gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 23/02/2026 xtgmf]k; ການນຳຂັ້ນສູງພັກ-ລັດ...ັູ້ັັ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ ພ້ອມດ້ວຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄຳມ່ວນ ປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ແຂວງຄຳມ່ວນ ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປ່ອນບັດເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ V ຢູ່ນະຄອນຫລວງວຽງຈັນ ຂປລ. ບັ້ນເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ໄດ້ຈັດຂຶ້ນ ພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ນີ້, ໂດຍມີບັນດາການນຳຂັ້ນສູງພັກລັດນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ຈູນມະລີ ໄຊຍະສອນ ອະດີດເລຂາທິການ ໃຫຍ່, ອະດີດປະທານປະເທດ ແຫ່ງ ສປປ ລາວ, ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດ ປະທານປະເທດ ແຫ່ງ ສປປ ລາວ, ມີຮອງປະທານປະເທດ, ປະທານ ສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ຮອງປະ ທານສະພາແຫ່ງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າໄດ້ໄປໃຊ້ ສິດປະຊາທິປະໄຕຂອງຕົນເອງປ່ອນ ບັດເລືອກເອົາ ສສຊ ແລະ ສສຂ ຢ່າງ ຄຶກຄື້ນ. ສະເພາະຢູ່ນະຄອນຫລວງວຽງ ຈັນ, ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ, ລັດ ໄດ້ ລົງປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ ນວ) ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກ ຕັ້ງຫ້ອງການບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນ. ບ້ານທ່າພະລານໄຊ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີ 412 ຄອບຄົວ, ມີ 23 ໜ່ວຍຄຸ້ມຄອງ, ມີ ພົນລະເມືອງທັງໝົດ 1.770 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.331 ຄົນ, ຍິງ 768 ຄົນ ຊຶ່ງ ປະຊາຊົນພາຍໃນບ້ານກໍໄດ້ພ້ອມ ພຽງຮຽງໜ້າກັນເຂົ້າມາປ່ອນບັດ ເລືອກຕັ້ງຢ່າງຄຶກຄື້ນ, ຮັກສາໄດ້ ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງ ໃສ, ສະຫງົບ, ປອດໄພ ແລະ ອື່ນໆ. ທ່ານຈູມມາລີໄຊຍະສອນອະດີດ ເລຂາທິການໃຫຍ່, ອະດີດປະທານ ປະເທດ ພ້ອມດ້ວຍປະຊາຊົນບ້ານ ທາດຫລວງໃຕ້ ໄດ້ປ່ອນບັດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດ ທີVຢູ່ວັດບ້ານທາດຫລວງໃຕ້ ເມືອງ ໄຊເສດຖາ ຊຶ່ງບ້ານທາດຫລວງໃຕ້ ມີ 429 ຄອບຄົວ, ມີ 42 ໜ່ວຍ, ມີ ພົນລະເມືອງທັງໝົດ 2.180 ຄົນ, ຍິງ 1.096 ຄົນ. ໃນນັ້ນ, ມີຜູ້ມີ ສິດເລືອກຕັ້ງທັງໝົດ 1.600 ຄົນ, ຍິງ 853 ຄົນ, ມີ 2 ຈຸດປ່ອນບັດ ເລືອກຕັ້ງ. ພ້ອມດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ປ່ອນບັດເລືອກຕັ້ງ ສສຊ ແລະ ສສນວ ຢູ່ໜ່ວຍປ່ອນບັດເລືອກຕັ້ງ ບ້ານໜອງບົວທອງເໜືອ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງ ຈັນ, ບ້ານໜອງບົວທອງເໜືອ ມີ ພົນລະເມືອງທັງໝົດ 3.148 ຄົນ, ຍິງ 1.647 ຄົນ, ຜູ້ມີສິດເລືອກຕັ້ງ 18 ປີຂຶ້ນໄປມີຈຳນວນ 2.054 ຄົນ, ຍິງ 1.105 ຄົນ, ພາຍໃນບ້ານມີ 2 ໜ່ວຍປ່ອນບັດ. ຊົມເຊີຍບັ້ນເລືອກຕັ້ງ...ົີັ້ືັ້ ຕັ້ງໄປເລືອກຕັ້ງຄົບຈຳນວນ 100%, ຜູ້ມີສິດເລືອກຕັ້ງຮູ້ນຳໃຊ້ສິດ ຕາມລະບຽບກົດໝາຍ ໂດຍສະເພາະແມ່ນກົດໝາຍການເລືອກຕັ້ງໃຫ້ ໄດ້ 100%, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງ 100% ແລະ ການເລືອກຕັ້ງມີຄວາມໂປ່ງໃສ ແລະ ທັນເວລາ 100%. ສຳລັບບັ້ນເລືອກຕັ້ງໃນຄັ້ງນີ້, ທົ່ວປະເທດມີຜູ້ມີສິດເລືອກຕັ້ງ ສສຊ ແລະ ສສຂ ທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້, ຜູ້ ມີສິດເລືອກຕັ້ງຢູ່ຕ່າງປະເທດທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີ 23.378 ຄົນ, ຍິງ 7.828 ຄົນ. ສະເພາະຢູ່ນະຄອນຫລວງວຽງຈັນ ມີຜູ້ມີສິດເລືອກຕັ້ງທັງໝົດ 663.410 ຄົນ, ຍິງ 331.347 ຄົນ, ມີໜ່ວຍ ປ່ອນບັດເລືອກຕັ້ງທັງໝົດ 802 ໜ່ວຍ ແລະ ມີໜ່ວຍເຄື່ອນທີ່ປ່ອນບັດຢູ່ ເຮືອນຈໍານວນໜຶ່ງ. ແຕ່ລະໜ່ວຍເລືອກຕັ້ງແມ່ນມີສອງຫີບປ່ອນບັດ ຄື: ຫີບປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກ ສະພາປະຊາຊົນຂັ້ນແຂວງ. ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເປັນເຫດການ ທີ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດການເມືອງຂອງປະຊາຊົນລາວ ບັນດາເຜົ່າທົ່ວທັງຊາດ ລວມທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ ໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ໃນ ຖານະເປັນເຈົ້າຂອງອຳນາດລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງທຸກໆ 5 ປີ ຈະຈັດຂຶ້ນເທືື່ອໜຶ່ງ ເພື່ອເລືອກເອົາບຸກຄົນ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີເງື່ອນໄຂຄົບຖ້ວນກວ່າໝູ່, ກ້າເວົ້າ, ກ້າສະເໜີ ຊື່ສັດບໍລິສຸດເຂົ້າເປັນສະມາຊິກພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າເຂົ້າໄປເຮັດວຽກໃນອົງການນິຕິບັນຍັດ ສູງສຸດ, ເຮັດພາລະບົດບາດຮັບຮອງເອົາລັດຖະທຳມະນູນ, ກົດໝາຍ ແລະ ຕົກລົງບັນຫາສຳຄັນຂອງຊາດ, ທັງເປັນການສະແດງເຖິງຄວາມ ສາມັກຄີປອງດອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຖືເປັນບາດກ້າວສຳຄັນໃນການປັບປຸງອຳນາດລັດໃຫ້ ມີຄວາມເຂັ້ມແຂງ ແລະ ຕອບສະໜອງຕາມຄວາມມຸ່ງມາດປາຖະໜາ ຂອງປະຊາຊົນຢ່າງແທ້ຈິງ. ພາຍຫລັງການເລືອກຕັ້ງ ສສຊ ແລະ ສສຂ ແລ້ວກໍຈະໄຂກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຂຶ້ນຢ່າງເປັນທາງການເພື່ອພິຈາລະນາຕົກລົງຮັບຮອງເອົາບັນ ຫາສໍາຄັນຂອງຊາດ. ຊົມເຊີຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຢ່າງ ສຸດໃຈ! ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກໍໄດ້ໄປ ໃຊ້ສິດຂອງຕົນເອງປ່ອນບັດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດ ທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງທີ 23 ບ້ານສີບຸນເຮືອງ ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ຊຶ່ງ ເມືອງຈັນທະບູລີ ມີພົນລະເມືອງ 52.527 ຄົນ, ຈໍານວນຜູ້ມີສິດປ່ອນ ບັດເລືອກຕັ້ງ (ຕາມສໍາມະໂນຄົວ) ມີ 43.484 ຄົນ, ຜູ້ສາມາດປ່ອນບັດ ຢູ່ໃນບ້ານຂອງຕົນ (ຕາມສໍາມະໂນ ຄົວ) 40.782 ຄົນ, ຜູ້ມີສິດປ່ອນ ບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ (ຕາມ ສຳມະໂນຄົວ 2.192 ຄົນ ແລະ ຜູ້ໄປ ເຮັດວຽກຢູ່ຕ່າງປະເທດ (ຕາມສໍາ ມະໂນຄົວ) 510 ຄົນ, ຜູ້ມີສິດຈາກ ທ້ອງຖິ່ນອື່ນ 2.107 ຄົນ; ທົ່ວເມືອງ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 55 ໜ່ວຍ. ທ່ານ ສອນໄຊ ສີພັນດອນ ກໍາມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງ ຈໍາປາສັກ ເບີ 1 ໄດ້ໃຊ້ສິດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ຮ່ວມກັບມວນຊົນແຂວງຈໍາ ປາສັກ ກໍຄື ມວນຊົນນະຄອນປາກ ເຊ ຢູ່ສະໂມສອນແຂວງໜ່ວຍປ່ອນ ບັດເລືອກຕັ້ງບ້ານໂຊກອໍານວຍ ນະ ຄອນປາກເຊ, ມີທ່ານ ອາລຸນໄຊ ສູນນະລາດກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຈໍາປາສັກ ປະທານຄະນະກໍາມະ ການເລືອກຕັ້ງ ຂັ້ນແຂວງ, ບັນດາ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາ ສັກ, ທ່ານ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກ ເລຂາພັກນະຄອນປາກເຊ ຜູ້ສະໝັກ ເບີ 1 ສສຂ ຊຸດທີ V ປະຈຳເຂດ ເລືອກຕັ້ງນະຄອນປາກເຊ ພ້ອມ ຜູ້ສະໝັກທັງ 6 ທ່ານ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາ ປະຊາຊົນແຂວງ ຊຸດທີ IV, ທ່ານ ສຸກ ສະຫວັນ ວິໄລວົງ ຮອງເລຂາພັກ ແຂວງປະທານຄະນະກໍາມະການ ປົກຄອງແຂວງ, ອະດີດການນໍາຂັ້ນ ສູງ, ພະນັກງານອາວຸໂສບໍານານ, ການນໍານະຄອນປາກເຊ ພ້ອມດ້ວຍ ຄະນະພັກ, ອົງການປົກຄອງບ້ານ, ການຈັດຕັ້ງບ້ານທີ່ຂຶ້ນກັບຄະນະພັກ ຮາກຖານບ້ານໃຫຍ່ໂຊກອຳນວຍ ແລະ ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດ ເລືອກຕັ້ງພາຍໃນບ້ານເຂົ້າຮ່ວມປ່ອນ ບັດດ້ວຍບັນຍາກາດຟົດຟື້ນ. ສ່ວນຢູ່ແຂວງຊຽງຂວາງ, ທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການ ກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ ໃນນາມຜູ້ສະໝັກ ສສຊ ເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ ນໍ້າເບີ 1, ທ່ານ ພູວົງ ອຸ່ນຄຳແສນ ກຳມະການ ສູນກາງພັກ, ເລຂາພັກແຂວງຊຽງ ຂວາງ ຜູ້ສະໝັກ ສສຊ ເຂດ 9 ແຂວງ ຊຽງຂວາງ ນໍ້າເບີ 2 ພ້ອມດ້ວຍ ບັນດາການນໍາຫລັກແຫລ່ງຂອງ ແຂວງ, ເມືອງ, ພະນັກງານ-ລັດຖະ ກອນ ແລະ ປະຊາຊົນພາຍໃນເຂດ ເທສະບານເມືອງແປກ ເຂົ້າຮ່ວມ ປ່ອນບັດເລືອກຕັ້ງຢ່າງພ້ອມພຽງ. ສຳລັບເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ, ມີຈຳນວນຜູ້ມີສິດປ່ອນ ບັດເລືອກຕັ້ງ 174.419 ທ່ານ, ມີ ໜ່ວຍປ່ອນບັດ 432 ໜ່ວຍ ແລະ ໜ່ວຍເຄື່ອນທີ່ອີກຈໍານວນໜຶ່ງ ເພື່ອ ອໍານວຍຄວາມສະດວກ ໃຫ້ແກ່ການ ປ່ອນບັດໃຫ້ມີຄວາມວ່ອງໄວ ແລະ ບໍ່ ແອອັດ. ທ່ານ ຄໍາພັນ ພົມມະທັດ ກໍາມະ ການກົມການເມືອງສູນກາງພັກ ໄດ້ ປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສນວ ຊຸດທີ V ຢູ່ໜ່ວຍເລືອກ ຕັ້ງທີ 78 ບ້ານໂຊກໃຫຍ່ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ ຊຶ່ງໜ່ວຍເລືອກຕັ້ງດັ່ງກ່າວ ໄດ້ດໍາ ເນີນໄປດ້ວຍບັນຍາກາດຄຶກຄື້ນ, ພໍ່- ແມ່ປະຊາຊົນພາຍໃນບ້ານມີຄວາມ ຕື່ນຕົວພ້ອມພຽງຮຽງໜ້າກັນອອກ ມາໃຊ້ສິດປ່ອນບັດເລືອກຕັ້ງຕາມ ທີ່ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ບ້ານໂຊກໃຫຍ່ ມີ ພົນລະເມືອງທັງໝົດ 3.256 ຄົນ, ຍິງ 1.693 ຄົນ, ຈຳນວນຜູ້ມີສິດ ປ່ອນບັດເລືອກຕັ້ງ 2.595 ຄົນ, 1.374 ຄົນ. ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ-ສສຂ ຢູ່ບ້ານພະຂາວ ເມືອງ ໄຊທານີນະຄອນຫລວງວຽງຈັນ ຊຶ່ງ ບ້ານພະຂາວມີພົນລະເມືອງ 4.676 ຄົນ ຍິງ 1.756 ຄົນມີ5ໜ່ວຍເລືອກ ຕັ້ງ, ແບ່ງອອກເປັນ 2 ຈຸດເລືອກຕັ້ງ ຄື: ຈຸດທີ 1 ຢູ່ວັດບ້ານພະຂາວ ມີ 3 ໜ່ວຍເລືອກຕັ້ງ ແລະ ຈຸດທີ 2 ຢູ່ ໂຮງຮຽນປະຖົມບ້ານພະຂາວ ມີ 2 ໜ່ວຍເລືອກຕັ້ງ, ຜູ້ມີສິດປ່ອນບັດ 3.192 ຄົນ. ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ ພ້ອມ ດ້ວຍພັນລະຍາໄດ້ປ່ອນບັດເລືອກ ຕັ້ງ ສສຊ-ສສນວ ຢູ່ໜ່ວຍເລືອກຕັ້ງ ຫ້ອງການບ້ານໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫລວງວຽງ ຈັນ. ບ້ານໂພນສີນວນ ມີ 2 ຈຸດປ່ອນ ບັດເລືອກຕັ້ງ, ມີພົນລະເມືອງທັງໝົດ 1.496 ຄົນ ຍິງ 813 ຄົນ ມີໜ້າປ່ອນ ບັດຕົວຈິງ 1.082 ຄົນ ຍິງ 615 ຄົນ. ໃນນີ້, ຈຸດຫ້ອງການບ້ານໂພນສີ ນວນ ມີ 539 ຄົນ ຍິງ318 ຄົນ, ຈຸດ ໂຮງຮຽນປະຖົມສົມບູນໂພນສີນວນ ມີ 543 ຄົນ ຍິງ 297 ຄົນ , ທ່ານ ຄໍາພັນ ເຜີຍຍະວົງ ກໍາມະ ການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດ ສະດີສູນກາງພັກ ພ້ອມດ້ວຍພັນລະ ຍາ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ມີການນຳຂັ້ນເມືອງ, ອໍານາດການ ປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາ ຊົນພາຍໃນບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ, ໄດ້ໄປໃຊ້ສິດປ່ອນບັດ ເລືອກຕັ້ງຢູ່ໜ່ວຍເລືອກຕັ້ງທີ 59 ບ້ານໂນນສະຫວັນ ຊຶ່ງບ້ານດັ່ງກ່າວ ມີພົນລະເມືອງທັງໝົດ 1.240 ຄົນ, ຍິງ 658 ຄົນ, ຜູ້ມີສິດປ່ອນບັດເລືອກ ຕັ້ງທີ່ມີອາຍຸແຕ່18ປີຂຶ້ນໄປຈໍານວນ 832 ຄົນ, ຍິງ 490 ຄົນ. ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ພ້ອມດ້ວຍພະ ນັກງານ-ນັກຮົບ ແລະ ປະຊາຊົນ ລາວບັນດາເຜົ່າຜູ້ມີສິດເລືອກຕັ້ງໄດ້ ໄປໃຊ້ສິດປ່ອນບັດເລືອກຕັ້ງ ສສຊສສຂ ຢູ່ໜ່ວຍເລືອກຕັ້ງວັດປ່າທ່າ ງ່ອນ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຊຶ່ງທົ່ວບ້ານ ຜູ້ມີສິດປ່ອນບັດເລືອກຕັ້ງມີທັງໝົດ 2.770 ຄົນ ຍິງ 1.442 ຄົນ, ໄດ້ ແບ່ງອອກເປັນ 2 ຈຸດ ຄື: ໜ່ວຍເລືອກ ຕັ້ງທີ 70 ແລະ 71 ສະເພາະໜ່ວຍ ເລືອກຕັ້ງທີ 71 ວັດປ່າສາມັກຄີທ່າ ງ່ອນ ຜູ້ມີສິດເລືອກຕັ້ງທັງໝົດ 985 ຄົນ ຍິງ 405 ຄົນ. ທ່ານ ເພັດ ພົມພິພັກ ກຳມະການ ກົມການເມືອງສູນກາງພັກ ຄະນະ ເລຂາທິການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ ໄດ້ປ່ອນ ບັດເລືອກຕັ້ງຢູ່ຫ້ອງການຮັກສາ ຄວາມສະຫງົບ ປກສ ກຸ່ມ 1 ບ້ານ ຈອມມະນີ, ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ຊຶ່ງບ້ານດັ່ງ ກ່າວມີຜູ້ມີສິດເລືອກຕັ້ງທັງໝົດ 4.286 ຄົນ, ແມ່ຍິງ 2.379 ຄົນ. ຢູ່ແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການ ເມືອງສູນກາງພັກ, ປະທານຄະນະ ກວດກາສູນກາງພັກ ພ້ອມດ້ວຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະ ການສູນກາງພັກ, ເລຂາພັກແຂວງ ຄຳມ່ວນ, ຜູ້ສະໝັກນໍ້າເບີ 2, ທ່ານ ບຸນມີ ພິມມະສອນ ປະທານສະພາ ປະຊາຊົນແຂວງ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການ ປົກຄອງແຂວງ ພ້ອມດ້ວຍຜູ້ສະໝັກ ຮັບເລືອກຕັ້ງໄດ້ໄປໃຊ້ສິດຂອງ ຕົນຢູ່ໜ່ວຍປ່ອນບັດທີ 1 ບ້ານນາ ບົງ ເມືອງທ່າແຂກ ມີພົນລະເມືອງ ທັງໝົດ 1.749 ຄົນ, ຍິງ 880 ຄົນ, ຜູ້ມີສິດປ່ອນບັດ 948 ຄົນ, ຍິງ 540 ຄົນ. ນອກຈາກນີ້, ຍັງມີບັນດາທ່ານ ໃນກໍາມະການກົມການເມືອງສູນ ກາງພັກ, ຄະນະເລຂາທິການສູນ ກາງພັກ, ກໍາມະການສູນກາງພັກ ແລະ ຄະນະກວດກາສູນກາງພັກ ພ້ອມດ້ວຍການນຳກໍ່ໄດ້ໄປໃຊ້ສິດ ປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຢູ່ໜ່ວຍປ່ອນບັດ ຕ່າງໆຢ່າງພ້ອມພຽງ. ບັ້ນເລືອກຕັ້ງສະມາຊິກສະພາ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີ V ແມ່ນເຫດ ການການເມືອງໜຶ່ງທີ່ສຳຄັນທຸກໆ 5 ປີ ຈະຈັດຂຶ້ນເທືື່ອໜຶ່ງ ເພື່ອໃຫ້ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ນໍາໃຊ້ສິດປະຊາທິປະໄຕຂອງຕົນ ຕາມລັດຖະທໍາມະນູນ ແລະ ກົດໝາຍ ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າເຂົ້າ ໄປເຮັດວຽກໃນອົງການນິຕິບັນຍັດ ສູງສຸດ, ເຮັດພາລະບົດບາດຮັບຮອງ ເອົາລັດຖະທຳມະນູນ, ກົດໝາຍ ແລະ ຕົກລົງບັນຫາສຳຄັນຂອງຊາດ, ທັງເປັນການສະແດງເຖິງຄວາມ ສາມັກຄີປອງດອງໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຖືເປັນບາດກ້າວສຳຄັນ ໃນການປັບປຸງອຳນາດລັດໃຫ້ມີ ຄວາມເຂັ້ມແຂງ ແລະ ຕອບສະໜອງ ຕາມຄວາມມຸ່ງມາດປາຖະໜາຂອງ ປະຊາຊົນຢ່າງແທ້ຈິງ. ພາຍຫລັງ ການເລືອກຕັ້ງ ສສຊ ແລະ ສສຂ ແລ້ວກໍຈະໄຂກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ຊຸດ ທີ X ຂຶ້ນຢ່າງເປັນທາງການ ເພື່ອ ພິຈາລະນາຕົກລົງຮັບຮອງເອົາບັນ ຫາສໍາຄັນຕ່າງໆຂອງຊາດ. ສໍາລັບ ບັ້ນເລືອກຕັ້ງຄັ້ງນີ້, ທົ່ວປະເທດມີຜູ້ມີ ສິດເລືອກຕັ້ງທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ ໃນນີ້, ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດທີ່ ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວ ຈິງ 23.378 ຄົນ, ຍິງ 7.828 ຄົນ.
RkJQdWJsaXNoZXIy MTc3MTYxMQ==