7220

xtgmf]k; 6 20/02/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dkovq fvkskogrn j vs]5 foE|a d ,u zq odtmq [8+ Ij k'dkpco;.fL ໂດຍ: ລູກສາວຫລ້າ ot7voxkdg- wfh Ia []k';a o,kf8t4ko g,n v'mj v'mj P;ltvkfvk-Po xu 2026-2028 ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ ສ້າງຄວາມປະທັບໃຈໃຫ້ປະຊາຊົນ ແຂວງຈໍາປາສັກ ລວມເຖິງປະຊາ ຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອ ບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງ ວັນມາດຕະຖານການທ່ອງທ່ຽວ ອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາ ຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ. ສໍາລັບລາງວັນທີ່ ສປປ ລາວ ໄດ້ ຮັບຈະກວມຢູ່ 4 ມາດຕະຖານ ຄື: ລາງວັນມາດຕະຖານໂຮງແຮມ ຂຽວອາຊຽນ, ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ, ມາດ ຕະຖານສະຖານທີ່ຈັດງານອາ ຊຽນ, ລາງວັນການທ່ອງທ່ຽວແບບ ຍືນຍົງອາຊຽນ ເວົ້າລວມ, ເວົ້າ ສະເພາະມາດຕະຖານເມືອງທ່ອງ ທ່ຽວສະອາດອາຊຽນ ກໍມີ 4 ເມືອງ ຄື: ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ນະຄອນ ຫລວງພະບາງ ແຂວງຫລວງພະ ບາງ, ເມືອງວຽງໄຊ ແຂວງຫົວ ພັນ ແລະ ນະຄອນປາກເຊ ແຂວງ ຈໍາປາສັກ. ເຖິງແນວໃດກໍຕາມ, ນະຄອນ ປາກເຊ ແຂວງຈຳປາສັກ, ນອກ ຈາກໄດ້ຮັບລາງວັນມາດຕະຖານ ເມືອງສະອາດອາຊຽນ ປີ 20262028 ແລ້ວ, ຍັງໄດ້ຮັບລາງວັນ ມາດຕະຖານໂຮງແຮມຂຽວອາ ຊຽນ 7 ແຫ່ງ ປະກອບມີ ໂຮງແຮມ ຈໍາປາພາເລດ, ໂຮງແຮມປອນ ອາລິນາ, ໂຮງແຮມນາກະສັງພາ ລາໄດ, ໂຮງແຮມເດີຣິເວຍລາ, ໂຮງແຮມແສນສົດຊືນ, ຣິສອດຕາດ ຟານ, ຣິສອດທົ່ງຫວາຍໂຮມສະ ເຕ ແລະ ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ 1 ແຫ່ງ ຄື: ແຫລ່ງທ່ອງທ່ຽວນໍ້າຕົກຕາດຟານ ຕື່ມອີກ. ທ່ານ ນາງ ພອນມະນີ ສຸຂະທຳ ມະວົງ ຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ, ກົມ ພັດທະນາການທ່ອງທ່ຽວ ໃຫ້ຮູ້ວ່າ: ສໍາລັບມາດຕະຖານການທ່ອງທ່ຽວ ອາຊຽນ ໄດ້ຮັບການຈັດຕັ້ງປະຕິ ບັດ ແລະ ລິເລີ່ມແຕ່ປີ 2018 ໂດຍ ມາດຕະຖານທໍາອິດທີ່ຈັດຕັ້ງປະຕິ ບັດແມ່ນລາງວັນໂຮງແຮມຂຽວ ອາຊຽນ. ຫລັງຈາກນັ້ນ, ກໍເລີ່ມ ພັດທະນາຫລາຍມາດຕະຖານຂຶ້ນ ຊຶ່ງປັດຈຸບັນມີຢູ່ 7 ມາດຕະຖານ ຄື: ມາດຕະຖານໂຮງແຮມຂຽວອາ ຊຽນ, ສະປາອາຊຽນ, ເມືອງທ່ອງ ທ່ຽວສະອາດອາຊຽນ, ການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ ອາຊຽນ, ໂຮມສະເຕອາຊຽນ, ຫ້ອງ ນໍ້າສາທາລະນະອາຊຽນ, ມາດຕະ ຖານສະຖານທີ່ຈັດງານອາຊຽນ ແລະ ອີກ1ລາງວັນຄືລາງວັນການ ທ່ອງທ່ຽວແບຍຍືນຍົງອາຊຽນ ເຊິ່ງບັນດາມາດຕະຖານຕ່າງໆກໍໄດ້ ຮັບການຈັດຕັ້ງປະຕິບັດຢູ່ພາຍໃນ ບັນດາ 10 ປະເທດອາຊຽນ ແລະ ມີການມອບລາງວັນມາຫລາຍໆ ລາງວັນຈົນມາຮອດປັດຈຸບັນ ສປປ ລາວ ກໍໄດ້ຮັບມາແລ້ວ 100 ກວ່າ ລາງວັນ. ສໍາລັບລາງວັນມາດຕະ ຖານທ່ອງທ່ຽວສະອາດອາຊຽນ ແມ່ນ ເມືອງຫລວງພະບາງ ໄດ້ ຮັບລາງວັນນີ້ເປັນເມືອງທໍາອິດໃນ ປີ 2018, ຕໍ່ມາປີ 2020 ແມ່ນ ນະຄອນຫລວງວຽງຈັນ, ປີ2022 ໄດ້ຮັບ 2 ເມືອງ ຄື: ເມືອງຫລວງ ພະບາງແຂວງຫລວງພະບາງ, ນະ ຄອນປາກເຊ ແຂວງຈໍາປາສັກ, ເມືອງວຽງໄຊ ແຂວງຫົວພັນ, ປີ 2024 ໄດ້ຮັບ 2 ເມືອງຄື: ນະຄອນ ຫລວງວຽງຈັນ, ນະຄອນໄກສອນ ແຂວງສະຫວັນນະເຂດ, ສ່ວນປີ 2026 ໄດ້ຮັບ 4 ເມືອງທີ່ໄດ້ກ່າວ ມາຂ້າງເທິງນັ້ນ. ສໍາລັບການປະ ເມີນເມືອງມາດຕະຖານການທ່ອງ ທ່ຽວສະອາດອາຊຽນໄດ້ກຳນົດຕົວ ຊີ້ວັດດ້ານການຄຸ້ມຄອງສິ່ງແວດ ລ້ອມ, ຄວາມສະອາດ, ການກຳຈັດ ສິ່ງເສດເຫລືອ, ການປູກຈິດສໍາ ນຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດ ໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ, ພື້ນທີ່ສີຂຽວ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ຕ່າງໆດ້ານການທ່ອງທ່ຽວ. ຂປລ. ຄວາມຕຸ້ຍເຮັດໃຫ້ຫລາຍໆ ຄົນຂາດຄວາມໝັ່ນໃຈເວລານຸ່ງ ເຄື່ອງ ໂດຍສະເພາະແມ່ນແມ່ຍິງ ເຮັດໃຫ້ຕ້ອງຊອກຫາທຸກວິທີທາງ ເພື່ອໃຫ້ຮູບຮ່າງກັບມາງາມອີກ ຄັ້ງ, ດັ່ງນັ້ນຫລາຍໆຄົນກໍມັກເລືອກ ວິທີການຫລຸດນ້ຳໜັກດ້ວຍການອົດ ອາຫານ ຊຶ່ງວິທີນີ້ກໍມີຄວາມອັນ ຕະລາຍຕໍ່ຮ່າງກາຍຕາມມາເຊັ່ນ ກັນເປັນຕົ້ນ ແມ່ນພະຍາດກະເພາະ, ຂາດສານອາຫານ, ພູມຄຸ້ມກັນ ຫລຸດລົງ ແລະ ອື່ນໆ. ແນວໃດກໍດີ, ມື້ນີ້ ຄໍລຳ “ສຸຂະພາບ” ຈະຂໍຍົກ ຜົນກະທົບບາງອັນ ຂອງການອົດ ອາຫານເພື່ອຫລຸດນ້ຳໜັກ ມີດັ່ງນີ້: 1. ນໍ້າໝັກຫລຸດລົງ ແຕ່ຮ່າງ ກາຍບໍ່ຈ່ອຍລົງ: ການຫລຸດນ້ຳໜັກ ດ້ວຍການອົດອາຫານເຮັດໃຫ້ນ້ຳ ໜັກຫລຸດລົງແບບໜ້າອັດສະຈັນ ແທ້ ແຕ່ຮ່າງກາຍມີຜົນເສຍຫລາຍ ຢ່າງ ເນື່ອງຈາກນ້ຳໜັກທີ່ຫລຸດລົງ ໄວ ເປັນນ້ຳໜັກຂອງຈຳພວກກ້າມ ເນື້ອ ບໍ່ແມ່ນນ້ຳໜັກທາງປະລິມານ ໄຂມັນທີ່ສະສົມໄວໃນຮ່າງກາຍ ຂອງທ່ານ. ສະນັ້ນ, ການຫລຸດນ້ຳ ໜັກດ້ວຍການອົດອາຫານຈຶ່ງເປັນ ວິທີການທີ່ບໍ່ສົມຄວນຕ້ອງເຮັດເລີຍ. 2. ເປັນພະຍາດຂາດສານອາ ຫານ: ເປັນທີ່ຮູ້ຈັກກັນດີແລ້ວວ່າ ໃນ ແຕ່ລະວັນຮ່າງກາຍເຮົາຄວນໄດ້ຮັບ ສານອາຫານຄົບ 5ໝູ່ຊຶ່ງໃນແຕ່ລະ ມື້ຖ້າຫາກວ່າເຮົາກິນອາຫານບໍ່ຄົບ 5 ໝູ່ ເຮົາກໍອາດຈະມີອາການອິດ ເມື່ອຍ, ຢາກນອນ, ເຈັບຫົວ ແລະ ເຮັດໃຫ້ພູມຄຸ້ມກັນຫລຸດລົງ. 3. ອົດອາຫານຫລາຍ ມີຄວາມ ສ່ຽງເປັນພະຍາດງ່າຍຂຶ້ນ: ການ ອົດອາຫານ ປຽບເໜືອນການຫລຸດ ພູມຄຸ້ມກັນຂອງຮ່າງກາຍລົງ ເພາະ ເມື່ອທ່ານອົດອາຫານກໍຈະເຮັດໃຫ້ ຮ່າງກາຍຂອງທ່ານເມື່ອຍລ້າ ແລະ ອີກຢ່າງໜຶ່ງຖ້າເຮົາອົດອາຫານກໍ ຈະເປັນພະຍາດກະເພາະອີກດ້ວຍ ບອກໄດ້ເລີຍວ່າອັນຕະລາຍຫລາຍ. 4. ແຮງອົດອາຫານແຮງບໍ່ ຢາກອອກກໍາລັງກາຍ: ສຳຫລັບ ໃຜທີ່ຄິດວ່າ ອົດອາຫານ ແລະ ໄປ ອອກກຳລັງກາຍເຮັດໃຫ້ຈ່ອຍແນ່ ນອນ ນັ້ນສະແດງວ່າຄິດຜິດເພາະ ເມື່ອທ່ານບໍ່ໄດ້ຮັບປະທານອາຫານ ພຽງພໍທ່ານກໍ່ຈະບໍ່ມີແຮງໃນການ ອອກກຳລັງກາຍເທົ່າທີ່ຄວນ ແລະ ບໍ່ສະໝໍ່າສະເໝີ ເພາະວ່າຮ່າງກາຍ ບໍ່ມີແຮງກໍຕ້ອງຢາກນອນ, ຖ້າທ່ານ ນອນຫລາຍ ທ່ານກໍຈະຕຸ້ຍ, ສະນັ້ນ ການອອກກຳລັງກາຍຈຶ່ງເປັນໄປບໍ່ ໄດ້ເລີຍ. ນີ້ເປັນສ່ວນໜຶ່ງຂອງຜົນເສຍ ຂອງການຫລຸດນໍ້າໜັກເທົ່ານັ້ນ. ສະນັ້ນ, ເພື່ອເຮັດໃຫ້ການຫລຸດ ນໍ້າໜັກມີຜົນດີ ຄວນກິນອາຫານໃນ ປະລິມານທີ່ພຽງພໍເໝາະສົມ ຄຽງ ຄູ່ກັບການອອກກໍາລັງກາຍຢ່າງ ສະໝໍ່າສະເໝີ ກໍຈະເຮັດໃຫ້ຮູບຮ່າງ ຂອງເຮົາງາມ ແລະ ສຸຂະພາບແຂງ ແຮງນຳອີກ. w-pt[6 ]u ,v[g0Q klko9h k;37'dko7a 'cI g0Q kl5 dglu ovk-Po+3 .sh z6h xtlq [wrry [a f ©ດຍ ສົມ›ົງ ສີສະຫວັດ ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ຍະບູລີ ໃຫ້ຮູ້ວ່າ: ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ໄຊຍະບູລີ ຈັດພິທີມອບ-ຮັບ ເຂົ້າສານ ຈ້າວໂຄງການຄັງແຮເຂົ້າສຸກເສີນ ອາ ຊຽນ 3 ໃຫ້ຜູ້ປະສົບໄພພິບັດ ແລະ ມອບເງິນນະໂຍບາຍ ຕາມດຳລັດ 57 ລບ ໃຫ້ເປົ້າໝາຍຕ່າງໆປະຈຳປີ 2025 ເປັນຕົ້ນ ເມືອງໄຊຍະບູລີ, ເມືອງ ພຽງ ແລະ ເມືອງໄຊສະຖານ ໃນວັນທີ 17 ກຸມພາ 2026 ທີ່ຫ້ອງວ່າການ ເມືອງໄຊຍະບູລີ ຕາງໜ້າມອບໂດຍ ທ່ານ ອາເມຊົງ ເຢຍເລັງ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ໄຊຍະບູລີ ແລະ ກ່າວຮັບໂດຍທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະ ກຳມະການປົກຄອງ ເມືອງໄຊຍະບູລີ ແລະ ທ່ານ ບຸນທະວີ ຊົງເຮີ ຮອງປະ ທານຄະນະກຳມະການປົກຄອງເມືອງ ພຽງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໜູພອນ ໄຊປັນຍາຈິດ ຫົວ ໜ້າພະແນກແຮງງານ ແລະ ສະຫວັດ ດີການສັງຄົມແຂວງ ໄດ້ໃຫ້ຮູ້ວ່າ: ໃນ ໄລຍະ 1 ປີຜ່ານມາ ແຂວງໄຊຍະບູລີ ມີ ເຫດການໄພພິບັດເກີດຂຶ້ນຢູ່ 11 ເມືອງ ທົ່ວແຂວງ ໂດຍສະເພາະໄພພິບັດນໍ້າ ຖ້ວມ, ລົມພະຍຸພັດ, ໄຟໄໝ້, ຟ້າຜ່າ ແລະ ສັດຕູພືດທໍາລາຍຜົນຜະລິດ ລວມ ທັງໝົດ 48 ຄັ້ງ ໃນນັ້ນ, ເຫດການລົມ ພະຍຸພັດ 10 ຄັ້ງ, ອັກຄີໄພ 18 ຄັ້ງ, ມີ ເຫດການຟ້າຜ່າ 5 ຄັ້ງ ແລະ ນໍ້າຖ້ວມ 10 ຄັ້ງ ຊຶ່ງສົ່ງຜົນກະທົບຕໍ່ຊີວິດ, ຊັບ ສິນຂອງປະຊາຊົນ, ຂອງລວມໝູ່ ແລະ ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງ ລ່າງທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ມີບ້ານທີ່ໄດ້ຮັບ ຜົນກະທົບ 285 ບ້ານ, ມີ 7.992 ຄອບ ຄົວ, ມີ 37.350 ຄົນ, ຍິງ 17.715 ຄົນ, ມີຜູ້ເສຍຊີວິດ 4 ຄົນ ລວມມູນຄ່າ ເສຍຫາຍ 273,91 ຕື້ກວ່າກີບ. ການມອບເຂົ້າສານຈ້າວໂຄງການ ຄັງແຮເຂົ້າສຸກເສີນ ອາຊຽນ 3 ຄັ້ງ ນີ້ ຊຶ່ງໄດ້ມອບໃຫ້ເມືອງໄຊຍະບູລີ 49.920 ກິໂລກຣາມ, ເມືອງພຽງ 23.000 ກິໂລກຣາມ ແລະ ເມືອງ ສະຖານ 3.000 ກິໂລກຣາມ. ສຳລັບ ເງິນນະໂຍບາຍຈ່າຍເງິນອຸດໜູນເສຍ ສະລະຊີວິດ ໃຫ້ເມືອງໄຊຍະບູລີ 2 ທ່ານ, ປະຕິບັດນະໂຍບາຍອຸດໜູນ ເທື່ອ ດຽວຜູ້ທີ່ມີຊີວິດ 5 ທ່ານ ລວມທັງໝົດ 135 ລ້ານກວ່າກີບ; ມອບເງິນນະໂຍ ບາຍຈ່າຍເງິນອຸດໜູນເສຍສະລະຊີວິດ ໃຫ້ເມືອງພຽງ ຈຳນວນ 2 ທ່ານ ແລະ ປະຕິບັດນະໂຍບາຍອຸດໜູນເທື່ອດຽວຜູ້ ທີ່ມີຊີວິດຈຳນວນ 1 ທ່ານ ລວມ 82 ລ້ານກວ່າກີບ. ໂອກາດດຽວກັນ, ພະແນກແຮງ ງານ ແລະ ສະຫວັດດີການສັງຄົມ ແຂວງ ຍັງໄດ້ມອບເຂົ້າສານຈ້າວຈຳ ນວນ 1.080 ກິໂລກຣາມ ແລະ ເຄື່ອງ ຊ່ວຍເຫລືອຈຳນວນໜຶ່ງ ໃຫ້ໂຮງຮຽນ ມສ ຊົນເຜົ່າ ຂອງແຂວງຕື່ມອີກ. ໂດຍ: ມາລີດາ

RkJQdWJsaXNoZXIy MTc3MTYxMQ==