7226

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 02/03/2026 xtgmf]k; ນາຍົກລັດຖະມົນຕີ... ກອງປະຊຸມຄະນະປະຈໍາ... ສະຫລຸບວຽກງານສະຖິຕິ... ທູດຍີ່ປຸ່ນປະຈໍາລາວ... ບັນດາທ່ານຮອງປະທານຄະນະ ປະຈໍາ ແລະ ກຳມະການໃນຄະນະ ປະຈໍາສະພາແຫ່ງຊາດ, ກະຊວງອົງການທີ່ກ່ຽວຂ້ອງ ແລະ ໜ່ວຍ ງານຮັບຜິດຊອບເຂົ້າຮ່ວມ. ກອງປະຊຸມໄດ້ພິຈາລະນາບັນ ຫາສໍາຄັນພື້ນຖານຂອງປະເທດ ຊາດ ຕາມຂອບເຂດສິດ ແລະ ໜ້າທີ່ ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຄື: ບົດລາຍງານ ຜົນສຳເລັດວຽກງານພົ້ນເດັ່ນການ ກະກຽມ ແລະ ດຳເນີນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V; ບົດລາຍງານການ ກະກຽມດຳເນີນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຕໍ່ກອງປະຊຸມກົມການເມືອງ ສູນກາງພັກ; ລາຍງານກ່ຽວກັບ ການພິຈາລະນາອອກມະຕິວ່າດ້ວຍ ການມອບສິດໃຫ້ກຸ່ມບໍລິສັດພົງ ສະຫວັນ ຈຳກັດ ເປັນຜູ້ໄດ້ຮັບລາຍ ຮັບທີ່ລັດຖະບານຈະເກັບລະດົມ ທຶນເພື່ອແກ້ໄຂບັນຫາໜີ້ສິນຕາມ ການສະເໜີຂອງບໍລິສັດພົງສະຫວັນ ຈຳກັດ; ພິຈາລະນາຄຳຮ້ອງຂໍ ຄວາມເປັນທຳ ສະບັບເລກທີ 307/ ສພຊ, ລົງວັນທີ 10 ກັນຍາ 2024 ກ່ຽວກັບຄະດີແພ່ງທວງເອົາທີ່ດິນ ແລະ ເຮືອນ; ພິຈາລະນາສະເໜີການ ຍ້ອງຍໍໃຫ້ແກ່ຄະນະຮັບຜິດຊອບ ຂອງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນ ການຂຽນປຶ້ມ 50 ປີ ແຫ່ງການ ພົວພັນລະຫວ່າງສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດຫວຽດ ນາມ: ການຮ່ວມມືຮອບດ້ານ ແລະ ການພັດທະນາ. ໂອກາດນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາ ເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ ບັນດາເນື້ອໃນທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນ ການຕົກລົງບັນຫາຢ່າງມີຄວາມ ເປັນເອກະພາບ, ສາມາດເປັນບ່ອນ ອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດ ຊາດ ແລະ ປະຊາຊົນບັນດາເຜົ່າ ຢ່າງແທ້ຈິງ. ຂ່າວ-ພາບ: ສພຊ ເກັບກຳ, ການຜະລິດ ແລະ ເຜີຍແຜ່ ຂໍ້ມູນສະຖິຕິທາງການໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ ເພື່ອເປັນ ບ່ອນອີງທີ່ໜັກແໜ້ນໃຫ້ແກ່ການ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ ຊຶ່ງເປັນບັນຫາສໍາ ຄັນ ແລະ ມີຄວາມໝາຍຍຸດທະສາດ, ຕາມທິດເສດຖະ ກິດເອກະລາດ ເປັນ ເຈົ້າຕົນເອງ (ສອຈ) ໂດຍສະເພາະ ການເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງດ້ານແນວພັນພືດ-ແນວ ພັນສັດ, ເຕັກນິກວິທະຍາສາດ, ປັດ ໄຈອື່ນໆຂອງການຜະລິດກະສິກໍາ; ລົງເລິກການປັບປຸງດິນ ແລະ ການ ຮັກສາທີ່ດິນກະສິກຳທີ່ມີພື້ນຖານ ໂຄງລ່າງກະສິກຳທີ່ອໍານວຍຄວາມ ສະດວກດີ ພ້ອມທັງຈັດສັນເຂດ ຜະລິດຢ່າງມີຈຸດສຸມ; ເອົາໃຈໃສ່ ການຜະລິດອາຫານສັດ, ຝຸ່ນ, ຢາ ປາບສັດຕູພືດ, ຢາປົວສັດ ແລະ ອື່ນໆ ເພື່ອຫລຸດຜ່ອນການນໍາເຂົ້າ; ເອົາໃຈໃສ່ການບໍລິຫານຈັດການນໍ້າ ໃຫ້ເກີດປະໂຫຍດສູງສຸດ, ລະດູຝົນ ຕ້ອງສົ່ງເສີມປູກເຂົ້ານາປີໃຫ້ຫລາຍ, ສ່ວນລະດູແລ້ງກໍເນັ້ນການປູກພືດ ເສດຖະກິດທີ່ມີລາຄາສູງ. ນອກນັ້ນ, ຕ້ອງເອົາໃຈໃສ່ດ້ານ ປຸງແຕ່ງ, ສຸຂານາໄມ ແລະ ການ ຈໍລະຈອນລະຫວ່າງແຂວງຕໍ່ແຂວງ ແລະ ພາຍໃນແຕ່ລະແຂວງ; ສູ້ຊົນ ໃຫ້ມີຄັງແຮແນວພັນ ແລະ ສະບຽງ ອາຫານ ເພື່ອສາມາດຮັບມືໄດ້ຕໍ່ ການປ່ຽນແປງຕ່າງໆເປັນຕົ້ນໄພ ທໍາມະຊາດ ກໍຄື ການປ່ຽນແປງຂອງ ດິນຟ້າອາກາດ ແລະ ອື່ນໆ; ຍູ້ແຮງ ວຽກງານການສົ່ງເສີມການຜະລິດ ກະສິກໍາເປັນສິນຄ້າ ເພື່ອສະໜອງ ພາຍໃນ, ທົດແທນການນຳເຂົ້າ ແລະ ເພື່ອການສົ່ງອອກ ຊຶ່ງແມ່ນ ຄວາມຈໍາເປັນພາວະວິໄສ ແລະ ເປັນ ປັດໄຈການສ້າງລາຍຮັບໃໝ່ ໃຫ້ ປະເທດຊາດ ເພາະວ່າການຜະລິດ ກະສິກໍາເປັນປັດໄຈພື້ນຖານ ເພື່ອ ຂະຫຍາຍອຸດສາຫະກຳປຸງແຕ່ງ; ເອົາໃຈໃສ່ຄົ້ນຄວ້າເຮັດໃຫ້ຊາວ ກະສິກອນໄດ້ຫັນປ່ຽນວິທີການ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານຄະນະກຳມາທິການຍຸຕິທໍາ ສະພາແຫ່ງຊາດ, ປະທານຄະນະ ມິດຕະພາບລັດຖະສະພາ ລາວຍີ່ປຸ່ນ ແລະ ແຂກຖືເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລາຊະທູດຍີ່ປຸ່ນ ຜະລິດໄປສູ່ຄຸນນະພາບໃໝ່ ເພື່ອມີ ລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີ ຂຶ້ນ, ທຸກພາກສ່ວນຕ້ອງເພີ່ມຄວາມ ຮັບຜິດຊອບ ແລະ ເປັນເຈົ້າການ ປະສານສົບທົບກັນໃຫ້ກົມກຽວ ແລະ ແຂງແຮງແຕ່ຫົວທີ; ສ້າງ ໃຫ້ໄດ້ການຫັນປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າໄປສູ່ການຜະລິດຢ່າງ ມີແຜນການ, ມີຈຸດສຸມ, ມີຄາດໝາຍ ສູ້ຊົນ ແລະ ມີຕະຫລາດຮອງຮັບ ທີ່ໝັ້ນຄົງ, ຜະລິດກະສິກຳເປັນ ສິນຄ້າ ໃຫ້ໄດ້ມາດຕະຖານຕາມ ຄວາມຕ້ອງການຂອງຕະຫລາດ ພາຍໃນ ແລະ ຕ່າງປະເທດ ຕາມ ທ່າແຮງທີ່ໄດ້ປຽບຂອງແຕ່ລະ ເຂດແຄວ້ນ ຕິດພັນກັບການປຸງ ແຕ່ງ ເພື່ອສ້າງມູນຄ່າເພີ່ມ ແລະ ສ້າງຜະລິດຕະພັນລາວທີ່ມີເອກະລັກ ແລະ ມີມູນຄ່າ, ຍູ້ແຮງການເຈລະ ຈະເປີດຕະຫລາດ ໂດຍສະເພາະ ກັບປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງໃຫ້ສາມາດສົ່ງ ສິນຄ້າທີ່ພວກເຮົາມີທ່າແຮງດ້ານ ກະສິກໍາສະອາດ, ສົດ, ປອດສານ ພິດ ລວມທັງມີການແປຮູບສ້າງມູນ ຄ່າເພີ່ມກັບທີ່ ແລະ ມີນະໂຍບາຍ ສົ່ງເສີມ-ດຶງດູດການລົງທຶນໃສ່ ວຽກງານດັ່ງກ່າວ. ຄຽງຄູ່ກັນນີ້, ຕ້ອງສ້າງໃຫ້ໄດ້ຄ່ານິຍົມໃນການ ບໍລິໂພກ ແລະ ຊົມໃຊ້ສິນຄ້າທີ່ຜະລິດ ໄດ້ຢູ່ພາຍໃນປະເທດທີ່ມີຄຸນນະພາບ ດີ, ລາຄາສົມເຫດສົມຜົນ ແລະ ສົ່ງເສີມການຜະລິດສິນຄ້າຮັບໃຊ້ ຂະແໜງການທ່ອງທ່ຽວໃຫ້ຫລາຍ ຂຶ້ນ. ເອົາໃຈໃສ່ການຈັດຕັ້ງການ ຜະລິດໃໝ່ທີ່ເຂັ້ມແຂງຕິດພັນກັບ ການນໍາໃຊ້ເຕັກໂນໂລຊີທັນສະໄໝ ໂດຍປັບປຸງກໍາລັງການຜະລິດທີ່ ຫລ້າຫລັງ, ກະແຈກກະຈາຍໄປ ສູ່ອຸດສາຫະກໍາ ແລະ ທັນສະໄໝ, ເປີດກວ້າງການຜະລິດ, ສ້າງເຂດ ຈຸດສຸມການຜະລິດສະເພາະ ເພື່ອ ຫັນໄປສູ່ການດໍາເນີນການຜະລິດ ແບບຕ່ອງໂສ້, ຄົບຊຸດ ແລະ ຮອບ ດ້ານ ເພື່ອເພີ່ມດ້ານປະລິມານ, ຮັບປະກັນດ້ານຄຸນນະພາບ, ຫລຸດ ຜ່ອນຕົ້ນທຶນ, ເພີ່ມປະສິດທິພາບ ການຜະລິດ ແລະ ຍົກສູງຄວາມ ອາດສາມາດແຂ່ງຂັນ; ຊຸກຍູ້ ສົ່ງເສີມການຈັດຕັ້ງການຜະລິດ ເປັນກຸ່ມ-ເປັນສະຫະກອນແບບໃໝ່, ຜະລິດເປັນຟາມຕິດພັນກັບການ ນໍາໃຊ້ເຕັກນິກວິທະຍາສາດ, ການ ຜະລິດຂະໜາດໃຫຍ່, ການຫັນເປັນ ທັນສະໄໝໃນຂົງເຂດກະສິກໍາໃຫ້ ນັບມື້ຂະຫຍາຍຕົວກວ້າງຂວາງ, ຮັບປະກັນໃນການບໍລິໂພກ ແລະ ການຊົມໃຊ້ພາຍໃນປະເທດ, ພ້ອມ ທັງສົ່ງເສີມພາກສ່ວນເສດຖະກິດ ຮ່ວມມືຂອງປະຊາຊົນໃຫ້ເປັນ ຮູບປະທໍາ, ສ້າງໃຫ້ເກີດມີບັນດາ ຫົວໜ່ວຍການຜະລິດ, ການບໍລິການ ພາຍໃຕ້ຮູບການສະຫະກອນ ຫລື ສະມາຄົມ, ກຸ່ມຜະລິດທຸລະກິດ ຕ່າງໆ ຫລື ວິສາຫະກິດຂະໜາດ ນ້ອຍ-ຂະໜາດກາງ ຢ່າງແຂງ ແຮງ; ເອົາໃຈໃສ່ຕໍ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້, ໃນເງື່ອນໄຂການປ່ຽນແປງດິນຟ້າ ອາກາດເພື່ອປ້ອງກັນ ແລະ ຫລຸດ ຜ່ອນຜົນກະທົບຈາກບັນຫາໄພ ແລ້ງ, ໄພນໍ້າຖ້ວມທີ່ຮ້າຍແຮງ ແລະ ຮັບປະກັນແຫລ່ງນໍ້າທີ່ພຽງພໍຮັບ ໃຊ້ການຜະລິດກະສິກໍາຕ້ອງເຂັ້ມ ງວດໃນການຄຸ້ມຄອງປ່າໄມ້ ໃຫ້ໄປ ຕາມທິດສີຂຽວ ແລະ ຍືນຍົງ, ສູ້ຊົນ ເຮັດໃຫ້ອັດຕາປົກຫຸ້ມຂອງປ່າໄມ້ ບັນລຸໄດ້ຕາມແຜນການ (ກວມ 70%); ເອົາໃຈໃສ່ການຟື້ນຟູປ່າທີ່ ຊຸດໂຊມ ແລະ ການປູກຕົ້ນໄມ້ຢ່າງ ມີແຜນການ, ມີຈຸດສຸມ ເພື່ອບັນລຸ ຄາດໝາຍ ຫລື ລື່ນຄາດໝາຍ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງເນັ້ນໃຫ້ເອົາໃຈໃສ່ວຽກງານຄຸ້ມ ຄອງ ແລະ ພັດທະນາທີ່ດິນຕ້ອງຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນ ແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນ ຈັດສັນທີ່ດິນຂັ້ນທ້ອງຖິ່ນໃຫ້ສຳເລັດ ໃນຂອບເຂດທົ່ວປະເທດ ເພື່ອໃຊ້ ເປັນຂໍ້ມູນພື້ນຖານໃນການວາງ ແຜນພັດທະນາ ແລະ ສະຫງວນ ໄວ້, ທັງເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່; ເອົາໃຈໃສ່ການອອກໃບຕາດິນ ແລະ ການຮັບຮູ້ສິດການນຳໃຊ້ທີ່ດິນ ຂອງປະຊາຊົນທີ່ອາໄສຢູ່ໃນ 3 ປະເພດປ່າ. ພ້ອມນັ້ນ, ກໍຕ້ອງເອົາ ໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆທີ່ ຕິດພັນກັບທີ່ດິນເຊັ່ນ: ການຈັບຈອງ ຍາດແຍ່ງດິນ, ການອອກໃບຕາ ດິນຊໍ້າຊ້ອນ, ການໂອນກໍາມະສິດ ທີ່ດິນທີ່ບໍ່ຖືກຕ້ອງຕາມກົດໝາຍ, ການບຸກລຸກປ່າ ແລະ ຖາງປ່າຊະ ຊາຍ, ສິ່ງດັ່ງກ່າວນີ້ ຕ້ອງເອົາໃຈ ໃສ່ເປັນພິເສດ. ສ່ວນວຽກງານ ປົກປັກຮັກສາສິ່ງແວດລ້ອມຕ້ອງ ໄດ້ລົງເລິກ ແລະ ເປັນເຈົ້າການ ຊຸກຍູ້ຜັນຂະຫຍາຍຕາມທິດສີຂຽວ ແລະ ຍືນຍົງໃຫ້ເປັນຮູບປະທຳ ຫລາຍຂຶ້ນ ໂດຍອີງໃສ່ແຜນຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານເປັນ ພື້ນຖານໃນການພັດທະນາ ໂດຍ ມີການຈັດສັນພື້ນທີ່, ການນຳໃຊ້ ຊັບພະຍາກອນທຳມະຊາດທີ່ມີປະ ສິດທິພາບ, ສົ່ງເສີມເຂດພື້ນທີ່ສີ ຂຽວ, ການຄຸ້ມຄອງສິ່ງເສດເຫລືອ; ເອົາໃຈໃສ່ວຽກການຄຸ້ມຄອງ, ບໍລິ ຫານການຈັດການນໍ້າ ແລະ ວຽກ ອຸຕຸນິຍົມອຸທົກກະສາດໃຫ້ເປັນ ເຈົ້າການປະສານສົມທົບກັບຂະ ແໜງການກ່ຽວຂ້ອງທັງຢູ່ສູນ ກາງ ແລະ ທ້ອງຖິ່ນ ລວມທັງພາກ ທຸລະກິດໃນການບໍລິຫານຈັດການ ນໍ້າແບບລວມສູນ ເພື່ອໃຫ້ສາມາດ ດຸ່ນດ່ຽງການສະໜອງນໍ້າຈາກ ບັນດາອ່າງເກັບນໍ້າຂອງບັນດາໂຄງ ການເຂື່ອນໄຟຟ້າ ແລະ ຊົນລະປະ ທານຮັບປະກັນບໍ່ໃຫ້ສົ່ງຜົນກະທົບ ຕໍ່ການດຳລົງຊີວິດຂອງປະຊາຊົນ; ເອົາໃຈໃສ່ສືບຕໍ່ຄົ້ນຄວ້າ, ສ້າງ ຕັ້ງຄະນະກໍາມະການຄຸ້ມຄອງນໍ້າ ແຫ່ງຊາດ; ສ້າງ ແລະ ປັບປຸງກົນໄກ ການປະສານງານການບໍລິຫານ ຈັດການນໍ້າ; ປັບປຸງຍຸດທະສາດ ການຄຸ້ມຄອງນໍ້າ; ຫັນປ່ຽນຮູບແບບ ການຄຸ້ມຄອງຊັບພະຍາກອນນໍ້າ ຈາກການແຍກຕາມຂະແໜງການ ມາສູ່ການບໍລິຫານຈັດການແບບ ລວມສູນຕາມພູມສັນຖານ ຫລື ການ ບໍລິຫານຈັດການນໍ້າແບບອ່າງຮັບ ນໍ້າ, ຍົກລະດັບຂີດຄວາມສາມາດ ໃນການຮັບປະກັນຄວາມປອດໄພ ທາງດ້ານນໍ້າ ໂດຍການຫັນປ່ຽນ ລະບົບການຄຸ້ມຄອງໄພພິບັດຈາກ ການແກ້ໄຂສຸກເສີນມາເປັນການ ເຝົ້າລະວັງ ແລະ ເຕືອນໄພລ່ວງໜ້າ ດ້ວຍເຕັກໂນໂລຊີທີ່ທັນສະໄໝ; ຍົກ ລະດັບມາດຕະການຄວບຄຸມມົນລະ ພິດທາງນໍ້າໃຫ້ມີຄວາມເຂັ້ມງວດ ແລະ ທັນສະໄໝ, ລິເລີ່ມ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານ ຄຸ້ມຄອງນໍ້າໃຕ້ດິນ ເພື່ອເປັນແຫລ່ງ ນໍ້າສຳຮອງຍຸດທະສາດໃນຍາມ ວິກິດໄພແຫ້ງແລ້ງ, ຄຸ້ມຄອງດິນ ບໍລິເວນນໍ້າໃຫ້ມີປະສິດທິຜົນ. ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຕ້ອງຈັດເປັນບຸລິ ມະສິດໃນການແກ້ໄຂ ໂດຍຄົ້ນ ຄວ້າກຳນົດແຜນຍຸດທະສາດພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຕິດພັນກັບການຈັດສັນ ພູມລໍາເນົາ, ອາຊີບຄົງທີ່ໃຫ້ປະຊາ ຊົນຕາມລະບຽບກົດໝາຍ ເພື່ອ ຫລຸດຜ່ອນບັນຫາປະຊາຊົນຍົກ ຍ້າຍຖິ່ນຖານທີ່ບໍ່ຖືກຕ້ອງ, ສຸມໃສ່ ແກ້ໄຂຢ່າງແຂງແຮງ, ມີຈຸດສຸມ, ມີໂຄງການຈະແຈ້ງ, ພ້ອມທັງສົ່ງ ເສີມໃຫ້ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາ ຊົນນະບົດ ແລະ ການແກ້ໄຂຄວາມ ທຸກຍາກ ໂດຍການດຶງດູດການ ລົງທຶນຈາກພາກເອກະຊົນ ເພື່ອສ້າງ ວຽກເຮັດງານທຳ ແລະ ສ້າງລາຍ ຮັບໃຫ້ປະຊາຊົນ, ຄຽງຄູ່ກັບການຈັດ ຕັ້ງປະຕິບັດວຽກງານການກໍ່ສ້າງ ຮາກຖານການເມືອງຕິດພັນກັບ ວຽກງານສາມສ້າງໃຫ້ເຂົ້າສູ່ລວງ ເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ຂ່າວ-ພາບ: ທູນທອງໃຈ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນ ວ່າ ໃນວາລະທີ່ ສປປ ລາວ ໄດ້ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຍີ່ປຸ່ນ ແລະ ລາວ ກໍໄດ້ຮ່ວມກັນສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງ ຕັ້ງສາຍພົວພັນທາງການທູດ ຊຶ່ງ ສະແດງອອກຜ່ານສາຍພົວພັນສອງ ຝ່າຍທີ່ໄດ້ຖືກຍົກລະດັບຂຶ້ນເປັນຄູ່ ຮ່ວມຍຸດທະສາດຮອບດ້ານ. ພ້ອມ ນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ການໄປ ຢ້ຽມຢາມຍີ່ປຸ່ນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະສະມາຄົມມິດຕະພາບ ລັດຖະສະພາ ລາວ-ຍີ່ປຸ່ນ, ລວມ ທັງການສະເດັດຢ້ຽມຢາມ ສປປ ລາວ ຂອງສົມເດັດເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ໃນປີຜ່ານມາ ຊຶ່ງ ທັງໝົດນີ້ລ້ວນແຕ່ໄດ້ປະກອບສ່ວນ ລົງເລິກຕໍ່ສາຍພົວພັນລະຫວ່າງ ປະຊາຊົນທັງສອງຊາດໃຫ້ແໜ້ນ ແຟ້ນຍິ່ງຂຶ້ນ. ທ່ານ ໂຄອິຊຶມິ ຊຶໂຕະມຸ ຍັງ ໄດ້ສະແດງຄວາມມຸ່ງໝັ້ນທີ່ຈະ ຮ່ວມມືຢ່າງໃກ້ຊິດກັບບັນດາການ ນໍາ ແລະ ຄູ່ຮ່ວມງານຂອງລາວໃນ ການເພີ່ມທະວີສາຍພົວພັນ ຍີ່ປຸ່ນລາວ ຮູບແບບໃໝ່ທີ່ຈະເສີມສ້າງ ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານໃຫ້ເຂັ້ມແຂງຂຶ້ນ ໂດຍມີວິໄສ ທັດໄລຍະຍາວໃນອີກ 10-20 ປີ ຂ້າງໜ້າ ແລະ ຈະສືບຕໍ່ບູລະນະ ກໍ່ສ້າງສະໜາມກິລາເຈົ້າອານຸວົງ ພາຍໃຕ້ການສະໜັບສະໜູນຈາກ ຍີ່ປຸ່ນ ແລະ ອື່ນໆ. ພ້ອມກັນນີ້, ທ່ານ ນາງ ທຸມມາລີ ວົງພະຈັນ ກໍໄດ້ຕາງໜ້າແຂກທີ່ມາ ຮ່ວມງານອວຍພອນໃຫ້ແກ່ການ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນລະ ຫວ່າງ ລາວ ແລະ ຍີ່ປຸ່ນ. ຂ່າວ: ວຽງສະຫວັນ; ພາບ: ເກດສະໜາ ວາງນະໂຍບາຍ ແລະ ການຕິດ ຕາມ-ປະເມີນຜົນການພັດທະນາປະ ເທດ; ຊຸກຍູ້ການນຳໃຊ້ເຕັກໂນໂລ ຊີເຂົ້າໃນການສ້າງຖານຂໍ້ມູນໃຫຍ່ (Big Data) ແລະ ການເຊື່ອມໂຍງ ຖານຂໍ້ມູນລະຫວ່າງຂະແໜງການທ້ອງຖິ່ນ ໃຫ້ເປັນລະບົບດຽວກັນ; ໃຫ້ຄົ້ນຄວ້າ ແລະ ພັດທະນາປະເພດ ສະຖິຕິໃໝ່ ເປັນຕົ້ນແມ່ນສະຖິຕິ ສິ່ງແວດລ້ອມ, ສະຖິຕິຄວາມໝັ້ນ ຄົງ ແລະ ຖານຂໍ້ມູນທະບຽນຕ່າງໆ ທີ່ຕິດພັນກັບການຫັນເປັນທັນສະ ໄໝຂອງວຽກງານພາສີ-ອາກອນ; ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານມີ ຄວາມຈົງຮັກພັກດີ, ມີຈັນຍາບັນ ໃນອາຊີບ ແລະ ຮັບປະກັນຄວາມ ໂປ່ງໃສຂອງຕົວເລກສະຖິຕິເພາະ ຂໍ້ມູນທີ່ຜິດພາດຈະນຳໄປສູ່ການ ຕັດສິນໃຈທີ່ຜິດທິດທາງ. ສຳລັບ ວຽກງານຈຸດສຸມແມ່ນເລັ່ງສະຫລຸບ ແລະ ເຜີຍແຜ່ຜົນການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V, ພ້ອມທັງກະກຽມດຳເນີນການ ສຳຫລວດເສດຖະກິດທົ່ວປະເທດ ຄັ້ງທີ IV ໃນປີ 2026 ໃຫ້ສຳເລັດ ຕາມແຜນການ. ຂ່າວ: ສົມຫວັງ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==