7216.1

16/02/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 75 o'k,7;k,fu dkoxt8y ;a fmuj gxa ovt,t8t0v'ltskp dy , g9y ' vy o *ມາເດີ ພວກພີ່ນ້ອງ ມາປ່ອນບັດລົງຄະແນນ ເລືອກເອົາຜູ້ແທນສົມບູນ ທີ່ລົງສະໝັກໄວ້ ໃນວັນທີ 22 ກຸມພານີ້ ມີຫລາຍຂົງເຂດ ໃນທົ່ວປະເທດຈົ່ງໄດ້ ໄປໃຊ້ສິດອອກສຽງ ລາຍຊື່ລຽງວາດໄວ້ ມີຢູ່ຫລວງຫລາຍ ໃຫ້ພວກເຮົາໝາຍເອົາ ຊື່ທີ່ເລັງແນໄວ້ ໃຊ້ສິດສຽງເປັນເຈົ້າ ເລືອກເອົາຄົນດີເດັ່ນ ເປັນກະບອກສຽງເຮັດໃຫ້ ປວງຊົນໄດ້ເພິ່ງພາ ທ່ານເອີຍ ວັນນີ້ເຮົາມາເລືອກຕັ້ງ ໝາຍບົ່ງເອົາ ສສຊ ພ້ອມທັງ ສສຂ ແຕ່ເໜືອເຖິງໃຕ້ ໃຫ້ປະຊາຊົນລາວໄດ້ ລົງຄະແນນສຽງໃສ່ ເພື່ອໃຫ້ໄດ້ຄົນຈິງທ່ຽງແທ້ ມາເສີມສ້າງພັດທະນາ ຖ້າວ່າ ເຮົາຫາກເລືອກໄດ້ ຄົນດັ່ງສົມໃຈ ເລືອກໄດ້ຄົນມີສິນທຳ ເກັ່ງມີຄວາມຮູ້ ນັ່ງຢູ່ໃນສະພາຊຸດນີ້ ມີດີຫລາຍຢ່າງ ພາສ້າງສາປະເທດໃຫ້ ຈະເລີນກ້າວກວ່າຫລັງ ຄວາມຫວັງຂອງພີ່ນ້ອງ ຜອງເຜົ່າພົງພັນ ຢາກເຫັນບ້ານເມືອງທັນສະໄໝ ຮຸ່ງເຮືອງເມືອໜ້າ ສິດປະຊາຊົນເປັນເຈົ້າ ສາມັກຄີຮັກຫໍ່ ຂໍຝາກ ສສຊ ໃນຊຸດນີ້ ຊູຊວ້ານຊ່ວຍປະຊາ ແດ່ທ້ອນ Ij ;,cI'Ij ;,.9 wxxj vo[a fg]n vdgvq kz6h cmo ໂດຍ: ໄຟຫລ້າ ຄຳມະນີສອນ້ີ “ ” ຂປລ. ວັນທີ 16 ກຸມພາ ນີ້ ເປັນວັນເກີດ ຄົບຮອບ 84 ປີ (16/02/1942-16/02/2026) ຂອງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ ຍິ່ງໃຫຍ່ຂອງປະຊາຊົນເກົາຫລີ ຊຶ່ງ ຜົນສຳເລັດອັນໃຫຍ່ຫລວງຂອງ ປະຊາຊົນເກົາຫລີ ໃນການກໍ່ສ້າງ ສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງໃນ ໄລຍະທີ່ຜ່ານມາລ້ວນແຕ່ສືບເນື່ອງ ມາຈາກຜົນງານຄຸນງາມຄວາມດີ ທີ່ເປັນອະມະຕະຂອງສະຫາຍ ກິມ ເຈິງ ອິນ. ພັກແຮງງານເກົາຫລີ ໄດ້ຂຶ້ນກ່າວສູ່ສັງກາດໃໝ່ຂອງການ ເຕີບໃຫຍ່ໂດຍມີສະຫາຍກິມເຈິງອິນ ທີ່ຍິ່ງໃຫຍ່ເປັນຜູ້ສືບທອດຂອງ ພາລະກິດການປະຕິວັດ ແລະ ຜູ້ນຳ ຂອງພັກ. ສະຫາຍ ກິມ ເຈິງ ອິນ ໄດ້ເສີມ ຂະຫຍາຍພັກແຮງງານເກົາຫລີ ໃຫ້ເປັນພັກເຂັ້ມແຂງທີ່ມີການ ຈັດຕັ້ງ ແລະ ລະບຽບວິໄນຢ່າງ ເຂັ້ມງວດ ແລະ ພັກ ທີ່ໄດ້ຖືກ ຄວາມສາມັກຄີເປັນປຶກແຜ່ນໃນ ດ້ານແນວຄິດ ແລະ ຈິດໃຈ, ພັກ ທີ່ໄດ້ຮັບການສະໜັບສະໜູນ ແລະ ຄວາມເຊື່ອຖືຈາກປະຊາຊົນ. ໃນ ຕະຫລອດໄລຍະແຫ່ງການນຳພາ ພັກແຮງງານເກົາຫລີ ສະຫາຍ ກິມ ເຈິງ ອິນ ໄດ້ຖືເອົາການເສີມ ສ້າງພັກຂອງປະທານ ກິມ ອິນ ຊຸງ ລວມທັງຊື່ ແລະ ຄວາມເປັນຈິງ ເປັນພາລະກິດຕົ້ນຕໍ ແລະ ດຳເນີນ ການຈັດຕັ້ງປະຕິບັດຢ່າງມີໝາກຜົນ ຊຶ່ງສະຫາຍໄດ້ພັດທະນາແນວຄິດ ປະຕິວັດ, ແນວຄິດຈຸດເຊທີ່ປະທານ ກິມ ອິນ ຊຸງ ສ້າງຕັ້ງຂຶ້ນໃຫ້ເປັນ ຮູບປະທຳ ແລະ ເປັນແນວຄິດຊີ້ນຳ ພຽງໜຶ່ງດຽວຂອງພັກແຮງງານ ເກົາຫລີ, ທັງໄດ້ຖືເອົາແນວຄິດດັ່ງ ກ່າວນີ້ເປັນຕົວແບບ ກໍຄື ໂຄງການ ອັນສູງສຸດໃນທົ່ວສັງຄົມ. ຍ້ອນ ການຊີ້ນຳ-ນຳພາຂອງສະຫາຍ, ພັກແຮງງານເກົາຫລີ ໄດ້ຮັບການ ພັດທະນາໃຫ້ເປັນອົງການຈັດຕັ້ງທີ່ ມີຄວາມປອດໃສ, ເຂັ້ມແຂງ ແລະ ເປັນເອກະພາບໃນການປະຕິບັດຕົວ ຈິງ, ເປັນອົງການຈັດຕັ້ງທີ່ມີລະບົບ ເຜີຍແຜ່ເຊື່ອມຊຶມເອກະສານ...ີ່ື່ຶ ສຶກສາຄວາມເປັນໄປໄດ້...ຶັ້ ຂປລ. ພິທີລົງນາມບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການສຶກສາ ຄວາມເປັນໄປໄດ້ໂຄງການສາທິດ ແລະ ນຳໃຊ້ແພລັດຟອມປັນຍາ ປະດິດແຫ່ງຊາດ ດ້ານສຸຂະພາບ ໃນລາວລະຫວ່າງກະຊວງເຕັກໂນ ໂລຊີການສື່ສານ ຮ່ວມກັບບໍລິສັດ 520 ບໍລິການທາງການແພດ ຈຳ ກັດຜູ້ດຽວ ໃນເຄືອຂອງບໍລິສັດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດ ຂອງປະຊາຊົນລາວບັນດາເຜົ່າ. ໃນນີ້, ຄະນະພັກຄະນະນໍາຕ້ອງ ເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວທາງ ດ້ານການເມືອງໃຫ້ແກ່ສະມາຊິກ ພັກ, ພະນັກງານ-ລັດຖະກອນ, ຜູ້ ປະກອບການ ແລະ ປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະແມ່ນຜູ້ມີ ສິດເລືອກຕັ້ງ (ອາຍຸ 18 ປີ ຂຶ້ນໄປ) ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ທີ່ຖືກຕ້ອງ ແລະ ເປັນເອກະພາບ ຕໍ່ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ບົນພື້ນຖານດັ່ງກ່າວ, ເຮັດໃຫ້ຜູ້ ມີສິດເລືອກຕັ້ງມີຄວາມຕື່ນຕົວສະ ໝັກໃຈໄປໃຊ້ສິດໃນວັນເລືອກຕັ້ງ ໃຫ້ຄົບຖ້ວນຕາມລະບຽບກ່ຽວກັບ ການເລືອກຕັ້ງ. ສະຫາຍ ຜາຄຳ ອິນແສງ ຍັງໄດ້ ຍົກໃຫ້ເຫັນໂຄງປະກອບດ້ານເພດ, ຊົນເຜົ່າ, ອາຍຸກະສຽນຜູ້ສະໝັກ ຮັບເລືອກຕັ້ງ, ໂຄງປະກອບຜູ້ອອກ ສະໝັກຮັບເລືອກຕັ້ງຈາກຂົງເຂດ ວຽກງານ, ຫລັກການກ່ຽວກັບການ ເລືອກຕັ້ງ, ຜູ້ມີສິດ-ບໍ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ, ລວມ ທັງຂໍ້ຫ້າມສຳລັບຜູ້ມີສິດເລືອກຕັ້ງ ແລະ ອື່ນໆ. ການຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມເອກະສານດັ່ງກ່າວ, ເພື່ອເຮັດ ໃຫ້ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ດໍາເນີນໄປ ຢ່າງຖືກຕ້ອງຕາມແນວທາງປ່ຽນ ແປງໃໝ່ຂອງພັກເຮົາ ແລະ ໄດ້ຮັບ ຜົນສຳເລັດຢ່າງສະຫງ່າງາມ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ (ເນື່ອງໃນໂອກາດວັນເກີດຂອງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫລີ ຄົບຮອບ 84 ປີ 16/02/1942 - 16/02/2026)ື່ັີິິິູ້ີ່ິ່່ົົີົີ ແນວຄິດທີ່ເປັນໜຶ່ງດຽວ ແລະ ສ້າງ ຕັ້ງລະບົບການນຳພາທີ່ເປັນໜຶ່ງ ດຽວຂອງຜູ້ນຳຢ່າງເຄັ່ງຄັດ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງ ພັກແຮງງານເກົາຫລີ ໃຫ້ເປັນພັກ ທີ່ຮັບໃຊ້ເພື່ອປະຊາຊົນ, ມີຄວາມ ຮັບຜິດຊອບສູງຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາຊົນທັງຮັບ ໃຊ້ປະຊາຊົນດ້ວຍຄວາມຊື່ສັດ ບໍລິສຸດຢ່າງແທ້ຈິງ. ການເຊີດຊູ ເສີມຂະຫຍາຍສາຍກ່ຽວພັນແບບ ກາຍະອິນຊີ ລະຫວ່າງພັກແຮງງານ ເກົາຫລີ ແລະ ປະຊາຊົນລວມທັງ ຄວາມເປັນປຶກແຜ່ນແໜ້ນໜາຂອງ ຮາກຖານມວນຊົນຂອງພັກເປັນ ຫລັກການທີ່ສຳຄັນໃນການກໍ່ສ້າງ ພັກ ກໍຄື ການຄົງຕົວ ແລະ ຂະຫຍາຍ ຕົວຂອງພັກ. ສະຫາຍໄດ້ເຫັນແຈ້ງ ວ່າທຸກການຈັດຕັ້ງ ແລະ ພະນັກງານ ລ້ວນແຕ່ຕ້ອງດຳເນີນການຈັດຕັ້ງ ປະຕິບັດ ເພື່ອຜົນປະໂຫຍດຂອງ ມະຫາຊົນ, ດຳລົງຊີວິດຕິດແທດ ກັບມະຫາຊົນ ແລະ ເປັນຜູ້ຮັບໃຊ້ ມະຫາຊົນ. ຍ້ອນມີແນວທາງການເມືອງ ທີ່ຮັບໃຊ້ສິດຜົນປະໂຫຍດຂອງທົ່ວ ປວງຊົນ, ພັກແຮງງານເກົາຫລີ ຈຶ່ງໄດ້ບັນລຸຜົນສຳເລັດໃນການ ເຕົ້າໂຮມຄວາມເປັນເອກະພາບຈິດ ໜຶ່ງໃຈດຽວຂອງຜູ້ນຳ ກໍຄື ຂອງພັກ ແລະ ຂອງມວນຊົນເປັນເທື່ອທຳອິດ ໃນປະຫວັດສາດທ່າມກາງຄວາມ ຜັນຜວນທາງການເມືອງຂອງ ໂລກ, ນຳພາສັງຄົມເກົາຫລີ ໃຫ້ເປັນ ຄອບຄົວສັງຄົມນິຍົມທີ່ເປັນປຶກແຜ່ນ ແລະ ສະແດງໃຫ້ເຫັນຄວາມເກັ່ງກ້າ ສາມາດຂອງພັກທີ່ບໍ່ມີສັດຕູໂຕໃດ ຕີເອົາຊະນະໄດ້ ຊຶ່ງໄດ້ນຳພາປວງ ຊົນທັງຊາດເດັດດ່ຽວຍາດເອົາໄຊ ຊະນະໃນການສ້າງສັງຄົມນິຍົມທີ່ ໄດ້ຮັບການສະໜັບສະໜູນ ແລະ ເຊື່ອໝັ້ນຢ່າງຕາຍໃຈຂອງປວງຊົນ ຕະຫລອດມາ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງ ແສນຍານຸພາບທາງການທະຫານ ຂອງປະເທດໃນທຸກດ້ານ ໂດຍ ຜ່ານການນຳພາການປະຕິວັດບົນ ພື້ນຖານນະໂຍບາຍເຊິນກຸນ ຢ່າງ ບໍ່ຮູ້ອິດຮູ້ເມື່ອຍ. ສະຫາຍໄດ້ໝູນໃຊ້ ນະໂຍບາຍການເມືອງເຊິນກຸນ ທີ່ ເປັນເອກະລັກມາແຕ່ຊຸມປີກ່ອນ ການເຄື່ອນໄຫວຂອງຕົນ, ໄດ້ເຊີດ ຊູຄັນທຸງນະໂຍບາຍການເມືອງ ເຊິນກຸນ ຢ່າງເອົາການເອົາງານ ພາຍໃຕ້ສະພາບການອັນສັບສົນ ເມື່ອລັດທິສັງຄົມນິຍົມໄດ້ຖືກລົ້ມ ສະຫລາຍຢູ່ໃນຫລາຍປະເທດ ແລະ ການຕໍ່ຕ້ານສັງຄົມນິຍົມຂອງພວກ ຈັກກະພັດໄດ້ສຸມປາຍຫອກມາ ໃສ່ ສປປ ເກົາຫລີ ໃນຊຸມປີທ້າຍ ສະຕະວັດທີ 20. ສະຫາຍ ໄດ້ສ້າງ ນະໂຍບາຍການເມືອງເຊິນກຸນ ໃຫ້ ເປັນຮູບແບບທາງການເມືອງຕົ້ນຕໍ ຂອງລັດທິສັງຄົມນິຍົມ ແລະ ລົງ ເຄື່ອນໄຫວຊີ້ນຳແຕ່ລະກົມກອງ ຂອງກອງທັບປະຊາຊົນເກົາຫລີ ເພື່ອພັດທະນາກອງທັບປະຊາຊົນ ເກົາຫລີ ທີ່ເປັນກຳລັງຫລັກແຫລ່ງ ໃຫ້ເປັນກຳລັງທີ່ເຂັ້ມແຂງ, ມີຄວາມ ສາມາດປ້ອງກັນຕົນເອງ, ມີແນວ ຄິດການເມືອງໜັກແໜ້ນ, ມີເຕັກນິກ ທາງການທະຫານທີ່ຮັບປະກັນ ແສນຍານຸພາບອັນແຂງແກ່ນບໍ່ມີ ສັດຕູໂຕໃດສາມາດຕີເອົາຊະນະໄດ້. ພາຍໃຕ້ການນຳພາຂອງສະຫາຍ ກອງທັບປະຊາຊົນເກົາຫລີ ໄດ້ ກາຍເປັນກຳລັງອັນເຂັ້ມແຂງມີ ຄວາມພ້ອມສູງໃນການສູ້ຮົບເພື່ອ ພິທັກປົກປ້ອງລັດທິສັງຄົມນິຍົມ ແລະ ໄດ້ຮັບການປະກອບພາຫະນະ ອາວຸດທັນສະໄໝ, ກຽມພ້ອມທຸກ ເວລາທີ່ຈະລົງໂທດສັດຕູທຸກໂຕທີ່ ຫວັງມ້າງເພທຳລາຍ ໃຫ້ປະລາໄຊ. ດ້ວຍຄວາມພະຍາຍາມເຕົ້າໂຮມ ຄວາມສາມັກຄີຂອງທົ່ວປວງຊົນ ເຂົ້າໃນພາລະກິດການປ້ອງກັນ ຊາດ, ການປະກອບອາວຸດໃຫ້ທົ່ວ ປວງຊົນໄດ້ສ້າງປ້ອມໝັ້ນອັນແຂງ ແກ່ນໃຫ້ປະເທດຊາດຢ່າງບໍ່ເຄີຍ ມີມາກ່ອນ. ສປປ ເກົາຫລີ ມີຂີດຄວາມສາ ມາດໃນການຜະລິດອາວຸດຍຸດໂທ ປະກອນໃນປະລິມານທີ່ພຽງພໍ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການໃນການສ້າງຄວາມເຂັ້ມ ແຂງໃຫ້ແກ່ກຳລັງປ້ອງກັນຊາດ ແລະ ການກຽມພ້ອມສູ້ຮົບເມື່ອມີ ກໍລະນີເກີດຂຶ້ນ. ສະຫາຍໄດ້ເຊີດ ຊູຄັນທຸງເຕົ້າໂຮມຄວາມສາມັກຄີ ທາງການເມືອງ-ແນວຄິດທີ່ເຂັ້ມ ແຂງແໜ້ນແກ່ນດັ່ງຫີນສິລາ ; ການກໍ່ສ້າງກອງທັບປະຊາຊົນ ເກົາຫລີ ໃຫ້ກາຍເປັນເສົາຄ້ຳອັນ ແຂງແກ່ນຂອງລັດທິສັງຄົມນິຍົມ ແລະ ເປັນກຳລັງຫລັກແຫລ່ງແຫ່ງ ການປະຕິວັດ, ສະຫາຍໄດ້ເອົາໃຈ ໃສ່ຢ່າງເລິກເຊິ່ງ ໃນການກໍ່ສ້າງ ກຳລັງທາງການເມືອງຂອງສັງຄົມ ເກົາຫລີ ໂດຍມີກອງທັບປະຊາຊົນ ເກົາຫລີ ເປັນແກນນຳ. ພ້ອມນັ້ນ, ສະຫາຍຍັງໄດ້ສົ່ງເສີມມູນເຊື້ອທີ່ ເປັນເອກະພາບລະຫວ່າງກອງທັບ ກັບປະຊາຊົນໃນລະດັບສູງຈົນ ບັນລຸຄວາມເປັນຈິດໜຶ່ງໃຈດຽວ ໃນການເຮັດວຽກງານບົນພື້ນຖານ ນ້ຳໃຈປະຕິວັດອັນກ້າແກ່ນ ແລະ ໄດ້ເຕົ້າໂຮມເອົາທຸກພາກສ່ວນໃຫ້ ເປັນກ້ອນກຳລັງອັນເປັນປຶກແຜ່ນ ຢູ່ອ້ອມຂ້າງພັກແຮງງານເກົາຫລີ ດ້ວຍລັດທິການເມືອງແຫ່ງຄວາມ ຮັກ ແລະ ຄວາມໄວ້ວາງໃຈ. ດ້ວຍ ເ ຫດນັ້ນກຳລັງປ້ອງກັນ ຊາດທັງໝົດ ແລະ ປະຊາຊົນໄດ້ ກາຍເປັນປຶກແຜ່ນທີ່ມີອຸດົມການ ແລະ ຈຸດໝາຍປາຍທາງເປັນ ເອກະພາບກັບພັກ; ຄວາມເປັນຈິດ ໜຶ່ງໃຈດຽວກັນຂອງທົ່ວສັງຄົມ ເປັນອາວຸດອັນຄົມແຫລມທາງການ ເມືອງ ແລະ ແນວຄິດເຊິ່ງມີພະລັງ ແຮງກວ່າລູກລະເບີດປະລະມານູ ແລະ ສປປ ເກົາຫລີ ໄດ້ເປັນປະເທດ ທີ່ເຂັ້ມແຂງດ້ານແນວຄິດການເມືອງ ທີ່ບໍ່ຫວັ່ນໄຫວໃນທ່າມກາງລົມພັດ ແຮງໃດໆ. ສະຫາຍໄດ້ເປີດຍຸກສະໄໝໃໝ່ ໃນການກໍ່ສ້າງປະເທດສັງຄົມນິຍົມ ທີ່ຮັ່ງມີ, ເຂັ້ມແຂງ, ໄດ້ວາງແນວ ທາງພັດທະນາເສດຖະກິດໃນຍຸກ ສະໄໝເຊີນກຸນວ່າດ້ວຍບຸລິມະສິດ ໃຫ້ແກ່ການພັດທະນາອຸດສາຫະກຳ ປ້ອງກັນຊາດກ່ອນຄຽງຄູ່ໄປກັບ ການພັດທະນາອຸດສາຫະກຳເບົາ ແລະ ການກະສິກຳ. ສະຫາຍໄດ້ ໃຫ້ຄວາມໝັ້ນໃຈວ່າອຸດສາຫະກຳ ປ້ອງກັນຊາດໄດ້ມີບົດບາດນຳ ໜ້າ, ທັງເປັນກຳລັງຊຸກດັນໃຫ້ແກ່ ເສດຖະກິດແຫ່ງຊາດ ແລະ ການ ພັດທະນາເສດຖະກິດໂດຍລວມ. ໃນຂະນະດຽວກັນ, ສະຫາຍໄດ້ໃຫ້ ຄວາມໝັ້ນໃຈວ່າກອງທັບປະຊາຊົນ ເກົາຫລີ ໄດ້ດຳເນີນການບຸກທະລຸ ໃນບັນດາຂະແໜງການແຫ່ງການ ກໍ່ສ້າງເສດຖະກິດທີ່ມີຄວາມທ້າ ທາຍ ແລະ ສຳຄັນທີ່ສຸດ. ປວງຊົນ ທັງຊາດໄດ້ຮ່ຳຮຽນຈາກນໍ້າໃຈ ປະຕິວັດທີ່ບໍ່ມີສິ່ງໃດເອົາຊະນະໄດ້ ແລະ ໄດ້ສ້າງນະວັດຕະກຳໃໝ່ຂຶ້ນ ໃນທົ່ວປະເທດ. ສະຫາຍໄດ້ສືບຕໍ່ ເດີນທາງໄປຊີ້ນຳໆພາການກໍ່ສ້າງ ປະເທດສັງຄົມນິຍົມຈົນເຖິງວິນາທີ ສຸດທ້າຍແຫ່ງຊີວິດ ແລະ ໄດ້ເຖິງ ແກ່ມໍລະນະກຳຢູ່ເທິງລົດໄຟທີ່ພວມ ແລ່ນເພື່ອລົງເຄື່ອນໄຫວຢ້ຽມຢາມ. ໃນໄລຍະເວລາທີ່ຜ່ານມາພາຍ ຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາ ທີ່ຍິ່ງໃຫຍ່ເຖິງແກ່ມໍລະນະກໍາແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ແສນ ເຄົາລົບຮັກໄດ້ນຳພາການປະຕິວັດ ສປປ ເກົາຫລີ ແລະ ສ້າງຄຸນ ງາມຄວາມດີອັນຍິ່ງໃຫຍ່ຢ່າງແທ້ ຈິງ. ພາຍໃຕ້ການຊີ້ນຳໆພາອັນ ສະຫລາດສ່ອງໃສຂອງສະຫາຍ ກິມ ເຈິງ ອຸນ, ຄວາມສາມາດການ ນຳພາ ແລະ ຄວາມສາມາດການ ສູ້ຊົນຂອງພັກແຮງງານເກົາຫລີ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການ ກໍ່ສ້າງສັງຄົມນິຍົມໄດ້ເປີດກວ້າງ. ກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງ ພັກແຮງງານເກົາຫລີ ຊຸດທີ 8, ສະຫາຍ ກິມ ເຈິງ ອຸນ ໄດ້ຊີ້ແຈງ ວ່າ: ນຳເອົານະໂຍບາຍຂອງພັກ ແຮງງານເກົາຫລີ ກ່ຽວກັບການ ປັບປຸງຄຸນນະພາບດຳລົງຊີວິດການ ເປັນຢູ່ຂອງປະຊາຊົນໂດຍພື້ນຖານ ໃນດ້ານວັດຖຸ ແລະ ວັດທະນະທຳ ຂຶ້ນສູ່ຂັ້ນຕອນອີກຄັ້ງໃນຂອບເຂດ ທົ່ວປະເທດຢ່າງໄວທີ່ສຸດໃຫ້ກຳ ນົດເປັນ “ນະໂຍບາຍພັດທະນາ ທ້ອງຖິ່ນ 2010”.“ນະໂຍບາຍ ພັດທະນາທ້ອງຖິ່ນ 2010” ໝາຍ ຄວາມວ່າ: ກໍ່ສ້າງໂຮງຈັກໂຮງງານ ອຸດສາຫະກຳທ້ອງຖິ່ນ 20 ແຫ່ງ ທຸກໆປີພາຍໃນ 10 ປີຕໍ່ໜ້າແນ ໃສ່ຫລຸດຄວາມແຕກໂຕນກັນດ້ານ ການພັດທະນາລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ຮັບປະກັນການ ພັດທະນາຢ່າງດຸນດ່ຽງ ແລະ ຮອບ ດ້ານ ຊຶ່ງເປັນການຊຸກຍູ້ການປັບປຸງ ຄຸນນະພາບດຳລົງຊີວິດການເປັນ ຢູ່ຂອງປະຊາຊົນໂດຍພື້ນຖານໃນ ດ້ານວັດຖຸ ແລະ ວັດທະນະທຳກ້າວ ຂຶ້ນສູ່ຂັ້ນຕອນອີກຄັ້ງໃນຂອບເຂດ ທົ່ວປະເທດ. ກຳລັງແຮງຂອງຊາດໄດ້ຮັບ ການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາໄດ້ຢືນ ຢູ່ແຖວໜ້າຂອງປະເທດທີ່ມີຄວາມ ເຂັ້ມແຂງທາງດ້ານທະຫານທີ່ບໍ່ມີ ໃຜສາມາດຮຸກຮານ ແລະ ພາລະ ບົດບາດຂອງ ສປປ ເກົາຫລີ ນັບ ມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີ ພາກພື້ນ ແລະ ສາກົນ, ໂດຍສະເພາະ ສາຍພົວພັນມິດຕະພາບ ແລະ ຄວາມ ສາມັກຄີລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມໄດ້ ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຮັບປະກັນໃຫ້ປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ແຫລມເກົາ ຫລີ ຢ່າງໝັ້ນຄົງ. ຍ້ອນມີ ສະຫາຍ ກິມ ເຈິງ ອຸນ ຜູ້ ສືບທອດທີ່ຍິ່ງໃຫຍ່ຂອງພາລະກິດ ການປະຕິວັດ, ຄຸນງາມຄວາມດີອັນ ຍິ່ງໃຫຍ່ຂອງສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະຫລອດໄປ ແລະ ແຜນ ການກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຂອງສະຫາຍຈະໄດ້ຮັບການປະຕິ ບັດຢ່າງແນ່ນອນ. ຮ່ວມພັດທະນາສີທັນດອນ ຈຳກັດ, ບໍລິສັດຂໍ້ມູນຂ່າວສານຈີນ-ອາຊຽນ ຈຳກັດ ແລະ ສະຖາບັນອຸປະກອນທີ່ ທັນສະໄໝເຈິ້ນຈຽງ ຈາກ ສປ ຈີນ ຈັດຂຶ້ນໃນວັນທີ 13 ກຸມພາ 2026 ຜ່ານມາ ໂດຍການຮ່ວມລົງນາມ ຂອງທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການກະຊວງເຕັກໂນ ໂລຊີ ແລະ ການສື່ສານ, ທ່ານ ນາງ ຊວນ ອິ້ ຮອງຜູ້ອຳນວຍການໃຫຍ່ ບໍລິສັດຂໍ້ມູນຂ່າວສານ ຈີນ-ອາ ຊຽນ ຈຳກັດ, ທ່ານ ເຈີ່ງ ເຄີ ຮອງ ຜູ້ຈັດການບໍລິສັດ 520 ບໍລິການ ທາງການແພດ ຈຳກັດຜູ້ດຽວ ແລະ ທ່ານ ນາງ ແອນນີ້ ຄົງທອງ ຜູ້ຊ່ວຍ ອຳນວຍການສະຖາບັນອຸປະກອນ ຂັ້ນສູງເຈິ້ນຈຽງ ໂດຍມີທ່ານ ແກ້ວວີສຸກໂສລະພົມຮອງລັດຖະມົນ ຕີກະຊວງເຕັກໂນໂລຊີ ແລະ ການສື່ ສານເຂົ້າຮ່ວມເປັນສັດຂີພິຍານ. ການລົງນາມໃນຄັ້ງນີ້, ຖືເປັນ ບາດກ້າວໃໝ່ຂອງການຮ່ວມມື ລາວ-ຈີນ ໃນຂະແໜງປັນຍາປະ ດິດ (AI), ພາຍໃຕ້ຂອບການ ຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ແລະ ການຊຸກຍູ້ ການສ້າງຄູ່ຮ່ວມຊາຕາກຳ ລາວຈີນ ຢ່າງຕໍ່ເນື່ອງ, ຂໍ້ລິເລີ່ມທາງຍຸດ ທະສາດທີ່ແນໃສ່ການວາງແນວ ທາງຮ່ວມກັນ ເພື່ອພັດທະນາປັນຍາ ປະດິດລະຫວ່າງສອງປະເທດ ແລະ ເພື່ອດຳເນີນການສຶກສາຄວາມເປັນ ໄປໄດ້ໃນການຮ່ວມມືໂຄງການ ສາທິດການນຳໃຊ້ປັນຍາປະດິດ ໂດຍກຳນົດເອົາຂະແໜງການສາ ທາລະນະສຸກ ເປັນຂົງເຂດທຳອິດ ໃນການຈັດຕັ້ງປະຕິບັດ. ປັນຍາປະດິດແມ່ນເຕັກໂນໂລຊີ ດີຈິຕອນ ທີ່ກ້າວໜ້າ ແລະ ສໍາຄັນ ໃນການຂັບເຄື່ອນການຫັນເປັນດີຈິ ຕອນໃນຫລາຍຂົງເຂດວຽກງານ ເຊັ່ນ: ສ້າງຄວາມເຂັ້ມແຂງໃຫ້ແກ່ ຂົງເຂດການແພດ, ກະສິກຳ, ການ ສຶກສາ ແລະ ຂົງເຂດອື່ນໆ, ພ້ອມທັງ ຍົກສູງປະສິດທິພາບ ແລະ ຄຸນນະ ພາບການບໍລິການ, ເປັນກໍາລັງສໍາ ຄັນທີ່ສາມາດຊຸກຍູ້ການພັດທະນາ ການແຂ່ງຂັນທາງທຸລະກິດໃນ ທຸກໆດ້ານ ເພື່ອຊຸກຍູ້ໃຫ້ມີການ ພັດທະນາ ແລະ ສາມາດຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ. ໂຄງການສາທິດ ແລະ ນຳໃຊ້ ແພລັດຟອມປັນຍາປະດິດແຫ່ງຊາດ ດ້ານສຸຂະພາບໃນ ສປປ ລາວ ແມ່ນ ໂຄງການໜຶ່ງທີ່ຈະສຶກສາຄວາມ ເປັນໄປໄດ້ ເພື່ອນຳເອົາລະບົບ ປັນຍາປະດິດມາທົດລອງນຳໃຊ້ ເຂົ້າໃນວຽກງານທາງການແພດ ເຊັ່ນ: ສ້າງຄວາມເຂັ້ມແຂງການຄຸ້ມ ຄອງວຽກງານສາທາລະນະສຸກ, ການວິເຄາະພະຍາດ, ການກວດ ສຸຂະພາບ, ການຄວບຄຸມພະຍາດ ແລະ ການບັນທຶກວຽກງານການ ແພດ; ຊ່ວຍສະໜັບສະໜູນໃຫ້ການ ເຮັດວຽກຂອງແພດໝໍໃນການ ປິ່ນປົວພະຍາດໄດ້ດີຂຶ້ນ ແລະ ຊ່ວຍ ໃຫ້ປະຊາຊົນເຂົ້າເຖິງການປິ່ນປົວ ພະຍາດໄດ້ງ່າຍຂຶ້ນ. ການເປັນຄູ່ຮ່ວມມືຄັ້ງນີ້, ຈະ ນຳໃຊ້ຂະແໜງການສາທາລະນະ ສຸກ ເປັນຈຸດເລີ່ມຕົ້ນໃນການນຳ ໃຊ້ປັນຍາປະດິດ ຊຶ່ງຈຸດປະສົງ ຫລັກປະກອບມີ: ການປັບປຸງປະ ສິດທິພາບໃນການວິນິດໄສພະ ຍາດ, ການຈັດສັນຊັບພະຍາກອນ ທາງການແພດໃຫ້ເໝາະສົມ , ການສະໜັບສະໜູນການບໍລິການ ປິ່ນປົວທາງໄກ, ການຍົກລະດັບ ຂີດຄວາມສາມາດໃນການບໍລິການ ສາທາລະນະສຸກໂດຍລວມ ແລະ ການຫັນປ່ຽນລະບົບສາທາລະນະ ສຸກແຫ່ງຊາດ ໃຫ້ທັນສະໄໝ. ຂໍ້ ລິເລີ່ມນີ້ ມີເປົ້າໝາຍເພື່ອຂະຫຍາຍ ການເຂົ້າເຖິງການບໍລິການສາທາ ລະນະສຸກ ທີ່ມີຄຸນນະພາບ, ຕອບ ສະໜອງຄວາມຕ້ອງການຂອງ ຊຸມຊົນທ້ອງຖິ່ນໄດ້ດີຂຶ້ນ ໂດຍ ສະເພາະແມ່ນປະຊາຊົນໃນເຂດ ຫ່າງໄກສອກຫລີກ. ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==