7218

18/02/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຟັງຍິນ ສຽງສະໜັ່ນກ້ອງ ປະກາດປ່າວໂຄສະນາ ສື່ສາທາ-ອອນລາຍ ແຜ່ກະຈາຍວົງກວ້າງ ເຊີນຊວນປວງຊົນໃຫ້ ກຽມຈິດໃຈໄປປ່ອນ ເລືອກຜູ້ແທນທ່ຽງແທ້ ໄປເຂົ້າສູ່ສະພາ 22 ກຸມພາ ແມ່ນມື້ ສິດທິໂຊກໄຊງາມ ແມ້ງເມື່ອຍາມມຸງຄຸນ ເລືອກຜູ້ແທນທະນົງກ້າ ໃຊ້ປັນຍາວິໄຈແຈ້ງ ແຍງບັນຫາໃຫ້ປອດໂປ່ງ ຮູ້ຜູ້ຄົດຜູ້ໂກງຮູ້ຜູ້ດີຜູ້ຮ້າຍ ຈຶ່ງໝາຍແລ້ວປ່ອນລົງ ຮຽມກໍໂດຍດັ່ງດ້າມ ພ້ອມພໍ່າພຽງຂະບວນ ຊັກຊວນລຸງອາວອາ ໝູ່ປະຊາຊາວບ້ານ ພາກັນກຽມໄປໃຊ້ ສິດຂອງຕົນຕາມໜ້າທີ່ 18 ປີຍ່າງເຂົ້າ ສິດຂອງເຈົ້າຢ່າຢູ່ເສີຍ ເຊີນເລີຍພວກພີ່ນ້ອງ ທ້ອງຖິ່ນດິນລາວ ທຸກເຜົ່າຊົນທັງຜອງ ຮ່ວມໃຈສະໝານກ້ຽວ ເລືອກເທື່ອດຽວມີຜົນເທົ້າ ເຖິງຫ້າປີວາລະໜຶ່ງ ໜຶ່ງສິດດຸດດັ່ງນໍ້າໜຶ່ງຍ້ອຍ ໂຮມຮ້ອຍຕື່ມໃສ່ກັນ ທາງການເພິ່ນບອກແຈ້ງ ລາຍຊື່ນາມສະກຸນ ປະຫວັດຜົນງານມີ ທີ່ກະທໍາເອົາໄວ້ ເລກໝາຍມີມາໃຫ້ ຕາມໃຈລະບຸຊື່ ສິດໃນມືແຕ່ຜົນພືແຜ່ກວ້າງ ດີຮ້າຍຫາກຊິເຫັນ ຮຽມນີ້ຈໍາຈື່ແຈ້ງ ແນ່ວແນ່ໃນໃຈ ວ່າຈັກເອົາຄົນໃດ ສູ່ສະພາຄາວນີ້ ທ່ານນັ້ນ ບໍ່ແມ່ນຄົນເຮືອນໃກ້ ຫລື ພົງພັນນ້ອງພີ່ ສັງດອກ ນາມສະກຸນກໍບໍ່ກວ້າງ ແຕ່ໃຈກວ້າງກວ່າທະເລ ບໍ່ເຄີຍເຂົ້ານັ່ງໃກ້ ຕໍາຈອກຈາຫວານ ດອມດອກ ທ່ານບໍ່ເຄີຍມາເຮືອນ ຍື່ນຂອງຊົມໃຊ້ ແຕ່ວ່າທາງໃຈເຫລື້ອມ ສັດທາບໍ່ຈາງຈືດ ຄຶດຮິ່ນຕອງຖີ່ຖ້ວນ ຈຶ່ງຍໍມ້ວນມອບມວນ ທ່ານມີຄວາມເດັ່ນດ້ານ ສີປາກເຈລະຈາ ເປັນຄົນດີມີສິນທໍາ ໝູ່ປະຊານິຍົມຍ້ອງ ກ້າຫານຈິງໃຈເວົ້າ ຫວັງດີບໍ່ມີລ່ຽມ ຈິດໃຈເຕັມປ່ຽມດ້ວຍ ອາລີເອື້ອເພື່ອສ່ວນລວມ ມີໄຫວພິບສະຫລາດຮູ້ ແກ້ແມ່ນທັນການ ກ້າຫານໃນທາງຄວນ ບໍ່ອ່ອນແທງແຂງເວັ້ນ ບໍ່ເຫັນພຽງເງິນຮ້ອຍ ບໍ່ພອຍຄົນທໍາຊົ່ວ ບໍ່ຖືຕົວອວດໂອ້ ບໍ່ຄຸຍໂມ້ວ່າແຕ່ຕົນ ຜົນງານງາມບົ່ງໄວ້ ຫລຽນໄຊທີ່ລຽງລາຍ ທັງຫລຽນກາແຮງງານ ຜ່ານມາເຄີຍໄດ້ ຮຽມຈຶ່ງເທໃຈມ້ວນ ຝາກຄວາມຫວັງທີ່ມີຢູ່ ແດ່ຜູ້ແທນທ່ານນີ້ ໄປເຂົ້າສູ່ສະພາ mj koz6h cmo.of;'.9 ໂດຍ ບຸນທະວີ ກົມພະພັນ ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ... ປຶກສາຫາລືວຽກບຸລິມະສິດ... ປະຊາຊົນຢາກໄດ້ ສສຊ-ສສຂ... ສສຊ-ສສຂ ທີ່ເປັນຕົວແທນ... ເປີດໂຄງການປັບປຸງ... ຢ່າງທົ່ວເຖິງ. ທ່ານ ນາງ ອ່ອນຄໍາ ທັນນະວົງ ປະຊາຊົນບ້ານນໍ້າໂມ້ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ໃນ ບັ້ນເລືອກຕັ້ງວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ຕົນເອງແມ່ນ ມີຄວາມພ້ອມທີ່ຈະໄປໃຊ້ສິດໃນ ການເລືອກຕັ້ງເອົາຜູ້ແທນຂອງ ປະຊາຊົນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ຊຶ່ງຕ້ອງເປັນຜູ້ທີ່ມີຄວາມຊື່ສັດ ຈິງໃຈຕໍ່ປະເທດຊາດ, ຕໍ່ປະຊາຊົນ. ພາຍຫລັງໄດ້ຮັບຄວາມໄວ້ວາງໃຈ ຈາກພໍ່-ແມ່ປະຊາຊົນໃຫ້ເປັນສະ ມາຊິກສະພາແຫ່ງຊາດ ແລະ ສະ ມາຊິກສະພາປະຊາຊົນແຂວງແລ້ວ ຢາກໃຫ້ລົງໃກ້ຊິດຕິດແທດກັບປະ ຊາຊົນ, ລົງມາເຖິງພື້ນທີ່ຕົວຈິງ ໃນເຂດທ້ອງຖິ່ນຊົນນະບົດ ເພື່ອ ຮັບຮູ້ເຖິງສະພາບການດໍາລົງຊີວິດ ຂອງປະຊາຊົນ, ຮັບຮູ້ເຖິງສະພາບ ຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ຕ່າງໆ, ຮັບຟັງຄຳຄິດຄຳເຫັນ, ຄຳ ການຄວບຄຸມພະຍາດສັດ ແລະ ການລ້ຽງສັດເປັນສິນຄ້າຕາມແລວ ຊາຍແດນໃນວັນທີ 16 ກຸມພາ 2026 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຫົວໜ້າກົມ, ສະ ຖາບັນ, ພະແນກກະສິກຳ ແລະ ສິ່ງ ແວດລ້ອມແຂວງ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ພັນທະວົງ ວົງສຳພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ໂຄງການປັບປຸງການຄວບຄຸມ ພະຍາດສັດ ແລະ ການລ້ຽງສັດ ເປັນສິນຄ້າຕາມແລວຊາຍແດນ ແມ່ນໂຄງການທີ່ໄດ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າຈາກທະນາຄານ ພັດທະນາອາຊີ (A%#) ໃນມູນ ຄ່າທັງໝົດ 42,9 ລ້ານໂດລາ ສະຫະລັດ. ໃນນີ້, ເປັນເງິນກູ້ຢືມ ດອກເບ້ຍຜ່ອນຜັນ 30 ລ້ານໂດລາ ສະຫະລັດ, ມີໄລຍະການຈັດຕັ້ງ ປະຕິບັດໂຄງການ 7 ປີ ໂດຍເລີ່ມ ແຕ່ປີ 2025-2032 ມີ 6 ແຂວງ ເປົ້າໝາຍທີ່ມີຊາຍແດນຕິດກັບ ປະເທດເພື່ອນບ້ານຄື: ແຂວງຜົ້ງ ສາລີ, ອຸດົມໄຊ, ຫລວງນໍ້າທາ, ໄຊ ຍະບູລີ, ຊຽງຂວາງ ແລະ ແຂວງ ນໍາພາປະເທດຊາດ ໃຫ້ຈະເລີນຮຸ່ງ ເຮືອງ ສາມາດຊ່ວຍເຫລືອແກ້ໄຂ ບັນຫາຕ່າງໆຂອງປະຊາຊົນໃຫ້ດີ ຂຶ້ນເທື່ອລະກ້າວ. ທ່ານ ຄໍາເລ້ ສີສຸທໍາ ເປັນພະ ນັກງານລົງຮາກຖານຢູ່ບ້ານໜອງ ໄຮ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ໄດ້ໃຫ້ສຳພາດເມື່ອ ບໍ່ດົນນີ້ວ່າ: ອີກບໍ່ພໍເທົ່າໃດມື້ ກໍຈະ ຮອດວັນເລືອກຕັ້ງແລ້ວຂ້າພະເຈົ້າ ໃນນາມປະຊາຊົນຜູ້ມີສິດເລືອກ ຕັ້ງກໍຢາກເຫັນບັນດາ ສສຊ ແລະ ສສຂ ທີ່ໄດ້ຮັບການເລືອກຕັ້ງຈາກ ປະຊາຊົນລາວໃນຄັ້ງນີ້ ມີຄວາມ ຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ ໂດຍຖືເອົາການພັດທະນາ ບ້ານເມືອງ, ການແກ້ໄຂບັນຫາ ຕ່າງໆຂອງປະຊາຊົນເປັນບັນຫາ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຕັດສິນ ໃຈເລືອກເອົາຜູ້ທີ່ຕົນເຫັນວ່າ ເປັນ ຜູ້ທີ່ເໝາະສົມເປັນຕົ້ນຜູ້ທີ່ມີຄວາມ ຮູ້, ຄວາມສາມາດ, ຮັກຊາດຮັກ ປະຊາຊົນຢ່າງແທ້ຈິງເຂົ້າໄປເຮັດ ໜ້າທີ່ເປັນຕົວແທນຂອງຕົນ ກໍຄື ປະຊາຊົນຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ການລົງໂຄສະນາຫາສຽງໜ່ວຍ ທີ 1 ຄັ້ງນີ້, ນໍາໂດຍທ່ານ ນາງ ດາລານີ ພົມມະວົງສາ (ນໍ້າເບີ 7) ຮອງລັດຖະມົນຕີກະຊວງວັດທະ ນະທຳ ແລະ ການທ່ອງທ່ຽວ, ທ່ານ ສາລະພິດ ສູນວໍລະວົງ (ນໍ້າເບີ 12) ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ, ທ່ານ ທະນົງສິດ ເມືອງຈັນ (ນໍ້າເບີ 13) ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນວ ແລະ ທ່ານ ນາງ ກັນທິນາ ປ້ານອິນຫວນ (ນໍ້າ ເບີ 17) ຫົວໜ້າກົມຕິດຕາມກວດ ກາວຽກງານຍຸຕິທຳກຳມາທິການ ຍຸຕິທຳສະພາແຫ່ງຊາດ ແລະ ຮອງ ປະທານສະຫະພັນແມ່ຍິງສະພາ ແຫ່ງຊາດ. ໃນການເຄື່ອນໄຫວຄັ້ງນີ້, ແຕ່ ລະທ່ານກໍໄດ້ຜັດປ່ຽນກັນແນະນໍາ ຕົນເອງ ເພື່ອໃຫ້ຜູ້ມີສິດປ່ອນບັດ ເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກ ຕ້ອງຕໍ່ຜູ້ຮັບສະໝັກເລືອກຕັ້ງແຕ່ລະ ທ່ານ ເພື່ອເປັນບ່ອນອີງໃນການຄົ້ນ ຄວ້າ, ຄົ້ນຄິດ, ສົມທຽບໃສ່ມາດຕະ ຖານ ແລະ ຕັດສິນໃຈເລືອກເອົາຜູ້ ທີ່ເຫັນວ່າມີມາດຖານເງື່ອນໄຂທີ່ ເໝາະສົມເພື່ອເປັນຕົວແທນຂອງ ປະຊາຊົນຢູ່ສະພາແຫ່ງຊາດ ແລະ ບຸລິມະສິດໃນຕໍ່ໜ້າແນໃສ່ສ້າງ ຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ໄວໜຸ່ມໃນວັນທີ 17 ກຸມພາ 2026, ທີ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດ ຖະມົນຕີກະຊວງການເງິນ ແລະ ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າ ອົງການ UNFPA ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ ຍົກໃຫ້ເຫັນຄວາມຄືບໜ້າທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ໃນປີ 2025 ຊຶ່ງເປັນປີມ້ວນທ້າຍ ຂອງແຜນງານຮ່ວມມື 4 ປີ ຄັ້ງທີ 7 (2022-2026). ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ສະແດງຄວາມ ຊົມເຊີຍຕໍ່ການຮ່ວມມືທີ່ຍາດມາ ໄດ້ໃນໄລຍະຜ່ານມາ, ພ້ອມທັງ ຍົກໃຫ້ເຫັນຄວາມຄືບໜ້າໃນການ ປັບປຸງການເຂົ້າເຖິງການບໍລິການສຸ ຂະພາບຈະເລີນພັນ ແລະ ສຸຂະພາບ ທາງເພດ, ການຊ່ວຍເຫລືອຜູ້ຖືກ ເຄາະຮ້າຍຈາກຄວາມຮຸນແຮງ ບົນພື້ນຖານທາງເພດ, ການແກ້ ໄຂບັນດາຮີດຄອງປະເພນີທີ່ບໍ່ ສອດຄ່ອງ, ຜົນສຳເລັດໃນການ ຈັດຕັ້ງປະຕິບັດຂະບວນການລົງ ເກັບກຳຂໍ້ມູນພາກສະໜາມຂອງ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025. ການປຶກສາຫາລືນີ້ ຈະ ຊ່ວຍຊຸກຍູ້ການຜັນຂະຫຍາຍຂໍ້ມູນ ຫລັກຖານ, ປະສົບການ ແລະ ບົດ ຮຽນທີ່ຖອດຖອນໄດ້ໃຫ້ກາຍເປັນ ວຽກງານບຸລິມະສິດໃນຕໍ່ໜ້າ ເພື່ອ ເຮັດໃຫ້ ສປປ ລາວ ມີລະບົບ ການດຳເນີນງານທີ່ເຂັ້ມແຂງສາ ມາດຊຸກຍູ້ການພັດທະນາແບບມີ ສ່ວນຮ່ວມໃຫ້ດີຂຶ້ນເທື່ອລະກ້າວ. ໜຶ່ງໃນຜົນສຳເລັດທີ່ພົ້ນເດັ່ນແມ່ນ ຜົນສຳເລັດຂອງການຈັດຕັ້ງປະຕິ ບັດຂະບວນການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະ ເທດ ຄັ້ງທີ 5 ປີ 2025, ຜົນການ ສຳຫລວດດັ່ງກ່າວ ຄາດວ່າຈະ ຖືກເຜີຍແຜ່ໃນທ້າຍປີນີ້ ແລະ ຈະ ສະໜອງຂໍ້ມູນທີ່ມີຄຸນນະພາບສູງ ເພື່ອເປັນບ່ອນອີງໃນການວາງ ແຜນ ແລະ ການຕັດສິນໃຈຂອງ ລັດຖະບານ, ຄູ່ຮ່ວມພັດທະນາ, ອົງ ການຈັດຕັ້ງທາງສັງຄົມ ແລະ ພາກ ເອກະຊົນ ຊຶ່ງຈະເປັນການສ້າງ ຄວາມເຂັ້ມແຂງໃຫ້ແກ່ການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ທີ່ອີງໃສ່ຫລັກຖານຕົວຈິງ ແລະ ຮັບປະກັນວ່າຈະບໍ່ມີໃຜຖືກປ່ອຍປະ ໄວ້ທາງຫລັງ. ທ່ານ ທ່ານ ບັກທີຢໍ ຄາດິໂຣຟ ໄດ້ ກ່າວວ່າ: ພາຍໃຕ້ການນຳພາຂອງ ລັດຖະບານ, ການຮ່ວມມືລະຫວ່າງ ອົງການ UNFPA ແລະ ບັນດາຄູ່ ຮ່ວມງານພາກລັດ ສາມາດບັນລຸ ຄາດໝາຍທີ່ສຳຄັນຫລາຍດ້ານ, ໃນນັ້ນລວມເຖິງການຮັບຮອງເອົາ ຂໍ້ຮຽກຮ້ອງ ເພື່ອຊຸກຍູ້ການຈັດຕັ້ງ ປະຕິບັດໜ້າວຽກຕ່າງໆ ແລະ ການ ສ້າງຕັ້ງກົນໄກການປະສານງານ ລະດັບຊາດ ເພື່ອຊຸກຍູ້ການຈັດຕັ້ງ ປະຕິບັດນະໂຍບາຍແຫ່ງຊາດ ດ້ານ ປະຊາກອນ ແລະ ການພັດທະນາ. ໃນຂົງ ເຂດວຽກສຸຂະພາບ ຈະເລີນພັນ, ສຸຂະພາບທາງເພດ ແລະ ສິດທິ, ອົງການ UNFPA ໄດ້ ໃຫ້ການຊ່ວຍເຫລືອດ້ານວິຊາການ ແກ່ບັນດາຄູ່ຮ່ວມງານພາກລັດ ໃນການຂະຫຍາຍການບໍລິການ ວາງແຜນຄອບຄົວ, ການບໍລິການ ສຸຂະພາບທີ່ເປັນມິດກັບໄວໜຸ່ມ ແລະ ເພດສຶກສາ ຊຶ່ງຊ່ວຍໃຫ້ແມ່ຍິງ ແລະ ໄວໜຸ່ມຈຳນວນຫລາຍສາມາດ ຕັດສິນໃຈກ່ຽວກັບສຸຂະພາບ ແລະ ອະນາຄົດຂອງເຂົາເຈົ້າ ໂດຍມີຂໍ້ມູນ ທີ່ຄົບຖ້ວນ. ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາ ຫາລື ກຳນົດທິດທາງຍຸດທະສາດ ຂອງການຮ່ວມມືລະຫວ່າງອົງການ UNFPA ແລະ ລັດຖະບານ ໃນປີ 2026 ຊຶ່ງເປັນປີມ້ວນທ້າຍຂອງ ແຜນງານສະບັບປັດຈຸບັນ. ອັນພົ້ນ ເດັ່ນ, ກອງປະຊຸມໄດ້ຄັ້ງນີ້ ປຶກສາ ຫາລືຮ່ວມອົງການລັດ ທີ່ກ່ຽວຂ້ອງ ເພື່ອຮ່ວມກັນກຳນົດແຜນດຳເນີນ ງານ ແລະ ໜ້າວຽກບຸລິມະສິດໃນ ແຜນການຮ່ວມມື ຄັ້ງທີ 8 ແຕ່ປີ 2027-2031 ຕື່ມອີກ. ຂ່າວ: ສົມຫວັງ ສະຫວັນນະເຂດ. ໂຄງການດັ່ງກ່າວ, ມີເປົ້າໝາຍ ໃນການຍົກລະດັບດ້ານສຸຂະພາບ ສັດ, ຕ່ອງໂສ້ມູນຄ່າການຜະລິດ ສັດ ແລະ ການຄ້າຂາຍສັດ ແລະ ຜະລິດຕະພັນສັດທີ່ເປັນທາງການ ຢູ່ໃນພາກພື້ນແມ່ນ້ຳຂອງ (.4 ໂດຍມີ 3 ຈຸດປະສົງໃຫຍ່ຄື: ເພື່ອ ປັບປຸງສຸຂະພາບສັດ ແລະ ຜົນຜະ ລິດສັດ ໂດຍການຫລຸດຜ່ອນຄວາມ ສ່ຽງຈາກພະຍາດສັດ ແລະ ເຊື້ອ ພະຍາດຕ້ານທານຕໍ່ຢາ, ເປັນການ ຍົກລະດັບການຄ້ຳປະກັນທາງດ້ານ ສະບຽງອາຫານ, ຄວາມປອດໄພ ຂອງອາຫານ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນໃນເຂດຊົນນະບົດ; ເພື່ອສົ່ງເສີມການຮ່ວມມື ແລະ ການຄ້າສັດ, ຜະລິດຕະພັນສັດທີ່ ເປັນທາງການຢູ່ໃນພາກພື້ນແມ່ນ້ຳ ຂອງ (.4 ແລະ ເພື່ອສົ່ງເສີມ ການຜະລິດສັດລ້ຽງທີ່ເປັນມິດຕໍ່ ສິ່ງແວດລ້ອມ; ສ້າງຄວາມເຂັ້ມ ແຂງ ແລະ ຫັນປ່ຽນການລ້ຽງສັດ ໄປສູ່ລະບົບການຄຸ້ມຄອງ ແລະ ການບໍລິການຂໍ້ມູນຂ່າວສານແບບ ດີຈິຕອນ. ໂອກາດນີ້,ທ່ານກິແກ້ວສິງນາວົງ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກົມລ້ຽງສັດ ແລະ ການປະມົງ ຈົ່ງເອົາໃຈໃສ່ໃນການ ປະສານງານກັບບັນດາຜູ້ໃຫ້ທຶນ ແລະ ບັນດາພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມກັນຈັດ ຕັ້ງປະຕິບັດໂຄງການໃຫ້ໄດ້ດີ ແລະ ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ວາງໄວ້, ພ້ອມກັນກຳນົດແຜນ ງານ, ແຜນເງິນ, ມີແບບແຜນ ວິທີການເຮັດວຽກຢ່າງລະອຽດ, ຈະແຈ້ງ, ໂປ່ງໃສສາມາດກວດ ສອບໄດ້ ເພື່ອພັດທະນາຂະແໜງ ການລ້ຽງສັດເປັນສິນຄ້າຂອງປະ ຊາຊົນທີ່ຢູ່ໃນຊົນນະບົດໄດ້ຮັບການ ປ່ຽນແປງ ແລະ ມີລາຍຮັບເພີ່ມຂຶ້ນ, ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກໄດ້ເທື່ອລະກ້າວ. ຂ່າວ: ພອນໄຊ ສີສົງຄາມ ສຳຄັນ ແລະ ນຳເອົາຜົນປະໂຫຍດ ອັນຊອບທໍາມາໃຫ້ປະຊາຊົນບັນດາ ເຜົ່າຢ່າງແທ້ຈິງ ແລະ ສິ່ງສໍາຄັນ ກ່ອນອື່ນໝົດແມ່ນການສຶກສາ ເບິ່ງເງື່ອນໄຂຂອງບັນດາທ່ານທີ່ ສະໝັກເລືອກຕັ້ງ ແລະ ເບິ່ງໃຫ້ ລະອຽດກ່ອນຕັດສິນໃຈເລືອກເອົາ ເນື່ອງຈາກວ່າຖ້າເຮົາເລືອກເອົາ ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຜູ້ ທີ່ມີຄວາມຊື່ສັດໂປ່ງໃສ, ຜູ້ທີ່ເຫັນ ຜົນປະໂຫຍດຂອງບ້ານເມືອງ ແລະ ປະຊາຊົນເປັນຫລັກກໍຈະ ເຮັດໃຫ້ປະເທດຊາດຂອງເຮົາມີ ການພັດທະນາຢ່າງຕໍ່ເນື່ອງ ແລະ ປະຊາຊົນກໍຈະມີການດຳລົງຊີວິດ ທີ່ອົບອຸ່ນ ແລະ ຢູ່ດີກິນດີ. ພ້ອມນີ້, ນາງ ຄໍາຫລ້າ ພົບປະຊາ ແມ່ຄ້າ ແລະ ປະຊາຊົນບ້ານໜອງ ໄຮ ກໍໄດ້ກ່າວວ່າ: ຕົນເອງຈະໃຊ້ສິດ ຢ່າງເຕັມສ່ວນສຳລັບການເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ຈະຈັດຂຶ້ນໃນມໍ່ໆນີ້ ເພື່ອເລືອກເຟັ້ນເອົາຜູ້ທີ່ມີຄວາມ ຮູ້ຄວາມສາມາດ, ສະຫລຽວສະ ຫລາດ ແລະ ເຫັນບັນຫາສ່ວນ ລວມເປັນອັນສຳຄັນເພື່ອມານຳພາ ປະເທດຊາດ ແລະ ຊີ້ນຳປະຊາຊົນ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ແນໃສ່ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະ ເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມ ມີຄວາມສາມັກຄີປອງດອງ, ມີປະ ຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຖ້າເຮົາມີຜູ້ນຳທີ່ສະຫລາດສ່ອງໃສ, ມີຄວາມເສຍສະລະ, ສັດຊື່ບໍລິສຸດ ແລະ ຍຸຕິທຳ ຈະເຮັດໃຫ້ປະຊາຊົນ ລາວບັນດາເຜົ່າຢູ່ເຢັນເປັນສຸກ ແລະ ສາມາດເອົາຊະນະທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທາຍຕ່າງໆຢ່າງມີໄຊ. ຂ່າວ: ສົມຫວັງ ສະເໜີບັນຫາຕ່າງໆຂອງປະຊາຊົນ ເພື່ອນໍາໄປທີ່ສະເໜີຕໍ່ສະພາໄປຄົ້ນ ຄວ້າ, ພິຈາລະນາ ແລະ ແກ້ໄຂຕາມ ຂະບວນການຕ່າງໆຂອງສະພາ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂ. ທ່ານ ຄຳຕຸ້ຍ ກວາງໃຈ ເລຂາ ພັກບ້ານ, ນາຍບ້ານນໍ້າໂມ້ ກໍໄດ້ ໃຫ້ສໍາພາດວ່າ: ໃນໂອກາດກະ ກຽມໃຫ້ແກ່ບັ້ນເລືອກຕັ້ງເອົາ ສສຊ ແລະ ສສຂ ໃນເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ, ປັດຈຸບັນໄດ້ມີ ອະນຸກຳມະການລົງມາຕິດຕາມ ແລະ ກວດກາບັນດາຄອບຄົວທີ່ ມີສິດເລືອກຕັ້ງພາຍໃນເຂດ ແລະ ບ້ານນໍ້າໂມ້, ໄດ້ເກັບກຳຂໍ້ມູນຢ່າງ ລະອຽດ. ພ້ອມນີ້, ສສຊ ແລະ ສສຂ ກໍໄດ້ລົງມາໂຄສະນາຫາສຽງໃຫ້ ປະຊາຊົນໄດ້ຮັບຮູ້ ແລະ ພວກເຮົາ ກໍໄດ້ມີການກະກຽມຄວາມພ້ອມ ຫລາຍດ້ານໃນການດຳເນີນການ ປ່ອນບັດເລືອກຕັ້ງໃນຄັ້ງນີ້ ໃຫ້ມີ ຜົນສຳເລັດຕາມລະດັບຄາດໝາຍທີ່ ວາງໄວ້. ປັດຈຸບັນ, ບ້ານນໍ້າໂມ້ ມີ ພົນລະເມືອງທັງໝົດ 2 ພັນກວ່າຄົນ. ໃນນັ້ນ, ຜູ້ມີສິດເລືຶອກຕັ້ງ 1.000 ກວ່າຄົນ, ຍິງ ປະມານ 800 ຄົນ. ຂ່າວ: ຈັນທະລອນ; ພາບ: ສຸກທະວີ ສະພາປະຊາຊົນນະຄອນຫລວງ ວຽງຈັນ. ພ້ອມນີ້, ຜູ້ລົງສະໝັກ ເລືອກຕັ້ງກໍໄດ້ໃຫ້ທັດສະນະວ່າພາຍ ຫລັງໄດ້ຮັບການເລືອກຕັ້ງເປັນ ສສຊ ແລ້ວຈະສືບຕໍ່ເອົາໃຈໃສ່ປະຕິ ບັດໜ້າທີ່ການເມືອງຂອງຕົນໃຫ້ດີ ທີ່ສຸດ ປະຕິບັດພາລະບົດຂອງສະພາ ແຫ່ງຊາດ ກໍຄື ສະພາປະຊາຊົນໃຫ້ ສົມກັບວ່າເປັນຕົວແທນແຫ່ງສິດ ຜົນປະໂຫຍດຂອງປະຊາຊົນຢ່າງ ແທ້ຈິງ. ຂ່າວ: ໜັງສືພິມວຽງຈັນໃໝ່

RkJQdWJsaXNoZXIy MTc3MTYxMQ==