***ອ່ານຕໍ່ສະບັບໜ້າ*** 19/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K z6 h lt\a dIa [g]n vd8A ' ll- IPdIh v'.sh x;'-q o]k; wx.-h ly f.o;a og]n vd8A ' grn j vIa [xtda o[a o]5 400% ຂປລ. “ໜັງສືພິມປະເທດລາວ” ສະບັບກ່ອນໆໄດ້ນຳສະເໜີໄປແລ້ວ ຄຳຖາມ-ຕອບກ່ຽວກັບສິດເປັນເຈົ້າ ທາງດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງ ປະຊາຊົນລາວບັນດາເຜົ່າ ຊຶ່ງມາໃນ ສະບັບນີ້ຂໍສືບຕໍ່ນຳສະເໜີ ຄຳຖາມຄຳຕອບ ກ່ຽວກັບສິດ ແລະ ພັນທະ ຂອງພົນລະເມືອງລາວ. ຄໍາຖາມທີ 8: ສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າຍັງສະ ແດງອອກຢູ່ໃນສິດ ແລະ ພັນທະ ຂອງພົນລະເມືອງລາວແນວໃດ? ຕອບ: ສິດເປັນເຈົ້າຂອງປະຊາ ຊົນລາວບັນດາເຜົ່າຍັງສະແດງ ອອກຢູ່ໃນສິດ ແລະ ພັນທະຂອງ ພົນລະເມືອງລາວທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ແຕ່ມາດຕາ 35 ຫາ ມາດ ຕາ 50 ຄື: ສິດພື້ນຖານຂອງພົນລະ ເມືອງລາວ ມີ 13 ສິດ ດັ່ງນີ້: ໜຶ່ງ: ພົນລະເມືອງລາວແມ່ນຜູ້ມີສັນ ຊາດລາວ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ; ລັດຮັບຮູ້, ເຄົາລົບ, ly f c]t ra omt0v'rq o]tg,n v']k; ປົກປ້ອງ ແລະ ຮັບປະກັນສິດທິ ມະນຸດ ແລະ ສິດທິພື້ນຖານຂອງ ພົນລະເມືອງຕາມກົດໝາຍ (ມາດ ຕາ 35); ສອງ: ພົນລະເມືອງ ລາວ ໂດຍບໍ່ຈໍາແນກຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບ ການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າລ້ວນແຕ່ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ (ມາດຕາ 36); ສາມ: ພົນລະເມືອງລາວຜູ້ທີ່ມີອາຍຸ 18 ຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ທີ່ມີອາຍຸ 21 ປີຂຶ້ນໄປມີສິດ ສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ທີ່ຖືກ ສານຕັດສິນປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ (ມາດຕາ 37); ສີ່: ພົນລະເມືອງລາວຍິງຊາຍ ມີສິດເທົ່າທຽມກັນທາງດ້ານ ເມືອງ, ເສດຖະກິດ, ວັດທະນະທໍາ ສັງຄົມ ແລະ ຄອບຄົວ(ມາດຕາ 38); ຫ້າ: ພົນລະເມືອງລາວ ມີ ສິດໄດ້ຮັບການສຶກສາຄົ້ນຄວ້າ, ຮ່ໍາ ຮຽນ ເພື່ອພັດທະນາຕົນເອງໃຫ້ມີ ຄວາມກ້າວໜ້າ (ມາດຕາ 39); ຫົກ: ພົນລະເມືອງລາວ ມີສິດເຮັດ ວຽກ ແລະ ປະກອບອາຊີບທີ່ບໍ່ຂັດ ກັບກົດໝາຍ; ຜູ້ອອກແຮງງານມີ ສິດໄດ້ຮັບການພັກຜ່ອນ, ໄດ້ຮັບ ການປິ່ນປົວໃນເວລາເຈັບເປັນ, ໄດ້ ຮັບການຊ່ວຍເຫລືອ ໃນກໍລະນີ ໝົດຄວາມສາມາດໃນການອອກ ແຮງງານ, ເສຍອົງຄະ, ໃນເວລາ ເຖົ້າແກ່ ແລະ ໃນກໍລະນີອື່ນໆ ຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 40); ເຈັດ: ພົນລະເມືອງລາວ ມີ ສິດເສລີພາບໃນການຕັ້ງພູມລໍາ ເນົາ ແລະ ໃນການໄປມາຕາມທີ່ໄດ້ ກໍານົດໄວ້ ໃນກົດໝາຍ (ມາດຕາ 41); ແປດ: ພົນລະເມືອງລາວ ມີສິດສະເໜີ, ຮ້ອງຟ້ອງ ແລະ ຮ້ອງຂໍຄວາມເປັນທໍາ ຕໍ່ອົງການ ທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ພົວ ພັນເຖິງສິດ ແລະ ຜົນປະໂຫຍດ ລວມ ຫລື ສິດ ແລະ ຜົນປະໂຫຍດ ສະເພາະຂອງຕົນ; ຄໍາສະເໜີ, ຄໍາ ຮ້ອງຟ້ອງ ແລະ ຄໍາຮ້ອງຂໍຄວາມ ເປັນທໍາຂອງພົນລະເມືອງ ຕ້ອງໄດ້ ຮັບການພິຈາລະນາ ແລະ ແກ້ໄຂ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 42); ເກົ້າ: ພົນລະ ເມືອງລາວ ມີສິດໂດຍບໍ່ມີໃຜຈະ ລ່ວງລະເມີດໄດ້ທາງດ້ານຊີວິດ, ຮ່າງກາຍ, ກຽດສັກສີ ແລະ ເຄຫາ ສະຖານ; ພົນລະເມືອງລາວຈະບໍ່ ຖືກຈັບຕົວ, ກັກຂັງ ຫລື ກວດຄົ້ນ ເຄຫາສະຖານ ຖ້າຫາກບໍ່ມີຄໍາສັ່ງ ຂອງອົງການໄອຍະການປະຊາຊົນ ຫລື ສານປະຊາຊົນ ເວັ້ນເສຍແຕ່ໃນ ກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ (ມາດຕາ 43); ສິບ: ພົນລະເມືອງ ລາວ ມີສິດເສລີພາບໃນການເຊື່ອຖື ຫລື ບໍ່ເຊື່ອຖືສາສະໜາທີ່ບໍ່ຂັດກັບ ກົດໝາຍ (ມາດຕາ 44); ສິບເອັດ: ພົນລະເມືອງລາວ ມີສິດເສລີພາບ ໃນການປາກເວົ້າ, ຂີດຂຽນ, ໂຮມ ຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ ທີ່ບໍ່ຄັດກັບກົດໝາຍ (ມາດຕາ 45); ສິບສອງ: ພົນລະ ເມືອງລາວ ມີສິດເສລີພາບໃນການ ຄົ້ນຄວ້າ ແລະ ນໍາໃຊ້ຄວາມ ກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະ ກໍາ, ປະດິດສ້າງສິລະປະ, ວັນ ນະຄະດີ ແລະ ເຄື່ອນໄຫວວັດ ທະນະທໍາທີ່ບໍ່ຂັດກັບກົດໝາຍ (ມາດຕາ 46) ແລະ ສິບສາມ: ລັດປົກປ້ອງສິດ ແລະ ຜົນປະໂຫຍດ ອັນຖືກກົດໝາຍຂອງພົນລະເມືອງ ລາວທີ່ຢູ່ຕ່າງປະເທດ; ຄົນລາວທີ່ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນ ໜຶ່ງທີ່ບໍ່ຕັດແຍກອອກຈາກວົງຄະ ນາຍາດແຫ່ງຊາດລາວ; ລັດຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຄົນ ລາວທີ່ອາໄສຢູ່ຕ່າງປະເທດ ປົກປັກ ຮັກສາ ແລະ ເສີມຂະຫຍາຍ ວັດທະ ນະທໍາອັນດີງາມຂອງຊາດລາວ, ຮັກສາສາຍພົວພັນທີ່ດີກັບຄອບຄົວ, ຍາດພີ່ນ້ອງ ແລະ ບ້ານເກີດເມືອງ ນອນຂອງຕົນ, ປະກອບສ່ວນເຂົ້າ ໃນການພັດທະນາປະເທດຊາດ (ມາດຕາ 47). ພັນທະພື້ນຖານ ຂອງພົນລະເມືອງລາວ ມີ 3 ພັນທະ ຄື: ໜຶ່ງ: ພົນລະເມືອງລາວ ມີພັນ ທະເຄົາລົບ ແລະ ປະຕິບັດລັດຖະ ທໍາມະນູນ, ກົດໝາຍ, ປະຕິບັດລະ ບຽບການອອກແຮງງານ, ລະ ບຽບ ການດໍາລົງຊີວິດ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມຢ່າງ ເຂັ້ມງວດ (ມາດຕາ 48); ສອງ: ພົນລະເມືອງລາວມີພັນທະເສຍ ພາສີ ແລະ ອາກອນ ຕາມກົດໝາຍ (ມາດຕາ 49); ສາມ: ພົນລະເມືອງ ລາວມີພັນທະປົກປັກຮັກສາປະເທດ ຊາດ ແລະ ປ້ອງກັນຄວາມສະຫງົບ, ປະຕິບັດພັນທະການທະຫານ ຕາມກົດໝາຍ (ມາດຕາ 50). ນອກຈາກ ສິດ ແລະ ພັນທະຂອງ ພົນລະເມືອງລາວແລ້ວ ພັກ ແລະ ລັດເຮົາ ຍັງເອົາໃຈໃສ່ກໍານົດສິດ ຂອງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ແລະ ການລີ້ໄພໃຫ້ ແກ່ຄົນຕ່າງປະເທດ ຄື: ໜຶ່ງ: ຄົນ ຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ ສປປ ລາວ ມີສິດໄດ້ຮັບການປົກປ້ອງ ສິດ ແລະ ເສລີພາບ ຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍ, ມີສິດສະເໜີ, ຮ້ອງຟ້ອງ, ຮ້ອງຂໍຄວາມເປັນທໍາຕໍ່ ອົງການລັດທີ່ກ່ຽວຂ້ອງ, ມີພັນທະ ເຄົາລົບລັດຖະທໍາມະນູນ ແລະ ກົດ ໝາຍຂອງສາທາລະນະລັດປະຊາທິ ປະໄຕ ປະຊາຊົນລາວ; ຄົນຕ່າງປະ ເທດທີ່ມີຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງເປັນພິເສດ ປະກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ມີສິດໄດ້ຮັບນາມ ມະຍົດພົນລະເມືອງ ກິດຕິມະສັກ ຂອງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ (ມາດຕາ 51); ສອງ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະ ນຸຍາດການລີ້ໄພໃຫ້ແກ່ຄົນຕ່າງ ປະເທດ ທີ່ຖືກປາບປາມຍ້ອນໄດ້ທໍາ ການຕໍ່ສູ້ເພື່ອອິດສະລະພາບ, ຄວາມ ເປັນທໍາ, ສັນຕິພາບ ແລະ ພາລະກິດ ວິທະຍາສາດ (ມາດຕາ 52). ຄໍາຖາມທີ 9: ການປະຕິບັດສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ, ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງລາວ ສະແດງອອກ ແນວໃດ? ຕອບ: ການປະຕິບັດສິດເປັນ ເຈົ້າຂອງປະຊາຊົນລາວບັນດາ ເຜົ່າ, ສິດ ແລະ ພັນທະຂອງພົນລະ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງ ພັກ, ເລຂາພັກຄະນະບໍລິຫານງານ ແຂວງຄໍາມ່ວນ, ຜູ້ສະໝັກຮັບເລືອກ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 12 ແຂວງຄໍາມ່ວນ ນໍ້າເບີ 2 ໄດ້ຮຽກຮ້ອງໃຫ້ປະຊາຊົນ ລາວບັນດາເຜົ່າ ທົ່ວແຂວງຄຳມ່ວນ ຜູ້ທີ່ມີສິດເລືອກຕັ້ງທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ, ໃຊ້ສິດຖືກຕ້ອງບໍ່ໃຫ້ມີບັດຕາຍ, ຮັບປະກັນຄວາມສະຫງົບປອດໄພ, ຮັບປະກັນຄວາມໂປ່ງໃສ 100% ແລະ ເຮັດໃຫ້ການເລືອກຕັ້ງ ບັນລຸ ຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້ ທັງນີ້ກໍເພື່ອເລືອກ ເອົາຕົວແທນຂອງຕົນ ໃນການປະ ຕິບັດ ສິດ ຢູ່ສ ະ ພ າ ແຫ່ງ ຊ າ ດ . ທ່ານໄຊຊະນະໂຄດພູທອນໄດ້ໃຫ້ສຳ ພາດຜ່ານສື່ມ່ວນຊົນຂອງແຂວງ ໃນໂອກາດທີ່ເຄື່ອນໄຫວພົບປະ ປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກ ຕັ້ງ ເມື່ອບໍ່ດົນມານີ້ວ່າ: ເນື່ອງຈາກ ການເລືອກຕັ້ງ ສສຊ ແລະ ສສຂ ຄັ້ງ ນີ້, ເປັນເຫດການ ການເມືອງໜຶ່ງທີ່ ມີຄວາມໝາຍຄວາມສໍາຄັນ, ແມ່ນ ເຫດການປະຫວັດສາດສໍາຄັນທີ່ສຸດ ໃນຊີວິດການເມືອງ, ເປັນຂີດໝາຍ ແລະ ປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນໃນຖານະທີ່ເປັນ [h ko|v'mkg|n v dP,7;k,rh v, Iv[fh koxj vo[a fg]n vd8A ' ll-{ll0 ຂປລ. ຍັງອີກບໍ່ພໍເທົ່າໃດມື້ທີ່ຈະ ມາເຖິງນີ້, ກໍຈະເຖິງວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຫລາຍບ້ານ, ຫລາຍເມືອງ ໃນຂອບເຂດທົ່ວປະເທດ ໄດ້ສຳເລັດ ການຫ້າງຫາກະກຽມຄວາມພ້ອມ ຮອບດ້ານ ເພື່ອກຽມໃຫ້ແກ່ບັ້ນ ປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ດຳເນີນໄປຢ່າງມີຜົນສຳເລັດ ຕາມເປົ້າໝາຍທີ່ວາງໄວ້. ໃນນັ້ນ, ບ້ານໜອງທາເໜືອ ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ກໍໄດ້ ກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ດ້ານສະຖານທີ່, ບຸກຄະລາກອນຮັບ ໃຊ້ ແລະ ອື່ນໆ ເພື່ອຮັບປະກັນໃຫ້ ການເລືອກຕັ້ງ ສສຊ-ສສຂ ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ດຳເນີນໄປຢ່າງມີປະສິດທິຜົນ ແລະ ສຳເລັດຕາມຄາດໝາຍ. ທ່ານ ພູຊົມ ສຸລະມະນີ ເລຂາ ພັກບ້ານ, ນາຍບ້ານໜອງທາເໜືອ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ໃນວັນທີ 17 ກຸມພາ 2026 ນີ້ວ່າ: ມາຮອດ ປັດຈຸບັນ, ການຫ້າງຫາກະກຽມໃຫ້ ແກ່ບັ້ນເລືອກຕັ້ງ ສສຊ-ສສຂ ຂອງ ບ້ານໜອງທາເໜືອ ມີຄວາມພ້ອມ ຮອບດ້ານແລ້ວ ຊຶ່ງບ້ານໜອງທາ ເໜືອ ມີພົນລະເມືອງທັງໝົດ 3.650 ກວ່າຄົນ, ຍິງ 1.900 ກວ່າຄົນ, ມີ ຜູ້ມີສິດເລືອກຕັ້ງທັງໝົດ 2.630 ຄົນ, ຍິງ 1.386 ຄົນ ໂດຍໄດ້ຈັດ ແບ່ງໜ່ວຍປ່ອນບັດເປັນ 3 ໜ່ວຍ ຄື: ໜ່ວຍທີ 1 ຢູ່ໂຮງຮຽນປະຖົມ ບ້ານໜອງທາເໜືອ, ໜ່ວຍທີ 2 ຢູ່ວັດບ້ານໜອງທາເໜືອ ແລະ ໜ່ວຍ ທີ 3 ຢູ່ຫ້ອງການປົກຄອງບ້ານ ໜອງທາເໜືອ, ແຕ່ລະໜ່ວຍໄດ້ ມີການແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບໜ່ວຍລະ 15 ທ່ານ, ພ້ອມທັງມີໜ່ວຍປ້ອງກັນ ເພື່ອ ຮັກສາຄວາມສະຫງົບປອດໄພ. ທ່ານ ພູຊົມ ສຸລະມະນີ ໃຫ້ຮູ້ອີກ ວ່າ: ໃນໄລຍະຜ່ານມາ ຄະນະພັກອຳນາດການປົກຄອງບ້ານ ໄດ້ ເຜີຍແຜ່ຂໍ້ມູນຂ່າວສານ ກໍຄື ນິຕິກຳ ຕ່າງໆ ກ່ຽວກັບບັັ້ນເລືອກຕັ້ງ ສສຊ ແລະ ສສຂ ໃຫ້ປະຊາຊົນພາຍໃນ ບ້ານຮັບຮູ້ຢ່າງທົ່ວເຖິງ, ຜ່ານຫລາຍ ຊ່ອງທາງ ເປັນຕົ້ນ ທາງໂທລະໂຄ່ງ, ທາງສື່ສັງຄົມອອນລາຍ ແລະ ນຳ ໃຊ້ລົດຕິດຕັ້ງເຄື່ອງຂະຫຍາຍສຽງ ເປີດແຈ້ງການໄປຕາມທຸກຮ່ອມ ພາຍໃນບ້ານ ເພື່ອໃຫ້ຂໍ້ມູນເຂົ້າເຖິງ ທຸກຄົວເຮືອນ. ທັງນີ້, ແນໃສ່ເຮັດໃຫ້ ປະຊາຊົນພາຍໃນບ້ານພ້ອມພຽງ ກັນມາໃຊ້ສິດຂອງຕົນຢ່າງເປັນ ຂະບວນຟົດຟື້ນ. ສໍາລັບຜູ້ອາຍຸສູງ ຫລື ຜູ້ພິການ ທີ່ບໍ່ສາມາດເດີນທາງ ມາໜ່ວຍປ່ອນບັດໄດ້ ທາງຄະນະ ກຳມະການ ຈະໄດ້ຈັດຕັ້ງຫີບປ່ອນ ບັດເຄື່ອນທີ່ ໄປບໍລິການໃຫ້ເຖິງ ເຮືອນ ເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ໃຊ້ສິດຂອງຕົນຢ່າງເຕັມສ່ວນ. ໂອກາດນີ້, ທ່ານ ພູຊົມ ສຸລະ ມະນີ ຍັງໄດ້ສະແດງບາງທັດສະນະ ວ່າ: ຕົນເອງມີຄວາມພາກພູມໃຈ ທີ່ຈະໄດ້ໃຊ້ສິດປະຊາທິປະໄຕຂອງ ຕົນເອງ ເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຄົບຕາມມາດຖານ ເງື່ອນໄຂ, ຜູ້ທີ່ກ້າເວົ້າ, ກ້າວ່າ, ກ້າ ສະເໜີບັນຫາຕ່າງໆ ທີ່ເປັນປະກົດ ການຫຍໍ້ທໍ້ໃນສັງຄົມໄປສະເໜີ ໃນສະພາແຫ່ງຊາດ ເພື່ອກ້າວໄປ ສູ່ການປັບປຸງແກ້ໄຂໃຫ້ເປັນຮູບ ປະທຳ. ພ້ອມນີ້, ທ່ານຍັງໄດ້ສະເໜີ ໃຫ້ລັດຖະບານ ສືບຕໍ່ແກ້ໄຂສ້າງ ວຽກເຮັດງານທຳ ກໍຄື ການຈັດຫາ ວຽກເຮັດງານທຳໃຫ້ປະຊາຊົນຜູ້ ດ້ອຍໂອກາດ ໄດ້ມີວຽກເຮັດງານ ທຳເປັນຫລັກເປັນແຫລ່ງ ຫລີກ ລ່ຽງການລັ່ງໄຫລອອກໄປເຮັດ ວຽກຢູ່ຕ່າງປະເທດ ແລະ ເອົາໃຈ ໃສ່ດ້ານການສຶກສາພາກລັດ ໃຫ້ ສູງຂຶ້ນ ໂດຍສຸມທຶນຮອນເຂົ້າໃນ ການປັບປຸງແກ້ໄຂໂຮງຮຽນທີ່ເກົ່າ ແກ່, ເປ່ເພ ໃຫ້ດີຂຶ້ນກວ່າເກົ່າ ຫລືື ມີທຶນການສຶກສາໃຫ້ກັບຜູ້ດ້ອຍ ໂອກາດ ແລະ ອື່ນໆ, ພ້ອມທັງໃຫ້ ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ສ້ອມແປງຖະໜົນຫົນທາງທີ່ເປ່ເພ ໂດຍສະເພາະ ທາງຮ່ອມ, ເຂົ້າຫາ ເຮືອນປະຊາຊົນຢູ່ບ້ານໜອງທາ ເໜືອ ບາງເສັ້ນຍັງເປເພ (ທາງບໍ່ ດີ), ໃຫ້ແກ້ໄຂບັນຫາການເກັບ ມ້ຽນຂີ້ເຫຍື້ອ ຂອງຜູ້ປະກອບການ (ເກັບມ້ຽນຂີ້ເຫຍື້ອຊະຊາຍ-ບໍ່ເປັນ ລະບຽບຮຽບຮ້ອຍ) ແລະ ບັນຫາ ອື່ນໆ ສະເໜີໃຫ້ລັດຖະບານສືບຕໍ່ ເອົາໃຈໃສ່ແກ້ໄຂໃຫ້ເປັນຮູບປະທຳ. ໂດຍ: ທະນູທອງ ອຳນາດລັດ ຂອງສາທາລະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນປາງບຸນໃຫຍ່ອັນໜຶ່ງຂອງ ປວງຊົນລາວທັງຊາດ ທີ່ສ້າງຂະ ບວນການຟົດຟື້ນ ເພື່ອເຮັດໃຫ້ການ ເລືອກຕັ້ງຄັ້ງນີ້ມີບັນຍາກາດ. ນັບ ແຕ່ມື້ນີ້ບໍ່ພໍເທົ່າໃດວັນ ກໍຈະແມ່ນ ວັນປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງຈະຈັດ ຂຶ້ນພ້ອມກັນໃນທົ່ວປະເທດ ໃນວັນທີ 22 ກຸມພາ 2026 ໃນນາມຕາງໜ້າ ຄະນະນໍາ-ອຳນາດການປົກຄອງ ແຂວງ, ສະພາປະຊາຊົນແຂວງຄຳ ມ່ວນ ມີຄວາມຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ ໄດ້ລົງຮັບສະໝັກເລືອກຕັ້ງ ສສຊ ໃນຄັ້ງນີ້. ສະນັ້ນ, ຮຽກຮ້ອງໃຫ້ ປະຊາຊົນຜູ້ມີສິດເລືອກຕັ້ງ ອອກ ໄປໃຊ້ສິດໃຫ້ຄົບຖ້ວນ ເພື່ອເລືອກ ເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ບັນລຸ 4 ຄາດໝາຍ ໃຫຍ່ ຄື: ຜູ້ມີສິດໄປໃຊ້ສິດ 100%, ການໃຊ້ສິດຖືກຕ້ອງ 100%, ຄວາມສະຫງົບ-ປອດໄພ 100% ແລະ ໂປ່ງໃສ-ຍຸຕິທໍາ 100%. ໂດຍ: ມະນີວັນ ເມືອງ ລາວຕ້ອງສະແດງອອກຄື: ໜຶ່ງ: ປະຊາຊົນລາວບັນດາເຜົ່າ ກໍຄືພົນລະເມືອງລາວທຸກຄົນ ໃຫ້ ເຂົ້າໃຈວ່າ ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າ, ສິດ ແລະ ພັນທະຂອງຕົນນັ້ນ ຕ້ອງຢູ່ໃນຂອບ ເຂດຂອງລັດຖະທຳມະນູນ ແລະ ກົດໝາຍ, ບໍ່ແມ່ນແບບເສລີຕາມ ໃຈຊອບ. ສະນັ້ນ, ຍາມໃດກໍຕ້ອງ ເວົ້າ ແລະ ເຮັດໃຫ້ຖືກຕາມແນວ ທາງ, ນະໂຍບາຍຂອງ ພັກ, ລັດຖະ ທໍາມະນູນ ແລະ ກົດໝາຍຂອງລັດ, ຮູ້ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອພັດທະນາຊີວິດຂອງຕົນ ແລະ ຄອບຄົວ ໃຫ້ຮັ່ງມີ, ຢູ່ດີກິນດີ; ຍາມ ໃດກໍຕ້ອງຮູ້ນໍາໃຊ້ສິດ ແລະ ປະຕິບັດ ພັນທະຂອງຕົນຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ ໃນ ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ ເຂົ້າຮ່ວມ ແລະ ເຄື່ອນໄຫວຢູ່ໃນ ບັນດາອົງການຈັດຕັ້ງຂອງພັກລັດ, ອົງການຈັດແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ທີ່ຖືກຕ້ອງ ຕາມກົດໝາຍ.
RkJQdWJsaXNoZXIy MTc3MTYxMQ==