gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 18/02/2026 xtgmf]k; ຄະນະກຳມະການເລືອກຕັ້ງ... ເມື່ອໄດ້ຮັບຄວາມໄວ້ວາງໃຈ... ປະທານປະເທດ ຮັບສານຕາຕັ້ງ... ສະຫລຸບວຽກງານ... ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າ ຍື່ນສານຕາຕັ້ງຂອງທ່ານ ເປັກກາ ວູຕິໄລເນິນ ທູດ ແຫ່ງ ສາທາລະນະລັດ ແຟງລັງ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ນາງ ຄາທາຣິນາ ວີຊາ ທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ ທ່ານ ສອນໄຊ ວັນນະໄຊ ທູດ ແຫ່ງ ສປປ ລາວ ປະຈຳ ລາຊະອານາຈັກກໍາປູເຈຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການ ເຂົ້າຍື່ນສານຕາຕັ້ງຂອງທ່ານ ຮານີ ມົດສ໌ຕາຟາ ຮັດຊານ ທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການ ເຂົ້າຍື່ນສານຕາຕັ້ງຂອງທ່ານ ດາຣຸດສ໌ ເກດີສ ທູດ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ ທ່ານ ເກີລໍ່ ຢາງກໍ່ ທູດ ແຫ່ງ ສປປ ລາວ ປະຈຳ ລັດກູເວດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າ ຍື່ນສານຕາຕັ້ງຂອງທ່ານ ອິຣັກລີ ອາຊາຊີວິວລີ ທູດ ແຫ່ງ ຊອກຊີ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າ ຍື່ນສານຕາຕັ້ງຂອງທ່ານ ອາເລັກຊານເດີ ມີໂສບຊິນ ທູດ ແຫ່ງ ສາທາລະນະລັດ ສະ ໂລວັກ ປະຈຳ ສປປ ລາວ ສາທາລະນະລັດ ອາຣັບ ເອຢິບ ປະຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ຮ່າໂນ້ຍ, ສສ ຫວຽດນາມ; ທ່ານ ອິຣັກລີ ອາຊາຊີວິວລີ ເອກ ອັກຄະລັດຖະທູດ ແຫ່ງ ຊອກຊີ ປະ ຈໍາ ສປປ ລາວ, ມີສຳນັກງານຕັ້ງ ຢູ່ກົວລາລຳເປີ, ມາເລເຊຍ; ທ່ານ ນາງ ຄາທາຣິນາ ວີຊາ ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ສປປ ລາວ, ມີ ສຳນັກງານຕັ້ງຢູ່ບາງກອກ, ປະ ເທດໄທ; ທ່ານ ດາຣຸດສ໌ ເກດີສ ເອກອັກຄະລັດຖະທູດ ແຫ່ງ ສາທາ ລະນະລັດ ລິດຕົວນີ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ສິງກະໂປ ແລະທ່ານອາເລັກຊານເດີມີໂສບຊິນ ເອກອັກຄະລັດຖະທູດ ແຫ່ງ ສາ ທາລະນະລັດ ສະໂລວັກ ປະຈຳ ສປປ ລາວ, ມີສໍານັກງານຕັ້ງຢູ່ບາງ ກອກ, ປະເທດໄທ. ໂອກາດນີ້,ທ່ານທອງລຸນສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທູດທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າດ້ວຍປະສົບການ ທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມ ສົມບູນຂອງບັນດາທ່ານທູດຈະ ຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບມື້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການ ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ຈົນເຖິງການໄປມາຫາສູ່ລະຫວ່າງ ປະຊາຊົນດ້ວຍກັນ, ເສີມຂະຫຍາຍ ການຮ່ວມມືດ້ານການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະ ຂະ ແໜງການອື່ນໆທີ່ມີທ່າແຮງນຳກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດ ບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ ຮ່ວມກັນລົງນາມໃຫ້ປະກົດຜົນເປັນ ຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆ ຂອງ ສປປ ລາວ ເພື່ອເບິ່ງການພັດ ທະນາຕົວຈິງຂອງແຂວງ, ຊ່ວຍ ຍາດແຍ່ງ ແລະ ຂົນຂວາຍບັນດາ ນັກທຸລະກິດ-ນັກລົງທຶນທີ່ມີຄວາມ ສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ບັນດາທູດຕ່າງປະເທດ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄຳເວົ້າ ອັນຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງສະແດງຄວາມ ໝາຍໝັ້ນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອ ນຳເອົາຜົນປະໂຫຍດມາສູ່ປະເທດ ຊາດ ກໍຄື ປະຊາຊົນຂອງທັງສອງ ປະເທດ. ໃນວັນດຽວກັນ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ກໍໄດ້ມອບ ສານຕາຕັ້ງໃຫ້ແກ່ບັນດາເອກອັກ ຄະລັດຖະທູດຂອງ ສປປ ລາວ ຈໍານວນ 3 ທ່ານ ເພື່ອໄປປະຈໍາຢູ່ ຕ່າງປະເທດ ຊຶ່ງປະກອບມີ: ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ; ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ລາຊະ ອານາຈັກກໍາປູເຈຍ ແລະ ທ່ານ ເກີລໍ່ ຢາງກໍ່ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ລັດ ກູເວດ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ທ່ານເອກອັກຄະ ລັດຖະທູດທັງສາມທີ່ຈະໄປປະຕິບັດ ໜ້າທີ່ການທູດຢູ່ຕ່າງປະ ເທດ, ພ້ອມທັງໄດ້ມີຄໍາເຫັນຊີ້ນຳໃຫ້ສືບ ຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງ ຕົນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ, ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາເອກະສານ ຮ່ວມມືຕ່າງໆທີ່ສອງຝ່າຍໄດ້ລົງ ນາມຮ່ວມກັນໃຫ້ປະກົດຜົນເປັນ ຮູບປະທໍາ, ຊຸກຍູ້ການພົບປະແລກ ປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງເອົາ ການຮ່ວມມື ແລະ ການສະໜັບ ສະໜູນຊ່ວຍເຫລືອດ້ານຕ່າງໆ ຈາກສາກົນ, ເອົາໃຈໃສ່ໂຄສະນາ ຂົນຂວາຍບັນດານັກລົງທຶນ, ນັກ ທຸລະກິດ ແລະ ນັກທ່ອງທ່ຽວຕ່າງ ປະເທດໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນລາວ ບັນດາເຜົ່າ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປລາວ ໃນການລຶບລ້າງຄວາມທຸກຍາກ ໃຫ້ແກ່ປະຊາຊົນລາວ ແລະ ໃຫ້ ສາມາດນຳພາປະເທດຊາດຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາໃນປີ 2026 ຕາມເປົ້າ ໝາຍທີ່ວາງໄວ້. ພາບ: ອ່າຍຄຳ ບັ້ນປ້ອງກັນ 3 ວັນປະຫວັດສາດ; ວຽກງານປ້ອງກັນງານມະຫະກໍາ ກິລາແຫ່ງຊາດ ແລະ ປ້ອງກັນ ກອງປະຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ຄັ້ງທີ XII; ການ ປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມ ສະຫງົບ. ນອກນັ້ນ, ຈະໄດ້ຮັບຟັງ ການລາຍງານມາດຕະການໃນ ການຄຸ້ມຄອງ ແລະ ແກ້ໄຂການ ສວຍໃຊ້ສື່ສັງຄົມອອນລາຍ; ການ ຄຸ້ມຄອງຄົນເຊື້ອຊາດລາວທີ່ບໍ່ມີສັນ ຊາດກັບຄືນສູ່ ສປປ ລາວ; ການ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແກ້ໄຂຄະດີທີ່ກ່ຽວຂ້ອງກັບ ຫລາຍພາກສ່ວນ; ການແກ້ໄຂກຸ່ມ ແກ້ງຫລອກລວງທາງອິນເຕີເນັດ (Call Center); ການດໍາເນີນ ທຸລະກິດສ້າງລາຍຮັບໃຫ້ກະຊວງ ປ້ອງກັນຄວາມສະຫງົບ ແລະ ການ ຊຸກຍູ້ກົມ-ກອງອ້ອມຂ້າງກະຊວງ ແລະ ປກສ ແຂວງທົ່ວປະເທດ ທ່ານ ນາງ ມະນີວັນ ເຍຍປາວເຮີ ໄດ້ໃຫ້ຮູ້ວ່າ: ການລົງເຄື່ອນໄຫວ ຄັ້ງນີ້, ກໍເພື່ອເກັບກໍາສະພາບຕົວ ຈິງ ແລະ ຂໍ້ມູນຕ່າງໆກ່ຽວກັບການ ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຂໍ້ຕົກລົງ ແລະ ຄໍາແນະນໍາຕ່າງໆ ຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ການກະກຽມຄວາມ ພ້ອມຮອບດ້ານເປັນຕົ້ນການເກັບ ກໍາຂໍ້ມູນກ່ຽວກັບຜູ້ມີສິດເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ, ການ ຕິດປ້າຍຄໍາຂວັນຕ່າງໆ ເພື່ອປຸກ ຈິດສໍານຶກໃຫ້ແກ່ການເລືອກຕັ້ງ, ການຈັດພິມຮູບ-ປະຫວັດຫຍໍ້ ແລະ ເອກະສານຕ່າງໆ. ທັງນີ້, ກໍ ເພື່ອຮັບປະກັນໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ ແກ້ໄຂ. ນອກຈາກນີ້, ຈະເອົາໃຈໃສ່ບັນ ຫາຊີວິດການເປັນຢູ່, ບັນຫາປາກ ທ້ອງຂອງປະຊາຊົນ, ພື້ນຖານໂຄງ ລ່າງທີ່ໄດ້ສະເໜີຕໍ່ ສສຊ, ພ້ອມທີ່ຈະ ໃຫ້ທໍາການຜະລິດກຸ້ມຕົນເອງເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງ ດ້ວຍຕົນເອງ; ໂຄງການຄຸ້ມຄອງ ສໍາມະໂນຄົວ ແລະ ອອກບັດປະຈໍາ ຕົວລະບົບທັນສະໄໝ; ການປັບປຸງ ຫລັກສູດການຮຽນ-ການສອນ ແລະ ການຄຸ້ມຄອງນັກສຶກສາ; ການຈັດຕັ້ງປະຕິບັດ, ມາດຕະການ ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ຮ້ານບັນເທີງ, ມົ້ວສຸມສິ່ງ ເສບຕິດ, ກຸ່ມແກ້ງອາຊະຍາກໍາ ທີ່ຕິດພັນກັບຄົນຕ່າງປະເທດ ໃນ ນະຄອນຫລວງວຽງຈັນ ແລະ ວຽກ ງານອື່ນໆທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດເຫັນ, ຄົ້ນຄວ້າ, ປຶກສາຫາລື ແລະ ຖອດ ຖອນບົດຮຽນໃນການຈັດຕັ້ງປະ ຕິບັດວຽກງານປ້ອງກັນຄວາມ ສະຫງົບ ໃນໄລຍະຜ່ານມາ ເພື່ອ ຊອກໃຫ້ເຫັນດ້ານດີຜົນງານ, ບັນ ຫາ, ຂໍ້ຄົງຄ້າງເພື່ອເປັນທິດທາງ ແຜນການໃນການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດໃນຕໍ່ໜ້າ. ຂ່າວ-ພາບ: ກົມສື່ມວນຊົນ ປກສ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງ ທີ 10 ແຂວງວຽງຈັນ ບັນລຸຕາມ ລະດັບຄາດໝາຍ ກໍຄື ນໍາພາຜູ້ມີ ສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນ 100%; ນໍາພາຜູ້ມີສິດ ເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນ ບັດເລືອກຕັ້ງຖືກຕ້ອງຕາມລະບຽບ ການເລືອກຕັ້ງ 100%; ນໍາພາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%; ນໍາ ພາວຽກງານປ່ອນບັດເລືອກຕັ້ງໃຫ້ ຮັບປະກັນຄວາມໂປ່ງໃສ ແລະ ສໍາ ເລັດທັນຕາມກໍານົດເວລາ 100%. ໃນໂອກາດນີ້, ທ່ານ ບົວຄຳ ຫລວງອາໄພ ຮອງປະທານຄະນະ ກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນ ແຂວງວຽງຈັນ, ຄະນະອະນຸກຳມະ ການເລືອກຕັ້ງແຂວງວຽງຈັນ ໄດ້ ລາຍງານໂດຍຫຍໍ້ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດ ເລືອກຕັ້ງທີ 10 ແຂວງວຽງຈັນ, ປັດຈຸບັນແມ່ນໄດ້ສຳເລັດແລ້ວ ຫລາຍໜ້າວຽກເປັນຕົ້ນ ສຳເລັດ ການເກັບກຳສະຖິຕິຈຳນວນຜູ້ມີ ສິດປ່ອນບັດເລືອກຕັ້ງອາຍຸ 18 ປີ ຕາມສຳມະໂນຄົວ 302.420 ຄົນ, ຍິງ 145.862 ຄົນ, ພົນລະເມືອງ ທັງໝົດ 514.471 ຄົນ, ຍິງ 246.764 ຄົນ, ຜູ້ມີສິດປ່ອນບັດຕົວ ຈິງ 277.228 ຄົນ, ຍິງ 133.114 ຄົນ; ສຳເລັດການຈັດພິມຮູບ ແລະ ປະຫວັດຂອງຜູ້ສະໝັກເລືອກຕັ້ງ ແລະ ແຈກຢາຍໃຫ້ແຕ່ລະເຂດເລືອກ ຕັ້ງເມືອງ; ສຳເລັດການຈັດພິມບັດ ລົງຄະແນນສຽງ; ສຳເລັດການ ລົງຊຸກຍູ້ ແລະ ປຸກລະດົມຂະບວນ ການຕ່າງໆ ແລະ ສຳເລັດການ ລົງຫາສຽງ. ຢ່າງໃດກໍຕາມ ການ ຜັນຂະຫຍາຍນິຕິກຳຂອງຄະນະ ກຳມະການເລືອກຕັ້ງລະດັບຊາດ ຈະຫັນເປັນນິຕິກຳຂອງທ້ອງຖິ່ນໄດ້ ຢ່າງຄົບຖ້ວນກໍຕາມ, ແຕ່ຖ້າທຽບ ໃສ່ການຈັດຕັ້ງປະຕິບັດວຽກງານ ເລືອກຕັ້ງໃນແຕ່ລະບາດກ້າວເຫັນ ວ່າບາງວຽກຍັງຊັກຊ້າ, ການປະ ສານງານລະຫວ່າງຄະນະກຳມະ ການເລືອກຕັ້ງຂັ້ນແຂວງກັບຄະນະ ກຳມະການເລືອກຕັ້ງຂັ້ນເມືອງຍັງບໍ່ ທັນໂລ່ງລ່ຽນເທົ່າທີ່ຄວນ, ການເກັບ ກຳສະຖິຕິຈຳນວນພົນລະເມືອງ, ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ຈຳນວນໜ່ວຍປ່ອນບັດເລືອກ ຕັ້ງໃນທົ່ວແຂວງຍັງມີບາງເຂດ ເລືອກຕັ້ງຍັງມີຄວາມຊັກຊ້າ. ຂ່າວ-ພາບ: ກິດຕາ ນຳໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງ ກໍຄື ລັດຖະບານແກ້ໄຂບັນຫາດັ່ງ ກ່າວ ໃຫ້ສົມກັບວ່າເຮົາຮັບໜ້າທີ່ ເປັນຕົວແທນຂອງປະຊາຊົນທີ່ນັ່ງ ໃນສະພາແຫ່ງຊາດ. ພ້ອມທັງໄດ້ ສະເໜີປະຫວັດການເຄື່ອນໄຫວ ຂອງຕົນໃນໄລຍະຜ່ານມາເຖິງ ປັດຈຸບັນໃຫ້ແກ່ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈຕໍ່ການເຄື່ອນໄຫວ, ວິທີການເຮັດວຽກ, ປະສົບການເຮັດ ວຽກໃນໄລຍະຜ່ານມາຕື່ມອີກ. ການລົງໂຄສະນາຫາສຽງຂອງ ຄະນະຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ໃນຄັ້ງນີ້, ມີອຳນາດ ການປົກຄອງເມືອງ, ອຳນາດການ ປົກຄອງບ້ານ ແລະ ປະຊາຊົນຜູ້ມີ ສິດເລືອກຕັ້ງ 6 ບ້ານຄື: ບ້ານສີເກີດ, ໄຊມຸງຄຸນ, ນາສ້ຽວ, ດົງຊຽງດີ, ໂພນແກ້ວ ແລະ ບ້ານໂພນສະຫວັນ ເຂົ້າຮ່ວມ. ຂ່າວ: ຢ່າຕົ່ງ
RkJQdWJsaXNoZXIy MTc3MTYxMQ==