gsfdko{dkora fmtok a xtgmf]k; ( 24/02/2026 dkox6 drn f]tf6 c]h ' 16 j c0;'7e,j ;o 7kf9t.sh leg]a f.omh kpgfn vod5 ,rkoU ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການ ປູກພືດລະດູແລ້ງ ສົກປີ 20252026 ນີ້ ທົ່ວແຂວງຄໍາມ່ວນ ມີ ເນື້ອທີ່ແຜນການປູກພືດລວມທັງໝົດ 10.666 ເຮັກຕາ, ຄາດຄະເນ ຜົນຜະລິດ 68.961 ໂຕນ ໃນ ນັ້ນ, ແຜນການປູກພືດ ເພື່ອເປັນ ສະບຽງອາຫານ 3.858 ເຮັກຕາ, ຄາດຄະເນຜົນຜະລິດ 17.034 ໂຕນ; ແຜນການປູກພືດເພື່ອເປັນ ສິນຄ້າ 6.808 ເຮັກຕາ, ຄາດຄະເນ ຜົນຜະລິດ 51.927 ໂຕນ. ສໍາລັບ ເນື້ອທີ່ແຜນການປູກພືດສໍາຮອງ ລະດູແລ້ງຂອງປີ 2026 ເມື່ອທຽບ ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ບັນຍາກາດບັ້ນ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ເປັນຂະບວນຄຶກຄື້ນ, ກວ້າງຂວາງ ສະແດງອອກເຖິງຄວາມຮັບຮູ້ ເຂົ້າໃຈຂອງປະຊາຊົນລາວບັນດາ ເຜົ່າ ກໍຄື ແຂວງສາລະວັນ, ເວົ້າ ສະເພາະກໍຄືປະຊາຊົນ 2 ບ້ານ ຄື: ບ້ານຄຽງຕັງແລ ແລະ ບ້ານຂົວ ເສັດ ເມືອງເລົ່າງາມ ມີຄວາມຕື່ນ ຕົວ ແລະ ເປັນເຈົ້າການເຂົ້າຮ່ວມ ໃນການໄປໃຊ້ສິດໃຊ້ສຽງໃນຄັ້ງນີ້ ຢ່າງເປັນຂະບວນຟົດຟື້ນ. ທ່ານ ນາງ ເຂັມພອນ ທາມອນ ຕີ ຫົວໜ້າໜ່ວຍປ່ອນບັດທີ 78, ບ້ານຂົວເສັດ ເມືອງເລົ່າງາມ ໃຫ້ ສຳພາດໃນວັນທີ 22 ກຸມພາ 2026 ນີ້ວ່າ: ບັ້ນເລືອກໃນຊຸດນີ້ ແມ່ນມີ ໝາຍຄວາມສຳຄັນຫລາຍ ແລະ ເປັນເຫດການທີ່ປະຊາຊົນລາວ ບັນດາເຜົ່າໃຫ້ຄວາມສົນໃຈ, ຕື່ນ ຕົວສູງໃນການຮ່ວມ ຊຶ່ງໄດ້ກຳນົດ ເອົາໂຮງຮຽນເຕັກນິກວິຊາຊີບ z6 h ,u ly fxj vo[a fg]n vd8A '[h ko7P'8a 'c] c]t [h ko0q ;gla f 8n j o8q ;wx.-h ly fg]n vd8A '1j k'gxa o0t[;o2q f2N o [a opkdkfdkog]n vd8A ' ll- c]t ll0 16 j g,n v'xkdmk ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 22 ກຸມພາ 2026 ທີ່ສະໂມສອນຂອງເມືອງ ປາກທາ ແຂວງບໍ່ແກ້ວ, ຄະນະກຳ ມະການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ປະຈຳ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ແລະ ສະມາຊິກສະພາປະຊາຊົນ ແຂວງ(ສສຂ)ຊຸດທີVຂອງເມືອງ ປາກທາ ແຂວງບໍ່ແກ້ວ ເປີດການ ປ່ອນບັດເລືອກຕັ້ງ ເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີV ຂຶ້ນຢ່າງເປັນ ທາງການ ໂດຍມີບັນດາການນຳຂັ້ນ ເມືອງ, ຄະນະຮັບຜິດຊອບ, ອົງການ ປົກຄອງບ້ານ, ຕະຫລອດຮອດຜູ້ມີ ສິດປ່ອນບັດເລືອກຕັ້ງເຂົ້າຮ່ວມຢ່າງ ຫລວງຫລາຍ. ໃນໂອກາດນີ້, ຜູ້ຕາງໜ້າຄະນະ ຮັບຜິດຊອບບັ້ນປ່ອນບັດເລືອກຕັ້ງ ໄດ້ຍົກໃຫ້ເຫັນວ່າ: ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເນື້ອແທ້ ແມ່ນການສືບຕໍ່ຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈມະຕິ ກອງປະຊຸມໃຫຍ່ຄັ້ງ XI I ຂອງ ພັກ, ໃນການເສີມຂະຫຍາຍສິດ ປະຊາທິປະໄຕ ປະຊາຊົນ ເຂົ້າໃນ ການຄຸ້ມຄອງບໍລິຫານລັດດ້ວຍ ການສ້າງເງື່ອນໄຂອໍານວຍຄວາມ ສະດວກດ້ານຕ່າງໆ ໃຫ້ປະຊາຊົນ ບັນດາເຜົ່າ ໄດ້ນຳໃຊ້ສິດປະຊາ ທິປະໄຕ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍ ເພື່ອເລືອກເອົາຕົວແທນແຫ່ງສິດ ຜົນປະໂຫຍດອັນຊອບທຳຂອງຕົນ. ສຳລັບເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ, ມີຜູ້ຮັບສະໝັກເປັນ ສສຊ 10 ທ່ານ, ຍິງ 3 ທ່ານ, ເລືອກເອົາ 7 ທ່ານ, ຜູ້ສະໝັກເປັນ ສສຂ ຊຸດທີ V ມີ 7 ທ່ານ, ຍິງ 1 ທ່ານ, ເລືອກ 5 ທ່ານ. ທົ່ວເມືອງປາກທາ ແຂວງ ບໍ່ແກ້ວ ມີຜູ້ມີສິດປ່ອນບັດເລືອກຕັ້ງ ທັງໝົດ 14.165 ຄົນ, ຍິງ 6.803 ຄົນ, ມີໜ່ວຍປ່ອນບັດ 29 ໜ່ວຍ. ຂ່າວ-ພາບ: ວັນນະເດດ z6 h ,u ly fg]n vd8A '8n j o8q ;wx.-h ly f xj vo[a fg]n vd8A ' ll- c]t ll0 ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ທ່ານ ບຸນຊົງ ວາໄຊຢີ ກໍາມະການພັກ ແຂວງ ເລຂາຄະນະບໍລິຫານງານ ພັກເມືອງ ຫົວໜ້າຄະນະສະມາຊິກ ສະພາປະຊາຊົນແຂວງ ປະຈໍາເຂດ ເລືອກຕັ້ງເມືອງວຽງພູຄາ ພ້ອມ ດ້ວຍມວນຊົນທີ່ມີອາຍຸ 18 ຂຶ້ນໄປ ຮ່ວມໃຊ້ສິດປ່ອນບັດເລືອກຕັ້ງ ຢູ່ ໜ່ວຍປ່ອນບັດເລືອກຕັ້ງ ໜ່ວຍທີ 1 ບ້ານວຽງສະຫວ່າງ ໃນຕອນເຊົ້າ ຂອງວັນທີ 22 ກຸມພາ 2026 ດ້ວຍ ບັນຍາກາດຟົດຟື້ນ. ສຳລັບເມືອງວຽງພູຄາ ແຂວງ ຫລວງນ້ຳທາ ມີ 46 ບ້ານ, ມີ ພົນລະເມືອງ 27.656 ຄົນ, ຍິງ 13.688 ຄົນ, ມີ49ໜ່ວຍປ່ອນບັດ, ຜູ້ມີສິດປ່ອນບັດທັງໝົດ 15.764 ຄົນ, ຍິງ 7.980 ຄົນ, ມີຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ມີ 10 ທ່ານ, ຍິງ 3 ທ່ານ ເລືອກເອົາ 7 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງ ທີ 4 ເມືອງ ວຽງພູຄາ ມີ 7 ທ່ານ, ຍິງ 3 ທ່ານ ເລືອກເອົາ 5 ທ່ານ. ບັນຍາກາດ ການປ່ອນບັດເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຢູ່ ພາຍໃນເມືອງວຽງພູຄາ ແມ່ນໄດ້ ດໍາເນີນໄປດ້ວຍບັນຍາກາດຄຶກ ຄື້ນ ເຕັມໄປດ້ວຍຄວາມໝາຍສໍາ ຄັນ, ມີຄວາມສາມັກຄີ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ຕື່ນຕົວໄປໃຊ້ສິດຂອງຕົນ ເພື່ອ ຄັດເລືອກເອົາບຸກຄະລາກອນທີ່ມີ ມາດຖານ, ເງື່ອນໄຂ, ມີຄວາມຮູ້ ຄວາມສາມາດ ແລະ ມີຄຸນສົມບັດ ສິນທຳປະຕິວັດ ເຂົ້າໄປປະຕິບັດ ໜ້າທີ່ພັດທະນາປະເທດຊາດ ຊຶ່ງ ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ມາ ລໍຖ້າໃຊ້ສິດແຕ່ເຊົ້າດ້ວຍໃບໜ້າຍິ້ມ ແຍ້ມແຈ່ມໃສ, ມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ມາໃຊ້ສິດໃນ ການເລືອກເອົາຕົວແທນທີ່ດີເຂົ້າ ສູ່ສະພາ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ປະຊາຊົນ; ການເປັນເຈົ້າການໃນ ການຊ່ວຍແກ້ໄຂບັນຫາຄວາມ ທຸກຍາກຫຍຸ້ງຍາກຕ່າງໆ ແລະ ການລົງໃກ້ຊິດຕິດແທດເພື່ອເຜີຍແຜ່ ລັດຖະທຳມະນູນ ແລະ ກົດໝາຍ ໃຫ້ ພົນລະເມືອງ, ພະນັກງານ, ທະຫານ ແລະ ຕຳຫລວດ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ສົມ ກັບການເລືອກໃຫ້ເປັນຕົວແທນ ຂອງປະຊາຊົນຢ່າງແທ້ຈິງ, ການ ປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ຢູ່ເມືອງ ວຽງພູຄາ ແມ່ນຮັບປະກັນໃຫ້ໄດ້ 400%. ການເລືອກຕັ້ງຄັ້ງນີ້ ແມ່ນຂີດ ໝາຍສໍາຄັນໃນການສືບຕໍ່ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນ ກວ່າເກົ່າ. ຂ່າວ: ຄໍາປິງ ໃສ່ແຜນປີ 2025 ຜ່ານມາເຫັນວ່າ ເນື້ອທີ່ມີການເພີ່ມຂຶ້້ນ 1,3% ຫລື ເທົ່າກັບ 139 ເຮັກຕາ. ປັດຈຸບັນນີ້, ການປູກພືດລວມ ປະຕິບັດໄດ້ 10.305 ເຮັກຕາ ເທົ່າກັບ 96,62% ຂອງເນື້ອທີ່ ແຜນການທັງໝົດ ໃນນັ້ນ, ເນື້ອທີ່ ແຜນການປູກພືດເພື່ອເປັນສະບຽງ ອາຫານປະຕິບັດໄດ້ 3.661 ເຮັກ ຕາ ເທົ່າກັບ 94,90% ຂອງແຜນ ການ, ເນື້ອທີ່ແຜນການປູກພືດເພື່ອ ເປັນສິນຄ້າ ປະຕິບັດໄດ້ 6.644 ເຮັກຕາ ເທົ່າກັບ 97,59%. ຄາດວ່າ ແຜນການປູກພືດສໍາຮອງລະດູແລ້ງ ຈະໃຫ້ສໍາເລັດໃນທ້າຍເດືອນກຸມພາ 2026 ນີ້. ສ່ວນເມືອງທີ່ມີແຜນການປູກພືດ ສໍາຮອງລະດູແລ້ງຫລາຍກວ່າໝູ່ ແມ່ນ ເມືອງທ່າແຂກ, ເມືອງໜອງ ບົກ ແລະ ເມືອງຫີນບູນ. ແບບປະສົມ ແຂວງສາລະວັນ ເປັນ ສະຖານທີ່ດຳເນີນການປ່ອນບັດ ຂອງໜ່ວຍບັດທີ 78 ໄດ້ດຳເນີນ ໄປຢ່າງມີລະບຽບ ແລະ ມີການ ກຳນົດແບບການປ່ອນບັດ ສສຊ ແລະ ສສຂ ຢ່າງລະອຽດ, ສ້າງ ຄວາມສະດວກສະບາຍໃຫ້ແກ່ຜູ້ມາ ໃຊ້ສິດ, ສິ່ງທີ່ໜ້າປະທັບໃຈ ເຫັນ ໄດ້ພໍ່ແມ່ປະຊາຊົນບັນດາເຜົ່າ ກໍຄືຜູ້ ມີສິດປ່ອນບັດມີຄວາມຕື່ນຕົວສູງ, ຍົກສູງສະຕິເປັນເຈົ້າໃນການເລືອກ ເອົາຜູ້ແທນຂອງຕົນ ສະແດງໃຫ້ ເຫັນເຖິງການເຕົ້າໂຮມຢ່າງແໜ້ນ ໜາ, ມີຄວາມສະຫງົບຄວາມເປັນ ລະບຽບ ແລະ ຄວາມຮັບຮູ້ເຂົ້າໃຈ ຕໍ່ກັບຂັ້ນຕອນ, ວິທີການຕ່າງໆ ຢ່າງເລິກເຊິ່ງ, ຄາດຄະເນການນັບ ຄະແນນ ເພື່ອລາຍງານຂັ້ນເທິງ ສຳເລັດຕາມເວລາທີ່ໄດ້ກຳນົດໄວ້. ໜ່ວຍປ່ອນບັດທີ 78, ມີ 1 ໜ່ວຍ ບັດ, 2 ຫີບບັດ ແລະ ຜູ້ມີສິດເລືອກ ຕັ້ງຕົວຈິງ 826 ຄົນ, ຍິງ 406 ຄົນ. ທ່ານ ນາງ ສຸກະ ປະຊາຊົນ ບ້ານຄຽງຕັງແລ ໄດ້ສະແດງຄວາມ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ ໄດ້ເປັນສ່ວນໜຶ່ງໃນການໃຊ້ສິດ ໃຊ້ສຽງເລືອກເອົາຜູ້ແທນສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ ຊຶ່ງເປັນຄັ້ງທຳອິດຂອງຕົນ ເອງ ແລະ ໄດ້ມີຄວາມຕື່ນຕົວ, ກຽມພ້ອມໃນແຕ່ຫົວທີ, ອ່ານ ແລະ ສຶກສາປະຫວັດຂໍ້ມູນຂອງບັນດາຜູ້ ສະໝັກເປັນ ສສຊ ແລະ ສສຂ ຢ່າງ ລະອຽດ. ນອກນັ້ນຈຸດປ່ອນບັດຄັ້ງນີ້ ແມ່ນມີຄວາມສະດວກສະບາຍ ແລະ ສາມາດດຳເນີນການປ່ອນບັດຢ່າງ ເປັນລະບຽບ, ວ່ອງໄວ. ຂ່າວ-ພາບ: ວິໄລວອນ ສິດທິໄຊ
RkJQdWJsaXNoZXIy MTc3MTYxMQ==