xtgmf]k; 6 25/02/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ພອນປະເສີດີດ ໂດຍ: ມາລີດາີດ ot7vo wdlvo rq ,;y sko wfh Ia []k';a o g,n v'mj v'mj P;ltvkfvk-Po xu 2026-2028 rklu xt9ec0;'va f8txn 9tl6h -q ogda []kpIa [.sh wfh 295 8N du [ ຂປລ. ນະຄອນ ໄກສອນ ພົມ ວິຫານ ແຂວງສະຫວັນນະເຂດ ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນ ເມືອງມາດຕະຖານທ່ອງທ່ຽວສະ ອາດອາຊຽນ ເນື່ອງຈາກວ່າ ໄດ້ຮັບ ມາດຕະຖານດ້ານການຄຸ້ມຄອງ ສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການ ປູກຈິດສໍານຶກດ້ານການຮັກສາສິ່ງ ແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະ ຫງົບໃນຕົວເມືອງ, ພື້ນທີ່ສີຂຽວ, ພື້ນຖານໂຄງລ່າງ ແລະ ສິ່ງອຳ ນວຍຄວາມສະດວກຕ່າງໆ ດ້ານ ການທ່ອງທ່ຽວ. ສະນັ້ນ, ຈຶ່່ງເຮັດ ໃຫ້ ນະຄອນ ໄກສອນ ພົມວິຫານ ຕິດ 1 ໃນ 4 ເມືອງທີ່ໄດ້ຮັບລາງວັນ ມາດຕະຖານທ່ອງທ່ຽວສະອາດ ອາຊຽນ ປີ 2026- 2028. ທ່ານ ລຳພູນ ວໍລະວົງ ຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວຽກງານການທ່ອງທ່ຽວ ໃນປັດຈຸບັນ, ຕ້ອງມີການເຊື່ອມ ໂຍງ, ເຊື່ອມຈອດເຊິ່ງກັນ ແລະ ກັນ ເພື່ອເປັນທາງຜ່ານໄປມາຫາສູ່ກັນ ເປັນຕົ້ນ ມາຈາກໄທ ໄປ ສສ ຫວຽດ ນາມ, ມາຈາກນະຄອນຫລວງ ວຽງຈັນ ກໍຜ່ານເມືອງອຸທຸມພອນ ເພາະເປັນເມືອງ 4 ທິດ ໄປທາງໃດ ກໍຕ້ອງໄດ້ຜ່ານ. ດັ່ງນັ້ນ, ເພື່ອຕິດພັນ ກັບຂົງເຂດວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ເມືອງ ອຸທຸມພອນ ກໍໄດ້ສ້າງຄຸນຄ່າທາງ ດ້ານອາຫານ ເປັນຕົ້ນ ປີ້ງໄກ່ເຊ ໂນ ແລະ ແນະນໍານັກທ່ອງທ່ຽວໃຫ້ ມາຊີມປີ້ງໄກ່ເຊໂນ. ພ້ອມກັນນັ້ນ, ເມື່ອໄດ້ມາແຂວງສະຫວັນນະເຂດ ຕ້ອງທ່ອງທ່ຽວຕາມແຜນ 3 ໄຫວ້ 4 ເບິ່ງ 5 ຊົມ ຄື: 3 ໄຫວ້ປະກອບ ມີ: ໄຫວ້ພະຍາດອິງຮັງ, ໄຫວ້ພະ ທາດໂພ່ນ ແລະ ໄຫວ້ຫໍໄຕປີດົກ ຊຶ່ງ ເປັນບ່ອນສະສົມຂອງຄັງໃບລານ; ທ່ອງທ່ຽວ 4 ເບິ່ງປະກອບມີ: ເບິ່ງ ຫໍພິພິທະພັນສະຫວັນນະເຂດ, ຫໍ ພິພິທະພັນໄດໂນເສົາ, ຫໍພິພິທະພັນ ຮ່ວມສໍາພັນສູ້ຮົບໄຊຊະນະ ລາວຫວຽດນາມ ແລະ ເບິ່ງມໍລະດົກສະ ຖານໜອງເຮືອທອງ; ທ່ອງທ່ຽວ 5 ຊົມ ປະກອບມີ: ທ່ຽວຊົມຕົວ ເມືອງເກົ່າປະຫວັດສາດ ໜອງ ຫລົ່ນ, ປ່າສະຫງວນດົງນາຕາດ ນະຄອນ ໄກສອນ ພົມວິຫານ; ທ່ຽວຊົມຝູງລີ, ປາຝາ, ຝາຍສຸຍ ຈໍາພອນ; ທ່ຽວຊົມໂອງ-ມັ້ງ, ນົກ ຍາງຂາວ, ແຫລ່ງຂຸດຄົ້ນກະດູກ ໄດໂນເສົາຊົນນະບູລີ; ທ່ຽວຊົມວັດ ຖຸບູຮານ ດອນຫີນດ້າງ, ໂພນຊ້າງ ສານ, ເມືອງບູຮານ ສີສະເກດ, ສວນຕານ ແລະ ເຮືອນຫີນໄຊພູ ທອງ; ທ່ຽວຊົມພະທາດນາງຂາວ, ພະເຈົ້າອົງແສນ, ຫີນສາມເສົ້າ, ນໍ້າ ເກົ້າແຄ ວິລະບູລີ. ນີ້ຄືວົງແຫວນ ແຫ່ງການທ່ອງທ່ຽວຂອງແຂວງ ສະຫວັນນະເຂດ. ສະນັ້ນ, ເພື່ອເຮັດ ໃຫ້ວຽກງານ 3 ໄຫວ້ 4 ເບິ່ງ 5 ຊົມ ໃຫ້ປະກົດຜົນເປັນຈິງ, ແຂວງ ສະຫວັນນະເຂດ ມີການແຕ່ງເພງ ກອນລໍາ 4 ຈັງຫວະ ຄື: ລໍາບ້ານ ຊອກ, ລໍາຄອນສະຫວັນ, ລໍາຕັ້ງ ຫວາຍ ແລະ ລໍາຜູ້ໄທ ເພື່ອສ້າງເອ ກະລັກຂອງແຂວງ. ສະນັ້ນ, ການ ປະເມີນມາດຕະຖານທ່ອງທ່ຽວ ສະອາດອາຊຽນ ກໍເປັນລາງວັນ ທີ່ ມີຄວາມສໍາຄັນ ແລະ ຈໍາເປັນຢ່າງ ຍິ່ງ ທີ່ຈະຊ່ວຍປັບປຸງມາດຕະຖານ ການບໍລິການ ການທ່ອງທ່ຽວ ຢູ່ ສປປ ລາວໃຫ້ດີຂຶ້ນ, ນັກທ່ອງທ່ຽວ ຈະມີຄວາມໝັ້ນໃຈຫລາຍຂຶ້ນເມື່ອ ເຂົ້າມາໃຊ້ບໍລິການ, ບັນດາຜູ້ປະ ກອບການທຸລະກິດ ແລະ ບັນດາ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຮັບ ໃບຢັ້ງຢືນ ແລະ ແຜ່ນປ້າຍລາງວັນ ມາດຕະຖານການທ່ອງທ່ຽວອາ ຊຽນສາມາດນໍາໃຊ້ໃນການສົ່ງ ເສີມການຕະຫລາດ ເພື່ອດຶງດູດນັກ ທ່ອງທ່ຽວໃຫ້ຫລາຍຂຶ້ນ. ຂປລ. ໃນປີ 2026 ນີ້, ພາສີ ປະຈໍາແຂວງອັດຕະປື ໄດ້ຮັບແຜນ ການຈັດເກັບລາຍຮັບ 295 ຕື້ກີບ, ທຽບໃສ່ປີ 2025 ຜ່ານມາ ເພີ່ມຂຶ້ນ 104,01% ໃນນີ້, ໄດ້ຈັດແບ່ງແຜນ ການຈັດເກັບລາຍຮັບ ມອບໃຫ້ ພາສີປະຈໍາແຂວງ 5 ຕື້ກີບ ແລະ ມອບໃຫ້ພາສີປະຈໍາດ່ານສາກົນພູ ເກືອ ຈັດເກັບລາຍຮັບ 290 ຕື້ກີບ. ທ່ານ ແສງເພັດ ສີສຸລາດ ຫົວ ໜ້າພາສີ ປະຈໍາແຂວງອັດຕະປື ໄດ້ ລາຍງານໃນກອງປະຊຸມສະຫລຸບ ວຽກງານພາສີ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ເມື່ອບໍ່ດົນມານີ້: ເພື່ອຈັດຕັ້ງປະຕິບັດ ໃຫ້ບັນລຸຕົວເລກຂອງແຜນການຈັດ ເກັບລາຍຮັບ ທີ່ໄດ້ຮັບມອບໝາຍ, ທາງພາສີປະຈໍາແຂວງອັດຕະປື ໄດ້ ກໍານົດທິດທາງ ແລະ ມາດຕະການ ຕົ້ນຕໍສໍາຄັນ ຄື: ສືບຕໍ່ນໍາພາ-ຊີ້ນໍາ ວຽກງານການເມືອງ-ແນວຄິດໃຫ້ ແກ່ສະມາຊິກພັກ, ພະນັກງານລັດຖະກອນ ທີ່ຂຶ້ນກັບຄວາມຮັບຜິດ ຊອບຢ່າງແທດເຖິງເປັນປົກກະຕິ ແລະ ຕໍ່ເນື່ອງ ດ້ວຍຫລາຍຮູບການ, ເຂັ້ມງວດ, ກວດກາການອະນຸມັດ ແຜນການນໍາເຂົ້າຍົກເວັ້ນພາສີ- ອາກອນ ແລະ ຄຸ້ມຄອງ, ຕິດຕາມ, ກວດກາ ການນໍາເຂົ້າ, ການນໍາໃຊ້ ວັດຖຸອຸປະກອນ, ສິນຄ້າເຄື່ອງຂອງ, ພາຫະນະ ແລະ ເຄື່ອງຈັກທີ່ນໍາເຂົ້າ ຕາມນະໂຍບາຍສົ່ງເສີມການລົງ ທຶນດ້ວຍການຍົກເວັ້ນ, ງົດເກັບ ແລະ ເສຍພາສີຫລຸດຜ່ອນຂອງບັນ ດາໂຄງການ ທີ່ໄດ້ຮັບນະໂຍບາຍ ສົ່ງເສີມການລົງທຶນ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ເຄື່ອນໄຫວພາຍ ໃນແຂວງ ໃຫ້ເຄື່ອນໄຫວ ແລະ ນໍາ ໃຊ້ສິດດັ່ງກ່າວ ໂດຍຖືກຕ້ອງຕາມ ເປົ້າໝາຍ, ຈັດຕັ້ງປະຕິບັດວຽກ ງານການແຈ້ງພາສີ ໂດຍສັງເຂບ ລ່ວງໜ້າ ຕາມແຈ້ງການຂອງກະ ຊວງການເງິນ ເລກທີ 2755/ກງ, ລົງວັນທີ 31 ກໍລະກົດ 2024 ເພື່ອ ກວດກາກ່ອນລ່ວງໜ້າ ກ່ຽວກັບ ຄວາມຖືກຕ້ອງດ້ານຂໍ້ມູນ ແລະ ສິນ ຄ້າຕົວຈິງ ໃນການແຈ້ງພາສີ ຂອງ ຜູ້ປະກອບການກ່ອນສິນຄ້າມາ ຮອດດ່ານຊາຍແດນ, ກວດສອບ ຄົນຫລັງການແຈ້ງພາສີ ເພື່ອກວດ ກາຄືນບັນດາບໍລິສັດທີ່ເປັນເປົ້າ ໝາຍ ແລະ ມີຄວາມສ່ຽງ ໂດຍສະ ເພາະ ກວດກາດ້ານແຫລ່ງກຳເນີດ ສິນຄ້າ, ລະຫັດສິນຄ້າ, ມູນຄ່າແຈ້ງ ສິນຄ້າ ແລະ ການຊຳລະສະສາງ ຜ່ານລະບົບທະນາຄານ, ຄຸ້ມຄອງ, ກວດກາ ການນໍາເຂົ້າ-ສົ່ງອອກສິນ ຄ້າ, ເຄື່ອງຂອງ, ພາຫະນະ ແລະ ສິນຄ້າອື່ນໆ ຢູ່ດ່ານຊາຍແດນ ໃຫ້ ມີຄວາມເຂັ້ມງວດ, ຮັດກຸມ ຕາມ ຫລັກການບໍລິຫານຄວາມສ່ຽງ ທີ່ ກົດໝາຍ ແລະ ລະບຽບການກໍາ ນົດ, ເອົາໃຈໃສ່ຈັດຕັ້ງປະຕິບັດ ລັດ ຖະບັນຍັດປະທານປະເທດ ເລກທີ 001/ປປທ, ລົງວັນທີ 28 ສິງຫາ 2023 ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກໃຫ້ເຂັ້ມ ງວດຊຶ່ງເປັນທ່າແຮງໜຶ່ງໃນການຈັດ ເກັບລາຍຮັບຈາກການສົ່ງອອກ, ສືບຕໍ່ປະຕິບັດຄໍາສັ່ງ ຂອງນາຍົກ ລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າ ດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍ ຮັບງົບປະມານແຫ່ງລັດ, ກວດກາ ພາຫະນະເຂົ້າ-ອອກປະເທດ ເພື່ອສະ ກັດກັ້ນ, ປາບປາມການລັກລອບນໍາ ເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ, ວັດຖຸມີຄ່າ ແລະ ສິນຄ້າປະເພດ ເກືອດຫ້າມ, ສຸມໃສ່ວຽກງານປາບ ປາມການຄ້າຂາຍເຖື່ອນ ໃນທົ່ວ ແຂວງດ້ວຍການສ້າງຂໍ້ມູນແຫລ່ງ ຂ່າວ ທັງໃນລະບົບເອເລັກໂຕຣນິກ, ແຫລ່ງຂ່າວຈາກພົນລະເມືອງ, ແຫລ່ງຂ່າວຈາກການຮ່ວມມືກັບ ປະເທດຄູ່ຮ່ວມຊາຍແດນແລະອອກ ລາດຕະເວນ ເພື່ອຈັບກຸ່ມເປົ້າໝາຍ ລັກລອບນໍາເຂົ້າສິນຄ້າ, ເຄື່ອງ ຂອງ, ສິນຄ້າປະເພດເຫລົ້າເບຍ, ຢາສູບ ແລະ ພາຫະນະເຖື່ອນ. ພ້ອມທັງເພີ່ມທະວີວຽກງານ ອໍານວຍຄວາມສະດວກທາງດ້ານ ພາສີ ແລະ ການຄ້າ, ແກ້ໄຂຂອດ ຂັ້ນ ທີ່ບໍ່ສອດຄ່ອງກັບກົດໝາຍ ເພື່ອ ໃຫ້ການເຄື່ອນໄຫວສິນຄ້ານໍາເຂົ້າສົ່ງອອກ ມີຄວາມຄ່ອງຕົວຫລຸດ ຜ່ອນເວລາ ແລະ ຕົ້ນທຶນ ໃຫ້ຜູ້ປະ ກອບການສາມາດແຂ່ງຂັນໄດ້, ເພີ່ມທະວີການພົວພັນຮ່ວມມືກັບ ດ່ານພາສີຊາຍແດນສາກົນເບີອີ, ສຳນັກງານພາສີເຂດ XII (ສສ ຫວຽດນາມ) ເພື່ອແລກປ່ຽນຂໍ້ມູນ ຂ່າວສານ, ການພັດທະນາບຸກຄະລາ ກອນ ແລະ ຍາດແຍ່ງເອົາບົດຮຽນ, ເຕັກນິກ ແລະ ເຄື່ອງມືຮັບໃຊ້ວຽກ ງານວິຊາສະເພາະ ແລະ ປະຕິບັດ ວຽກງານວິຊາສະເພາະໃນແຕ່ລະ ໄລຍະ ໃຫ້ໄດ້ຮັບຜົນສຳເລັດ ແລະ ບັນລຸໄດ້ຕາມລະດັບຄາດໝາຍ.
RkJQdWJsaXNoZXIy MTc3MTYxMQ==