02/03/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າຕົ່ງ dkora fmtok 5 xu zj ko,k 16 j c0;'w-lq ,[6 o ,u s]kpfh ko0tspkp8q ; ໂດຍ: ຢ່າຕ່ົງ ໂດຍ: ວິເດັ່ນ ຂປລ. ທ່ານ ນາງ ເພັດສະໃໝ ໂພໄຊຍະວົງ ຄະນະປະຈໍາພັກ ແຂວງ, ຮອງປະທານຄະນະກໍາມະ ການປົກຄອງແຂວງໄຊສົມບູນ ໄດ້ ໃຫ້ສຳພາດຕໍ່ນັກຂ່າວທ້າຍອາທິດ ຜ່ານມານີ້ວ່າ: ພາຍໃຕ້ການນໍາພາ- ຊີ້ນໍາຂອງພັກ-ລັດ, ຄະນະພັກ, ອົງການປົກຄອງ, ສະພາປະຊາຊົນ ແຂວງ ໄດ້ສຸມທຸກຄວາມພະຍາ ຍາມນໍາພາ-ຊີ້ນໍາພັດທະນາແຂວງ ໄຊສົມບູນ ຢ່າງຮອບດ້ານ ໂດຍສະ ເພາະແມ່ນສຸມໃສ່ຜັນຂະຫຍາຍຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ , ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງໄຊສົມ ບູນ ຄັ້ງທີ 1 ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຂວງໄຊສົມ ບູນ 5 ປີຄັ້ງທີ 2 (2021-2025). ໃນນີ້ ໄດ້ຖືເອົາການສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປອງດອງ ເປັນວຽກງານກົກ; ຖືເອົາວຽກ ງານຫັນລົງກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນຕິດ ພັນກັບວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບເປັນບັນ ຫາຕັດສິນ, ໄປພ້ອມກັບການພັດທະ ນາກໍ່ສ້າງພື້ນຖານໂຄງລ່າງທາງ ດ້ານເສດຖະກິດ-ສັງຄົມ ໂດຍສຸມ ໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍ ໃຫຍ່ໃນການພັດທະນາເສດຖະກິດສັງຄົມຕາມ 5 ທ່າແຮງເຊັ່ນ: (1) ທ່າແຮງດ້ານກະສິກໍາ; (2) ທ່າ ແຮງດ້ານການທ່ອງທ່ຽວ; (3)ທ່າ ແຮງດ້ານພະລັງງານເຂື່ອນໄຟຟ້າ ນໍ້າຕົກ; (4) ທ່າ ແຮງງານບໍ່ແຮ່, (5) ທ່າແຮງດ້ານການບໍລິການ ເຊື່ອມໂຍງ-ເຊື່ອມຈອດ. ນອກນັ້ນ ກໍໄດ້ສຸມໃສ່ປັບປຸງບູລະນະກົງຈັກ ການຈັດຕັ້ງ ແລະ ບຸກຄະລາກອນ ນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງ ຂປລ. ຕາມການໃຫ້ຮູ້ຂອງທ່ານ ຄຳແບນແກ້ວ ນິສະຫວັນ ຮອງເລ ຂາພັກເມືອງ ຮອງປະທານຄະນະ ກໍາມະການເລືອກຕັ້ງຂັ້ນເມືອງໄຊ ເສດຖາ ແຂວງອັດຕະປື ໄດ້ໃຫ້ ສໍາພາດເມື່ອບໍ່ດົນມານີ້ວ່າ: ໃນບັ້ນ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ສາມາດຈັດຕັ້ງປະຕິບັດ ໄດ້ບັນລຸຜົນສໍາເລັດຕາມລະດັບ ຄາດໝາຍ 100%, ໂດຍຜົນສໍາ ເລັດດັ່ງກ່າວທາງຄະນະກໍາມະ ການເລືອກຕັ້ງຂັ້ນເມືອງ ໄດ້ຈັດຕັ້ງ ປະຕິບັດໄປຕາມ 4 ບາດກ້າວສໍາ ຄັນເປັນຕົ້ນ ທາງອົງການປົກຄອງ ເມືອງ ໄດ້ຈັດກອງປະຊຸມເພື່ອແບ່ງ ວຽກ, ແບ່ງຄວາມຮັບຜິດຊອບ ໃຫ້ຄົບຕາມໂຄງປະກອບ ໂດຍໄດ້ ແຕ່ງຕັ້ງຄະນະປະຈຳການ, ອະນຸ ກຳມະການຕ່າງໆຂັ້ນເມືອງ ແລະ ກຳນົດໜ່ວຍເລືອກຕັ້ງ ຢູ່ເມືອງ ໄຊເສດຖາ ມີທັງໝົດ 43 ໜ່ວຍ, ໄດ້ລົງເປີດບັ້ນດໍາເນີນຊີວິດການ ເມືອງ ແລະ ເຊື່ອມຊຶມນິຕິກຳຕ່າງໆ ແລະ ຊຸກຍູ້ຂະບວນການຕ່າງໆໃນ ທົ່ວເມືອງ ຢ່າງເປັນຂະບວນການ. ພ້ອມທັງເກັບກຳຂໍ້ມູນ ແລະ ລາຍ ງານດ້ານສະຖິຕິຜູ້ມີສິດປ່ອນບັດ ເລືອກຕັ້ງ ແຕ່ອາຍຸ 18 ປີຂຶ້ນໄປ ໃຫ້ຂັ້ນເທິງຮັບຊາບ, ການລົງໂຄ ສະນາຫາສຽງຮ່ວມກັບ ສສຊສສຂ ມີ 4 ຈຸດ ແລະ ການລົງໂຄສະ ນາຫາສຽງສະເພາະ ສສຂ ມີ 7 ຈຸດ ແລະ ບ້ານ, ລົງເຄື່ອນໄຫວ ຊຸກຍູ້ກໍາລັງ ປກຊ-ປກສ ກຸ່ມບ້ານ ແລະ ຂັ້ນບ້ານ ເຮັດໜ້າທີ່ປ້ອງກັນ ເວນຍາມ ເພື່ອຮັບປະກັນດ້ານຄວາມ ສະຫງົບຄວາມເປັນລະບຽບຮຽບ ຮ້ອຍໃຫ້ແກ່ບັ້ນເລືອກຕັ້ງຢ່າງເຂັ້ມ ງວດ, ການຈັດຕັ້ງປະຕິບັດຜັນຂະ ຫຍາຍວຽກງານ ປກຊ-ປກສ ໃຫ້ ເປັນຂອງປວງຊົນຮອບດ້ານ ເພື່ອ ຮັກສາຄວາມສະຫງົບປອດໄພໃນ ບັ້ນເລືອກຕັ້ງ, ເຕົ້າໂຮມປະຊາຊົນ ບັນດາເຜົ່າຜູ້ທີ່ມີສິດປ່ອນບັດເລືອກ ຕັ້ງ ໃນແຕ່ລະໜ່ວຍປ່ອນບັດເລືອກ ຕັ້ງ ເພື່ອເຊື່ອມຊຶມບັນດາເອກະສານ ທີ່ກ່ຽວຂ້ອງກັບການເລືອກຕັ້ງ ແລະ ການກຳນົດຄວາມພ້ອມຫລາຍ ດ້ານໃນການຈັດຕັ້ງປະຕິບັດ ບັນດາ ໜ້າວຽກຕ່າງໆ ເພື່ອໃຫ້ປະຊາຊົນ ມີສ່ວນຮ່ວມໃນການກະກຽມການ ປ່ອນບັດເລືອກຕັ້ງ, ການຈັດຕັ້ງປະ ຕິບັດ ໃນວັນທີ 22 ກຸມພາ 2026 ຄະນະພັກ-ຄະນະນໍາຂອງເມືອງ ກໍຄືຄະນະຊີ້ນໍາຂັ້ນເມືອງ ໄດ້ລົງເປີດ ພິທີ ແລະ ນໍາພາປະຊາຊົນບັນດາ ເຜົ່າ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໃນທົ່ວເມືອງ ດໍາເນີນການປ່ອນບັດ ເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເປັນທາງການ, ໂດຍແບ່ງ ອອກເປັນ 4 ຈຸດ ຄື: ຈຸດເຂດເທສະ ບານເມືອງ ຄື: ບ້ານຊ້າຍ, ບ້ານ ໂພໄຊ-ຝັ່ງແດງ ແລະ ຄັນມະກອງ. ພ້ອມດຽວກັນນັ້ນ, ໃນວັນດຽວກັນ ບັນດາໜ່ວຍເລືອກຕັ້ງໃນ 43 ໜ່ວຍ ທົ່ວເມືອງ ກໍໄດ້ດໍາເນີນການປ່ອນ ບັດຢ່າງພ້ອມພຽງ ແລະ ມີຜົນສໍາ ເລັດເປັນຢ່າງດີ. ທ່ານ ຄຳແບນແກ້ວ ນິສະຫວັນ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນ 4 ຄາດ ໝາຍ ຂອງການເລືອກຕັ້ງ ທີ່ເມືອງ ໄຊເສດຖາ ຈັດຕັ້ງປະຕິບັດບັນລຸຜົນ ສໍາເລັດ ໄດ້100% ຄື: ສາມາດຢັ້ງ ຢືນໄດ້ວ່າຄວາມຖືກຕ້ອງຂອງປະ ຊາຊົນບັນດາເຜົ່າ ທີ່ມາໃຊ້ສິດປະ ຊາທິປະໄຕຂອງຕົນເອງໃນການ ປ່ອນບັດເລືອກຕັ້ງ ໃນທົ່ວເມືອງໄຊ ເສດຖາ ເຊິ່ງຜູ້ມີສິດປ່ອນບັດເລືອກ ຕັ້ງ ແຕ່ອາຍຸ 18 ປີຂຶ້ນໄປ ທົ່ວ ເມືອງໄຊເສດຖາ ມີ 22 ບ້ານ, ມີ ໜ່ວຍເລືອກຕັ້ງທັງໝົດ 43 ໜ່ວຍ, ມີໜ່ວຍຄົງທີ່ 3 ໜ່ວຍ, ມີໜ່ວຍ ເຄື່ອນທີ່ 4 ໜ່ວຍ, ໃນນີ້ ມີໜ່ວຍກຳ ລັງປະກອບອາວຸດ 3 ໜ່ວຍ (ກອງ ບັນຊາການທະຫານເມືອງ, ກອງ ບັນຊາການປກສ ເມືອງແລະໜ່ວຍ ກອງຮ້ອຍ 5 4 ບວກກັບກອງພັນ 7 2). ທົ່ວເມືອງມີພົນລະເມືອງ 43.651 ຄົນ, ຍິງ 21, 12, ຜູ້ ມີສິດປ່ອນບັດເລືອກຕັ້ງຕາມສໍາ ມະໂນ 26.830 ຄົນ, ຍິງ 13.203 ຄົນ, (ໄປໃຊ້ສິດຢູ່ຖິ່ນອື່ນ 28 ຄົນ), ຜູ້ມາໃຊ້ສິດປ່ອນບັດຕົວຈິງ 26.541 ຄົນ, ຍິງ 13.370 ຄົນ, ຈໍານວນຫີບບັດສະມາຊິກສະພາ ແຫ່ງຊາດ ຊຸດທີ X 3 ຫີບບັດ, ຈໍານວນຫີບບັດສະມາຊິກສະພາ ປະຊາຊົນແຂວງຊຸດທີ V 3 ຫີບ ບັດ, ຈໍານວນບັດລົງຄະແນນສຽງ ທີ່ໄດ້ຮັບໃນຫີບບັດສະມາຊິກສະ ພາແຫ່ງຊາດຊຸດທີ X ຈໍານວນ 26.541 ໃບ, ຈໍານວນບັດທີ່ຖືກ ຕ້ອງ 26.541 ໃບ, ບໍ່ຖືຕ້ອງ 0 ໃບ, ບັດລົງຄະແນນສຽງໃນຫີບບັດ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈໍານວນ 26.541 ໃບ, ຈໍານວນບັດທີ່ຖືກຕ້ອງ 26.53 ໃບ, ບໍ່ຖືຕ້ອງພຽງແຕ່ 2 ໃບ, ການ ປ້ອນຂໍ້ມູນ ແລະ ນັບຄະແນນສຽງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງຊຸດທີ V ແມ່ນໃຊ້ລະບົບເອ ເລັກໂຕຣນິກ ອອນລາຍກັບສະພາ ແຫ່ງຊາດແລະການປ່ອນບັດເລືອກ ຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ສາມາດຮັກສາໄດ້ຄວາມເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມ ສະຫງົບປອດໄພຮອບດ້ານ ບໍ່ມີ ບັນຫາຫຍັງເກີດຂຶ້ນ ນັບແຕ່ວັນເວ ລາເລີ່ມກະກຽມຈົນຮອດວັນປ່ອນ ບັດເລືອກຕັ້ງສໍາເລັດຮັບປະກັນໄດ້ 100%. g,n v'w-glf4k [a o]5 7kf\kp .o[A og]n vd8A ' ll- -5 fmu X c]t ll0 -5 fmu V ແລະ ບ້ານນັບມື້ເຕີບໃຫຍ່, ເຂັ້ມ ແຂງຂຶ້ນເປັນກ້າວໆ. ດ້ວຍການນໍາພາ-ຊີ້ນໍາຢ່າງຈົດ ຈໍ່ຄືດັ່ງກ່າວມາເຖິງປັດຈຸບັນແຂວງ ໄຊສົມບູນ ໄດ້ຮັບການພັດທະນາ ຢ່າງຮອບດ້ານ ແລະ ມີບາດລ້ຽວ ຫັນປ່ຽນໃໝ່ທີ່ຕັ້ງໜ້າ ທີ່ສະແດງ ອອກສາມາດແກ້ໄຂໄດ້ຄວາມບໍ່ສະ ຫງົບ ເຊິ່ງເປັນບັນຫາທີ່ສະສົມຍືດ ເຍື້ອຍາວນານມາຫລາຍປີ ສາມາດ ແກ້ຕົກ, ປະຊາຊົນໄດ້ເປັນເຈົ້າການ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ, ເມືອງ, ບ້ານ; ເປັນເຈົ້າການເຂົ້າຮ່ວມ ວຽກງານ ປກຊ-ປກສ; ປັບປຸງປົວ ແປງຍົກລະດັບຊີວິດການເປັນຢູ່ ຂອງຕົນເອງໃຫ້ດີຂຶ້ນເທື່ອລະກ້າວ ດ້ວຍການທໍາການຜະລິດປູກຝັງ- ລ້ຽງສັດ, ຄ້າຂາຍ, ເຮັດການບໍລິ ການ ແລະ ອື່ນໆ. ເສດຖະກິດຂອງ ແຂວງຂະຫຍາຍຢ່າງຕໍ່ເນື່ອງ, ໝັ້ນ ທ່ຽງ, ລວມຍອດຜະລິດຕະພັນພາຍ ໃນຈີດີພີ ((D1) ໃນ 5 ປີຜ່ານມາ (2021-2025) ສະເລ່ຍຂະຫຍາຍ ຕົວໃນລະດັບ 7,6 %, ມີມູນຄ່າທັງ ໝົດ 13.237,67 ຕື້ກີບ, ສະເລ່ຍ ໃສ່ຫົວຄົນ ບັນລຸໄດ້ 28,48 ລ້ານ ກີບ/ຄົນ/ປີ ຫລື ເທົ່າກັບ 1.2 8 ໂດ ລາສະຫະລັດ. ໃນນັ້ນ, ຂະແໜງກະ ສິກໍາ ຂະຫຍາຍຕົວສະເລ່ຍ 5,46% ລວມມູນຄ່າທັງໝົດ 7.855,86 ຕື້ ກີບ ກວມເອົາ 5 ,34% ຂອງ ຈີດີພີ; ຂະແໜງອຸດສາຫະກໍາຂະ ຫຍາຍຕົວສະເລ່ຍ 11,66% ລວມ ມູນຄ່າທັງໝົດ 2.6 7,38 ຕື້ກີບ ກວມເອົາ 20,38% ຂອງຈີດີພີ; ຂະແໜງການບໍລິການຂະຫຍາຍ ຕົວສະເລ່ຍ 10,62% ລວມມູນຄ່າ ທັງໝົດ2.684,41 ຕື້ກີບ ກວມເອົາ 20,28% ຂອງ ຈີດີພີ. ການຈັດຕັ້ງ ປະຕິບັດໂຄງການລົງທຶນຂອງລັດ ມາຮອດປີ 2025 ແຂວງໄຊສົມບູນ ໄດ້ຮັບອະນຸມັດຈາກສະພາທັງໝົດ 170 ໂຄງການ ມູນຄ່າຕາມແຜນ ທັງໝົດ 4.256,54 ຕື້ກີບ; ໂຄງ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ລວມທັງຂັ້ນສູນກາງ ແລະ ແຂວງອະນຸຍາດທັງໝົດ 148 ໂຄງການ(ຂັ້ນສູນກາງຄຸ້ມຄອງ37 ໂຄງການມູນຄ່າ 2.617 ກວ່າຕື້ກີບ ແລະ3. 00ກວ່າລ້ານໂດລາສະຫະ ລັດ; ຂັ້ນແຂວງຄຸ້ມຄອງ 111 ໂຄງ ການ, ມູນຄ່າການລົງທຶນ 2.458 ຕື້ກວ່າກີບ ແລະ 800 ລ້ານກວ່າ ໂດລາສະຫະລັດ). ການຈັດເກັບ ລາຍຮັບເຂົ້າງົບປະມານ ແມ່ນເພີ່ມ ຂຶ້ນທຸກໆປີ ແລະ ສາມາດເກັບລາຍ ຮັບລື່ນແຜນ 5 ປີຊ້ອນ. ສະເພາະ ປີ 2025 ປະຕິບັດໄດ້ 2.441,73 ຕື້ກີບ, ເທົ່າກັບ 142,7 % ຂອງ ແຜນປີ; ການຄຸ້ມຄອງລາຍຈ່າຍ ໝົດປີປະຕິບັດໄດ້ 1.0 ,65 ຕື້ ກີບ, ເທົ່າກັບ ,52% ຂອງແຜນ ການດັບແກ້. ສຳລັບພື້ນຖານໂຄງລ່າງສໍາ ນັກງານ, ຫ້ອງການໄດ້ຮັບການ ປັບປຸງ-ກໍ່ສ້າງເພີ່ມຂຶ້ນ, ບັນດາເສັ້ນ ທາງໄດ້ຮັບການກໍ່ສ້າງ, ປັບປຸງຍົກ ລະດັບດີຂຶ້ນ, ແຕ່ລະບ້ານມີເສັ້ນ ທາງເຂົ້າເຖິງທຽວໄດ້ຕະຫລອດ ປີ; ການຜະລິດເປັນສິນຄ້າຂອງ ປະຊາຊົນ, ໄດ້ຮັບການສົ່ງເສີມຂະ ຫຍາຍຕົວຢ່າງກວ້າງຂວາງດີສົມ ຄວນ; ການສົ່ງເສີມອຸດສາຫະກຳ ປຸງແຕ່ງຂະໜາດນ້ອຍ, ຂະໜາດ ກາງໄດ້ເກີດຂຶ້ນຄື: ໂຮງງານຜະ ລິດເສັ້ນລ້ອນມັນສະຄູ, ໂຮງງານ ແປ້ງມັນຕົ້ນ, ໂຮງງານຜະລິດໄມ້ ປ່ອງ, ໂຮງງານປຸງແຕ່ງຄໍາເຄົ້າ, ອອກແບບເຕັກນິກໂຮງງານຫລອມ ເຫລັກ; ຄອບຄົວທຸກຍາກຂອງ ປະຊາຊົນໄດ້ຮັບການແກ້ໄຂຫລຸດ ລົງເທື່ອລະກ້າວ. ປັດຈຸບັນມີບ້ານ ພົ້ນທຸກໄດ້ 74 ບ້ານ, ກວມເອົາ 83,15% ຂອງຈໍານວນບ້ານທັງ ໝົດ, ຄອບຄົວພົ້ນທຸກມີ 13.550 ຄອບຄົວ, ກວມເອົາ 85, 1% ຂອງຈໍານວນຄອບຄົວທັງໝົດ, ມີ ບ້ານພັດທະນາທີ່ປະກາດແລ້ວ1 ບ້ານ, ກຽມປະກາດໃໝ່ 18 ບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນສີສັນ ຕົວເມືອງນ້ອຍໃນ 3 ຈຸດຂອງ ແຂວງ ສາມາດບັນລຸໄດ້ 2 ກຸ່ມ. ໃນ ນີ້, ກຸ່ມບ້ານອອມ ເມືອງອະນຸວົງ ໄດ້ປະກາດແລ້ວ, ກຸ່ມບ້ານໂພນສະ ຫວາດ 516 ເມືອງລ້ອງຊານ ກໍາ ລັງກະກຽມປະກາດ. ນອກນັ້ນ, ບັນ ດາຂະແໜງການຕ່າງໆ ກໍໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດແຜນພັດທະ ນາຂອງຕົນຢ່າງແຂງແຮງ ແລະ ມີຜົນສໍາເລັດຕາມແຜນທີ່ວາງໄວ້. 9a fdy f9tde4k,{8v[ 3 ;a oxts;a flkf 16j ,l w-lq ,[6 o ຂປລ. ກົມສື່ມວນຊົນ ຄະນະ ໂຄສະນາອົບຮົມສູນກາງພັກ ຈັດ ກິດຈະກຳຖາມ-ຕອບ ຄວາມຮູ້ ຮອບຕົວກ່ຽວກັບ 3 ວັນປະຫວັດ ສາດ ໃຫ້ແກ່ນັກຮຽນ ມສ ໄຊສົມ ບູນ ໃນວັນທີ 26 ກຸມພາ 2026 ຢູ່ ປະຫວັດສາດ ເພື່ອເປັນການທົບ ທວນຫວນຄືນມູນເຊື້ອແຫ່ງການ ນໍາພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນໝາກຜົນຕົວຈິງ ທີ່ພັກປະຊາຊົນປະຕິວັດລາວຍາດ ມາໄດ້ຕະຫລອດ ໄລຍະ 70 ປີ, ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດຕະຫລອດ 50 ປີ ແລະ ຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາ ທີ່ແສນເຄົາລົບຮັກ ຂອງປະຊາຊົນ ລາວບັນດາເຜົ່າ ໃນໄລຍະການປະ ຕິວັດປົດປ່ອຍຊາດ, ໄລຍະປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ທັງເປັນການຍູ້ແຮງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ການສະເຫລີມ ສະຫລອງ 3 ວັນປະຫວັດສາດໃນ ຂອບເຂດທົ່ວປະເທດ ໂດຍຕິດພັນ ກັບຂະບວນການກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ວຽກງານ ສາມສ້າງສາມາດເສີມຂະຫຍາຍ ບົດຮຽນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນີ້, ຍັງເປັນການສະຫລຸບ ຕີລາຄາ ແລະ ປະເມີນຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໃນຂອບເຂດທົ່ວປະເທດ ເພື່ອຊອກ ໃຫ້ເຫັນຕົວແບບທີ່ດີເດັ່ນກ້າວໜ້າ, ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ປະ ກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ ທາງດ້ານວັດຖຸ ທຶນຮອນ ໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ຈາກນັ້ນ, ກໍໄດ້ດໍາເນີນກິດຈະ ກຳຖາມ-ຕອບກ່ຽວກັບ 3 ວັນປະ ຫວັດສາດ ແລະ ມອບຂອງຂວັນໃຫ້ ແກ່ນ້ອງນັກຮຽນ ຕື່ມອີກ. ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ນໍາໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ, ມີຄູອາຈານ, ນ້ອງ ນັກຮຽນເຂົ້າຮ່ວມ. ທ່ານ ນາງ ກອງບຸນ ສຸລິວົງ ກໍໄດ້ກ່າວໂດຍຫຍໍ້ກ່ຽວກັບ 3 ວັນ
RkJQdWJsaXNoZXIy MTc3MTYxMQ==