7224

xtgmf]k; 6 26/02/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ; ພາບ:​ຂັນໄຊີ ດັ ນ x6 d\kd3,0kp wfh dew]s]kpIh vp]h kodu [8+ xu -u ;y f{;a fmtotme u y a ຂປລ. ບຸນພະເຫວດສັນດອນຫລື ເອີ້ນກັນວ່າ: ບຸນມະຫາຊາດແມ່ນ ບຸນປາງໃຫຍ່ປະຈຳປີ ເປັນບຸນຕາມ ຮີດ 12 ຄອງ 14 ປະເພນີຂອງລາວ ຊຶ່ງປະຊາຊົນລາວຊາວພຸດໄດ້ຈັດ ຂຶ້ນໃນທຸກໆປີຂອງແຕ່ລະບ້ານ ເພື່ອ ລະນຶກເຖິງຊາດໜຶ່ງຂອງພະພຸດທະ ອົງເກີດມາເປັນພະເຫວດສັນດອນ ທີ່ເປັນການໃຊ້ຊາດສຸດທ້າຍຂອງ ພະອົງ (ເຫວດສັນຕຣະ). ຕາມຂໍ້ ມູນຄັດຈາກປຶ້ມຄູ່ມື ຮີດ12 ຄອງ 14 ປະເພນີລາວໃຫ້ຮູ້ວ່າ: ການເຮັດ ບຸນພະເຫວດມີເລື່ອງກ່າວໄວ້ໃນ ໜັງສືມະໄລໝື່່ນມະໄລແສນວ່າ ພະ 7;k,gxa o,k0v'rtgs;fla ofvo-kfq d ມະໄລຂຶ້ນໄປໄຫວ້ທາດເກດແກ້ວ ຈຸນລະມະນີໃນຊັ້ນດາວວະດຶງ ໄດ້ ພົບກັບພະອະຣິຍະເມດໄຕຣ ເພິ່ນ ໄດ້ຖາມຄວາມເປັນຢູ່ຂອງມະນຸດ ນຳພະມະໄລວ່າ: “ຖ້າຢາກພົບພະ ອົງຈ່ົງຢ່າໄດ້ຂ້າຕີພ່ໍແມ່, ຢ່າທຳ ຮ້າຍພະພຸດທະເຈົ້າ, ຢ່າຍຸຍົງໃຫ້ພະ ແຕກແຍກກັນ ແລະ ໃຫ້ອາສາຫະ ຟັງເທດເລ່ືອງສັນຕະຊາດົກ ຊ່ຶງມີ ຢູ່ 13 ກັນ ໃຫ້ຈົບໃນມື້ດຽວ” ຍ້ອນ ແນວນີ້ຊາວບ້ານຈຶ່ງພ້ອມກັນເຮັດ ບຸນພະເຫວດ. ເລື່ອງ“ພະເຫວດສັນດອນ”ທີ່ມີ ຢູ່ໃນພະຄຳພີ 13 ກັນນັ້ນ ແມ່ນລຳ ດັບເຫດການຂອງການໃຫ້ທານ, ການເສຍສະລະ ແລະ ການເຮັດ ບຸນຂອງພະເຫວດສັນດອນແຕ່ລະ ຊາດ ທີ່ພະອົງເກີດມາກ່ອນຈະຕັດ ສະຮູ້ເປັນພະສຳມາສຳພຸດທະເຈ້ົາ. ຕາມປົກກະຕິແລ້ວບຸນພະເຫວດ ຈະໃຊ້ເວລາຢູ່ສາມມ້ືສາມຄືນ. ມ້ື ທຳອິດແມ່ນການຫ້າງຫາກະກຽມ ປຸກຜາສ້າງເຜິ້ງໃນສິມ ຫລື ຫໍແຈກ ທີ່ເຫັນວ່າກວ້າງຂວາງພໍສຳລັບນັ່ງ ຟັງເທດອ້ອມຜາສາດເຜິ້ງ, ບາງ ວັດທີ່ບໍ່ປຸກຜາສາດເຜິ້ງກໍໃຊ້ຫໍທະ ມາດໃຫ້ພະນັ່ງເທດ, ສ່ວນຜາສາດ ເຜິ້ງນັ້ນໃຊ້ໄມ້ໄຜ່ສານເພື່ອເຮັດ ເປັນຖັນຂອງຜາສາດດ້ວຍກ້ານ ກ້ວຍສຳລັບປັກດອກໄມ້ເຜິ້ງ, ມີ ການເຕ້ົ້າໂຮມຕົ້ນກາລະພຶກ ແລະ ກັນເທດຕັ້ງໄວ້ອ້ອມຜາສາດ ຫລື ຫໍທະມາດບ່ອນທີ່ພະຈະນັ່ງເທດ, ຕອນຄ່ຳຂອງມື້ທຳອິດມີການໄຫ້ວ ພະຮັບສິນ, ຟັງສູດໂພທິສັດບັ້ນຕ້ົນ ແລະ ບັ້ນປາຍອັນເປັນການບັນຍາຍ ເຖິງບາລະມີທີ່ພະເຫວດສັນດອນ ໄດ້ບຳເພັນມາ. ໃນຕອນເຊົ້າມືິດມື້ຕໍ່ ມາປະມານ 3 ໂມງເຊົ້າມີການແຫ່ ເຂົ້າພັນກ້ອນອ້ອມສິມສາມຮອບ. ເຂ້ົາພັນກ້ອນແມ່ນຊື່ສົມມຸດຂອງອາ ຫານ ແລະ ເຂົ້າຕົ້ມເຂົ້າໜົມທີ່ຊາວ ບ້ານຈະຖວາຍສັງຄະທານ ແລະ ຖວາຍຈັງຫັນແກ່ພະພິກຂຸສົງ, ຫລັງ ຈາກພະສັນເຂົ້າແລ້ວມີການຟັງ ເທດມາໄລໝື່ນມາໄລແສນ ຈາກ ນັ້ນ ກໍເລີ່ມຕົ້ນເທດມະຫາຊາດຊຶ່ງ ມີຢູ່ 13 ກັນໃຫ້ແລ້ວພາຍໃນມື້ ດຽວ. ມະຫາຊາດທັງ 13 ກັນນັ້ນ ກໍມີທັດສະພອນ ຄື: ພະອິນໃຫ້ພອນ ສິບປະການແກ່ນາງ ພຸດສະດີ, ກັນ ຕໍ່ໄປກໍແມ່ນຫິມະພານຕອນພະ ເຫວດເດີນດົງຢູ່ໃນປ່າຫິມະພານທ່ີ ເຕັມໄປດ້ວຍປ່າດົງພົງໄພທານະ ຂັນແມ່ນບັ້ນພະເຫວດໃຫ້ທານຊຶ່ງ ທານຊ້າງ, ທານມ້າ. ນອກຈາກນັ້ນ ກໍຍັງມີກັນວັນນະພະເຫວດຕອນ ພະເຫວດຍ່າງຢູ່ດົງຢູ່ປ່າເຕັມໄປ ດ້ວຍເສືອສິງ, ຈຸລະພົນມະຫາພົນ, ກຸມມານບັ້ນຕົ້ນ, ກຸມມານບັ້ນປາຍ ທີ່ບັນລະຍາຍເຖິງຄວາມທຸກຍາກ ຂອງກັນຫາສາລີທ່ີພະເຫວດສັນ ດອນມອບເປັນທານໃຫ້ແກ່ພາມ, ມັດທີຕອນທີ່ນາງມັດທີໂສກເສົ້າ ຫາກັນຫາສາລີທີ່ພະເຫວດໃຫ້ທານ ໃຫ້ພາມ ແລະ ພາມທຸບຕີ (ຊຸຊະກະ ເປັນຊື່ຂອງພາມ) ແລະ ສັກກະຕິຄື ຫົກກະສັດມາປະຊຸມກັນເພື່ອແຫ່ພະ ເຫວດສັນດອນເຂົ້າເມືອງ ແລະ ກັນ ສຸດທ້າຍແມ່ນມະຫາຣາຊ. ພະເຫວດສັນດອນທັງ 13 ກັນນ້ີ ແມ່ນລຳດັບເຫດການປະຫວັດການ ບຳເພັນກຸສົນ, ການເສຍສະລະ, ການບໍລິຈາກໃຫ້ທານ ແລະ ການ ໃຊ້ເວນໃຊ້ກຳຂອງພະເຫວດສັນ ດອນກ່ອນຈະຕັດສະຮູ້ເປັນສຳມາ ສຳພຸດທະເຈົ້າ. ຕາມຫລັກການ ແລ້ວບຸນພະເຫວດຈະຈັດຂຶ້ນໃນ ມື້ອອກໃໝ່ 15 ຄໍ່າ ຫລື ວັນເພັງ ເດືອນສີ່ ຂອງທຸກໆປີຕາມຮີດ 12 ຂອງລາວ. ຂປລ.ໝາກໂມເປັນອີກໝາກໄມ້ ຊະນິດໜຶ່ງທີ່ຄົນນິຍົມກິນ ແລະ ເປັນ ທີ່ຕ້ອງການຂອງທ້ອງຕະຫລາດ ຫລາຍ ໂດຍສະເພາະແມ່ນຍາມ ຮ້ອນ ເພາະວ່າໝາກໂມເມື່ອກິນເຂົ້າ ໄປຈະຊ່ວຍເຮັດໃຫ້ຮູ້ສຶກສົດຊື່ນ ຜ່ອນຄາຍຄວາມອິດເມື່ອຍໄດ້ດີ ຈຶ່ງເປັນທີ່ນິຍົມຂອງຜູ້ບໍລິໂພກ ຈົນ ເຮັດໃຫ້ຊາວສວນທີ່ຜະລິດໝາກໂມ ຂາຍຍີ້ມໄດ້ ເມື່ອຮອດລະດູການ ເກັບໝາກໂມ ເໝືອນດັ່ງກະສິກອນ ບ້ານດົງໂພນແຮ່ ເມືອງຫາດຊາຍ ຟອງ ນະຄອນຫລວງວຽງຈັນ ໜຶ່ງ ໃນນັ້ນກໍແມ່ນສວນຂອງນາງສຸກສັນ ທີ່ຢືດຖືອາຊີບປູກໝາກໂມຂາຍ ດ້ວຍປະສົບການຍາວນານກວ່າ 40 ປີ. ທ່ານ ນາງ ສຸກສັນ ເຈົ້າຂອງ ສວນໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວວ່າ: ອາຊີບປູກໝາກໂມ ແມ່ນເຮັດມາ ແຕ່ຈື່ຄວາມໄດ້ກໍໄດ້ຊ່ວຍຄອບຄົວ ເຮັດສວນໝາກໂມແລ້ວ ຈົນເຮັດ ໃຫ້ມີຄວາມຮູ້ ໃນເລື່ອງການບົວ ລະບັດຮັກສາເປັນຢ່າງດີ, ພໍໃຫຍ່ ມີຄອບຄົວ ກໍໄດ້ສືບທອດມູນເຊື້ອ ຄວາມດຸໝັ່ນຂະຫຍັນພຽງຈາກ ພໍ່ແມ່ໃນການປູກໝາກໂມເປັນອາ ຊີບຫລັກ ເພື່ອສ້າງລາຍຮັບເຂົ້າຄອບ ຄົວ ຊຶ່ງເວົ້າໄດ້ວ່າອາຊີບນີ້ ກໍເປັນ ອາຊີບໜຶ່ງທີ່ສ້າງລາຍຮັບໄດ້ດີພໍ ສົມຄວນໃນແຕ່ລະປີ ເນື່ອງຈາກ ວ່າ ປີ 1 ໜຶ່ງແມ່ນປູກ 2 ລະດູ ຄື: ລະດູແລ້ງ, ລະດູຝົນ ແລະ ການປູກ ແຕ່ເທື່ອແມ່ນຕ້ອງໝູນວຽນເນື້ອທີ່ ປູກ (ໝາຍຄວາມວ່າ ຫລັງຈາກ ເກັບໝາກໂມສຳເລັດແລ້ວແມ່ນ ຈະຍ້າຍໄປປູກບ່ອນໃໝ່ ເພື່ອເປັນ ການປັບປຸງດິນ) ຫລັງຈາກນັ້ນ ກໍ່ກັບມາປູກບ່ອນເກົ່າເວົ້າລວມ, ເວົ້າສະເພາະການປູກໝາກໂມ ລະດູແລ້ງປີນີ້ ມີເນື້ອທີ່ກວ່າ 8 ເຮັກຕາ ແຕ່ປູກນໍາກັນ 3 ຄົນ, ສະ ເພາະສວນຂອງຕົນເອງມີ 3,5 ເຮັກຕາ ໂດຍລົງທຶນ 130 ລ້ານ ກີບ ເພື່ອຊື້ແນວພັນ, ເຊົ່າເນື້ອທີ່, ລົງລະບົບນໍ້າ ແລະ ຈ້າງແຮງງານ ໃນການປູກ ລວມເຖິງຂັ້ນຕອນອື່ນ ກ່ອນຈະໄດ້ເກັບໝາກໂມ ໂດຍການ ປູກລະດູແລ້ງແມ່ນເລີ່ມປູກຕັ້ງແຕ່ ເດືອນຕຸລາ ໃຊ້ເວລາປະມານ 65 ມື້ ຈຶ່ງສາມາດເກັບຜົນຜະລິດໄດ້, ສ່ວນໝາກໂມທີ່ປູກມີ 2 ສາຍພັນ ຄື: ພັນຊີ້ນແດງ, ພັນນ້ຳເຜິ້ງ (ສີ ເຫລືອງ), ຮັບປະກັນຄວາມຫວານ ກອບ ແລະ ປອດໄພ 100%. ສໍາລັບ ການບົວລະບັດຮັກສາ ກໍບໍ່ໄດ້ຫຍຸ້ງ ຍາກຍັງຫລາຍ ພຽງແຕ່ຫົດນໍ້າ, ໃສ່ ປຸຍ, ໃສ່ຝຸ່ນຄອກ, ພ້ອມນັ້ນໝາກ ໂມເຄືອໜຶ່ງຈະຈົ່ງໝາກທີ່ສົມບູນ ໄວ້ ແລະ ບໍ່ຫລາຍຈົນເກີນໄປ ເພື່ອ ໃຫ້ໄດ້ໝາກໃຫຍ່ໄວ. ສ່ວນການຂາຍ ມີແມ່ຄ້າຈາກຕະຫລາດໃຫຍ່ໃນນະ ຄອນຫລວງ ເຊັ່ນ: ຕະຫລາດສີໄຄ, ຕະຫລາດລາວເຂົ້າມາຮັບຊື້ເຖິງ ສວນໂດຍຂາຍຍົກຢູ່ປະມານ 25 ລ້ານກີບຕໍ່ໄລ່ ຫລືຂາຍເປັນລົດກໍລາ ຄາປະມານ 3 ລ້ານກີບ ແລ້ວແຕ່ປະ ລິມານຂອງໝາກໂມ, ພ້ອມນີ້ຍັງ ມີການຂາຍຜ່ານອອນລາຍ ແລະ ຕາມແຄມທາງ 450 ປີ ຕື່ມອີກ. ທ່ານ ນາງ ສຸກສັນ ເວົ້າເສີມວ່າ: ສໍາລັບລາຄາໝາກໂມປີນີ້ແມ່ນບໍ່ດີ ຄືປີຜ່ານມາ ເນື່ອງຈາກວ່າປີນີ້ໝາກ ໂມມີຫລາຍ ຈຶ່ງເຮັດໃຫ້ລາຄາຫລຸດ ແລະ ຄາດຄະເນວ່າປີນີ້ຈະສ້າງ ລາຍຮັບປະມານ 100-200 ລ້ານ ກີບ, ຖ້າທຽບໃສ່ປີກາຍແມ່ນຫລຸດ ຫລາຍ. ສະນັ້ນ, ໃນນາມກະສິກອນ ຈຶ່ງຢາກຝາກເຖິງພາກລັດ ກໍຄືພາກ ສ່ວນທີ່ກ່ຽວຂ້ອງ ຊ່ວຍຊຸກຍູ້ສົ່ງ ເສີມສິນຄ້າລາວໃຫ້ຫລາຍຂຶ້ນກວ່າ ເກົ່າ ໂດຍສະເພາະແມ່ນສິນຄ້າກະ ສິກຳ ທີ່ປູກມາແລ້ວ ຕະຫລາດຮອງ ຮັບມີໜ້ອຍ ແລະ ອັນໃດທີ່ຄົນລາວ ຜະລິດໄດ້ກໍຢາກໃຫ້ເພີ່ມຄວາມເຂັ້ມ ງວດໃນນຳເຂົ້າຈາກຕ່າງປະເທດ ຕື່ມອີກ. ເຖິງແນວໃດກໍດີ, ໃນນາມ ເຈົ້າຂອງສວນຂໍຝາກເຖິງຜູ້ບໍລິ ໂພກທຸກທ່ານຊ່ວຍສະໜັບສະໜູນ ຜົນຜະລິດຂອງກະສິກອນລາວ ແລະ ຢືນຢັນວ່າໝາກໂມຈາກສວນ ຂອງເຮົາຫວານແຊບແນ່ນອນ ແລະ ທີ່ສຳຄັນບໍ່ມີສານເຄມີຕົກຄ້າງ. ຖ້າ ລູກຄ້າທ່ານໃດສົນໃຈຢາກເຂົ້າໄປ ຊື້ຢູ່ກັບສວນໝາກໂມ ນາງ ສຸກສັນ ບ້ານດົງໂພນແຮ່ ກໍສາມາດຕິດຕໍ່ໄດ້ ທີ່ເບີ: 020 7658 3677.

RkJQdWJsaXNoZXIy MTc3MTYxMQ==