7221

23/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K gru j ,mt;u dkooerk{-U oe 0v'vq '7totra dm5 d0A o 8+ dkog]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ມາພໍ້ກັນອີກໃນມຶ້ນີ້“ໜັງ ສືພິມປະເທດລາວ” ຈະຂໍສືບຕໍ່ນຳ ສະເໜີຄຳຖາມ-ຄຳຕອບກ່ຽວກັບ ການເສີມຂະຫຍາຍ ແລະ ປະຕິບັດ ສິດເປັນເຈົ້າຂອງປະຊາຊົນລາວ ບັນດາເຜົ່າ ໃຫ້ບັນດາທ່ານຜູ້ອ່ານ ໄດ້ຮັບຮູ້ ຊຶ່ງມີລາຍລະອຽດດັ່ງນີ້: ຄໍາຖາມທີ 11:ໍີ ເພື່ອສືບຕໍ່ເສີມ ຂະຫຍາຍ ແລະ ປະຕິບັດສິດເປັນ ເຈົ້າ ຂອງປະຊາຊົນລາວ ບັນດາ ເຜົ່າ, ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງລາວ ຢ່າງຖືກຕ້ອງນັ້ນ ພວກເຮົາຕ້ອງເຮັດແນວໃດ? ຕອບ: ຢາກເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງປະຊາຊົນ ລາວບັນດາເຜົ່າ, ສິດ ແລະ ພັນທະ ພື້ນຖານຂອງພົນລະເມືອງລາວ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມ ແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍ ຂອງລັດນັ້ນ ພວກເຮົາຕ້ອງເອົາໃຈ ໃສ່ປະຕິບັດ ດັ່ງນີ້: ໜຶ່ງ:ຶ່ ຕ້ອງເຊີດຊູນ້ໍາໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງ ນອນ, ເສີມຂະຫຍາຍສະຕິຊາດ ln [8+ glu ,0tspkp c]t xt8y [a f ly fgxa og9Q k0v'xt-k-q o]k;[a ofkgzq j k ເອກະລາດ ເປັນເຈົ້າຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ຕ້ານ ແນວຄິດເອື່ອຍອີງ, ຄອງຄອຍ, ຂີ້ ຄ້ານມັກງ່າຍ, ຖືສິດຜົນປະໂຫຍດ ສ່ວນຕົວສູງກວ່າສິດຜົນປະໂຫຍດ ສ່ວນລວມຂອງຊາດ, ກ່ອນຈະ ເຮັດຫຍັງລົງໄປກໍຕ້ອງຄໍານຶງວ່າ ສິ່ງທີ່ຈະເຮັດນັ້ນມີຜົນປະໂຫຍດໃຫ້ ແກ່ຊາດ ແລະ ແກ່ປະຊາຊົນແນວ ໃດ, ຖ້າຫາກມີຜົນປະໂຫຍດໃຫ້ແກ່ ຕົນເອງ ແຕ່ເປັນການສ້າງຄວາມ ເສຍຫາຍໃຫ້ແກ່ປະເທດຊາດ ແລະ ປະຊາຊົນແລ້ວ ກໍບໍ່ຕ້ອງເຮັດ. ສອງ: ຕ້ອງຮູ້ນໍາໃຊ້ສິດຂອງ ຕົນ ໃຫ້ຖືກຕ້ອງຕາມກົດໝາຍຂອງ ບ້ານເມືອງ, ຫລີກລ່ຽງການປະພຶດ ທຸກຢ່າງ ທີ່ຝືນຕໍ່ກົດໝາຍ, ລະບຽບ ການບ້ານເມືອງ, ຝືນຕໍ່ຜົນປະໂຫຍດ ລວມຂອງປະເທດຊາດ ແລະ ຂອງ ປະຊາຊົນ. ໃນສະເພາະໜ້ານີ້ ໃຫ້ມີ ຄວາມຕື່ນຕົວສະໝັກໃຈໄປໃຊ້ສິດ ປ່ອນບັດເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຢ່າງ ຫ້າວຫັນ ແລະ ຄົບຖ້ວນ. ສາມ: ມີຄວາມຫ້າວຫັນ, ກະຕື ລືລົ້ນ ໃນການປະຕິບັດລັດຖະທໍາມະ ນູນ, ກົດໝາຍ, ມະຕິ, ຄໍາສັ່ງ ຂອງ ພັກ ແລະ ລັດ, ອອກແຮງສ້າງ ເສດຖະກິດ, ແກ້ໄຂຊີວິດການເປັນ ຢູ່ຂອງຕົນ ແລະ ຄອບຄົວ ໃຫ້ມີຢູ່ມີ ກິນ, ມີເງິນໃຊ້ຈ່າຍໃຫ້ລູກຫລານໄປ ຮໍ່າຮຽນ ແລະ ປິ່ນປົວສຸຂະພາບ; ຍົກ ສູງຄວາມເປັນເຈົ້າການ ໃນການສະ ກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ ຕ່າງໆ ພາຍໃນບ້ານ ແລະ ຄອບຄົວ ເຊັ່ນ: ໄພສັງຄົມ, ການພະນັນ, ຢາ ເສບຕິດ, ໂສເພນີ, ຄ້າຂາຍເຖື່ອນ, ຂີ້ລັກງັດແງະ ແລະ ອື່ນໆ. ສີ່: ີ່ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ, ຮ່ວມມືກັບອົງການຈັດຕັ້ງຕ່າງໆ ໂດຍສະເພາະອົງການປົກຄອງ ເພື່ອ ປັບປຸງ ແລະ ພັດທະນາບ້ານຊ່ອງ ຂອງຕົນໃຫ້ເປັນບ້ານພັດທະນາ, ປະຊາຊົນທຸກຄອບຄົວມີຢູ່ມີກິນ, ມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ. ຫ້າ: ້ເຊີດຊູສະຕິລະວັງຕົວໃຫ້ ສູງຢູ່ສະເໝີ, ຕ້ານກົນອຸບາຍ ແລະ ການທໍາລາຍມ້າງເພດ້ວຍທຸກຮູບ ການຂອງພວກຄົນບໍ່ດີ ເປັນຕົ້ນ ການສວຍໃຊ້ຈຸດອ່ອນ, ຊ່ອງວາງ ຕ່າງໆ ດ້ວຍການນໍາໃຊ້ສື່ອອນລາຍ ໂຄສະນາແບ່ງແຍກ, ປັ່ນປ່ວນ, ໃສ່ ຮ້າຍປ້າຍສີ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ຄໍາຖາມ 12:ໍ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ແມ່ນການປະຕິບັດສິດ ເປັນເຈົ້າ, ສິດ ແລະ ພັນທະຂອງ ພົນລະເມືອງ ແນວໃດ? ຕອບ: ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ແມ່ນ ການປະຕິບັດສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ ລາວ ຊຶ່ງສະແດງອອກ ຄື: ໜຶ່ງ:ຶ່ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການຕົວແທນໃຫ້ແກ່ ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ. ສະນັ້ນ, ພົນລະເມືອງ ລາວຜູ້ມີສິດເລືອກຕັ້ງທຸກຄົນຕ້ອງ ເອົາໃຈໃສ່ຄົ້ນຄວ້າ, ຊອກຮູ້ປະ ຫວັດຂອງຜູ້ສະໝັກຮັບເລືອກຕັ້ງແຕ່ ລະຄົນໃຫ້ຈະແຈ້ງ ເພື່ອປ່ອນບັດ ເລືອກຕັ້ງເອົາຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນ ຕົວແທນປະຕິບັດສິດອໍານາດຂອງ ຕົນ ຢູ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ. ສອງ: ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ ຕື່ນຕົວສະໝັກໃຈປະຕິບັດສິດ ຂອງ ຕົນ ໃນການເລືອກຕັ້ງ ສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາ 37 ຂອງ ລັດຖະ ທໍາມະນູນແຫ່ງສປປລາວສະບັບປີ 2025 ຄື: “ພົນລະເມືອງລາວ ຜູ້ມີ ອາຍຸ 18 ປີຂຶ້ນໄປມີສິດປ່ອນບັດ ເລືອກຕັ້ງ.... ເວັ້ນເສຍແຕ່ຜູ້ເປັນບ້າ ເສຍຈິດ ແລະ ຜູ້ຖືກສານຕັດສິນລົງ ໂທດຕັດອິດສະລະພາບ,ປົດສິດເລືອກ ຕັ້ງ ແລະ ຮັບສະໝັກເລືອກຕັ້ງ”. ສາມ: ປະຊາຊົນລາວບັນດາ ເຜົ່າ ແລະ ພົນລະເມືອງລາວທຸກ ຄົນ ໃຫ້ຕັ້ງໜ້າປະຕິບັດສິດຂອງຕົນ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 2 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ທີ່ວ່າ: ລັດ ແຫ່ງ ສປປ ລາວ ແມ່ນ ລັດ ປະຊາທິປະໄຕ ປະຊາຊົນ. ອໍານາດ ທັງໝົດເປັນຂອງປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນ ຊຶ່ງປະກອບດ້ວຍ ບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນ ກໍາມະກອນ, ກະສິກອນ, ນັກຮຽນຮູ້ ປັນຍາຊົນເປັນຫລັກແຫລ່ງ. ສີ່:ີ່ ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ ຕັ້ງໜ້າປະຕິບັດສິດຂອງຕົນ ຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 3 ຂອງ ລັດຖະທໍາມະນູນ ສະບັບປີ 2025 ທີ່ ວ່າ: ສິດເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ ຮັບການປະຕິບັດ ແລະ ຮັບປະກັນ ດ້ວຍການເຄື່ອນໄຫວຂອງລະບົບ ການເມືອງ ຊຶ່ງມີພັກປະຊາຊົນປະຕິ ວັດລາວ ເປັນແກນນໍາ. ໝາຍຄວາມ ວ່າ: ການປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງລາວ ແມ່ນຜ່ານການ ຈັດຕັ້ງຕ່າງໆ ແລະ ມີການນໍາພາ ຂອງພັກ, ບໍ່ແມ່ນເສລີຊະຊາຍ. ຫ້າ:້ ປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ມີ ສິດ ແລະ ໜ້າທີ່ ເຂົ້າຮ່ວມການ ກໍ່ສ້າງ ແລະ ປັບປຸງອໍານາດລັດ ຂັ້ນຕ່າງໆ ໂດຍຜ່ານການເລືອກ ຕັ້ງເອົາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ. ຖ້າຫາກມີພົນລະເມືອງ ລາວຜູ້ໃດຜູ້ໜຶ່ງບໍ່ໄປໃຊ້ສິດປ່ອນບັດ ເລືອກຕັ້ງ ກໍໝາຍວ່າ ຕົນເອງປະລະ ການປະຕິບັດສິດ ແລະ ພັນທະຂອງ ຕົນ ຢ່າງບໍ່ມີເຫດຜົນ ແລະ ທັງເປັນ ການສູນເສຍກຽດສັກສີ ທີ່ສະຫງ່າ ຂອງຕົນ. ຫົກ: ົປະຊາຊົນລາວບັນດາເຜົ່າ ແລະ ພົນລະເມືອງລາວທຸກຄົນ ໃຫ້ຍົກສູງສະຕິລະວັງຕໍ່ກົນອຸບາຍ ຂອງພວກຄົນບໍ່ດີ ທີ່ຈະສວຍໃຊ້ ການເລືອກຕັ້ງເພື່ອໂຄສະນາແບ່ງ ແຍກ, ໃສ່ຮ້າຍປ້າຍສີການນໍາໃຊ້ ສິດປະຊາທິປະໄຕ ໃນການເລືອກ ຕັ້ງ, ການສົ່ງເສີມປະຊາທິປະໄຕ ແບບເສລີຊະຊາຍນອກກົດໝາຍ. ສະນັ້ນ, ພົນລະເມືອງລາວທຸກຄົນ ໃຫ້ຕັ້ງໜ້າປະກອບສ່ວນຢ່າງສົມ ກຽດ ເຮັດໃຫ້ການປ່ອນບັດເລືອກ ຕັ້ງມີຄວາມສະຫງົບ ແລະ ປອດໄພ ຮ້ອຍສ່ວນຮ້ອຍ. ເຈັດ: ັປະຊາຊົນລາວບັນດາເຜົ່າ ໂດຍສະເພາະພົນລະເມືອງລາວ ຜູ້ ມີສິດເລືອກຕັ້ງທຸກຄົນ ຈົ່ງພ້ອມກັນ ຮ່ໍາຮຽນ, ເຊື່ອມຊຶມລະບຽບການ ເລືອກຕັ້ງໃຫ້ເລິກເຊິ່ງ ເພື່ອໄປໃຊ້ ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ, ຖືກຕ້ອງຕາມລະບຽບການເລືອກ ຕັ້ງ ແລະ ທັນເວລາ ຮ້ອຍສ່ວນຮ້ອຍ. ຖ້າເຮັດໄດ້ຄືແນວນັ້ນ, ກໍໝາຍ ຄວາມວ່າ ພົນລະເມືອງລາວທຸກ ຄົນສົມກຽດແລ້ວທີ່ເປັນເຈົ້າຂອງ ປະເທດຊາດ. ຂປລ. ໃນວັນທີ 12 ກັນຍາ 2025 ຜ່ານມານີ້, ກົມການເມືອງສູນກາງ ພັກ ໄດ້ອອກມະຕິສະບັບເລກທີ 26/ ກມສພ ກ່ຽວກັບການເພີ່ມທະວີການ ນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກ ຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສິມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງມະຕິນີ້ ໄດ້ເນັ້ນໃສ່ການເພີ່ມທະວີ ການນໍາພາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ຊຶ່ງແຕກຕ່າງກັບມະຕິ ຄັ້ງຜ່ານມາ (ມະຕິຄັ້ງຜ່ານມາ ແມ່ນ ເວົ້າລວມເຖິງການເພີ່ມທະວີການນໍາ ພາຂອງພັກຕໍ່ການເລືອກຕັ້ງ) ຊຶ່ງ ກວມເຖິງການນໍາພາຂອງອົງຄະນະ ພັກກະຊວງ, ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ. ເມື່ອຫວນຄືນການເລືອກຕັ້ງສະ ມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໃນວັນທີ 21 ກຸມພາ 2021 ແມ່ນໄລຍະເວລາທີ່ປະເທດຊາດ ຂອງ ພວກເຮົາພວມຜະເຊີນໜ້າກັບສິ່ງທ້າ ທາຍຫລາຍຢ່າງ ຈາກພາຍນອກ ແລະ ພາຍໃນ. ການຢ້ໍາຄືນນີ້ ມີຄວາມໝາຍ ກ່ຽວກັບການກໍານົດອາຍຸການ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 55 ຂອງລັດຖະທໍາມະນູນ ສະບັບ ປີ 2025, ມາດຕາ 6 ຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ ສະບັບປີ 2024 ແລະ ມາດຕາ 6 ຂອງກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປີ 2024 ຊຶ່ງຊີ້ບອກວ່າ ເຖິງ ເວລາແລ້ວຕ້ອງໄດ້ເລືອກຕັ້ງສະພາ ຊຸດໃໝ່. ຕະຫລອດໄລຍະ 5 ປີ ຜ່ານມາ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ທີ່ໄດ້ສູ້ຊົນຜ່ານຜ່າອຸປະສັກຕ່າງໆ ປະຕິບັດພາລະບົດບາດ ແລະ ໜ້າທີ່ ການເມືອງຂອງຕົນ ຍາດໄດ້ຜົນສໍາ ເລັດຫລາຍຢ່າງທີ່ພົ້ນເດັ່ນ, ປະກອບ ສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ຂອງ ພັກ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ສືບຕໍ່ປັບປຸງບູລະ ນະລະບົບອໍານາດແຫ່ງລັດຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ສ້າງລັດປະຊາທິປະໄຕ ປະຊາຊົນລາວ ເປັນລັດ ທີ່ປົກຄອງດ້ວຍກົດໝາຍຂຶ້ນ ສູ່ບາດກ້າວໃໝ່ ຈຶ່ງມີຄວາມຈໍາເປັນ ທີ່ຕ້ອງໄດ້ກະກຽມ ແລະ ດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດໃໝ່ ເພື່ອສືບຕໍ່ພາລະກິດ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV. ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນໄປຢ່າງຖືກຕ້ອງຕາມແນວ ທາງປ່ຽນແປງໃໝ່ ຂອງພັກເຮົາ ແລະ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ ນັ້ນ ກົມການເມືອງສູນກາງພັກ ຈຶ່ງ ອອກມະຕິສະບັບນີ້. ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາ ຊົນຂັ້ນແຂວງ ຊຸດທີ V. ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແຕ່ລະເທື່ອລ້ວນເປັນ ເຫດການທາງປະຫວັດສາດທີ່ສໍາ ຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈໍາເປັນໃນການເສີມຂະຫຍາຍ ສິດ ປະຊາທິປະໄຕ ຂອງປະຊາຊົນ ລາວບັນດາເຜົ່າ ເພື່ອບູລະນະລະບອບ ປະຊາທິປະໄຕປະຊາຊົນ, ປັບປຸງລະ ບົບອໍານາດແຫ່ງລັດ ໃຫ້ມີຄວາມ ເຂັ້ມແຂງ ແລະ ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V (2026-2030) ເປັນເຫດ ການການເມືອງທີ່ສໍາຄັນຍິ່ງຂອງຊາດ ຊຶ່ງດໍາເນີນໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ສະເຫລີມ ສະຫລອງ 3 ວັນປະຫວັດສາດ ທີ່ຍິ່ງ ໃຫຍ່ຂອງຊາດ (ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ຄົບ ຮອບ 105 ປີ) ແລະ ໃນບັນຍາກາດ ທີ່ອົງຄະນະພັກຂັ້ນຕ່າງໆ ໄດ້ສໍາເລັດ ການດໍາເນີນກອງປະຊຸມໃຫຍ່ຂັ້ນ ຮາກຖານ, ຂັ້ນເມືອງ, ກະຊວງ, ອົງ ການ, ນະຄອນຫລວງ, ແຂວງ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ; ພ້ອມກັບ ການປັບປຸງກົງຈັກການຈັດຕັ້ງບໍລິ ຫານ ປົກຄອງຂັ້ນລັດຖະບານ ແລະ ຂັ້ນທ້ອງຖິ່ນຢ່າງຂຸ້ນຂ້ຽວ (ທັງຍຸບ, ທັງໂຮມ, ທັງສ້າງຕັ້ງຂຶ້ນໃໝ່ຄື: ຄະນະ ກໍາມະການປົກຄອງຕາແສງ). ການ ເລືອກຕັ້ງຄັ້ງນີ້ ຢູ່ໃນທ່າມກາງທີ່ສະ ພາບການຂອງໂລກແລະພາກພື້ນພວມ ຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ ຍາກ ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າ ທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄຽງ ຄູ່ກັບຜົນສໍາເລັດອັນໃຫຍ່ຫລວງຫລາຍ ດ້ານ ໃນການປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກນັ້ນ ຢູ່ພາຍໃນ ປະເທດພວກເຮົາ ຍັງຜະເຊີນໜ້າກັບ ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫລາຍ ຢ່າງ ເປັນຕົ້ນ ຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ທີ່ແກ່ ຍາວມາຫລາຍປີ ແລະ ອິດທິກໍາລັງ ປໍລະປັກ ກໍຍັງສືບຕໍ່ກົນອຸບາຍມ້າງເພ ທໍາລາຍລະບອບໃໝ່ ຂອງພວກເຮົາ ຢ່າງບໍ່ລົດລະ. ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດ ທີ V ຈະມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງຂອງພັກ ແລະ ລັດ ມີຈໍານວນ ທີ່ເພີ່ມຂຶ້ນ ອອກສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ. ນອກນັ້ນ, ຍັງຈະມີຜູ້ສະໝັກຈາກຂົງ ເຂດຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ, ໃນນັ້ນ ມີທັງຂົງເຂດທຸລະກິດ, ການ ຜະລິດ, ຊັ້ນຄົນ ແລະ ປັນຍາຊົນ ອີກ ຈໍານວນໜຶ່ງ. ສະນັ້ນ, ການເພີ່ມທະວີການນໍາ ພາ-ຊີ້ນໍາ ຢ່າງໃກ້ຊິດ, ຕິດແທດຕົວຈິງ ຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ເພື່ອເຮັດໃຫ້ການ ເລືອກຕັ້ງຄັ້ງນີ້ ບັນລຸຜົນສໍາເລັດຕາມ ຈຸດປະສົງລະດັບຄາດໝາຍ. ພ້ອມນັ້ນ, ອົງຄະນະພັກທຸກຂັ້ນ ຕ້ອງກໍາແໜ້ນ, ເຊື່ອມຊຶມ ແລະ ນໍາພາ- ຊີ້ນໍາການດໍາເນີນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ ລະດັບຄາດໝາຍ ດັ່ງນີ້: 1. ເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວທາງ ດ້ານການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກສຶກສາ, ຜູ້ ປະກອບການ ແລະ ປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະ ແມ່ນຜູ້ມີສິດ ເລືອກຕັ້ງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ທີ່ຖືກຕ້ອງ ແລະ ເປັນເອກະພາບຕໍ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຸດທີ V. ບົນພື້ນຖານ ດັ່ງກ່າວ ເຮັດໃຫ້ຜູ້ມີສິດເລືອກຕັ້ງມີ ຄວາມຕື່ນຕົວສະໝັກໃຈໄປໃຊ້ສິດ ໃນວັນເລືອກຕັ້ງໃຫ້ຄົບຖ້ວນ ຕາມ ລະບຽບກ່ຽວກັບການເລືອກຕັ້ງ. 2. ເສີມຂະຫຍາຍຢ່າງແຂງແຮງ ການປະຕິບັດສິດປະຊາທິປະໄຕ ຂອງ ປະຊາຊົນລາວບັນດາເຜົ່າ ໂດຍສະ ເພາະຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ຖືກ ຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກໍານົດ ໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອປະກອບສ່ວນຢ່າງສົມກຽດ ເຂົ້າ ໃນການປັບປຸງບູລະນະລະບົບອົງ ການອໍານາດແຫ່ງລັດ ຂັ້ນຕ່າງໆ ໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນ “ເປັນອໍາ ນາດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາ ຊົນ” ຢ່າງແທ້ຈິງ ເປັນຕົ້ນ ປັບປຸງກົງ ຈັກການຈັດຕັ້ງ ແລະ ການເຄື່ອນໄຫວ ປະຕິບັດພາລະບົດບາດ, ສິດແລະໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ 3. ຮັບປະກັນເລືອກຕັ້ງໃຫ້ໄດ້ຜູ້ ສະໝັກຮັບເລືອກຕັ້ງທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ຕາມທີ່ກໍາ ນົດໄວ້ໃນກົດໝາຍ ມາເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ໃນນັ້ນ ໃຫ້ມີໂຄງປະກອບທາງ ດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ ໃນອັດຕາສ່ວນທີ່ເໝາະ ສົມ, ມີຕົວແທນຈາກອົງການຈັດຕັ້ງ ພັກ, ລັດ, ອົງການແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ, ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ອົງການຈັດຕັ້ງມະຫາ ຊົນຂັ້ນຕ່າງໆ ແລະ ຕົວແທນຈາກວິ ສາຫະກິດລັດ ແລະ ເອກະຊົນ ໃນຂະ ແໜງການທີ່ສໍາຄັນຈໍານວນໜຶ່ງ. 4. ຍົກສູງສະຕິເປັນເຈົ້າປະເທດ ຊາດ, ສະຕິຊາດເອກະພາບອັນໜຶ່ງ ອັນດຽວ, ສະຕິລະວັງຕົວຕໍ່ກົນອຸບາຍ ມ້າງເພທໍາລາຍຂອງພວກຄົນບໍ່ດີ ເປັນ ຕົ້ນ ການໂຄສະນາແບ່ງແຍກພາຍໃນ, ການໃສ່ຮ້າຍປ້າຍສີ ຕໍ່ການເລືອກຕັ້ງ, ຕໍ່ການນໍາພາຂອງພັກ ແລະ ການຄຸ້ມ ຄອງຂອງລັດ, ເພີ່ມທະວີຄວາມສາມັກ ຄີເປັນປຶກແຜ່ນ ຂອງປະຊາຊົນລາວ ບັນດາເຜົ່າ ເຮັດໃຫ້ການເລືອກຕັ້ງເທື່ອ ນີ້ ບັນລຸຜົນສໍາເລັດຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້. 5. ຮັບປະກັນໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ບັນລຸຜົນສໍາເລັດຕາມ ສີ່ລະດັບຄາດໝາຍ ຄື: 1) ນໍາພາ ຜູ້ມີ ສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງ ໃຫ້ ຄົບຖ້ວນ 100%; 2) ນໍາພາຜູ້ມີສິດ ເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດ ເລືອກຕັ້ງ ຖືກຕ້ອງຕາມລະບຽບການ ເລືອກຕັ້ງ 100%; 3) ນໍາພາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີ ຄວາມປອດໄພ 100%; 4) ນໍາພາ ວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບ ປະກັນຄວາມໂປ່ງໃສ ແລະ ສໍາເລັດ ທັນຕາມກໍານົດເວລາ 100%.

RkJQdWJsaXNoZXIy MTc3MTYxMQ==