26/02/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp sq ;|h k 78r 8h voIa [ m6 fly 'dt3x xt9e]k; ຂປລ. ໃນວັນທີ 24 ກຸມພາ 2026 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງ ພັກ, ຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ (ຄຕພ) ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອອງ ຊິວ ເກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ. ໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັດຖະທູດສິງກະ ໂປ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາ ປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ແລະ ສະແດງຄວາມ ເຊື່ອໝັ້ນວ່າທ່ານເອກອັກຄະລັດຖະ ທູດຈະສືບຕໍ່ໃຫ້ການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນກັບ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ລາວ-ສິງກະໂປ ໃຫ້ນັບມື້ນັບ ຂະຫຍາຍຕົວ ແລະ ມີໝາກຜົນຍິ່ງໆ ຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ແລະ ສ້າງ ຄວາມເຂັ້ມແຂງໃຫ້ອາຊຽນ, ພ້ອມ ທັງອວຍພອນໃຫ້ທ່ານເອກອັກຄະ ລັດຖະທູດຈົ່ງປະສົບຜົນສໍາເລັດໃນ ການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ. ທ່ານເອກອັກຄະລັດຖະທູດໄດ້ ສະແດງຄວາມຂອບໃຈເປັນຢ່າງ ສູງທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ສະຫາຍຫົວໜ້າ ຄຕພ ແລະ ໄດ້ ສະແດງຄວາມຊົມເຊີຍຕໍ່ສະຫາຍ ຫົວໜ້າ ຄຕພ ທີ່ໄດ້ຮັບການເລືອກ ຕັ້ງເປັນກໍາມະການສູນກາງພັກ ໃນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ. ພ້ອມ ນີ້, ທ່ານເອກອັກຄະລັດຖະທູດ ຍັງ ໄດ້ໃຫ້ຄໍາໝັ້ນສັນຍາຈະເຮັດສຸດ ຄວາມສາມາດຂອງຕົນໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບລະຫວ່າງ ສິງກະໂປ-ລາວ ໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ສອງຝ່າຍຍິນດີປະສານສົມທົບ ແລະ ຊຸກຍູ້ການພົວພັນຮ່ວມມືດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ, ລວມທັງການປະສານ ສົມທົບໃນຂອບອາຊຽນ, ຫລາຍ ຝ່າຍໃນພາກພື້ນ ແລະ ໃນໂລກ ເພື່ອ ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ ແກ່ປະຊາຄົມອາຊຽນ. ຂ່າວ: ຄຕພ ມວສ ສະຫລຸບຜົນງານ...ຸົ ຜົນກອງປະຊຸມສະໄໝສາມັນ...ົຸັ ເຫັນການນໍາພາ-ຊີ້ນໍາພະນັກງານ ປະຕິບັດວິໄສທັດຂອງ ມວສ ແລະ ໄດ້ພ້ອມກັນຜ່ານຜ່າເຮັດໜ້າທີ່ການ ເມືອງ ແລະ ໜ້າທີ່ວິຊາສະເພາະ ຕາມພາລະບົດບາດໄດ້ຮັບຜົນສໍາ ເລັດຕາມເປົ້າໝາຍສະແດງອອກ ຄື: ມະຫາວິທະຍາໄລວິທະຍາສາດ ສຸຂະພາບໄດ້ຈັດຕັ້ງການຮຽນ-ການ ສອນສົກສຶກສາ 2024-2025 ທັງໝົດ 40 ຫລັກສູດໃນລະດັບ ອະນຸປະລິນຍາ, ປະລິນຍາຕີ, ລົງ ເລິກຂະແໜງ, ປະລິນຍາໂທ, ຊ່ຽວ ຊານຂັ້ນ 1, ຊ່ຽວຊານຂັ້ນ 2, ມີ ນັກສຶກສາທັງໝົດ 3.480 ຄົນ, ຍິງ 2.219 ຄົນ, (ລະດັບອະນຸ ປະລິນຍາ 296 ຄົນ, ຍິງ 223 ຄົນ, ຂປລ. ໃນວັນທີ 25 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີ ປະຈໍາສໍານັກງານນາ ຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝ ສາມັນຂອງລັດຖະບານ ປະຈຳ ເດືອນມັງກອນ-ກຸມພາ 2026 ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນ ວັນທີ 24 ແລະ ອັດລົງໃນວັນທີ 25 ກຸມພາ 2026 ທີ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ບັນດາທ່ານຮອງນາຍົກລັດຖະມົນ ຕີ, ສະມາຊິກລັດຖະບານ ແລະ ຜູ້ ຕາງໜ້າກະຊວງ-ອົງການເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາ ເຫັນ ແລະ ພິຈາລະນາເຫັນດີດ້ານ ຫລັກການຮັບຮອງເອົາບັນດາຫົວຂໍ້ ສໍາຄັນດັ່ງນີ້: ວາລະທີ 1 ວຽກງານ ຈຸດສຸມຮີບດ່ວນຄື: ຮ່າງເນື້ອໃນ ບົດເຜີຍແຜ່ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຄວາມຄືບໜ້າ ໃນການແກ້ໄຂຜົນກະທົບດິນຍຸບ ຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ; ສະພາບ ນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການ ທ່ອງທ່ຽວໃນຕໍ່ໜ້າ. ໃນນັ້ນ: ກອງ ປະຊຸມໄດ້ຊີ້ນຳຂະແໜງການກ່ຽວ ຂ້ອງປັບປຸງຕາມຄຳເຫັນຂອງສະ ມາຊິກລັດຖະບານ ເພື່ອໃຫ້ມີເນື້ອ ໃນຄົບຖ້ວນສົມບູນ, ສອດຄ່ອງ ກັບເງື່ອນໄຂທ່າແຮງຕົວຈິງຂອງ ປະເທດເຮົາບົນຈິດໃຈ ແລະ ຄາດ ໝາຍໃຫຍ່ທີ່ໄດ້ກຳນົດໄວ້ໃນມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍສະເພາະ ແຜນພັດທະນາບໍ່ແຮ່ ແລະ ແຜນ ພັດທະນາການທ່ອງທ່ຽວລາວ ໃນ ຕໍ່ໜ້າ. ວາລະທີ 2: ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 4 ສະບັບຄື: ນະ ໂຍບາຍການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ; ຍຸດທະສາດການພັດ ທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055 ຂອງ ສປປ ລາວ; ຮ່າງດໍາລັດ ວ່າດ້ວຍການຂົນສົ່ງ ສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ; ຮ່າງດໍາລັດວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ. ໃນນັ້ນ, ກອງປະຊຸມ ໄດ້ຊີ້ນໍາຂະແໜງການກ່ຽວຂ້ອງນໍາ ເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານເປັນຕົ້ນ ການກຳນົດຈຸດປະສົງ, ການອະທິ ບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງ-ປະກອບເນື້ອໃນໃຫ້ຄົບ ຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິິກໍາ ກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ. ນອກຈາກບັນດາຫົວຂໍ້ດັ່ງກ່າວ ແລ້ວ, ກອງປະຊຸມຍັງໄດ້ແຈກຢາຍ 5 ເອກະສານ ເພື່ອໃຫ້ສະມາຊິກ ລັດຖະບານນຳໄປຄົ້ນຄວ້າ ແລະ ປະກອບຄຳເຫັນເປັນລາຍລັກອັກ ສອນແລ້ວສົ່ງໃຫ້ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ຊຶ່ງ ປະກອບມີ: ບົດສະຫລຸບວຽກງານ ພົ້ນເດັ່ນປະຈໍາເດືອນມັງກອນກຸມພາ ແລະ ທິດທາງແຜນການ ປະຈໍາເດືອນມີນາ 2026 ຂອງລັດ ຖະບານ; ຮ່າງມະຕິວ່າດ້ວຍການ ຮັບຮອງແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນປີ 2026; ຮ່າງ ມະຕິວ່າດ້ວຍການຮັບຮອງແຜນ ປະຕິບັດຕົວຈິງໃນການຫັນການ ເກັບລາຍຮັບເປັນທັນສະໄໝໃນ ໄລຍະ 5 ປີ (2026-2030); ຮ່າງ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ ແຜນຫົວຂໍ້ເອກະສານທີ່ຈະນໍາເຂົ້າ ພິຈາລະນາໃນກອງປະຊຸມລັດຖະ ບານປີ 2026; ຮ່າງມະຕິວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃນ ການຈັດຕັ້ງປະຕິບັດມະຕິວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະ ບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ). ສຳລັບວຽກຈຸດສຸມຂອງລັດຖະ ບານໃນເດືອນມີນາ 2026 ກອງ ປະຊຸມໄດ້ເນັ້ນໜັກບາງບັນຫາດັ່ງ ນີ້: ສຸມໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານ, ເອົາໃຈໃສ່ຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ; ສະກັດກັ້ນ ແລະ ແກ້ໄຂບັນຫາ ຫຍໍ້ທໍ້ຕ່າງໆເປັນຕົ້ນອຸບັດເຫດຕາມ ທ້ອງຖະໜົນ, ອັກຄີໄພ, ບັນຫາຢາ ເສບຕິດ, ກຸ່ມແກ້ງສະແກມເມີ, ການ ໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ ການນໍາພັກ-ລັດ ຜ່ານສື່ສັງຄົມອອນ ລາຍ ແລະ ອື່ນໆ; ກະກຽມເນື້ອໃນ ລາຍງານຕໍ່ກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ຊຸດທີ X ຄື: ບົດລາຍງານຍຸດທະສາດການ ພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055 ຂອງ ສປປ ລາວ, ບົດລາຍງານວຽກພົ້ນເດັ່ນປີ 2025 ແລະ 5 ປີ (2021-2025), ທິດ ທາງແຜນການປີ 2026 ແລະ ແຜນການ 5 ປີ (2026-2030) ຂອງລັດຖະບານ. ນອກນັ້ນ ກໍມີບົດ ສະເໜີໂຄງປະກອບຄະນະລັດຖະ ບານ, ບົດກ່າວຮັບໜ້າທີ່; ກະກຽມ ຄວາມພ້ອມຮອບດ້ານໃຫ້ແກ່ການ ຈັດກອງປະຊຸມສະໄໝສາມັນຄັ້ງປະ ຖົມມະລືກຂອງລັດຖະບານ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍເດືອນມີນາ ໂດຍສະເພາະເນື້ອໃນບັນດາຫົວຂໍ້ ທີ່ຈະນໍາເຂົ້າປຶກສາຫາລືໃນກອງ ປະຊຸມດັ່ງກ່າວ; ສືບຕໍ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໂດຍສະເພາະການປະຕິ ບັດບັນດາມາດຕະການຂອງຄະນະ ສະເພາະກິດ 19/ກມສພ; ໃຫ້ບັນດາ ກະຊວງ-ອົງການ ແລະ ທ້ອງຖິ່ນ ປະເມີນການຈັດຕັ້ງປະຕິບັດນະໂຍ ບາຍການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ; ສືບຕໍ່ຊຸກຍູ້ ບັນດາໂຄງການພັດທະນາດ້ານ ພະລັງງານໄຟຟ້າສະອາດ ແລະ ພະລັງງານທາງເລືອກ, ໂຄງການ ສາຍສົ່ງເຊື່ອມຕໍ່ (ລາວ-ຈີນ, ລາວ-ຫວຽດນາມ), ເຊື່ອມຕໍ່ພາຍ ໃນປະເທດ; ຄຸ້ມຄອງໂຄງການ ຂຸດຄົ້ນ-ປຸງແຕ່ງແຮ່ທາດໃຫ້ເຂັ້ມ ງວດ, ສົ່ງເສີມການປຸງແຕ່ງເປັນ ຜະລິດຕະພັນສຳລັບແຮ່ທາດທີ່ສາ ມາດສ້າງມູນຄ່າເພີ່ມກ່ອນສົ່ງອອກ ຈຳໜ່າຍ; ສືບຕໍ່ຕິດຕາມສະພາບ ການເໜັງຕີງຂອງລາຄາສິນຄ້າໃນ ທ້ອງຕະຫລາດໃຫ້ເປັນປົກກະຕິ, ແກ້ໄຂບັນຫາໝູລົ້ນຕະຫລາດ; ແກ້ໄຂບັນຫາດິນຍຸບຜ່ານມາ ໂດຍ ໃຫ້ສືບຕໍ່ປະເມີນສາເຫດ ແລະ ແກ້ ໄຂຕາມທິດຊີ້ນໍາຂອງກົມການ ເມືອງສູນກາງພັກ; ສຸມໃສ່ການເກັບ ລາຍຮັບງົບປະມານຈາກແຫລ່ງ ລາຍຮັບທີ່ມີແລ້ວໃຫ້ໄປຕາມທິດ ຫັນເປັນທັນສະໄໝ, ຮີບຮ້ອນປັບປຸງ ຮ່າງມະຕິວ່າດ້ວຍກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນ ການຈັດຕັ້ງປະຕິບັດການຫັນການ ເກັບລາຍຮັບເປັນທັນສະໄໝທີ່ກອງ ປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໄດ້ຊີ້ນໍາຜ່ານມາໃຫ້ສໍາ ເລັດໄວ; ສືບຕໍ່ປັບປຸງ ແລະ ກໍ່ສ້າງ ບັນດາເສັ້ນທາງ ແລະ ຂົວຕ່າງໆ ລະດັບປະລິນຍາຕີ 2.875 ຄົນ, ຍິງ 1.874 ຄົນ, ຫລັງປະລິນຍາຕີ 246 ຄົນ, ຍິງ 122 ຄົນ). ໃນສົກ ສຶກສາ 2024-2025 ທີ່ຜ່ານມາ ມີນັກສຶກສາທີ່ສໍາເລັດການສຶກສາ ທັງໝົດ 670 ຄົນ, ຍິງ 473 ຄົນ (ລະດັບອະນຸປະລິນຍາຕີ 76 ຄົນ, ຍິງ 66 ຄົນ, ລະດັບປະລິນຍາຕີ 458 ຄົນ, ຍິງ 312 ຄົນ, ປະລິນຍາ ໂທ 20 ຄົນ, ຍິງ 14 ຄົນ, ຊ່ຽວຊານ 119 ຄົນ, ຍິງ 81 ຄົນ). ສຳລັບ ດ້ານການບໍລິການວິຊາການໄດ້ ເປີດການນໍາໃຊ້ຫ້ອງຝຶກປະຕິບັດ ຂອງນັກສຶກສາຫລັກສູດປະລິນຍາ ຕີກາຍະບຳບັດ ຊຶ່ງເປັນສະຖານທີ່ ໃຫ້ບໍລິການ, ມີຜູ້ມາຮັບບໍລິການ ຈໍາ ນວນ 108 ເທື່ອຄົນ, ກວດກາຍະ ວິພາກພະຍາດໄດ້ 3.225 ຕົວຢ່າງ, ບໍລິການຢູ່ຄລີນິກທັນຕະກຳໄດ້ 10.697 ເທື່ອຄົນ. ໃນໂອກາດດຽວກັນນີ້, ຍັງໄດ້ ມອບໃບຍ້ອງຍໍຂັ້ນກະຊວງສາທາ ລະນະສຸກ ໃຫ້ແກ່ 6 ຄະນະວິຊາ, 2 ຫ້ອງການວິຊາການ, ສະຖາບັນ ແລະ ພະນັກງານພາຍໃນ ມວສ. ໃນນັ້ນ, ປະເພດ 1 ຂັ້ນກະຊວງ ຈໍາ ນວນ 353 ຄົນ, ຍິງ 208 ຄົນ; ປະເພດ 1 ຂັ້ນ ມວສ ຈໍານວນ 48 ຄົນ, ຍິງ 30 ຄົນ. ມະຫາວິທະຍາໄລວິທະຍາສາດ ສຸຂະພາບມີພາລະບົດບາດໃນການ ສ້າງບຸກຄະລາກອນສາທາລະນະ ສຸກ, ການຄົ້ນຄວ້າວິທະຍາສາດ ສາທາລະນະສຸກ ລະດັບອະນຸປະລິນ ຍາຕີ ຮອດລະດັບຊ່ຽວຊານຂັ້ນ 2 ແລະ ການບໍລິການດ້ານວິຊາ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ດ້ວຍທຶນທີ່ມີແລ້ວໃຫ້ສໍາເລັດຕາມ ແຜນກຳນົດ, ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍ ຊຸກຍູ້ສົ່ງເສີມການກໍ່ສ້າງເສັ້ນທາງ ໃນໄລຍະໃໝ່ ຕາມມະຕິ 10/ລບ, ລົງວັນທີ 1 ກັນຍາ 2025 ໂດຍໃຫ້ ຮີບຮ້ອນປັບປຸງມະຕິວ່າດ້ວຍການ ຮັບຮອງແຜນການກໍ່ສ້າງ ແລະ ປັບປຸງຂົວທາງໄລຍະ 20262030 ໃຫ້ສຳເລັດ ແລະ ໄດ້ລົງລາຍ ເຊັນໄວ; ເອົາໃຈໃສ່ຕິດຕາມສະພາບ ການ ແລະ ສະກັດກັ້ນບັນຫາໄຟໄໝ້ ລາມປ່າແຕ່ຫົວທີ ໂດຍສະເພາະ ເຂດ ທ່ອງທ່ຽວທຳມະຊາດ, ເຂດຕົ້ນນ້ຳ ຕ່າງໆ ໂດຍສືບຕໍ່ຈັດຕັ້ງປະຕິບັດ ຕາມຄຳສັ່ງເລກທີ 11/ນຍ ຢ່າງ ເຂັ້ມງວດ; ເອົາໃຈໃສ່ຄົ້ນຄວ້າອອກ ໃບຕາດິນໃຫ້ບັນລຸຕາມແຜນການທີ່ ວາງໄວ້; ຍົກລະດັບດ້ານປະລິມານ ແລະ ຄຸນນະພາບຂອງວຽກງານ ພັດທະນາການສຶກສາ, ການຄົ້ນ ຄວ້າວິທະຍາສາດ ແລະ ການກິລາ ໃຫ້ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາ ແລະ ສະພາບການ ໃນໄລຍະໃໝ່, ສຸມໃສ່ການຄົ້ນຄວ້າ ວິທະຍາສາດ, ສ້າງເປັນຜະລິດຕະ ພັນອອກສູ່ສັງຄົມໃຫ້ນັບມື້ຫລາຍ ຂຶ້ນຕາມທິດເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ພັດທະນາ, ສົ່ງ ເສີມກິລາມວນຊົນ ແລະ ກິລາມື ອາຊີບ ໃຫ້ກວ້າງຂວາງ, ເອົາໃຈ ໃສ່ເສີມຂະຫຍາຍມູນເຊື້ອກິລາທີ່ ເປັນທ່າແຮງໃຫ້ພົ້ນເດັ່ນ, ສາມາດ ຍາດໄດ້ຫລຽນປະເພດຕ່າງໆໃນ ລະດັບພາກພື້ນ ແລະ ສາກົນ; ສືບ ຕໍ່ປັບປຸງພື້ນຖານໂຄງລ່າງສິ່ງອໍາ ນວຍຄວາມສະດວກດ້ານການທ່ອງ ທ່ຽວເປັນຕົ້ນເສັ້ນທາງໃນຕົວ ເມືອງທ່ອງທ່ຽວຕ່າງໆ, ສ້າງແຜນ ກິດຈະກຳຢູ່ບັນດາສະຖານທີ່ທ່ອງ ທ່ຽວ, ຕິດຕາມ, ກວດກາ ແລະ ຄຸ້ມຄອງບັນດາບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທີງ, ພະນັກງານ ນຳທ່ຽວໃຫ້ເຄື່ອນໄຫວຖືກຕ້ອງ ຕາມລະບຽບກົດໝາຍ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ທີ່ຕິດພັນກັບທຸລະ ກິດການທ່ອງທ່ຽວ ໂດຍສະເພາະ ຄວາມປອດໄພຂອງນັກທ່ອງທ່ຽວ ແລະ ອື່ນໆ; ສືບຕໍ່ປັບປຸງຄຸນນະພາບ ການບໍລິການສາທາລະນະສຸກ ຕາມ ນະໂຍບາຍ 5 ດີ 1 ພໍໃຈ, ສືບຕໍ່ກະ ກຽມການຫັນໂຮງໝໍກຸ້ມຕົນເອງ ໃຫ້ສາມາດຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ, ສາມາດສ້າງຄວາມເຊື່ອໝັ້ນ ແລະ ດຶງການບໍລິການໃຫ້ສູງຂຶ້ນ, ສຸມໃສ່ ປັບປຸງພື້ນຖານໂຄງລ່າງ, ປະກອບ ບຸກຄະລາກອນ ແລະ ອຸປະກອນ ການແພດທີ່ທັນສະໄໝທັງຢູ່ຂັ້ນ ສູນກາງ ແລະ ທ້ອງຖິ່ນ; ສຸມໃສ່ ຈັດຕັ້ງຜັນຂະຫຍາຍຜົນກອງປະ ຊຸມສຸດຍອດຕ່າງໆ, ຜົນການເຄື່ອນ ໄຫວວຽກງານຕ່າງປະເທດຂອງ ການນຳພັກ-ລັດ, ແຜນຮ່ວມມືສອງ ຝ່າຍກັບບັນດາປະເທດເພື່ອນມິດຍຸດ ທະສາດ ແລະ ຂອບການຮ່ວມມື ຫລາຍຝ່າຍໃນອະນຸພາກພື້ນໃຫ້ ເປັນຮູບປະທຳຫລາຍຂຶ້ນ, ສືບຕໍໍ່ ປະສານງານ ແລະ ກະກຽມຄວາມ ພ້ອມດ້ານຕ່າງໆໃນການຕ້ອນຮັບ ການນຳຂັ້ນສູງຕ່າງປະເທດ ທີ່ຈະ ມາຢ້ຽມຢາມ ສປປ ລາວ. ກອງປະຊຸມໄດ້ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງນຳເອົາແຜນວຽກຈຸດສຸມເດືອນ ມີນາ ໄປປັບປຸງເຂົ້າໃນແຜນຈັດຕັ້ງ ປະຕິບັດວຽກງານຂອງຂະແໜງ ການຕົນໃຫ້ລະອຽດ, ມີການແບ່ງ ຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄະລາກອນແຕ່ລະຂັ້ນ, ມີ ຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນ ຈິງຂອງແຕ່ລະຂະແໜງການໃຫ້ ແຂງແຮງ ແລະ ໄດ້ຮັບຜົນດີ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==