໃຫ້ ບັນລຸຄາດໝາຍຕົວຊີ້ບອກການຂອງ ຂະແໜງການສຶກສາທີ່ກໍານົດໄວ້ ໃນສົກຮຽນ 2025-2026; ໃຫ້ຊີ້ ນໍາບັນດາອໍານວຍການໂຮງຮຽນ ແລະ ຄູສອນ ໃນການທົບທວນ ບົດຮຽນເພື່ອກະກຽມສອບເສັງ ເລື່ອນຂັ້ນ ແລະ ຈົບຊັ້ນໃຫ້ມີຜົນ ສໍາເລັດສູງ; ໃຫ້ຫ້ອງການກະຊວງ ສົມທົບກັບສະມາຄົມການສຶກສາ ພາກເອກະຊົນ ແລະ ບັນດາກົມ ວິຊາການທີ່ກ່ຽວຂ້ອງກະກຽມ ຈັດກອງປະຊຸມການສຶກສາພາກ ເອກະຊົນທົ່ວປະເທດປະຈໍາປີ ເພື່ອ ແລກປ່ຽນ ແລະ ຖອດບົດຮຽນ ຮ່ວມກັນໃນການສົ່ງເສີມ ແລະ ຄຸ້ມຄອງການສຶກສາພາກເອກະຊົນ; ໃຫ້ກົມຈັດຕັ້ງສົມທົບກັບບັນດາ ກົມ, ສູນ ແລະ ສະຖາບັນເປົ້າໝາຍ ເພື່ອສືບຕໍ່ການປັບປຸງກົງຈັກການ ຈັດຕັ້ງໃຫ້ສໍາເລັດຕາມແຜນການ ທີ່ກໍານົດໄວ້; ໃຫ້ກົມຈັດຕັ້ງສົມທົບ ກັບກົມສ້າງຄູ ແລະ ທຸກພາກສ່ວນ ທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາແນະນໍາວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງຂອງ ວິທະຍາໄລຄູ ສະບັບ ເລກທີ 15/ ສສກ, ລົງວັນທີ 23 ກຸມພາ 2026; ໃຫ້ກົມສາມັນສຶກສາສົມທົບກັບກົມ ອາຊີວະສຶກສາ ແລະ ພາກສ່ວນທີ່ ກ່ຽວຂ້ອງໃນການຂະຫຍາຍການ ແລກປ່ຽນວັດທະນະທຳລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຈັດຕັ້ງປະຕິບັດຫລັກສູດສາມັນ ວິຊາຊີບໃນໂຮງຮຽນສາມັນໃຫ້ໄດ້ ຮັບຜົນດີ; ໃຫ້ກົມຈັດຕັ້ງສົມທົບກັບ ກົມສາມັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງ/ແຂວງ ເກັບກໍາຂໍ້ມູນເພີ່ມເຕີມ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາແນະນໍາວ່າ ດ້ວຍການແກ້ໄຂການສອນຫ້ອງ ຄວບໃນຊັ້ນປະຖົມສຶກສາ ສະບັບ ເລກທີ 414/ສສກ, ລົງວັນທີ 30 ມັງກອນ 2026 ໃຫ້ໄດ້ຮັບຜົນດີ; ໃຫ້ກົມແຜນການສົມທົບກັບກົມ ສາມັນສຶກສາ ແລະ ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາສ້າງ ແຜນດໍາເນີນງານ 5 ປີ (20262030) ແລະ ເລີ່ມດໍາເນີນການ ປັບປຸງຫລັກສູດຊັ້ນປະຖົມສຶກສາ ຕາມໂຄງການປັບປຸງຫລັກສູດ ສາຍສາມັນສຶກສາ 6 3 3; ໃຫ້ ກົມແຜນການ ແລະ ກົມການເງິນ ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງໂຄງການລົງທຶນຂອງ ລັດ, ລວມທັງໂຄງການຊ່ວຍເຫລືອ ທາງການພັດທະນາທັງໂຄງການ ສືບຕໍ່ ແລະ ໂຄງການທີ່ໄດ້ຮັບ ອະນຸມັດໃໝ່ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນັັ້ນ, ຍັງໄດ້ຮຽກຮ້ອງໃຫ້ ກົມການເງິນ ຮີບຮ້ອນຈັດສັນງົບ ປະມານເຂົ້າໃສ່ໜ້າວຽກທີ່ເປັນບຸ ລິມະສິດຂອງວຽກງານສຶກສາ, ລວມທັງຄົ້ນຄວ້າ ແລະ ຈັດແບ່ງ ງົບປະມານໃຫ້ບັນດາແຂວງ ແລະ ເມືອງ ເພື່ອນໍາໃຊ້ເຂົ້າໃນການ ຕິດຕາມ ແລະ ຊຸກຍູ້ການຮຽນການສອນຂອງຄູ ໂດຍສະເພາະສືບ ຕໍ່ແກ້ໄຂບັນຫາການປະລະການ ຮຽນ, ການສົ່ງເສີມການເຂົ້າຮຽນ ໃນທຸກຊັ້ນທຸກສາຍ, ຖອດຖອນ ບົດຮຽນໃນການຄຸ້ມຄອງບໍລິຫານ ໂຮງຮຽນພາຍໃນແຂວງ, ການ ບໍາລຸງຍົກລະດັບຄູຍາມພັກແລ້ງ; ໃຫ້ຄະນະກໍາມະການແຜນການ ແລະ ການເງິນຊີ້ນໍາກົມສ້າງຄູ ແລະ ກົມອາຊີວະສຶກສາ ເພື່ອແບ່ງງົົບ ປະມານ ແລະ ແບ່ງຄວາມຮັັບຜິດ ຊອບໃຫ້ທ້ອງຖິ່ນໃນການຈັດຕັ້ງ ປະຕິບັດການພັດທະນາວິຊາຊີບ ຄູແບບຕໍ່ເນື່ອງພາຍໃຕ້ເງື່ອນໄຂ ງົບປະມານສະໜັບສະໜູນຂອງ ສະຫະພາບເອີຣົບ ແລະ ຄວາມ ຕ້ອງການຂອງທ້ອງຖິ່ນ; ໃຫ້ກົມ ສ້າງຄູ, ກົມອາຊີວະສຶກສາ ແລະ ກົມການສຶກສາຊັ້ນສູງສືບຕໍ່ລະດົມ ການເຂົ້າຮຽນ, ຖອດຖອນບົດຮຽນ ວຽກງານສອບເສັງເຂົ້າຮຽນ ແລະ ກຳນົດວິທີການຄັດເລືອກນັກສຶກສາ ທີ່ເໝາະສົມສຳລັບສົກຮຽນຕໍ່ໄປ. ຂ່າວ-ພາບ: ການຈະນາ ວົງປັນຍາ 2026 ວ່າດ້ວຍການອະນຸມັດ ໃຫ້ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ຮອງຫົວ ໜ້າຫ້ອງວ່າການສູນກາງພັກ ອອກ ພັກການ-ຮັບອຸດໜູນບຳນານ. ໃນພິທີ, ສະຫາຍ ເພັດ ພົມພີພັກ ໄດ້ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍ ສະຫາຍໄດ້ຮັບນະໂຍບາຍພັກການຮັບອຸດໜູນບຳນານໃນຄັ້ງນີ້ ຊຶ່ງ ແມ່ນຜູ້ໜຶ່ງທີ່ໄດ້ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນແຕ່ລະໄລຍະ, ລ້ວນແຕ່ມີຜົນ ງານ, ຜົນສຳເລັດອັນໃຫຍ່ຫລວງ; ສະຫາຍກໍເປັນຜູ້ໜຶ່ງທີ່ມີຄວາມເສຍ ສະລະເຫື່ອແຮງ, ສະຕິປັນຍາ ເພື່ອ ເຮັດສຳເລັດພາລະກິດປະຕິວັດຂອງ ພັກ-ຂອງຊາດ, ມາຮອດປັດຈຸບັນ ແມ່ນມີຜົນສຳ ເ ລັດຕາມໜ້າທີ່ ຄວາມຮັບຜິດຊອບທີ່ການຈັດຕັ້ງ ໄດ້ມອບໝາຍໃຫ້. ສຳລັບສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍແມ່ນ ຜູ້ທ່ີມີຜົນງານ, ມີຜົນສຳເລັດໃນ ຂະບວນການວຽກງານຕົວຈິງຢູ່ ສູນກາງ ແລະ ທ້ອງຖິ່ນ. ທັງນີ້, ກໍ ຍ້ອນຂັ້ນເທິງມີຄວາມຮຽກຮ້ອງ ຕ້ອງການຢູ່ສູນກາງ ແລະ ເປັນ ການປັບປຸງການຈັດຕັ້ງຫ້ອງວ່າ ການສູນກາງພັກ ໃຫ້ມີຄວາມເຂັ້ມ ແຂງ, ໜັກແໜ້ນ ເພື່ອສາມາດຕອບ ສະໜອງການເປັນເສນາທິການໃຫ້ ສູນກາງພັກ, ຮັບປະກັນທາງດ້ານ ປະລິມານ ແລະ ຄຸນນະພາບໃນໄລ ຍະໃໝ່. ຂ່າວ-ພາບ: ວຽງສະຫວັນ ລັດຖະມົນຕີກະຊວງການຕ່າງປະ ເທດ, ປະທານ ຄຊກລ, ມີຮອງ ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ ຈາກກະຊວງ ແລະ ອົງການລັດ ທຽບເທົ່າກະຊວງ, ທູຕານຸທູດ, ຜູ້ ຕາງໜ້າອົງການຈັດຕັ້ງສາກົນ, ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມ ພັດທະນາ, ອົງການປະຕິບັດງານ ລວມທັງຕາງໜ້າຜູ້ຖືກເຄາະຮ້າຍ ຈາກ ລບຕ ພ້ອມດ້ວຍ ນັກຮຽນ-ນັກ ສຶກສາເຂົ້າຮ່ວມ. ການປະກາດເປັນປະທານ ກອງປະຊຸມດັ່ງກ່າວ, ເພື່ອສ້າງ ຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ ແກ່ທຸກພາກສ່ວນໃນສັງຄົມໄດ້ຮັບ ຊາບກ່ຽວກັບສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ແລະ ບົດບາດຂອງ ສປປ ລາວ ໃນ ຂະບວນການແກ້ໄຂບັນຫາລະເບີດ ລູກຫວ່ານໃນລະດັບສາກົນ, ທັງ ເປັນການຢ້ຳຄືນຄວາມໝາຍໝັ້ນ ທີ່ສະແດງໃຫ້ເຫັນເຖິງຄວາມພ້ອມ ຂອງລັດຖະບານ ສປປ ລາວ ໃນ ການຈັດຕັ້ງປະຕິບັດພັນທະຂອງ ສົນທິສັນຍາ ແລະ ເພື່ອສົ່ງເສີມການ ມີສ່ວນຮ່ວມຂອງບັນດາສື່ມວນຊົນ ໃນການກະຈາຍຂໍ້ມູນຂ່າວສານ ກ່ຽວກັບກອງປະຊຸມໃຫ້ບັນດາ ປະຊາຊົນທັງພາຍໃນ ເເລະ ຕ່າງ ປະເທດຮັບຮູ້, ທັງເປັນການສ້າງ ເວທີສົນທະນາໃຫ້ບັນດາຄູ່ຮ່ວມ ພັດທະນາ ແລະ ອົງການຈັດຕັ້ງ ສາກົນ ໄດ້ພົບປະແລກປ່ຽນ ແລະ ຮັບຊາບກ່ຽວກັບທິດທາງການກະ ກຽມກອງປະຊຸມທີ່ຈະມາເຖິງ ຊຶ່ງ ຄາດວ່າຈະຈັດຂຶ້ນໃນຕົ້ນເດືອນ ກັນຍາ 2026 ນີ້. ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ສປປ ລາວ ມີຄວາມ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບ ຄວາມໄວ້ວາງໃຈຈາກວົງຄະນາ ຍາດສາກົນ ໃນການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບ ທວນອີກຄັ້ງໜຶ່ງທີ່ນະຄອນຫລວງ ວຽງຈັນ. ການຕັດສິນໃຈເປັນເຈົ້າ ພາບກອງປະຊຸມນີ້, ສະແດງໃຫ້ເຫັນ ເຖິງເຈດຈຳນົງອັນສະເໝີຕົ້ນສະເໝີ ປາຍຂອງລັດຖະບານ ສປປ ລາວ ໃນການປະກອບສ່ວນເຂົ້າໃນຄວາມ ພະຍາຍາມຂອງສາກົນ ເພື່ອພາລະ ກິດການປົກປັກຮັກສາສັນຕິພາບ ໃນໂລກ ໂດຍຜ່ານຂະບວນການຂອງ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ($$.) ໄປຄຽງຄູ່ກັບການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ພາຍໃນປະເທດ. ທ່ານລັດຖະມົນຕີ ໃຫ້ຮູ້ຕື່ມ ວ່າ: ໃນຖານະທີ່ເປັນລັດພາຄີຂອງ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຫລື $$., ສປປ ລາວ ຈະສືບຕໍ່ຍຶດໝັ້ນໃນການ ປະຕິບັດພັນທະພາຍໃຕ້ສົນທິສັນຍາ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ພວກເຮົາຈະສືບຕໍ່ຮ່ວມກັບວົງຄະ ນາຍາດສາກົນ ເພື່ອສະໜັບສະໜູນ ໃຫ້ສົນທິສັນຍານີ້ ໃຫ້ມີຜົນບັງຄັບ ໃຊ້ກວ້າງຂວາງກວ່າເກົ່າ, ພ້ອມທັງ ຊຸກຍູ້ໃຫ້ທຸກພາກສ່ວນເຂົ້າຮ່ວມໃນ ຂະບວນການປົກປ້ອງດ້ານມະນຸດ ສະທຳທີ່ສຳຄັນຍິ່ງນີ້. ກອງປະຊຸມທົບທວນສົນທິ ສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຄັ້ງທີ 3 ຈະຈັດ ຂຶ້ນທີ່ນະຄອນຫລວງວຽງຈັນ ຊຶ່ງ ໄດ້ກຳນົດໄວ້ໃນລະຫວ່າງວັນທີ 13-18 ກັນຍາ 2026. ໃນນັ້ນ ວັນທີ 13 ກັນຍາ ຈະມີການນໍາ ພາຄະນະຜູ້ແທນຢ້ຽມຢາມການ ກວດກູ້ຢູ່ພາກສະໜາມທີ່ແຂວງ ຫລວງພະບາງ, ກອງປະຊຸມຈະ ຈັດຂຶ້ນພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດ ສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ ປາສະຈາກໄພຂົ່ມຂູ່ຈາກລະເບີດ ລູກຫວ່ານ” ແລະ ຈະສຸມໃສ່ 4 ບຸ ລິມະສິດທີ່ສໍາຄັນຄື: ການຮ່ວມມື ສາກົນ ເພື່ອເພີ່ມຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດສົນທິສັນຍາ ໃຫ້ບັນລຸຜົນຕາມເປົ້າໝາຍ; ສຸມໃສ່ ວຽກງານດ້ານມະນຸດສະທຳເປັນ ໃຈກາງ ແລະ ວຽກງານແກ້ໄຂບັນ ຫາລະເບີດບໍ່ທັນແຕກ ເພື່ອການ ພັດທະນາທາງດ້ານເສດຖະກິດ ແລະ ສັງຄົມ; ສົ່ງເສີມການເປັນ ພາຄີສາກົນ (6niWeSsaMi[ation) ເພື່ອໃຫ້ຫລາຍປະເທດເຂົ້າມາຮ່ວມ ໃນສົນທິສັນຍານີ້ຫລາຍຂຶ້ນ; ເພີ່ມ ທະວີການຮ່ວມມື ແລະ ຊ່ວຍເຫລືອ ສາກົນໃນວຽກງານການເກັບກູ້, ການໂຄສະນາສຶກສາຄວາມສ່ຽງ ໄພຈາກລະເບີດບໍ່ທັນແຕກ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ. ສປປລາວເຂົ້າເປັນລັດພາຄີຂອງ ສົນທິສັນຍາ $$. ໃນປີ 2008 ແລະ ສົນທິສັນຍາມີຜົນບັງຄັບໃຊ້ນັບ ແຕ່ວັນທີ 1 ສິງຫາ 2010. ພາບ: ຂັນໄຊ ຕົວຈິງ ແລະ ປະຕິບັດຕາມຢ່າງເຂັ້ມ ງວດ. ສຳລັບການຈັດຕັ້ງປະຕິບັດ ວຽກງານໂຄສະນາ, ໃຫ້ຄຳແນະນຳ ແກ່ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ແມ່ນຈະຈັດຕັ້ງປະຕິບັດ ໂດຍບໍ່ມີ ກຳນົດເວລາຈົນກວ່າປະຊາຊົນໃນ ນະຄອນຫລວງວຽງຈັນ ກໍຄື ຜູ້ໃຊ້ ລົດໃຊ້ຖະໜົນຈະຮັບຮູ້, ເຂົ້າໃຈ ແລະ ມີຄວາມຊິນເຄີຍກ່ຽວກັບການ ນຳໃຊ້ຖະໜົນດັ່ງກ່າວ. ສ່ວນມາດ ຕະການໃນການປັບໃໝທີ່ຈະນຳໃຊ້ ຕໍ່ນັກຂັບຂີ່ທີ່ລ່ວງລະເມີດແມ່ນຈະ ບໍ່ທັນໄດ້ນຳໃຊ້ເທື່ອຄາດວ່າ 2-3 ເດືອນຕໍ່ໜ້າຈະເລີ່ມຈັດຕັ້ງປະຕິບັດ ປັບໃໝຕໍ່ຜູ້ລ່ວງລະເມີດ. ໂອກາດນີ້, ທ່ານ ພັນໂທ ສັງຄົມ ພົມມະລາດ ຍັງໄດ້ຮຽກຮ້ອງໃຫ້ ມວນຊົນ, ຜູ້ໃຊ້ລົດໃຊ້ຖະໜົນເອົາໃຈ ໃສ່ປະຕິບັດຕາມແຈ້ງການ, ຄຳ ແນະນຳຕ່າງໆ ແລະ ປະຕິບັດຕາມ ລະບຽບການສັນຈອນ, ປະຕິບັດ ຕາມປ້າຍສັນຍານ, ສັນຍະລັກການ ສັນຈອນທີ່ໄດ້ປັກໝາຍ ແລະ ແຕ້ມ ໄວ້ຕາມເສັ້ນທາງຢ່າງເຂັ້ມງວດ ເພື່ອຮັບປະກັນເຮັດໃຫ້ການປ່ຽນ ທິດທາງການສັນຈອນຄັ້ງນີ້, ເປັນ ໄປຕາມແຜນທີ່ໄດ້ກຳນົດໄວ້. ການປັບປ່ຽນທິດທາງການສັນ ຈອນໃນຄັ້ງນີ້, ເພື່ອກຽມຮອງຮັບ ການເຕີບໃຫຍ່ຂະຫຍາຍຕົວຂອງ ນະຄອນຫລວງວຽງຈັນ, ເພື່ອຫລຸດ ຜ່ອນການຈະລາຈອນແອອັດ ແລະ ຫລຸດຜ່ອນການເກີດອຸບັດເຫດຕາມ ທ້ອງຖະໜົນໃຫ້ຫລຸດລົງເທື່ອລະ ກ້າວ ແລະ ເພື່ອໃຫ້ສອດຄ່ອງກັບ ສະພາບການສັນຈອນໃນປັດຈຸບັນ. ຂ່າວ-ພາບ: ທະນູທອງ ຜ່ານອາຫານ ແລະ ເຄື່ອງດື່ມ ຊຶ່ງ ຜະລິດຕະພັນທີ່ນຳມາສະເໜີໃນຄັ້ງ ນີ້ ປະກອບມີ: ເຫລົ້າສາເກແບບດັ້ງ ເດີມ, ເຫລົ້າບ້ວຍອຸເມຊຸ, ເຫລົ້າອາ ລາໂມຣີ ແລະ ຜະລິດຕະພັນອາຫານ ຍີ່ປຸ່ນ ໂດຍມີຕາງໜ້າສະຖານທູດ ຍີ່ປຸ່ນປະຈຳ ສປປ ລາວ, ອົງການ JETRO ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ໂຄກະ ໂທຊິມິຈິ ທີ່ປືກສາ ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ກ່າວວ່າ: ປະເທດຍີ່ປຸ່ນ ເປັນປະເທດທີ່ອ້ອມຮອບໄປດ້ວຍ ທະເລ ແລະ ອຸດົມສົມບູນໄປດ້ວຍ ທຳມະຊາດທີ່ປ່ຽນແປງໄປຕາມ ລະດູການ. ສະເພາະວັດທະນະທຳ ອາຫານຍີ່ປຸ່ນ ຖືກສ້າງຂຶ້ນຈາກ ພູມມີປະເທດ, ສະພາບແວດລ້ອມ ແລະ ຄຸນລັກສະນະທີ່ເນັ້ນການ ຮັກສາລົດຊາດແທ້ໆຂອງວັດຖຸ ດິບ ແລະ ເອກະລັກສະເພາະຂອງ ແຕ່ລະທ້ອງຖິ່ນ. ອາຫານທີ່ມາ ນຳສະ ເໜີໃນມື້ນີ້ສະທ້ອນໃຫ້ ເຫັນເຖິງສະເໜ່ທີ່ເປັນເອກະລັກ ສະເພາະ ໂດຍສະເພາະແມ່ນການ ຜະລິດເຫລົ້າສາເກແບບດັ້ງເດີມ ຂອງຍີ່ປຸ່ນ ຖືວ່າເປັນທັກສະສີມືທີ່ ສືບທອດກັນມາ ຊຶ່ງໃນປີ 2024 ການຜະລິດເຫລົ້າສາເກແບບດັ້ງ ເດີມໄດ້ຮັບການຂຶ້ນທະບຽນພູມ ປັນຍາດ້ານວັດທະນະທຳທີ່ຈັບ ຕ້ອງບໍ່ໄດ້ຈາກອົງການອຸຍແນັສ ໂກ, ລາງວັນນີ້ບໍ່ພຽງແຕ່ຮັບຮູ້ເຖິງ ການຜະລິດເທົ່ານັ້ນ, ແຕ່ຍັງຮັບຮູ້ ເຖິງວັດທະນະທຳທີ່ເຊື່ອມໂຍງ ເຖິງວິຖີຊີວິດຂອງປະຊາຊົນໃນຊົນ ເຂດນະບົດ. ພ້ອມນີ້, ທ່ານຍັງໄດ້ ສະແດງຄວາມຫວັງວ່າງານຄັ້ງນີ້ ຈະຊ່ວຍໃຫ້ທຸກຄົນເຂົ້າໃຈກ່ຽວກັບ ວັດທະນະທຳອາຫານຍີ່ປຸ່ນ ໄດ້ຢ່າງ ເລິກເຊິ່ງ ແລະ ຈະເປັນການຕໍ່ຍອດ ຄວາມຮ່ວມມືໃນອະນາຄົດຕື່ມອີກ. ໂອກາດນີ້, ຜູ້ຕາງໜ້າແຕ່ລະບໍລິສັດ ຈາກປະເທດຍີ່ປຸ່ນ ແລະ ສປປ ລາວ ກໍໄດ້ນຳສະເໜີກ່ຽວກັບຕົ້ນກຳເນີດ ຂອງບໍລິສັດ, ຜະລິດຕະພັນ, ຂັ້ນ ຕອນການຜະລິດ, ວັດຖຸດິບທີ່ນຳມາ ຜະລິດເຫລົ້າສາເກ, ເຫລົ້າບ້ວຍ, ເຫລົ້າອາວາໂມຣິ, ວິສກີ້ຍີ່ປຸ່ນ. ພ້ອມ ນັ້ນ, ບໍລິສັດ TO,:O 1-";" ຍັງນຳສະເໜີຜະລິດຕະພັນນຳເຂົ້າ ຈາກປະເທດຍີ່ປຸ່ນເຊັ່ນ: ໄຂ່ປາແຊວ ມ້ອນ, ປາບູລີ, ຫອຍໂຮຕາເຕະ, ປາຊາບະ ຕື່ມອີກ. ການຈັດງານຄັ້ງ ນີ້, ໄດ້ຮັບການສະໜັບສະໜູນຈາກ ອົງການສົ່ງເສີມການທ່ອງທ່ຽວ ແຫ່ງປະເທດຍີ່ປຸ່ນ (J/TO) ແລະ ແຂວງຄາໂກຊິມະ ແລະ ໂອ ກິນາວາ. ຂ່າວ: ແສງສະຫວັນ ຕໍ່ຈາກໜ້າ
RkJQdWJsaXNoZXIy MTc3MTYxMQ==