gsfdko{dkora fmtok xtgmf]k; ( 20/02/2026 rklu xt9ec0;'va f8txn 9tl6 h -q o 9a fgda []kpIa [.sh wfh 295 8N du [ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນປີ 2026 ນີ້, ພາສີປະຈໍາແຂວງອັດຕະປື ໄດ້ຮັບ ແຜນການຈັດເກັບລາຍຮັບ 295 ຕື້ກີບ, ທຽບໃສ່ປີ 2025 ຜ່ານມາ ເພີ່ມຂຶ້ນ 104,01% ໃນນີ້, ໄດ້ ຈັດແບ່ງແຜນການຈັດເກັບລາຍ ຮັບ ມອບໃຫ້ພາສີປະຈໍາແຂວງ 5 ຕື້ກີບ ແລະ ມອບໃຫ້ພາສີປະຈໍາ ດ່ານສາກົນພູເກືອ ຈັດເກັບລາຍຮັບ 290 ຕື້ກີບ. ທ່ານ ແສງເພັດ ສີສຸລາດ ຫົວໜ້າ ພາສີ ປະຈໍາແຂວງອັດຕະປື ໄດ້ ລາຍງານໃນກອງປະຊຸມສະຫລຸບ ວຽກງານພາສີ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ໃນວັນທີ 17 ກຸມພາ 2026 ນີ້ ວ່າ: ເພື່ອບັນຈັດຕັ້ງປະຕິບັດໃຫ້ລຸ ຕົວເລກ ຂອງແຜນການຈັດເກັບ ລາຍຮັບ ທີ່ໄດ້ຮັບມອບໝາຍ, ທາງ ພາສີປະຈໍາແຂວງອັດຕະປື ໄດ້ກໍາ ນົດທິດທາງ ແລະ ມາດຕະການ ຕົ້ນຕໍສໍາຄັນ ຄື: ສືບຕໍ່ນໍາພາ-ຊີ້ນໍາ ວຽກງານການເມືອງ-ແນວຄິດໃຫ້ ແກ່ສະມາຊິກພັກ, ພະນັກງານລັດຖະກອນ ທີ່ຂຶ້ນກັບຄວາມຮັບຜິດ ຊອບຢ່າງແທດເຖິງ ເປັນປົກກະຕິ ແລະ ຕໍ່ເນື່ອງ ດ້ວຍຫລາຍຮູບການ, ເຂັ້ມງວດ, ກວດກາການອະນຸມັດ ແຜນການນໍາເຂົ້າຍົກເວັ້ນພາສີ- ອາກອນ ແລະ ຄຸ້ມຄອງ, ຕິດຕາມ, ກວດກາ ການນໍາເຂົ້າ, ການນໍາ ໃຊ້ວັດຖຸອຸປະກອນ, ສິນຄ້າເຄື່ອງ ຂອງ, ພາຫະນະ ແລະ ເຄື່ອງຈັກ ທີ່ນໍາເຂົ້າຕາມນະໂຍບາຍສົ່ງເສີມ ການລົງທຶນດ້ວຍການຍົກເວັ້ນ, ງົດເກັບ ແລະ ເສຍພາສີຫລຸດຜ່ອນ ຂອງບັນດາໂຄງການ ທີ່ໄດ້ຮັບ ນະໂຍບາຍສົ່ງເສີມການລົງທຶນ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ ເຄື່ອນໄຫວພາຍໃນແຂວງ ໃຫ້ ເຄື່ອນໄຫວ ແລະ ນໍາໃຊ້ສິດດັ່ງກ່າວ ໂດຍຖືກຕ້ອງຕາມ ເ ປົ້າໝາຍ , ຈັດຕັ້ງປະຕິບັດວຽກງານການ ແຈ້ງພາສີ ໂດຍສັງເຂບລ່ວງໜ້າ ຕາມແຈ້ງການຂອງກະຊວງການ ເງິນ ເລກທີ 2755/ກງ, ລົງວັນທີ 31 ກໍລະກົດ 2024 ເພື່ອກວດ ກາກ່ອນລ່ວງໜ້າກ່ຽວກັບຄວາມ ຖືກຕ້ອງດ້ານຂໍ້ມູນ ແລະ ສິນຄ້າ ຕົວຈິງ ໃນການແຈ້ງພາສີ ຂອງຜູ້ ປະກອບການ ກ່ອນສິນຄ້າມາຮອດ ດ່ານຊາຍແດນ, ກວດສອບຄົນ ຫລັງການແຈ້ງພາສີ ເພື່ອກວດກາ ຄືນ ບັນດາບໍລິສັດທີ່ເປັນເປົ້າໝາຍ ແລະ ມີຄວາມສ່ຽງ ໂດຍສະເພາະ ກວດກາດ້ານແຫລ່ງກຳເນີດສິນຄ້າ, ລະຫັດສິນຄ້າ, ມູນຄ່າແຈ້ງສິນຄ້າ ແລະ ການຊຳລະສະສາງ ຜ່ານລະ ບົບທະນາຄານ, ຄຸ້ມຄອງ, ກວດ ກາ ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ພາຫະນະ ແລະ ສິນຄ້າ ອື່ນໆ ຢູ່ດ່ານຊາຍແດນ ໃຫ້ມີຄວາມ ເຂັ້ມງວດ, ຮັດກຸມ ຕາມຫລັກການ ບໍລິຫານຄວາມສ່ຽງທີ່ກົດໝາຍ ແລະ ລະບຽບການກໍານົດ, ເອົາໃຈ ໃສ່ຈັດຕັ້ງປະຕິບັດ ລັດຖະບັນຍັດ ປະທານປະເທດ ເລກທີ 001/ປປທ, ລົງວັນທີ 28 ສິງຫາ 2023 ວ່າ ດ້ວຍລາຍການສິນຄ້າ ແລະ ອັດຕາ ພາສີຂາອອກໃຫ້ເຂັ້ມງວດ ຊຶ່ງເປັນ ທ່າແຮງໜຶ່ງໃນການຈັດເກັບລາຍ ຮັບຈາກການສົ່ງອອກ, ສືບຕໍ່ປະຕິ ບັດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍ ການເພີ່ມທະ ວີການຄຸ້ມຄອງ ແລະ ຕ້ານການຮົ່ວ ໄຫລຂອງລາຍຮັບງົບປະມານແຫ່ງ ລັດ, ກວດກາພາຫະນະເຂົ້າ-ອອກ ປະເທດ ເພື່ອສະກັດກັ້ນ, ປາບປາມ ການລັກລອບນໍາເຂົ້າ-ສົ່ງອອກ ສິນຄ້າເຄື່ອງຂອງ, ວັດຖຸມີຄ່າ ແລະ ສິນຄ້າປະເພດເກືອດຫ້າມ, ສຸມໃສ່ ວຽກງານປາບປາມການຄ້າຂາຍ ເຖື່ອນ ໃນທົ່ວແຂວງດ້ວຍການສ້າງ ຂໍ້ມູນແຫລ່ງຂ່າວ ທັງໃນລະບົບເອ ເລັກໂຕຣນິກ, ແຫລ່ງຂ່າວຈາກ ພົນລະເມືອງ, ແຫລ່ງຂ່າວຈາກ ການຮ່ວມມືກັບປະເທດຄູ່ຮ່ວມ ຊາຍແດນ ແລະ ອອກລາດຕະເວນ ເພື່ອຈັບກຸ່ມເປົ້າໝາຍລັກລອບນໍາ ເຂົ້າສິນຄ້າ, ເຄື່ອງຂອງ, ສິນຄ້າ ປະເພດເຫລົ້າເບຍ, ຢາສູບ ແລະ ພາຫະນະເຖື່ອນ. ພ້ອມທັງເພີ່ມທະວີວຽກງານ ອໍານວຍຄວາມສະດວກ ທາງດ້ານ ພາສີ ແລະ ການຄ້າ, ແກ້ໄຂຂອດ ຂັ້ນ ທີ່ບໍ່ສອດຄ່ອງກັບກົດໝາຍ ເພື່ອໃຫ້ການເຄື່ອນໄຫວສິນຄ້ານໍາ ເຂົ້າ-ສົ່ງອອກ ມີຄວາມຄ່ອງຕົວ ຫລຸດຜ່ອນເວລາ ແລະ ຕົ້ນທຶນ ໃຫ້ ຜູ້ປະກອບການສາມາດແຂ່ງຂັນ ໄດ້, ເພີ່ມທະວີການພົວພັນຮ່ວມມື ກັບດ່ານພາສີຊາຍແດນສາກົນເບີ ອີ, ສຳນັກງານພາສີເຂດ XII (ສສ ຫວຽດນາມ) ເພື່ອແລກປ່ຽນຂໍ້ມູນ ຂ່າວສານ, ການພັດທະນາບຸກ ຄະລາກອນ ແລະ ຍາດແຍ່ງເອົາ ບົດຮຽນ, ເຕັກນິກ ແລະ ເຄື່ອງມື ຮັບໃຊ້ວຽກງານວິຊາສະເພາະ ແລະ ປະຕິບັດວຽກງານວິຊາສະເພາະ ໃນແຕ່ລະໄລຍະ ໃຫ້ໄດ້ຮັບຜົນສຳ ເລັດ ແລະ ບັນລຸໄດ້ຕາມລະດັບຄາດ ໝາຍ. ຂ່າວ: ພອນປະເສີດ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງເມືອງໂພນ ໄຊ ແຂວງຫລວງພະບາງ ເຄື່ອນ ໄຫວໂຄສະນາຫາສຽງ ຕໍ່ຜູ້ມີສິດ ປ່ອນບັດເລືອກຕັ້ງ ເມື່ອມໍ່ໆມານີ້ ຢູ່ ບ້ານຈອມຈຽງ, ຊຶ່ງນໍາພາໂດຍ ທ່ານ ຄໍາກ້ຽງ ຈົ່ງຮົ່ວຖໍ່ ກຳມະການ ພັກແຂວງ ເລຂາຄະນະບໍລິຫານ ງານພັກ ເມືອງໂພນໄຊ ຜູ້ສະໝັກ ຮັບເລືອກຕັ້ງ ນ້ຳເບີ 1 ພ້ອມດ້ວຍ ການຈັດຕັ້ງບ້ານ, ຜູ້ຊົງຄຸນວຸດທິ ແລະ ປະຊາຊົນບັນດາເຜົ່າ ຜູ້ມີສິດ ປ່ອນບັດເລືອກຕັ້ງທີ່ອາຍຸ 18 ປີ ເຂົ້າຮ່ວມ. ໃນພິທີ, ຜູ້ສະໝັກຮັບເລືອກ ຕັ້ງແຕ່ລະທ່ານ ໄດ້ພັດປ່ຽນກັນ ແນະນຳຕົວ, ນຳສະເໜີປະຫວັດ ການເຄື່ອນໄຫວ ແລະ ວິໄສທັດຂອງ ຕົນເອງ, ພ້ອມທັງຍົກໃຫ້ເຫັນພາລະ ບົດບາດ ສິດ ແລະໜ້າທີ່ຂອງສະພາ ປະຊາຊົນແຂວງ ເພື່ອໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຖືກຕ້ອງ ເພື່ອເປັນຂໍ້ມູນໃຫ້ຜູ້ທີ່ມີ ສິດປ່ອນບັດໄດ້ຄົ້ນຄວ້າພິຈາລະນາ ແລະ ຕັດສິນໃຈເລືອກເອົາບຸກຄົນທີ່ ມີມາດຖານເງື່ອນໄຂຄົບຖ້ວນ ເປັນ ຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ໄດ້ຮັບຄວາມໄວ້ວາງໃຈຂອງປະ ຊາຊົນທີ່ສະໜັບສະໜູນ. ພ້ອມນີ້, ຜູ້ສະໝັກຮັບເລືອກຕັ້ງ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ທີ່ມີປ່ອນບັດ ທີ່ມີອາຍຸ 18 ປີຂຶ້ນໄປ ໃຫ້ມາໃຊ້ສິດ ຂອງຕົນເອງ ຮັບປະກັນໃຫ້ການ ເລືອກຕັ້ງຄັ້ງນີ້ ບັນລຸຕາມຄາດໝາຍ ທີ່ວາງໄວ້. ຂ່າວ: ສີວອນ z6 h lt\a dIa [g]n vd8A 'gxa o ll0 g0fg]n vd8A ' g,n v'3row- 37ltoksklP'16 j [h ko9v,9P' z6 h lt\a dg]n vd8A 'gxa o ll0 xt9eg0fg]n vd8A ' g,n v'xkdmk leg]a f]q '37ltoksklP' ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 15-17 ກຸມພາ 2026 ນີ້, ຜູ້ຮັບສະ ໝັກເລືອກຕັ້ງເປັນສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ປະຈໍາເຂດເລືອກຕັ້ງເມືອງ ປາກທາ ແຂວງບໍ່ແກ້ວ ຈຳນວນ 7 ທ່ານ, ຍິງ 1 ທ່ານ, ໄດ້ສຳເລັດການ ລົງໂຄສະນາຫາສຽງ ແລະ ແນະນຳ ຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ 8 ບ້ານຄື: ບ້ານຫ້ວຍແສດ, ຫ້ວຍແອ່ນ, ຫາດ ສາກ, ຫ້ວຍສາກ, ບ້ານແຄ, ພະ ລາມ, ດອນມີໄຊ ແລະ ບ້ານຫ້ວຍ ທອງ ໂດຍການນໍາພາຂອງ ທ່ານ ສາລີ ວັນນະສານ ກໍາມະການພັກ ແຂວງ, ເລຂາພັກເມືອງ ທັງເປັນຜູ້ ສະໝັກເລືອກຕັ້ງ ສສຂ ຊຸດທີ V ປະ ຈໍາເຂດເລືອກຕັ້ງ ເມືອງປາກທາ, ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຂ ເຂດເລືອກຕັ້ງເມືອງ ປາກທາ ແລະ ພໍ່ແມ່ປະຊາຊົນຜູ້ມີ ສິດເລືອກຕັ້ງ ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ. ການເຄື່ອນໄຫວພົບປະກັບພໍ່ແມ່ 0tc|'lkmk]totl5 d 8h v'gvq k.9.lj xt8y [a f 0t[;odko ;l- .sh leg]a f8k,czo ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໂອກາດທີ່ ທ່ານ ນາງ ສີສະຫງ່າ ແກ້ວດວງ ດີ ຮອງປະທານຄະນະກຳມະການ ປົກຄອງ ແຂວງເຊກອງ ເຂົ້າຮ່ວມ ກອງປະຊຸມຊີ້ແຈງ ການຈັດຂະ ບວນການໃຫ້ວັກຊິນກັນພະຍາດ ແຫ່ງຊາດ (ວສຊ) ຢອດວັກຊິນກັນ ພະຍາດເປ້ຍລ່ອຍ (ໂປລີໂອ) ໃຫ້ ກຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ (ລຸ່ມ 5 ປີ) ທົ່ວແຂວງ ປີ 2026 ທີ່ ຈັດຂຶ້ນໃນວັນທີ 17 ກຸມພາ 2026 ໂດຍໄດ້ຮຽກຮ້ອງໃຫ້ຂະແໜງ ສາທາລະນະສຸກ ເອົາໃຈໃສ່ປະຕິບັດ ຂະບວນການ ວສຊ ໃຫ້ສໍາເລັດຕາມ ແຜນ ໂດຍໃຫ້ທຸກພາກສ່ວນຕ້ອງໃຫ້ ການຮ່ວມມືສະໜັບສະໜູນຊຸກຍູ້ອໍາ ນາດການປົກຄອງເມືອງ, ບ້ານ, ປຸກລະດົມໃຫ້ຜູ້ປົກຄອງເດັກໃນກຸ່ມ ເປົ້າໝາຍ ອາຍຸ 0-59 ເດືອນ ໃຫ້ ມາຮັບວັກຊິນກັນພະຍາດເປ້ຍລ່ອຍ (ໂປລີໂອ) ນໍາແພດໝໍ ທີ່ບໍລິການ ຢູ່ສະຖານທີ່ບໍລິການສາທາລະນະ ສຸກແຕ່ລະແຫ່ງໂດຍທີມງານແພດ ເຄື່ອນທີ່ກໍຕ້ອງຮັບປະກັນປະຕິບັດ ການເຄື່ອນໄຫວໃຫ້ໄດ້ 95% ຂຶ້ນ ໄປ. ພ້ອມນີ້, ຕ້ອງໄດ້ເອົາໃຈໃສ່ ໂຄສະນາ, ປະຊາສໍາພັນ ໃຫ້ພໍ່ແມ່ປະ ຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ ຕໍ່ຜົນຮ້າຍ ແລະ ອັນຕະລາຍຕໍ່ ພະຍາດດັ່ງກ່າວ ທີ່ຈະເກີດຂຶ້ນກັບ ລູກຫລານຂອງຕົນ ກໍຄື ອະນາຄົດ ຂອງປະເທດຊາດ ຊຶ່ງຈໍາເປັນຕ້ອງ ໄດ້ຮັບວັກຊິນ, ສັກຢາ, ຢອດຢາ ໃຫ້ຄົບຕາມຈໍານວນ. ໃນປີ 2026 ນີ້ ເປັນປີເລີ່ມຕົ້ນຂອງການປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງອົງຄະນະ ພັກແຂວງເຊກອງ ທີ່ກໍານົດວ່າ: ສ້າງໃຫ້ປະເທດເຮົາ ເປັນປະເທດ ທີ່ມີລາຍຮັບປານກາງ (ສູງ), ສະນັ້ນ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຂະແໜງສາທາລະນະສຸກ ກໍເປັນ ໜຶ່ງຂົງເຂດວຽກງານ ທີ່ມີຄວາມ ສໍາຄັນ ໃນການຮັບປະກັນດ້ານ ສຸຂະພາບຂອງພົນລະເມືອງ, ການ ສ້າງຄວາມເຂັ້ມແຂງວຽກງານ ສົ່ງເສີມສຸຂະພາບ, ຊຸກຍູ້ປະຊາຊົນ ໃຫ້ເຂົ້າຮ່ວມຂະບວນການປ້ອງກັນ ແລະ ຮັກສາສຸຂະພາບໃຫ້ແຂງແຮງ (ດ້ວຍການສັກວັກຊິນ, ປັບປຸງນໍ້າ ສະອາດ ສຸຂະພິບານ, ການສະໜອງ ນໍ້າ ແລະ ນໍາໃຊ້ວິດຖ່າຍຊຸມຊົນ) ແລະ ໃນທິດທາງແຜນການຕໍ່ໜ້າ, ວຽກງານສາທາລະນະສຸກ ຕ້ອງ ສຸມໃສ່ການຈັດຕັ້ງປະຕິບັດ 14 ຄາດໝາຍ (ຈາກ 11 ຄາດໝາຍໃນ ເມື່ອກ່ອນ) ໃຫ້ບັນລຸຕາມແຜນການ ທີ່ວາງໄວ້. ນອກນັ້ນ, ກໍໃຫ້ສືບຕໍ່ເຜີຍແຜ່ເນື້ອ ໃນກອງປະຊຸມ ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກຂັ້ນແຂວງ, ຂັ້ນ ສູນກາງ ປະຈໍາປີ 2025 ຜ່ານມາ ແລະ ທິດຊີ້ນໍາຂອງນາຍົກລັດ ຖະມົນຕີ ທີ່ໄດ້ເນັ້ນ 9 ບັນຫາໃຫຍ່ ຂອງວຽກງານສາທາລະນະສຸກ ແລະ ພາຍໃຕ້ຄໍາຂວັນ “ເພີ່ມທະວີ ຄຸ້ມຄອງບໍລິການ, ການບໍລິການ ສາທາລະນະສຸກ ໃຫ້ມີຄຸນນະພາບ, ທັນສະໄໝ ແລະ ເປັນເຈົ້າຕົນເອງ ເທື່ອລະກ້າວ”. ຂ່າວ-ພາບ: ພຸດທະສອນ ປະຊາຊົນຜູ້ມີສິດເລືອກຕັ້ງ ເພື່ອ ແນະນຳຕົວ ເປັນການໂຄສະນາ ຫາສຽງຢ່າງຕໍ່ເນື່ອງ, ແນະນຳໃຫ້ ຜູ້ມີສິດເລືອກຕັ້ງທີ່ມີອາຍຸ 18 ປີ ຂຶ້ນໄປໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງ ຖືກຕ້ອງຕໍ່ຂໍ້ມູນຂອງຜູ້ສະໝັກ ກໍຄື ຜົນງານການເຄື່ອນໄຫວໃນໄລຍະ ຜ່ານມາຂອງຜູ້ລົງສະໝັກເລືອກ ຕັ້ງແຕ່ລະທ່ານ, ເປັນບ່ອນອີງໃນ ການຄົ້ນຄວ້າ, ຄິດຫງ່ຳ ສົມທຽບໃສ່ ມາດຕະຖານ ເພື່ອຕັດສິນໃຈເລືອກ ເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານ ກວ່າໝູ່ ເປັນຕົວແທນຂອງຕົນໄປ ປະຕິບັດສິດອຳນາດຂອງປະຊາຊົນ ຢູ່ສະພາປະຊາຊົນຂັ້ນແຂວງ ກໍຄືຂັ້ນ ທ້ອງຖິ່ນ ໃນນັ້ນ, ຜູ້ລົງສະໝັກຮັບ ເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດ ເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີ 10 ທ່ານ, ຍິງ 3 ທ່ານ, ໃຫ້ເລືອກເອົາ 7 ທ່ານ. ສໍາລັບຜູ້ສະໝັກ ສສຂ ຊຸດ ທີ V ເຂດເລືອກຕັ້ງເມືອງປາກທາ ມີ 7 ທ່ານ, ຍິງ 1 ທ່ານ ໃຫ້ເລືອກ ເອົາ 5 ທ່ານ. ໃນການລົງໂຄສະນາແຕ່ລະຄັ້ງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ໄດ້ນຳ ສະເໜີຊີວະປະຫວັດຫຍໍ້ ແລະ ຜົນ ງານການເຄື່ອນໄຫວທີ່ພົ້ນເດັ່ນຂອງ ຕົນເອງ ພ້ອມທັງສະແດງວິໄສທັດ ແລະ ໜ້າທີ່ຄວາມຮັບຜິດຊອບໃນ ຕໍ່ໜ້າຫາກໄດ້ຮັບຄວາມເຊື່ອໝັ້ນ ໄວ້ວາງໃຈຈາກພໍ່ແມ່ປະຊາຊົນ ກໍຄື ໄດ້ຮັບການເລືອກຕັ້ງໃຫ້ເປັນ ສສຂ ຊຸດທີ 5 ເພື່ອໃຫ້ສະມາຊິກ ພັກ, ພະນັກງານ ກໍຄື ຜູ້ມີສິດປ່ອນ ບັດເລືອກຕັ້ງໄດ້ຮັບຊາບ ແລະ ເປັນ ບ່ອນອີງໃນການຕັດສິນໃຈປ່ອນບັດ ຄັດເລືອກເອົາຜູ້ທີ່ຈະເປັນຕົວແທນ ຂອງຕົນ ເຂົ້າໄປປະຕິບັດໜ້າທີ່ຢູ່ໃນ ສະພາ. ພ້ອມນີ້, ບັນດາຜູ້ສະໝັກ ສສຊ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກ ຕັ້ງ ພ້ອມກັນໄປໃຊ້ສິດປ່ອນບັດ ເລືອກຕັ້ງ ໃນວັນ 22 ກຸມພາ 2026 ເພື່ອເປັນການເສີມຂະຫຍາຍສິດ ປະຊາທິປະໄຕ ຂອງປະຊາຊົນ ໃນ ການເລືອກເອົາຕົວແທນຂອງຕົນ ເຂົ້າໃນອົງການອໍານາດແຫ່ງລັດ ເພື່ອເຮັດໃຫ້ອໍານາດລັດຂອງພວກ ເຮົາ ເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະ ໂຫຍດຂອງປະຊາຊົນຢ່າງແທ້ຈິງ. ຂ່າວ-ພາບ: ວັນນະເດດ
RkJQdWJsaXNoZXIy MTc3MTYxMQ==