17/02/2026 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຂໍເຊີນຊວນພີ່ນ້ອງ ທຸກທ້ອງຖິ່ນດິນລາວ ເມື່ອເຖິງຄາວຊຸມເຮົາ ເລືອກຜູ້ແທນໄປເຂົ້າ ເນົາສະພາຕາງໜ້າ ເປັນຕົວແທນປະກາດກ່າວ ເລື່ອງລາວທຸກຍາກຮ້ອນ ປະຊາເຊື້ອພົບພານ ທ່ານຄືຄົນກ້າວໜ້າ ເວົ້າວ່າວານສຽງ ມີສິດເຕັມໂຕເໝາະ ຂອດສະເໜີບັນຫາແກ້ ປວງປະຊາໝາຍໃຫ້ ສສຊ ຍ້ອນຄວາມເຊື່ອ ຊິເພື່ອແພງເພື່ອນພ້ອງ ເປັນປາກສຽງກັ່ນກ້ອງ ປະຊາຊ້ອງຊື່ນຊົມ ບໍ່ແມ່ນເປັນຜູ້ແທນແລ້ວກົ້ມ ບໍ່ງົມຊອກຄວາສະແຫວງ ອອກແຮງລົງຖອງເຖິງ ທຸກປະຊາຊາວບ້ານ ຄວາມຕ້ອງການເຫັນແຈ້ງ ນຳມາແປງໃຫ້ສະຫວ່າງ ຫາຫົນທາງຊ່ວຍແກ້ ຂອງພໍ່ແມ່ພີ່ນ້ອງ ປະຊາເຊື້ອຊິຊື່ນຊົມ ງົມໃຫ້ຖືກບ່ອນເບື້ອງ ທີ່ເຄືອງຂອດຄຸງຂັດ ເຈາະຈີ້ມຊຶມຊອນງັດ ໄງ້ບັນຫາໃຫ້ເຫັນແຈ້ງ ສສຊ-ສສຂ ໃຫ້ກຳຂໍ້ ຂອງປະຊາສະເໜີທ່ານ ບໍ່ແມ່ນ ໄດ້ທ່ານແລ້ວງຽບຈ້ອຍ ບໍ່ຫລຽວຫລັງລໍ່າຈ້ອຍ ປະຊາຕ້ອຍກະບໍ່ສົນ ຊິເປັນບໍ ເລືອກເອົາຄົນເກັ່ງກ້າ ປາກວ່າຕາກະເຖິງ ເບິ່ງບັນຫາເຫັນຊັດ ແຈ່ມທາງປະຊາມຸ້ງ ພາຊາດດຸງໄປໜ້າ ວັດທະນາເຮືອງຮຸ່ງ ເບິ່ງຄັກໆເດີລຸງ ເລືອກຜູ້ແທນໃຫ້ຖືກຕ້ອງ ສະໜອງເຂົ້ານັ່ງສະພາ ຜູ້ແທນດີ ພາຊາດເຮືອງຮຸ່ງໜ້າ ຄາມຄ່າສີວິໄລ ໄຂຂອດຂອງປະຊາທຸກ ທັ່ງຖົມສະເໜີແລ້ວ ແນວບັນຫາໂຮມຮ້ອນ ຂອງປະຊາທຸກໆເຫÌົ່ າ ທ່ານກໍນຳໄປກ່າວເວົ້າ ສະເໜີເຂົ້າທີ່ສະພາ ມາ ມາ ມາພວກພີ່ນ້ອງ ໃຊ້ສິດຊ່ວຍເປັນສຽງ ພຽງປ່ອນບັດລົງຄະແນນ ເລືອກຜູ້ແທນທີ່ໝາຍໄວ້ ໄປເປັນສຽງຫານກ້າ ທາງວາຈາສະເໜີຕໍ່ ຖືກທິດໄຂຂອດຂໍ້ ຂໍກະແຈງັດໄງ້ ປະຊາໄດ້ຢາກພົບເຫັນ... ທີ 22 ກຸມພາ ເພິ່ນນັ້ນເນັ້ນ ເຫັນແລ້ວບໍອາວອາ ໜຶ່ງວາຈາມີຄວາມໝາຍ ເພີ່ມທະວີແວນເລື້ອຍ ກາບ່ອນໝາຍໃຫ້ຈະແຈ້ງ ສີແດງໆເລກເພິ່ນບອກ ຊອກໃຫ້ເຫັນຖືກຕ້ອງ ຊາວພໍ່ແມ່ພີ່ນ້ອງ ໄວຟ້າວຢ່າລັ່ງເລ ເທາະນາ. mj koz6h cmoxt-k-q o ໂດຍ ລູກດອນກະເດັນ s;o7n o;a ogdu f xtmko dy , g9y ' vy o 7q [Iv[ 8 4 xu ຂປລ. ເມື່ອບໍ່ດົນຜ່ານມານີ້, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ສະຖານເອກອັກຄະ ລັດຖະທູດແຫ່ງ ສປປ ເກົາຫລີ ປະ ຈໍາ ສປປ ລາວ ຈັດປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງປະທານ ກິມ ເຈິງ ອິນ ຜູ້ນໍາທີ່ ຍິ່ງໃຫຍ່ຂອງປະຊາຊົນສປປ ເກົາຫລີ ຄົບຮອບ 84 ປີ (16 2 194216 2 2026) ຢູ່ແຂວງອຸດົມ ໄຊ ໃຫ້ກຽດເຜີຍແຜ່ໂດຍສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະ ນະພັກນະຄອນຫລວງວຽງຈັນ, ປະ ທານສະມາຄົມມິດຕະພາບ ລາວ- ສປປ ເກົາຫລີ; ສະຫາຍ ບຸນຄົງ ຫລ້າຈຽມພອນ ກໍາມະການສູນ ກາງພັກ, ເລຂາພັກແຂວງອຸດົມ ໄຊ, ມີບັນດາສະຫາຍການນໍາພັກລັດ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນທະຫານ, ຕໍາຫລວດ, ນັກຮຽນນັກສຶກສາເຂົ້າຮ່ວມ. ໂອກາດນີ້, ສະຫາຍ ລີ ຢົງ ຊົນ ໄດ້ຍົກໃຫ້ເຫັນເຖິງບົດບາດການ ນໍາພາ ແລະ ຜົນງານຂອງປະທານ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ໄລຍະຜ່ານມາ ກໍຄື ການພັດທະນາ ຂອງ ສປປ ເກົາຫລີ ໃນປັດຈຸບັນ ພາຍໃຕ້ການນໍາພາຂອງພັກແຮງ ງານເກົາຫລີ ບົນເສັ້ນທາງສູ່ຈຸດ ໝາຍສັງຄົມນິຍົມ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫລີ ທີ່ໄດ້ຮັບ ການເສີມຂະຫຍາຍ ແລະ ພັດທະນາ ເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງປະເທດ. ໃນໂອກາດດຽວກັນ, ຍັງໄດ້ ວາງສະແດງຮູບພາບ, ວາງສະແດງ ປື້ມ, ສະແດງສິລະປະລາວ ແລະ ສປປ ເກົາຫລີ ແລະ ສາຍວິດີໂອ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ, ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສປປ ເກົາຫລີ ໃນ ໄລຍະຜ່ານມາ ແລະ ປັດຈຸບັນຕື່ມ ອີກ. ພ້ອມນີ້, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ກໍໄດ້ມອບເງິນ ຊຸກຍູ້ການພັດທະນາແຂວງອຸດົມໄຊ ຈໍານວນ 100 ລ້ານກີບ ຕາງໜ້າ ມອບໂດຍສະຫາຍ ອາດສະພັງທອງ ສີພັນດອນ ແລະ ຮັບໂດຍສະຫາຍ ບຸນຄົງ ຫລ້າຈຽມພອນ ໂດຍມີພາກ ສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ. ນອກຈາກນີ້, ຄະນະຜູ້ແທນຂອງ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ສະຖານເອກອັກຄະ ລັດຖະທູດແຫ່ງ ສປປ ເກົາຫລີ ປະ ຈໍາ ສປປ ລາວ ກໍໄດ້ໄປຢ້ຽມຢາມ ແຫລ່ງທ່ອງທ່ຽວນໍ້າກັດຢໍລະປາຢູ່ ແຂວງອຸດົມໄຊ ຕື່ມອີກ. ຂໍ້ມູນ-ພາບ: ຄຕພ ພູເບ້ຍ ມາຍນິງ... ສສຊ ເຂດ 1... ແລ່ນເພື່ອສຸຂະພາບ... ບາຍ, ສົ່ງເສີມການປູກຝັງ-ລ້ຽງ ສັດ, ກໍ່ສ້າງໂຮງຮຽນ, ສຸກສາລາ ແລະ ອື່ນໆ. ທ່ານ ຄຳຕູ້ ກວາງໄກ ເລຂາ ພັກບ້ານ, ນາຍບ້ານນ້ຳໂມ້ ໄດ້ໃຫ້ ສໍາພາດໃນໂອກາດທີ່ສື່ມວນຊົນ ລົງເຄື່ອນໄຫວຢ້ຽມຢາມໂຄງການ ຂອງບໍລິສັດດັ່ງກ່າວເມື່ອບໍ່ດົນນີ້ວ່າ: ນັບແຕ່ບໍລິສັດພູເບ້ຍມາຍນິງ ຈໍາກັດ ເຂົ້າມາປະຕິບັດໂຄງການຢູ່ເຂດດັ່ງ 3 ພາລະບົດບາດຂອງສະພາແຫ່ງ ຊາດຄື: ພາລະບົດບາດດ້ານນິຕິ ກຳ, ພາລະບົດບາດໃນດ້ານຕົກລົງ ບັນຫາສຳຄັນຂອງຊາດ ແລະ ຂອງທ້ອງຖິ່ນ, ພາລະບົດບາດໃນ ການຕິດຕາມກວດກາການຈັດຕັ້ງ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ. ນອກຈາກນີ້, ຍັງຈະປະ ກອບສ່ວນເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ໂດຍສະເພາະ ວຽກທີ່ຕິດພັນກັບຂະແໜງທີ່ຕົນ ຮັບຜິດຊອບ ກໍຄື ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຈະ ສືບຕໍ່ຍົກລະດັບສີມືແຮງງານລາວ ໃຫ້ມີຄຸນນະພາບ, ແກ້ໄຂບັນຫາ ການຊອກວຽກເຮັດງານທຳແນໃສ່ ສ້າງລາຍໄດ້ໃຫ້ກັບຄອບຄົວ. ທ່ານ ສາລະພິດ ສູນວໍລະວົງ ປັດຈຸບັນເປັນກຳມະການພັກນະ ຄອນຫລວງວຽງຈັນ, ຫົວໜ້າພະ ແນກແຮງງານ ແລະ ສະຫວັດດີ ການສັງຄົມນະຄອນຫລວງວຽງ ຈັນ, ທັງເປັນສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ໄດ້ອອກສະ ໝັກຮັບເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ ອີກໜຶ່ງສະໄໝ ຊຶ່ງໄລຍະຜ່ານມາ ໄດ້ປະກອບສ່ວນ ເຂົ້າໃນວຽກງານຫລາຍຂະແໜງ ການ ໂດຍສະເພາະຂົງເຂດສະພາ ແຫ່ງຊາດ ເປັນເວລາ 10 ກວ່າປີ, ຕົນເອງມີຄວາມຮູ້ຄວາມສາມາດ ໃນວຽກຂອງສະພາຈຶ່ງມີແຮງບັນ ດານໃຈເພື່ອສືບຕໍ່ລົງສະໝັກເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ X ໃນຄັ້ງນີ້. ໂອກາດນີ້, ທ່ານ ສາລະພິດ ສູນວໍລະວົງ ໄດ້ເຊີນຊວນປະຊາຊົນ ລາວບັນດາເຜົ່າໃນຂອບເຂດທົ່ວ ປະເທດ ແລະ ຄົນລາວທີ່ອາໄສ ຢູ່ຕ່າງປະເທດຈົ່ງພ້ອມກັນໄປໃຊ້ ສິດຂອງຕົນເລືອກເອົາຜູ້ແທນເພື່ອ ເປັນຕົວແທນໃຫ້ປະຊາຊົນລາວ ບັນດາເຜົ່າໃນວັນທີ 22 ກຸມພາ ທີ່ ຈະມາເຖິງນີ້, ເພື່ອເຮັດໃຫ້ການ ເລືອກຕັ້ງຄັ້ງນີ້ບັນລຸຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ແນໃສ່ ປັບປຸງ ແລະ ຍົກສູງບົດບາດຂອງ ສະພາສູ່ບາດລ້ຽວໃໝ່, ປະກອບ ສ່ວນສຳຄັນໃນການສ້າງລັດປະຊາ ທິປະໄຕປະຊາຊົນໃຫ້ເປັນລັດທີ່ ປົກຄອງດ້ວຍກົດໝາຍຂອງປະຊາ ຊົນໂດຍປະຊາຊົນ ແລະ ເພື່ອຜົນ ປະໂຫຍດຂອງປະຊາຊົນ. ຂ່າວ: ກິດຕາ ໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການ ຄ້າ, ມີຮອງລັດຖະມົນຕີ, ຫົວໜ້າ ກົມ-ຮອງກົມ, ພ້ອມດ້ວຍມວນ ຊົນຊາວນະຄອນ ຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນເປີດງານວ່າ: ກິດ ຈະກໍາໃນຄັ້ງນີ້, ບໍ່ພຽງແຕ່ເປັນ ການສົ່ງເສີມສຸຂະພາບດ້ວຍການ ອອກກໍາລັງກາຍເທົ່ານັ້ນ, ແຕ່ຍັງ ເປັນຂະບວນການທີ່ມີຄວາມໝາຍ ຄວາມສໍາຄັນຢ່າງຍິ່ງໃນການ ສະເຫລີມສະຫລອງວັນສ້າງຕັ້ງ ກະຊວງອຸດສາຫະກຳ ແລະ ການ ຄ້າ ຄົບຮອບ 50 ປີ ແລະ ວັນ [h ko|v'wI ,u xt-k-q o,u ly f g]n vd8A ' 3 . 6 0 0 d;j k7q o ຂປລ. ໃນບັ້ນເລືອກຕັ້ງສະມາ ຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ(ສສຂ) ຊຸດທີ V ນີ້, ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມີຈຳນວນ ພົນທີ່ມີສິດປ່ອນບັດເລືອກຕັ້ງທັງໝົດ 3.630 ຄົນ, ຍິງ 1.690 ຄົນ, ມີ ໜ່ວຍປ່ອນບັດເລືອກຕັ້ງ 2 ຈຸດ ຄື: ຈຸດທີ 1 ຢູ່ຫ້ອງການບ້ານໜອງໄຮ ແລະ ຈຸດທີ 2 ຢູ່ວັດໜອງໄຮນ້ອຍ. ທ່ານ ນາງ ບົວຈັນ ອິນທະດາສີ ເລຂາພັກບ້ານ, ນາຍບ້ານໜອງ ໄຮ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນເມື່ອບໍ່ດົນມານີ້, ກ່ຽວກັບການ ກະກຽມຄວາມພ້ອມຮອບດ້ານໃນ ບັ້ນເລືອກຕັ້ງຄັ້ງນີ້ວ່າ: ພາຍຫລັງ ໄດ້ຮັບທິດຊີ້ນຳ ແລະ ຄຳແນະນຳ ຈາກຄະນະກຳມະການເລືອກຕັ້ງຂັ້ນ ເທິງ, ອຳນາດການປົກຄອງບ້ານ ໜອງໄຮ ໄດ້ເລັ່ງຈັດຕັ້ງປະຕິບັດ ວຽກງານຮອບດ້ານຢ່າງຕັ້ງໜ້າ ເປັນຕົ້ນການກະກຽມສະຖານທີ່ ປ່ອນບັດ, ການກຳນົດບຸກຄະລາ ກອນຮັບໃຊ້ ແລະ ການເກັບກຳ ສະຖິຕິຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ ມີຄວາມລະອຽດຊັດເຈນ. ປັດຈຸ ບັນບ້ານໜອງໄຮ ມີຈຳນວນພົນ ທີ່ມີສິດປ່ອນບັດເລືອກຕັ້ງທັງໝົດ 3.630 ຄົນ, ຍິງ 1.690 ຄົນ, ມີ ໜ່ວຍປ່ອນບັດເລືອກຕັ້ງ 2 ຈຸດ ຄື: ຈຸດທີ 1 ຢູ່ຫ້ອງການບ້ານໜອງ ໄຮ ແລະ ຈຸດທີ 2 ຢູ່ວັດໜອງໄຮ ນ້ອຍ. ສ່ວນຄະນະກຳມະການປະ ຈຳໜ່ວຍປ່ອນບັດເລືອກຕັ້ງຂັ້ນ ບ້ານມີທັງໝົດ 30 ທ່ານ ແລະ ໄດ້ ແບ່າງອອກເປັນ 2 ຈຸດ, ຈຸດລະ 15 ທ່ານ ໂດຍແຕ່ລະທ່ານ ແມ່ນໄດ້ຜ່ານການຝຶກອົບຮົມດ້ານ ວິຊາການຢ່າງເຂັ້ມງວດເປັນຕົ້ນ ເປັນຂັ້ນຕອນການກວດກາລາຍຊື່, ການແນະນຳວິທີການໝາຍບັດທີ່ ຖືກຕ້ອງ ເພື່ອຫລີກເວັ້ນການເກີດ ບັດຕາຍ (ບັດບໍ່ໄດ້ມາດຕະຖານ) ແລະ ຂັ້ນຕອນການແຍກປະເພດ ບັດລະຫວ່າງ ສສຊ ແລະ ສສ ນວ ໃຫ້ມີຄວາມຊັດເຈນ ແລະ ໂປ່ງໃສ. ດ້ານການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ກໍໄດ້ແຕ່ງຕັ້ງກຳລັງ ປ້ອງກັນບ້ານຕິດຕາມກວດກາຢ່າງ ໃກ້ຊິດ ເພື່ອຄວາມເປັນລະບຽບ ຮຽບຮ້ອຍ 100% ໃນຂອບເຂດ ໜ່ວຍປ່ອນບັດ. ພ້ອມກັນນັ້ນ, ກໍໄດ້ ນຳໃຊ້ລະບົບໂທລະໂຄ່ງຂອງບ້ານ ເພື່ອໂຄສະນາເຜີຍແຜ່ ແລະ ປຸກ ລະດົມໃຫ້ພໍ່ແມ່ປະຊາຊົນເຫັນໄດ້ ເຖິງຄວາມສຳຄັນຂອງການໄປໃຊ້ ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້. ໂອກາດນີ້, ທ່ານນາຍບ້ານໜອງ ໄຮ ຍັງໄດ້ສະແດງຄວາມເຊື່ອໝັ້ນ ວ່າດ້ວຍການກະກຽມທີ່ຮັດກຸມ ແລະ ຄວາມຕື່ນຕົວຂອງປະຊາຊົນ ການເລືອກຕັ້ງໃນຄັ້ງນີ້ຈະດຳເນີນ ໄປດ້ວຍຜົນສຳເລັດອັນຈົບງາມ ແລະ ຮັບປະກັນຜູ້ມີສິດເລືອກຕັ້ງໄປ ໃຊ້ສິດໃຫ້ໄດ້ 100%. ຂ່າວ-ພາບ: ສົມຫວັງ ສ້າງຕັ້ງລັດວິສາຫະກິດໄຟຟ້າລາວ ຄົບຮອບ 65 ປີ, ທັງເປັນການປູກ ຈິດສໍານຶກໃຫ້ແກ່ສັງຄົມ, ເຍົາວະຊົນ ແລະ ອະນຸຊົນຄົນຮຸ່ນຫລັງໃຫ້ຫັນ ມາໃຫ້ຄວາມສໍາຄັນຕໍ່ກັບການຊົມ ໃຊ້ພະລັງງານໄຟຟ້າຢ່າງມີປະ ສິດທິພາບ, ປະຢັດ ແລະ ຫລຸດ ຜ່ອນການນໍາໃຊ້ພະລັງງານທີ່ບໍ່ຈໍາ ເປັນ ຊຶ່ງເປັນການສະແດງອອກ ເຖິງຄວາມຮັບຜິດຊອບຮ່ວມກັນ ຕໍ່ສິ່ງແວດລ້ອມ ແລະ ເປັນການ ສະໜັບສະໜູນນະໂຍບາຍຂອງ ລັດຖະບານໃນການຫັນໄປສູ່ການ ນໍາໃຊ້ພະລັງງານສະອາດ ແລະ ພະລັງງານໝູນວຽນຢ່າງຍືນຍົງ. ນອກນັ້ນ, ກິດຈະກຳຄັ້ງນີ້ຍັງເປັນ ຂົວຕໍ່ອັນສໍາຄັນໃນການສ້າງສາຍ ພົວພັນ ແລະ ຄວາມສາມັກຄີອັນ ແໜ້ນແຟ້ນລະຫວ່າງພາກລັດ, ລັດ ວິສາຫະກິດ ແລະ ພໍ່ແມ່ປະຊາຊົນ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດໃຫ້ມີຄວາມເຂັ້ມ ແຂງຂຶ້ນເລື້ອຍໆ. ທ່ານ ອາຄົມເດດ ວົງໄຊ ຜູ້ອໍາ ນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ກ່າວວ່າ: ລັດວິສາຫະ ກິດໄຟຟ້າລາວ ໄດ້ຮັບການສ້າງຕັ້ງ ຂຶ້ນເພື່ອເຮັດບົດບາດ ແລະ ໜ້າທີ່ໃຫ້ ການສະໜອງການບໍລິການກະແສ ໄຟຟ້າ ເພື່ອຮັບໃຊ້ການພັດທະນາ ເສດຖະກິດ-ສັງຄົມ ໂດຍໄດ້ຮັບການ ສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນ ວັນທີ18ທັນວາ 1961ຊຶ່ງມາຮອດ ປັດຈຸບັນກໍຈະໄດ້ກ້າວເຂົ້າສູ່ປີທີ 65 ແຫ່ງການສ້າງຕັ້ງ ແລະ ສ້າງ ໄດ້ຜົນງານ, ການປະກອບສ່ວນ ຕໍ່ສັງຄົມຢ່າງຕັ້ງໜ້າຕະຫລອດມາ. ກິດຈະກຳໃນຄັ້ງນີ້, ຈັດຂຶ້ນພາຍ ໃຕ້ຫົວຂໍ້: “ແລ່ນເພື່ອສຸຂະພາບ ສົ່ງເສີມການປະຢັດພະລັງງານ” ເປັນໜຶ່ງໃນກິດຈະກຳໃນການເສີມ ສ້າງ ແລະ ປູກຈິດສໍານຶກໃຫ້ແກ່ປະ ຊາຊົນ ແລະ ເຍົາວະຊົນໃນການ ນໍາໃຊ້ພະລັງງານໄຟຟ້າໃຫ້ເກີດປະ ສິດທິຜົນ ແລະ ຫລຸດຜ່ອນການ ໃຊ້ພະລັງງານທີ່ບໍ່ຈໍາເປັນທັງເປັນ ການສ້າງກິດຈະກຳທີ່ເຊື່ອມໂຍງ ລະຫວ່າງລັດວິສາຫະກິດໄຟຟ້າ ລາວ (E%-) ກັບຊຸມຊົນ ແລະ ສັງຄົມຜ່ານກິດຈະກຳການແຂ່ງຂັນ ແລ່ນ (4QPSt GPS $43) ເພື່ອ ສົ່ງເສີມການຫລຸດຜ່ອນການນໍາ ໃຊ້ພະລັງງານ ແລະ ເພື່ອຄວາມ ຢືນຍົງເພື່ອສື່ສານ ແລະ ປະຊາ ສໍາພັນໃຫ້ປະຊາຊົນຮັບຮູ້ວ່າລັດ ວິສາຫະກິດໄຟຟ້າລາວ (E%-) ໃຫ້ຄວາມສໍາຄັນດ້ານພະລັງງານ ດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສະໜັບສະໜູນເປົ້າໝາຍຂອງ ປະເທດ (“ນໍາໃຊ້ພະລັງງານໃຫ້ ເກີດຜົນ”, “ພະລັງງານສະອາດ”, “ພະລັງງານໝູນວຽນ”) ໃນ ສປປ ລາວ ໃຫ້ປະຊາຊົນເຂົ້າມາມີ ສ່ວນຮ່ວມຫລາຍຂຶ້ນ. ຂ່າວ: ທະນູທອງ ກ່າວ, ບໍລິສັດກໍໄດ້ປະກອບສ່ວນເຂົ້າ ໃນການພັດທະນາພື້ນຖານໂຄງລ່າງ ຕ່າງໆ ແລະ ຊ່ວຍຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນພາຍໃນ ບ້ານນໍ້າໂມ້ດີຂຶ້ນຢ່າງຕໍ່ເນື່ອງດ້ວຍ ການສົ່ງເສີມການປູກຝັງ, ສະໜອງ ແນວພັນ, ສ້າງເຮືອນຮົ່ມ ແລະ ຮັບຊື້ ຜົນຜະລິດໃຫ້ແກ່ປະຊາຊົນ. ໂອກາດນີ້, ທ່ານ ຄຳຕູ້ກວາງໄກ ໃນນາມອົງການປົກຄອງບ້ານທີ່ ເປັນຂົວຕໍ່ລະຫວ່າງພັກ-ລັດ, ປະ ຊາຊົນ ແລະ ເອກະຊົນກໍໄດ້ສະເໜີ ບາງບັນຫາໃຫ້ທາງບໍລິສັດສືບຕໍ່ ຊ່ວຍເຫລືອເປັນຕົ້ນຢາກໃຫ້ຊ່ວຍ ສ້າງກຳແພງໂຮງຮຽນ ເພື່ອຄວາມ ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງນັກຮຽນ; ໃຫ້ສືບ ຕໍ່ສະໜອງຢາປິ່ນປົວພະຍາດໃຫ້ ແກ່ສຸກສາລາບ້ານຍັງຂາດເຂີນ-ບໍ່ ພຽງພໍ ແລະ ການປັບປຸງລະບົບນ້ຳ ໃຊ້ໃຫ້ທົ່ວເຖິງ ແລະ ສະອາດເນື່ອງ ຈາກວ່າປັດຈຸບັນບ້ານນໍ້າໂມ້ມີການ ພັດທະນາ, ຈໍານວນຄົວເຮືອນກໍເພີ່ມ ຂຶ້ນ, ແຫລ່ງນ້ຳທຳມະຊາດໄດ້ຮັບ ຜົນກະທົບເຮັດໃຫ້ການຊົມໃຊ້ນໍ້າບໍ່ ທັນທົ່ວເຖິງ. ຂ່າວ: ຈັນທະລອນ
RkJQdWJsaXNoZXIy MTc3MTYxMQ==