25/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K dq ,dko9a fsk'kogvq k.9.lj -5 dp6h cI''ko c]t oa dlb dlk]k;16j 8j k'xtgmf wfh .-h ly fg]n vd8A '1j k'g8a ,lj ;o ຂ່າວ-ພາບ: ກິດຕາ່ າິ ດ z6 h ,u ly fg]n vd8A '[h ko3-d.spj ,k.-h ly f 0v'8q oxj vo[a fg]n vd8A ' ll-{ll0 ຂປລ. ເພື່ອຮັບປະກັນໃຫ້ແຮງ ງານລາວ ແລະ ນັກສຶກສາລາວ ທີ່ ເຄື່ອນໄຫວຢູ່ຕ່າງປະເທດ ໄດ້ໃຊ້ ສິດຂອງຕົນເຂົ້າໃນການປ່ອນບັດ ເລືອກຕັ້ງ ເອົາສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢ່າງເຕັມສ່ວນ, ກົມການ ຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກໍຄື ກະຊວງການຕ່າງປະເທດ ແລະ ບັນດາວິສາຫະກິດບໍລິການຈັດຫາ ງານ ເພື່ອສັງຮວມຂໍ້ມູນແຮງງານ ລາວ ທີ່ໄດ້ຮັບອະນຸຍາດໄປເຮັດ ວຽກຢູ່ຕ່າງປະເທດ ສົ່ງໃຫ້ຄະນະ ຮັບຜິດຊອບ ຢູ່ປະເທດນັ້ນໆ, ພ້ອມ ທັງແຈ້ງ ແລະ ອຳນວຍຄວາມສະ ດວກ ໃຫ້ແຮງງານລາວ ແລະ ນັກ ສຶກສາລາວ ໄດ້ໄປໃຊ້ສິດ ເພື່ອເຮັດ ໃຫ້ໜ່ວຍເລືອກຕັ້ງ ຢູ່ຕ່າງປະເທດ ດຳເນີນໄປຢ່າງໂລ່ງລ່ຽນ ແລະ ມີຜູ້ ໄປໃຊ້ສິດປ່ອນບັດຢ່າງພ້ອມພຽງ. ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ໃຫ້ສຳພາດ ເມື່ອບໍ່ດົນມານີ້: ພາຍ ຫລັງທີ່ໄດ້ຮັບແຈ້ງການຈາກຄະນະ ກຳມະການເລືອກຕັ້ງ, ກົມການຈັດ ຫາງານ ໄດ້ປະສານສົມທົບກັບບັນ ດາວິສາຫະກິດບໍລິການຈັດຫາງານ ໃນການສັງລວມຂໍ້ມູນແຮງງານ ລາວທີ່ໄດ້ຮັບອະນຸຍາດໄປເຮັດ ວຽກຢູ່ຕ່າງປະເທດ ໂດຍສະເພາະ ປະເທດໄທ, ຍີ່ປຸ່ນ ແລະ ສ ເກົາຫລີ, ພ້ອມທັງສະໜອງຂໍ້ມູນດັ່ງກ່າວ, ໃຫ້ແກ່ຄະນະຮັບຜິດຊອບ ຂອງກະ ຊວງການຕ່າງປະເທດ. ພ້ອມທັງ ໄດ້ອອກແຈ້ງການໃຫ້ບັນດາວິສາ 5 ma fltot-U oe8+ dkog]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ດັ່ງທີ່ຮູ້ນຳກັນວ່າ, ການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແຕ່ລະເທື່ອລ້ວນ ເປັນເຫດການທາງປະຫວັດສາດທີ່ ສໍາຄັນຂອງຊາດ, ມີຄວາມໝາຍ ສໍາຄັນ ແລະ ຈໍາເປັນໃນການເສີມ ຂະຫຍາຍສິດ ປະຊາທິປະໄຕ ຂອງ ປະຊາຊົນລາວບັນດາເຜົ່າ ເພື່ອ ບູລະນະລະບອບປະຊາທິປະໄຕ ປະ ຊາຊົນ, ປັບປຸງລະບົບອໍານາດແຫ່ງ ລັດ ໃຫ້ມີຄວາມເຂັ້ມແຂງ ແລະ ເພື່ອໃຫ້ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V (2026-2030) ດຳເນີນ ໄປບັນລຸຈຸດປະສົງລະດັບຄາດໝາຍ ທີ່ວາງໄວ້. ສະນັ້ນ, ຈຶ່ງຂໍນຳສະເໜີທັດສະ ນະຊີ້ນໍາ ມະຕິໄດ້ກໍານົດ 5 ທັດສະ ນະຊີ້ນໍາ ຕໍ່ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງເລັ່ງທວງໃຫ້ອົງຄະນະ ພັກທຸກຂັ້ນຕ້ອງກໍາແໜ້ນ ແລະ ປະ ຕິບັດຢ່າງຖືກຕ້ອງຄື: 1. ຖືເອົາການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ເທື່ອ ນີ້ ເປັນການສືບຕໍ່ປັບປຸງບູລະນະ ລັດປະຊາທິປະໄຕປະຊາຊົນ ໃຫ້ມີ ຄວາມເຂັ້ມແຂງ ແລະ ໜັກແໜ້ນ ຊຶ່ງເປັນການເສີມຂະຫຍາຍສິດ ປະ ຊາທິປະໄຕ, ສິດເປັນເຈົ້າທາງດ້ານ ການເມືອງ ຂອງປະຊາຊົນລາວ ບັນດາເຜົ່າເຂົ້າໃນການເລືອກເອົາ ຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງຕົນ ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນອົງການ ອໍານາດ ແຫ່ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ອໍານາດລັດ ຂອງພວກເຮົາເປັນອໍານາດຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. 2. ຖືເອົາການເລືອກຕັ້ງເທື່ອນີ້ ເປັນບັ້ນຊຸກຍູ້ການປັບປຸງບູລະນະ ກົງຈັກການຈັດຕັ້ງ ແລະ ບຸກຄະລາ ກອນຂອງລະບົບການເມືອງຢູ່ຂັ້ນ ສູນກາງ ແລະ ຂັ້ນທ້ອງຖິ່ນ, ເລືອກ ເຟັ້ນ, ສັບຊ້ອນ ແລະ ບັນຈຸ ສະມາ ຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮັບຜິດຊອບວຽກງານຕ່າງໆ ເຮັດໃຫ້ການຈັດຕັ້ງທຸກຂັ້ນ ໃນລະ ບົບການເມືອງ ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດປະຕິບັດໜ້າທີ່ ການເມືອງ ຂອງຕົນໃນໄລຍະ ໃໝ່ ຢ່າງມີປະສິດທິພາບ ແລະ ປະ ສິດທິຜົນ. 3. ຖືເອົາການເລືອກຕັ້ງເທື່ອນີ້ ເປັນໜ້າທີ່ການເມືອງ, ເປັນພັນທະ ແລະ ຄວາມຮັບຜິດຊອບໂດຍກົງ ຂອງທຸກກະຊວງ, ອົງການ, ອົງການ ປົກຄອງທ້ອງຖິ່ນ ແລະ ສະມາຊິກ ພັກ,ພະນັກງານ-ລັດຖະກອນທຸກຄົນ ຊຶ່ງອົງຄະນະພັກທຸກຂັ້ນ ຕ້ອງເພີ່ມ ທະວີການນໍາພາ-ຊີ້ນໍາ ໃນການກະ ກຽມ ແລະ ດໍາເນີນການເລືອກຕັ້ງ ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້. 4. ຖືເອົາການເລືອກຕັ້ງເທື່ອນີ້ ເປັນບັ້ນຊຸກຍູ້ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຍູ້ແຮງ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສູ້ຊົນແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ພັດທະນາຊົນນະ ບົດ, ລົບລ້າງຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນລາວບັນດາເຜົ່າໃຫ້ດີຂຶ້ນ. 5. ຖືເອົາການເລືອກຕັ້ງເທື່ອນີ້ ເປັນບັ້ນເປີດສາກໃຫ້ແກ່ການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດ (20262030) ແລະ ໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນ ປະຕິວັດລາວ(2025-2055)ແນ ໃສ່ເສີມຂະຫຍາຍທຸກທ່າແຮງສັງ ລວມບົ່ມຊ້ອນ ຂອງປະເທດຊາດ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ເພື່ອຮັບປະກັນໃຫ້ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ໄດ້ຮັບຜົນສໍາ ເລັດຕາມຈຸດປະສົງລະດັບຄາດ ໝາຍ ແລະ ທັດສະນະຊີ້ນໍາຂ້າງ ເທິງນີ້, ອົງຄະນະພັກທຸກຂັ້ນຕ້ອງ ເພີ່ມທະວີການນໍາພາ-ຊີ້ນໍາຕໍ່ການ ຈັດຕັ້ງປະຕິບັດ 5 ວຽກງານຈຸດ ສຸມ ດັ່ງນີ້: 1. ວຽກງານແຕ່ງຕັ້ງຄະນະກໍາ ມະການເລືອກຕັ້ງເພື່ອຮັບປະກັນ ເຮັດໃຫ້ການເລືອກຕັ້ງບັນລຸຜົນ ຕາມຈຸດປະສົງລະດັບຄາດໝາຍ ແລະ ທັນຕາມກໍານົດເວລາທີ່ວາງ ໄວ້, ວຽກງານຈຸດສຸມສໍາຄັນທໍາ ອິດແມ່ນຕ້ອງໄດ້ຮີບຮ້ອນຄົ້ນຄວ້າ ແລະ ແຕ່ງຕັ້ງຄະນະກໍາມະການ ເລືອກຕັ້ງລະດັບຊາດ ແລະ ຄະນະ ກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ ໃຫ້ສອດຄ່ອງຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ ວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຄື: 1) ຄະນະກໍາມະການເລືອກ ຕັ້ງລະດັບຊາດ ປະກອບມີ: ກໍາມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ຕາງ ໜ້າຈາກສະພາແຫ່ງຊາດ, ອົງການ ຈັດຕັ້ງພັກ-ລັດ, ສູນກາງແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງ. 2) ຄະນະກໍາມະການເລືອກຕັ້ງ ລະດັບທ້ອງຖິ່ນ: ຄະນະກໍາມະການ ເລືອກຕັ້ງນະຄອນຫລວງ, ແຂວງ ປະກອບມີເລຂາຄະນະບໍລິຫານ ງານພັກ ແລະ ຄະນະປະຈໍາພັກ ນະຄອນຫລວງ, ແຂວງ; ສະພາ ປະຊາຊົນຂັ້ນແຂວງ, ອົງການຈັດ ຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນນະຄອນ ຫລວງ, ແຂວງ. ຄະນະກໍາມະການ ເລືອກຕັ້ງລະດັບເມືອງ ປະກອບ ມີ ເລຂາຄະນະບໍລິຫານງານພັກ ເມືອງ, ນະຄອນ; ຄະນະປະຈໍາພັກ ເມືອງ, ນະຄອນ; ຫົວໜ້າຄະນະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ນະ ຄອນ; ຜູ້ຕາງໜ້າຈາກອົງການຈັດ ຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດ ຕັ້ງມະຫາຊົນເມືອງ, ນະຄອນ ແລະ ບັນດາຕາແສງທີ່ຢູ່ຂັ້ນເມືອງ. ນອກ ຈາກ, ການແຕ່ງຕັ້ງຄະນະກໍາມະ ການເລືອກຕັ້ງລະດັບຊາດ ແລະ ຄະນະກໍາມະການເລືອກຕັ້ງລະດັບ ທ້ອງຖິ່ນແລ້ວ ອົງຄະນະພັກຍັງ ຕ້ອງນໍາພາ-ຊີ້ນໍາການກະກຽມ ເພື່ອຈັດຕັ້ງໜ່ວຍປ່ອນບັດເລືອກ ຕັ້ງໂດຍຖືເອົາບ້ານ, ກົມກອງໃນ ກໍາລັງປະກອບອາວຸດເປັນຫົວໜ່ວຍ ປ່ອນບັດເລືອກຕັ້ງ ແລະ ຂຶ້ນບັນຊີຜູ້ ມີສິດເລືອກຕັ້ງຕາມລະບຽບການ. ຫະກິດບໍລິການຈັດຫາງານ ໂຈະ ການຈັດສົ່ງແຮງງານລາວ ໄປ ເຮັດວຽກຢູ່ຕ່າງປະເທດ ໃນໄລຍະ ການເລືອກຕັ້ງ, ແຈ້ງ ແລະ ອໍານວຍ ຄວາມສະດວກໃຫ້ແຮງງານທີ່ເຮັດ ວຽກຢູ່ຕ່າງປະເທດ ພາຍໃຕ້ຄວາມ ຮັບຜິດຊອບຂອງຕົນ ໃນການເຂົ້າ ຮ່ວມປ່ອນບັດເລືອກຕັ້ງຕາມກົນ ໄກຂອງສະຖານທູດລາວ ປະຈຳຢູ່ ຕ່າງປະເທດ. ປັດຈຸບັນ, ແຮງງານ ລາວທີ່ໄປເຮັດວຽກຢ່າງຖືກຕ້ອງ ຕາມລະບຽບກົດໝາຍ ທີ່ຍັງສືບຕໍ່ ເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທ, ຍີ່ປຸ່ນ ແລະ ສ ເກົາຫລີ ມີທັງໝົດ 315.914 ຄົນ. ໃນ ນັ້ນ, ຢູ່ປະເທດໄທ 302.430 ຄົນ, ຍີ່ປຸ່ນ 2.173 ຄົນ ແລະ ສ ເກົາຫລີ 11.311 ຄົນ. ສຳລັບນັກສຶກສາລາວ ທີ່ໄປ ສຶກສາຕໍ່ທີ່ຕ່າງປະເທດ ມີທັງໝົດ 5.629 ຄົນ, ຍິງ 1.926 ຄົນ, ກວມເອົາ 35 ປະເທດ ຊຶ່ງທາງ ໜ່ວຍການກ່ຽວຂ້ອງກໍໄດ້ຈັດຕັ້ງ ປະຕິບັດ, ອຳນວຍຄວາມສະດວກ ດ້ານຕ່າງໆ ເພື່ອໃຫ້ນັກສຶກສາ ໄດ້ ມີສ່ວນຮ່ວມໃນການໃຊ້ສິດປະຊາ ທິປະໄຕຂອງຕົນເຂົ້າໃນການເລືອກ ຕັ້ງໂດຍຜ່ານສະຖານທູດຂອງ ປະເທດທີ່ຕົນປະຈຳຢູ່. ໃນນັ້ນ, ໃນ ກໍລະນີ ທີ່ບາງໂຮງໂຮງທີ່ຢູ່ເຂດ ຫ່າງໄກຈາກສະຖານທູດທາງໂຮງ ຮຽນ ກໍໄດ້ອຳນວຍຄວາມສະດວກ ໂດຍສະເພາະ ໄດ້ຈັດພາຫານະ ເພື່ອ ນຳເອົານັກສຶກສາ ເຂົ້າໄປເຂດ ເລືອກຕັ້ງທີ່ສະຖານທູດຈັດສັນໄວ້. ທັງນີ້, ກໍເພື່ອຮັບປະກັນ ໃຫ້ນັກສຶກ ສາລາວ ແລະ ແຮງງານລາວ ທີ່ອາ ໄສຢູ່ຕ່າງປະເທດ ໄດ້ໃຊ້ສິດຂອງ ຕົນເອງປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເຕັມສ່ວນ. ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ບັ້ນເລືອກຕັ້ງ ສສຊ ແລະ ສສຂ ໃນ ຄັ້ງນີ້, ເປົ້າໝາຍທີ່ລົງຮັບສະໝັກ ເລືອກຕັ້ງ ລ້ວນແຕ່ເປັນຜູ້ທີ່ມີຄວາມ ຮູ້ຄວາມສາມາດ ແລະ ຍັງໜຸ່ມ ແໜ້ນ ເຊື່ອໝັ້ນວ່າພວກເຮົາຈະໄດ້ ຜູ້ທີ່ສາມາດເປັນຕົວແທນປະຊາ ຊົນ ໃນການປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທຳຂອງປະຊາ ຊົນ ກໍຄື ຊາວຜູ້ອອກແຮງງານລາວ ແລະ ທຸ່ມເທເຫື່ອແຮງງານຮັບໃຊ້ ປະຊາຊົນຢ່າງແທ້ຈິງ ເພື່ອການພັດ ທະນາປະເທດຊາດ ຂອງພວກເຮົາ. ໂດຍ: ທະນູທທອງູ ຂປລ. ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ຢູ່ໜ່ວຍເລືອກ ຕັ້ງທີ 78 ບ້ານໂຊກໃຫຍ່ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ ໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນ ນະຄອນຫລວງ ວຽງຈັນ (ສສ ນວ) ຊຸດທີ V ດ້ວຍ ບັນຍາກາດຄຶກຄື້ນ, ພໍ່-ແມ່ປະຊາ ຊົນພາຍໃນບ້ານມີຄວາມຕື່ນຕົວ ພ້ອມພຽງຮຽງໜ້າກັນອອກມາໃຊ້ ສິດປ່ອນບັດເລືອກຕັ້ງ ຕາມທີ່ກໍາ ນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ທ່ານ ສາຍຟ້າ ທຳມະວົງສາ ເລຂາພັກບ້ານ, ນາຍບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ໄດ້ໃຫ້ສຳພາດວ່າ: ບ້ານ ໂຊກໃຫຍ່ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ມີພົນລະ ເມືອງທັງໝົດ 3.256 ຄົນ, ຍິງ 1.693 ຄົນ, ຈຳນວນຜູ້ມີສິດປ່ອນ ບັດເລືອກຕັ້ງ 2.595 ຄົນ, 1.374 ຄົນ. ສຳລັບບັນຍາກາດໃນການ ເລືອກຕັ້ງຄັ້ງນີ້, ເຫັນວ່າ ປະຊາຊົນ ພາຍໃນບ້ານ ມີຄວາມເອົາໃຈໃສ່, ກະຕືລືລົ້ນ ແລະ ພ້ອມພຽງຮຽງ ໜ້າກັນ ອອກມາໃຊ້ສິດຂອງຕົນ ດ້ວຍບັນຍາກາດຄຶກຄື້ນ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ຜູ້ມີສິດເລືອກ ຕັ້ງພາຍໃນບ້ານເອົາໃຈໃສ່ເປັນ ເຈົ້າການເຂົ້າຮ່ວມ ຢ່ານອນລັບທັບ ສິດ, ຈົ່ງມາປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສ ນວ ໃຫ້ສຳເລັດ ຕາມເປົ້າໝາຍ. ໃນໂອກາດນີ້, ທ່ານ ນາງ ລັດ ລັດຈະນາ ປະຊາຊົນບ້ານໂຊກໃຫຍ່ ໄດ້ໃຫ້ສຳພາດວ່າ: ເປັນຄັ້ງທໍາອິດ ໃນຊີວິດ ທີ່ໄດ້ໃຊ້ສິດຢ່າງເຕັມສ່ວນ ປ່ອນບັດເລືອກເອົາ ສສຊ ແລະ ສສ ນວ, ຕົນເອງຮູ້ສຶກດີໃຈ ແລະ ຕື່ນເຕັ້ນ. ໄລຍະຜ່ານມາ ຕົນເອງ ແມ່ນໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽວ ກັບການເລືອກຕັ້ງ ຜ່ານສື່ສັງຄົມ ອອນລາຍ ແລະ ໂທລະໂຄ່ງບ້ານ. ສໍາລັບ ເປົ້າໝາຍຂອງຕົນເອງແມ່ນ ຢາກໄດ້ ສສຊ ແລະ ສສ ນວ ຜູ້ທີ່ມີ ຄວາມຮູ້ຄວາມສາມາດ, ຄົບຖ້ວນ ຕາມເງື່ອນໄຂ, ຜູ້ຄວາມຊື່ສັດຕໍ່ ປະເທດຊາດ, ກ້າປະກອບຄຳຄິດ ຄຳເຫັນ ແລະ ນຳເອົາຄຳຄິດຄຳ ເຫັນ ຂອງປະຊາຊົນລາວບັນດາ ເຜົ່າ ໄປສະເໜີຕໍ່ສະພາແຫ່ງຊາດ ເພື່ອກ້າວໄປສູ່ການປັບປຸງແກ້ໄຂ ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ຢ່າງມີປະສິດທິຜົນ. ຂະນະດຽວກັນ, ທ່ານ ຢົ້ວເຈົ້າ ຊົງ ປະຊາຊົນບ້ານໂຊກໃຫຍ່ ກໍ ໄດ້ໃຫ້ສຳພາດວ່າ: ໃນນາມປະ ຊາຊົນລາວຜູ້ໜຶ່ງ ຕົນເອງຮູ້ສຶກ ດີໃຈ ແລະ ພາກພູມໃຈທີ່ສຸດ ທີ່ໄດ້ ໃຊ້ສິດປະຊາທິປະໄຕ ໃນການເລືອກ ຕັ້ງໃນມື້ນີ້, ຕົນເອງກໍໄດ້ເລືອກເອົາ ສສຊ ແລະ ສສ ນວ ຜູ້ທີ່ມີຄວາມ ສາມາດຄົບຕາມເງື່ອນໄຂ, ເປັນຄົນ ທີ່ເກັ່ງ, ມີຄຸນສົມບັດດີ, ກ້າສະແດງ ທັດສະນະຂອງຕົນຕໍ່ບັນຫາຕ່າງໆ. ພ້ອມນີ້, ຍັງຝາກເຖິງບັນດາສະມາ ຊິກສະພາແຫ່ງຊາດ ແລະ ສະມາ ຊິກສະພາປະຊາຊົນນະຄອນຫລວງ ພາຍຫລັງທີ່ໄດ້ຮັບການເລືອກຕັ້ງ ຈົ່ງສືບຕໍ່ແກ້ໄຂບັນຫາເສັ້ນທາງ, ບູ ລະນະສະຖານທີ່ທ່ຽວທ່ອງຕ່າງໆ, ສືບຕໍ່ແກ້ໄຂບັນຫາປາກທ້ອງ, ບັນ ຫາລາຄາສິນຄ້າ ແລະ ອື່ນໆ. ທ່ານ ສາຍຟ້າ ທຳມະວົງສາ ່້ົ ທ່ານ ນາງ ລັດ ລັດຈະນາ່ັັ ທ່ານ ຢົ້ວເຈົ້າຊົງ່ົ້ົ້ົ
RkJQdWJsaXNoZXIy MTc3MTYxMQ==