7223

25/02/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ,v[{Ia [lyj 'glfgs]n vmtskovkg,]y dk muj skplk[l6 o.oxk'lq '7k,16j ]k; ຂປລ. ພິທີມອບ-ຮັບສິ່ງເສດ ເຫລືອຂອງທະຫານອາເມລິກາ ທີ່ ຫາຍສາບສູນໃນປາງສົງຄາມຢູ່ ລາວ ຈັດຂຶ້ນໃນວັນທີ 23 ກຸມພາ 2026 ຢູ່ນະຄອນປາກເຊ ແຂວງ ຈໍາປາສັກ, ພາຍຫລັງທີ່ຄະນະ ວິຊາການຮ່ວມລາວ-ອາເມລິກາ ສໍາເລັດການປະຕິບັດງານຮ່ວມຢູ່ ພາກສະໜາມ ຄັ້ງທີ 2 ປະຈໍາສົກ ປີ 2025-2026 ກໍລະນີ 2052 ຢູ່ ພູຜາຖີ່, ເຂດບ້ານພູທອງ ເມືອງຊຳ ເໜືອ ແຂວງຫົວພັນ ແລະ ກໍລະນີ 1743 ເຂດບ້ານວັກໄຕ, ກໍລະນີ 1384 ເຂດບ້ານຕະລາງໃໝ່ ເມືອງ ກະລຶມ ແຂວງເຊກອງ. ຜ່ານການ ປະຕິບັດງານດັ່ງກ່າວ, ແມ່ນມີພຽງ ແຕ່ກໍລະນີດຽວຄື ກໍລະນີ 2052 ທີ່ ໄດ້ຖືກຄົ້ນພົບສິ່ງເສດເຫລືອຂອງ ທະຫານອາເມລິກາ. ເຂົ້າຮ່ວມໃນພິທີມອບ-ຮັບຄັ້ງ ນີ້, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນໍາ ວຽກງານການສຳຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ (MIA), ເປັນຜູ້ ກ່າວມອບ ແລະ ຕາງໜ້າໃຫ້ແກ່ ລັດຖະບານສະຫະລັດອາເມລິກາ ແມ່ນທ່ານ ນາງ ມິດເຊວ ອ້າວລໍ (M i c h e l l e OUTLAW) ອຸປະທູດຊົ່ວຄາວສະຫະລັດອາເມ ລິກາ ປະຈໍາ ສປປ ລາວ ເປັນຜູ້ ກ່າວຮັບ ໂດຍມີພາກສ່ວນກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມເປັນສັກ ຂີພິຍານ. ບົນຈິດໃຈແຫ່ງການປະຕິບັດ ນະໂຍບາຍມະນຸດສະທໍາອັນສະເໝີ ຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ທີ່ມີຕໍ່ລັດຖະບານ ສະຫະລັດອາເມລິກາ ກໍຄື ຄອບຄົວ ແລະ ຍາດພີ່ນ້ອງຂອງທະຫານ ອາເມລິກາ ຜູ້ທີ່ຫາຍສາບສູນໃນ ປາງສົງຄາມຢູ່ລາວ, ຄະນະວິຊາ ການຮ່ວມຝ່າຍລາວ ໄດ້ຮ່ວມມືກັບ ຝ່າຍອາເມລິກາ ດໍາເນີນການສໍາ ຫລວດ ແລະ ຂຸດຄົ້ນ ເພື່ອຊອກ ຄົ້ນຫາຮ່ອງຮອຍ ແລະ ສິ່ງເສດ ເຫລືອຂອງທະຫານອາເມລິກາ ທີ່ ຫາຍສາບສູນໃນປາງສົງຄາມຢູ່ ລາວແຕ່ເໜືອເຖິງໃຕ້ ໃນຂອບເຂດ ທົ່ວປະເທດ ແລະ ໃຊ້ເວລາ 41 ປີ. ຕະຫລອດໄລຍະແຫ່ງການຮ່ວມມື ດັ່ງກ່າວນັ້ນ, ຄະນະວິຊາການສອງ ຝ່າຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເຈົ້າໜ້າທີ່ ທ້ອງຖິ່ນທີ່ກ່ຽວຂ້ອງ ກໍຄື ພໍ່ແມ່ປະ ຊາຊົນໃນຂົງເຂດທີ່ດໍາເນີນການ ສໍາຫລວດ ແລະ ຂຸດຄົ້ນຢ່າງຕັ້ງ ໜ້າຕາມເງື່ອນໄຂ ແລະ ຄວາມ ສາມາດຕົວຈິງຂອງຕົນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຮ່ວມມືສອງຝ່າຍ ດ້ານນີ້ ໄດ້ຮັບຜົນສໍາເລັດເປັນທີ່ໜ້າ ເພິ່ງພໍໃຈຕະຫລອດມາ ແລະ ສິ່ງດັ່ງ ກ່າວ, ກໍເປັນປັດໄຈໜຶ່ງທີ່ສໍາຄັນໃນ ການຊຸກຍູ້ ແລະ ສົ່ງເສີມການພົວພັນ ຮ່ວມມືໃນດ້ານຕ່າງໆລະຫວ່າງ ລາວ ແລະ ອາເມລິກາ ໃຫ້ນັບມື້ນັບ ຂະຫຍາຍຕົວຍິ່ງໆຂຶ້ນ. ຜ່ານການປະຕິບັດງານຮ່ວມ ສອງຝ່າຍ ລາວ-ອາເມລິກາ ໄລຍະ ຜ່ານມາ, ສາມາດຄົ້ນພົບສິ່ງເສດ ເຫລືອຂອງທະຫານອາເມລິກາ ທີ່ ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍ ອາເມລິກາແລ້ວ ຈຳນວນ 295 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 576 ຄົນ ຫລື ຫລາຍກວ່າ 50%, ຊຶ່ງຍັງອີກ 281 ຄົນ ທີ່ຈໍາເປັນຈະ ຕ້ອງໄດ້ສືບຕໍ່ມີການສໍາຫລວດ ແລະ ຂຸດຄົ້ນຕໍ່ໄປ. ລົງນາມຮ່ວມມືໂຄງການ...ົ່ື ເຜີຍແຜ່ແຜນຈັດຕັ້ງປະຕິບັດ...ີ່ັັ້ິັ ອົດສະຕຣາລີ ໂດຍມີອົງການ CHAI ເປັນຜູ້ບໍລິຫານໂຄງການ ແລະ ຮ່ວມມືຢ່າງໃກ້ຊິດກັບກົມ ອາຫານ ແລະ ຢາ ແລະ ພາກສ່ວນ ກ່ຽວຂ້ອງ ເພື່ອຍົກລະດັບລະບົບ ການເຝົ້າລະວັງ, ປ້ອງກັນ, ໂຕ້ຕອບ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫລົ້າຢູ່ ສປປ ລາວ. ທັງເປັນການຍົກລະດັບ ລະບົບໂຕ້ຕອບເຫດສຸກເສີນດ້ານ ຄວາມປອດໄພອາຫານ, ເສີມ ສ້າງສະມັດຖະພາບການກວດກາ, ພັດທະນາຄວາມສາມາດຫ້ອງ ວິໄຈແຕ່ສູນກາງ ແລະ ທ້ອງຖິ່ນ, ພັດທະນາລະບົບການສື່ສານ, ເຝົ້າ ລະວັງ, ປິ່ນປົວ ແລະ ແລກປ່ຽນ ເຜີຍແຜ່ແຜນຈັດຕັ້ງປະຕິບັດຂໍ້ສະ ເໜີແນະຂອງຄະນະກຳມະການ ສິດທິຄົນພິການ ສປຊ ທີ່ມີຕໍ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິຄົນພິການ (CRPD) ໃນວັນທີ 23 ກຸມພາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ມາຕິນ ເທີເຣີ ອົງການສະຫະ ປະຊາຊາດ ເພື່ອການພັດທະນາ ປະຈຳລາວ, ມີບັນດາສະຖານເອກ ອັກຄະລັດຖະທູດ, ອົງການຈັດຕັ້ງ ສາກົນ ແລະ ສະມາຄົມຄົນພິການ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ທ່ານ ນາງ ແກ້ວ ຈັນທະວິໄຊ ຍັງໄດ້ເນັ້ນຢໍ້າ ເຖິງແຜນຈັດຕັ້ງປະຕິບັດສະບັບນີ້, ບໍ່ແມ່ນພຽງແຕ່ເອກະສານທາງການ ທູດ, ແຕ່ແມ່ນແຜນງານເຄື່ອນໄຫວ ຕົວຈິງທີ່ລັດຖະບານລາວ ມຸ່ງໝັ້ນ ປັບປຸງວຽກງານສິດທິຄົນພິການ ໃຫ້ສອດຄ່ອງກັບມາດຕະຖານ ສາກົນ ຫລັງຈາກການປ້ອງກັນບົດ ລາຍງານແຫ່ງຊາດ ທີ່ນະຄອນເຊີ ແນວ ໃນປີ 2022 ທີ່ຜ່ານມາ ຊຶ່ງ ມີ 6 ຂົງເຂດຈຸດສຸມທີ່ໄດ້ກຳນົດ ໃນແຜນການ (2026-2027) ປະກອບມີ: ການປັບປຸງນິຕິກຳ ໃນ ການລົບລ້າງການຈຳແນກ ແລະ ເພີ່ມທະວີຄວາມເຂັ້ມແຂງຂອງ ກົນໄກຕິດຕາມ; ການອຸດໜູນລ້ຽງ ດູ ໂດຍສຸມໃສ່ຊ່ວຍເຫລືອຄົນພິ ການທີ່ທຸກຍາກອະນາຖາຕາມກົດ ໝາຍວ່າດ້ວຍຄົນພິການ; ການເຂົ້າ ເຖິງການປັບປຸງພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ຂໍ້ມູນຂ່າວສານ ໃຫ້ຄົນພິການໃຊ້ບໍລິການໄດ້ສະ ດວກ; ການສຶກສາ ແລະ ສາທາ ລະນະສຸກ ເພື່ອສົ່ງເສີມການສຶກສາ ຮຽນຮ່ວມ ແລະ ການຟື້ນຟູໜ້າທີ່ ການໃນເຂດຫ່າງໄກສອກຫລີກ; ການສົ່ງເສີມອາຊີບ ໂດຍສ້າງໂອ ກາດການມີວຽກເຮັດງານທຳ ແລະ ການເຂົ້າເຖິງແຫລ່ງທຶນ; ການ ເກັບກຳຂໍ້ມູນສ້າງລະບົບສະຖິຕິຄົນ ພິການທີ່ທັນສະໄໝ ເພື່ອການວາງ ແຜນທີ່ຊັດເຈນ. ໃນຕອນທ້າຍ, ທ່ານຮອງລັດ ຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກຂະ ແໜງການຖືເອົາວຽກງານນີ້ເປັນ ພາລະກິດຮ່ວມກັນພາຍໃຕ້ຫລັກ ການ “ບໍ່ມີຫຍັງກ່ຽວກັບພວກເຮົາ ໂດຍທີ່ບໍ່ມີພວກເຮົາ” (Nothing about us without us) ເພື່ອຜັນ ຂະຫຍາຍແຈ້ງການຂອງຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ (ສະບັບເລກທີ 52/ຫສນຍ) ໃຫ້ ປະກົດຜົນເປັນຈິງ ແລະ ກຽມພ້ອມ ໃຫ້ແກ່ການລາຍງານສົນທິສັນຍາ ໃນຮອບວຽນຕໍ່ໄປໃນປີ 2027. ຂໍ້ມູນ-ພາບ: ຂ່າວສານ ຮສສ ຂໍ້ມູນໃຫ້ເປັນລະບົບ, ສ້າງລະບົບ ປະສານງານລະດັບຊາດ. ພ້ອມນີ້, ຍັງເປັນການຮ່ວມມື ທາງການດ້ານວິຊາການພາຍໃນ ແລະ ສາກົນ, ກໍານົດບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະ ພາກສ່ວນໃຫ້ຊັດເຈນ, ຍົກລະດັບ ມາດຕະຖານລະບົບຄຸ້ມຄອງຄວາມ ປອດໄພອາຫານລະດັບຊາດ, ປົກ ປ້ອງສຸຂະພາບຂອງຜູ້ບໍລິໂພກ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາ ຊົນ ແລະ ນັກທ່ອງທ່ຽວ, ມຸ່ງໝັ້ນ ສູ່ການຄຸ້ມຄອງອາຫານທີ່ປອດໄພ ແລະ ຍືນຍົງ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ນວ ຈະເລີ່ມປະຕິບັດ...ີ່ິັ ຂປລ. ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ວຽງຈັນ (ນວ) ອອກບົດແນະນໍາ ການນໍາໃຊ້ເສັ້ນທາງທີ່ໄດ້ມີການ ປັບປ່ຽນທິດທາງການສັນຈອນຕາມ ເສັ້ນທາງ ເພື່ອອໍານວຍຄວາມສະ ດວກໃນການແລ່ນລົດເມ (BRT) ໃນເຂດໃຈກາງຕົວເມືອງ ນວ ທີ່ ໂຄງການຂົນສົ່ງແບບຍືນຍົງໃນຕົວ ເມືອງ ນວ ໄດ້ດຳເນີນການຈັດຕັ້ງ ປະຕິບັດໜ້າວຽກສຳເລັດແລ້ວ ເປັນຕົ້ນການປູຢາງອາດສະຟານ; ຕິດຕັ້ງປ້າຍຈະລາຈອນ (ປ້າຍ ເຕືອນ, ປ້າຍກໍານົດ, ປ້າຍຫ້າມ ແລະ ອື່ນໆ); ຕິດຕັ້ງ ແລະ ປັບປຸງລະບົບ ໄຟຈະລາຈອນ; ແຕ້ມເສັ້ນຈະລາ ຈອນ ແລະ ລູກສອນຊີ້ບອກທິດທາງ ໃສ່ພື້ນຖະໜົນຕາມເສັ້ນທາງທີ່ເປັນ ເປົ້າໝາຍປັບປ່ຽນທິດທາງການ ສັນຈອນ ເພື່ອຮອງຮັບໃຫ້ແກ່ການ ລະບາຍການສັນຈອນ ໃນການເປີດ ໃຫ້ບໍລິການລົດເມດ່ວນ (BRT) ໃຫ້ມີຄວາມໂລ່ງລ່ຽນ, ຫລຸດຜ່ອນ ບັນຫາລົດຕິດ ຊຶ່ງຈະເລີ່ມຈັດຕັ້ງ ປະຕິບັດນັບແຕ່ວັນທີ 28 ກຸມພາ 2026 ເປັນຕົ້ນໄປ. ການປັບປ່ຽນທິດທາງການ ສັນຈອນດັ່ງກ່າວ, ປະກອບມີ: ຖະໜົນດອນຈັນ (ແຄມຂອງ) ເລີ່ມ ແຕ່ສາມແຍກປາກປ່າສັກ ຫາຖະ ໜົນທ່າເດື່ອ, ສີ່ແຍກວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ. ຈາກ ເດີມເປັນການສັນຈອນທິດທາງ ດຽວ (One way) ຂາລົງປ່ຽນ ມາເປັນສອງທິດທາງ (Two way) ສາມາດແລ່ນສວນກັນໄດ້ຜູ້ ນຳໃຊ້ລົດໃຊ້ຖະໜົນທີ່ຈະເດີນທາງ ໄປທາງທິດເໜືອສາມາດທີ່ຂັບຂີ່ມາ ແຕ່ສາມແຍກປາກປ່າສັກ ສາມາດ ຂັບຂີ່ລົງໄປເສັ້ນທາງທາດຂາວ ແລະ ຖະໜົນທ່າເດື່ອໄດ້ ແລະ ຜູ້ທີ່ ຈະເດີນທາງໄປທາງທິດໃຕ້ສາມາດ ລ້ຽວຊ້າຍອອກໄປໄຟແດງທາດ ຂາວ ແລະ ຜູ້ຂັບຂີ່ທີ່ມາຈາກຖະໜົນ ທ່າເດື່ອ ສາມາດຂີ່ເຂົ້າສູ່ຖະໜົນ ດອນຈັນ ຂຶ້ນມາສາມແຍກປາກ ປ່າສັກໄດ້; ຖະໜົນຟ້າງຸ່ມ ເລີ່ມແຕ່ ສາມແຍກປາກປ່າສັກ ຫາ ຖະໜົນ ທາດຂາວ, ຈາກເດີມເປັນການ ສັນຈອນທິດທາງດຽວ (One way) ຂາຂຶ້ນໄດ້ປ່ຽນມາເປັນ ທິດທາງຂາລົງຜູ້ນຳໃຊ້ລົດໃຊ້ຖະ ໜົນຕ້ອງຂັບຂີ່ລ່ອງລົງມາຈາກ ແຍກປາກປ່າສັກ ຫາຖະໜົນທາດ ຂາວ; ຖະໜົນເຈົ້າອານຸ (ເລີ່ມ ແຕ່ສີ່ແຍກໄຟອຳນາດໂທລະໂຄ່ງ ຂອງຖະໜົນຂຸນບູລົມຫາຖະໜົນ ຟ້າງຸ່ມ) ຈາກເດີມເປັນການສັນ ຈອນ ທິດທາງດຽວ (One way) ຂາລົງຂັບຂີ່ຈາກຖະໜົນຟ້າງຸ່ມ ລົງມາຫາໄຟອຳນາດໂທລະໂຄ່ງ ຂອງຖະໜົນຂຸນບູລົມ, ປັດຈຸບັນໄດ້ ປ່ຽນມາເປັນ ທິດທາງດຽວ (One way) ຂາຂຶ້ນຈາກໄຟອຳນາດໂທ ລະໂຄ່ງຂອງຖະໜົນຂຸນບູລົມ ຫາ ຖະໜົນຟ້າງຸ່ມ ເທົ່ານັ້ນ, ແລ້ວໄປ ຕາມຈຸດປະສົງໂດຍໃຫ້ປະຕິບັດຕາມ ເຄື່ອງໝາຍ ແລະ ທິດທາງຂອງ ການສັນຈອນທີ່ກໍານົດໄວ້; ຖະໜົນ ຝຣັ່ງຊົວຍິນ (ເລີ່ມແຕ່ຖະໜົນຟ້າງຸ່ມ ຫາຖະໜົນ ເສດຖາທິລາດ) ຈາກ ເດີມເປັນການສັນຈອນທິດທາງ ດຽວ (One way) ໄດ້ປ່ຽນມາ ເປັນສອງທິດທາງ (Two way) ຜູ້ນໍາໃຊ້ລົດໃຊ້ຖະໜົນແມ່ນສາມາດ ຂັບຂີ່ສວນທາງກັນໄດ້ແລ້ວໄປຕາມ ຈຸດປະສົງ ໂດຍໃຫ້ປະຕິບັດຕາມ ເຄື່ອງໝາຍ ແລະ ທິດທາງຂອງ ການສັນຈອນທີ່ກຳນົດໄວ້; ຖະ ໜົນໜໍ່ແກ້ວກຸມມານ (ເລີ່ມແຕ່ຖະ ໜົນຟ້າງຸ່ມ ຫາຖະໜົນສາມແສນ ໄທ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ ປ່ຽນມາເປັນ ສອງທິດທາງ (Two way) ຜູ້ນຳໃຊ້ລົດໃຊ້ຖະໜົນ ແມ່ນ ສາມາດຂັບຂີ່ສວນທາງກັນໄດ້ ແລ້ວ ໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດ ຕາມເຄື່ອງໝາຍ ແລະ ທິດທາງ ຂອງການສັນຈອນທີ່ກໍານົດໄວ້; ຖະໜົນມັນທາທຸລາດ (ເລີ່ມແຕ່ຖະ ໜົນຟ້າງຸ່ມ ຫາຖະໜົນສາມແສນ ໄທ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ ປ່ຽນມາເປັນສອງທິດທາງ (Two way) ຜູ້ນໍາໃຊ້ລົດໃຊ້ຖະໜົນແມ່ນ ສາມາດຂັບຂີ່ສວນທາງກັນໄດ້ ແລ້ວ ໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດ ຕາມເຄື່ອງໝາຍ ແລະ ທິດທາງ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂອງການສັນຈອນທີ່ກຳນົດໄວ້; ຖະໜົນກາລີນີ (Gal l ieni) ຕໍ່ ໜ້າສະຖານທູດຝຣັ່ງ (ເລີ່ມແຕ່ ຖະໜົນເສດຖາທິລາດຫາຖະໜົນຄູ ວຽງ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ຂາ ລົງປັດຈຸບັນໄດ້ມີການປັບປຸງໃຫ້ ເປັນການສັນຈອນສອງທິດທາງ (Two way) ຜູ້ນຳໃຊ້ລົດໃຊ້ຖະ ໜົນສາມາດຂັບຂີ່ສວນທາງກັນ ໄດ້ທັງຂາຂຶ້ນ ແລະ ຂາລົງ, ແຕ່ ຫ້າມລ້ຽວຂວາ ຂຶ້ນໄປທາງຫໍພະ ແກ້ວ, ໃຫ້ລ້ຽວຊ້າຍລົງມາທາງວັດ ສີເມືອງ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກໍານົດໄວ້; ຖະໜົນມະໂຫສົດ (ເລີ່ມແຕ່ໄຟອຳນາດແພດສາດ ຫາໄຟອຳນາດໂຮງໝໍມະໂຫສົດ ໄດ້ເພີ່ມຊ່ອງທາງການສັນຈອນ ມາເປັນການສັນຈອນສອງທິດທາງ (Two way) ນໍາໃຊ້ສະເພາະ ລົດເມ (BRT) ໃຫ້ສາມາດຂັບຂີ່ ໄດ້ສອງທິດທາງຂຶ້ນ-ລົງໄດ້, ແຕ່ສໍາ ລັບລົດທົ່ວໄປ ແມ່ນນໍາໃຊ້ທິດທາງ ດຽວ (One way) ນໍາໃຊ້ເລນ ເບື້ອງຂວາມື ສາມາດຂັບຂີ່ຂຶ້ນໄປ ຈາກໄຟອໍານາດ ແພດສາດ ຫາ ໄຟ ອຳນາດໂຮງໝໍມະໂຫສົດ, ແຕ່ບໍ່ ສາມາດຂັບຂີ່ມາຈາກໄຟອຳນາດ ໂຮງໝໍມະໂຫສົດ ຫາ ໄຟອຳນາດ ແພດສາດ (ຫ້າມໄປຊື່) ໃຫ້ລ້ຽວ ຂວາ ລົງໄປຕາມຖະໜົນເສດຖາ ທິລາດ ແລ້ວໄປຕາມຈຸດປະສົງ ໂດຍ ໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນທີ່ກໍາ ນົດໄວ້, ສໍາລັບລົດທົ່ວໄປທີ່ອອກມາ ແຕ່ເສັ້ນທາງດ້ານຂ້າງສະຖານທູດ ຝຣັ່ງ ໃຫ້ລ້ຽວຂວາໄປທາງຖະໜົນ ຄູວຽງ, ແຕ່ຫ້າມລ້ຽວຊ້າຍຂຶ້ນໄປ ຫາຖະໜົນມະໂຫສົດ. ສຳລັບຖະໜົນທີ່ລົດເມດ່ວນ (BRT) ແລ່ນສວນທິດທາງກັບ ການສັນຈອນທົ່ວໄປແມ່ນເລີ່ມແຕ່ ສີ່ແຍກແພດສາດ, ຖະໜົນສາມແສນ ໄທ ແລະ ເຂົ້າສູ່ຖະໜົນມະໂຫສົດ ສືບຕໍ່ແລ່ນສອງທິດທາງ ໄປຖະໜົນ ເສດຖາທິລາດຮອດວັດອິນແປງ ສືບຕໍ່ແລ່ນໄປຕາມຖະໜົນສຸພານຸ ວົງ ລ້ຽວຂວາໄປຫາຖະໜົນສີຖານ ແລະ ລ້ຽວຊ້າຍຂຶ້ນໄປຫາຖະໜົນ ສາມແສນໄທ ແລ້ວຂັບຂີ່ໄປຕາມ ເສັ້ນທາງຂອງລົດເມ (BRT). ພາຫະນະທົ່ວໄປທີ່ສັນຈອນມາແຕ່ ຖະໜົນສາມແສນໄທ ແມ່ນຫ້າມ ລ້ຽວຊ້າຍເຂົ້າສູ່ຖະໜົນສີຖານ (ໄປສູນສຸຂະພາບ ແລະ ພັດທະນາ ໄວໜຸ່ມ ນະຄອນຫລວງວຽງຈັນ). ພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ຈະເປັນ ເຈົ້າການໃນການລົງປະຈໍາແຕ່ລະ ເສັ້ນທາງ, ແຕ່ລະຈຸດທີ່ມີການປັບ ປ່ຽນທິດທາງການສັນຈອນ ເພື່ອ ແນະນຳ ແລະ ອຳນວຍຄວາມສະ ດວກໃຫ້ສັງຄົມ, ຜູ້ໃຊ້ລົດໃຊ້ຖະໜົນ ເຂົ້າໃຈໃນການນໍາໃຊ້ຕົວຈິງ. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==