20/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່ຈາກສະບັບກ່ອນ [= ]y la f r6 g[h p ,kpoy ' 4n le7a odko8y f8k, 75 ootrk[ c]t 2N o26 ly j 'c;f]h v, ໂດຍ: ຈັນທະລອນ ສອງ: ປະຊາຊົນລາວບັນດາ ເຜົ່າ ກໍຄື ພົນລະເມືອງລາວທຸກຄົນ ຕ້ອງຮູ້ປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະຂອງຕົນ ໂດຍຜ່ານການ ເຄື່ອນໄຫວຂອງຕົວແທນຂອງຕົນ ຄື: ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງທີ່ປະຊາຊົນລາວບັນດາເຜົ່າ ໄດ້ປ່ອນບັດເລືອກຕັ້ງເອົາມາເປັນ ຕົວແທນຕົນຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອປຶກສາຫາລື ແລະ ຕົກລົງບັນ ຫາສໍາຄັນພື້ນຖານຂອງປະເທດ ຊາດ ແລະ ຂອງແຕ່ລະທ້ອງຖິ່ນ. ສະນັ້ນ, ພົນລະເມືອງລາວທຸກຄົນມີ ສິດ ແລະ ໜ້າທີ່ ຕິດຕາມ, ກວດກາ ແລະ ຊຸກຍູ້ການເຄື່ອນໄຫວຂອງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ, ມີສິດສະເໜີປົດສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ໃນເມື່ອ ຫາກເຫັນວ່າຜູ້ນັ້ນມີການປະພຶດ ບໍ່ສົມກຽດສັກສີຂອງຜູ້ແທນປະ ຊາຊົນ. ຄໍາຖາມທີ 10: ການປະຕິ ບັດ ສິດເປັນເຈົ້າ ຂອງປະຊາຊົນລາວ ບັນດາເຜົ່າ, ສິດ ແລະ ພັນທະຂອງ ພົນລະເມືອງລາວ ໃນໄລຍະຜ່ານມາ ມີອັນດີ, ອັນອ່ອນແນວໃດ ly f c]t ra omt0v'rq o]tg,n v']k; ຕອບ: ໃນຕະຫລອດໄລຍະ 50 ປີທີ່ຜ່ານມາ, ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ກໍຄື ພົນ ລະເມືອງລາວ ໄດ້ຮັບການສຶກສາ ອົບຮົມກ່ຽວກັບແນວທາງ, ນະໂຍ ບາຍຂອງ ພັກ ແລະ ກົດໝາຍ ຂອງ ລັດຢ່າງຕໍ່ເນື່ອງຊຶ່ງໄດ້ຍົກສູງຄວາມ ຮັບຮູ້, ເຂົ້າໃຈ ແລະ ສະຕິຕື່ນຕົວ ປະຕິບັດສິດເປັນເຈົ້າ, ສິດ ແລະ ພັນ ທະຂອງຕົນໄດ້ເປັນຢ່າງດີ ເປັນຕົ້ນ ນັບແຕ່ພັກເຮົາໄດ້ດໍາເນີນພາລະກິດ ປ່ຽນແປງໃໝ່ມານີ້, ຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າ, ສິດ ແລະ ພັນທະຂອງພົນລະເມືອງ ລາວ ໄດ້ຮັບການປັບປຸງ ແລະ ເສີມ ຂະຫຍາຍຢ່າງແຂງແຮງ ຊຶ່ງສະ ແດງອອກດັ່ງນີ້: ໜຶ່ງ: ປະຊາຊົນ ລາວແຕ່ລະຊົນເຜົ່າ ສ່ວນຫລາຍ ລ້ວນແຕ່ມີຄວາມຮັບຮູ້ ແລະ ເຂົ້າໃຈ ຢ່າງຈະແຈ້ງກ່ຽວກັບສິດເປັນເຈົ້າ, ສິດ ແລະ ພັນທະຂອງພົນລະເມືອງ. ສະນັ້ນ, ໃນຕະຫລອດໄລຍະ 50 ປີ ທີ່ຜ່ານມາ ປະຊາຊົນເຮົາຈຶ່ງພ້ອມ ຈິດພ້ອມໃຈກັນປົກປັກຮັກສາ ໝາກຜົນຂອງການປະຕິວັດທີ່ຍາດ ມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍ ຊາດ, ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ກໍຄື ພາລະກິດປ່ຽນ ແປງໃໝ່, ທັບມ້າງກົນອຸບາຍແບ່ງ ແຍກ, ແຊກແຊງ, ຮຸກຮານ ແລະ ທໍາລາຍມ້າງເພລະບອບໃໝ່ຂອງ ພວກຄົນບໍ່ດີ ແລະ ອິດທິກໍາລັງ ປໍລະປັກ, ເດັດດ່ຽວປົກປັກຮັກສາ ຄວາມເປັນເອກະລາດ, ອໍານາດອະ ທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະພາບຂອງ ຊາດ ໄວ້ໄດ້ຢ່າງໝ້ັ້ນຄົງ. ສອງ: ປະຊາຊົນລາວແຕ່ລະຊົນເຜົ່າ ໄດ້ມີ ຄວາມຫ້າວຫັນປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກ, ລັດຖະ ທໍາມະນູນ ແລະ ກົດໝາຍຂອງລັດ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອຮັກ ຊາດ, ຄວາມສາມັກຄີປອງດອງ ແລະ ມູນເຊື້ອດຸໝັ່ນຂະຫຍັນພຽນ ຮ່ວມກັນສ້າງສາພັດທະນາປະເທດ ຊາດ ທີ່ມີຜົນສໍາເລັດໃຫຍ່ຫລວງ ຫລາຍຢ່າງ, ເຮັດໃຫ້ປະເທດເຮົາ ມີຄວາມຮັ່ງມີ, ເຂັ້ມແຂງຢ່າງຈະ ແຈ້ງເດັ່ນຊັດ, ສັງຄົມມີຄວາມຈະ ເລີນກ້າວໜ້າ, ສີວິໄລ ແລະ ຍຸຕິທໍາ ດີກວ່າເກົ່າ. ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ມີສະບຽງ ອາຫານກຸ້ມກິນໂດຍພື້ນຖານ, ການ ຜະລິດສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ໄດ້ມີການຂະຫຍາຍຕົວ, ການຄົມມະນາຄົມ, ໂທລະຄົມ, ການ ສຶກສາ, ສາທາລະນະສຸກ...ເຖິງວ່າ ຍັງມີຄວາມຫຍຸ້ງຍາກ ແຕ່ກໍໄດ້ມີ ການຂະຫຍາຍຕົວດີ ເຮັດໃຫ້ຊີວິດ ການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນລາວບັນດາ ເຜົ່າດີຂຶ້ນຢ່າງຈະແຈ້ງ. ສາມ: ປະ ຊາຊົນລາວແຕ່ລະຊົນເຜົ່າ ໄດ້ມີ ສ່ວນຮ່ວມທີ່ສໍາຄັນໃນການປົກປັກ ຮັກສາ ແລະ ປັບປຸງບູລະນະລະບົບ ອໍານາດລັດຂັ້ນຕ່າງໆ ໃຫ້ໜັກແໜ້ນ, ເຂັ້ມແຂງເທື່ອລະກ້າວ ເປັນຕົ້ນ ໄດ້ປະຕິບັດສິດປະຊາທິປະໄຕ ໃນ ການປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ມາແລ້ວ 8 ຄັ້ງ (ແຕ່ສະພາສູງສຸດ ຊຸດທີ II ຫາ ສະ ພາແຫ່ງຊາດ ຊຸດທີ IX, ສ່ວນສະພາ ສູງສຸດ ຊຸດທີ I ແມ່ນໄດ້ຮັບການ ແຕ່ງຕັ້ງ ໂດຍກອງປະຊຸມໃຫຍ່ຜູ້ ແທນປະຊາຊົນທົ່ວປະເທດ ໃນວັນທີ 2 ທັນວາ 1975) ແລະ ສະມາຊິກ ສະພາປະຊາຊົນຂັ້ນທ້ອງຖິ່ນ ມາ ແລ້ວ 4 ຄັ້ງ ( ຄັ້ງທີ I ປີ 1975 ແລະ ຄັ້ງທີ II ປີ 1988; ຄັ້ງທີ III ປີ 2016 ແລະ ຄັ້ງທີ IV ປີ 2021) ຊຶ່ງແຕ່ລະ ຄັ້ງກໍສາມາດເລືອກໄດ້ຜູ້ສະໝັກທີ່ມີ ມາດຖານ, ເງື່ອນໄຂຄົບຖ້ວນກວ່າ ໝູ່ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນທ້ອງຖິ່ນ; ບໍ່ພຽງແຕ່ເທົ່ານັ້ນ ປະຊາຊົນລາວບັນດາເຜົ່າຍັງໄດ້ ປະກອບຄວາມຄິດຄວາມເຫັນຢ່າງ ຫລວງຫລາຍເຂົ້າໃສ່ແນວທາງ, ນະໂຍບາຍຕ່າງໆຂອງພັກ, ລັດຖະ ທໍາມະນູນ ແລະ ກົດໝາຍຂອງລັດ. ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ປະ ກອບສ່ວນສະກັດກັ້ນ, ຕ້ານຄືນກັບ ເລ່ຫລ່ຽມ, ກົນອຸບາຍແບ່ງແຍກ, ໂຄ ສະນາໃສ່ຮ້າຍປາຍສີ ຂອງພວກຄົນ ບໍ່ດີ ແລະ ອິດທິກໍາລັງປໍລະປັກຕໍ່ ການນໍາພາຂອງ ພັກ ແລະ ການຄຸ້ມ ຄອງຂອງລັດ ໃນແຕ່ລະໄລຍະ. ສີ່: ປະຊາຊົນລາວແຕ່ລະຊົນເຜົ່າ ໄດ້ ເຊີດຊູສະຕິຕື່ນຕົວ ເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດ ໝາຍ, ສະກັດກັ້ນ ແລະ ຕ້ານປະ ກົດການຫຍໍ້ທໍ້, ຄວາມບໍ່ຍຸຕິທໍາໃນ ສັງຄົມ ເຊັ່ນ: ພະຍາດອາດຍາສິດ, ສວຍໃຊ້ຖານະຕໍາແໜ່ງທາງທີ່ບໍ່ຖືກ ຕ້ອງ, ຂົ່ມຂູ່ປະຊາຊົນ, ສໍ້ລາດບັງ ຫລວງຂອງພະນັກງານຂັ້ນຕ່າງໆ, ຕ້ານໄພສັງຄົມ, ໄພທໍາມະຊາດ ແລະ ອື່ນໆ, ເຮັດໃຫ້ການປະຕິບັດ ກົດໝາຍ ຢູ່ໃນທົ່ວສັງຄົມໄດ້ມີບັນ ຍາກາດດີຂຶ້ນເປັນກ້າວໆ. ຫ້າ: ປະ ຊາຊົນລາວແຕ່ລະຊົນເຜົ່າ ແລະ ພົນ ລະເມືອງລາວສ່ວນຫລວງຫລາຍ ລ້ວນແຕ່ໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ຕັ້ງໜ້າປະຕິບັດສິດ ແລະ ພັນ ທະຂອງຕົນ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍ ໄດ້ດີຂຶ້ນ. ຄຽງຄູ່ກັບດ້ານດີແລະຜົນສໍາເລັດ ທີ່ກ່າວມາຂ້າງເທິງນີ້, ການປະຕິບັດ ສິດເປັນເຈົ້າຂອງປະຊາຊົນລາວ ບັນ ດາເຜົ່າ,ສິດແລະພັນທະພື້ນຖານຂອງ ພົນລະເມືອງລາວ ຍັງມີຈຸດອ່ອນ ຫລາຍຢ່າງ ຊຶ່ງສະແດງອອກດັ່ງນີ້: ໜຶ່ງ: ການເຂົ້າຮ່ວມຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຂອງປະຊາຊົນລາວ ບັນດາເຜົ່າ ແລະ ພົນລະເມືອງລວມ ຈໍານວນບໍ່ໜ້ອຍ ຍັງບໍ່ທັນແຂງແຮງ, ຍັງມີປະຊາຊົນ ແລະ ພົນລະເມືອງ ລາວຈໍານວນໜຶ່ງ ທໍາມາຫາກິນ, ເຮັດການຜະລິດ-ທຸລະກິດ, ການບໍລິ ການ, ການຊື້-ຂາຍສິນຄ້າ, ການນໍາ ເຂົ້າສິນຄ້າ ແລະ ອື່ນໆ ບໍ່ຖືກຕ້ອງ ຕາມກົດໝາຍ; ການເຂົ້າຮ່ວມຂອງ ປະຊາຊົນໃນການປົກປັກຮັກສາ, ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນ ທໍາມະຊາດ ຍັງບໍ່ທັນເຮັດໄດ້ດີ, ຍັງ ມີປະກົດການຈັບຈອງ, ຊື້-ຂາຍທີ່ ດິນ ແລະ ຊັບພະຍາກອນອື່ນໆ ຂອງ ຊາດຢ່າງຊະຊາຍ, ການຄຸ້ມຄອງ ແລະ ແກ້ໄຂຂອງເບື້ອງລັດຕໍ່ບັນ ດາປະກົດການຫຍໍ້ທໍ້ດັ່ງກ່າວຍັງ ບໍ່ທັນເຂັ້ມງວດ ແລະ ສັກສິດຕາມ ກົດໝາຍ; ການສ້າງເງື່ອນໄຂອໍາ ນວຍຄວາມສະດວກ ໃຫ້ແກ່ການ ເສີມຂະຫຍາຍ ແລະ ປະຕິບັດສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ, ສິດ ແລະ ພັນທະຂອງພົນລະ ເມືອງລາວ ກໍຄື ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງ ຍັງເຮັດບໍ່ໄດ້ດີ, ຍິ່ງກວ່ານັ້ນ ຍັງມີປະກົດການລ່ວງ ລະເມີດ, ຈໍາກັດສິດເປັນເຈົ້າຂອງ ປະຊາຊົນ ລາວບັນດາເຜົ່າ. ສອງ: ຄວາມຮັບຮູ້ ແລະ ເຂົ້າໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ພົນລະເມືອງລາວຈໍານວນບໍ່ໜ້ອຍ ກ່ຽວກັບສິດເປັນເຈົ້າປະເທດຊາດ ຍັງບໍ່ທັນຖືກຕ້ອງ ແລະ ເລິກເຊິ່ງ, ຊໍ້າ ບໍ່ໜໍາຍັງມີຄວາມເຂົ້າໃຈຜິດເຊັ່ນ: ເຂົ້າໃຈວ່າການເປັນເຈົ້າປະເທດ ຊາດ ແມ່ນໃຜຢາກເຮັດຫຍັງກໍໄດ້ ຫລື ເຂົ້າໃຈວ່າເປັນເຈົ້າແມ່ນເສລີຊະ ຊາຍຕາມໃຈຊອບ ຈຶ່ງມີການລ່ວງ ລະເມີດກົດໝາຍ, ແລ່ນນໍາຜົນປະ ໂຫຍດສ່ວນຕົວ, ຖືເງິນຄໍາເປັນພະ ເຈົ້າ, ມີເງິນມີຄໍາ ແລ້ວຈະເຮັດຫຍັງ ກະໄດ້, ຫລົງລືມສະຕິເປັນເຈົ້າປະ ເທດຊາດ ແລະ ກຽດສັກສີຂອງພົນ ລະເມືອງລາວ; ມີປະຊາຊົນລາວບັນ ດາເຜົ່າ ແລະ ພົນລະເມືອງລາວຈໍາ ນວນບໍ່ໜ້ອຍ ຍັງຂາດຄວາມເປັນ ເຈົ້າການ, ບໍ່ທັນຮູ້ເສີມຂະຫຍາຍນໍ້າ ໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ໂດຍເລີ່ມຈາກ ມູນເຊື້ອຂອງຊົນເຜົ່າ ແລະ ຄອບຄົວ ຂອງຕົນ, ຍັງມີແນວຄິດຄອງເດີມ, ເອື່ອຍອີງ, ຄອງຄອຍ, ລໍຖ້າແຕ່ການ ຈັດຕັ້ງ ພັກ, ລັດ ແລະ ຂັ້ນເທິງ ຫລື ຕ່າງປະເທດມາຊ່ວຍເຫລືອແກ້ໄຂ. ມີຈໍານວນໜຶ່ງເຂົ້າໃຈວ່າ ການປົກ ປັກຮັກສາປະເທດຊາດ ແລະ ປ້ອງ ກັນຄວາມສະຫງົບ ແມ່ນໜ້າທີ່ສະ ເພາະຂອງທະຫານ, ຕໍາຫລວດເທົ່າ ນັ້ນ ຈຶ່ງບໍ່ເອົາໃຈໃສ່ເຂົ້າຮ່ວມປົກປັກ ຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ, ຫລົບຫລີກພັນທະການປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ, ປະ ປ່ອຍໃຫ້ລູກຫລານ ຊື້-ຂາຍ ແລະ ຕິດຢາບ້າ-ຢາເສບຕິດ ຢ່າງແຜ່ ຫລາຍທົ່ວໄປ, ສ້າງຄວາມເສຍຫາຍ ໃຫ້ແກ່ປະເທດຊາດ ແລະ ອະນາຄົດ ຂອງລູກຫລານ. ສາມ: ຄວາມເປັນເຈົ້າການ ໃນການປົກປັກຮັກສາ ແລະ ເສີມ ສ້າງຄວາມສາມັກຄີ ເປັນປຶກແຜ່ນ ພາຍໃນຊາດ ແລະ ລະຫວ່າງ ບັນດາ ເຜົ່າ ຍັງບໍ່ທັນແໜ້ນແຟ້ນຢ່າງແທ້ ຈິງ, ລະດັບການຂະຫຍາຍຕົວທາງ ດ້ານເສດຖະກິດ- ສັງຄົມ ລະຫວ່າງ ຊົນເຜົ່າ ແລະ ລະຫວ່າງ ຕົວເມືອງ ກັບເຂດຊົນນະບົດ ເປັນຕົ້ນ ເຂດພູ ດອຍຫ່າງໄກສອກຫລີກຍັງຫລຸດ ໂຕນກັນຫລາຍ ເຮັດໃຫ້ການເສີມ ຂະຫຍາຍ ແລະ ປະຕິບັດສິດເປັນ ເຈົ້າຂອງປະຊາຊົນບັນດາເຜົ່າ ຍັງ ບໍ່ທັນໄດ້ຢ່າງເຕັມເມັດເຕັມໜ່ວຍ. ສີ່: ມີພົນລະເມືອງຈໍານວນໜຶ່ງ ມີແຕ່ເລັ່ງທວງໃຫ້ປະຕິບັດສິດ, ແຕ່ ຊໍ້າພັດຢາກຫລີກລ່ຽງການປະຕິບັດ ພັນທະຂອງຕົນ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍ, ຊໍ້າບໍ່ໜໍາຍັງມີຈໍານວນໜຶ່ງທໍາມາຫາ ກິນຢູ່ນອກກົດໝາຍ, ລັກລອບຄ້າ ຂາຍເຖື່ອນ, ຄ້າຂາຍສິ່ງຜິດກົດໝາຍ ແລະ ອື່ນໆ. ຂປລ. ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ຖືສໍາຄັນວຽກງານສິ່ງ ແວດລ້ອມ ໂດຍສະເພາະແມ່ນການ ຕິດຕາມຄຸນນະພາບ ແລະ ຟື້ນຟູ ສິ່ງແວດລ້ອມ ຂອງໂຄງການພູຄຳ ແລະ ຫ້ວຍຊາຍ ເປັນປົກກະຕິ ແລະ ປະຕິບັດຢ່າງຖືກຕ້ອງຕາມມາດຕະ ຖານຂອງສິ່ງແວດລ້ອມ ໂດຍໄດ້ ມີການຕິດຕັ້ງອຸປະກອນທີ່ສາມາດ ຕິດຕາມຄຸນນະພາບສິ່ງແວດລ້ອມ ຢູ່ພາກສະໜາມຕະຫລອດເວລາ. ສ່ວນວຽກງານຟື້ນຟູສິ່ງແວດລ້ອມ ແມ່ນໄດ້ແບ່ງເປັນ 2 ໄລຍະ ຄື: ຟື້ນ ຟູແບບຊົ່ວຄາວ ແລະ ຟື້ນຟູແບບ ຖາວອນ ຊຶ່ງການຟື້ນຟູແບບຊົ່ວ ຄາວ ແມ່ນເວລາມີການບຸກເບີກກໍ ໄດ້ປູກພືດຄວບຄຸມເພື່ອຫລຸດຜ່ອນ ຕະກອນ, ການເຊາະເຈື່ອນຕ່າງໆ ແລະ ຟື້ນຟູແບບຖາວອນ ໝາຍວ່າ ພື້ນທີ່ດັ່ງກ່າວຈະບໍ່ມີການນຳໃຊ້ຕໍ່ ໄປ ໂດຍອີງໃສ່ແຜນປິດບໍ່ແຮ່. ທ່ານ ຫານ ຈັນທະວົງ ຜູ້ຈັດ ການພະແນກສິ່ງແວດລ້ອມ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນໃນໂອກາດລົງ ຢ້ຽມຢາມໂຄງການພາກສະໜາມ ຂອງບໍລິສັດ ພູເບ້ຍ ມາຍນິງ ຈຳ ກັດ ເມື່ອບໍ່ດົນນີ້ວ່າ: ພະແນກສິ່ງ ແວດລ້ອມ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ປະກອບມີສອງພາກສ່ວນ ສໍາຄັນຄື ພາກສ່ວນຕິດຕາມຄຸນນະ ພາບ, ຟື້ນຟູສິ່ງແວດລ້ອມ ແລະ ວຽກຄຸ້ມຄອງສິ່ງເສດເຫລືອຂອງ ໂຄງການພູຄຳ ແລະ ຫ້ວຍຊາຍ ຊຶ່ງ ພະແນກສິ່ງແວດລ້ອມ ຈະມີໜ້າທີ່ ຕິດຕາມກວດກາຢູ່ແຕ່ລະພື້ນທີ່ ຂອງໂຄງການ ໃຫ້ສອດຄ່ອງກັບ ແຜນຄຸ້ມຄອງສິ່ງແວດລ້ອມ ໂດຍ ໄດ້ມີການຕິດຕັ້ງອຸປະກອນທີ່ສາ ມາດຕິດຕາມຄຸນນະພາບສິ່ງແວດ ລ້ອມ ຢູ່ພາກສະໜາມຕະຫລອດ ເວລາ ຊຶ່ງອຸປະກອນດັ່ງກ່າວຈະ ລາຍງານຜົນຜ່ານໜ້າຈໍໃນຫ້ອງ ຄວບຄຸມ ເປັນຕົ້ນ ສະພາບດິນຟ້າ ອາກາດ, ປະລິມານນໍ້າຝົນ, ອຸນ ຫະພູມ, ຄຸນນະພາບນໍ້າ, ຕິດຕາມ ເບິ່ງຄຸນນະພາບຂອງອາກາດ, ຝຸ່ນ 1. 2.5 ແລະ 1. 10 ໄດ້ຕິດຕັ້ງ ຢູ່ຕາມບ້ານປະຊາຊົນທີ່ອ້ອມຂ້າງ ໂຄງການ. ພ້ອມນີ້, ຍັງໄດ້ຕິດຕັ້ງ ເຄື່ອງຕິດຕາມສຽງລົບກວນຕ່າງໆ ຢູ່ບ້ານອ້ອມຂ້າງໂຄງການຊຶ່ງເຄື່ອງ ນີ້ແມ່ນຕິດຕາມເບິ່ງກິດຈະກຳທີ່ ເກີດຈາກໂຄງການ ຫລື ທາງນອກ, ເຄື່ອງດັ່ງກ່າວແມ່ນສາມາດຈຳ ແນກໄດ້ວ່າສຽງດັງ ເກີດມາຈາກ ໃສ, ໜ້ອຍ ຫລື ຫລາຍສໍ່າໃດ ແລ້ວ ນຳໄປສົມທຽບໃສ່ມາດຕະຖານສິ່ງ ແວດລ້ອມທີ່ວາງອອກ, ຖ້າເກີນ ມາດຕະຖານ ແມ່ນຈະແຈ້ງໄປຫາ ຜູ້ຮັບຜິດຊອບຢູ່ເຂດດັ່ງກ່າວ ດໍາ ເນີນການແກ້ໄຂ. ສຳລັບຄຸນນະ ພາບຂອງນໍ້າພວກເຮົາກໍໄດ້ເກັບ ຕົວຢ່າງໄປແທກເບິ່ງຕົວຈິງຢູ່ພາກ ສະໜາມ ແລ້ວນຳເອົາເຂົ້າຫ້ອງທົດ ລອງ ເພື່ອມາວິໄຈເບິ່ງທາດໂລຫະ ແລະອື່ນໆແລະສົມທຽບໃສ່ມາດຕະ ຖານຂອງສິ່ງແວດລ້ອມວາງອອກ. ທ່ານ ຫານ ຈັນທະວົງ ຍັງໃຫ້ ຮູ້ອີກວ່າ: ພ້ອມກັນນີ້, ອ່າງເກັບ ຫາງແຮ່ ກໍໄດ້ມີການຕິດຕາມກວດ ກາຢ່າງເຂັ້ມງວດ ໂດຍທຸກການ ກວດກາແມ່ນໄດ້ມາດຕະຖານສາ ກົນ, ຮັບປະກັນຄວາມປອດໄພ ແລະ ການຮັກສາສິ່ງແວດລ້ອມ, ຂະນະ ດຽວກັນທາງບໍລິສັດກໍໄດ້ເຮັດອ່າງ ຮອງຮັບນໍ້າທີ່ຈະປ່ອຍອອກຈາກ ອ່າງຫາງແຮ່ ໃນລະດູຝົນຈະມີປະ ລິມານນໍ້າສ່ວນເກີນຫລາຍ ຕ້ອງໄດ້ ມີການລະບາຍນໍ້າອອກ, ແຕ່ກ່ອນ ຈະປ່ອຍນໍ້າອອກ ຕ້ອງໄດ້ມີການ ບໍາບັດຄຸນນະພາບນໍ້າ ໃຫ້ໄດ້ຢູ່ໃນ ເກນມາດຕະຖານສິ່ງແວດລ້ອມ, ທັງໄດ້ຕິດຕັ້ງອຸປະກອນຕິດຕາມ ຄຸນນະພາບນໍ້າຢູ່ອ່າງຫາງແຮ່ ແລະ ຢູ່ໃນຈຸດປ່ອຍລົງສູ່ນໍ້າທໍາມະຊາດ ຊຶ່ງສາມາດຕິດຕາມຜ່ານອຸປະກອນ ຕິດຕາມໄດ້ທຸກເວລາ ແລະ ໄດ້ເກັບ ຕົວຢ່າງນໍ້າໄປວິໄຈຢູ່ຫ້ອງທົດລອງ ຂອງບໍລິສັດ ແລະ ສົ່ງໄປຫ້ອງທົດ ລອງທາງນອກທີ່ໄດ້ມາດຕະຖານ ສາກົນ ເພື່ອຮັບປະກັນດ້ານຄຸນນະ ພາບຂອງນໍ້າ. ພ້ອມກັນນີ້, ຍັງໄດ້ ປ່ອຍປາ ລົງໃນອ່າງຮອງຮັບນໍ້າທີ່ ປ່ອຍອອກຈາກອ່າງຫາງແຮ່ ແລ້ວ ເອົາຕົວຢ່າງປາ ໃນອ່າງສົ່ງໄປວິ ໄຈວ່າປາທີ່ລ້ຽງມີຜົນກະທົບ ຫລື ສານປົນເປື້ອນ ຫລື ບໍ່, ແຕ່ຜົນການ ວິໄຈເຫັນວ່າປາໃນອ່າງແມ່ນບໍ່ມີ ຜົນກະທົບໃດໆ.
RkJQdWJsaXNoZXIy MTc3MTYxMQ==