7222

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 24/02/2026 xtgmf]k; ລັດວິສາຫະກິດໄຟຟ້າລາວ...ັິິ້ ມອບໃບຢັ້ງຢືນ...ັ້ື ຄະນະບໍລິຫານງານສູນກາງພັກ...ໍິູັ ໂທລະເລກຊົມເຊີຍ...ົີ ຂອງພັກແຮງງານເກົາຫລີ ຊຶ່ງຈະ ໄດ້ໄຂຂຶ້ນໃນທ່າມກາງສະພາບການ ຂອງພາກພື້ນ ແລະ ສາກົນ ທີ່ຍັງ ສືບຕໍ່ສັບສົນ, ຫຍຸ້ງຍາກ ແລະ ຜັນ ແປໄປຢ່າງສະຫລັບສັບຊ້ອນ. ພວກ ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງ ໜັກແໜ້ນວ່າກອງປະຊຸມຄັ້ງນີ້ ຂອງ ບັນດາສະຫາຍຈະດໍາເນີນໄປດ້ວຍ ຂປລ. ເມື່ອບໍ່ດົນມານີ້, ທີ່ນະ ຄອນຫລວງວາແລັດຕາ, ສາທາ ລະນະລັດມານຕາ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານນາງມິຣຽມສະປີເຕີຣິເດໂບໂນ ປະທານາທິບໍດີ ແຫ່ງ ສາທາລະນະ ລັດມານຕາ ເພື່ອດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມຄົນໃໝ່ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳສາທາລະນະລັດມານ ຕາ ຊຶ່ງມີສຳນັກງານສະຖານທູດຕັ້ງ ຢູ່ເຊີແນວ, ປະເທດສະວິດ. ໃນໂອກາດດັ່ງກ່າວ, ທ່ານ ນາງ ມິຣຽມ ສະປີເຕຣິເດໂບໂນ ໄດ້ ສະແດງຄວາມຊົມເຊີຍ ແລະ ຍິນດີ ຕ້ອນຮັບທ່ານ ດາວວີ ວົງໄຊ ທີ່ໄດ້ ຮັບການແຕ່ງຕັ້ງເປັນເອກອັກຄະ ລັດຖະທູດໃນຄັ້ງນີ້. ພ້ອມກັນນັ້ນ, ທ່ານ ດາວວີ ວົງໄຊ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງໄດ້ນໍາເອົາຄຳຢື້ ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມາຍັງທ່ານ ນາງ ມິຣຽມ ສະປີເຕຣິເດໂບໂນ ແລະ ປະຊາຊົນແຫ່ງສາທາລະນະລັດ ມານຕາ. ທັງສອງຝ່າຍໄດ້ພ້ອມກັນ ຕີລາຄາການພົວພັນມິດຕະພາບ ໃນໂອກາດຄົບຮອບ 15 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມານ ຕາ ໃນປີ 2026 ນີ້ ກໍຄື ການ ຮ່ວມມືສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຖານະທີ່ເປັນປະເທດນ້ອຍ ໃນເວທີຫລາຍຝ່າຍເຊັ່ນ: ຂອບ ອົງການສະຫະປະຊາຊາດ ແລະ ຂອບການພົວພັນອາຊຽນ-ອີຢູ ເພື່ອ ປະກອບສ່ວນເຂົ້າໃນການຮັກສາ ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນພາກ ພື້ນ ແລະ ໃນໂລກ, ພ້ອມທັງໄດ້ແລກ ປ່ຽນທັດສະນະກ່ຽວກັບບັນຫາພາກ ພື້ນ ແລະ ສາກົນ. ໃນນັ້ນ, ທ່ານ ປະທານາທິບໍດີມານຕາ ໄດ້ສະເໜີ ໃຫ້ສອງປະເທດ ສືບຕໍ່ຊອກຫາຊ່ອງ ທາງແລະ ໂອກາດໃໝ່ໆສຳລັບການ ຮ່ວມມືໃນຂະແໜງການຕ່າງໆ ເພື່ອ ເສີມຂະຫຍາຍການພົວພັນຮ່ວມມື ໂດຍສະເພາະຂະແໜງການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ໄດ້ອວຍພອນໄຊໃຫ້ທ່ານ ດາວວີ ວົງໄຊ ມີຜົນສຳເລັດໃນ ການປະຕິບັດໜ້າທີ່ເປັນເອກອັກຄະ ລັດຖະທູດຄັ້ງນີ້. ພ້ອມນັ້ນ, ທ່ານເອກອັກຄະລັດ ຖະທູດ ກໍໄດ້ແຈ້ງສະພາບການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ການກຽມຄວາມ ພ້ອມໃນການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ໃນປີ 2026, ພ້ອມທັງໄດ້ສະແດງ ຄວາມຂອບໃຈລັດຖະບານມານ ຕາ ທີ່ໄດ້ສະໜັບສະໜູນ ສປປ ລາວ ຜ່ານຂອບການຮ່ວມມືລາວ-ອີຢູ ໃນ ໄລຍະຜ່ານມາ. ໃນໄລຍະການໄປຍື່ນສານຕາຕັ້ງ ຄັ້ງນີ້, ທ່ານທູດ ດາວວີ ວົງໄຊ ຍັງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ອານບອກ (H.E.Ian Borg) ຮອງນາຍົກ ລັດຖະມົນຕີີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ການທ່ອງ ທ່ຽວ ແຫ່ງ ສາທາລະນະລັດມານ ຕາ ແລະ ທ່ານ ອັງກຣູ ຟາຣູເກຍ (HonorableAnglu Farrugia), ປະທານລັດຖະສະພາ ແຫ່ງ ສາທາ ລະນະລັດມານຕາ. ການເຂົ້າຢ້ຽມ ຂໍ່ານັບການນໍາຂັ້ນສູງຂອງມານຕາ ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ພອນໄຊອັນ ປະເສີດຈາກທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຖິງຄູ່ຮ່ວມຕໍາແໜ່ງທັງສອງທ່ານ ແລະ ໄດ້ແຈ້ງໃຫ້ການນໍາຂັ້ນສູງ ຂອງມານຕາ ຊາບກ່ຽວກັບເຫດ ການສໍາຄັນຂອງ ສປປ ລາວ ໂດຍ ສະເພາະແມ່ນການກະກຽມເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ການເປັນປະທານກອງ ປະຊຸມທົບທວນຄືນສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກ ຫວ່ານຮອບວຽນທີ 3 ທີ່ຈະຈັດຂຶ້ນ ໃນວັນທີ 14-18 ກັນຍາ 2026 ທີ່ ນະຄອນຫລວງວຽງຈັນ. ນອກຈາກນັ້ນ, ທ່ານທູດ ດາວວີ ວົງໄຊ ຍັງໄດ້ພົບປະສອງຝ່າຍກັບ ບັນດາຫົວໜ້າກົມທີ່ຮັບຜິດຊອບ ການພົວພັນສອງຝ່າຍ ແລະ ຫລາຍ ຝ່າຍ ເພື່ອປຶກສາຫາລືກ່ຽວກັບນະ ໂຍບາຍ ແລະ ກາລະໂອກາດໃນ ການເສີມຂະຫຍາຍການຮ່ວມມື ສອງຝ່າຍ, ການສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ. ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດມານຕາ ໄດ້ສ້າງຕັ້ງສາຍພົວ ພັນການທູດນຳກັນໃນວັນທີ 13 ມັງກອນ 2011, ໄລຍະຜ່ານມາ ສອງປະເທດໄດ້ມີສາຍພົວພັນ ການທູດທີ່ດີ ແລະ ໄດ້ມີການແລກ ປ່ຽນສານອວຍພອນວັນຊາດ ແລະ ສານຊົມເຊີຍໃນໂອກາດສຳຄັນ ຕ່າງໆລະຫວ່າງການນຳຂັ້ນສູງ ຂອງທັງສອງປະເທດຢ່າງເປັນປົກ ກະຕິ. ພາບ: Office of the President of Malta. m6 f]k; pnj olko8k8A '8 xtmkokmy [= fu lkmk]tot]a f ,ko8k + ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ (ນວ) ໃຫ້ກຽດມອບໂດຍ ຍາທ່ານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ມີຮອງປະທານສູນກາງ ອພສ, ຫົວໜ້າກຳມາທິການຕ່າງ ປະເທດສູນກາງ, ຮອງປະທານສູນ ກາງແນວລາວສ້າງຊາດ, ພ້ອມ ດ້ວຍພະເຖຣານຸເຖຣະ, ກຳມາທິ ການຕ່າງປະເທດ ແລະ ພະສະມະ ນະທູດລາວ ເຂົ້າຮ່ວມ. ໂອກາດນີ້, ພະອາຈານ ດຳລົງ ພິມມະຈັກ ຮອງປະທານສູນກາງ ອພສ, ຫົວໜ້າກຳມາທິການຕ່າງປະ ເທດສູນກາງ ໄດ້ໃຫ້ຮູ້ວ່າ: ຊຸດຝຶກ ອົບຮົມຄັ້ງນີ້, ຈັດຂຶ້ນເປັນຄັ້ງທຳອິດ, ຖືເປັນຄັ້ງປະຫວັດສາດສໍາຄັນ ແລະ ຍິ່ງໃຫຍ່ຂອງພະພຸດທະສາສະໜາ ໃນ ສປປ ລາວ ແນໃສ່ເຮັດໃຫ້ພະສະ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສຳ ເລັດໃໝ່ໃຫຍ່ຫລວງກວ່າເກົ່າ, ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງພັກແຮງງານ ເກົາຫລີ ຢ່າງມີໄຊ ແລະ ສ້າງສາ ປະເທດ ສປປ ເກົາຫລີ ສັງຄົມນິຍົມ ໃຫ້ເຂັ້ມແຂງ, ໃຫ້ຈະເລີນຮຸ່ງເຮືອງ ຕາມຈຸດໝາຍທີ່ວາງໄວ້. ຂ້າພະເຈົ້າຍິນດີສືບຕໍ່ເຮັດວຽກ ຢ່າງໃກ້ຊິດກັບສະຫາຍ ເພື່ອເສີມ ຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີ ແລະ ການຮ່ວມມືອັນເປັນ ມູນເຊື້ອທີ່ຍາວນານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນ ສອງຊາດພວກເຮົາໃຫ້ແຕກດອກ ອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ລາວ ແລະ ສປປ ເກົາຫລີ ກໍຄື ເພື່ອ ປະກອບສ່ວນເຂົ້າໃນການເສີມສ້າງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ ໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ສະຫາຍຈົ່ງມີພະ ລານາໄມສົມບູນ, ມີຄວາມຜາສຸກ ແລະ ໃນໂອກາດປີໃໝ່ 2026 ຫາກໍຜ່ານໄປບໍ່ດົນຂໍອວຍພອນໃຫ້ ສະຫາຍໂຊກດີປີໃໝ່ ແລະ ປະສົບ ຜົນສຳເລັດໃນໜ້າທີ່ວຽກງານອັນ ມີກຽດສູງສົ່ງຂອງສະຫາຍ. ກໍາລັງຕິດຕັ້ງທັງໝົດ 510 ເມກາ ວັດ(MW); ດໍາເນີນການຈັດຕັ້ງ ປະຕິບັດໂຄງການກໍ່ສ້າງສາຍ ສົ່ງ-ສະຖານີໄຟຟ້າ ລວມທັງໝົດ 10 ໂຄງການ, ປະຕິບັດສໍາເລັດ 5 ໂຄງການ ແລະ ສືບຕໍ່ຈັດຕັ້ງປະຕິບັດ 5 ໂຄງການ. ໃນນັ້ນ, ອັນພົ້ນເດັ່ນ ແມ່ນສໍາເລັດພິທີວາງສີລາລືກໂຄງ ການກໍ່ສ້າງສາຍສົ່ງ 230 ກິໂລ ໂວນ ປາກມອງ 2 (ແຂວງຫລວງ ພະບາງ) ຫາ ນາເພຍ (ແຂວງຊຽງ ຂວາງ) ຊຶ່ງໂຄງການດັ່ງກ່າວ, ແມ່ນມີຄວາມສໍາຄັນເພື່ອລໍາລຽງ ພະລັງງານໄຟຟ້າຈາກພາກເໜືອ ມາສູ່ພາກກາງ ກໍຄື ການສະໜອງ ໄຟໃຫ້ນະຄອນຫລວງວຽງຈັນ ໃຫ້ ມະນະທູດລາວ ມີຄວາມຮູ້, ຄວາມ ສາມາດ ແລະ ມີຄວາມໝັ້ນໃຈໃນ ການປະຕິບັດສາສະນະກິດຕາມ ວັດຖຸປະສົງ; ທັງເປັນການສົ່ງເສີມ ສະໜັບສະໜູນພະສົງລາວ ທີ່ເຮັດ ໜ້າທີ່ເຜີຍແຜ່ພະພຸດທະສາສະໜາ ຢູ່ໃນປະເທດຕ່າງໆ ແລະ ເພື່ອສະ ໜອງນະໂຍບາຍຂອງພັກ-ລັດ ແລະ ອພສ ແຫ່ງ ສປປ ລາວ ໂດຍລວມ ໂດຍສະເພາະກໍາມາທິການການ ຕ່າງປະເທດທາງດ້ານການພົວພັນ ວຽກງານຕ່າງປະເທດຂອງພະພຸດ ທະສາສະໜາ ແລະ ສາສະໜາອື່ນ. ຄໍາວ່າ: ພະສະມະນະທູດໝາຍ ເຖິງພະສົງທີ່ເຮັດໜ້າທີ່ກ່ຽວກັບ ການນໍາເອົາຫລັກທໍາຄໍາສັ່ງສອນ ຂອງພະສໍາມາສໍາພຸດທະເຈົ້າອອກ ໄປເຜີຍແຜ່ທັງພາຍໃນ ແລະ ຕ່າງ ປະເທດ, ມີພາລະບົດບາດ ແລະ ໜ້າ ທີ່ສໍາຄັນໃນການເຜີຍແຜ່ຫລັກທໍາ, ເປັນຜູ້ນໍາໃນການຟື້ນຟູພະພຸດທະ ສາສະໜາ, ທັງເປັນຜູ້ສົ່ງເສີມການ ຮຽນຮູ້ ແລະ ສ້າງຄວາມສາມັກຄີ ໃຫ້ແກ່ຊຸມຊົນດ້ວຍການນໍາເອົາ ຫລັກທໍາຄໍາສັ່ງສອນທາງພະພຸດ ທະສາສະໜາມາເປັນແກ່ນກາງໃນ ການພັດທະນາ. ມີພາລະບົດບາດ, ໜ້າທີ່ໃນຖານະເປັນຕົວແທນຂອງ ພະສໍາມາສໍາພຸດທະເຈົ້າໃນການ ເຮັດວຽກດ້ານພະພຸດທະສາສະໜາ ເພື່ອສັງຄົມ ຊຶ່ງການອົບຮົມພະສະ ມະນະທູດລາວ ໂດຍມີວັດຖຸປະສົງ ເພື່ອເຮັດວຽກງານການພົວພັນ ຕ່າງປະເທດທາງດ້ານພະພຸດທະ ສາສະໜາໃຫ້ດໍາເນີນໄປດ້ວຍດີ ມີຄຸນນະພາບຕາມວັດຖຸປະສົງ ເປົ້າໝາຍ. ສ່ວນໃນວັນທີ21 ກຸມພາ 2026 ນີ້, ກຳມາທິການຕ່າງປະເທດສູນ ກາງ ອພສ ໄດ້ຈັດບຸນວັນມະຫາ ບູຣະພາຈານ ເພື່ອອຸທິດທັກຂີນາ ກັນລະປັນນາຜົນເຖິງພະມະຫາເຖ ຣາຈານເຈົ້າຜູ້ມີຄຸນປະການ ທັງ 3 ພະອົງ ຄື: ຍາທ່ານໃຫຍ່ອົງພຣະ ຍອດແກ້ວ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າອົງຜູ້ດໍາຣິ ແລະ ສ້າງຕັ້ງກຳມາທິການຕ່າງປະເທດ, ຍາທ່ານໃຫຍ່ ພະຫລັກແກ້ວ ມະຫາ ບົວຄໍາ ສາຣີບຸດ ອົງຮອງປະທານ ແລະ ຊີ້ນໍາວຽກກຳມາທິການຕ່າງ ປະເທດ ແລະ ພະອາຈານໃຫຍ່ ຫົງສາ ບໍຣິບູນ ອົງຄະນະບໍລິຫານ ງານປະຈຳການ ແລະ ຮອງຫົວໜ້າ ກຳມາທິການຕ່າງປະເທດ ໂດຍ ໄດ້ຈັດພິທີທາງສາສະໜາຕ່າງໆ, ຕັກບາດຖວາຍສັງຄະທານແດ່ ພະສົງ 71 ອົງ ໂດຍມີອະດີການ ນຳພັກ-ລັດ ແລະ ມວນຊົນຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຜົນສໍາເລັດຢ່າງຈົບງາມຕາມແຜນທີ່ ວາງໄວ້ ເພື່ອກໍານົດວິໄສທັດ, ວາງ ນະໂຍບາຍ ແລະ ຍຸດທະສາດຂອງ ພັກ ເພື່ອສືບຕໍ່ນໍາພາພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ສປປ ເກົາຫລີ ສັງຄົມນິຍົມ ໃຫ້ນັບ ມື້ນັບຮັ່ງມີເຂັ້ມແຂງ ເພື່ອນໍາເອົາ ຄວາມສົມບູນພູນສຸກມາສູ່ປະຊາ ຊົນ ສປປ ເກົາຫລີ, ທັງເປັນການຍົກ ສູງບົດບາດ ແລະ ອິດທິພົນຂອງພັກ ໃນເວທີການເມືອງພາຍໃນ ແລະ ສາກົນ. ໃນໂອກາດທີ່ມີຄວາມໝາຍສໍາ ຄັນນີ້, ພວກຂ້າພະເຈົ້າຂໍອວຍພອນ ໃຫ້ກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ພັກແຮງງານເກົາຫລີ ຈົ່ງປະສົບ ຜົນສໍາເລັດຢ່າງສະຫງ່າງາມ. ຂໍ ອວຍພອນໃຫ້ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນເປັນມູນ ເຊື້ອທີ່ມີມາແຕ່ດົນນານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ສປປ ລາວ ແລະ ສປປ ເກົາຫລີ ຈົ່ງໝັ້ນຄົງຂະໜົງແກ່ນຕະ ຫລອດກາລະນານ. ມີຄວາມສະຖຽນລະພາບ ແລະ ຮັບ ປະກັນລະບົບໄຟຟ້າ, ຫລຸດຜ່ອນບັນ ຫາເຫດການໄຟຕົກ-ໄຟມອດ. ສຳລັບວຽກຄຸ້ມຄອງພາກລະ ບົບສົ່ງ ແລະ ລະບົບຈໍາໜ່າຍໄຟຟ້າ ລັດວິສາຫະກິດໄຟຟ້າລາວ ຍາມໃດ ກໍໄດ້ສຸມໃສ່ວຽກງານການປັບປຸງ ຂະຫຍາຍລະບົບສາຍສົ່ງ-ສະຖານີ ໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດນໍາສົ່ງພະລັງງານ ໄຟຟ້າຈາກແຫລ່ງຜະລິດ 107 ແຫ່ງ, ກໍາລັງຕິດຕັ້ງ 4.962,35 MW ໃຫ້ໄປເຖິງຜູ້ຊົມໃຊ້ໄຟຟ້າທົ່ວ ປະເທດໃຫ້ພຽງພໍ ແລະ ມີຄວາມ ສະຖຽນລະພາບ. ມາຮອດປັດຈຸບັນ, ທົ່ວປະເທດມີສະຖານີໄຟຟ້າແຮງສູງ ທັງໝົດ 86 ແຫ່ງ, ລວມກໍາລັງຕິດ ຕັ້ງທັງໝົດ 9.236 MVA (ເມກາ ໂວນແອັມແປ). ໃນນັ້ນ, ປະກອບມີ: ລະບົບສາຍສົ່ງໄຟຟ້າແຮງສູງ 115 kV ຫາ 500 kV ລວງຍາວທັງໝົດ 11.334 km/ວົງຈອນ; ລະບົບ ຕາຂ່າຍແຮງດັນກາງ 22-35 kV ທັງໝົດ 39.599 km/ວົງຈອນ; ລະບົບຕາຂ່າຍແຮງດັນຕໍ່າ 0,4 kV ທັງໝົດ 25.978 km/ວົງຈອນ; ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 43.149 ໜ່ວຍ, ລວມກໍາລັງຕິດຕັ້ງ 8.611 MVA; ມີຈໍານວນໝໍ້ນັບ ໄຟທີ່ຢູ່ໃນການຄຸ້ມຄອງຂອງໄຟຟ້າ ລາວທັງໝົດ 1.835.550 ໜ່ວຍ. ໃນປີ 2026 ນີ້, ໄຟຟ້າລາວ ຈະສືບຕໍ່ຈັດຕັ້ງປະຕິບັດກໍານົດ ບັນດາໜ້າວຽກຈຸດສຸມທີ່ເປັນບຸລິ ມະສິດ ເພື່ອສຸມໃສ່ສືບຕໍ່ດໍາເນີນ ການໃຫ້ມີຜົນສໍາເລັດຕາມລະດັບ ຄາດໝາຍ, ສືບຕໍ່ຈັດຕັ້ງຜັນຂະ ຫຍາຍ, ປະກອບສ່ວນວຽກງານ ຢ່າງຕັ້ງໜ້າຕາມແຜນພັດທະນາອຸດ ສາຫະກໍາ ແລະ ການຄ້າ ໃຫ້ບັນລຸ ຜົນສໍາເລັດຕາມຄາດໝາຍພາຍໃຕ້ ຕາມຄໍາຂວັນ: “ເສີມຂະຫຍາຍ ທ່າແຮງຂອງຂະແໜງອຸດສາຫະ ກໍາ ແລະ ການຄ້າ ໃຫ້ເປັນກໍາລັງ ຂັບເຄື່ອນເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງໜັກແໜ້ນ”. ພ້ອມນີ້, ຍັງຈະຊຸກຍູ້ແຜນພັດທະນາ ໂຄງການພະລັງງານໄຟຟ້າແສງ ຕາເວັນ ຂະໜາດໃຫຍ່ ແລະ ຂະ ໜາດນ້ອຍທີ່ເປັນແຜນບຸລິມະສິດ ເລັ່ງດ່ວນປີ 2025-2027. ໃນນັ້ນ, ຈະເລັ່ງກໍ່ສ້າງໂຄງການເຂື່ອນໄຟ ຟ້ານໍ້າງື່ມ 3 (ທີ່ເປັນຂອງ ຟຟລ) ໃຫ້ສໍາເລັດຕາມແຜນຄາດຄະເນ ໄວ້ໃນປີ 2027; ຊຸກຍູ້ໂຄງການ ພະລັງງານແສງຕາເວັນຂະໜາດ ໃຫຍ່ 12 ຈຸດ, ລວມກໍາລັງການຕິດ ຕັ້ງ 830 MW ໃນຂອບເຂດທົ່ວ ປະເທດ ໄລຍະເລັ່ງດ່ວນ ປີ 20252027; ຄົ້ນຄວ້າແຫລ່ງຜະລິດແບບ ປະສົມປະສານໃຫ້ຫລາກຫລາຍປະ ເພດ ເພື່ອຮອງຮັບການເພີ່ມຂຶ້ນຂອງ ແຜນຄວາມຕ້ອງການຊົມໃຊ້ໄຟຟ້າ ໃນແຕ່ລະໄລຍະ; ປັບປຸງລະບົບຈໍາ ໜ່າຍໃນຂອບເຂດທົ່ວປະເທດ ໂດຍ ສະເພາະໃນນະຄອນຫລວງວຽງຈັນ ໃຫ້ມີຄວາມຮັບປະກັນສູງ ເພື່ອຫລຸດ ຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ). ພ້ອມນີ້, ຍັງຈະເພີ່ມທະວີຄວາມ ເອົາໃຈໃສ່ຄົ້ນຄວ້າ ແລະ ວາງແຜນ ກະກຽມຄວາມພ້ອມໃນການສະ ໜອງໄຟໃຫ້ມີຄວາມສະຖຽນ, ຫລີກ ລ່ຽງບັນຫາໄຟຕົກ-ໄຟມອດເປັນ ບໍລິເວນກວ້າງ ເພື່ອຮັບປະກັນການ ສະໜອງໄຟໃຫ້ແກ່ສັງຄົມ ໂດຍ ສະເພາະໃນຊ່ວງລະດູຮ້ອນທີ່ຈະ ມາເຖິງນີ້ ແລະ ປັບປຸງລະບົບສົ່ງ 115 kV ແລະ ຍົກລະດັບໝໍ້ແປງ ຢູ່ບັນດາສະຖານີໄຟຟ້າຂອງໄຟຟ້າ ລາວ ໃນຂອບເຂດທົ່ວປະເທດ ໂດຍ ສະເພາະໃນຂົງເຂດທີ່ມີແຜນຄວາມ ຕ້ອງການຊົມໃຊ້ໄຟຫລາຍ ເພື່ອ ປັບປຸງລະບົບໄຟຟ້າໃຫ້ສາມາດສະ ໜອງພະລັງງານໃຫ້ພຽງພໍກັບແຜນ ຄວາມຕ້ອງການແຕ່ລະໄລຍະ ແລະ ລະບົບມີຄວາມໝັ້ນຄົງ. ຂ່າວ: ທະນູທອງ; ຂໍ້ມູນ: ຟຟລ

RkJQdWJsaXNoZXIy MTc3MTYxMQ==