7221

xtgmf]k; 6 23/02/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ xu oU 7kf;j k9t,u oa dmj v'mj P;9u o g0Q k,kmj P;]k;gru j ,0B o 2 ]h kogmn j v7q o dkodtmezy f8+ 7;k,lts'q [0v'-kf ຂປລ. ມາພໍ້ກັນອີກເທື່ອໜຶ່ງກັບ ຄໍລຳ “ຊີວິດ-ກົດໝາຍ” ຂອງໜັງ ສືພິມປະເທດລາວ ຊຶ່ງສະບັບນີ້, ຍັງ ສືບຕໍ່ມາສະເໜີປະມວນກົດໝາຍ ອາຍາໃຫ້ທ່ານຜູ້ອ່ານຕື່ມ ໂດຍຂໍ ສະເໜີ “ພາກທີ II; ພາກສະເພາະ; ໝວດທີ1”(ການກະທໍາຜິດຕໍ່ຄວາມ ສະຫງົບຂອງຊາດ), ໃນໝວດທີ 1 ນີ້, ປະກອບມີມາດຕາ 110 ຫາ ມາດຕາ 139, ແຕ່ສະບັບນີ້ ຂໍສະ ເໜີມາດຕາ 110 ຫາ 114 ຊຶ່ງສະ ບັບໜ້າຈຶ່ງຈະມາສະເໜີຕື່ມ. ຢູ່ໃນມາດຕາ 110 ການທໍລະ ຍົດຕໍ່ຊາດ ໄດ້ລະບຸວ່າ: ພົນລະເມືອງ ລາວ ຜູ້ທີ່ໄດ້ເຄື່ອນໄຫວພົວພັນ ແລະ ຮ່ວມມືກັບຄົນຕ່າງປະເທດ ຫລື ອົງການຈັດຕັ້ງຕ່າງປະເທດ ໂດຍ ມີເຈດຕະນາທຳລາຍຄວາມເປັນ ເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະ ໂຫຍດອັນຍິ່ງໃຫຍ່ທາງດ້ານການ ເມືອງ, ການປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ, ເສດຖະກິດ, ວັດ ທະນະທຳ ແລະ ສັງຄົມ ຂອງສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຈະຖືກລົງໂທດຕັດອິດສະ ລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 500.000.000 ກີບ, ອາດຈະຖືກຮິບຊັບ ແລະ ອາດຈະ ຖືກຈໍາກັດທີ່ຢູ່ ຫລື ຕັດອິດສະລະ ພາບຕະຫລອດຊີວິດ ແລະ ຈະຖືກ ປັບໃໝ ແຕ່ 50.000.000 ກີບ ຫາ 700.000.000 ກີບ ຫລື ປະຫານ ຊີວິດ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດ ກໍຈະຖືກລົງໂທດ. ພົນລະ ເມືອງລາວ ຜູ້ທີ່ຖືກຄົນຕ່າງປະເທດ ຫລື ອົງການຈັດຕັ້ງຕ່າງປະເທດ ມອບໝາຍໃຫ້ກະທຳຜິດ ແຕ່ໄດ້ ສະໝັກໃຈລາຍງານເຫດການໃຫ້ ເຈົ້າໜ້າທີ່ຮູ້ລ່ວງໜ້າ ແລະ ຍັງບໍ່ ທັນໄດ້ລົງມືກະທຳຜິດນັ້ນ ຈະບໍ່ຖືກ ລົງໂທດ. ມາດຕາ 111 ການກະບົດ; ພົນ ລະເມືອງລາວຜູ້ໃດ ຫາກໄດ້ຈັດຕັ້ງ ຫລື ເຂົ້າຮ່ວມການເຄື່ອນໄຫວກໍ່ ຄວາມວຸ້ນວາຍ ເພື່ອໂຄ່ນລົ້ມອຳ ນາດການປົກຄອງ ຫລື ເພື່ອເຮັດ ໃຫ້ອຳນາດການປົກຄອງອ່ອນເພຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກ ປັບໃໝ ແຕ່ 10.000.000 ກີບ ຫາ 500.000.000 ກີບ, ອາດຈະ ຖືກຮິບຊັບ ແລະ ອາດຈະຖືກຈຳ ກັດທີ່ຢູ່ ຫລື ຕັດອິດສະລະພາບ ຕະຫລອດຊີວິດ ແລະ ຈະຖືກປັບ ໃໝແຕ່ 50.000.000 ກີບ ຫາ 700.000.000 ກີບ ຫລື ປະຫານ ຊີວິດ. ການກະກຽມໃຫ້ແກ່ການ ກະທຳຜິດ, ຄວາມພະຍາຍາມກໍ່ ການກະທຳຜິດ ກໍຈະຖືກລົງໂທດ. ມາດຕາ 112 ການເປັນນັກສືບ ສອດແນມ; ຄົນຕ່າງປະເທດ, ຄົນ ຕ່າງດ້າວ ຫລື ຄົນບໍ່ມີສັນຊາດ ຜູ້ໃດ ຫາກໄດ້ເຄື່ອນໄຫວເກັບກຳ ຂ່າວ, ຂໍ້ມູນ, ວັດຖຸ, ການດຳເນີນ ງານ ຫລື ເອກະສານທາງຄອມພິວ ເຕີ ຫລື ເອກະສານກ່ຽວກັບຄວາມ ລັບຂອງລັດ ຫລື ຄວາມລັບທາງ ລັດຖະການ ເພື່ອກໍ່ຄວາມເສຍຫາຍ ຫລື ມ້າງເພ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສິບປີ ຫາ ຊາວປີ ແລະ ຈະຖືກປັບ ໃໝ ແຕ່ 5.000.000 ກີບ ຫາ 300.000.000 ກີບ, ອາດຈະຖືກ ຮິບຊັບ, ຖືກຈໍາກັດທີ່ຢູ່ ຫລື ຖືກ ເນລະເທດ ຫລື ຕັດອິດສະລະພາບ ຕະຫລອດຊີວິດ ແລະ ຈະຖືກປັບ ໃໝແຕ່ 30.000.000 ກີບ ຫາ 400.000.000 ກີບ ຫລື ປະຫານ ຊີວິດ. ບຸກຄົນໃດ ຫາກໄດ້ເຄື່ອນໄຫວ ເກັບກຳຂ່າວ, ຂໍ້ມູນ, ວັດຖຸ, ການດໍາ ເນີນງານ ຫລື ເອກະສານທາງຄອມ ພິວເຕີ ຫລື ເອກະສານກ່ຽວກັບ ຄວາມລັບຂອງລັດ ຫລື ຄວາມລັບ ທາງລັດຖະການ ສົ່ງໃຫ້ພວກທໍລະ ຍົດ ຫລື ກະບົດຕໍ່ຊາດ ເພື່ອມ້າງເພ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວຈະຖືກລົງໂທດຕັດອິດສະ ລະພາບແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 200.000.000 ກີບ, ອາດຈະ ຖືກຮິບຊັບ ແລະ ອາດຈະຖືກຈຳກັດ ທີ່ຢູ່. ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6ລ້ານເທື່ອຄົນໃນນັ້ນນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ ເພື່ອເດີນທາງໄປມາຫາ ສູ່ກັນລະຫວ່າງອາຊຽນ, ຈີນ ແລະ ເອີຣົບ. ຫລາຍຊຸມປີຜ່ານມານີ້, ອຸດສາຫະ ກໍາທ່ອງທ່ຽວແມ່ນໜຶ່ງໃນຂະແໜງສໍາ ຄັນທີ່ສ້າງລາຍໄດ້ອັນດັບຕົ້ນໆຂອງ ຊາດ ແລະ ຍັງຂັບເຄື່ອນເສດຖະກິດ ຈາກສູນກາງຈົນຮອດທ້ອງຖິ່ນໄດ້ ຢ່າງແທດເຖິງ ເຊິ່ງສາມາດຊ່ວຍກະ ຈາຍລາຍໄດ້, ສ້າງອາຊີບ ແລະ ເພີ່ມ ພະລັງການຜະລິດຫລາຍຂຶ້ນ. ດັ່ງທີ່ ພວກເຮົາຮູ້ນໍາກັນກ່ອນການລະບາດ ຂອງພະຍາດໂຄວິດ-19 ມີນັກທ່ອງ ທ່ຽວຕ່າງປະເທດເກືອບ5ລ້ານເທື່ອຄົນ ເຂົ້າມາຢ້ຽມຢາມລາວ ໃນນັ້ນມີນັກທ່ອງ ທ່ຽວຈີນ 1 ລ້ານກວ່າເທື່ອຄົນ ເຊິ່ງສາ ມາດສ້າງລາຍໄດ້ທັງໝົດເຂົ້າປະເທດ ເກືອບ 700 ລ້ານໂດລາ ເຊິ່ງລາຍໄດ້ ດັ່ງກ່າວນີ້ຖືວ່າສູງກວ່າຂະແໜງການ ກະສິກໍາ ແລະ ບາງທຸລະກິດອື່ນໆອີກ. ພາຍຫລັງສິ້ນສຸດການລະບາດພະຍາດ ໂຄວິດ-19 ແລະ ເປີດປະເທດອີກຄັ້ງ ໃນປີ 2022, ບວກກັບໄລຍະເປີດໃຫ້ ບໍລິການເສັ້ນທາງລົດໄຟ ລາວ-ຈີນ ໃນປີ 2021 ປະກົດວ່າຈໍານວນນັກ ທ່ອງທ່ຽວຕ່າງປະເທດຍັງສືບຕໍ່ກັບ ມາຢ້ຽມຢາມ ສປປ ລາວຄືນໃໝ່ ແລະ ຕົວເລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ ລາວບໍ່ໄດ້ມີມົນສະເໜ່ພຽງແຕ່ແຫລ່ງ ທ່ອງທ່ຽວດ້ານມໍລະດົກໂລກ, ທໍາມະ ຊາດທີ່ອຸດົມສົມບູນ, ວັດທະນະທໍາທີ່ ມີເອກະລັກ, ຜູ້ຄົນຍິ້ມແຈ່ມໃສເທົ່ານັ້ນ, ແຕ່ລາວຫາກຍັງຕັ້ງຢູ່ບົນພື້ນຖານ ສໍາຄັນທີ່ມີເສັ້ນທາງລົດໄຟລາວ-ຈີນ ເຊື່ອມໂຍງກັບພາກພື້ນ-ສາກົນ, ຊາວ ລາວບັນດາເຜົ່າຮັກສັນຕິພາບ, ຄວາມ ສະຫງົບສຸກ, ສ້າງເພື່ອນມິດທີ່ດີກັບວົງ ຄະນຍາດາສາກົນ ອື່ນໆ. ຫລາຍທົດສະຕະວັດຜ່ານມານີ້, ພາຍໃຕ້ການຮ່ວມມື ລາວ-ຈີນ ແລະ ເພື່ອນມິດສາກົນອື່ນໆໄດ້ປູພື້ນຖານສໍາ ຄັນປະກອບສ່ວນຊຸກຍູ້ການເຕີບໂຕ ດ້ານເສດຖະກິດ ແລະ ປ່ຽນແປງໃບ ໜ້າໃໝ່ຂອງປະເທດຢ່າງຕັ້ງໜ້າ ເລີ່ມ ຈາກການຟື້ນຟູເສດຖະກິດໃຫ້ຟື້ນຄືນ ຫລັງໂຄວິດ, ເພີ່ມບັນຊີສິນຄ້າຂອງ ລາວ ຫລາຍກວ່າ 70 ລາຍການ ສົ່ງອອກຈີນ, ຍູ້ໜູນໃຫ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຮັບຜົນປະໂຫຍດຮ່ວມກັນ ຮອບດ້ານ ພາຍໃຕ້ຂໍ້ລິ “ເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ”, ໃຫ້ທຶນການສຶກສາ ຢ່າງຫລວງຫລາຍເພື່ອສ້າງບຸກຄະລາ ກອນຄຸນນະພາບໃໝ່ ຊ່ວຍຍູ້ແຮງການ ເຕີບໂຕໃນອະນາຄົດ, ຄົນລາວໄດ້ມີໂອ ກາດເລືອກຊື້ສິນຄ້າທີ່ມີຄວາມຫລາກ ຫລາຍດ້ວຍລາຄາແບບສົມທຽບກັນ ລະຫວ່າງຜະລິດຕະພັນຕາເວັນຕົກ ແລະ ຕາເວັນອອກ ເພີ່ມຂຶ້ນ, ສົ່ງເສີມ ໃຫ້ນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຢາມ ລາວຫລາຍຂຶ້ນ ເພື່ອຊ່ວຍໃຫ້ເສດຖະ ກິດລາວ ຂະຫຍາຍຕົວຂຶ້ນເປັນກ້າວໆ. ເມື່ອບໍ່ດົນມານີ້, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ແລະ ເຜີຍ ແຜ່ບົດລາຍງານແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີວ່າ: ຈະສູ້ຊົນເຮັດ ໃຫ້ເສດຖະກິດ ເຕີບໂຕບໍ່ຫລຸດ 6% ຕໍ່ ປີ ແຕ່ນີ້ຮອດປີ 2030 ໃນນັ້ນ ລວມ ມີແຜນການພັດທະນາສີຂຽວຍືນຍົງ, ການຫັນເປັນອຸດສາຫະກໍາທັນສະໄໝ, ການຫັນເປັນດີຈິຕອນ ແລະ ການທ່ອງ ທ່ຽວອື່ນໆ ແມ່ນເປັນບຸລິມະສິດສໍາ ຄັນຂອງລັດຖະບານເພື່ອສ້າງແຮງ ຂັບເຄື່ອນໃຫ້ແກ່ການພັດທະນາເສດ ຖະກິດສີຂຽວຍືນຍົງ, ສ້າງວຽກເຮັດ ງານທໍາ, ກະຈາຍການສ້າງລາຍໄດ້ລົງ ສູ່ທ້ອງຖິ່ນ ແລະ ກ້າວໄປສູ່ການຫລຸດ ພົ້ນຄວາມທຸກຍາກເປັນກ້າວໆ. ພ້ອມ ດຽວກັນນີ້, ການພັດທະນາພື້ນຖານ ໂຄງລ່າງ ທີ່ມີຄຸນນະພາບເພື່ອເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນນັ້ນ ກໍຍັງເປັນວຽກຈໍາເປັນຮີບ ດ່ວນ ຕ້ອງເອົາໃຈໃສ່ເພື່ອຍູ້ແຮງໃຫ້ ແກ່ການຂົນສົ່ງສິນຄ້າ, ການບໍລິການ ແລະ ການເດີນທາງໄປມາຫາສູ່ກັນ ສະດວກຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ທ່ານ ເຫລັກ ໄຫລ ສີວິໄລ ລັດຖະມົນຕີກະຊວງໂຍ ທາທິການແລະ ຂົນສົ່ງ(ຍທຂ) ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນກ່ຽວກັບການ ພັດທະນາພື້ນຖານໂຄງລ່າງເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ ໂດຍສະເພາະເສັ້ນທາງລົດໄຟລາວຈີນ ໃນໂອກາດເຂົ້າຮ່ວມກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງ ພັກປະຊາຊົນປະຕິວັດລາວ ວ່າ: ນັບ ແຕ່ເລີ່ມເປີດບໍລິການທາງລົດໄຟລາວ- ຈີນ(ວັນທີ3ທັນວາ 2021)ປັດຈຸບັນ ໄດ້ສ້າງຕົວເລກສະຖິຕິທີ່ໜ້າປະທັບໃຈ ທັງສອງດ້ານຄື: ດ້ານການຂົນສົ່ງຜູ້ ໂດຍສານ, ສະເພາະໃນ ສປປ ລາວ ຂົນ ສົ່ງຜູ້ໂດຍສານໄດ້ທັງໝົດ 12 ລ້ານ ເທື່ອຄົນ, ຕະຫລອດເສັ້ນທາງ (ວຽງ ຈັນ-ຄຸນໝິງ) ຂົນສົ່ງໄດ້ສູງເຖິງ 62 ລ້ານເທື່ອຄົນ; ດ້ານການຂົນສົ່ງສິນຄ້າ ສະເພາະໃນ ສປປ ລາວ ສາມາດລຳ ລຽງສິນຄ້າໄດ້16ລ້ານໂຕນ,ຕະຫລອດ ເສັ້ນທາງຕົວເລກການຂົນສົ່ງສິນຄ້າ ສູງເຖິງ 72 ລ້ານໂຕນ ແລະ ທ່ານ ຍອມຮັບວ່າການນໍາໃຊ້ລະບົບຂົນສົ່ງ ທາງລົດໄຟນີ້ຊ່ວຍຫລຸດຜ່ອນຕົ້ນທຶນ ແລະ ປະຢັດເວລາໃນການຂົນສົ່ງ ຢ່າງຫລວງຫລາຍ.ພ້ອມນັ້ນ,ດ້ານເສດ ຖະກິດ ແລະ ການທ່ອງທ່ຽວທາງ ລົດໄຟສາຍນີ້ໄດ້ກາຍເປັນແມ່ເຫລັກ ດຶງດູດຜູ້ໂດຍສານ ແລະ ນັກທ່ອງທ່ຽວ ສາກົນເຂົ້າມາລາວໄດ້ເຖິງ 12 ກວ່າ ລ້ານຄົນ, ສາມາດສ້າງລາຍຮັບເປັນ ເງິນຕາຕ່າງປະເທດເຂົ້າສູ່ລະບົບ ເສດຖະກິດໄດ້ກວ່າ 2,6 ຕື້ໂດລາ. ທ່ານລັດຖະມົນຕີ ຍທຂ ກ່າວຕື່ມ ວ່າ: ເພື່ອສືບຕໍ່ຂະຫຍາຍໝາກຜົນ ດັ່ງກ່າວ ລັດຖະບານໄດ້ວາງແຜນ ຍຸດທະສາດທີ່ຕັ້ງໜ້າໃນໄລຍະ 5 ປີຕໍ່ ໜ້າ (2026-2030) ຄື: ນັກທ່ອງ ທ່ຽວສາກົນຕັ້ງເປົ້າໃຫ້ບັນລຸ 22 ລ້ານ ຄົນ, ຄາດຄະເນລາຍຮັບປະມານ 8 ຕື້ ໂດລາ, ນັກທ່ອງທ່ຽວພາຍໃນສູ້ຊົນໃຫ້ ໄດ້ 11 ລ້ານຄົນ, ຄາດຄະເນລາຍຮັບ 5 ຕື້ໂດລາ, ການຂະຫຍາຍເຄືອຂ່າຍ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງຈະສືບຕໍ່ ຍົກລະດັບການເຊື່ອມຕໍ່ລະຫວ່າງເສັ້ນ ທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ ໃຫ້ມີຄວາມຄ່ອງຕົວ ແລະ ກາຍເປັນ ສູນກາງໂລຈິສຕິກຂອງພາກພື້ນ, ເສັ້ນທາງໃໝ່ຄາດວ່າຈະເລີ່ມລົງມື ກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ (ໄລຍະແຂວງຄຳມ່ວນ ຫາ ຊາຍແດນ ຫວຽດນາມ) ໃນຕົ້ນປີນີ້ ແລະ ເລີ່ມ ສຶກສາຄວາມເປັນໄປໄດ້ໃນການສ້າງ ທາງລົດໄຟວຽງຈັນ-ປາກເຊ ເພື່ອ ເຊື່ອມຕໍ່ລົງສູ່ພາກໃຕ້ຕື່ມອີກ. ກ່ອນໜ້ານີ້ບໍ່ພໍເທົ່າໃດເດືອນ, ສື່ມວນ ຊົນຈາກປະເທດເພື່ອນບ້ານ (ກຣຸງ ເທບທຸລະກິດ) ໄດ້ເຜີຍແຜ່ບົດວິເຄາະ ວ່າລາວກໍາລັງຟື້ນຊີບອີກຄັ້ງຈິງ ຫລື ບໍ່? ຫລັງຕ້ອງຜະເຊີນໜ້າກັບຄວາມ ທ້າທາຍຈາກສະພາບເສດຖະກິດ ແລະ ເງິນເຟີ້ ແຕ່ປັດຈຸບັນນີ້ ມີສັນຍານ ສະແດງໃຫ້ເຫັນວ່າ: ເສດຖະກິດຂອງ ລາວກໍາລັງຟື້ນຕົວຢ່າງໜ້າສົນໃຈ ອັນເປັນຜົນມາຈາກແຮງຂັບເຄື່ອນ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ ດຶງດູດທຶນຮອນຈໍານວນຫລາຍຈາກ ຕ່າງປະເທດເຂົ້າມາລາວ, ໂດຍສະ ເພາະນັກລົງທຶນຈີນ ແລະ ຊາດອື່ນໆ, ແຕ່ອີກມຸມໜຶ່ງຄາດວ່າຈີນອາດຕັ້ງໃຈ ຊ່ວຍເຫລືອລາວຢ່າງມີໄລຍະສໍາຄັນ ດ້ວຍການອັດສີດທຶນຮອນເຂົ້າມາ ລົງທຶນລາວເພີ່ມຂຶ້ນ ແລະ ລະດົມນັກ ທ່ອງທ່ຽວຈີນໃຫ້ເຂົ້າມາທ່ອງທ່ຽວ ລາວເພີ່ມຂຶ້ນເພື່ອຊຸກຍູ້ເສດຖະກິດລາວ ໃຫ້ສືບຕໍ່ກ້າວໄປຢ່າງໝັ້ນຄົງ. ທ່ານ ດູນຄັນ ກຣີນຟີວ ເຕີກ (Duncan Greenfield-Turk), ຜູ້ກໍ່ຕັ້ງບໍລິສັດໂກລບອນເທຣເວວໂມ ເມັນ (Global Travel Moments) ໄດ້ໃຫ້ຄວາມເຫັນຜ່ານບົດຄວາມ ຕົນເອງວ່າ: “ລາວແມ່ນໜຶ່ງໃນ ຄວາມລັບ ທີ່ຖືກຮັກສາໄວ້ດີທີ່ສຸດ ຂອງອາຊີຕາເວັນອອກສ່ຽງໃຕ້” ປີ 2026 ຈະເປັນປີທີ່ປະເທດລາວເລີ່ມ ດຶງດູດນັກທ່ອງທ່ຽວທີ່ມີຄວາມນິຍົມ ສູງ ດ້ວຍການເຂົ້າເຖິງສະຖານທີ່ ທ່ອງທ່ຽວທີ່ງ່າຍຂຶ້ນໃນລະດັບພາກ ພື້ນ, ມີໂຮງແຮມຫລູຫລາລະດັບໂລກ, ບ້ານເມືອງມີຄວາມສະຫງົບ, ຜູ້ຄົນ ເປັນມິດທີ່ດີຫລາຍ, ມີພື້ນຖານໂຄງ ລ່າງເຊື່ອມໂຍງກັບພາກພື້ນສາກົນໄດ້ ດີໂດຍສະເພາະເສັ້ນທາງລົດໄຟ. ນອກຈາກນັ້ນ,ວາລະສານທ່ອງທ່ຽວ ສາກົນ(InsideTraveller)ແລະເວັບ ໄຊອາຊຽນອອນ (ASEANAl l) ຍັງເປີດເຜີຍບົດລາຍງານວ່າ: ລາວ ໄດ້ຮັບການຈັດອັນດັບສູງຂອງໂລກ ເປັນຈຸດໝາຍປາຍທ່ອງທ່ຽວຍອດ ນິຍົມສຳລັບປີ 2026, ໂດຍເນັ້ນໃຫ້ ເຫັນຄຸນຄ່າດັ່ງນີ້: ເປົ້າໝາຍການທ່ອງ ທ່ຽວແບບປະຢັດດ້ວຍຄ່າໃຊ້ຈ່າຍຕໍ່ມື້ ພຽງ 17-25 ໂດລາສຳລັບທີ່ພັກ, ອາ ຫານ ແລະການຂົນສົ່ງ;ທຳມະຊາດອັນ ສວຍງາມຍັງບໍ່ໄດ້ຖືກທຳລາຍຫລາຍ (ພູຜາປ່າໄມ້, ແມ່ນໍ້າ, ທົ່ງພຽງ) ເຊິ່ງໃຫ້ຄວາມຮູ້ສຶກເຖິງຄວາມກວ້າງ ຂວາງ ແລະ ມີຄວາມບໍລິສຸດຂອງທຳ ມະຊາດ; ບັນຍາກາດທີ່ສະຫງົບກັບ ປະສົບການດ້ານວັດທະນະທຳ, ເໝາະ ສໍາລັບຜູ້ທ່ອງທ່ຽວທີ່ຕ້ອງການພັກ ຜ່ອນ ແລະ ໜີຈາກຄວາມວຸ້ນວາຍ; ການເຂົ້າເຖິງສະຖານທີ່ໄດ້ງ່າຍແລະ ດີ ຂຶ້ນ, ພື້ນຖານໂຄງລ່າງໃໝ່, ໂດຍສະ ເພາະ ລົດໄຟ ລາວ-ຈີນໄດ້ຊ່ວຍຫລຸດ ເວລາໃນການເດີນທາງ, ປະຢັດຄ່າໂດຍ ສານເພີ່ມຂຶ້ນ, ເຮັດໃຫ້ການເຂົ້າເຖິງ ສະຖານທີ່ທ່ອງທ່ຽວຕ່າງໆງ່າຍຂຶ້ນ ແລະ ມີຄວາມປອດໄພຫລາຍທີ່ສຸດ. ເຖິງແນວໃດກໍດີ, ປັດໄຈທີ່ເຮັດ ໃຫ້ລາວໂດດເດັ່ນໃນສາຍຕາຂອງຜູ້ ຊ່ຽວຊານລະດັບໂລກ ແລະ ທ່ອງທ່ຽວ ທົ່ວໂລກທີ່ກວມລວມເອົາ ຄື: ທຳມະ ຊາດອັນງົດງາມທີ່ຍັງຄົງຄວາມບໍລິ ສຸດ-ແມ່ນ້ຳຂອງອັນຍິ່ງໃຫຍ່ທີ່ໄຫລ ຜ່ານພູມສັນຖານພູຜາປ່າດົງອັນສະ ຫງ່າງາມ; ມໍລະດົກວັດທະນະທຳທີ່ ຫລາກຫລາຍສະຖາປັດຕະຍະກຳອານາ ນິຄົມຝຣັ່ງທີ່ມີເອກະລັກ, ຊາກສົງຄາມ ອິນດູຈີນເປັນຮ່ອງຮອຍປະຫວັດສາດ, ວັດວາອາຮາມທາງພຸດທະສາສະໜາ ນັບບໍ່ຖ້ວນ; ປະສົບການທ່ອງທ່ຽວທີ່ ແທ້ຈິງ ບໍ່ມີຄວາມແອອັດຂອງນັກທ່ອງ ທ່ຽວຫລາຍ, ເຮັດໃຫ້ໄດ້ສຳຜັດກັບ ວິຖີຊີວິດຂອງປະຊາຊົນທ້ອງຖິ່ນຢ່າງ ແທ້ຈິງ; ການພັດທະນາພື້ນຖານໂຄງ ລ່າງທີ່ດີຂຶ້ນໂດຍສະເພາະເສັ້ນທາງລົດ ໄຟ ລາວ-ຈີນ ທີ່ເຊື່ອມຕໍ່ການເດີນທາງ ລະຫວ່າງແຂວງຕ່າງໆເຂົ້າກັບພາກ ພື້ນ-ສາກົນສະດວກສະບາຍ ແລະ ມີ ຄວາມປອດໄພຫລາຍຂຶ້ນ, ໄດ້ຫລໍ່ ຫລອມໃຫ້ເກີດມີຄວາມສົມບູນແບບ ໄດ້ຢ່າງໜ້າສົນໃຈ.

RkJQdWJsaXNoZXIy MTc3MTYxMQ==