7219

xtgmf]k; 7 19/02/2026 0j k; c]t gsfdko z6h lt\a dIa [g]n vd8A 'gxa olt,k-y dltrkcsj '-kf -5 fmu X dkooe.-h ly fxj vo[a f.sh 4n d8h v'8k,]t[P[dkog]n vd8A ' c,j odPfla dlu 0v'z6 h ,u ly fg]n vd8A 'K ຕໍ່ຈາກໜ້າ 6 ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຜູ້ສະໝັກ 10 ທ່ານ, ເລືອກເອົາ 7 ທ່ານ g,n v'g'o ,u 7;k,rh v,Iv[fh ko.o[A og]n vd8A ' ll- c]t ll0 z6h ]q 'lt\a dIa [g]n vd8A ' ll- rh v,gxa o0q ;8=j Ia [.-h xt-k-q o ຂປລ. ແຫລ່ງຂ່າວຈາກແຂວງໄຊຍະ ບູລີ ໃຫ້ຮູ້ວ່າ: ປັດຈຸບັນ, ເມືອງເງິນ ມີ ຄວາມພ້ອມຮອບດ້ານ ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ) ຊຸດທີ 7 ທີ່ຈະໄດ້ຈັດ ຂຶ້ນ ໃນວັນທີ 22 ກຸມພາ 2026 ນີ້. ທ່ານ ອຸ່ນເຮືອນ ພັນທຸລັກ ຫົວ ໜ້າຫ້ອງວ່າການເມືອງເງິນ ໄດ້ກ່າວ ໃນກອງປະຊຸມແນະນໍາການປ່ອນ ບັດ, ການນັບຄະແນນສຽງການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ 7 ຈັດຂຶ້ນໃນວັນທີ 17 ກຸມພາ 2026 ທີ່ເມືອງເງິນ ແຂວງໄຊຍະບູລີ ວ່າ: ເມືອງເງິນ ກໍານົດໜ່ວຍເລືອກຕັ້ງອອກເປັນ 26 ໜ່ວຍ, ໃນບ້ານທົ່ວເມືອງມີ 24 ໜ່ວຍເລືອກຕັ້ງ, ກຳລັງປະກອບອາ ວຸດເປັນ 2 ໜ່ວຍເລືອກຕັ້ງ, ມີຜູ້ ມີສິດບ່ອນບັດເລືອກຕັ້ງທັງໝົດ 13.437 ຄົນ ຊຶ່ງປັດຈຸບັນ, ແມ່ນ ມີຄວາມພ້ອມຮອບດ້ານ ໃນບັ້ນ ເລືອກຕັ້ງ ສສຊ ແລະ ສສຂ ທີ່ຈະ ມາເຖິງນີ້. ໂອກາດດັ່ງກ່າວ, ທ່ານ ອຸ່ນ ເຮືອນ ພັນທຸລັກ ໄດ້ຜ່ານມະຕິຂອງ ຄະນະກຳມະການເລືອກຕັ້ງຂັ້ນ ເມືອງ ວ່າດ້ວຍການກໍານົດໜ່ວຍ ເລືອກຕັ້ງ ແລະ ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ ສສຊ ຊຸດ ທີ X ແລະ ສສຂ ຊຸດທີ 7 ພ້ອມທັງ ໄດ້ແນະນໍາບາດກ້າວ, ຂັ້ນຕອນ ໃນ ການປ່ອນບັດ, ການນັບຄະແນນ ສຽງການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ 7 ໃຫ້ຄະນະຮັບ ຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເຮັດໃຫ້ ບັ້ນເລືອກຕັ້ງຄັ້ງນີ້ ບັນລຸຕາມເປົ້າ ໝາຍທີ່ວາງໄວ້. ຂ່າວ: ອິນແປງ ແຫວນຄຳ ຂປລ. ແຫລ່ງຂ່າວຈາກແຂວງຄຳ ມ່ວນ ໃຫ້ຮູ້ວ່າ: ຖ້າຫາກວ່າໄດ້ຮັບເລືອກຕັ້ງ ເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ຈະປະຕິບັດໜ້າທີ່ດ້ວຍການສຸມ ເຫື່ອແຮງ, ສະຕິປັນຍາ ແລະ ທຸກຄວາມ ສາມາດ ໃນການປະຕິບັດພາລະບົດ ບາດ, ສິດ ແລະໜ້າທີ່ທີ່ໄດ້ຮັບມອບ ໝາຍຈາກປະຊາຊົນບັນດາເຜົ່າ ແລະ ພ້ອມທີ່ຈະເປັນຂົວຕໍ່ໃຫ້ປະ ຊາຊົນ ເພື່ອນໍາສະເໜີບັນຫາຕ່າງໆ ຂອງປະຊາຊົນຕໍ່ພາກສ່ວນທີ່ກ່ຽວ ຂ້ອງພິຈາລະນາແກ້ໄຂຕາມຄວາມ ເໝາະສົມ, ທ່ານ ພູທອນ ວໍລະເພັດ ຮອງປະທານກໍາມາທິການກົດໝາຍ, ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ນໍ້າເບີ 4 ໄດ້ກ່າວໃນໂອກາດລົງ ເຄື່ອນໄຫວໂຄສະນາຫາສຽງ ແລະ ພົບປະ ຜູ້ມີສິດເລືອກຕັ້ງ ໃນວັນທີ 17 ກຸມພາ 2026 ຜ່ານມາ ຢູ່ເມືອງ ໄຊບົວທອງ. ທ່ານ ພູທອນ ວໍລະເພັດ ໄດ້ ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກ ພູມໃຈເປັນຢ່າງຍິ່ງທີ່ຄະນະປະ ຈໍາສະພາແຫ່ງຊາດ ສະເໜີໃຫ້ ຂ້າພະເຈົ້າໄດ້ລົງສະໝັກຮັບເລືອກ ຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງ ທີ 12 ແຂວງຄໍາມ່ວນ ຊຶ່ງການ ເລືອກຕັ້ງ ສສຊ ເປັນເຫດການ ທີ່ມີຄວາມໝາຍ, ຄວາມສໍາຄັນ ຫລາຍ ແລະ ເປັນການປະຕິບັດສິດ ປະຊາທິປະໄຕຂອງປະຊາຊົນ ເພື່ອ ປ່ອນບັດເລືອກເອົາ ສສຊ ໃນນາມທີ່ ເປັນຕົວແທນຂອງຕົນ ໄປປະຕິບັດ ໜ້າທີ່ຢູ່ສະພາແຫ່ງຊາດ. ພ້ອມນີ້, ກໍຮຽກຮ້ອງມາຍັງປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະຜູ້ມີສິດ ເລືອກຕັ້ງ ແຕ່ອາຍຸ 18 ປີ ຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງ ໃນວັນອາທິດທີ 22 ກຸມພາ 2026 ໃຫ້ຄົບຖ້ວນ ເພື່ອໃຫ້ການເລືອກຕັ້ງ ບັນລຸຕາມຈຸດປະສົງ ແລະ ລະດັບ ຄາດໝາຍ. ຂ່າວ: ມະນີວັນ y

RkJQdWJsaXNoZXIy MTc3MTYxMQ==