19/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K s]a '4n dg]n vd8A 'g0Q kgxa o8q ;cmoc]h ;.sh .dh -y f8y fcmfxt-k-q o1j k'cmh 9y ' ຂປລ. ມາພໍ້ກັນມື້ນີ້ “ໜັງສືພິມ ປະເທດລາວ” ສະບັບກ່ອນໄດ້ນຳ ສະເໜີໄປແລ້ວ ຄຳຖາມ-ຄຳຕອບ ກ່ຽວກັບການເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ ໃນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງມາໃນ ສະບັບນີ້, ຂໍນຳສະເໜີຕໍ່ກ່ຽວກັບ ຄຳຖາມ-ຕອບ ສິດເປັນເຈົ້າທາງ ດ້ານເສດຖະກິດ, ວັດທະນະທຳ ແລະ ສິດເປັນເຈົ້າດ້ວຍຕົນເອງ ຂອງ ປະຊາຊົນລາວບັນດາເຜົ່າ ຊຶ່ງມີລາຍ ລະອຽດດັ່ງນີ້: ຄໍາຖາມທີ 5: ສິດເປັນເຈົ້າທາງ ດ້ານເສດຖະກິດຂອງປະຊາຊົນລາວ ບັນດາເຜົ່າແມ່ນແນວໃດ? ຕອບ: ສິດເປັນເຈົ້າທາງດ້ານ ເສດຖະກິດຂອງປະຊາຊົນລາວບັນ ດາເຜົ່າ ໝາຍເຖິງ ສິດເປັນເຈົ້າໃນ ການດໍາລົງຊີວິດ ແລະ ທໍາມາຫາ ກິນ ເພື່ອຄວາມຢູ່ດີກິນດີຂອງຕົນ ແລະ ຄອບຄົວ. ກ່ອນໜ້ານີ້ ຫລາຍທົດສະວັດ, ການດໍາລົງຊີວິດ ແລະ ການທໍາ ມາຫາກິນ ຂອງປະຊາຊົນລາວ ບັນດາເຜົ່າແມ່ນປະສົບກັບຄວາມ ຫຍຸ້ງຍາກຫລາຍຮ້ອຍປະການ, ທີ່ຢູ່ອາໃສຖາວອນມີໜ້ອຍ, ປະຊາ ຊົນສ່ວນຫລາຍທໍາມາຫາກິນ ໂດຍອີງໃສ່ການກະສິກໍາ, ເຮັດ ໄຮ່-ເຮັດນາ, ຕາມມີຕາມເກີດ, ຕາມທໍາມະຊາດ , ຊີວິດການ 4k,{8v[ dj P;da [ly fgxa og9Q kmk'fh koglf4tdy f ;a fmtotme c]t ly fgxa og9Q kfh ;p8q ogv'0v'xt-k-q o]k;[a ofkgzq j k ເປັນຢູ່ທາງດ້ານວັດຖຸ ແລະ ຈິດ ໃຈຍັງຂາດເຂີນ ແລະ ອື່ນໆ. ປັດຈຸບັນນີ້, ປະເທດຊາດຂອງພວກ ເຮົາໄດ້ຮັບການພັດທະນາໃຫ້ມີ ຄວາມຈະເລີນກ້າວໜ້າຫລາຍຂຶ້ນ ທຽບໃສ່ໃນເມື່ອກ່ອນ, ປະຊາຊົນບັນ ດາເຜົ່າຢູ່ຫລາຍທ້ອງຖິ່ນ ໄດ້ເປັນຕົວ ແບບໃນການຜະລິດ, ທຸລະກິດ, ມີ ອາຊີບທີ່ຄົງທີ່ ແລະ ຊີວິດການເປັນ ຢູ່ດີຂຶ້ນກວ່າເກົ່າ, ແຕ່ປະເທດເຮົາ ຍັງບໍ່ທັນຫລຸດພົ້ນອອກຈາກຄວາມ ດ້ອຍພັດທະນາໄດ້ເທື່ອ, ປະຊາຊົນ ລາວບັນດາເຜົ່າຈໍານວນໜຶ່ງ ເປັນ ຕົ້ນ ຢູ່ເຂດຊົນນະບົດຫ່າງໄກສອກ ຫລີກຍັງທຸກຍາກຂາດເຂີນ, ມີ ລາຍຮັບຕໍ່າ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ ບໍ່ພຽງພໍ, ທີ່ພັກອາໃສຍັງບໍ່ທັນໝັ້ນ ຄົງບວກໃສ່ສະພາບເງິນເຟີ້, ລາຄາ ສິນຄ້າແພງ ແລະ ຄ່າຄອງຊີບສູງ. ສະນັ້ນ, ພັກ ແລະ ລັດຂອງພວກເຮົາ ຈຶ່ງເອົາໃຈໃສ່ເປັນພິເສດຕໍ່ການ ພັດທະນາເສດຖະກິດ-ສັງຄົມ, ພື້ນ ຖານໂຄງລ່າງ, ການຜະລິດສິນ ຄ້າ, ການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ເພື່ອສ້າງ ເງື່ອນໄຂໃຫ້ປະຊາຊົນລາວບັນດາ ເຜົ່າສາມາດປະຕິບັດສິດເປັນເຈົ້າ ທາງດ້ານເສດຖະກິດໃຫ້ໄດ້ຢ່າງ ຄົບຖ້ວນກວ່າເກົ່າ. ສິດເປັນເຈົ້າໃນການດໍາລົງ ຊີວິດ, ທໍາມາຫາກິນ ຂອງປະຊາຊົນ ລາວບັນດາເຜົ່າ ທີ່ພັກ ແລະ ລັດ ຂອງພວກເຮົາເອົາໃຈໃສ່ປົກປ້ອງ ແລະ ເສີມຂະຫຍາຍນັ້ນ ມີດັ່ງນີ້: ໜຶ່ງ: ສິດໃນການສ້າງເຮືອນ, ຕັ້ງບ້ານ ຫລື ຖິ່ນຖານພູມລໍາເນົາ ຢູ່ໃນເຂດ ຫລື ບໍລິເວນທີ່ເໝາະສົມ ກັບການດໍາລົງຊີວິດຕາມທີ່ກໍານົດ ໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສອງ: ສິດໃນການໄດ້ຊົມໃຊ້ ຊັບພະຍາກອນທໍາມະຊາດ ຕາມທີ່ ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ດິນດອນ ຕອນຫຍ້າ, ເຄື່ອງປ່າຂອງດົງ ເພື່ອ ໃຫ້ປະຊາຊົນແຕ່ລະຄົນ, ແຕ່ລະ ຄອບຄົວ ມີບ່ອນຢູ່, ບ່ອນດໍາລົງຊີ ວິດໝັ້ນຄົງ, ທໍາການຜະລິດ, ທໍາ ມາຫາກິນ ເພື່ອພັດທະນາຊີວິດການ ເປັນຢູ່ຂອງຕົນ ແລະ ຄອບຄົວ ໃຫ້ຢູ່ ດີກິນດີ. ສາມ: ສິດໃນການປະກອບ ອາຊີບ ທີ່ບໍ່ຂັດກັບລັດຖະທໍາມະນູນ ແລະ ກົດໝາຍ ໂດຍອີງຕາມຄວາມ ຮູ້ຄວາມສາມາດ ແລະ ຄວາມມັກ ຂອງຕົນ ເຊັ່ນ: ເຮັດນາ, ເຮັດໄຮ່, ເຮັດສວນ, ປູກຝັງ, ລ້ຽງສັດເປັນ ສິນຄ້າ, ເປັນນັກທຸລະກິດ, ຊາວ ຄ້າຂາຍ, ເປັນນາຍຊ່າງ, ເປັນນັກ ດົນຕີ, ນັກຮ້ອງ, ນັກສິລະປິນ, ເປັນ ກໍາມະກອນ, ເປັນທະຫານ, ຕໍາ ຫລວດ, ພະນັກງານ-ລັດຖະກອນ ແລະ ອື່ນໆ. ຄໍາຖາມທີ 6: ສິດເປັນເຈົ້າທາງ ດ້ານວັດທະນະທໍາ ຂອງປະຊາຊົນ ລາວບັນດາເຜົ່າ ແມ່ນແນວໃດ? ຕອບ: ສິດເປັນເຈົ້າທາງດ້ານ ວັດທະນາທໍາ ຂອງປະຊາຊົນລາວ ບັນດາເຜົ່າ ໝາຍເຖິງປະຊາຊົນ ລາວ ບັນດາເຜົ່າ ເປັນເຈົ້າຂອງ ຮີດຄອງປະເພນີ ແລະ ວັດທະນະ ທໍາ ທີ່ເປັນມູນເຊື້ອອັນດີງາມຂອງ ຕົນ, ປົກປັກຮັກສາ ແລະ ເສີມ ຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າ ເຮັດໃຫ້ພື້ນຖານວັດທະນະທໍາ ຂອງ ຊາດລາວ ອຸດົມຮັ່ງ ມີ. ປະຊາຊົນ ລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະ ນະທໍາອັນດີງາມ ທີ່ເປັນເອກະລັກ ຂອງຕົນ, ລວມເຂົ້າກັນເອີ້ນວ່າ: ວັດທະນະທໍາແຫ່ງຊາດລາວ ທີ່ມີ ຄວາມອຸດົມຮັ່ງມີ ດ້ວຍຫລາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຍ້ອງ ຕ່າງໆ, ບຸນປະເພນີ, ການຟ້ອນ ລໍາ, ການຫລິ້ນດົນຕີ, ການຂັບ ລໍາ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາ ອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການ ປຸກເຮືອນ ສ້າງບ້ານຕາມຮີດຄອງ ປະເພນີ ແລະ ວັດທະນະທໍາ ຂອງ ແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາ ກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບໍາລຸງ ແລະ ຮັກສາສຸຂະພາບເປັນຕົ້ນ. ເຖິງແນວໃດກໍດີ, ແຕ່ລະຊົນເຜົ່າ ລ້ວນແຕ່ມີຄວາມພາກພູມໃຈຕໍ່ມູນ ເຊື້ອວັດທະນະທໍາອັນດີງາມດັ່ງ ກ່າວຂອງຕົນ ແລະ ຂອງຊາດ; ມີ ສິດ ແລະ ໜ້າທີ່ປົກປັກຮັກສາ, ເສີມ ຂະຫຍາຍໃຫ້ໝັ້ນຄົງຕະຫລອດຮອດ ເຊັ່ນລູກເຊັ່ນຫລານໄດ້ສືບຕໍ່ໆໄປ; ສະກັດກັ້ນ ບໍ່ໃຫ້ພວກຄົນບໍ່ດີ ມາທໍາ ລາຍມູນເຊື້ອຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ ແລະ ຂອງແຕ່ລະຊົນເຜົ່າ. ພັກ ແລະ ລັດເຮົາ ໄດ້ເອົາໃຈ ໃສ່ປົກປ້ອງສິດເປັນເຈົ້າທາງດ້ານ ວັດທະນະທໍາ ຂອງປະຊາຊົນລາວ ບັນດາເຜົ່າ ດ້ວຍການວາງແນວ ທາງ, ນະໂຍບາຍ, ລັດຖະທໍາມະນູນ ແລະ ກົດໝາຍ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະ ນະທໍາອັນດີງາມ ຂອງຊາດ ແລະ ຂອງແຕ່ລະຊົນເຜົ່າ ໃຫ້ຢືນຍົງ. ຄໍາຖາມທີ 7: ສິດເປັນເຈົ້າດ້ວຍ ຕົນເອງ ຂອງປະຊາຊົນລາວບັນດາ ເຜົ່າ ແມ່ນແນວໃດ? ຕອບ: ສິດເປັນເຈົ້າດ້ວຍຕົນເອງ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງ ແຕ່ລະຊົນເຜົ່າ ຕ້ອງປົກ ປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມຂອງຊົນເຜົ່າຕົນ, ເພີ່ມທະວີຄວາມສາມັກຄີປອງດອງ ພາຍໃນຊົນເຜົ່າ ແລະ ລະຫວ່າງ ເຜົ່າຕ່າງໆ, ສູ້ຊົນພັດທະນາແຕ່ລະ ຊົນເຜົ່າ ແລະ ແຕ່ລະຄອບຄົວ ໃຫ້ ຫລຸດພົ້ນອອກຈາກຄວາມທຸກຍາກ ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດ ໃຫ້ປະຊາຊົນແຕ່ລະຊົນເຜົ່າຮັ່ງ ມີ ຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມ ແຂງ, ສັງຄົມສາມັກຄີປອງດອງ, ມີ ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ປະເທດເຮົາ ແຕ່ລະຊົນເຜົ່າລ້ວນ ແຕ່ມີມູນເຊື້ອແຫ່ງນໍ້າໃຈຕໍ່ສູ້ປະຕິວັດ ພິລະອາດຫານ ບໍ່ຍອມຈໍານົນ ຕ້ານ ການຮຸກຮານຂອງສັດຕູຕ່າງດ້າວ, ມີວິລະບູລຸດທີ່ເກັ່ງກ້າ, ມີນັກຮົບ ແຂ່ງຂັນ ແລະ ວິລະຊົນແຫ່ງຊາດ, ມີນັກຮຽນຮູ້ປັນຍາຊົນທີ່ດີ; ມີຄວາມ ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການຕໍ່ສູ້ ແລະ ດໍາລົງຊີວິດ; ມີຄວາມດຸໝັ່ນຂະຫຍັນພຽນໃນ ການອອກແຮງງານ, ການຜະລິດ, ການປົວແປງຊີວິດການເປັນຢູ່ ຕາມສຸພາສິດ ລາວກ່າວໄວ້ວ່າ: “ຄົນລາວ ມີຄວາມດຸໝັ່ນຂະຫຍັນ ພຽນ, ລຸກແຕ່ເດິກ, ຕື່ນແຕ່ເຊົ້າ, ໄປຢຽບໝາ ມາຢຽບຂຽດ”; ມີຮີດຄອງປະເພນີ ແລະ ວັດທະ ນະທໍາອັນດີງາມ ທີ່ເປັນເອກະລັກ ຂອງແຕ່ລະຊົນເຜົ່າ ແລະ ອື່ນໆ. ສະນັ້ນ, ພັກ ແລະ ລັດ ຂອງພວກ ເຮົາຈຶ່ງມີນະໂຍບາຍປົກປ້ອງ ແລະ ເສີມຂະຫຍາຍສິດເປັນເຈົ້າດ້ວຍຕົນ ເອງ ຂອງປະຊາຊົນລາວບັນດາ ເຜົ່າ, ສົ່ງເສີມໃຫ້ແຕ່ລະຊົນເຜົ່າ ບຸກບືນສ້າງຄວາມເຂັ້ມແຂງດ້ວຍ ຕົນເອງຕິດພັນກັບການເພີ່ມທະວີ ຄວາມສາມັກຄີ ແລະ ສິດສະເໝີພາບ ລະຫວ່າງຊົນເຜົ່າຕ່າງໆ ແລະ ຫັນ ນະໂຍບາຍນີ້ ເປັນເນື້ອໃນມາດຕາ 8 ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ຄື: “ລັດປະຕິບັດນະໂຍບາຍ ສາມັກຄີ ແລະ ສະເໝີພາບລະຫວ່າງ ຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ ມີສິດປົກປັກຮັກສາ, ເສີມຂະຫຍາຍ ຮີດຄອງປະເພນີ ແລະ ວັດທະນະທໍາ ອັນດີງາມຂອງຕົນ ແລະ ຂອງຊາດ. ຫ້າມທຸກການກະທໍາທີ່ເປັນການ ແບ່ງແຍກ ແລະ ການປະພຶດທີ່ເປັນ ການຈໍາແນກລະຫວ່າງ ຊົນເຜົ່າ; ລັດນໍາໃຊ້ທຸກມາດຕະການ ເພື່ອ ຂະຫຍາຍ ແລະ ຍົກລະດັບເສດຖະ ກິດ-ສັງຄົມ ຂອງທຸກຊົນເຜົ່າໃຫ້ ສູງຂຶ້ນ ”. ພໍ້ກັນໃໝ່ໃນສະບັບໜ້າ ຂປລ. ປັດຈຸບັນຜູ້ມີສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນຂອບເຂດທົ່ວປະເທດ ລ້ວນ ມີຄວາມປິຕິຍິນດີ ແລະ ກຽມພ້ອມ ໄປໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ ຕົນມັກເຂົ້າເປັນຕົວແທນໄປນັ່ງ ໃນສະພາແຫ່ງຊາດ. ຂະນະທີ່ ຈຳນວນໜຶ່ງກໍໄດ້ໃຫ້ທັດສະນະຕໍ່ ຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ແລະ ສສຂ ໃນຊຸດນີ້, ໂດຍສະເພາະ ແມ່ນພາຍຫລັງຖືກເລືອກຕັ້ງຈາກ ປະຊາຊົນໄປນັ່ງໃນສະພາແລ້ວ ຂໍໃຫ້ປະຕິບັດໜ້າທີ່ການເມືອງທີ່ ປະຊາຊົນມອບໝາຍໃຫ້ ແລະ ລົງ ໃກ້ຊິດຕິດແທດປະຊາຊົນ, ເປັນ ຕົວແທນຊ່ວຍປະຊາຊົນແກ້ໄຂບັນ ຫາຕ່າງໆ, ເປັນຕົວແທນທີ່ບໍລິສຸດຖື ວຽກສ່ວນລວມເປັນກົກ ແລະ ອື່ນໆ. ທ່ານ ສົມຊາຍ ສວນບຸນມາ ເລ ຂາພັກບ້ານນາຍບ້ານນາສ້ຽວເມືອງ ນາຊາຍທອງ ນະຄອນຫລວງວຽງ ຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນ ໂອກາດທີ່ຜູ້ຮັບສະໝັກເລືອກລົງ ໂຄສະນາຫາສຽງທີ່ວັດບ້ານນາ ສ້ຽວ ໃນວັນທີ 16 ກຸມພາ 2026 5 ວ່າ: ປັດຈຸບັນນີ້ ບ້ານຕົນແມ່ນມີ ຄວາມພ້ອມຕໍ່ການເລືອກຕັ້ງເອົາ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ແລ້ວ ຊຶ່ງພາຍໃນບ້ານຕົນມີຜູ້ ມີສິດເລືອກຕັ້ງຫລາຍກວ່າ 3.900 ຄົນ. ໃນນັ້ນ, ໄດ້ແບ່ງອອກເປັນ 3 ຈຸດປ່ອນບັດ ຄື: ຫ້ອງການບ້ານ ນາສ້ຽວ, ຄ້າຍທະຫານ ແລະ ເດີ່ນ ອາຈານເກີມົວ. ນອກຈາກນີ້, ດ້ານ ບຸກຄະລາກອນກໍມີຄວາມພ້ອມ ເຊັ່ນດຽວກັນ ເມື່ອຮອດມື້ວັນທີ 22 ກຸມພາ ກໍພ້ອມກັນໄປປ່ອນ ເລືອກຕັ້ງ. ແນວໃດກໍດີ, ໃນນາມ ຕົນເປັນນາຍບ້ານ ຈະໄດ້ເອົາໃຈ ໃສ່ປຸກລະດົມໃຫ້ຜູ້ມີສິດເລືອກຕັ້ງ ພາຍໃນບ້ານເອົາໃຈໃສ່ຕື່ນຕົວ ມາໃຊ້ສິດເລືອກຕັ້ງເອົາຜູ້ແທນທີ່ ມີຄວາມສາມາດ, ເປັນຕົວແທນ ຂອງປະຊາຊົນເຂົ້າໄປນັ່ງໃນສະພາ ເພື່ອເຮັດໜ້າທີ່ໃນການເປັນຕົວ ແທນສະເໜີບັນຫາຕ່າງໆ ຂອງປະ ຊາຊົນຕໍ່ພາກສ່ວນກ່ຽວຂ້ອງ ກໍຄື ລັດຖະບານໃນຕໍ່ໜ້າ. ພ້ອມນີ້ ທ່ານ ບຸນຊອມ ທຳມະວົງສາ ຫົວໜ້າ ປກຊ ບ້ານນາສ້ຽວ ໃຫ້ ສຳພາດວ່າ: ໃນນາມຕົນເປັນຫົວ ໜ້າ ປກຊ ກໍພ້ອມທີ່ຈະປະກອບ ສ່ວນຢ່າງຕັ້ງໜ້າ ທັງຈະປຸກລະດົມ ອ້າຍນ້ອງ ປກຊ-ປກສ ປ້ອງກັນ ເວນຍາມໃນບັ້ນເລືອກຕັ້ງຄັ້ງນີ້ ໃຫ້ ມີຄວາມສະຫງົບປອດໄພ ໄປພ້ອມໆ ກັບການໄປໃຊ້ສິດຂອງຕົນເລືອກ ເອົາ ສສຊ ແລະ ສສຂ ໃນຄັ້ງນີ້ ເພື່ອ ໃຫ້ໄດ້ຜູ້ແທນທີ່ເປັນຫ່ວງເປັນໄຍ ຕໍ່ການດຳລົງຊີວິດຂອງປະຊາຊົນ ບັນດາເຜົ່າໄປນັ່ງໃນສະພາແຫ່ງ ຊາດ. ການເລືອກຜູ້ແທນດັ່ງກ່າວ ໃນນາມຕົນເອງ ຈະສັງເກດເບິ່ງ ເອົາປະຫວັດການເຄື່ອນໄຫວ, ການ ເຮັດວຽກປະສົບການໃນໄລຍະ ຜ່ານມາຂອງຜູ້ສະໝັກຮັບເລືອກ ຕັ້ງ ເພື່ອຈະໄດ້ຜູ້ແທນທີ່ມີຄວາມຮູ້ ຄວາມສາມາດເຂົ້າເປັນຕົວແທນ ຂອງປະຊາຊົນບັນດາເຜົ່າ. ຂະນະ ທີ່ພາຍຫລັງໄດ້ເປັນຕົວແທນຂອງ ປະຊາຊົນໄປນັ່ງໃນສະພາແລ້ວ ກໍ ຂໍໃຫ້ລົງພົບປະປະຊາຊົນຢ່າງໃກ້ຊິດ ຕິດແທດກັບປະຊາຊົນດ້ວຍການຮັບ ຄຳສະເໜີຂອງປະຊາຊົນໄປສະເໜີ ໃນສະພາແຫ່ງຊາດ, ຊ່ວຍການ ພັດທະນາຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ອື່ນໆ. ແມ່ຕູ້ດາ ສິງຫາລາດ ປະຊາຊົນ ບ້ານນາສ້ຽວ ກໍໃຫ້ສຳພາດວ່າ: ໃນມື້ເລືອກຕັ້ງ ສສຊ ກໍຈະໄດ້ໄປ ໃຊ້ສິດຂອງຕົນເລືອກເອົາຜູ້ແທນ ທີ່ຕົນມັກ, ຜູ້ມີຄວາມຮູ້ເຂົ້າມາຮັບ ໃຊ້ປະຊາຊົນ. ພ້ອມນີ້, ພາຍຫລັງ ຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການເລືອກຕັ້ງເປັນ ສສຊ ຈາກປະຊາຊົນບັນດາເຜົ່າ ກໍຂໍໃຫ້ ເອົາໃຈໃສ່ຊ່ວຍປະຊາຊົນ, ລົງພົບ ປະປະຊາຊົນໃຫ້ທົ່ວເຖິງ, ນຳເອົາ ບັນຫາຕ່າງໆ ທີ່ຮັບຮອງຈາກກອງ ປະຊຸມສະພາແຫ່ງຊາດ ແຕ່ລະ ສະໄໝລົງເຜີຍແຜ່, ພ້ອມທັງຮັບ ເອົາຄຳສະເໜີຂອງປະຊາຊົນໄປ ສະເໜີຕໍ່ໃນກອງປະຊຸມສະພາໃຫ້ ພາກສ່ວນກ່ຽວຂ້ອງກໍຄືລັດຖະບານ ພິຈາລະນາແກ້ໄຂ. ທ່ານ ສົມຊາຍ ສວນບຸນມາ ທ່ານ ບຸນຊອມ ທຳມະວົງສາ ແມ່ຕູ້ດາ ສິງຫາລາດ
RkJQdWJsaXNoZXIy MTc3MTYxMQ==