gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 20/02/2026 xtgmf]k; ລາຍງານຜົນການເຄື່ອນໄຫວ... ສໍາມະນາ... ກະຊວງ ວທ... ສອງເລຂາທິການໃຫຍ່... ພ້ອມກັນໄປໃຊ້ສິດຂອງຕົນ... ສະຫາຍ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ ( ຜູ້ທີ 8 ນັບຈາກຊ້າຍຫາຂວາແຖວໜ້າ ) ໂຄສະນາປຸກລະດົມຂະບວນການ ແລະ ເລກທີ 016 ກ່ຽວກັບການ ໂຄສະນາຫາສຽງ, ພ້ອມທັງສະເໜີ ໃຫ້ເເຕ່ລະຄະນະລາຍງານສັງລວມ ສະພາບຄວາມເປັນຈິງໃນການລົງ ໄປຕິດຕາມຢູ່ແຕ່ລະທ້ອງຖິ່ນ ເພື່ອ ພ້ອມກັນນໍາມາຂະຫຍາຍວຽກງານ ຂອງອະນຸກໍາມະການ, ປະຕິບັດ ຄໍາເເນະນໍາ ໂດຍສະເພາະຄໍາແນະ ນໍາອະນຸກໍາມະການການເລືອກຕັ້ງ ກ່ຽວກັບການໂຄສະນາປຸກລະດົມ ສ້າງຂະບວນການ ແລະ ຍ້ອງຍໍ ການໂຄສະນາຫາສຽງ. ນອກນີ້, ຍັງມີຫລາຍບັນຫາທີ່ກ່ຽວພັນກັບ ເຂດການເລືອກຕັ້ງ. ຈາກນັ້ນ, ຕາງໜ້າໃຫ້ເເຕ່ລະ ຄະນະກໍໄດ້ສະຫລຸບລາຍງານໂດຍ ຫຍໍ້ ກ່ຽວກັບສະພາບຄວາມເປັນຈິງ ການລົງເຄື່ອນໄຫວຕິດຕາມກວດ ກາ ແລະ ຊຸກຍູ້ວຽກງານໂຄສະນາ ປຸກລະດົມຂະບວນການ ແລະ ການ ໂຄສະນາຫາສຽງຢູ່ເເຕ່ລະທ້ອງຖິ່ນ, ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ຂອງຄະນະຮັບຜິດຊອບການ ເລືອກຕັ້ງ, ຜົນໄດ້ຮັບຂອງການ ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານ ໂຄສະນາປຸກລະດົມຂະບວນການ ແລະ ການໂຄສະນາຫາສຽງ, ຂໍ້ ສະດວກຂໍ້ຫຍຸ້ງຍາກ, ການເເກ້ໄຂ ໃນຕໍ່ໜ້າ ແລະ ອື່ນໆ. ໃນຕອນທ້າຍກອງປະຊຸມ, ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີ ຄໍາເຫັນສະຫລຸບສັງຮວມເນື້ອໃນ ຂອງກອງປະຊຸມ ເເລະ ພ້ອມທັງ ເນັ້ນໃຫ້ອະນຸກໍາມະການໂຄສະນາ ເເລະ ປຸກລະດົມຂະບວນການຂອງ ເເຕ່ລະຄະນະຈົ່ງພ້ອມກັນເອົາໃຈ ໃສ່ຢ່າງຕັ້ງໜ້າ ເເລະ ດ້ວຍຄວາມ ຮັບຜິດຊອບສູງຕໍ່ວຽກງານທີ່ຕົນ ເອງຮັບຜິດຊອບເເນໃສ່ເຮັດໃຫ້ ບັ້ນເລືອກຕັ້ງຄັ້ງນີ້ດໍາເນີນໄປຕາມ ຄາດໝາຍທີ່ວາງໄວ້. ຂ່າວ: ສົມຫວັງ; ພາບ: ສພຊ ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ສປປ ລາວ” ໃນຕອນບ່າຍວັນທີ 18 ກຸມພາ 2026 ໂດຍການເປັນ ປະທານນຳພາກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງ ປະຕິບັດສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າໃນຖານະ ຜູ້ເປັນເຈົ້າຂອງອຳນາດລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະພາແຫ່ງ ຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສູ່ບາດລ້ຽວ ໃໝ່, ປະກອບສ່ວນທີ່ສຳຄັນໃນການສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ນຳພາປະເທດຊາດທີ່ແສນຮັກ ແລະ ຫວງແຫນ ຂອງພວກເຮົາ ກໍຄື ຊາດລາວເອກະພາບກ້າວໄປສູ່ໄລຍະການພັດທະນາ ດ້ວຍຄຸນນະພາບໃໝ່ຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ໃຫ້ປະກົດຜົນເປັນຈິງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ. ການເລືອກ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ແມ່ນຢູ່ໃນທ່າມ ບັນຍາກາດທີ່ປະເທດເຮົາຫາກໍສຳເລັດການສະເຫລີມສະຫລອງ 3 ວັນປະຫວັດສາດໃນທ້າຍປີ 2025 ຜ່ານມາ ຄື: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສຳລັບການເລືອກຕັ້ງຄັ້ງນີ້ເປົ້າໝາຍກໍເພື່ອຜັນຂະຫຍາຍ ຈັດຕັ້ງປະຕິບັດໂຄງການ ການເມືອງໄລຍະໃໝ່ຂອງພັກ ໃນການສືບ ຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງກົນໄກບໍລິຫານ ລັດ ໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອ ຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການ ປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ, ເພື່ອສ້າງຕັ້ງລະບົບອຳນາດ ລັດທີ່ເຂັ້ມແຂງ ແລະ ໂປ່ງໃສທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ ຢ່າງສຸດກົກສຸດປາຍ; ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ເວົ້າສະເພາະ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ ແລະ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຈຸດປະສົງ ແລະ ລະດັບ ຄາດໝາຍທີ່ວາງໄວ້ 400% ຄື: ປະຊາຊົນຜູ້ມີສິດເລືອກຕັ້ງໄປເລືອກ ຕັ້ງຄົບຈຳນວນ 100%, ຜູ້ມີສິດເລືອກຕັ້ງຮູ້ນຳໃຊ້ສິດຕາມລະບຽບ ກົດໝາຍ ໂດຍສະເພາະແມ່ນກົດໝາຍການເລືອກຕັ້ງໃຫ້ໄດ້ 100%, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງ 100% ແລະ ການເລືອກຕັ້ງມີຄວາມໂປ່ງໃສ ແລະ ທັນເວລາ 100%. ແນວໃດກໍດີ, ໃນການເລືອກຕັ້ງຄັ້ງນີ້ແມ່ນການນຳເອົາຜູ້ສະໝັກຮັບເລືອກຕັ້ງເປັນຄົນ ໜຸ່ມ, ຜູ້ມີອາຍຸຮຸ່ນກາງຈຳນວນຫລາຍຂຶ້ນ, ສ່ວນຮຸ່ນອາວຸໂສກໍມີພຽງ 10-15% ແລະ ຈຸດພິເສດອີກອັນໜຶ່ງແມ່ນການທີ່ທາງສູນກາງພັກໃຫ້ ຄວາມສຳຄັນແກ່ເພດຍິງລົງສູ່ເວທີການເມືອງ, ເປັນຜູ້ສະໝັກຮັບເລືອກ ຕັ້ງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງເລືອກເອົາໃຫ້ໄດ້ 30% ຂຶ້ນໄປ ຂອງຈຳນວນຜູ້ສະໝັກທັງໝົດ. ພິເສດແມ່ນເປັນຄັ້ງທຳອິດທີ່ໃຫ້ບັນດາ ເລຂາພັກແຂວງລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ທັງຈະເປັນປະທານສະພາປະຊາຊົນຂັ້ນແຂວງໃນ 18 ເຂດເລືອກ ຕັ້ງທົ່ວປະເທດ. ໃນທ່າມກາງບັນຍາກາດແຫ່ງຄວາມຟົດຟື້ນມ່ວນຊື່ນນີ້ ພວກເຮົາກໍ ຕ້ອງເອົາໃຈໃສ່ຕິດຕາມການປະຕິບັດກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ດຳເນີນຢ່າງເຄັ່ງຄັດ; ໂດຍສະເພາະຜູ້ມີສິດເລືອກຕັ້ງ, ນອກຈາກມີ ສິດ ແລະ ພັນທະຕາມລັດຖະທຳມະນູນ ແລະ ກົດໝາຍແລ້ວ ກໍຕ້ອງບໍ່ມີ ພຶດຕິກຳທີ່ເປັນການບິດເບືອນແນວທາງນະໂຍບາຍ ແລະ ຄວາມເປັນ ຈິງກ່ຽວກັບການເລືອກຕັ້ງ; ຫ້າມໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມຜູ້ ສະໝັກຮັບເລືອກຕັ້ງ; ຫ້າມປັ່ນປ່ວນ, ສ້າງສະຖານະການກໍ່ຄວາມບໍ່ ສະຫງົບໃນໜ່ວຍເລືອກຕັ້ງ; ຫ້າມແຊກແຊງການຂີດບັດລົງຄະແນນ ສຽງຂອງຜູ້ອື່ນ ຫລື ທຳລາຍບັດເລືອກຕັ້ງ ແລະ ພຶດຕິກຳອື່ນໆ ທີ່ເປັນ ການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສຳລັບການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຄັ້ງນີ້ ໃນທົ່ວປະເທດ ມີຜູ້ມີສິດເລືອກຕັ້ງທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ ໃນນີ້, ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກ ຕັ້ງຕົວຈິງມີ 23.378 ຄົນ, ຍິງ 7.828 ຄົນ. ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ລາວທັງຊາດ ຈົ່ງພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຮັດໃຫ້ບັ້ນເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ, ນະຄອນຫລວງ ຊຸດທີ V ໃຫ້ບັນລຸຜົນສຳເລັດຢ່າງສະ ຫງ່າງາມ. ການນຳໃຊ້ສິດປ່ອນບັດໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງ ແມ່ນກຽດສັກສີຂອງຜູ້ມີສິດເລືອກຕັ້ງ! ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນສູງກວ່າເກົ່າ. ສະຫາຍນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ: ການຝຶກອົບຮົມ ໃຫ້ຜູ້ຮັບຜິດຊອບວຽກງານກວດກາ ຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງທາງ ດ້ານຄວາມຮູ້ກ່ຽວກັບຫລັກການ, ຮູບການ, ເນື້ອໃນ, ບາດກ້າວດຳ ເນີນການກວດກາໃຫ້ສາມາດເຄື່ອນ ໄຫວວຽກງານກວດກາຢ່າງມີປະ ສິດທິພາບ ແລະ ປະສິດທິຜົນສູງ ກວ່າເກົ່າ ຊຶ່ງວຽກງານຕິດຕາມ, ກວດກາແມ່ນວຽກງານໜຶ່ງທີ່ຕິດ ພັນກັບທຸກຂົງເຂດວຽກງານ, ເປັນ ວຽກທີ່ຄະນະພັກຮັບຜິດຊອບໂດຍ ກົງ, ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ສໍາລັບການນຳພາ ຂອງພັກ ແລະ ການຄຸ້ມຄອງລັດ. ການກວດກາແມ່ນໜຶ່ງໃນບັນດາ ປັດໄຈສຳຄັນຕັດສິນຜົນໄດ້ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງ ລັດ ແລະ ເປັນເຄື່ອງມືທີ່ສຳຄັນ ອັນໜຶ່ງ ເພື່ອແກ້ໄຂບັນຫາຕ່າງໆ ໃຫ້ໂລ່ງລ່ຽນໃນການພົວພັນຢູ່ ພາຍໃນພັກ, ອົງການຈັດຕັ້ງລັດ ຊຶ່ງພັກເຮົາຍາມໃດກໍຢືນຢັນວ່າ: ວຽກງານກວດກາແມ່ນໜຶ່ງໃນ ພາລະບົດບາດ ແລະ ແບບແຜນ ຮອບດ້ານ ແລະ ໜັກແໜ້ນໃນການ ສ້າງສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ. ຂ້າພະເຈົ້າເຊື່ອໝັ້ນຢ່າງ ໜັກແໜ້ນວ່າພາຍໃຕ້ການນໍາພາອັນ ຖືກຕ້ອງຂອງພັກກອມມູນິດຈີນ ທີ່ຖື ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນ ຈະສືບຕໍ່ບັນລຸເປົ້າໝາຍໃນການ ສ້າງສັງຄົມນິຍົມທີ່ທັນສະໄໝຮອບ ດ້ານ ກໍຄື ບັນລຸຄວາມມຸ່ງຫວັງໃນ ການຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດຈີນ ໃນຕໍ່ໜ້າຢ່າງ ແນ່ນອນ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງທີ່ເຫັນວ່າການພົວພັນ ຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຈີນ ໃນປັດຈຸບັນພວມຢູ່ໃນໄລຍະ ດີທີ່ສຸດໃນປະຫວັດສາດຂອງການ ພົວພັນລະຫວ່າງສອງຝ່າຍ ຊຶ່ງ ໝາກຜົນດັ່ງກ່າວນັ້ນ ເກີດຂຶ້ນໄດ້ ຍ້ອນຄວາມໄວ້ເນື້ອເຊື່ອໃຈທາງ ດ້ານການເມືອງຢ່າງໜັກແໜ້ນລະ ຫວ່າງສອງພັກ ລາວ-ຈີນ ແລະ ຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ຂອງການນໍາສູງສຸດສອງພັກ, ສອງ ລັດ ລາວ-ຈີນ ອັນໄດ້ເຮັດໃຫ້ການ ຮ່ວມມືໄດ້ຮັບການເສີມຂະຫຍາຍ ຢ່າງຕັ້ງໜ້າ, ເຂົ້າສູ່ລວງເລິກໃນ ທຸກຂົງເຂດວຽກງານ ແລະ ນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຈີນ. ປີ 2026 ນີ້, ເປັນປີສ້າງຕັ້ງ ສາຍພົວພັນທາງການທູດສອງປະ ເທດ ລາວ-ຈີນ ຄົບຮອບ 65 ປີ, ຂ້າພະເຈົ້າສະເໜີຖືເອົາກາລະໂອ ກາດອັນສະຫງ່າລາສີນີ້ ຮ່ວມກັບ ສະຫາຍປະກາດເປີດ “ປີມິດຕະ ພາບ ລາວ-ຈີນ 2026” ເພື່ອສະ ເຫລີມສະຫລອງ ແລະ ຊຸກຍູ້ການ ຮ່ວມມື ລາວ-ຈີນ ໃນສະພາບການ ໃໝ່ ໃຫ້ຂະຫຍາຍຕົວຢ່າງຮອບ ດ້ານ ແລະ ກ້າວເຂົ້າສູ່ລະດັບສູງ ອັນໃໝ່ຢ່າງບໍ່ຢຸດຢັ້ງ; ຍິນດີສືບຕໍ່ ຮ່ວມມືກັບສະຫາຍຢ່າງໃກ້ຊິດ ເພື່ອ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດບັນ ດາກິດຈະກໍາສະເຫລີມສະຫລອງ ປີມິດຕະພາບດັ່ງກ່າວ ໃຫ້ມີເນື້ອ ໃນເລິກເຊິ່ງ, ໜັກແໜ້ນ ແລະ ມີ ບັນຍາກາດຟົດຟື້ນ, ປະກອບສ່ວນ ເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະ ຖານສູງ, ຄຸນນະພາບສູງ ແລະ ລະ ດັບທີ່ສູງກວ່າເກົ່າ ເພື່ອປະກອບ ສ່ວນເຂົ້າໃນການສ້າງປະຊາຄົມ ຮ່ວມຊາຕາກໍາຂອງມວນມະນຸດ ກໍຄື ເພື່ອປົກປັກຮັກສາສັນຕິພາບ, ສະ ຖຽນລະພາບ, ຄວາມຍຸຕິທໍາ ແລະ ການຮ່ວມມືເພື່ອການພັດທະນາໃນ ພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດອັນເປັນ ສິລິມຸງຄຸນນີ້, ອວຍພອນໄຊອັນປະ ເສີດມາຍັງສະຫາຍພ້ອມດ້ວຍຄອບ ຄົວຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ປະສົບຜົນສໍາ ເລັດໃໝ່ໃຫຍ່ຫລວງກວ່າເກົ່າໃນ ພາລະກິດອັນມີກຽດສູງສົ່ງຂອງ ສະຫາຍ ແລະ ຂໍອວຍພອນໃຫ້ປະ ຊາຊົນຈີນ ຈົ່ງຕ້ອນຮັບປີໃໝ່ດ້ວຍ ຄວາມເບີກບານມ່ວນຊື່ນ, ມີຄວາມ ສົມບູນພູນສຸກ ແລະ ຈະເລີນຮຸ່ງ ເຮືອງຕະຫລອດໄປ. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີ ແລະ ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈົ່ງ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດຽວກັນ, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະ ກໍາມະການສູນກາງພັກກອມມູນິດ ຈີນ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ ກໍໄດ້ສົ່ງ ໂທລະເລກຕອບຂອບໃຈສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງມີເນື້ອໃນວ່າ: ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທີ່ນັບຖື, ຂອບໃຈສະຫາຍທີ່ໄດ້ ສົ່ງສານອວຍພອນປີໃໝ່ເນື່ອງໃນ ໂອກາດບຸນກຸດຈີນ ປີ 2026 ທີ່ ຈະມາເຖິງນີ້. ປີ 2026 ແມ່ນປີ ທີ່ປະເທດຈີນ ແລະ ປະເທດລາວ ໄດ້ສ້າງສາຍພົວພັນທາງການທູດ ຄົບຮອບ 65 ປີ, ຂ້າພະເຈົ້າຍິນດີ ທີ່ຈະຮ່ວມກັບສະຫາຍປະກາດປີ 2026 ເປັນປີມິດຕະພາບ ຈີນ-ລາວ ແລະ ໃຫ້ບັນດາຂະແໜງການຂອງ ສອງປະເທດຮ່ວມກັນຈັດກິດຈະກຳ ສະເຫລີມສະຫລອງຕ່າງໆ ເພື່ອເພີ່ມ ພະລັງໃໝ່ເຂົ້າໃນການກໍ່ສ້າງຄູ່ຮ່ວມ ຊາຕາກຳ ຈີນ-ລາວ. ປະເທດຈີນ ແລະ ປະເທດລາວ ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນ ມິດທີ່ດີທີ່ມີສາຍພູສາຍນໍ້າຕິດຈອດ ກັນ ແລະ ມີມິດຕະພາບມູນເຊື້ອ ມາແຕ່ບູຮານນະການທັງເປັນ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີທີ່ ຮ່ວມອຸດົມການ ແລະ ຊາຕາກຳ ອັນດຽວກັນ. ໃນຊຸມປີທີ່ຜ່ານມາ, ສອງຝ່າຍໄດ້ຮ່ວມກັນສະແຫວງ ຫາການພັດທະນາດ້ວຍການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜ່ານຜ່າສິ່ງທ້າທາຍດ້ວຍຄວາມ ສາມັກຄີຊ່ວຍເຫລືອກັນ ແລະ ໃຫ້ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງເດັດດ່ຽວໃນບັນຫາທີ່ ກ່ຽວພັນກັບຜົນປະໂຫຍດແກນ ກາງຂອງກັນ ແລະ ກັນ ຊຶ່ງໄດ້ນໍາ ເອົາຄວາມຜາສຸກອັນແທ້ຈິງມາຍັງ ປະຊາຊົນທັງສອງຊາດ. ຂ້າພະເຈົ້າ ໄດ້ພົບປະກັບສະຫາຍຫລາຍຄັ້ງ ຊຶ່ງໄດ້ບັນລຸຄວາມຮັບຮູ້ອັນສໍາຄັນ ທີ່ເປັນເອກະພາບກັນໃນການລົງ ເລິກການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ແລະ ໄດ້ສ້າງແຜນງານ ອັນຍິ່ງໃຫຍ່ໃຫ້ແກ່ການພັດທະນາ ສາຍພົວພັນສອງພັກ, ສອງລັດ ໃນ ສະພາບການໃໝ່. ປີໃໝ່ຟ້າໃໝ່, ສາຍພົວພັນ ຈີນລາວ ກຳລັງຢູ່ໃນໄລຍະດີທີ່ສຸດໃນ ປະຫວັດສາດ ແລະ ກຳລັງຈະກ້າວ ໄປສູ່ອະນາຄົດແຫ່ງການພັດທະນາ ທີ່ກວ້າງຂວາງ, ຝ່າຍຈີນ ຍາມໃດ ກໍຖືສໍາຄັນຕໍ່ສາຍພົວພັນ ຈີນ-ລາວ ຈາກມຸມມອງຍຸດທະສາດ ແລະ ຍາວນານ, ຍິນດີຮ່ວມກັບຝ່າຍລາວ ຖືເອົາການສະເຫລີມສະຫລອງສອງ ປະເທດ ຈີນ-ລາວ ສ້າງຕັ້ງສາຍ ພົວພັນທາງການທູດ ຄົບຮອບ 65 ປີ ແລະ ປີມິດຕະພາບຈີນ-ລາວ ເປັນໂອກາດ, ເພີ່ມພູນຄູນສ້າງມິດ ຕະພາບອັນເປັນມູນເຊື້ອ, ລົງເລິກ ການຮ່ວມມືທີ່ເປັນຮູບປະທຳ, ເພີ່ມ ທະວີການປະສານງານທາງດ້ານ ຍຸດທະສາດ, ຊຸກຍູ້ການສ້າງຄູ່ຮ່ວມ ຊາຕາກຳ ຈີນ-ລາວ ໃຫ້ກ້າວສູ່ແຖວ ໜ້າຂອງສາຍພົວພັນລະຫວ່າງ ປະເທດ ແລະ ປະກອບສ່ວນອັນ ໃຫຍ່ຫລວງກວ່າເກົ່າເຂົ້າໃນການ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຮຸ່ງ ເຮືອງຂອງພາກພື້ນ. ຂໍອວຍພອນ ໃຫ້ສະຫາຍຈົ່ງໂຊກດີປີໃໝ່, ມີ ຄວາມສີລິມຸງຄຸນໃນປີມະເມຍ ນີ້. ຂໍອວຍພອນໃຫ້ປະເທດລາວ ຈົ່ງ ມີຄວາມຈະເລີນຮຸ່ງເຮືອງ, ປະຊາ ຊົນຮັ່ງມີຜາສຸກ, ຂໍອວຍພອນໃຫ້ປີ ມິດຕະພາບ ຈີນ-ລາວ ປະສົບຜົນ ສໍາເລັດຢ່າງຈົບງາມ. ການນຳພາທີ່ສຳຄັນຂອງພັກ “ບໍ່ມີ ການກວດກາກໍໝາຍຄວາມວ່າບໍ່ມີ ການນຳພາ”. ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ຮຽກ ຮ້ອງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມເອົາ ໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຕັ້ງຄໍາຖາມ ແລກປ່ຽນໃນບັນຫາທີ່ເຫັນວ່າຍັງ ບໍ່ແຈ້ງ, ຍົກບັນຫາ ແລະ ພຶດຕິກຳ ຕົວຈິງທີ່ເກີດຂຶ້ນໃນບ່ອນເຮັດວຽກ ແຕ່ລະບ່ອນຂຶ້ນມາສົນທະນາໃນ ເວລາຄົ້ນຄວ້າ ເພື່ອສ້າງຄວາມເຂົ້າ ໃຈໃຫ້ເລິກເຊິ່ງກ່ຽວກັບທິດສະດີ, ຫລັກການ ແລະ ຂັ້ນຕອນຂອງ ການກວດກາໃຫ້ແໜ້ນ, ຄົ້ນຄວ້າ ວິທີການຈັດຕັ້ງປະຕິບັດການກວດ ກາທີ່ສອດຄ່ອງກັບສະພາບຕົວຈິງ ເພື່ອແກ້ໄຂບັນຫາທີ່ເປັນຈຸດຄົງຄ້າງ ຜ່ານມາເຊັ່ນ: ການກວດກາຊັກຊ້າ ແກ່ຍາວ, ກວດກາຫລາຍຄັ້ງ, ມາດ ຕະການຕ່າງໆຫລັງຈາກກວດກາ ແລ້ວກໍຈັດຕັ້ງປະຕິບັດຍາກ ແລະ ອື່ນໆ, ພ້ອມທັງໃຫ້ນຳເອົາເນື້ອໃນ ບົດຮຽນທີ່ໄດ້ຮຽນຮູ້ໃນຄັ້ງນີ້, ໄປ ຈັດຕັ້ງຜັນຂະຫຍາຍທາງດ້ານທິດ ສະດີ ແລະ ພຶດຕິກຳເຂົ້າໃນການ ຈັດຕັ້ງປະຕິບັດວຽກງານກວດກາ ທີ່ຕົນຮັບຜິດຊອບໃຫ້ສອດຄ່ອງກັບ ສະພາບຕົວຈິງ ເພື່ອແກ້ໄຂບັນຫາທີ່ ເປັນຈຸດຄົງຄ້າງຜ່ານມາ. ຂ່າວ-ພາບ: ທະນູທອງ ສູນກາງພັກ, ອະດີດຮອງນາຍົກ ລັດຖະມົນຕີ, ອະດີດລັດຖະມົນຕີ ກະຊວງການຕ່າງປະເທດ, ປະ ທານກິດຕິມະສັກສະໂມສອນນັກ ການທູດລາວ ແລະ ໃຫ້ກຽດກ່າວ ເປີດພິທີໂດຍທ່ານທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ, ມີບັນດາອະດີດທູດ ອາວຸໂສ, ອະດີດນັກການທູດ, ຄະນະ ນໍາ ແລະ ຜູ້ຕາງໜ້າຈາກກະຊວງ, ຂະແໜງການອ້ອມຂ້າງສູນກາງ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກພາກທຸລະກິດຈໍາ ນວນໜຶ່ງເຂົ້າຮ່ວມ. ຈຸດປະສົງການສຳມະນາຄັ້ງນີ້, ເພື່ອສືບຕໍ່ປະຕິບັດບັນດາກິດຈະ ກໍາປິ່ນອ້ອມຂອງສະໂມສອນນັກ ການທູດລາວ ປະຈໍາປີ 2026, ພ້ອມທັງຕີລາຄາສະພາບການຂອງ ພາກພື້ນ ແລະ ໂລກໃນປັດຈຸບັນ ເພື່ອ ຊ່ວຍໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຖິງກາລະ ໂອກາດ, ທັງເປັນການກະກຽມ ຄວາມພ້ອມໃນການປັບໂຕ ຫລື ຮັບມືກັບສິ່ງທ້າທາຍທີ່ອາດຈະສົ່ງ ຜົນກະທົບຕໍ່ປະຊາຄົມໂລກລວມທັງ ສປປ ລາວ. ໃນຕອນທ້າຍ, ທ່ານ ວັດຖຸນິຍົມ ດວງມາລາ ຫົວໜ້າສະຖາບັນການ ຕ່າງປະເທດ ໄດ້ກ່າວສະຫລຸບປິດ ສໍາມະນາ ຊຶ່ງເຫັນໄດ້ວ່າຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມໄດ້ຮ່ວມກັນແລກ ປ່ຽນທັດສະນະຕໍ່ສະພາບການຂອງ ໂລກຢ່າງສ້າງສັນ ແລະ ກົງໄປກົງ ມາ ຊຶ່ງໄດ້ຊ່ວຍເສີມສ້າງຄວາມ ເຂົ້າໃຈກ່ຽວກັບບັນຫາສະພາບການ ພົ້ນເດັ່ນພາກພື້ນ ແລະ ສາກົນ ໃຫ້ ແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດວຽກງານ ໂດຍ ສະເພາະແມ່ນໃນຂົງເຂດວຽກງານ ການຄົ້ນຄວ້າ ແລະ ການເຄື່ອນໄຫວ ວຽກງານການຕ່າງປະເທດ ໂດຍ ສະເພາະວຽກງານການທູດເສດຖະ ກິດໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນສູງຂຶ້ນໃນຕໍ່ໜ້າ.
RkJQdWJsaXNoZXIy MTc3MTYxMQ==