7222

xtgmf]k; 6 24/02/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ພອນສະຫວັນ ມະນີສີັ ນີ ສີ ໂດຍ: ມາລິດາິດ Ia [Iv'[h kosh ;pla ' gxa o[h ko;a fmtotme.\j ຂປລ. ຫ້ວຍສັງ ເມືອງຜາອຸດົມ ແຂວງບໍ່ແກ້ວ ຖືກຮັບຮອງເປັນ ບ້ານວັດທະນະທໍາໃໝ່ ບ້ານທີ 54 ຂອງເມືອງຜາອຸດົມ ແລະ ໜ່ວຍ ສະຫະພັນນັກຮົບເກົ່າ 3 ດີ 6 ຮັກສາ ໃນວັນທີ 17 ກຸມພາ 2026 ທີ່ບ້ານ ຫ້ວຍສັງ. ທ່ານ ຄຳແສງ ໂຍມສຸລີ ນາຍ ບ້ານໆ ຫ້ວຍສັງ ໄດ້ໃຫ້ຮູ້ວ່າ: ບ້ານ ຫ້ວຍສັງ ຕັ້ງຢູ່ຫ່າງຈາກຕົວເມືອງ 9 ກິໂລແມັດ, ມີເນື້ອທີ່ 1.870 ເຮັກຕາ, ປະກອບມີ 3 ຊົນເຜົ່າຄື: ຊົນເຜົ່າກຶມມຸ, ເຜົ່າລາວ, ເຜົ່າມົ້ງ ປະຊາຊົນນັບຖືບັນພະບູລຸດ, ຖືສາ ສະໜາພຸດ ແລະ ຜີ, ບ້ານມີເສັ້ນ ທາງລົດໄປເຖິງສອງລະດູ ເປັນ ບ້ານທີ່ມີໄຟຟ້າໃຊ້ຢ່າງທົ່ວເຖິງ, ທົ່ວບ້ານມີ 157 ຫລັງຄາ, ມີ 157 ຄອບຄົວ, ມີພົນລະເມືອງ 1.038 ຄົນ, ຍິງ 538 ຄົນ, ມີຄອບຄົວວັດ ທະນະທຳ 123 ຄອບຄົວ ເທົ່າກັບ 78,34% ຂອງຄອບຄົວທັງໝົດ, ມີຄອບຄົວກຸ້ມກິນ 120 ຄອບຄົວ, ຄອບຄົວທຸກຍາກ 37 ຄອບຄົວ, ມີເຮືອນຖາວອນ 57 ຫລັງຄາ, ເຮືອນເຄິ່ງຖາວອນ 70 ຫລັງຄາ, ເຮືອນປະຖົມປະຖານ 30 ຫລັງຄາ, ລົດໄຖນາເດີນຕາມ 28 ຄັນ, ລົດຈັກ 80 ຄັນ, ລົດຖີບ 10 ຄັນ, ໂຮງສີ ເຂົ້າຂະໜາດນ້ອຍ 20 ເຄື່ອງ ແລະ ມີຈັກໂມ້ເຂົ້າ 4 ເຄື່ອງ, ສະຫະພັນ ນັກຮົບເກົ່າມີສະມາຊິກທັງໝົດ 3 ຄົນ, ຄະນະນັກຮົບເກົ່າພາຍໃນບ້ານ ໄດ້ເປັນເຈົ້າການ ໃນການເຄື່ອນ ໄຫວວຽກງານຕາມພາລະບົດ ບາດ ແລະ ໜ້າທີ່ຂອງຕົນ, ໄດ້ປັບ ປຸງໝູ່ຄະນະດ້ວຍກັນ ເພື່ອໃຫ້ເປັນ ແບບຢ່າງໃຫ້ຄົນຮຸ່ນຫລັງ. ນອກ ຈາກການຈັດຕັ້ງວຽກງານຂອງ ຕົນແລ້ວຍັງໄດ້ເປັນເຈົ້າການຕໍ່ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຕື່ມອີກ, ຕະຫລອດ ໄລຍະ 1 ປີ ຜ່ານມາ ເລຂາພັກບ້ານ, ອົງການປົກຄອງ, ການຈັດຕັ້ງບ້ານ ໄດ້ເຮັດວຽກເປັນໝູ່ຄະນະ ແບ່ງ ບຸກຄົນຮັບຜິດຊອບຕາມສິດໜ້າທີ່ ແລະ ພາລະບົດບາດ ໂດຍອີງຕາມ 4 ເນື້ອໃນ 4 ຄາດໝາຍຂອງ ພັກ- ລັດ ວາງອອກ, ໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງ-ແນວຄິດ ຂອງປະຊາຊົນ ມີແນວຄິດອຸ່ນອຽນ ທຸ່ນທ່ຽງ ເຊື່ອມຊຶມຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ, ເຄົາລົບ ລະບຽບກົດໝາຍ ແລະ ຮູ້ຈໍາແນກ ມິດ, ສັດຕູ ໄດ້ຢ່າງຈະແຈ້ງມີຄວາມ ດຸໝັ່ນອອກແຮງງານໃນການສ້າງ ເສດຖະກິດຄອບຄົວຂອງຕົນເອງ. ຕາງໜ້າມອບໃບຢັ້ງຢືນບ້ານ ວັດທະນະທໍາໃໝ່ຄັ້ງນີ້ ໂດຍທ່ານ ນາງ ບຸນຍົກ ແສງສະຫວ່າງ ຫົວ ໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງບໍ່ແກ້ວ ແລະ ຕາງໜ້າຮັບໂດຍ ທ່ານ ຄໍາແສງ ໂຍມສຸລີ ນາຍບ້ານໆຫ້ວຍສັງ ແລະ ມອບໃບຢັ້ງຢືນ ໜ່ວຍສະຫະພັນ ນັກຮົບເກົ່າ 3 ດີ 6 ຮັກສາ ມອບ ໂດຍ ທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງ ເມືອງ ຮັບໂດຍຜູ້ຕາງໜ້າຫົວໜ້າ ໜ່ວຍຂອງບ້ານ. ຂປລ. ຢາພື້ນເມືອງ ເປັນຢາ ທາງເລືອກທີ່ຢູ່ຄູ່ກັບວິຖີຊີວິດຄົນ ລາວມາແຕ່ດັ້ງເດີມ, ໃນອະດີດປະ ຊາຊົນສ່ວນໃຫຍ່ໄດ້ອາໃສຢາພື້ນ ເມືອງໃນການປິ່ນປົວພະຍາດຕ່າງໆ ໂດຍຢາບາງຊະນິດສາມາດປິ່ນປົວ 1krN og,n v' r6 g0q k7;kp ly o7h k75 ootrk[8v[39fla '7q , “ ” ໃຫ້ຫາຍຂາດ ແລະ ບາງຊະນິດ ຊ່ວຍບັນເທົາອາການເຈັບປວດໄດ້ ເປັນຢ່າງດີ. ໃນປັດຈຸບັນ ການແພດ ຂອງລາວໄດ້ມີການພັດທະນາຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ຢາພື້ນເມືອງ ຖືກນຳມາວິເຄາະ ແລະ ວິໄຈ ຢ່າງເປັນລະບົບ ຈົນໄດ້ຮັບການ ຍອມຮັບທັງພາຍໃນ ແລະ ຕ່າງ ປະເທດ. ນາງ ວິໄລພອນ ຂັດຕິຍະລາດ ວິຊາການໆຕະຫລາດຢາພື້ນເມືອງ ພູເຂົາຄວາຍ ແຂວງບໍລິຄໍາໄຊ ໄດ້ ໃຫ້ສຳພາດໃນໂອກາດເຂົ້າຮ່ວມ ເທດສະການອາຫານລາວ ປະຈຳປີ 2026 ທີ່ຜ່ານມາວ່າ: ຕົນເອງ ຮູ້ສຶກດີໃຈຫລາຍທີ່ໄດ້ນຳເອົາ ຜະລິດຕະພັນຢາພື້ນເມືອງພູເຂົາ ຄວາຍ ມາວາງສະແດງ ແລະ ຈຳ ໜ່າຍໃນງານຄັ້ງນີ້ ເພາະຈະເຮັດ ໃຫ້ສັງຄົມຮັບຮູ້ຜະລິດຕະພັນຫລາຍ ຂຶ້ນ, ຜູ້ປະກອບການກໍມີໂອກາດໄດ້ ແລກປ່ຽນຄວາມຄິດເຫັນກ່ຽວກັບ ທຸລະກິດນຳກັນ ໂດຍຕົນເອງເປັນ ຕົວແທນຂອງ ອາຈານ ຄຳພັນ ໄຊຍະປັນຍາ ຜູ້ຄົ້ນຄິດຜະລິດ ແລະ ຈຳໜ່າຍຢາພື້ນເມືອງພູເຂົາຄວາຍ ຊຶ່ງໄດ້ເລີ່ມຜະລິດມາຕັ້ງແຕ່ປີ 2007 ເປັນຕົ້ນມາ, ໄດ້ຮັບມາດ ຕະຖານ OTOP ໃນປີ 2015 ແລະ ໄດ້ຮັບລາງວັນ 3 ດາວ ໃນປີ 2024 ການຜະລິດຢາທຸກຂັ້ນຕອນ ໄດ້ຄຳນຶງເຖິງມາດຕະຖານຂອງ ອົງການອາຫານ ແລະ ຢາ (ອຢ) ເປັນຫລັກ ເພື່ອສ້າງຄວາມໝັ້ນ ໃຈໃຫ້ແກ່ຜູ້ບໍລິໂພກ ແລະ ຢືນຢັນ ຄຸນນະພາບຂອງຜະລິດຕະພັນ, ປັດຈຸບັນ ຢາພື້ນເມືອງພູເຂົາຄວາຍ ມີຜະລິດຕະພັນກວ່າ 50 ຊະນິດ ຊຶ່ງວັດຖຸດິບສ່ວນໃຫຍ່ນຳມາຈາກ ສວນຢາທ້ອງຖິ່ນ ຢູ່ບ້ານໂພນສະ ຫວັນ ເມືອງບໍລິຄໍາໄຊ ແຂວງບໍ ລິຄໍາໄຊ. ສຳລັບການເຂົ້າຮ່ວມ ງານເທສະການອາຫານລາວຄັ້ງ ນີ້ ເປັນຄັ້ງທີ 3 ໂດຍໄດ້ນຳເອົາ ຜະລິດຕະພັນເດັ່ນໆມາວາງຈຳ ໜ່າຍ ເຊັ່ນ: ຢາດີກະເພາະກະທຽມ ດຳດອງນ້ຳເຜິ້ງ, ຢາດົມ ແລະ ຢາ ທາສະໝຸນໄພຫລາຍຊະນິດ. ນາງ ວິໄລພອນ ເວົ້າເສີມວ່າ: ອາຊີບຜະລິດຢາພື້ນເມືອງ ຍັງເປັນ ສິ່ງທີ່ທ້າທາຍຫລາຍໃນບ້ານເຮົາ ຍ້ອນສັງຄົມຍັງບໍ່ຍອມຮັບ ຫລື ເປີດ ໃຈໃຊ້ບໍ່ຫລາຍເທົ່າທີ່ຄວນ, ແຕ່ກໍບໍ່ ເຄີຍທໍ້ຕໍ່ອຸປະສັກຕ່າງໆໃນທຸກໆປີ ຈະມີການປັບປຸງ ແລະ ພັດທະນາ ຜະລິດຕະພັນໃໝ່ໆເພີ່ມ ເພື່ອຕອບ ໂຈດແກ່ສັງຄົມ ໂດຍຢຶດຫລັກທີ່ວ່າ: “ສູ່ຊົນ, ອົດທົນ, ພັດທະນາ ຈຶ່ງສໍາ ເລັດ” ສິ່ງສໍາຄັນອີກຢ່າງທີ່ໃສ່ໃຈ ໃນການບໍລິຫານ ແລະ ດໍາລົງຊີວິດ ນັ້ນກໍຄືຄໍາວ່າ:“ຄົນເຮົາເຮັດດີກໍຈະ ໄດ້ດີ”. ສະນັ້ນ, ຈຶ່ງຢາກໃຫ້ສັງຄົມ ຫັນມານໍາໃຊ້ສິນຄ້າລາວໃຫ້ຫລາຍ ຂຶ້ນເພື່ອເປັນການຊຸກຍູ້ສົ່ງເສີມຜູ້ ປະກອບການໃຫ້ຜະລິດສິນຄ້າທີ່ມີ ຄຸນນະພາບຮັບໃຊ້ສັງຄົມຕະຫລອດ ໄປ. ເອົາເປັນວ່າ, ຜູ້ທີ່ສົນໃຈສາ ມາດຫາຊື້ຜະລິດຕະພັນໄດ້ທີ່ຮ້ານດີ ໝາກ, ກ໋ອກກ໋ອກໝາກທຸກສາຂາ ຫລື ຕິດຕໍ່ໄດ້ໂດຍກົງທີ່ບ້ານໂພນ ສະຫວັນ ເມືອງບໍລິຄໍາໄຊ ແຂວງ ບໍລິຄໍາໄຊ ເບີ 020 5557 2407.

RkJQdWJsaXNoZXIy MTc3MTYxMQ==