7224

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 26/02/2026 xtgmf]k; ເຜີຍແຜ່-ເຊື່ອມຊຶມ...ີ່ື່ຶ ຮສສ ຫວນຄືນວັນສ້າງຕັ້ງ...ືັ້ັ້ ໃນໄລຍະ 5 ປີ...ີ ໂຄງການການເມືອງ...ື ໂທລະເລກຊົມເຊີຍວັນຊາດ...ົີັ ປີ 2025 ມີນັກໂທດທີ່ໄດ້ຮັບ...ີີັີ່້ັ ຊຶ່ງໄດ້ຕົກລົງບັນຫາສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງການ ປະຕິວັດ ແລະ ຊາຕາກຳຂອງປະ ເທດຊາດໃນຊຸມປີຕໍ່ໜ້າ. ແຕ່ບັນຫາ ໃຫຍ່ກວ່າໝູ່ທີ່ຕັ້ງຂຶ້ນແມ່ນເຮັດ ແນວໃດໃຫ້ແນວທາງການເມືອງ ອັນຖືກຕ້ອງຂອງພັກເຮົາທີ່ຖືກ ຮັບຮອງເອົາແລ້ວນັ້ນ ໄດ້ຮັບການ ຈັດຕັ້ງປະຕິບັດ ແລະ ມີປະສິດທິ ຜົນ, ກາຍເປັນໄຊຊະນະໃນພາກ ຕົວຈິງ. ມັນຮຽກຮ້ອງໃຫ້ພັກເຮົາ ຍົກສູງບົດບາດການນໍາພາທີ່ເຂັ້ມ ແຂງຂອງພັກ, ຄວາມສັກສິດແຫ່ງ ການຄຸ້ມຄອງ-ບໍລິຫານລັດ ແລະ ການເສີມຂະຫຍາຍບົດບາດ, ສິດ ເປັນເຈົ້າລວມໝູ່ຂອງປະຊາຊົນໃຫ້ ສູງຂຶ້ນ. ຍ້ອນແນວນັ້ນ, ກອງປະຊຸມ ມື້ນີ້ ຈຶ່ງຖືໄດ້ວ່າເປັນກອງປະຊຸມທີ່ ມີຄວາມໝາຍສໍາຄັນຍິ່ງເປີດສາກ ໃຫ້ແກ່ການເລີ່ມຕົ້ນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອແນໃສ່ສ້າງຄວາມ ຮັບຮູ້, ເຂົ້າໃຈທີ່ເລິກເຊິ່ງຕໍ່ເນື້ອໃນ ຈິດໃຈສໍາຄັນຂອງແນວທາງການ ເມືອງ ແລະ ແນວທາງການຈັດຕັ້ງ ທີ່ໄດ້ກຳນົດອອກໃນກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກຢ່າງເປັນ ລະບົບ; ເຊື່ອມຊຶມ, ກຳແໜ້ນເນື້ອ ໃນທີ່ຈະໄດ້ນໍາພາຊີ້ນໍາການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດຕົວ ຈິງ; ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານລະອຽດຂອງ ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ກຳນົດລະອຽດໜ້າວຽກ, ແຜນ ຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກໍານົດເວລາຊັດເຈນ, ແທດຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີ ຜົນສຳເລັດເປັນຮູບປະທຳ; ມີ ກົນໄກ, ລະບອບແບບແຜນການຊີ້ ນໍາ, ບັນຊາ, ຕິດຕາມ, ກວດກາ, ການຊຸກຍູ້ຈັດຕັ້ງປະຕິບັດທີ່ຖືກ ຕ້ອງ, ແທດເຖິງ ແລະ ມີວິທະຍາ ສາດ; ມີຄວາມເປັນເອກະພາບສູງຢູ່ ພາຍໃນ, ມີຄວາມຕັດສິນໃຈອັນເດັດ ດ່ຽວ, ກ້າຫານ, ປະດິດສ້າງເພື່ອຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກເຂົ້າສູ່ລວງເລິກ ແລະ ເປັນຮູບ ປະທຳ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ ກ່າວອີກວ່າ: ການເຜີຍແຜ່, ເຊື່ອມ ຊຶມເອກະສານກອງປະຊຸມໃຫຍ່ຄັ້ງ ນີ້ແມ່ນການສືບຕໍ່ບຸກທະລຸທາງດ້ານ ຈິນຕະນາການ, ຍົກສູງຫລັກໝັ້ນ ການເມືອງໃຫ້ມີຄວາມເດັດດ່ຽວ ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນ ຕໍ່ສະພາບການຕ່າງໆ; ຕ້ານ ແລະ ແກ້ໄຂທັດສະນະຜິດເຂວຕ່າງໆ, ລັດທິຄຳພີກົນຈັກ; ຮັກສາຄວາມສາ ມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມໃຫ້ໜັກແໜ້ນ ຍິ່ງຂຶ້ນ. ພ້ອມກັນຍູ້ແຮງການຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວ ຈິງ, ເຮັດໃຫ້ກາຍເປັນຂະບວນການ ອັນກວ້າງຂວາງຂອງມະຫາຊົນ, ຂອງທົ່ວສັງຄົມ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາໃຫ້ປະເທດຊາດ ແລະ ປະຊາຊົນ ກໍຄື ເຮັດໃຫ້ການນໍາ ພາປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ໄປຖືກຕ້ອງຕາມທິດທີ່ ໄດ້ກຳນົດໄວ້ຢ່າງໜັກແໜ້ນ. ຫວັງ ຢ່າງຍິ່ງວ່າບັນດາສະຫາຍຈະຍົກ ສູງຄວາມຮັບຜິດຊອບການເມືອງ ເຂົ້າຮ່ວມຕິດຕາມກອງປະຊຸມເຜີຍ ແຜ່, ເຊື່ອມຊຶມເອກະສານກອງປະ ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 25 ກຸມພາ 2026 ວ່າ: ພັກເຮົານັບແຕ່ ມື້ສ້າງຕັ້ງຂຶ້ນໄດ້ວາງໂຄງການການ ເມືອງອອກ 2 ຄັ້ງ ຄື: ຄັ້ງທີ I ໃນປີ 1955 ເປັນໂຄງການການເມືອງ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX (2026-2030) ໃນກອງ ປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກ ສານກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີXII ຂອງພັກ ໃນວັນທີ 25 ກຸມພາ 2026 ໂດຍໄດ້ຍົກໃຫ້ ເຫັນຄາດໝາຍດ້ານເສດຖະກິດ ຊຶ່ງ ລັດຖະບານຈະສູ້ຊົນໃຫ້ລວມຍອດ ຜະລິດຕະພັນພາຍໃນ (GDP) ໃນ ໄລຍະ 5 ປີ ຂະຫຍາຍຕົວສະເລ່ຍ 6% ຕໍ່ປີຂຶ້ນໄປ, ສູ້ຊົນເກັບລາຍ ຮັບງົບປະມານແຫ່ງລັດ ໃຫ້ໄດ້ 554.400 ຕື້ກີບ ເທົ່າກັບ 20,95% ຂອງ GDP ຂຶ້ນໄປ, ລາຍຈ່າຍງົບ ປະມານຢູ່ໃນລະດັບ 528.400 ຕື້ກີບ ເທົ່າກັບ 19,96% ຂອງ GDP ແລະ ເກີນດຸນງົບປະມານ 26.000 ຕື້ກີບ ເທົ່າ ກັບ 0,98% ຂອງ GDP; ສູ້ຊົນຫລຸດຜ່ອນໜີ້ ສິນສາທາລະນະໃຫ້ຢູ່ໃນລະດັບຕໍ່າ ກວ່າ 70% ຂອງ GDP; ຮັບປະ ກັນສະຖຽນລະພາບດ້ານເງິນຕາ ໂດຍຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ໃນ ລະດັບບໍ່ເກີນ 5% (ເໜັງຕີງ 2%), ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ ສາມາດກຸ້ມການນໍາເຂົ້າ 5 ເດືອນ ຂຶ້ນໄປ, ຄຸ້ມຄອງການສົ່ງອອກ-ນໍາ ເຂົ້າ ຜ່ານລະບົບທະນາຄານ ໃຫ້ ໄດ້ຢ່າງໜ້ອຍ 75%; ສູ້ຊົນລະດົມ ການລົງທຶນໃຫ້ໄດ້ 636.178 ຕື້ກີບ ເທົ່າກັບ 24% ຂອງ GDP ຂຶ້ນໄປ. ໃນນີ້, ການລົງທຶນຈາກງົບປະມານ ພາຍໃນໃຫ້ໄດ້ 116.000 ຕື້ກີບ ກວມເອົາ 18,2% ຂອງການລົງ ທຶນທັງໝົດ, ການລົງທຶນຂອງການ ຊ່ວຍເຫລືອທາງການເພື່ອການ ພັດທະນາໃຫ້ໄດ້ 71.277 ຕື້ກີບ ກວມເອົາ 11,2%, ການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງ ປະເທດໃຫ້ໄດ້ 409.470 ຕື້ກີບ ກວມເອົາ 64,4% ແລະ ການລົງ ທຶນອື່ນໆ ໃຫ້ໄດ້ 39.431 ຕື້ກີບ ກວມເອົາ 6,2% ຂອງການລົງທຶນ ທັງໝົດ; ສູ້ຊົນການຜະລິດເຂົ້າໃຫ້ ໄດ້ 4 ລ້ານໂຕນຕໍ່ປີ, ການສົ່ງອອກ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ໃຫ້ໄດ້ 1,9 ຕື້ໂດລາສະຫະລັດຕໍ່ ປີ, ດຶງດູດນັກທ່ອງທ່ຽວຕ່າງປະ ເທດ 5 ປີ ໃຫ້ໄດ້ 22 ລ້ານເທື່ອ ຄົນ, ສ້າງລາຍຮັບປະມານ 8 ຕື້ ໂດລາສະຫະລັດ; ສູ້ຊົນຜະລິດກະແສ ໄຟຟ້າ ໃຫ້ໄດ້ 327.317 ລ້ານ ກິໂລວັດໂມງ ແລະ ມູນຄ່າການຜະ ລິດ ແລະ ປຸງແຕ່ງແຮ່ທາດ ໃຫ້ໄດ້ 284.432,8 ຕື້ກີບ. ໂດຍອີງໃສ່ສິ່ງທ້າທາຍ, ກາລະ ໂອກາດ ແລະ ທ່າແຮງ, ລັດຖະບານ ຈຶ່ງໄດ້ກຳນົດ 7 ທິດທາງລວມ ແລະ ວຽງຈັນ ແລະ ອົງການໄອຍະການ ປະຊາຊົນນະຄອນຫລວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງເຂົ້າຮ່ວມ. ຂະນະທີ່ 1 ປີຜ່ານ ມາ, ມີນັກໂທດທີ່ໄດ້ຮັບການໃຫ້ອະ ໄພຍະໂທດ ທັງໝົດ 2.858 ຄົນ, ຍິງ 362 ຄົນ ແລະ ຕ່າງປະເທດ 59 ຄົນ, ຍິງ 7 ຄົນ. ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ຄະນະກໍາມະ ກະຊວງ ຮສສ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ນາງ ອາລຸນແສງ ວິຈິດວົງສາ ໄດ້ຫວນ ຄືນມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະ ພັນກໍາມະບານລາວ ໂດຍພາຍໃຕ້ ການນໍາພາ-ຊີ້ນໍາຂອງພັກປະຊາຊົນ ລາວ, ຕະຫລອດ 70 ປີຜ່ານມາ ໄດ້ຈັດຕັ້ງໂຄສະນາ, ປຸກລະດົມຂົນ ຂວາຍ, ເຕົ້າໂຮມກຳມະກອນຊາວ ຜູ້ອອກແຮງງານໃຫ້ມີຄວາມຕື່ນ ຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີ ທັດສະນະຊົນຊັ້ນກຳມະກອນ, ເສີມ ຂະຫຍາຍປະຊາທິປະໄຕ, ມີລະບຽບ ແບບແຜນ ແລະ ເປັນຕົວແທນໃຫ້ ແກ່ການປົກປ້ອງສິດຜົນປະໂຫຍດ ອັນຊອບທໍາໃຫ້ແກ່ກຳມະກອນຊາວຜູ້ອອກແຮງງານ, ກາຍເປັນ ກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຕາມເສັ້ນ ທາງກ້າວຂຶ້ນສັງຄົມນິຍົມ. ໄລຍະ 70ປີຜ່ານມາ, ສະຫະພັນ ກຳມະບານລາວ ໄດ້ເອົາໃຈໃສ່ເຄື່ອນ ໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກໄດ້ມອບໝາຍ ໃຫ້, ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດ ພາລະກິດປະຕິວັດຈັດຕັ້ງນໍາພາສະ ມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມ ເຂົ້າໃຈ ແລະ ເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ກົດໝາຍ ຂອງລັດ, ລະບຽບໃນການອອກ ແຮງງານ, ປະຕິບັດສິດ ແລະ ພັນທະ ຂອງຕົນ, ເສີມສ້າງສະຕິເຄົາລົບລະ ບຽບວິໄນເຂັ້ມງວດ, ເສີມຂະຫຍາຍ ມູນເຊື້ອສາມັກຄີປອງດອງ, ນໍ້າໃຈ ຮັບຜິດຊອບ, ການປະດິດສ້າງໃໝ່, ພັດທະນາສີມືແຮງງານ, ຊຸກຍູ້ ຂະບວນການແຂ່ງຂັນຂອງກຳມະ ບານຕິດພັນກັບຂະບວນການຮັກ ຊາດ ແລະ ພັດທະນາຢ່າງເປັນຂະ ບວນຟົດຟື້ນດັ່ງຄໍາຂວັນທີ່ວ່າ: “ກໍາ ມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນ ກຳມະຊີບ”. ຂໍ້ມູນ-ພາບ: ຂ່າວສານ ຮສສ ຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍເຂົ້າ ສູ່ວຽກງານຕົວຈິງຂອງຂະແໜງ ການ ແລະ ທ້ອງຖິ່ນຕົນໃຫ້ເປັນຮູບ ປະທຳຕໍ່ໄປ. ພ້ອມນີ້, ໃນກອງປະຊຸມໄດ້ ຮັບຟັງການສະເໜີໂດຍສັງລວມ ກ່ຽວກັບເນື້ອໃນສໍາຄັນຂອງໂຄງ ການການເມືອງ, ລາຍງານການ ເມືອງທີ່ໄດ້ລາຍງານ ແລະ ຮັບຮອງ ເອົາໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ; ການຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍກຳນົດເປັນໂຄງການ ລະອຽດ ເພື່ອຈັດຕັ້ງປະຕິບັດໃນ ແຕ່ລະປີ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ຄາດໝາຍຕົ້ນຕໍຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ດັ່ງນີ້: ຮັບປະກັນສະຖຽນລະພາບ ການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ-ປອດໄພ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານບົນພື້ນຖານການຈັດຕັ້ງ ປະຕິບັດແນວທາງ ປກຊ-ປກສ ທົ່ວ ປວງຊົນຮອບດ້ານ; ແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ໃຫ້ເປັນຮູບປະທໍາຫລາຍຂຶ້ນ, ຫລຸດຜ່ອນໜີ້ສິນສາທາລະນະເທື່ອ ລະກ້າວ, ບໍ່ສ້າງໜີ້ໃໝ່ທີ່ບໍ່ຈໍາເປັນ; ດໍາເນີນການຄຸ້ມຄອງ-ບໍລິຫານ ເສດຖະກິດໄປຕາມກົດໝາຍ, ລະ ບຽບຫລັກການ ແລະ ສອດຄ່ອງ ກັບກົນໄກຕະຫລາດທີ່ມີການ ດັດສົມ ແລະ ຄຸ້ມຄອງຂອງລັດ, ພັດທະນາເສດຖະກິດໃຫ້ຂະຫຍາຍ ຕົວໄວ, ຢ່າງຕໍ່ເນື່ອງ ແລະ ເຂັ້ມ ແຂງ, ໜັກແໜ້ນ ດ້ວຍຄຸນນະພາບ ສູງ ແລະ ເປັນເຈົ້າຕົນເອງນັບມື້ ພົ້ນເດັ່ນ; ສຸມໃສ່ກໍ່ສ້າງ ແລະ ພັດທະ ນາຊັບພະຍາກອນມະນຸດ, ຖັນແຖວ ນັກຮຽນຮູ້-ປັນຍາຊົນໃຫ້ສາມາດ ຕອບສະໜອງໃຫ້ແກ່ການສ້າງສາ ປະເທດໃນເງື່ອນໄຂໃໝ່, ສາມາດ ປະກອບສ່ວນເຂົ້າໃນການຄົ້ນ ຄວ້າ, ພັດທະນາວິທະຍາສາດ, ເຕັກ ໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດສ້າງໃໝ່ ແລະ ປັນຍາ ປະດິດ (AI) ໃນຍຸກສະໄໝການ ຫັນເປັນດີຈິຕອນ ແລະ ຄອນຕ້ອມ ໃຫ້ແກ່ການພັດທະນາປະເທດຊາດ ນັບມື້ນັບຫລາຍ ແລະ ໂດດເດັ່ນ ຂຶ້ນ; ວັດທະນະທຳທີ່ເປັນເອກະລັກ ແລະ ມູນເຊື້ອດີງາມຂອງຊາດ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ; ຍົກສູງຄຸນນະພາບ ຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ພັດ ທະນາປະເທດຊາດໃຫ້ຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີ ຄຸນນະພາບ ແລະ ຍືນຍົງ; ປັບປຸງ ຮາກຖານການເມືອງໃຫ້ມີ 4 ຄວາມ ເຂັ້ມແຂງ ແລະ ໜັກແໜ້ນ; ພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ເພື່ອຫລຸດ ຜ່ອນຄວາມແຕກໂຕນຂອງການ ພັດທະນາລະຫວ່າງຜູ້ຮັ່ງ ແລະ ຜູ້ ທຸກ, ລະຫວ່າງຕົວເມືອງ ແລະ ຊົນ ນະບົດໃຫ້ຫຍັບເຂົ້າໃກ້ກັນເທື່ອລະ ກ້າວ; ພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດ ລ້ອມຢ່າງສົມສ່ວນ ຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນໄຫວວຽກງານ ການຕ່າງປະເທດຢ່າງເປັນເຈົ້າ ການ, ຫ້າວຫັນ ແລະ ໄດ້ຮັບຄວາມ ເຊື່ອໝັ້ນ, ການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເພື່ອນມິດສາກົນ, ມີບົດບາດພົ້ນເດັ່ນສູງຂຶ້ນໃນເວທີ ພາກພື້ນ ແລະ ສາກົນ; ຍົກສູງ ປະສິດທິພາບການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມ ຕາມທິດ ສ້າງລັດທີ່ປົກຄອງດ້ວຍກົດໝາຍ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ການອະໄພຍະໂທດລະດັບຊາດ, ທັງເປັນຫົວໜ້າກອງເລຂາຄະນະ ກໍາມະການອະໄພຍະໂທດລະດັບ ຊາດ ໄດ້ຂຶ້ນຜ່ານບົດສະຫລຸບການ ຈັດຕັ້ງປະຕິບັດວຽກງານອະໄພ ຍະໂທດ ປະຈໍາປີ 2025 ແລະ ທິດທາງວຽກງານຈຸດສຸມ ປະຈໍາ ປີ 2026 ໂດຍຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຊຶ່ງ ໃນ 1 ປີຜ່ານມາ ມີນັກໂທດທີ່ໄດ້ ຮັບການໃຫ້ອະໄພຍະໂທດ ປະຈໍາ ປີ 2025 ທັງໝົດ 2.858 ຄົນ, ຍິງ 362 ຄົນ; ຕ່າງປະເທດ 59 ຄົນ, ຍິງ 7 ຄົນ. ໃນນີ້ ໄດ້ຮັບການຫລຸດຜ່ອນ ໂທດ ທັງໝົດ 2.622 ຄົນ, ຍິງ 329 ຄົນ, ຕ່າງປະເທດ 57 ຄົນ, ຍິງ 6 ຄົນ; ນັກໂທດຕະຫລອດຊີວິດໄດ້ຮັບ ອະໄພຍະໂທດມາເປັນໂທດ 20 ປີ 42 ຄົນ, ຍິງ 3 ຄົນ, ຕ່າງປະເທດ 4 ຄົນ; ນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວ ທັງໝົດ 236 ຄົນ, ຍິງ 33 ຄົນ, ຕ່າງປະເທດ 2 ຄົນ, ຍິງ 1 ຄົນ; ນັກໂທດທີ່ຖືກສານຕັດສີນປະຫານ ຊີວິດໄດ້ຮັບອະໄພຍະໂທດມາເປັນ ໂທດຕັດອິດສະລະພາບຕະຫລອດ ຊີວິດມີຈໍານວນ 40 ຄົນ, ຍິງ 5 ຄົນ. ນອກຈາກນີ້, ເນື່ອງໃນວັນ ສປປ ລາວ ຄົບຮອບ 50 ປີ ຍັງ ໄດ້ອະໄພຍະໂທດໃຫ້ແກ່ນັກໂທດທີ່ ມີອາຍຸ 70 ປີ ຂຶ້ນໄປຈໍານວນ 28 ຄົນ, ຍິງ 8 ຄົນ. ພ້ອມກັນນີ້, ຍັງໄດ້ ຊຸກຍູ້ພາກສ່ວນປະຕິບັດຄໍາຕັດສິນ ຂອງສານເກັບຄ່າປັບໃໝ ແລະ ຄ່າ ເສຍຫາຍທາງແພ່ງຈາກນັກໂທດ ຊໍາລະໃນການຄົ້ນຄວ້າສະເໜີໃຫ້ ອະໄພຍະໂທດ ປະຈຳປີ 2025 ທັງ ໝົດ 13,3 ຕື້ກວ່າກີບ, ເປັນເງິນໃຊ້ ແທນຄ່າເສຍຫາຍທາງແພ່ງ ຈໍາ ນວນ 3,1 ຕື້ກວ່າກີບ ແລະ ໂທດ ປັບໃໝທາງອາຍາໄດ້ທັງໝົດ 10,2 ຕື້ກວ່າກີບ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ ສຸມໃສ່ໃນການຄົ້ນຄວ້າ, ປະກອບ ຄໍາເຫັນຢ່າງກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງຕໍ່ບົດ ສະຫລຸບ ແລະ ທິດທາງແຜນການ ໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນຜົນ ງານທີ່ໄດ້ເຮັດສຳເລັດ, ບັນດາຈຸດ ອ່ອນທີ່ຍັງຄົງຄ້າງ, ພ້ອມທັງສະເໜີ ວິທີການແກ້ໄຂໃນຕໍ່ໜ້າ. ໂອກາດນີ້, ທ່ານ ນາງ ລີວົງ ລາວລີ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະກຳມະ ການອະໄພຍະໂທດແຕ່ລະຂັ້ນຍາດ ມາໄດ້ໃນປີຜ່ານມາບົນຈິດໃຈເຊີດ ຊູຄວາມຮັບຜິດຊອບຂອງຄະນະ ກຳມະການອະໄພຍະໂທດລະດັບ ຕ່າງໆ ໄດ້ປະຕິບັດໜ້າທີ່ໄດ້ສໍາເລັດ ຕາມຈຸດປະສົງ ແລະ ຄາດໝາຍ, ບັນດາຜົນສໍາເລັດລວມແມ່ນຄວາມ ຮັບຜິດຊອບການເມືອງຂອງຄະນະ ກຳມະການແຕ່ລະຂັ້ນແມ່ນການ ປະກອບສ່ວນຂອງຂະແໜງການ, ອົງການກ່ຽວຂ້ອງ ຊຶ່ງໄດ້ພ້ອມກັນ ທຸ້ມເທເຫື່ອແຮງ, ຄວາມຮູ້, ຄວາມ ສາມາດຂອງຕົນເຂົ້າໃນການເຄື່ອນ ໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານ ຈົນໄດ້ຮັບຜົນສໍາເລັດ. ຂ່າວ-ພາບ: ວຽງສະຫວັນ ສະບັບທຳອິດຂອງພັກ ທີ່ໄດ້ກໍານົດ ທິດນໍາ ແລະ ຖືເປັນແນວທາງ ໃຫ້ ພັກເຮົາດໍາເນີນພາລະກິດຕໍ່ສູ້ຕ້ານ ການຮຸກຮານຈາກຈັກກະພັດລ່າ ເມືອງຂຶ້ນ ແລະ ລູກມືຂາຍຊາດ; ຄັ້ງທີ II ໃນປີ 1972 ເປັນໂຄງ ການການເມືອງທີ່ວາງອອກ ເພື່ອ ເຮັດສໍາເລັດການປະຕິວັດຊາດ-ປະ ຊາທິປະໄຕ, ນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ. ການສ້າງ ໂຄງການການເມືອງສະບັບໃໝ່ ຂອງພັກໃນໄລຍະໃໝ່ແມ່ນຕອບ ສະໜອງສະພາບການເລັ່ງທວງໃໝ່, ໜ້າທີ່ໃໝ່ຂອງການປະຕິວັດລາວ, ໜ້າທີ່ແຫ່ງການຍູ້ແຮງພາລະກິດ ປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ດ້ວຍການສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງ, ຮອບດ້ານ ແລະ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງແນໃສ່ນຳພາປະ ເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ. ສຳລັບໂຄງການການເມືອງສະ ບັບທີ III ແມ່ນໂຄງການການເມືອງ “ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ” ແມ່ນການສືບຕໍ່ປະຕິບັດແນວທາງ ປ່ຽນແປງໃໝ່ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນ ສະຖາປະນິກຕົ້ນຕໍທີ່ປະໄວ້ໃຫ້ ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ, ໂດຍໄດ້ກຳນົດ ຈຸດໝາຍ ຮອດປີ 2055, ເມື່ອວັນ ສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາເປັນປະເທດ ກໍາລັງພັດທະນາທີ່ມີລາຍຮັບປານ ກາງ-ສູງຫຍັບເຂົ້າໃກ້ປະເທດທີ່ມີ ລາຍຮັບສູງ, ມີລະບົບການເມືອງທີ່ ເຂັ້ມແຂງ, ມີພື້ນຖານເສດຖະກິດ ທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ ສອດຄ່ອງ ແລະ ກ້າວໜ້າ, ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າໄດ້ມີພື້ນຖານອັນໜັກແໜ້ນກ້າວ ສູ່ຄວາມອີ່ມໜໍາສຳລານ. ໂຄງການ ການເມືອງສະບັບນີ້ ໄດ້ວາງ 11 ແຜນນະໂຍບາຍໃຫຍ່ໃນການບູລະ ນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມເປັນຕົ້ນ ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມໃຫ້ເປັນລະບົບ, ທັນສະໄໝ; ຫັນເປັນອຸດສາຫະ ກໍາ, ຫັນເປັນທັນສະໄໝ, ຫັນເປັນ ດີຈິຕອນ; ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມື ກັບການປ່ຽນແປງດິນຟ້າອາກາດ; ພັດທະນາວັດທະນະທໍາ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງປົກປັກຮັກສາ ແລະ ເສີມ ຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ; ພັດທະນາຄົນລາວຢ່າງ ຮອບດ້ານ, ຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງການ ພັດທະນາປະເທດຊາດ ໃນໄລຍະ ໃໝ່; ສ້າງເຫງົ້າພະລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານທີ່ມີຄວາມໜັກ ແໜ້ນ, ເຂັ້ມແຂງ ແລະ ມີແບບແຜນ ທັນສະໄໝ; ຍຶດໝັ້ນແນວທາງການ ຕ່າງປະເທດຂອງພັກ, ສ້າງເງື່ອນ ໄຂອໍານວຍໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ; ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນຮັບປະກັນການກຳອຳນາດ ຂອງພັກ ໃຫ້ມີຄວາມໝັ້ນຄົງ; ສ້າງ ລັດປະຊາທິປະໄຕປະຊາຊົນທີ່ປົກ ຄອງດ້ວຍກົດໝາຍ; ເສີມຂະ ຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີ ທົ່ວປວງຊົນຢ່າງໜັກແໜ້ນ; ເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາ ຊົນຢ່າງບໍ່ຢຸດຢັ້ງ. ເພື່ອເຮັດໃຫ້ໂຄງການການ ເມືອງຂອງພັກ ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍສູ່ລວງເລິກພັກເຮົາ ຕ້ອງສືບຕໍ່ຍຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍບັນດາຫລັກການ ແລະ ທັດສະນະພື້ນຖານໃນການຍູ້ແຮງ ການຈັດຕັ້ງປະຕິບັດແນວທາງປ່ຽນ ແປງໃໝ່ຂອງພັກເຮົາ ໂດຍສະເພາະ ການປ່ຽນແປງໃໝ່, ການສະແຫວງ ຫາສັດຈະທໍາໃນການນໍາພາຂອງ ພັກ ແມ່ນພາລະກິດປະຕິວັດອັນເລິກ ເຊິ່ງເຖິງຖອງທີ່ຕ້ອງດໍາເນີນການ ຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວ ນານ; ເຊີດຊູນໍ້າໃຈຮັກຊາດອັນດູດ ດື່ມ, ສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ຢ່າງສຸດຊຶ້ງ ໄປ ພ້ອມກັບການເສີມຂະຫຍາຍຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຢ່າງຮອບດ້ານຕິດພັນກັບການຍົກ ສູງຄວາມເປັນເຈົ້າໃນການເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ, ທັງ ເພີ່ມທະວີຄວາມສາມັກຄີພາຍໃນ, ມີຄວາມເປັນເອກະພາບສູງທາງ ດ້ານການເມືອງ, ແນວຄິດ, ການ ຈັດຕັ້ງ ແລະ ການເຄື່ອນໄຫວໃນ ທົ່ວພັກ ແລະ ໃນສັງຄົມ; ຕ້ອງຖື ສໍາຄັນພັດທະນາຊັບພະຍາກອນ ມະນຸດ, ພູມປັນຍາຂອງຄົນໃນ ຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳສັງຄົມ ແລະ ປົກປັກຮັກສາສິ່ງ ແວດລ້ອມຕາມທິດສີຂຽວ ແລະ ຍືນ ຍົງລະຫວ່າງພັດທະນາເສດຖະກິດ ກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ; ຍົກສູງປະສິດ ທິພາບການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ຕາມທິດສ້າງ ລັດປະຊາທິປະໄຕປະຊາຊົນທີ່ປົກ ຄອງດ້ວຍກົດໝາຍທີ່ສັກສິດ ແລະ ສະເໝີພາບພາຍໃຕ້ການນໍາພາຂອງ ພັກ; ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ ປະຊາຊົນບັນດາເຜົ່າໄດ້ເຂົ້າຮ່ວມ ການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມດ້ວຍຄວາມຮັບຜິດ ຊອບສູງຕໍ່ພັນທະ, ໜ້າທີ່ຂອງພົນລະ ເມືອງລາວຕາມລັດຖະທໍາມະນູນ ແລະ ກົດໝາຍ; ເພີ່ມຄວາມສາ ມາດນໍາພາ ແລະ ກໍາລັງແຮງສູ້ຮົບ ຂອງຄະນະພັກແຕ່ລະຂັ້ນໃນທຸກ ຂົງເຂດວຽກງານ, ສືບຕໍ່ສ້າງຮາກ ຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນເປັນກໍາລັງແຮງໃຫ້ແກ່ ການຂັບເຄື່ອນການນຳພາ-ຊີ້ນຳ ຂອງຄະນະພັກໃນລະບົບການ ເມືອງຢູ່ແຕ່ລະຂັ້ນ, ປັບປຸງລະບອບ ແບບແຜນ, ກົນໄກການນໍາພາຂອງ ພັກ ແລະ ການຄຸ້ມຄອງ-ບໍລິຫານ ຂອງລັດໃຫ້ຖືກຕ້ອງຕາມຫລັກ ວິທະຍາສາດ ແລະ ສອດຄ່ອງກັບ ຈຸດພິເສດຂອງປະເທດເຮົາ; ເພີ່ມ ທະວີການນໍາພາເດັດຂາດ, ໂດຍ ກົງ, ຮອບດ້ານຂອງພັກຕໍ່ກໍາລັງ ປະກອບອາວຸດປະຕິວັດ, ການປະຕິ ບັດແນວທາງ, ນະໂຍບາຍການຕ່າງ ປະເທດທີ່ຄ່ອງແຄ້ວ, ມີໄຫວພິກ ເພື່ອ ຮັບປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ ສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຈະໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຮ່ວມກັນຂອງປະຊາຊົນສອງຊາດ ພວກເຮົາ ກໍຄື ເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ. ຂ້າພະເຈົ້າຂໍອວຍພອນສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະຊາຊົນກູເວດ ເພື່ອນ ມິດຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ. ໃນວັນດຽວກັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ກໍໄດ້ສົ່ງໂທລະເລກສະແດງ ຄວາມຊົມເຊີຍເຖິງສົມເດັດ ເຊກຄ໌ ອາມັດອາລອັບດຸນລາອາລຊາບາສ ນາຍົກລັດຖະມົນຕີ ແຫ່ງ ລັດ ກູເວດ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມ ຊົມເຊີຍເຖິງທ່ານ ເຊກຄ໌ ຈາຣາສ ຈາເບີ ອາລ ອາມັດ ອາລ ຊາບາ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ລັດກູເວດ ເນື່ອງໃນ ໂອກາດວັນຊາດ ແຫ່ງ ລັດກູເວດ ຄົບຮອບ 65 ເຊັ່ນດຽວກັນ.

RkJQdWJsaXNoZXIy MTc3MTYxMQ==