7219

19/02/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຫຍັບຫຍໍ້ມາມໍ່ໃກ້ ເລືອກຕັ້ງໃຫຍ່ຊິມາເຖິງ ເບິ່ງປະຊາແຊວສຽງ ຊື່ນໃຈສະອອນໂອ້ ໂອນໍ ທີຊາວສອງກຸມພານີ້ ເຊີນຊວນໄປປ່ອນ ເພື່ອຮໍ່າຮອນຄັດຈ້ອນ ຜູ້ນຳເຂົ້ານັ່ງສະພາ ບໍ່ແມ່ນເລືອກເພື່ອໜ້າ ທີທ່າພໍຄື ເດີເຮົາ ແລ້ວເລົ່າກັບຄືນເຮືອນ ມ່ວນໃຈສະບາຍບ້າງ ຕ້ອງຄຳນຶງເຖິງດ້ວຍ ຄົນດີຄົນເດັ່ນ ເປັນຜູ້ແທນໃຫ້ພີ່ນ້ອງ ໄປນັ່ງຫ້ອງຮ່ວມປະຊຸມ ເພິ່ນວ່າ ດິນຢູ່ໃຕ້ລຸ່ມຟ້າ ອາໄສເພິ່ງພາຝົນ ຍາມເມື່ອຊົນລະທາໄຫລ ຫລັ່ງລົງລິນຍ້ອຍ ມວນໝູ່ສັດສາເຊື້ອ ເສືອສິງແຊວຊື່ນ ພ້ອມພ່ຳພັນພືດໄມ້ ພືອ້າປົ່ງໃບ ປ່ອນບັດເລືອກເພື່ອໃຫ້ ເສີມສົ່ງຄົນດີ ມີສິນທຳປະຕິວັດ ສະຫລາດແຫລມໃສແຈ້ງ ເປັນແມ່ແຮງຍໍຍູ້ ຊູລາວໃຫ້ພົ້ນເດັ່ນ ເປັນໃຈກາງໃຫ້ພີ່ນ້ອງ ປະຊາຊົ້ນຮົ່ມເງົາ ພໍໃຫ້ເພິ່ນຊ່ວຍເວົ້າ ສະເໜີຂອດບາງບັນຫາ ທັງໃນຂັ້ນສະພາສູງ ແລະ ຂັ້ນແຂວງໂຮມຕຸ້ມ ສຸມໃສ່ຈຸດດີສ້າງ ຕາມແນວທາງລະບອບໃໝ່ ໃຕ້ຮົ່ມທຸງໄຊພັກອອກໜ້າ ນຳພາຜັນຂະຫຍາຍຮອບດ້ານ ປະຊັນທ້າຜ້າສະໜາມ ຍາມນັ້ນ ເຮົາຊິເຫັນຮ່ອມຮູ້ ປະໂຫຍດໃຫຍ່ມະຫາໄຊ ຄືຜົນງານ ສສຊ ແລະ ສສຂ ພ້ອມ ທັງໃນການຈັດຕັ້ງ ອົງກອນທຸກພາກສ່ວນ ສ້າງຂະບວນເຮັ່ງຮ້ອນ ນຳພາກ້າວລື່ນຫລັງ ເຈົ້າເອີຍ ດັ່ງນັ້ນ ຈົ່ງຮີບຟ້າວ ມາປ່ອນປົງບັດ ເລືອກຜູ້ແທນທັງຜອງ ແຕ່ເໜືອເຖິງໃຕ້ ປະຊາຊົນທັງຄ້າຍ ຝາກຄວາມຫວັງນຳທ່ານ ສ້າງເສດຖະກິດພື້ນຖານ ເພື່ອປະຊາພີ່ນ້ອງລາວນີ້ ໃຫ້ຮັ່ງມີ ແທ້ເນີ. g-u o-;o wxxj vo[a fg]n vd8A ' ©ດຍ ສ ໄຜ່ກາງກໍ ຜູ້ມີສິດເລືອກຕັ້ງແຂວງວຽງຈັນ... ຕິດຕາມຄວາມຄືບໜ້າ... ຈາກນັກທຸລະກິດ... ສະຫລຸບການຈັດຕັ້ງປະຕິບັດ... UNFPA, UNICEF ແລະWHO. ປັດຈຸບັນ, ແຜນງານດັ່ງກ່າວ ໄດ້ ຊ່ວຍສະໜັບສະໜູນ ແລະ ປະກອບ ສ່ວນໃນການຫລຸດຜ່ອນອັດຕາການ ເສຍຊີວິດຂອງແມ່ໄດ້ເຖິງ 82 ໃນ ໄລຍະສອງທົດສະວັດທີ່ຜ່ານມາ. ທ່ານ ໄພວັນ ແກ້ວປະເສີດ ຮອງ ລັດຖະມົນຕີ ກະຊວງສາທາລະນະ ສຸກ ໄດ້ກ່າວວ່າ: ການສ້າງຄວາມ ເຂັ້ມແຂງໃຫ້ແກ່ການບໍລິການສຸຂະ ພາບຈະເລີນພັນ, ແມ່, ເດັກເກີດ ໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ທີ່ມີ ຄຸນນະພາບແມ່ນສິ່ງສຳຄັນໃນການ ຮັບປະກັນວ່າ ແມ່ຍິງ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມທຸກຄົນ ສາມາດເຂົ້າເຖິງການບໍລິການ ສຸຂະພາບຢ່າງທ່ວງທັນ ແລະ ໄດ້ ຮັບການດູແລດ້ວຍຄວາມນັບຖື ໃນເຂດໃກ້ບ້ານຂອງພວກເຂົາ. ກາດໃຫ້ພົນລະເມືອງລາວ ບໍ່ວ່າຈະ ເປັນພະນັກງານ, ທະຫານ, ຕໍ່າ ຫລວດ, ຜູ້ປະກອບການ, ນັກທຸລະ ກິດສາມາດລົງສະໝັກຮັບເລືອກ ຕັ້ງເປັນ ສສຊ-ສສຂ ແຕ່ຕ້ອງເປັນ ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຄົບຕາມມາດຖານເງື່ອນໄຂ ໂດຍ ບໍ່ຈຳແນກເພດ, ເຜົ່າ, ສາສະໜາ, ຖານະທາງເສດຖະກິິດ-ສັງຄົມ ເພື່ອ ເປັນຕົວແທນໃຫ້ແກ່ສິດ ແລະ ຜົນ ປະໂຫຍດຂອງປະຊາຊົນ, ເຊັ່ນດຽວ ກັບທ່ານ ບຸນທ່ຽງ ລັດຕະນະວົງ ກໍເປັນຜູ້ໜຶ່ງທີ່ມີຄວາມຮູ້, ຄວາມ ສາມາດຄົບຖ້ວນຕາມມາດຖານ ເງື່ອນໄຂ, ຈາກນັກທຸລະກິດກ້າວ ສູ່ການລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X (ຜູ້ສະໝັກຮັບເລືອກຕັ້ງ ສສຊ ນ້ຳເບີ 25 ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ) ເພື່ອ ຫວັງວ່າຈະເປັນຕົວແທນໃນການ ປົກປ້ອງສິດ, ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ ແລະ ຈະນຳເອົາຄວາມຮູ້, ປະສົບການ ທີ່ຕົນເອງມີ ມາເຮັດວຽກປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຊຸກຍູ້ສົ່ງເສີມປະຊາຊົນທຳ ການຜະລິດກະສິກຳເປັນສິນຄ້າໃຫ້ ກຸ້ມຢູ່ກຸ້ມກິນ, ມີຕະຫລາດຮອງຮັບ ແລະ ເປັນສິນຄ້າສົ່ງອອກ. ທ່ານ ບຸນທ່ຽງ ລັດຕະນະວົງ ໃຫ້ ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວ ໃນວັນທີ 17 ກຸມພາ 2026 ໂດຍທ່ານໄດ້ຍົກໃຫ້ເຫັນ ເຖິງເຫດຜົນທີ່ຕົນເອງມາລົງສະ ໝັກຮັບເລືອກຕັ້ງເປັນ ສສຊ ໃນ ຄັ້ງນີ້ ໂດຍເລີ່ມຕົ້ນຈາກການເປັນ ພະນັກງານບໍລິສັດເອກະຊົນກ້າວ ຂຶ້ນມາເປັນນັກທຸລະກິດ ຊຶ່ງໄດ້ມີ ໂອກາດເຄື່ອນໄຫວຕິດຕາມການ ນຳພັກ, ລັດ ແລະ ອະດີດສະມາຊິກ ສະພາແຫ່ງຊາດຫລາຍທ່ານ ໃນ ການຊຸກຍູ້ສົ່ງເສີມພໍ່ແມ່ປະຊາຊົນ, ໄດ້ຮັບຟັງຄວາມຄິດຄວາມເຫັນ ແລະ ທິດຊີ້ນຳຂອງການນຳຂັ້ນ ສູງຫລາຍທ່ານເຮັດໃຫ້ຕົນເອງໄດ້ ຮຽນຮູ້ເອົາແນວຄິດ, ອຸດົມການອັນ ດີນຳພວກເພິ່ນເຫລົ່ານັ້ນ ແລະ ເຫັນ ໄດ້ເຖິງຄວາມເປັນຫ່ວງເປັນໄຍ ຂອງການນຳທີ່ມີຕໍ່ພໍ່ແມ່ປະຊາຊົນ, ອີກປະການໜຶ່ງຕົນເອງເປັນນັກ ທຸລະກິດທີ່ຕິດພັນກັບການຊຸກຍູ້ສົ່ງ ເສີມ ແລະ ຊ່ວຍເຫລືອປະຊາຊົນ, ຜູ້ປະກອບການ ຊຶ່ງຜ່ານມາກໍໄດ້ ເຄື່ອນໄຫວຊຸກຍູ້ສົ່ງເສີມປະຊາຊົນ ຜະລິດກະສິກຳປູກຝັງ-ລ້ຽງສັດ ເຫັນວ່າຕົນເອງມີປະສົບການ, ມີ ຄວາມມັກໃນການຊ່ວຍເຫລືອປະ ຊາຊົນ, ຊ່ວຍເຫລືອສັງຄົມ, ບວກໃສ່ ການສະໜັບສະໜູນຈາກສະພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ຈຶ່ງຕັດສິນໃຈລົງສະໝັກຮັບ ສິ່ງແວດລ້ອມ, ມີຮອງຫົວໜ້າຫ້ອງ ການ, ຮອງກົມ, ສະຖາບັນ, ບັນດາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງ ຈັນ ແລະ 17 ແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ 17 ແຂວງ ແລະ ນະ ຄອນຫລວງວຽງຈັນ, ພ້ອມດ້ວຍ ຜູ້ປະກອບການລ້ຽງສັດເຂົ້າຮ່ວມ. ໃນກອງປະຊຸມໄດ້ສະຫລຸບ ຕີລາຄາຄືນການຈັດຕັ້ງປະຕິບັດ ແຜນພັດທະນາການລ້ຽງສັດ ແລະ ການປະມົງ ປະຈຳປີ 2025, ທິດ ທາງແຜນການ ປີ 2026 ແລະ ທິດທາງແຜນການ 5 ປີ (20262030); ຮັບຟັງການລາຍງານຕໍ່ ການຈັດຕັ້ງປະຕິບັດວຽກງານຕົວ ຈິງ, ການຜະລິດສັດ ແລະ ສັດນໍ້າ ທີ່ເປັນທ່າແຮງເປັນສິນຄ້າຂອງ ແຂວງ ແລະ ການຈັດຕັ້ງປະຕິບັດໂກ ຕ້າລ້ຽງງົວ ເປັນສິນຄ້າຂອງແຂວງ ໃນໄລຍະຜ່ານມາມີຄວາມຄືບໜ້າຄື ແນວໃດ, ບັນຫາຂໍ້ຫຍຸ້ງຍາກ ແລະ ມາດຕະການໃນການແກ້ໄຂບັນ ຫາຕ່າງໆ ແລະ ແຜນຄາດໝາຍ ສູ້ຊົນໃນຕໍ່ໜ້າມີຄືແນວໃດ; ຮັບ ຟັງການລາຍງານບົດຮຽນການ ປະຕິບັດຕົວຈິງຂອງບັນດາຜູ້ປະ ກອບການວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດລວມທັງຂໍ້ ສະເໜີຕ່າງໆທີ່ຢາກໃຫ້ພາກລັດ ແກ້ໄຂ; ທົບທວນຄືນບັນດາວິທີການ ແລະ ຂັ້ນຕອນກ່ຽວກັບວິທີການດຸ່ນ ດ່ຽງຊີ້ນ, ໄຂ່ ແລະ ປາ, ວິທີການ ຄິດໄລ່ໂຄງປະກອບຕົ້ນທຶນລາຄາ, ການບໍລິການດ້ານສັດຕະວະແພດ, ວຽກງານຄຸ້ມຄອງການປະມົງ, ວຽກງານການຄຸ້ມຄອງອາຫານ ສັດ, ສະພາບການຈັດຕັ້ງປະຕິບັດ ບັນດານິຕິກຳໃນຂະແໜງການລ້ຽງ ສັດ ແລະ ການປະມົງ, ການເກັບ ຂໍ້ມູນ ແລະ ແບບຟອມການລາຍ ງານ. ພ້ອມນີ້, ຍັງໄດ້ພ້ອມກັນຄົ້ນ ຄວ້າປຶກສາຫາລືຊອກຫາວິທີແກ້ໄຂ ບັນຫາ ແລະ ວາງແຜນຮ່ວມກັນ ໃນການຈັດຕັ້ງປະຕິບັດບັນດາຕົວ ເລກຄາດໝາຍສູ້ຊົນຕ່າງໆຂອງຂະ ແໜງການລ້ຽງສັດ ແລະ ການປະ ມົງໃນຕໍ່ໜ້າ. ກອງປະຊຸມຍັງໄດ້ຮັບຟັງການ ສະເໜີແຜນວຽກຈຸດສຸມຂອງພະ ແນກການ ແລະ ສູນພາຍໃນກົມ; ຮັບຟັງການປະກອບຄໍາເຫັນຂອງ ຂະແໜງການລ້ຽງສັດ ແລະ ການ ປະມົງແຂວງ-ນະຄອນຫລວງ, ຂອງພະນັກງານປະຈໍາດ່ານ ຊຶ່ງ ແມ່ນຜູ້ຈັດຕັ້ງປະຕິບັດຕົວຈິງ ແລະ ຮັບຟັງການປະກອບຄໍາເຫັນຂອງ ຜູ້ປະກອບການຈໍານວໜຶ່ງ ແລະ ການປະກອບຄໍາເຫັນຂອງຜູ້ເຂົ້າ ຮ່ວມ ຊຶ່ງໄດ້ພ້ອມກັນລົງເລິກຄົ້ນ ຄວ້າກ່ຽວກັບຂໍ້ຫຍຸ້ງຍາກ ແລະ ສາ ເຫດຕົ້ນຕໍໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຊອກຫາທາງອອກ ຮ່ວມກັນຕື່ມອີກ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ນາດຂອງປະຊາຊົນລາວບັນດາ ເຜົ່າຢູ່ໃນອົງການອຳນາດລັດຂັ້ນສູນ ກາງ ແລະ ທ້ອງຖິ່ນ. ທ່ານ ນາງ ເຂື່ອວັນ ຮ່ອມມີໄຊ ປະຊາຊົນບ້ານໂພນຊອງ ເມືອງ ວຽງຄຳ ແຂວງວຽງຈັນ ໄດ້ໃຫ້ສຳ ພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວ ໃນວັນທີ 17 ກຸມພາ 2026 ວ່າ: ຕົນເອງເປັນຜູ້ໜຶ່ງທີ່ ມີສິດປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດ ທີ 7 ປະຈຳເຂດເລືອກຕັ້ງ ທີ 10 ແຂວງວຽງຈັນ, ການເລືອກຕັ້ງຄັ້ງ ນີ້, ຕົນເອງກໍມີຜູ້ແທນທີ່ຈະເລືອກ ໄວ້ໃນໃຈແລ້ວ ຊຶ່ງເປັນບຸກຄົນທີ່ມີ ຄວາມຮູ້, ຄວາມສາມາດ, ເປັນຄົນ ທີ່ມີນຳໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕ, ຖືເອົາຜົນປະໂຫຍດ ປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ, ກ້າສະແດງຄວາມຄິດ ເຫັນ. ພ້ອມນີ້, ຍັງສະເໜີໃຫ້ຜູ້ຮັບ ສະໝັກເລືອກຕັ້ງວ່າພາຍຫລັງທີ່ໄດ້ ຮັບຄວາມໄວ້ວາງໃຈໃຫ້ເປັນ ສສຊ ແລະ ສສຂ ຊຸດໃໝ່ ຕ້ອງລົງໃກ້ຊິດ ຕິດແທດ, ພົບປະກັບພໍ່-ແມ່ປະຊາ ຊົນຫລາຍຂຶ້ນເພື່ອເກັບກຳ ແລະ ນຳ ເອົາຄວາມຄິດຄວາມເຫັນ ແລະ ຄຳ ສະເໜີຂອງປະຊາຊົນ ເພື່ອສະເໜີຕໍ່ ສະພາແຫ່ງຊາດ ແລະ ພາກສ່ວນທີ່ ກ່ຽວຂ້ອງເພື່ອແກ້ໄຂບັນຫາຕ່າງໆ ທີ່ເປັນຫາງສຽງຂອງສັງຄົມ ແລະ ກໍສະແດງຄວາມຫວັງວ່າພາຍໃນ ແຂວງວຽງຈັນຈະມີການປ່ຽນແປງ ທີ່ດີຂຶ້ນ ໂດຍສະເພາະແກ້ໄຂບັນຫາ ເສັ້ນທາງ, ແກ້ໄຂບັນຫາປາກທ້ອງ ຂອງປະຊາຊົນ. ໃນໂອກາດດຽວກັນ,ທ່ານສີເພັດ ແພງວົງໄຊ ຫົວໜ້າຂະແໜງເສດຖະ ກິດສະພາປະຊາຊົນແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນຖານະເປັນຜູ້ມີສິດ ເລືອກ ສສຊ ແລະ ສສຂ ໃນນາມ ສ່ວນຕົວເຫັນວ່າບັນດາຜູ້ລົງສະໝັກ ຮັບເລືອກຕັ້ງ ສສຊ ຊຸດ X ແລະ ສສຂ ຊຸດ ທີ 7 ກໍລ້ວນແລ້ວແຕ່ ເປັນຜູ້ທີ່ມີມາດຖານ, ເງື່ອນໄຂຄົບ ຖ້ວນທຸກໆທ່ານ ແລະ ເປັນຜູ້ທີ່ມີ ຜົນງານດີເດັ່ນໄດ້ຮັບການໄວ້ເນື້ອ ເຊື່ອໃຈຈາກການຈັດຕັ້ງພັກ-ລັດ ແນ່ນອນວ່າການເລືອກຕັ້ງຄັ້ງນີ້ ກໍຄື ການເລືອກຕັ້ງໃນໄລຍະຜ່ານ ມາຈຳເປັນຕ້ອງໄດ້ຄັດເລືອກເອົາ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຫລາຍກວ່າໝູ່ຕາມການແບ່ງປັນ ຕົວເລກໃຫ້ແຕ່ລະເຂດເລືອກຕັ້ງວ່າ ຂີດອອກຈັກທ່ານ ແລະ ຈະເລືອກ ເອົາຈັກທ່ານ ເພື່ອໄປເປັນຕົວແທນ ຂອງຕົນເຂົ້າໃນສະພາ. ພ້ອມນີ້, ຍັງ ສະແດງຄວາມຫວັງວ່າ ສສຊ ແລະ ສສຂ ຊຸດໃໝ່ ຈະສືບຕໍ່ແກ້ໄຂບັນຫາ ການຄຸ້ມຄອງລັດ, ຄຸມຄອງສັງຄົມ ດ້ວຍກົດໝາຍໃຫ້ເຂັ້ມງວດ ແລະ ເຂັ້ມແຂງກວ່າທີ່ຜ່ານມາຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາປະເທດຊາດ ແລະ ການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄປຕາມ ທິດຂອງພັກເຮົາໄດ້ກຳນົດອອກ. ທ່ານ ສີເພັດ ແພງວົງໄຊ ຍັງ ໄດ້ກ່າວອີກວ່າ: ການເລືອກຕັ້ງ ຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນ ຫລາຍຝາກເຖິງພໍ່-ແມ່ປະຊາຊົນ ພາຍໃນແຂວງວຽງຈັນ ແລະ ຜູ້ມີ ສິດເລືອກຕັ້ງທຸກຄົນໃນຂອບເຂດ ທົ່ວປະເທດ ຕ້ອງເພີ່ມທະວີຄວາມ ສາມັກຄີ ເປັນປຶກແຜ່ນພາຍໃນຊາດ ແລະ ພ້ອມກັນໄປໃຊ້ສິດປ່ອນບັດ ເລືອກຕັ້ງໃຫ້ຄົບຖ້ວນ ແລະ ເລືອກ ເອົາຜູ້ມີມາດຖານ ແລະ ເງື່ອນໄຂ ຄົບຖ້ວນເປັນສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ເພື່ອສາມາດເຮັດ ຫລ້ອນໜ້າທີ່ອັນມີກຽດໃນຖານະ ເປັນຕົວແທນໃຫ້ແກ່ສິດ ແລະ ຜົນ ປະໂຫຍດຂອງປະຊາຊົນລາວບັນ ດາເຜົ່າ. ຂ່າວ-ພາບ: ກິດຕາ ເລືອກຕັ້ງເປັນສະມາຊິກສະພາແຫ່ງ ຊາດ ຊຸດທີX ເຂດເລືອກຕັ້ງທີ 1 ນະ ຄອນຫລວງວຽງຈັນ ນໍ້າເບີທີ 25. ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ມີວິໄສທັດວ່າ: ຖ້າໄດ້ຮັບເລືືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຕົນເອງຈະປະຕິບັດໜ້າທີ່ ໃຫ້ດີທີ່ສຸດເປັນຕົ້ນຈະເຮັດໜ້າທີ່ ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ເຮັດໜ້າທີ່ປະກອບຄຳຄິດຄຳເຫັນ, ພິຈາລະນາບັນຫາສຳຄັນຂອງຊາດ ແລະ ຄົ້ນຄວ້າ-ປະກອບຄຳຄິດຄຳ ເຫັນຕໍ່ການສ້າງກົດໝາຍ, ນິຕິກຳ ຕ່າງໆ ແລະ ຈະເຮັດໜ້າທີ່ໃນການ ຕິດຕາມ, ກວດກາການປະຕິບັດ ໜ້າທີ່ຂອງຝ່າຍບໍລິຫານ ແລະ ຕຸລາ ການ. ອັນສຳຄັນຈະນຳເອົາຄຳ ຄິດເຫັນ, ຄຳສະເໜີຂອງປະຊາຊົນ ກ່ຽວກັບບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມໄປສະເໜີຕໍ່ໃນ ສະພາແຫ່ງຊາດ ເພື່ອກ້າວໄປສູ່ ການປັບປຸງແກ້ໄຂບັນຫາທີ່ເກີດຂຶ້ນ ໃຫ້ເປັນຮູບປະທຳ, ພ້ອມທັງຈະນຳ ເອົາຄວາມຮູ້ ແລະ ປະສົບການ ທີ່ຕົນເອງມີມາເຮັດວຽກປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຊຸກຍູ້ສົ່ງເສີມປະຊາຊົນທີີ່ ທຳການຜະລິດກະສິກຳເປັນສິນຄ້າ ໃຫ້ມີບັນຍາກາດທີ່ດີ, ມີຕະຫລາດ ຮອງຮັບທີ່ແນ່ນອນ, ມີການຄ້າ ຂາຍທີ່ເປັນທຳ ແລະ ເປັນສິນຄ້າ ສົ່ງອອກ. ພ້ອມນີ້, ຍັງຈະສົມທົບ ກັບພາກລັດ ໃນການປົກປ້ອງຜູ້ ຜະລິດພາຍໃນ, ຈະດຶງດູດເອົາການ ຊ່ວຍເຫລືອຈາກເພື່ອນມິດຕ່າງປະ ເທດມາຊ່ວຍເຫລືອຊາວກະສິກອນ ແລະ ຜູ້ປະກອບການກະສິກຳລາວ ເປັນຕົ້ນການຊ່ວຍເຫລືອທາງດ້ານ ເຕັກນິກວິຊາການ, ດ້ານກົນຈັກ, ເຕັກໂນໂລຊີດ້ານກະສິກຳ ແລະ ຈະເປັນອີກແຮງໜຶ່ງໃນການຊຸກຍູ້ ການຂະຫຍາຍຕະຫລາດສິນຄ້າ ກະສິກຳອອກສູ່ສາກົນໃຫ້ນັບມື້ນັບ ຫລາຍຂຶ້ນ. ອີກດ້ານໜຶ່ງ, ໃນນາມເຮັດທຸ ລະກິດໂດຍກົງ ໃນການພັດທະນາ ສີມືແຮງງານ ແລະ ຈັດຫາງານທັງ ພາຍໃນ ແລະ ຕ່າງປະເທດ ຕົນເອງ ຈະປະສານສົມທົບກັບໜ່ວຍງານ ພາກລັດ ແຕ່ລະຂັ້ນໃນຂະແໜງ ແຮງງານ ແລະ ສະຫວັດດີການ ສັງຄົມປະກອບສ່ວນສ້າງເງື່ອນໄຂ ໃຫ້ໄວໜຸ່ມ-ຊາວໜຸ່ມລາວບັນດາ ເຜົ່າໃຫ້ມີໂອກາດເຂົ້າຝຶກສີມືແຮງ ງານ, ຝຶກວິຊາຊີບ, ຝຶກພາສາຕ່າງ ປະເທດ ແລ້ວຈັດສົ່ງເຂົ້າສູ່ຕຳແໜ່ງ ງານທີ່ດີທັງພາຍໃນ ແລະ ຕ່າງ ປະເທດ ເພື່ອເປັນການປະກອບສ່ວນ ຊຸກຍູ້ໃຫ້ໄວໜຸ່ມລາວຫລີກເວັ້ນປະ ກົດການຫຍໍ້ທໍ້ຕ່າງໆໃຫ້ມີອະນາຄົດ ທີ່ດີ, ມີຊີວິດການເປັນຢູ່ທີ່ດີ, ເປັນ ກຳລັງແຮງໃນການພັດທະນາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຂ່າວ: ທະນູທອງ; ພາບ: ວັນເພັງ ການຢ້ຽມຢາມຮ່ວມກັນໃນຄັ້ງນີ້ ເປັນໂອກາດໜຶ່ງເພື່ອຖອດຖອນ ບົດຮຽນໂດຍກົງຈາກທີມງານ ສາທາລະນະສຸກຂັ້ນແຂວງ, ຂັ້ນ ເມືອງ ແລະ ຊຸມຊົນ ເພື່ອຊອກຫາ ຂໍ້ຄົງຄ້າງຕົວຈິງ ແລະ ເລັ່ງປັບປຸງ ການບໍລິການໃນທຸກລະດັບຂອງ ລະບົບສາທາລະນະສຸກ. ປັດຈຸບັນ, ແຜນງານຮ່ວມນີ້ ກ້າວເຂົ້າສູ່ປີທີ 15 ຊຶ່ງໄດ້ຊ່ວຍ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ສາທາລະນະສຸກ ໂດຍການສະໜອງ ອຸປະກອນ ໃຫ້ແກ່ສະຖານທີ່ບໍລິການ ສາທາລະນະສຸກ, ການຝຶກອົບຮົມ ບຸກຄະລາກອນການແພດ ແລະ ອາສາສະໝັກສາທາລະນະສຸກຂັ້ນ ບ້ານ, ພ້ອມທັງສະໜັບສະໜູນຊຸດ ການບໍລິການສຸຂະພາບຈະເລີນ ພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ, ແລະ ໄວໜຸ່ມ ແບບເຊື່ອມສານ (RMNCAH) ເພື່ອປັບປຸງການ ເຂົ້າເຖິງ ແລະ ຄຸນນະພາບຂອງ ການບໍລິການໃນທົ່ວ ສປປ ລາວ. ທ່ າ ນ ໂ ທ ມັ ສ ລ າ ມ ມ າ (Mr. 5hoNas LaNNar) ອຸປະ ທູດລຸກຊຳບວກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ລຸກຊຳບວກ ມີຄວາມ ພາກພູມໃຈທີ່ໄດ້ສະໜັບສະໜູນ ຄວາມພະຍາຍາມຂອງ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ ແກ່ການບໍລິການສາທາລະນະສຸກ ໂດຍສະເພາະແມ່ນສຳລັບແມ່, ເດັກ ເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ຜ່ານການຮ່ວມມືກັບກະຊວງສາ ທາລະນະສຸກ ແລະ ຄູ່ຮ່ວມງານ ຈາກອົງການສະຫະປະຊາຊາດ, ພວກເຮົາມີເປົ້າໝາຍທີ່ຈະຊ່ວຍສ້າງ ຜົນສຳເລັດທີ່ຍືນຍົງເປັນຕົ້ນແມ່ນ ລະບົບທີ່ເຂັ້ມແຂງຂຶ້ນ, ຄຸນນະພາບ ຂອງການບໍລິການທີ່ດີຂຶ້ນ ແລະ ການ ເຂົ້າເຖິງການບໍລິການສຸຂະພາບທີ່ ສະເໝີພາບຫລາຍຂຶ້ນສຳລັບຄອບ ຄົວຕ່າງໆ, ລວມທັງຜູ້ທີ່ອາໄສຢູ່ໃນ ເຂດຫ່າງໄກສອກຫລີກ.

RkJQdWJsaXNoZXIy MTc3MTYxMQ==