gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 25/02/2026 xtgmf]k; ລັດຖະບານລາວ ປະດັບຫລຽນ...ັັ ລັດຖະບານດໍາເນີນກອງປະຊຸມ...ັໍີຸ ສານຊົົມເຊີຍວັນຊາດ...ົົີັ ຮອງປະທານປະເທດ... ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນ ມັງກອນ-ກຸມພາ 2026 ໄຂຂຶ້ນ ໃນວັນທີ 24 ກຸມພາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະດໍາເນີນ ເປັນເວລາ 1 ວັນເຄິ່ງ ໂດຍຈະໄດ້ ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນດັ່ງນີ້: ວຽກ ງານຈຸດສຸມຮີບດ່ວນຄື: ຮ່າງເນື້ອໃນ ບົດເຜີຍແຜ່ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030), ຄວາມຄືບ ໜ້າໃນການແກ້ໄຂຜົນກະທົບດິນ ຍຸບຢູ່ເຂດບ້ານທົ່ງມັ່ງ ເມືອງໄຊ ທານີ ນະຄອນຫລວງວຽງຈັນ, ສະ ພາບນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມຖານຄູ່ຮ່ວມຍຸດ ນັບອໍາລາຂອງທ່ານ ນາງ ກຣາ ຕາ ເອັນດາ ເວີຣດານິງຕຣຽສ໌ (GrataEndahWerdaningtyas) ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ສໍາເລັດການປະ ຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ຜົນສໍາເລັດໃນການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ ຕະ ຫລອດໄລຍະຜ່ານມາ ຊຶ່ງທ່ານເອກ ອັກຄະລັດຖະທູດໄດ້ປະກອບສ່ວນ ຢ່າງຫ້າວຫັນເຂົ້າໃນວຽກງານ ສົ່ງເສີມ ແລະ ຊຸກຍູ້ການພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ. ພ້ອມນີ້, ທ່ານຮອງ ປະທານປະເທດ ຍັງໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຊຶ່ງ ໄດ້ຮັບການພັດທະນາ ແລະ ເສີມ ຂະຫຍາຍເປັນກ້າວໆໃນຫລາຍ ຂົງເຂດການຮ່ວມມື, ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ບົດບາດ ການປະຕິບັດໜ້າທີ່ຢ່າງຕັ້ງໜ້າ ຂອງທ່ານທູດຕະຫລອດໄລຍະ 2 ປີ ກວ່າ ແລະ ໄດ້ສໍາເລັດໜ້າທີ່ການທູດ ຂອງຕົນຢູ່ ສປປ ລາວ ຢ່າງຈົບ ງາມ. ພິເສດ, ທ່ານທູດໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການເສີມ ຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອິນໂດ ເນເຊຍ ເປັນຕົ້ນ ດ້ານການເມືອງ, ການສຶກສາ, ເສດຖະກິດ, ການ ແລກປ່ຽນການຢ້ຽມຢາມຄະນະຜູ້ ແທນຂັ້ນຕ່າງໆ, ການໄປ-ມາຫາ ສູ່ລະຫວ່າງປະຊາຊົນສອງຊາດ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງລະຫວ່າງສອງ ປະເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນຂອບອາຊຽນ. ໂອກາດດຽວກັນ, ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງທ່ານຮອງ ປະທານປະເທດ ແລະ ສະແດງ ຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວ ຂ້ອງຂອງລາວທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ການຮ່ວມມືຕະຫລອດ ໄລຍະການປະຕິບັດໜ້າທີ່ການທູດ ຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບ ຜົນສໍາເລັດຢ່າງຈົບງາມ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຊຶ່ງໄດ້ຮັບການພັດທະນາ ແລະ ເສີມ ຂະຫຍາຍເປັນກ້າວໆໃນຫລາຍ ຂົງເຂດການຮ່ວມມືຕະຫລອດໄລ ຍະ 69 ປີ ຜ່ານມາ ນັບແຕ່ສອງປະ ເທດໄດ້ສ້າງຕັ້ງສາຍພົວພັນການ ທູດນໍາກັນໃນວັນທີ 23 ສິງຫາ 1957, ພ້ອມທັງໄດ້ສະແດງຄວາມ ຊົມເຊີຍຕໍ່ບົດບາດການປະຕິບັດ ໜ້າທີ່ຢ່າງຕັ້ງໜ້າຂອງທ່ານທູດ ຕະຫລອດໄລຍະ 2 ປີກວ່າຜ່ານ ມາ ແລະ ໄດ້ສໍາເລັດໜ້າທີ່ການທູດ ຂອງຕົນຢູ່ ສປປ ລາວ ຢ່າງຈົບງາມ ແລະ ມີຜົນສໍາເລັດສູງໃນຫລາຍ ດ້ານ. ພິເສດ, ທ່ານທູດໄດ້ປະກອບ ສ່ວນສໍາຄັນເຂົ້າໃນການເສີມຂະ ຫຍາຍການພົວພັນຮ່ວມມືທີ່ດີລະ ຫວ່າງ ສປປ ລາວ ແລະ ອິນໂດ ເນເຊຍ ເປັນຕົ້ນ ດ້ານການເມືອງ, ການສຶກສາ, ເສດຖະກິດ, ການ ແລກປ່ຽນການຢ້ຽມຢາມຄະນະ ຜູ້ແທນຂັ້ນຕ່າງໆ, ການໄປ-ມາຫາ ທະສາດກັບ ບຣູໄນ ດາຣູຊາລາມ ໃຫ້ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ ລວງເລິກຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ບຣູໄນ ກໍຄື ເພື່ອສັນ ຕິພາບ, ສະຖຽນສະພາບ ແລະ ການ ຮ່ວມມື ເພື່ອການພັດທະນາແບບຍືນ ຍົງໃນພາກພື້ນ ແລະ ສາກົນ. ຂ້າພະເຈົ້າຂໍຖືໂອກາດອັນສະ ຫງ່າລາສີນີ້ ອວຍພອນໄຊໃຫ້ສົມ ເດັດ ແລະ ພຣະບໍລົມ ວົງສານຸວົງ ທຸກພະອົງ ຈົ່ງມີພະກະເສມສໍາ ລານ, ມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ອວຍພອນໃຫ້ ປະຊາຊົນບຣູໄນ ເພື່ອນມິດພາຍໃຕ້ ພະບໍໍຣົມໂພທິສົມພານຂອງສົມເດັດ ຈົ່ງສືບຕໍໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານ ສະແດງຄວາມຊົມເຊີຍເຖິງສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນ ເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງ ສານສະແດງຄວາມຊົມເຊີຍເຖິງ ທ່ານ ດາໂຕະ ເອີລິວານ ເປຮິນ ຢູ ສອບ ລັດຖະມົນຕີຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ເນື່ອງ ໃນໂອກາດວັນຊາດ ແຫ່ງ ບຣູໄນ ດາຣູຊາລາມ ຄົບຮອບ 42 ປີ ເຊັ່ນ ດຽວກັນ. ເສີມການທ່ອງທ່ຽວໃນຕໍ່ໜ້າ; ການ ປະຕິບັດມະຕິ 08/ລບ, ລົງວັນທີ 04 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ແລະ ການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ ແລະ ສະເໜີນະໂຍບາຍໃນຕໍ່ໜ້າ; ພິຈາລະນາເນື້ອໃນຂອງຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ 10 ປີ(2026-2035) ແລະ ວິໄສ ທັດຮອດປີ 2055 ຂອງ ສປປ ລາວ; ຮ່າງດຳລັດວ່າດ້ວຍການຂົນສົ່ງສິນ ຄ້າອັນຕະລາຍທາງບົກ ແລະ ທາງ ລົດໄຟ ແລະ ຮ່າງດຳລັດວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ. ນອກຈາກບັນດາຫົວຂໍ້ດັ່ງກ່າວ, ກອງປະຊຸມຍັງໄດ້ແຈກຢາຍ5ເອກະ ສານ ເພື່ອໃຫ້ສະມາຊິກລັດຖະບານ ນຳໄປຄົ້ນຄວ້າ ແລະ ປະກອບຄຳ ເຫັນເປັນລາຍລັກອັກສອນແລ້ວ ສົ່ງໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ຊຶ່ງປະກອບມີ: ບົດສະຫລຸບວຽກງານພົ້ນເດັ່ນປະ ຈໍາເດືອນມັງກອນ-ກຸມພາ ແລະ ທິດທາງແຜນການປະຈໍາເດືອນ ມີນາ 2026 ຂອງລັດຖະບານ; ຮ່າງມະຕິວ່າດ້ວຍການຮັບຮອງ ແຜນການກໍ່ສ້າງ ແລະ ປັບປຸງເສັ້ນ ທາງໃນປີ 2026; ຮ່າງມະຕິວ່າ ດ້ວຍການຮັບຮອງແຜນປະຕິບັດ ຕົວຈິງໃນການຫັນການເກັບລາຍ ຮັບເປັນທັນສະໄໝໃນໄລຍະ 5 ປີ (2026-2030); ຮ່າງຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາແຜນ ຫົວຂໍ້ເອກະສານທີ່ຈະນໍາເຂົ້າພິຈາ ລະນາໃນກອງປະຊຸມລັດຖະບານ ປີ 2026; ຮ່າງມະຕິວ່າດ້ວຍການ ແບ່ງຄວາມຮັບຜິດຊອບໃນການ ຈັດຕັ້ງປະຕິບັດມະຕິວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ). ກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນມັງກອນກຸມພາ 2026 ໄດ້ໄຂຂຶ້ນໃນທ່າມ ກາງບັນຍາກາດທີ່ພວກເຮົາໄດ້ ສຳເລັດການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ຊຸດທີ V ໃນວັນທີ 22 ກຸມພາ ຜ່ານ ມາ, ທັງເປັນໄລຍະສຸມໃສ່ການກະ ກຽມກອງປະຊຸມສະໄໝສາມັນ ຄັ້ງ ປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ຂອງລັດຖະບານ ຊຸດທີ X. ໃນໂອກາດກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ເຄັ່ງ ຮ້ອນ ແລະ ສັບສົນ ໂດຍສະເພາະ ແມ່ນຄວາມຂັດແຍ່ງທາງດ້ານການ ທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ຊຶ່ງ ບັນຫາເຫລົ່ານີ້ ຍັງຈະສືບຕໍ່ເປັນ ສິ່ງທ້າທາຍ ແລະ ອາດສ້າງຜົນ ກະທົບຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນຢູ່ຫລາຍປະເທດ, ທັງ ເຮັດໃຫ້ສະພາບເສດຖະກິດໂລກທີ່ ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນຍິ່ງຈະ ສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນ ກະທົບເປັນວົງກວ້າງຕື່ມ, ແນ່ນອນ ວ່າປະເທດລາວ ຈະບໍ່ສາມາດຫລີກ ລ່ຽງຜົນກະທົບຈາກສະພາບດັ່ງ ກ່າວ ທັງທາງກົງ ແລະ ທາງອ້ອມ ບໍ່ຫລາຍກໍໜ້ອຍ. ສະນັ້ນ, ຈະຕ້ອງ ໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂແຕ່ຫົວທີໃຫ້ ທັນການເພື່ອບໍ່ໃຫ້ກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ, ພະນັກ ງານ-ລັດຖະກອນ ແລະ ການພັດ ທະນາເສດຖະກິດ-ສັງຄົມຂອງປະ ເທດເຮົາ.ນອກນີ້, ທ່ານນາຍົກລັດ ຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ສະມາຊິກລັດຖະບານຈົ່ງພ້ອມກັນ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບ ຄໍາເຫັນໃຫ້ເລິກເຊິ່ງ, ແທດກັບສະ ພາບຄວາມເປັນຈິງຕໍ່ແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງ ກົງໄປກົງມາ, ກະທັດຮັດ ແລະ ມີ ຈຸດສຸມ ເພື່ອເຮັດໃຫ້ການດຳເນີນ ກອງປະຊຸມຄັ້ງນີ້ ມີຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຫາລືລະດັບວິຊາການ...ືັິ ໝາຍທີ່ສຳຄັນຍິ່ງເພາະພວກເຮົາ ກໍາລັງຢືນຢູ່ໃນໄລຍະເວລາ ແຫ່ງ ການປ່ຽນຖ່າຍທາງປະຫວັດສາດ ຂອງຊາດ ໃນການກະກຽມຄວາມ ພ້ອມຮອບດ້ານ ເພື່ອອອກຈາກສະ ຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ຢູ່ໃນ ໄລຍະທີ່ພວກເຮົາພວມກ້າວເຂົ້າສູ່ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງ ທີ X (2026-2030) ພາຍໃຕ້ 3 ຈຸດປະສົງຫລັກຄື: ເພື່ອຮັບຟັງການ ນໍາສະເໜີລາຍລະອຽດຂອງຮ່າງ ແຜນງານການຮ່ວມມື (CPD) ຈາກທີມງານຊ່ຽວຊານຂອງອົງ ການ UNDP; ເພື່ອໃຫ້ບັນດາ ກະຊວງ ແລະ ຂະແໜງການຂອງ ສປປ ລາວ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງໄດ້ປະກອບ ຄໍາເຫັນຢ່າງກົງໄປກົງມາຕໍ່ກັບບຸລິ ມະສິດ ແລະ ແນວທາງການຈັດຕັ້ງ ປະຕິບັດແນໃສ່ຄວາມຕ້ອງການຕົວ ຈິງຂອງສູນກາງ ແລະ ທ້ອງຖິ່ນ ແລະ ເພື່ອຊອກຫາກາລະໂອກາດ ໃນການຮ່ວມມື ແລະ ສ້າງຄວາມ ກົມກຽວລະຫວ່າງຂໍ້ລິເລີ່ມຂອງ ລັດຖະບານ ແລະ ການສະໜັບສະ ໜູນຈາກອົງການ UNDP. ສູ່ລະຫວ່າງປະຊາຊົນສອງຊາດ, ການສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງລະຫວ່າງສອງ ປະເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນຂອບອາຊຽນ ໂດຍສະເພາະແມ່ນການສະໜັບ ສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ ຜ່ານມາ. ນອກຈາກນີ້, ທ່ານທູດ ຍັງໄດ້ອໍານວຍຄວາມສະດວກໃຫ້ ຄະນະຜູ້ແທນນັກທຸລະກິດຂອງ ອິນໂດເນເຊຍ ເດີນທາງມາຢ້ຽມ ຢາມ ສປປ ລາວ ໃນທ້າຍເດືອນ ພະຈິກ 2025 ເພື່ອສົ່ງເສີມການ ຮ່ວມມືດ້ານເສດຖະກິດ, ການ ຄ້າ-ການລົງທຶນລະຫວ່າງສອງ ປະເທດ. ພ້ອມນີ້, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຫວັງວ່າທ່ານ ທູດຈະສືບຕໍ່ຊຸກຍູ້ສົ່ງເສີມການພົົວ ພັນຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະດ້ານການລົງທຶນ, ການຄ້າ, ພະລັງງານ ແລະ ການ ທ່ອງທ່ຽວໃຫ້ນັບມື້ນັບຂະຫຍາຍຕົວ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ຍ້ອນເຫັນໄດ້ຜົນງານອັນໃຫຍ່ ຫລວງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງມອບ ຫລຽນກາມິດຕະພາບໃຫ້ແກ່ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງ ຕຣຽສ໌ ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດອິນໂດເນເຊຍ ປະຈໍາ ສປປ ລາວ ເພື່ອສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຈາລຶກຄຸນງາມ ຄວາມດີທີ່ທ່ານທູດໄດ້ອຸທິດເຫື່ອ ແຮງ ແລະ ສະຕິປັນຍາເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ທີ່ດີລະຫວ່າງສອງປະເທດລາວ ແລະ ອິນໂດເນເຊຍ ໃຫ້ມີບາດກ້າວ ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆ ຂຶ້ນຕະຫລອດການປະຕິບັດໜ້າທີ່ ການທູດຂອງຕົນຢູ່ ສປປ ລາວ. ໂອກາດດຽວກັນ, ທ່ານທູດກໍໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ລາວ ໂດຍສະເພາະກະຊວງການ ຕ່າງປະເທດ ທີ່ໄດ້ອໍານວຍຄວາມ ສະດວກໃຫ້ແກ່ການເຄື່ອນໄຫວ ໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ, ພ້ອມທັງຢືນຢັນຈະສືບຕໍ່ໃນການ ເປັນຂົວຕໍ່ປະກອບສ່ວນເຂົ້າໃນການ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີລະຫວ່າງ ອິນໂດເນເຊຍ ແລະ ສປປ ລາວ ໃຫ້ມີບາດກ້າວ ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆ ຂຶ້ນໃນອະນາຄົດ. ພິເສດ, ໃນປີ 2027 ສອງປະເທດກໍຈະຮ່ວມກັນ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ. ທ່ານ ວົງຄໍາແຫງ ວົງທະຈັກ ໄດ້ ສະແດງຄວາມຊົມເຊີຍຕໍ່ອົງການ UNDP ທີ່ມີບົດບາດສຳຄັນໃນການ ເປັນຜູ້ປະສານງານ ແລະ ໃຫ້ການ ສະໜັບສະໜູນທາງດ້ານເຕັກນິກ ວິຊາການ. ພ້ອມທັງໃຫ້ທິດຊີ້ນໍາທີ່ ສໍາຄັນຕໍ່ກອງປະຊຸມ ໂດຍທ່ານຍົກ ໃຫ້ເຫັນຄວາມສໍາຄັນດ້ານຄວາມ ເປັນເຈົ້າການຂອງ ສປປ ລາວ ແມ່ນເປັນຫົວໃຈຫລັກຂອງການ ຈັດຕັ້ງປະຕິບັດວຽກງານການພັດ ທະນາເສດຖະກິດ-ສັງຄົມ ໂດຍ ສະເພາະການນຳໃຊ້ຕົວເລັ່ງລັດ (Accelerators) ທີ່ທັນສະໄໝ ເປັນຕົ້ນແມ່ນການຫັນເປັນດີຈິຕອນ ແລະ ປັນຍາປະດິດ (AI), ຄວາມ ສະເໝີພາບທາງເພດ ແລະ ການ ເງິນແບບຍືນຍົງ ເພື່ອຂັບເຄື່ອນ ການພັດທະນາທີ່ບໍ່ປະລະໃຜໄວ້ ເບື້ອງຫລັງ. ທ່ານ ນາງ ມາຕິນ ເທີເຣີ ໄດ້ ເນັ້ນໜັກເຖິງຄວາມສໍາຄັນຂອງ ເອກະສານການຮ່ວມມື (CPD) ຊຶ່ງບໍ່ພຽງແຕ່ສ້າງຂຶ້ນບົນພື້ນຖານ ກອບແຜນງານການຮ່ວມມືເພື່ອ ການພັດທະນາທີ່ຍືນຍົງຂອງສະຫະ ປະຊາຊາດ (UNSDCF) ເທົ່ານັ້ນ, ແຕ່ຍັງສອດຄ່ອງ ແລະ ກົມກຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (20262030) ຂອງ ສປປ ລາວ ເພື່ອ ຮັບປະກັນການຊ່ວຍເຫລືອ ແລະ ນໍາປະໂຫຍດສູງສຸດແກ່ປະຊາຊົນ ລາວ ໂດຍສະເພາະຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການ ພັດທະນາທີ່ຍືນຍົງ (SDGs) ແລະ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ (LDC) ໃນປີ 2026 ນີ້ຢ່າງໂລ່ງລ່ຽນ. ຂໍ້ມູນ-ພາບ: ກະຊວງການເງິນ
RkJQdWJsaXNoZXIy MTc3MTYxMQ==