7223

gsfdko{dkora fmtok a xtgmf]k; ( 25/02/2026 ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນເວລາ 7:00 ໂມງເຊົ້າ ຂອງວັນທີ 22 ກຸມພາ 2026 ນີ້ ຢູ່ໜ່ວຍປ່ອນບັດເລືອກຕັ້ງ ທີ 7 ບ້ານວັດຫລວງ ເມືອງລະມາມ ແຂວງເຊກອງ, ຄະນະກຳມະການ ເລືອກຕັ້ງ ເປີດການປ່ອນບັດເລືອກ ຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນ ຕີ ສີລະວົງສາ ປະທານຄະນະກຳ ມະການປົກຄອງແຂວງເຊກອງ, ທ່ານ ແພງສີ ສີລາວີ ຮອງປະທານ ສະພາປະຊາຊົນແຂວງ, ມີບັນດາ ຄະນະປະຈຳພັກແຂວງ, ຜູ້ສະໝັກ ຮັບເລືອກຕັ້ງເປັນ ສສຊ ເຂດເລືອກ ຕັ້ງທີ 16 ແຂວງເຊກອງ, ການນຳ ຂັ້ນແຂວງ, ເມືອງລະມາມ, ອົງການ ປົກຄອງບ້ານ ຕະຫລອດຮອດຜູ້ມີ ສິດປ່ອນບັດເລືອກຕັ້ງເຂົ້າຮ່ວມຢ່າງ ເປັນຂະບວນຟົດຟື້ນ. ໃນພິທີ, ຄະນະກຳມະການປ່ອນ ບັດເລືອກຕັ້ງ ໄດ້ເຜີຍແຜ່ກົດລະ ບຽບ, ວິທີຂີດບັດລົງຄະແນນສຽງ ແລະ ໄຂຫີບບັດເປັນທາງການ ໂດຍ ຊ້ອງໜ້າການນຳແຂວງ, ເມືອງ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ພ້ອມ ທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງຮ່ວມແຮງຮ່ວມໃຈກັນ ເຂົ້າຮ່ວມ ຂະບວນການປ່ອນບັດເລືອກຕັ້ງໃຫ້ [a opkdkfdkog]n vd8A ' ll- c]t ll0 16 j c0;'g-dv' 7e,j ;o x6 dg0Q kokc-'leg]a f 12.500 d;j kgIa d8k ຂປລ. ຫລ່ງຂ່າວຈາກແຂວງຄຳ ມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ ກະສິກອນ ໃນທົ່ວແຂວງຄຳມ່ວນ ຕົກກ້າໝົດ ແນວເຂົ້າປູກແລ້ວ 1.261 ໂຕນ ເທົ່າກັບ 100% ຂອງຈໍານວນ ແນວເຂົ້າປູກທັງໝົດ ແລະ ສາມາດ ປູກເຂົ້າໄດ້ແລ້ວ 12.540 ເຮັກຕາ ເທົ່າກັບ 79,57% ຂອງຈໍານວນ ເນື້ອທີ່ແຜນການທັງໝົດ ໃນນັ້ນ, ນາຫວ່ານປະຕິບັດໄດ້ 5.528 ເຮັກຕາ ເທົ່າກັບ 35,08% ຂອງ ຈໍານວນເນື້ອທີ່ແຜນການ ແລະ ນາດໍາປະຕິບັດໄດ້ 7.012 ເຮັກຕາ ເທົ່າກັບ 44,49% ຂອງຈໍານວນ ເນື້ອທີ່ແຜນການ ແລະ ຄາດວ່າການ ປູກເຂົ້ານາແຊງ ຈະໃຫ້ສໍາເລັດໃນ ກາງເດືອນມີນາ 2026 ນີ້. ສຳລັບການຈັດຕັ້ງປະຕິບັດ ເນື້ອທີ່ແຜນການປູກເຂົ້າ ເພື່ອເປັນ ສະບຽງອາຫານ ປັດຈຸບັນສາມາດ ປັກດໍາໄດ້ 4.315 ເຮັກຕາ ເທົ່າກັບ 78,99% ຂອງເນື້ອທີ່ແຜນການ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນ ສິນຄ້າປະຕິບັດໄດ້ 8.225 ເຮັກຕາ cdj omh k; 4vf4vo[q fIPodkog]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີໃຫ້ຮູ້ວ່າ: ກອງປະຊຸມຖອດ ຖອນບົດຮຽນ ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ໃນ ວັນທີ 23 ກຸມພາ 2026 ທີ່ຫ້ອງ ວ່າການເມືອງແກ່ນທ້າວ ແຂວງ ໄຊຍະບູລີ ໂດຍມີ ທ່ານ ຄໍາເຫລັກ ແກ້ວວິໄລພອນ ກໍາມະການປະຈໍາ ພັກແຂວງ, ປະທານຄະນະກວດ ກາພັກແຂວງ, ຜູ້ຊີ້ນໍາເມືອງແກ່ນ ທ້າວ, ທ່ານ ຄໍາປຸ່ນ ນວນສະບັບ ກໍາ ມະການພັກແຂວງ, ເລຂາຄະນະ ບໍລິຫານງານພັກເມືອງ, ມີຄະນະ ກໍາມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ຄະນະກໍາມະການ ຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ສີຄານ ແກ່ນມະນີ ປະທານ ຄະນະກໍາມະການປົກຄອງເມືອງ ແກ່ນທ້າວ ໄດ້ສະຫລຸບຖອດຖອນ ບົດຮຽນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ໃນທົ່ວເມືອງ ຊຶ່ງ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງ ປະຕິບັດຂອງ 6 ອະນຸກໍາມະການ ຄື: ອະນຸກໍາມະການເລຂານຸການ ໄດ້ ສຸມໃສ່ກະກຽມດ້ານເນື້ອໃນ, ນິຕິ ກຳ, ສັງລວມສະຖິຕິພົນລະເມືອງ ແລະ ຜູ້ມີສິດເລືອກຕັ້ງ ພ້ອມທັງ ປະສານງານຮອບດ້ານ. ອະນຸກໍາ ມະການໂຄງປະກອບ ແລະ ບຸກຄະ ລາກອນ ໄດ້ຄົ້ນຄວ້າ ແລະ ກຳນົດ ຕົວເລກຜູ້ສະໝັກ. ສຳລັບເມືອງ ແກ່ນທ້າວ ມີຜູ້ສະໝັກເປັນສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈໍານວນ 7 ທ່ານ, ຍິງ 2 ທ່ານ ຊຶ່ງປະ ກອບມີພະນັກງານ-ລັດຖະກອນ, ນາຍທະຫານ ແລະ ນັກທຸລະກິດ. ອະນຸກໍາມະການໂຄສະນາ ແລະ ປຸກ ລະດົມ ໄດ້ຈັດຕັ້ງການລົງຫາສຽງ ທັງໝົດ 4 ຈຸດໃຫຍ່ ຄື: ສໍານັກງານ, ບ້ານດອນເມນ, ບ້ານໜອງ ແລະ ບ້ານປາກແຄມ ມີຜູ້ເຂົ້າຮ່ວມຮັບ ຟັງທັງໝົດ 2.400 ກວ່າຄົນ. ອະນຸ ກໍາມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຮັບປະກັນຄວາມ ສະຫງົບປອດໄພໃນທົ່ວເມືອງໄດ້ 100 ສ່ວນຮ້ອຍ, ອະນຸກໍາມະການ ບໍລິຫານ, ພິທີການ ແລະ ງົບປະມານ ໄດ້ຄຸ້ມຄອງງົບປະມານໃຫ້ມີປະ ສິດທິຜົນ ແລະ ອະນຸກໍາມະການ ຮັກສຸຂະພາບ ໄດ້ກະກຽມໜ່ວຍ ແພດເຄື່ອນທີ່ ຕິດຕາມແຕ່ລະຈຸດ ເລືອກຕັ້ງ. ທ່ານ ສີຄານ ແກ່ນມະນີ ຍັງ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ດ້ານ ດີ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກ ຂັ້ນເທິງ ແລະ ມີການແບ່ງຄວາມ ຮັບຜິດຊອບໃຫ້ບຸກຄົນຢ່າງຈະ ແຈ້ງ, ອົງການປົກຄອງບ້ານ ແລະ ປະຊາຊົນໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມຢ່າງຟົດຟື້ນ. ສ່ວນດ້ານ ອ່ອນ ແລະ ຂໍ້ຄົງຄ້າງ ການເກັບກຳ ຂໍ້ມູນສະຖິຕິຜູ້ມີສິດເລືອກຕັ້ງຍັງບໍ່ ທັນລະອຽດຊັດເຈນ, ການປະສານ ງານ ແລະ ການສົ່ງເອກະສານ-ອຸ ປະກອນຈາກຂັ້ນເທິງບາງຄັ້ງຍັງ ບໍ່ທັນດີ, ການນໍາໃຊ້ລະບົບນັບຄະ ແນນຍັງບໍ່ທັນຊໍານານ. ບົດຮຽນທີ່ ຖອດຖອນໄດ້ຕ້ອງໄດ້ເພີ່ມທະວີການ ກໍາແໜ້ນມະຕິ, ຄໍາສັ່ງ ແລະ ນິຕິ ກຳຕ່າງໆໃຫ້ເລິກເຊິ່ງ ແລະ ຕ້ອງ ມີການສະຫລຸບຖອດຖອນບົດຮຽນ ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາ ສະຖິຕິໃຫ້ຊັດເຈນຕາມຕົວຈິງ. ໃນກອງປະຊຸມ, ບັນດາອະນຸ ກໍາມະການ ແລະ ໜ່ວຍປ່ອນບັດ ເລືອກຕັ້ງ ໄດ້ມີຄໍາເຫັນແລກປ່ຽນ ການປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ໃນທົ່ວເມືອງ. lt,k7q ,9u oc0;'9exkla d 9a f'koltcf' 7voglu fc]dxj Po;a fmtotme 9kdxtgmf3Io]a ' ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ສະມາຄົມ ຈີນແຂວງຈໍາປາສັກ ເປັນເຈົ້າ ພາບຈັດງານສະແດງຄອນເສີດ ແລະ ການແລກປ່ຽນວັດທະນະທຳ ຄະນະວົງໂອເປຣາບິກເກີລ ບິກ ແບນ (Biggle Big Band) ຈາກ ປະເທດ ໂຮນລັງ ໃນຄໍ່າຄືນຂອງ ວັນທີ 22 ກຸມພາ 2026 ທີ່ແຂວງ ຈຳປາສັກ ໂດຍມີທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການ ປົກຄອງແຂວງຈຳປາສັກ, ທ່ານ ວັນນະໄຊ ຊາດຕະກູນ ເລຂາພັກ ນະຄອນປາກເຊ, ທ່ານ ນາງ ເຕ ດາວັນ ແກ້ວພິລາວັນ ຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວ, ທ່ານ ໄພທູນ ປະທຸມ ທອງ ປະທານສະມາຄົມຈີນ ແຂວງ ຈຳປາສັກ, ປະທານບໍລິສັດຈໍາປາ ຄຳ ພ້ອມດ້ວຍພະແນກການກົມ ກອງອ້ອມຂ້າງແຂວງ, ນະຄອນ, ມວນຊົນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ທ່ານ ສຸກສະຫວັນ ວິໄລວົງ ໄດ້ກ່າວວ່າ: ງານສະແດງໃນຄັ້ງ ນີ້ ບໍ່ເປັນພຽງແຕ່ເປັນງານສິລະປະ ບັນເທີງທົ່ວໄປ, ແຕ່ມັນຄືການສ້າງ ປະຫວັດສາດ ໃນການສະແດງ ດ້ານດົນຕີ ຊຶ່ງເປັນຄັ້ງທໍາອິດ ໃນການຈັດກິດຈະກຳລັກສະນະ ນີ້, ການສະແດງສິລະປະໃນຄັ້ງ ນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມ ການສະແດງຂອງສິລະປະ ຈາກ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວ ແຂວງຈຳປາສັກ ແລະ ຄະນະວົງດົນຕີ Biggle Big Band ຈາກປະເທດໂຮນລັງ ຊຶ່ງໄດ້ ມີການສະແດງປະສົມປະສານກັນ. ກິດຈະກຳ ທີ່ມີຄວາມໝາຍຄວາມ ສໍາຄັນນີ້ ຈະເປັນການໂຄສະນາ ເຜີຍແຜ່ວັດທະນະທຳລາວ ອອກສູ່ ເວທີສາກົນນັບມື້ນັບກວ້າງຂວາງ, ເປັນການຊຸກຍູ້ສົ່ງເສີມວຽກງານ ດ້ານວັດທະນະທຳ, ການທ່ອງທ່ຽວ, ໂຄສະນາດຶງດູດນັກທ່ອງທ່ຽວ ໃຫ້ ເຂົ້າມາທ່ຽວຊົມແຂວງຈຳປາສັກ ນັບມື້ນັບເພີ່ມຂຶ້ນ ແລະ ເພື່ອເປັນ ການກະຕຸ້ນເສດຖະກິດ ກໍຄືການ ບໍລິການທ່ອງທ່ຽວ ພາຍໃນແຂວງ ໃຫ້ດີຂຶ້ນ. ຂ່າວ-ພາບ: ເກດສະໜາ ເທົ່າກັບ 79,88%ຂອງເນື້ອທີ່ແຜນ ການ. ອີງຕາມຂໍ້ມູນຈາກຂະແໜງ ປູກຝັງ ພະແນກກະສິກໍາ ແລະ ສິ່ງ ແວດລ້ອມ ແຂວງຄໍາມ່ວນ ໃຫ້ຮູ້ ວ່າ: ໃນລະດູການປູກເຂົ້າສໍາຮອງ ລະດູແລ້ງສົກປີ 2025-2026 ທົ່ວ ແຂວງຄໍາມ່ວນ ມີເນື້ອທີ່ແຜນການ ປູກເຂົ້າລວມທັງໝົດ 15.759 ເຮັກຕາ, ຄາດຄະເນຜົນຜະລິດ 77.396 ເຮັກຕາ, ຄາດຄະເນ ແນວປູກ 1.261 ໂຕນ ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນ ສະບຽງອາຫານ 5.463 ເຮັກຕາ, ຄາດຄະເນຜົນຜະລິດ 25.734 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອ ເປັນສິນຄ້າ 10.296 ເຮັກຕາ, ຄາດຄະເນຜົນຜະລິດ 51.662 ໂຕນ. ສໍາລັບເມືອງທີ່ມີເນື້ອທີ່ປູກ ເຂົ້າລະດູແລ້ງ ຫລາຍກວ່າໝູ່ມີ: ເມືອງໜອງບົກ, ເມືອງເຊບັ້ງໄຟ, ເມືອງຫີນບູນ ແລະ ເມືອງຍົມມະ ລາດ ຕາມລໍາດັບ. ຂໍ້ມູນຍັງໃຫ້ຮູ້ອີກວ່າ: ໃນການ ປູກເຂົ້ານາແຊງປີນີ້ ຄາດວ່າຈະບໍ່ ໄດ້ຕາມແຜນການທີ່ວາງໄວ້ ເນື່ອງ ມາຈາກຂາດກຳລັງແຮງງານ, ຕົ້ນທຶນການຜະລິດສູງ ລວມເຖິງ ລາຄານໍ້າມັນເຊື້ອໄຟ, ບາງເມືອງ ມີຫລາຍໂຄງການທີ່ບໍ່ໄດ້ເຮັດການ ຜະລິດ ແລະ ມີບາງໂຄງການທີ່ໃຊ້ ຈັກນໍ້າມັນ. ຂ່າວ-ພາບ: ແດງສະຫວັດ ແສນພານິດ ເປັນຂະບວນການຟົດຟື້້ນ ກາຍເປັນ ປາງບຸນໃຫຍ່ຂອງຊາດ, ຮັກສາໄດ້ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ເລືອກໃຫ້ໄດ້ຜູ້ສະ ໝັກທີ່ມີມາດຖານ, ເງື່ອນໄຂ, ມີ ຄວາມຮູ້ຄວາມສາມາດ, ວິໄສທັດ ທີ່ກວ້າງໄກ ເພື່ອເປັນຕົວແທນໃຫ້ ປະຊາຊົນບັນດາເຜົ່າ ເຂົ້າໄປເຮັດ ວຽກໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ. ໃນໂອກາດນີ້, ທ່ານ ນາງ ລົດຈະ ນາ ບົວລະພາ ອາຍຸ 18 ປີ ຜູ້ມີສິດ ເລືອກຕັ້ງ ໄດ້ເວົ້າເຖິງຄວາມຮູ້ສຶກ ຂອງຕົນວ່າ: ຕົນເອງ ມີຄວາມຮູ້ສຶກ ດີໃຈ ແລະ ພາກພູມໃຈ ທີ່ໄດ້ມີໂອ ກາດນໍາໃຊ້ສິດຂອງຕົນ ມາເລືອກ ຕັ້ງເອົາຜູ້ແທນປະຊາຊົນ ຊຶ່ງເປັນ ຄັ້ງທໍາອິດໃນຊີວິດ ແລະ ມີຄວາມ ມຸ້ງຫວັງຢາກເລືອກໄດ້ຜູ້ແທນ ປະຊາຊົນ ຜູ້ທີ່ມີຄວາມຮູ້ຄວາມສາ ມາດ ເຮັດແທ້ທໍາຈິງ ເຂົ້າໄປນັ່ງໃນ ສະພາ ເພື່ອແກ້ໄຂບັນຫາຕ່າງໆໃຫ້ ແກ່ປະຊາຊົນໄດ້ຢ່າງແທ້ຈິງ. ແຂວງເຊກອງ ມີໜ່ວຍປ່ອນ ບັດເລືອກຕັ້ງ 106 ໜ່ວຍ ໃນນັ້ນ, ເມືອງລະມາມ (ເມືອງເທສະບານ ແຂວງ) ມີ 34 ໜ່ວຍ, ເມືອງກະລຶມ ມີ 21 ໜ່ວຍ, ເມືອງດາກຈຶງ ມີ 31 ໜ່ວຍ, ເມືອງທ່າແຕງ ມີ 20 ໜ່ວຍ, ມີພົນລະເມືອງທັງໝົດ 146.250 ຄົນ, ຍິງ 72.307 ຄົນ, ຈຳນວນ ຜູ້ມີສິດປ່ອນບັດຕາມສຳມະໂນຄົວ ມີ 87.503 ຄົນ, ຍິງ 42.160 ຄົນ, ຜູູ້ສາມາດປ່ອນບັດ ຢູ່ພາຍໃນ ບ້ານຂອງຕົນ ມີ 79.341 ຄົນ, ຍິງ 38.364 ຄົນ. ຂ່າວ: ພຸດທະສອນ

RkJQdWJsaXNoZXIy MTc3MTYxMQ==