gsfdko{dkora fmtok a xtgmf]k; ( 26/02/2026 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືກ່ຽວກັບໂຄງການ ພັດທະນາເພື່ອຊຸມຊົນ ໃນ 5 ບ້ານ (ລະຍາວເໜືອ, ລະຍາວກາງ, ລະ ຍາວໃຕ້, ຈຳປາວ ແລະ ບ້ານແຄມ ຊັງ) ທີ່ຖືກຜົນກະທົບຂອງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຈັດຂຶ້ນເມື່ອມໍ່ ໆມານີ້ ທີ່ຫ້ອງການບ້ານລະຍາວ ໃຕ້ ເມືອງສາມັກຄີໄຊ ແຂວງອັດຕະ ປື ໂດຍການເປັນປະທານຂອງ ທ່ານ ຄູນສະຫວັນ ເວັນມະສອນ ປະທານຄະນະກຳມາການປົກຄອງ ເມືອງສາມັກຄີໄຊ, ມີບັນດາຄະນະ ກຳມະການຄຸ້ມຄອງ ແລະ ນຳໃຊ້ ທຶນພັດທະນາຊຸມຊົນ ໂຄງການ ເຂື່ອນໄຟຟ້າ ແລະ ໂຄງການບໍ່ ແຮ່ ພ້ອມດ້ວຍຄະນະພັກອຳການ ປົກຄອງບ້ານ 5 ບ້ານເຂົ້າຮ່ວມ. ທ່ານ ຊາດວັນໄຊ ກິດຕິຍະລາດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງສາມັກຄີໄຊ ແຂວງອັດຕະປື ທັງເປັນກອງເລ ຂາຄະນະກຳມະການ ໂຄງການ ພັດທະນາເພື່ອຊຸມຊົນ ໄດ້ສະຫລຸບ ໂຄງການຊ່ວຍເຫລືອ ປະຈຳປີ 2025 ຊຶ່ງປະກອບມີໂຄງການ ກໍ່ສ້າງໂຮງຮຽນ, ສ້ອມແປງ ໂຮງຮຽນ, ໂຄງການຕາຂ່າຍໄຟຟ້າ, ເຮືອນພັກໂຮງໝໍນ້ອຍ ແລະ ໂຄງ sk]n 37'dkora fmtokgrn j v-5 ,-q o .o 5 [h ko mu j 4n dzq odtmq [0v'g0n j vog-xPo{g-oEoh vp xtmko7totde,tdkoxq d7v' c0;'9exkla d -5 dp6 h 37'dko,N ]t4q '0v'w;|5 j ,9y fvklk ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ທ່ານ ສຸກ ສະຫວັນ ວິໄລວົງ ປະທານຄະນະ ກຳມະການປົກຄອງ ແຂວງຈຳ ປາສັກ ລົງຊຸກຍູ້ໂຄງການມື້ລະຖົງ ຂອງໄວໜຸ່ມຈິດອາສາທີ່ໄດ້ມີນ້ຳ ໃຈໃນການຮັກສາຄວາມສະອາດ ສວຍງາມ ຕາມເຂດຄູກັນນ້ຳແຄມ ແມ່ນ້ຳຂອງ ນະຄອນປາກເຊ ໃນ ວັນທີ 24 ກຸມພາ 2025 ທີ່ຫ້ອງວ່າ ການ ແຂວງຈຳປາສັກ ໂດຍມີ ທ່ານ ສຸວັນນະລາດ ສີຫານົນ ເລຂາຄະນະ ບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວແຂວງຈຳປາສັກ ແລະ ບັນດາຊາວໜຸ່ມຈິດອາສາຂອງ ໂຄງການມື້ລະຖົງເຂົ້າຮ່ວມ. ທ້າວ ປັນ ເປັນຜູ້ລິເລີ່ມໂຄງການ ມື້ລະຖົງ ຂອງໄວໜຸ່ມຈິດອາສາ ໄດ້ ລາຍງານວ່າ: ຈຸດປະສົງຫລັກໆ ຂອງໂຄງການ ຄື ຢາກໃຫ້ສະຖານທີ່ ສາທາລະນະ ກໍຄືສະຖານທີ່ແຄມ ຂອງ ໂດຍສະເພາະ ຄູກັນນ້ຳແຄມ ແມ່ນ້ຳຂອງ ນະຄອນປາກເຊ ແຂວງ ຈຳປາສັກ ໃຫ້ມີຄວາມສະອາດ ສວຍງາມ ທັງເປັນການປູກຈິດ ສຳນຶກໃຫ້ທຸກຄົນທີ່ມາຫລິ້ນມາ ທ່ຽວຫລືມາອອກກຳລັງກາຍຕ່າງໆ ຊ່ວຍກັນຮັກສາຄວາມສະອາດໃຫ້ ຫລາຍກວ່າຜູ້ຖິ້ມ. ທ່ານ ສຸກສະຫັວນ ວິໄລວົງ ໄດ້ ຕາງໜ້າໃຫ້ການນຳແຂວງ ກ່າວ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ດີໃຈ ຕໍ່ຊາວໜຸ່ມໄວໜຸ່ມ ທີ່ໄດ້ມີແນວ ຄວາມຄິດສ້າງຕັ້ງໂຄງການດີໆ ແບບນີ້ຂຶ້ນມາ ພ້ອມທັງເນັ້ນໃຫ້ສຶບຕໍ່ ໂຄງການດັ່ງກ່າວ ຊຶ່ງທາງພັກ-ລັດ ກໍໄດ້ໃຫ້ການສະໜັບສະໜູນ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ແນວຄວາມ ຄິດນີ້ ແລະ ຈະເປັນແບບຢ່າງທີ່ດີ ຫລາຍໃຫ້ແກ່ສັງຄົມ. ໂອກາດນີ້, ນຳແຂວງຈຳປາສັກ ໄດ້ມອບເງິນ 5 ລ້ານກີບ ໃຫ້ແກ່ ໂຄງການມື້ລະຖົງ ຂອງໄວໜຸ່ມ ຈິດອາສາ ທີ່ໄດ້ມີນ້ຳໃຈໃນການ ຮັກສາຄວາມສະອາດ ສວຍງາມ ຕາມເຂດຄູກັນນ້ຳແຄມແມ່ນ້ຳຂອງ ນະຄອນປາກເຊ ຕາງໜ້າມອບ ໂດຍ ທ່ານ ສຸກສະຫັວນ ວິໄລວົງ. ຂ່າວ: ປະພິດ ສີສົມບູນ g]0kra dc0;'7e,j ;o 8h voIa [sq ;|h k czo'kol5 0trk[ c]t 3r-tokdko]5 d-e[;d ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານ ງານພັກ ແຂວງຄຳມ່ວນ ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ດຣ. ນາງ ຊິນ້ອຍ ມັອກໂກຊີ່ຫົວໜ້າ ແຜນງານສຸຂະພາບ ແລະ ໂພຊະນາ ການ (Lao 035) ຂອງອົງການ ຮ່ວມມືເພື່ອການພັດທະນາປະເທດ ລາຊະອານາຈັກລຸກຊໍາບວກ ພ້ອມ ດ້ວຍຄະນະ ໃນວັນທີ 24 ກຸມພາ 2026 ທີ່ຫ້ອງວ່າການແຂວງຄຳ ມ່ວນ ໂດຍມີ ທ່ານ ເດດສັກດາ ມະນີ ຄໍາ ຮອງປະທານຄະນະກຳມະການ ປົກຄອງແຂວງ ແລະ ພະແນກການ gxu f0t[;odkolh k'mk'g[8q 'rkp.o [h kookw-oh vp{lt3xo 7kf;j k 2 xu .sh leg]a f ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ອຳນາດການ ປົກຄອງ ບ້ານນາໄຊນ້ອຍ ແລະ ບ້ານສະໂປນ ເມືອງ ແລະ ແຂວງ ສາລະວັນ ຮ່ວມກັບຄະນະສົງພາຍ ໃນວັດມາຄະແກ້ວຕາຜາລ່ອງມັງ ຄະຣາມ ເປີດຂະບວນການກໍ່ສ້າງ ທາງເບຕົງເສີມເຫລັກ ເສັ້ນທາງ ຮ່ອມເຂົ້າວັດ, ທາງຮ່ອມບ້ານ ມີ ຄວາມຍາວ 581 ແມັດ ໃນວັນທີ 24 ກຸມພາ2026 ໂດຍມີ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ ແຂວງສາລະວັນ, ທ່ານ ສະໄໝ ໂພທິສານ ເລຂາພັກເມືອງສາລະ ວັນ, ພະອາຈານ ຊາສຸນັນ ຜຸຍແກ້ວ ປະເສີດ ເຈົ້າອະທິການວັດບ້ານນາ ໄຊນ້ອຍ-ສະໂປນ ພ້ອມດ້ວຍພະເຖ ລານຸເຖລະ, ການນໍາຂອງແຂວງ, ເມືອງສາລະວັນ, ອໍານາດການ ປົກຄອງບ້ານ, ປະຊາຊົນພາຍໃນ ບ້ານ ແລະ ພາກສ່ວນໃຫ້ການອຸປະ ຖໍາເຂົ້າຮ່ວມ. ການກໍ່ສ້າງທາງເບຕົງເສີມ ເຫລັກ ເສັ້ນທາງຮ່ອມເຂົ້າວັດ ແລະ ທາງຮ່ອມບ້ານ ຊຶ່ງໄລຍະທຳອິດ ໄດ້ດຳເນີນການກໍ່ສ້າງທາງເຂົ້າ ວັດກ່ອນ, ຫລັງຈາກນັ້ນ ຈະສືບຕໍ່ ດຳເນີນການກໍ່ສ້າງ ນັບແຕ່ແຍກ ເສັ້ນທາງເລກ 20 ຫາວັດ ແລະ ຄາດຄະເນໄລຍະເວລາການກໍ່ສ້າງ 2 ປີ, ມູນຄ່າການກໍ່ສ້າງທັງໝົດ 1 ຕື້ກວ່າກີບ. ທ່ານ ສົມຈິດ ສຸລິຍະເຕັນ ນາຍ ບ້ານນາໄຊນ້ອຍ ໄດ້ລາຍງານວ່າ: ເສັ້ນທາງດັ່ງກ່າວ ເປັນເສັ້ນທາງດິນ ແດງ, ໄລຍະຜ່ານມາໄດ້ພະຍາຍາມ ບູລະນະສ້ອມແປງເສັ້ນທາງໃນຈຸດ ຕ່າງໆທີ່ເປ່ເພ ເປັນຕົ້ນ ເອົາດິນຖົມ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ສະແດງຄວາມ ຕ້ອນຮັບດ້ວຍໄມຕີຈິດມິດຕະພາບທີ່ ດີ ພ້ອມທັງໄດ້ຕີລາຄາສູງຕໍ່ຜົນງານ ການເຄື່ອນໄຫວທີ່ທາງໂຄງການ ໄດ້ປະກອບສ່ວນພັດທະນາແຂວງ ຄໍາມ່ວນ ໃນໄລຍະຜ່ານມາ. ໂອກາດ ດຽວກັນ, ທ່ານ ດຣ. ນາງ ຊິນ້ອຍ ມັອກໂກຊີ່ ກໍໄດ້ແຈ້ງຈຸດປະສົງ ໃນການເຂົ້າຢ້ຽມຂໍ່ານັບ ຕໍ່ທ່ານ ເລຂາພັກແຂວງຄໍາມ່ວນ ພ້ອມທັງ ນຳສະເໜີຄວາມເປັນໄປໄດ້ ໃນ ໂຄງການກໍ່ສ້າງໂຮງໝໍແຂວງຄຳ ມ່ວນ ຫລັງໃໝ່ ເພື່ອຮອງຮັບການ ບໍລິການຮັກສາສຸຂະພາບຂອງພໍ່ແມ່ ປະຊາຊົນໃນອະນາຄົດ, ພ້ອມທັງຖື ໂອກາດນີ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ການມາປະຕິບັດໜ້າທີ່ ເປັນເລຂາຄະນະບໍລິຫານງານພັກ ແຂວງຄໍາມ່ວນ ຂອງທ່ານ ໄຊຊະນະ ໂຄດພູທອນ ແລະ ຫວັງຢ່າງຍິ່ງ ວ່າຈະໄດ້ຮັບຄວາມຮ່ວມມື ແລະ ສະໜັບສະໜູນ ຈາກການນໍາພັກລັດແຂວງ, ໃນໂຄງການສົ່ງເສີມ ພັດທະນາດ້ານສາທາລະນະສຸກ ຂອງລຸກຊຳບວກ ຢູ່ແຂວງຄໍາມ່ວນ. ຂ່າວ: ມະນີວັນ ຫລາຍຄັ້ງ ເພື່ອແກ້ໄຂໃຫ້ສາມາດ ສັນຈອນໄປ-ມາໄດ້ຢ່າງສະດວກ ມູນຄ່າສ້ອມແປງຫລາຍກວ່າ 90 ລ້ານກີບ, ພຽງໄລຍະເວລາສັ້ນໆ ກໍ ເປ່ເພຄືນ ໂດຍສະເພາະໄລຍະລະດູ ຝົນ ມີນ້ຳຂັງ, ເປັນຂຸມ ແລະ ລະດູ ແລ້ງ ມີຂີ້ຝຸ່ນໄງ່. ຍ້ອນແນວນັ້ນ, ອົງການປົກຄອງບ້ານ 2 ບ້ານ, ຄະນະສົງ ແລະ ປະຊາຊົນ ຈຶ່ງມີ ຄວາມເຫັນດີເປັນເອກະພາບກໍ່ສ້າງ ທາງເບຕົງເສີມເຫລັກ, ມີຄວາມ ຍາວທັງໝົດ 581 ແມັດ, ກວ້າງ 6 ແມັດ, ໜາ 15-20 ຊັງຕີແມັດ. ພະອາຈານ ຊາສຸນັນ ຜຸຍແກ້ວ ປະເສີດ ໄດ້ກ່າວວ່າ: ຍ້ອນຄວາມ ສາມັກຄີປອງດອງ, ຄວາມເປັນເອ ກະພາບຂອງການຈັດຕັ້ງບ້ານ ແລະ ຄະນະສົງ ມີຄວາມພະຍາຍາມຊຸກຍູ້ ໃນການພັດທະນາພື້ນຖານໂຄງ ລ່າງ ຕາມທ່າແຮງ, ເງື່ອນໄຂ ເມື່ອ ບ້ານພັດທະນາ, ວັດວາອາຮາມ ກໍ ໄດ້ຮັບການພັດທະນາຄຽງຄູ່ກັບ ຈິດໃຈຂອງອອກຕົນຍາດໂຍມ ໄດ້ ສ້າງບຸນສ້າງກຸສົນ, ທັງໄດ້ປະກອບ ສ່ວນຊ່ວຍເຫລືອສັງຄົມອີກດ້ວຍ. ໂອກາດນີ້, ພະອາຈານ ໄດ້ສະແດງ ຄວາມຂອບໃຈ ຕໍ່ກັບອົງການຈັດຕັ້ງ ທຸກພາກສ່ວນ, ເຈົ້າພາບເຈົ້າສັດທາ ທາງໃກ້ ແລະ ໄກ ທີ່ໄດ້ປະກອບ ສ່ວນວັດຖຸ, ປັດໄຈ ຕາມກໍາລັງສັດ ທາທຸກໆທ່ານ, ທັງອວຍພອນໄຊອັນ ປະເສີດ ຈົ່ງເປັນຜູ້ທີ່ມີຄວາມປິຕິຊົມ ຊື່ນໃນສິນໃນທຳ, ໃນວໍວອນພຸດທະ ສາສະໜາ ໃຫ້ມີຄວາມໝັ້ນຍືນ ແລະ ເຕັມໄປດ້ວຍພອນໄຊ 4 ປະການ. ໃນໂອກາດດັ່ງກ່າວ, ຫລາຍພາກ ສ່ວນ ກໍໄດ້ໃຫ້ການປະກອບສ່ວນ ສົມທົບທຶນຮອນເຂົ້າໃນການກໍ່ສ້າງ ລວມເປັນເງິນ 50 ລ້ານກວ່າກີບ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ການອື່ນໆ ໃນແຕ່ລະບ້ານ ລວມມູນ ຄ່າ 5,57 ຕື້ກວ່າກີບ, ໃນປີ 20262027 ບໍລິສັດເຂື່ອນໄຟຟ້າເຊປຽນເຊນໍ້ານ້ອຍ ຈະສືບຕໍ່ຊ່ວຍເຫລືອ 5 ບ້ານດັ່ງກ່າວ ໃນນີ້, ຈະຊ່ວຍເຫລືອ ບ້ານລະຍາວໃຕ້ 400 ລ້ານກີບ ແລະ ສຳລັບປີ 2028 ແມ່ນທາງ ບໍລິສັດ ຈະໄດ້ແບ່ງປັນໃຫ້ 5 ບ້ານ ໃນແຕ່ລະປີ, ປີລະ 4 ຮ້ອຍລ້ານກີບ. ຂ່າວ-ພາບ: ສ ສາຍໃຈຕະປາດ
RkJQdWJsaXNoZXIy MTc3MTYxMQ==