17/02/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K [h kookws dP,rh v,xj vo[a fg]n vd8A ' ll- -5 fmu X c]t ll0 -5 fmu V ຂປລ. ປະຊາຊົນລາວບັນດາເຜົ່າ ແມ່ນຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອໍານາດລັດມາ ໄດ້ 50 ປີແລ້ວແຕ່ກໍຍັງມີຫລາຍຄົນ ເຂົ້າໃຈແຕກຕ່າງກັນກ່ຽວກັບສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ. ຍ້ອນແນວນັ້ນ, ພວກເຮົາທຸກ ຄົນຈຶ່ງມີຄວາມຈໍາເປັນຕ້ອງຮຽນຮູ້ ກ່ຽວກັບການເສີມຂະຫຍາຍສິດເປັນ ເຈົ້າຂອງປະຊາຊົນລາວບັນດາເຜົ່າ ເປັນຕົ້ນ ໃນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີV ທີ່ຈະມີຂຶ້ນ ໃນມໍ່ໆນີ້. ສະນັ້ນ, ໜັງສືພິມປະເທດ ລາວ ຈຶ່ງຂໍແນະນຳສະເໜີຄຳຖາມຄຳຕອບ ກ່ຽວກັບເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ ດັ່ງນີ້: ຄໍາຖາມ ທີ 1: ສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ ແມ່ນ ແນວໃດ? ຕອບ: ສິດເປັນເຈົ້າ ແມ່ນສິດດໍາ ລົງຄົງຕົວ ແລະ ຂະຫຍາຍຕົວຂອງ ມະນຸດຢູ່ໃນຜືນແຜ່ນດິນໃດໜຶ່ງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ຂອງແຕ່ລະປະເທດ. ສໍາລັບສິດ ເປັນເຈົ້າຂອງປະຊາຊົນລາວບັນດາ ເຜົ່າ ໝາຍເຖິງສິດດໍາລົງຄົງຕົວ ແລະ ຂະຫຍາຍຕົວ ຂອງປະຊາຊົນ ລາວບັນດາເຜົ່າຢູ່ໃນຜືນແຜ່ນດິນ ອັນຄົບຖ້ວນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ຂອງ ສປປ ລາວ. ທຸກຄົນທີ່ເກີດມາໃນໂລກນີ້, ເຖິງ ຈະເປັນຄົນຊາດໃດ, ຄົນປະເທດໃດ glu ,0tspkply fgxa og9Q k0v'xt-k-q o]k;[a ofkgzq j k .odkog]n vd8A ' ll- -5 fmu X c]t ll0 -5 fmu V ກໍຕາມ ລ້ວນແຕ່ຍາກມີສິດເປັນເຈົ້າ, ສິດອິດສະລະພາບ, ສິດເສລີພາບ ແລະ ສິດສະເໝີພາບ, ບໍ່ມີຄົນຊາດ ໃດ ຫລື ປະເທດໃດມີສິດເໜືອກວ່າ ຄົນຊາດອື່ນ ຫລື ປະເທດອື່ນ. ປະຊາ ຊົນແຕ່ລະປະເທດລ້ວນແຕ່ມີສິດ ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຕໍ່ຊາຕາກໍາຂອງຕົນ. ຍ້ອນ ແນວນັ້ນ, ປະຊາຊົນໃນປະເທດ ຕ່າງໆ ກໍຄື ປະຊາຊົນລາວບັນດາ ເຜົ່າຈຶ່ງດໍາເນີນການຕໍ່ສູ້ຢ່າງຢີດ ເຍື້ອຍຍາວນານ, ພິລະອາດຫານ ເພື່ອຄວາມເປັນເອກະລາດຂອງ ຊາດ ແລະ ອິດສະລະພາບຂອງປະ ຊາຊົນ, ຍອມຕາຍດີກວ່າເສຍເອກະ ລາດ ແລະ ເສຍສິດເປັນເຈົ້າຂອງປະ ເທດຊາດ. ຄໍາຖາມທີ 2: ສິດເປັນເຈົ້າທີ່ ສໍາຄັນເປັນພື້ນຖານກວ່າໝູ່ຂອງ ປະຊາຊົນລາວບັນດາເຜົ່າ ທີ່ພັກລັດຂອງພວກເຮົາປົກປ້ອງ ແລະ ເສີມຂະຫຍາຍຕະຫລອດມາມີແນວ ໃດ ?. ຕອບ: ສິດເປັນເຈົ້າທີ່ສໍາຄັນເປັນ ພື້ນຖານກວ່າໝູ່ຂອງປະຊາຊົນລາວ ບັນດາເຜົ່າທີ່ພັກ-ລັດຂອງພວກ ເຮົາປົກປ້ອງ ແລະ ເສີມຂະຫຍາຍ ຕະຫລອດມາ ລວມມີ: ສິດເປັນເຈົ້າ ປະເທດຊາດ; ສິດເປັນເຈົ້າອໍານາດ ລັດ ຫລື ເວົ້າແນວອື່ນ ແມ່ນສິດ ເປັນເຈົ້າທາງດ້ານການເມືອງ-ການ ປົກຄອງ; ສິດເປັນເຈົ້າທາງດ້ານ ເສດຖະກິດ; ສິດ ເປັນເຈົ້າທາງດ້ານ ວັດທະນະທໍາ-ສັງຄົມ; ສິດເປັນເຈົ້າ ຕົນເອງໃນການດໍາລົງຊີວິດ ແລະ ການພັດທະນາຄອບຄົວ ຕາມທີ່ໄດ້ ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ. ຄໍາຖາມທີ 3: ສິດເປັນເຈົ້າປະ ເທດຊາດຂອງປະຊາຊົນລາວບັນດາ ເຜົ່າແມ່ນແນວໃດ? ຕອບ: ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າໝາຍ ເຖິງປະຊາຊົນລາວບັນດາເຜົ່າ ແມ່ນ ເຈົ້າຂອງປະເທດຊາດ, ເປັນກໍາລັງ ແຮງ ໃນການຕໍ່ສູ້ຍາດເອົາ ແລະ ປົກ ປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດ ສປປ ລາວ. ປະເທດຊາດຂອງພວກເຮົາ ເຄີຍໄດ້ຕົກເປັນຫົວເມືອງສ່ວຍ ແລະ ຫົວເມືອງຂຶ້ນຂອງຕ່າງຊາດ ມາເປັນເວລາເກືອບສອງຮ້ອຍປີ (ເປັນເມືອງສ່ວຍຂອງສະຫຍາມ 114 ປີ, ເປັນຫົວເມືອງຂຶ້ນຂອງ ຈັກກະພັດລ່າເມືອງຂຶ້ນແບບເກົ່າ 61 ປີ ແລະ ແບບໃໝ່ 20 ປີ ). ໃນ ເວລາທີ່ປະເທດຊາດຕົກເປັນເມືອງ ສ່ວຍ ແລະ ເມືອງຂຶ້ນນັ້ນ ປະເທດ ເຮົາໄດ້ເສຍຄວາມເປັນເອກະລາດ, ອໍານາດອະທິປະໄຕຂອງຊາດ, ປະ ເທດຊາດຖືກຕັດແບ່ງເປັນຫລາຍ ອານາຈັກ, ພາຍໃນຊາດບໍ່ມີຄວາມ ເປັນເອກະພາບ, ປະຊາຊົນຖືກແບ່ງ ແຍກເປັນຫລາຍພັກຫລາຍພວກ ແລະ ຊັບພະຍາກອນທໍາມະຊາດອັນ ລໍ້າຄ່າຂອງຊາດໄດ້ຖືກຂຸດຄົ້ນ ແລະ ປຸ້ນສະດົມໄປສ້າງຮັ່ງຄູນມີ ໃຫ້ແກ່ ຕ່າງຊາດ; ປະຊາຊົນລາວບັນດາ ເຜົ່າໄດ້ສູນເສຍສິດອິດລະພາບ ແລະ ຖືກກົດຂີ່ຂົ່ມເຫັງຢ່າງໜັກໜ່ວງ. ນັບຕັ້ງແຕ່ໄດ້ມີພັກປະຊາຊົນ ປະຕິວັດລາວນໍາພາ ແລະ ສ້າງຕັ້ງ ລະບອບໃໝ່ມານີ້, ປະເທດຊາດ ຂອງພວກເຮົາໄດ້ມີຄວາມເປັນເອ ກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ພາຍໃນຊາດ ມີຄວາມເປັນເອກະ ພາບ, ມີສັນຕິພາບ ແລະ ມີຄວາມ ສະຫງົບສຸກ, ປະຊາຊົນລາວບັນດາ ເຜົ່າມີອິດສະລະພາບ ແລະ ມີສິດ ສະເໝີພາບເທົ່າທຽມກັນ, ພ້ອມກັນ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕະຫລອດໄລຍະ 50 ປີທີ່ຜ່ານມາ. ຍ້ອນແນວນັ້ນ, ພັກ ແລະ ລັດຂອງພວກເຮົາຈຶ່ງເອົາໃຈ ໃສ່ປົກປ້ອງ ແລະ ເສີມຂະຫຍາຍສິດ ເປັນເຈົ້າປະເທດຊາດ ຂອງປະຊາ ຊົນລາວບັນດາເຜົ່າ ຄື: ໜຶ່ງ: ເດັດດ່ຽວປົກປັກຮັກສາ ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊາດ ໄວ້ໂດຍກໍານົດໃນມາດຕາ 1 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄື: “ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເປັນປະເທດ ເອກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມ ທັງເຂດນ່ານນໍ້າ ແລະ ນ່ານຟ້າ; ເປັນ ປະເທດເອກະພາບຂອງທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້”, ບໍ່ ອະນຸຍາດໃຫ້ສັດຕູຮຸກຮານບຽດ ຍຶດດິນແດນ, ແຊກແຊງອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງຊາດຢ່າງເດັດຂາດ; ປົກປ້ອງຄວາມເປັນເອກະພາບຂອງ ຊາດ, ສິດເປັນເຈົ້າ ແລະ ອິດສະລະ ພາບ ຂອງປະຊາຊົນລາວບັນດາ ເຜົ່າ; ຮັກສາໄວ້ເຊິ່ງສັນຕິພາບ ແລະ ຄວາມສະຫງົບ ເພື່ອໃຫ້ປະຊາຊົນ ລາວບັນດາເຜົ່າ ໄດ້ດໍາລົງຊີວິດ ແລະ ທໍາມາຫາກິນຢ່າງສະດວກ ປອດໄພ. ສອງ: ພັກ ແລະ ລັດ ໄດ້ເອົາໃຈ ໃສ່ສຶກສາອົບຮົມປະຊາຊົນລາວ ບັນດາເຜົ່າໃຫ້ຍົກສູງສະຕິເປັນ ເຈົ້າປະເທດຊາດ, ຄວາມສາມັກຄີ ປອງດອງພາຍໃນຊາດ ລະຫວ່າງ ເຜົ່າຕ່າງໆ ເພື່ອເປັນກໍາລັງແຮງໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ປົກປັກ ຮັກສາເອກະລາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນຂອງ ຊາດລາວໄວ້ຢ່າງໝັ້ນຄົງ, ຮັກ ສາຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ ສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ປະຊາຊົນ ລາວບັນດາເຜົ່າດໍາ ລົງຊີວິດ ແລະ ພັດທະນາຕົນເອງ. ຄໍາຖາມທີ 4: ສິດເປັນເຈົ້າອໍານາດ ລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ? ຕອບ: ກ່ອນອື່ນຢາກເຂົ້າໃຈ ສິດ ເປັນເຈົ້າອໍານາດລັດແມ່ນແນວໃດ ນັ້ນ, ພວກເຮົາຈົ່ງຮັບຮູ້ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບຄໍາສັບທີ່ວ່າ : ອໍານາດລັດແມ່ນແນວໃດ ເສຍກ່ອນ. ອໍານາດລັດ ທີ່ນີ້ໝາຍເຖິງສະພາ ແຫ່ງຊາດ, ສະພາປະຊາຊົນຂັ້ນ ແຂວງ,ປະທານປະເທດ,ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານ ປະຊາຊົນ, ອົງການໄອຍະການ ປະຊາຊົນ, ອົງການກວດກາແຫ່ງ ລັດ ແລະ ອົງການກວດສອບແຫ່ງ ລັດ ທັງໝົດເຫລົ່ານັ້ນ ເອີ້ນວ່າ: ອໍາ ນາດລັດ ຫລື ອົງການອໍານາດລັດ. ສິດເປັນເຈົ້າອໍານາດລັດຂອງ ປະຊາຊົນລາວບັນດາເຜົ່າ ໄດ້ກໍານົດ ໄວ້ຢູ່ມາດຕາ 2 ຂອງລັດຖະທໍາມະ ນູນ ແຫ່ງ ສປປ ລາວ ຄື: “ລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິ ປະໄຕປະຊາຊົນ. ອໍານາດທັງໝົດ ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາ ຊົນ ຊຶ່ງປະກອບດ້ວຍບັນດາຊັ້ນຄົນ ຢູ່ໃນສັງຄົມ ໂດຍແມ່ນກໍາມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາ ຊົນເປັນຫລັກແຫລ່ງ”. ໜຶ່ງ: ອໍານາດລັດເປັນຂອງ ປະຊາຊົນ ກໍຍ້ອນວ່າອໍານາດລັດ ຂອງພວກເຮົາແມ່ນໝາກຜົນອັນ ຍິ່ງໃຫຍ່ທີ່ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍ ຊາດອັນພິລະອາດຫານ ຕ້ານສັດຕູຜູ້ ຮຸກຮານ, ຍາດເອົາເອກະລາດ ແລະ ອິດສະລະພາບມາໃຫ້ປະເທດຊາດ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ ການນໍາພາ ຂອງພັກປະຊາຊົນປະຕິ ວັດລາວ. ສອງ: ອໍານາດລັດໂດຍປະຊາຊົນ ກໍຍ້ອນວ່າອໍານາດລັດຂອງພວກ ເຮົາ ແມ່ນປະຊາຊົນລາວບັນດາເຜົ່າ ເປັນຜູ້ສ້າງຕັ້ງໂດຍຜ່ານການປ່ອນ ບັດເລືອກຕັ້ງເອົາຕົວແທນຂອງຕົນ ຄື: ສະພາແຫ່ງຊາດ ແລະ ສະພາ ປະຊາຊົນທ້ອງຖິ່ນ (ຂັ້ນແຂວງ ແລ້ວຈຶ່ງສ້າງຕັ້ງບັນດາອົງການອໍາ ນາດລັດຂອງລະບອບປະຊາທິປະ ໄຕປະຊາຊົນ. ສາມ: ອໍານາດລັດ ເພື່ອຜົນ ປະໂຫຍດຂອງປະຊາຊົນກໍຍ້ອນວ່າ ບັນດາອົງການອໍານາດລັດຂອງ ພວກເຮົາຖືເອົາປະຊາຊົນເປັນກົກ, ເປັນກໍາລັງແຮງ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ອີກປະການໜຶ່ງ, ໃນຕະ ຫລອດ 50 ປີ ທີ່ຜ່ານມາ ບັນດາ ອົງການອໍານາດລັດຂອງພວກເຮົາ ລ້ວນແຕ່ເຄື່ອນໄຫວເພື່ອຮັບໃຊ້ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າທັງນັ້ນ ຕົວຢ່າງ: ສະພາແຫ່ງຊາດ ແລະ ລັດຖະບານ ກໍຄື ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ວາງແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 5 ປີ ມາແລ້ວ 9 ຄັ້ງ ແລະ ແຕ່ລະປີ; ພັດທະນາ ຊົນນະບົດ ແລະ ລົບລ້າງຄວາມ ທຸກຍາກ, ສ້າງບ້ານພັດທະນາ ແລະ ອື່ນໆ, ເຮັດໃຫ້ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນລາວບັນດາເຜົ່າເຖິງວ່າ ຍັງມີຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ກໍໄດ້ຮັບການປັບປຸງໃຫ້ນັບມື້ ນັບດີຂຶ້ນທຽບໃສ່ຫ້າສິບປີຫລັງ. ທັງໝົດເຫລົ່ານັ້ນ ສະແດງໃຫ້ເຫັນ ວ່າການເຄື່ອນໄຫວຂອງອໍານາດ ລັດຂອງພວກເຮົາລ້ວນແຕ່ແມ່ນເພື່ອ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ. ພໍ້ກັນໃໝ່ສະບັບໜ້າ ຂປລ. ປັດຈຸບັນ ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ມີຄວາມພ້ອມເກືອບ 100% ໃນບັ້ນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາຂັ້ນ ນະຄອນຫລວງ (ສສຂ) ຊຸດທີ V ຊຶ່ງບ້ານນາໄຫ ມີຈຸດປ່ອນບັດ 2 ຈຸດ ຄື: ໂຮງຮຽນຂອງບ້ານ ແລະ ວັດປ່າ ບ້ານນາໄຫ. ໃນນັ້ນ, ມີຜູ້ມີສິດເລືອກ ຕັ້ງຫລາຍກວ່າ 3.300 ຄົນ ຈາກ ພົນລະເມືອງທັງໝົດພາຍໃນບ້ານ 5.600 ກວ່າຄົນ. ຕາມການສຳພາດຂອງທ່ານ ບຸນທັນ ພົມມະວັນ ນາຍບ້ານນາໄຫ ໃນໂອກາດທີ່ຜູ້ຮັບສະໝັກເລືອກຕັ້ງ ລົງຫາສຽງໃນວັນທີ 14 ກຸມ 2026 ນີ້ ທີ່ວັດປ່າບ້ານນາໄຫວ່າ: ການ ເລືອກຕັ້ງ ສສຊ ແລະ ສສຂ ຄັ້ງນີ້, ລ້ວນແຕ່ມີຄວາມສຳຄັນທີ່ທົ່ວພັກລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດຈະຕ້ອງ ໄດ້ພ້ອມກັນໄປໃຊ້ສິດເລືອກຕັ້ງເອົາ ຜູ້ແທນທີ່ຕົນມັກ ເພື່ອເປັນຕົວແທນ ໃຫ້ແກ່ປະຊາຊົນໄປນັ່ງໃນສະພາ ແຫ່ງຊາດ. ແນວໃດກໍດີ, ສຳລັບ ບ້ານນາໄຫ ມາຮອດປັດຈຸບັນນີ້ ກໍໄດ້ມີການກະກຽມຄວາມພ້ອມ ເກືອບ 100% ແລ້ວ ທັງໄດ້ເອົາໃຈ ໃສ່ປຸກລະດົມປະຊາຊົນໃຫ້ຕື່ນຕົວ ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາຜູ້ ແທນທີ່ຕົນໝັກໃນວັນທີ 22 ກຸມພາ ທີ່ຈະມາຮອດນີ້ ໃຫ້ມີບັນຍາກາດ ຟົດຟື້ນ ແລະ ບັນລຸຕາມຈຳນວນຄົນ ພາຍໃນບ້ານ. ນາຍບ້ານນາໄຫ ກ່າວຕື່ມວ່າ: ພາຍຫລັງທີ່ຜູ້ຮັບສະໝັກເລືອກຕັ້ງ ໄດ້ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ນະຄອນຫລວງວຽງຈັນແລ້ວ, ຂໍໃຫ້ ທຸກທ່ານເອົາໃຈໃສ່ປະຕິບັດໜ້າທີ່ ອັນມີກຽດຂອງປະຊາຊົນແທ້ໆ, ຄຳນຶງເຖິງຜົນປະໂຫຍດຂອງປະ ເທດຊາດ ເພາະວ່າ ສສຊ ເປັນຜູ້ກວດ ກາການເຮັດວຽກຂອງລັດຖະບານ. ສະນັ້ນ, ອັນໃດບໍ່ຖືກຕ້ອງກໍຕ້ອງ ກວດສອບຢ່າງລະອຽດ ເພື່ອບໍ່ໃຫ້ ສົ່ງຜົນເສຍຫາຍຕໍ່ປະເທດຊາດ. ຂະນະດຽວກັນ, ກໍຂໍຝາກເຖິງສະມາ ຊິກສະພາແຫ່ງຊາດທຸກທ່ານທີ່ຈະ ໄດ້ຮັບການເລືອກຕັ້ງໃນມໍ່ໆນີ້, ຢາກ ໃຫ້ໃນອີກ 5 ປີຕໍ່ໜ້ານີ້, ຂໍໃຫ້ລົງໃກ້ ຊິດຕິດແທດປະຊາຊົນຕິດພັນກັບ ການເອົາກົດໝາຍທີ່ປະກາດນຳໃຊ້ ໃນ ສປປ ລາວ ຈຳນວນ 100 ກວ່າ ສະບັບ ລົງເຜີຍແຜ່ໃຫ້ປະຊາຊົນໄປ ພ້ອມກັບການຮັບເອົາການສະເໜີ ຂອງປະຊາຊົນ, ຊ່ວຍປະຊາຊົນໃນ ການພັດທະນາດ້ານຊີວິດການເປັນ ຢູ່, ຊ່ວຍພັດທະນາພື້ນໂຄງລ່າງໃຫ້ ແກ່ປະຊາຊົນ ເພື່ອການອຳນວຍ ຄວາມສະດວກສະບາຍໃນການ ພັດທະນາກໍຄືແກ້ຄວາມທຸກຍາກໃຫ້ ນັບມື້ຫລຸດລົງເທື່ອລະກ້າວ. ໂດຍ: ຢ່າຕົ່ງ
RkJQdWJsaXNoZXIy MTc3MTYxMQ==