7220

20/02/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ I;zm xtdkfc8j '8A 'rtoa d'ko[a o-k 0A ortcod{dv'Ih vp{rtoa d'ko-j ;p;Pd ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ (ຮວຜທ) ຈັດພິທີ ປະກາດການແຕ່ງຕັ້ງພະນັກງານ ບັນຊາຂັ້ນພະແນກການ, ຂັ້ນກອງ ຮ້ອຍ, ໝວດ, ພະນັກງານເຮັດໜ້າ ທີ່ວິຊາສະເພາະ ແລະ ພະນັກງານ ຊ່ວຍວຽກທີ່ຂຶ້ນກັບໂຮງຮຽນວັດ ທະນະທຳຊົນເຜົ່າກອງທັບໃນວັນທີ 19 ກຸມພາ 2026 ໂດຍການເປັນ ປະທານຂອງສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການ ເມືອງໂຮງຮຽນ, ມີຄະນະພັກ-ຄະ ນະອຳນວຍການ, ຄະນະຫ້ອງ 4 ຫ້ອງ 2 ກອງພັນ ແລະ ບັນດາ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ. ສະຫາຍ ພັນຕີ ສຸວັນນີ ບຸດທະວົງ ຫົວໜ້າພະແນກພະນັກງານໄດ້ຜ່ານ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍການແຕ່ງຕັ້ງພະ ນັກງານຂັ້ນພະແນກການທີ່ຂຶ້ນກັບ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ. ໃນນັ້ນ, ຕົກລົງແຕ່ງຕັ້ງ ຮ້ອຍເອກວາເລັນທາຍສຸຂະວົງ ເປັນຮອງຫົວໜ້າພະແນກຄູຄອມ ພິວເຕີ-ພື້ນຖານວິຊາຊີບ, ຮ້ອຍເອກ ນາງ ຈັນທີ ເພັດສະຕິປັນຍາ ເປັນ ຮອງຫົວໜ້າພະແນກສະຫະພັນແມ່ ຍິງ. ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງ ຂອງໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບວ່າດ້ວຍການແຕ່ງຕັ້ງພະ ນັກງານຂັ້ນກອງຮ້ອຍ, ໝວດ, ພະ ນັກງານເຮັດໜ້າທີ່ວິຊາສະເພາະ ແລະ ພະນັກງານຊ່ວຍວຽກ. ໃນນັ້ນ, ຕົກລົງແຕ່ງຕັ້ງຮ້ອຍເອກ ບຸນເຮືອງ ໄຊຍະວົງ ເປັນຮອງຫົວໜ້າການ ເມືອງກອງຮ້ອຍ1ກອງພັນທີ2,ຮ້ອຍ ໂທ ນາງ ວາດສະໜາ ພັນສະຫວັນ ເປັນຮອງຫົວໜ້າການເມືອງກອງ ຮ້ອຍ 5 ກອງພັນທີ 2, ຮ້ອຍເອກ ແສງທອງ ໄຊຍະສຸກ ຮັກສາການຫົວ ໜ້າໝວດປ້ອງກັນທີ່ຕັ້ງ, ຮ້ອຍໂທ ນາງ ພູວຽງ ຕັນສຸດສະຫວັນ ຊ່ວຍ ວຽກການເງິນຫ້ອງການເມືອງແລະ ຮ້ອຍໂທ ພອນສະຫວັນ ຈັນທະລາ ຊ່ວຍວຽກພະແນກແຜນການ-ສັງ ລວມຫ້ອງການໂຮງຮຽນ. ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ມີຄຳ ເຫັນໂອ້ລົມຕໍ່ບັນດາພະນັກງານ-ຜູ້ທີ່ ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ ໃນຄັ້ງນີ້, ຈົ່ງພ້ອມກັນຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງ ຕົນໃຫ້ໜັກແໜ້ນ, ມີຄວາມຊື່ສັດ ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ ກົມກອງ, ປັບປຸງແບບແຜນວິທີ ເຮັດວຽກເປັນໝູ່ຄະນະ, ແບບລວມ ສູນປະຊາທິປະໄຕ, ມີຫົວຄິດປະດິດ ສ້າງ, ຝຶກຝົນຫລໍ່ຫລອມ, ຊອກຮູ້ ຮໍ່າຮຽນເອົາບົດຮຽນທີ່ມີວິທະຍາ ສາດ, ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຕ່າງໆໃຫ້ເຂັ້ມງວດ, ມີ ຄວາມສາມັກຄີກວ້າງຂວາງຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນ ຈັດຕັ້ງປະຕິບັດເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ປະກົດ ຜົນເປັນຈິງ. ຂ່າວ: ໂອລິນ ມິ່ງມີໄຊ ກຽມຜະລິດສື່ວິດີໂອ... ສູນບໍລິຫານລັດດິຈິຕອນ... ເມືອງວັງວຽງ... ຜູ້ຮັບສະໝັກເລືອກຕັ້ງ... ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ບັນລຸຜົນສຳເລັດຕາມລະດັບ ຄາດໝາຍທີ່ວາງໄວ ໂດຍສະເພາະ ກໍານົດແຜນດຳເນີນງານເຮັດໃຫ້ບັ້ນ ເລືອກຕັ້ງຄັ້ງນີ້ ໄດ້ດຳເນີນໄປຢ່າງ ຖືກຕ້ອງຕາມຂັ້ນຕອນ, ວ່ອງໄວ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ປະສິດທິຜົນ. ທ່ານ ຄຳປ່ຽນ ແສງສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ວັງວຽງ ໄດ້ລາຍງານໂດຍຫຍໍ້ກ່ຽວ ກັບການຈັດຕັ້ງປະຕິບັດວຽກງານ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ ເມືອງວັງວຽງ ຊຶ່ງສາມາດສຳເລັດ ຫລາຍໜ້າວຽກອັນພົ້ນເດັ່ນແມ່ນ ສາມາດເກັບກຳຈຳນວນຜູ້ມີສິດ ປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ທົ່ວເມືອງມີ 43.543 ຄົນ, ຍິງ 20.152 ຄົນ, ມາຮອດປັດຈຸບັນ ສາມາດເກັບກໍາຕົວຈິງ 31.166 ຄົນ, ຍິງ13.622ຄົນ, ສຳເລັດການ ໂຄສະນາຫາສຽງຂອງຜູ້ສະໝັກຮັບ ເລືອກຕັ້ງ, ສຳເລັດການຕິດປ້າຍ ໂຄສະນາ ແລະ ປະດັບປະດາພາຍ ໃນຕົວເມືອງ, ສຳເລັດການກຳນົດ ໜ່ວຍປ່ອນບັດເລືອກຕັ້ງ ຊຶ່ງມີທັງ ໝົດ 71 ໜ່ວຍ. ນອກຈາກນີ້, ທ່ານ ຂັ້ນພື້ນຖານ (ແຜນງານບີຄວາ) ຈັດຝຶກອົບຮົມຂຽນບົດເລື່ອງ ເພື່ອ ຜະລິດວິດີໂອສ້າງຄວາມຮັບຮູ້ໃນ ຈຸທີ 1 ມີ 5 ທ່ານ ນໍາໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ (ນໍ້າ ເບີ 2), ມີ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະ ຊວງວັດທະນະທຳ ແລະ ການ ທ່ອງທ່ຽວ (ນໍ້າເບີ 7), ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະ ແນກແຮງງານ ແລະ ສະຫວັດດີ ການສັງຄົມ ນວ (ນໍ້າເບີ 12), ທ່ານ ທະນົງສິດ ເມືອງຈັນ ຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ ສານ ນວ (ນໍ້າເບີ 13) ທ່ານ ນາງ ກັນທິນາ ປ້ານອິນຫວນ ຫົວໜ້າກົມ ຕິດຕາມກວດກາວຽກງານຍຸຕິທຳ ກຳມາທິການຍຸຕິທຳສະພາແຫ່ງ ຊາດ ແລະ ຮອງປະທານສະຫະ ພັນແມ່ຍິງສະພາແຫ່ງຊາດ(ນໍ້າ ເບີ 17). ການລົງເຄື່ອນໄຫວຄັ້ງນີ້ ແຕ່ລະ ທ່ານໄດ້ຜັດປ່ຽນກັນແນະນໍາຕົນເອງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ສູນບໍລິຫານລັດດີຈິຕອນ, ພ້ອມ ດ້ວຍພະນັກງານກ່ຽວຂ້ອງພາຍໃນ ກະຊວງເຂົ້າຮ່ວມ. ທ່ານນາງວັນນະພາພົມມະທັນສິ ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ສົມທຽບໃສ່ມາດຕະຖານ ເພື່ອຕັດ ສິນໃຈເລືອກເອົາຜູ້ທີ່ເຫັນວ່າມີ ມາດຕະຖານເງື່ອນທີ່ເໝາະສົມ ເພື່ອ ເປັນຕົວແທນຂອງປະຊາຊົນຢູ່ໃນ ສະພາແຫ່ງຊາດ ແລະ ສະພາປະຊາ ຊົນນະຄອນຫລວງວຽງຈັນ. ພາຍຫລັງສຳເລັດການຫາ ສຽງຢູ່ວັດປາກຕອນ ຄະນະຜູ້ຮັບ ສະໝັກເລືອກຕັ້ງກໍໄດ້ເຄື່ອນໄຫວ ຊຸກຍູ້ການຜະລິດພືດ ທ່ານ ອາຈຽມ. ໃນນັ້ນ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ເນັ້ນໃຫ້ເອົາໃຈໃສ່ ຜະລິດພືດກະສິກຳໃຫ້ມີຄຸນນະພາບ ແລະ ປອດສານພິດ ຕິດພັນກັບການ ເອົາໃຈໃສ່ເບິ່ງແຍງສຸຂະພາບແຮງ ງານລາວທີ່ເຮັດວຽກຢູ່ນຳມີສຸຂະ ພາບແຂງແຮງ. ຂ່າວ-ພາບ: ຢ່າຕົ່ງ ຫົວຂໍ້ “ການປົກປ້ອງ ແລະ ຮັກສາ ຄວາມປອດໄພສຳລັບເດັກ” ໃນ ວັນທີ 16-19 ກຸມພາ 2026 ໂດຍ ການເຂົ້າຮ່ວມຈາກສູນໂຄສະນາ ຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ (ສວສ), ພະແນກ ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍ ແລະ ຜູ້ຊ່ຽວຊານ ຈາກສະຖານທູດອົດສະຕຣາລີ. ທ່ານ ນາງ ມະໂນລີດົງວັນ ຮອງ ຜູ້ອຳນວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາໄດ້ກ່າວ ວ່າ: ໃນປີຜ່ານມາ, ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ ແລະ ພະແນກຄວາມກ້າວໜ້າຂອງແມ່ ຍິງ ໄດ້ຮ່ວມມືກັນເປັນຄັ້ງທຳອິດ ໃນການສ້າງວິດີໂອ: “ຄວາມສະ ເໝີພາບຍິງ-ຊາຍ ຢູ່ໃນຫ້ອງຮຽນ”. ການຮ່ວມມືດັ່ງກ່າວປະສົບຜົນ ສຳເລັດ ແລະ ໄດ້ຮັບການຕອບຮັບ ເປັນຢ່າງດີ. ດັ່ງນັ້ນ, ເພື່ອສືບຕໍ່ການ ຮ່ວມມື, ພະແນກຄວາມກ້າວໜ້າ ຂອງແມ່ຍິງ ໄດ້ສະເໜີສ້າງວິດີໂອ ທີສອງອີງຕາມຄຳແນະນຳສຳລັບ ການປົກປ້ອງ ແລະ ຮັກສາຄວາມ ປອດໄພສຳລັບເດັກສຳລັບຜູ້ເຮັດ ວຽກໃນຂະແໜງການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ ໃນເດືອນກໍລະກົດ 2024 ໂດຍການ ສະໜັບສະໜູນຈາກລັດຖະບານ ອົດສະຕຣາລີ. ຫລັງຈາກທີ່ວີດີໂອ ໄດ້ຖືກຮັບຮອງແລ້ວຈະຕ້ອງໄດ້ ອອກອາກາດຜ່ານທາງໂທລະພາບ ສຶກສາ ແລະ ກິລາ, ແພລດຟອມຄັງ ປັນຍາລາວ ແລະ ສື່ສັງຄົມອອນ ລາຍ ເພື່ອໃຫ້ຄູໃນທົ່ວປະເທດສາ ມາດຮັບຊົມໄດ້. ທ່ານ ໄມໂຄ ຄາຣີ ເລຂາເອກ, ສະຖານທູດອົດສະຕຣາລີ ກໍໄດ້ ກ່າວວ່າ: ຄູເຮັດໜ້າທີ່ຫລາຍກວ່າ ການສອນບົດຮຽນ; ເຂົາເຈົ້າສ້າງ ສະພາບແວດລ້ອມການຮຽນຮູ້ທີ່ ປອດໄພ, ເປັນບ່ອນທີ່ເດັກສາມາດ ເຕີບໃຫຍ່ໄດ້, ເຂົ້າເຈົ້າເປັນຜູ້ທີ່ຢູ່ ແຖວໜ້າ ເພື່ອປົກປ້ອງການເປັນຢູ່ ທີ່ດີຂອງເດັກໃນໂຮງຮຽນ. ລັດຖະ ບານອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍ ສສກ ພັດທະນາເອກະສານຄໍາແນະ ນໍາການປົກປ້ອງ ແລະ ຮັກສາ ຄວາມປອດໄພສຳລັບເດັກຢ່າງ ເປັນທາງການສໍາລັບພະນັກງານ ໃນຂະແໜງການສຶກສາ ແລະ ພວກ ເຮົາຍິນດີທີ່ຈະສືບຕໍ່ການຮ່ວມມືໃນ ແຜນສ້າງວິດີໂອນີ້. ລັດຖະບານອົດ ສະຕຣາລີ ມີຄວາມມຸ່ງໝັ້ນທີ່ຈະ ສົ່ງເສີມສິດທິຂອງເດັກ ແລະ ດຳ ເນີນມາດຕະການໃນເບື້ອງຕົ້ນ ເພື່ອ ປ້ອງກັນ, ລະບຸສິ່ງທີ່ເປັນອັນຕະລາຍ ແລະ ຕອບໂຕ້ຄວາມສ່ຽງໃນການ ຮັກສາຄວາມປອດໄພ. ເມື່ອມີວິດີ ໂອນີ້, ເປົ້າໝາຍຮ່ວມກັນຂອງພວກ ເຮົາແມ່ນເພື່ອຖືເອົາສິດທິເດັກເປັນ ໃຈກາງ ແລະ ແນະນຳວິທີການທີ່ ຈະແຈ້ງ, ສາມາດປະຕິບັດໄດ້ແກ່ຄູ ເພື່ອປົກປ້ອງເດັກ. ການສໍາມະນາແມ່ນດຳເນີນໄປ ແບບປະຕິບັດຕົວຈິງ ຊຶ່ງປະກອບ ມີ: ການສ້າງສາກສະຖານະການ, ການສະແດງບົດບາດສົມມຸດ ເພື່ອກະກຽມໃນການກຳກັບນັກ ສະແດງ, ຫລັກການຂໍການຍິນຍອມ ເຂົ້າຮ່ວມຖ່າຍທຳ, ຜູ້ຝຶກອົບຮົມ ຈະຊ່ວຍຄັດເລືອກເນື້ອໃນທີ່ເນັ້ນ ເຖິງການສະແດງທີ່ເໝາະສົມກັບ ວັດທະນະທຳ, ບໍ່ມີການສະແດງ ດ້ວຍຮູບພາບ ແລະ ວິທີການແມ່ນ ຈະຊຸກຍູ້ການປະຕິບັດໃນທາງບວກ ແລະ ປ້ອງກັນຫລາຍກວ່າທີ່ຈະເປັນ ການຕຳນິ. ແຜນງານບີຄວາ ແມ່ນແຜນ ງານທີ່ນຳພາໂດຍລັດຖະບານລາວ ໂດຍການສະໜັບສະໜູນຈາກລັດ ຖະບານອົດສະຕຣາລີ ແລະ ລັດຖະ ບານສະຫະລັດອາເມລິກາ. ແຜນ ງານແມ່ນມີເປົ້າໝາຍສົ່ງເສີມຜົນ ການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍ ໃນປະເທດ ໂດຍສະເພາະແມ່ນເດັກ ທີ່ດ້ອຍໂອກາດ, ແຜນງານບີຄວາ ຍັງສົ່ງເສີມຄວາມສະເໝີພາບຍິງຊາຍ ແລະ ການສຶກສາຮຽນຮ່ວມ ໃນທຸກໆກິດຈະກຳ. ຮອງຫົວໜ້າສູນບໍລິຫານລັດດີຈິ ຕອນໄດ້ລາຍງານພາບລວມໂດຍ ຫຍໍ້ຜົນສຳເລັດຂອງການຈັດຕັ້ງ ປະຕິບັດວຽກງານໃນໄລຍະຜ່ານ ມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ (2026-2030) ຂອງສູນ ບໍລິຫານລັດດີຈິຕອນ. ພ້ອມນັ້ນ, ກອງປະຊຸມໄດ້ເປີດກວ້າງໃຫ້ພະ ນັກງານພາຍໃນສູນໄດ້ປະກອບຄໍາ ຄິດເຫັນ, ແລກປ່ຽນແບບກົງໄປ ກົງມາ ແລະ ສະເໜີບັນຫາຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຂໍ້ສະເໜີຈໍານວນ ໜຶ່ງ. ທັງນີ້, ກໍເພື່ອແນໃສ່ຮັບປະກັນ ການຈັດຕັ້ງປະຕິບັດວຽກງານຂອງ ສູນບໍລິຫານລັດດີຈິຕອນສາມາດ ບັນລຸຕາມຈຸດປະສົງ ແລະ ຄາດ ໝາຍທີ່ວາງໄວ້ໃນ 5 ປີຕໍ່ໜ້າ ຄື ກ້າວໄປສູ່ການຫັນເປັນດີຈິຕອນ ຕາມແນວທາງນະໂຍບາຍຂອງພັກລັດຖະບານໃນການຫັນວຽກງານ ບໍລິຫານ ແລະ ບໍລິການລັດຫັນເປັນ ທັນສະໄໝໃນຂອບເຂດທົ່ວປະເທດ. ໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ເນັ້ນໜັກໃຫ້ເອົາ ໃຈໃສ່ໃນວຽກງານບໍລິຫານ ແລະ ບໍລິການລັດ ເພື່ອຫັນເປັນດີຈິຕອນ ໃນທົ່ວສັງຄົມ, ຊຸກຍູ້ສົ່ງເສີມກໍ່ສ້າງ ບຸກຄະລາກອນຮອບດ້ານ ເພື່ອ ຮອງຮັບກັບການພັດທະນາດ້ານດີ ຈິຕອນ, ຍົກສູງບົດບາດຄວາມເປັນ ເຈົ້າການ ເພື່ອສ້າງຄວາມເປັນມື ອາຊີບໃນວຽກການປະສານງານ ກັບທຸກພາກສ່ວນ ເພື່ອພ້ອມກັນຫັນ ເປັນທັນສະໄໝໃນຕໍ່ໜ້າ. ຂ່າວ: ສູນບໍລິຫານລັດດີຈິຕອນ ຄຳປ່ຽນ ແສງສະຫວັດ ຍັງໄດ້ຍົກ ໃຫ້ເຫັນທິດທາງແຜນການໃນຕໍ່ໜ້າ ຈະລົງກວດກາຄວາມພ້ອມດ້ານ ຕ່າງໆຢູ່ແຕ່ລະໜ່ວຍເລືອກຕັ້ງໃນ ທົ່ວເມືອງກ່ອນວັນເລືອກຕັ້ງ 2 ຫລື 3 ວັນ; ສືບຕໍ່ປ້ອງກັນເວນຍາມ ບັນດາສໍານັກງານ, ອົງການ, ບ້ານ ແລະ ໜ່ວຍເລືອກຕັ້ງຕະຫລອດ 24 ຊົ່ວໂມງ ເພື່ອເຮັດໃຫ້ການເລືອກ ຕັ້ງຄັ້ງນີ້ ມີຄວາມສະຫງົບປອດ ໄພ 100%; ຍົກສູງຄວາມເປັນ ເຈົ້າການ ແລະ ຄວາມຮັບຜິດຊອບ ຂອງບັນດາອະນຸກຳມະການເລືອກ ຕັ້ງຂັ້ນເມືອງໃນການຈັດຕັ້ງປະຕິ ບັດແຜນດໍາເນີນງານຕາມທີ່ໄດ້ກໍາ ນົດໄວ້ໃນແຕ່ລະບາດກ້າວໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້; ສືບຕໍ່ ປະຊຸມ, ສ່ອງແສງ ແລະ ລາຍງານ ຢ່າງເປັນປົກກະຕິໃນໄລຍະຈັດຕັ້ງ ປະຕິບັດວຽກງານຕ່າງໆຫາກພົບ ຄວາມຫຍຸ້ງຍາກໃຫ້ຮີບຮ້ອນຂໍທິດ ຊີ້ນຳຈາກຂັ້ນເທິງ ເພື່ອແກ້ໄຂໃຫ້ ທັນເວລາ. ໃນໂອກາດນີ້,ທ່ານນາງມະນີວັນ ເຍຍປາວເຮີ ອະນຸກຳມະການເລຂາ ນຸການ, ຄະນະກຳມະການເລືອກ ຕັ້ງລະດັບຊາດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການ ເລືອກຕັ້ງຂັ້ນເມືອງທີ່ເອົາໃຈໃສ່ ນໍາພາ-ຊີ້ນໍາຕໍ່ການກະກຽມຮອບ ດ້ານໃຫ້ແກ່ການເລືອກຕັ້ງຄັ້ງນີ້ ຊຶ່ງ ບັນດາອະນຸກໍາມະການຕ່າງໆກໍ ໄດ້ເຄື່ອນໄຫວພາລະບົດບາດຂອງ ຕົນຢ່າງຕັ້ງໜ້າ ແລະ ມີຄວາມຮັບ ຜິດຊອບສູງ, ມີກົນໄກປະສານສົມ ທົບຢ່າງກົມກຽວ ແລະ ມີຄວາມ ພ້ອມຮອບດ້ານໃຫ້ແກ່ການເລືອກ ຕັ້ງໃນວັນທີ 22 ກຸມພາ 2026. ນອກຈາກນີ້, ທ່ານ ນາງ ມະນີວັນ ເຍຍປາວເຮີ ຍັງເນັ້ນໃຫ້ເມືອງວັງ ວຽງ ສືບຕໍ່ໂຄສະນາໃຫ້ປະຊາຊົນ ພາຍໃນເມືອງຮັບຮູ້ ແລະ ເຂົ້າໃຈ ທີ່ຖືກຕ້ອງຕໍ່ການເລືອກຕັ້ງ ໂດຍ ສະເພາະການແນະນຳ ແລະ ເຜີຍແຜ່ ລະບຽບວິທີຂີດບັດ ແລະ ວິທີປ່ອນ ບັດໃຫ້ຜູ້ມີສິດເລືອກຕັ້ງເຂົ້າໃຈຢ່າງ ຖືກຕ້ອງ. ຂ່າວ-ພາບ: ກິດຕາ ຕໍ່ຈາກໜ້າ ຕໍ່ຈາກໜ້າ ທ່ານ ສັນຕິສË ກ ສິມມາລາວົງ

RkJQdWJsaXNoZXIy MTc3MTYxMQ==