7216.1

16/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K dP,rh v,wx.-h ly fg]n vd8A 'gvq k ll-{ll0 r6 g[h p ,kpoy ' lqj 'glu ,xt-k-q ozt]y fdtly de c[[pn opq '{lh k'7;k,\A o7q 'fh kolt[P'vksko ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໄດ້ນຳສະເໜີໄປກ່ຽວ ກັບສິດ ແລະ ໜ້າທີ່ ຂອງຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ, ການກຳນົດວັນເວລາເລືອກຕັ້ງ ແລະ ລະບຽບການປ່ອນບັດເລືອກ ຕັ້ງ ຊຶ່ງມາໃນສະບັບນີ້ຂໍສືບຕໍ່ນຳ ສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບ ການເລືອກຕັ້ງແທນ ແລະ ຂໍ້ຫ້າມ ສຳລັບການເລືອກຕັ້ງ ມີດັ່ງນີ້: ຄໍາຖາມ 16: ການເລືອກຕັ້ງໍືັ້ ແທນ ມີແນວໃດ?ີ ຕອບ: ການເລືອກຕັ້ງແທນ ຈະ ໄດ້ຈັດຂຶ້ນ ເມື່ອສະມາຊິກສະພາ ໃນເຂດເລືອກຕັ້ງໃດໜຶ່ງຫາກ ຫລຸດລົງຕາມກໍລະນີທີ່ໄດ້ກໍານົດ ໄວ້ໃນມາດຕາ 32 ຂອງກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ ແລະ ມາດຕາ 31 ຂອງກົດໝາຍວ່າດ້ວຍ ຂປລ. ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ປະຕິບັດແຜນພັດທະນາ ຊຸມຊົນ ແລະ ຄວາມໝັ້ນຄົງໃນ ການດໍາລົງຊີວິດໃຫ້ແກ່ປະຊາຊົນ ໃນເຂດໂຄງການຫ້ວຍຊາຍ ເມືອງ ລ້ອງແຈ້ງ ແລະ ໂຄງການພູຄໍາ ກໍຄື ປະຊາຊົນເຂດບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງ ໄຊສົມບູນ ໂດຍສະເພາະແມ່ນ ດ້ານກະສິກໍາ ບໍລິສັດໄດ້ສົ່ງເສີມ ໃຫ້ປະຊາຊົນຜະລິດກະສິກໍາແບບ ຍືນຍົງ ແລະ ສ້າງຄວາມໝັ້ນຄົງ ດ້ານສະບຽງອາຫານ ດ້ວຍການ ສະໜອງທຶນ, ແນວພັນພືດ, ເຕັກນິກ ການຜະລິດ ແລະ ເກັບຊື້ຜົນຜະລິດ ຈາກປະຊາຊົນ. ທ່ານ ບົວໃສ ລາດສະກຸນໄທ ພະນັກງານຮັບຜິດຊອບໂຄງການ ການສຶກສາ ພະແນກພັດທະນາ ຊຸມຊົນ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ dkog]n vd8A 'cmo c]t 0= sh k, le]a [dkog]n vd8A ' ສະພາປະຊາຊົນຂັ້ນແຂວງ. ການ ເລືອກຕັ້ງແທນຈະດໍາເນີນໄດ້ກໍຕໍ່ ເມື່ອອາຍຸການຂອງສະພາຊຸດນັ້ນ ຍັງເຫລືອຢ່າງໜ້ອຍສອງປີ ນັບແຕ່ ວັນທີ່ສະມາຊິກສະພາເຂດເລືອກຕັ້ງ ນັ້ນຫລຸດລົງ. ໃນກໍລະນີຈໍາເປັນ ຫາກສະມາ ຊິກສະພາຊຸດນັ້ນຫລຸດລົງ ຊຶ່ງກະທົບ ຕໍ່ການປະຕິບັດ ສິດ ແລະ ໜ້າທີ່ ຂອງສະພາມອບໃຫ້ຄະນະປະຈໍາ ສະພາເປັນຜູ້ພິຈາລະນາຕາມຄວາມ ເໝາະສົມ. ການເລືອກຕັ້ງແທນ ສະມາຊິກສະພາ ມີ ສອງວິທີ ໂດຍ ແມ່ນຄະນະປະຈໍາສະພາ ເປັນຜູ້ ຕົກລົງ ດັ່ງນີ້: 1. ວິທີທົ່ວໄປ: ຄະນະປະຈໍາ ສະພາທີ່ກ່ຽວຂ້ອງ ເປັນຜູ້ຕົກລົງ ແຕ່ງຕັ້ງຄະນະກໍາມະການເລືອກ ແລະ ກໍານົດວັນເວລາເລືອກຕັ້ງ ແທນ. ການດໍາເນີນການເລືອກຕັ້ງ ແທນຕາມວິທີທົ່ວໄປໃຫ້ປະຕິບັດ ຕາມກົດໝາຍສະບັບນີ້. 2. ວິທີສະເພາະຄະນະປະຈໍາ ສະພາທີ່ກ່ຽວຂ້ອງ ເປັນຜູ້ເລືອກເອົາ ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບ ຄະແນນສຽງຫລາຍ ຖັດຈາກຜູ້ໄດ້ ຮັບເລືອກຕັ້ງເປັນສະມາຊິກສະພາ ທີ່ກ່ຽວຂ້ອງ ໃນເຂດເລືອກຕັ້ງນັ້ນ ເປັນຜູ້ໄດ້ຮັບການເລືອກຕັ້ງແທນ ແລ້ວລາຍງານຕໍ່ກອງປະຊຸມສະພາ. ຄໍາຖາມ 17: ຂໍ້ຫາມ ສໍາລັບໍໍ້ໍັ ການເລືອກຕັ້ງ ມີແນວໃດ?ືັ້ີ ຕອບ: ຂໍ້ຫ້າມສໍາລັບການເລືອກ ຕັ້ງ ມີດັ່ງນີ້: 1.ຂໍ້ຫ້າມ ສໍາລັບຜູ້ມີສິດເລືອກ ຕັ້ງ ມີ: 1) ບິດເບືອນແນວທາງນະໂຍ ບາຍ ແລະ ຄວາມເປັນຈິງກ່ຽວກັບ ການເລືອກຕັ້ງ. 2) ໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມຜູ້ສະໝັກຮັບເລືອກຕັ້ງ. 3) ປັ່ນປ່ວນ, ສ້າງສະຖານະ ການກໍ່ຄວາມບໍ່ສະຫງົບໃນໜ່ວຍ ເລືອກຕັ້ງ. 4) ແຊກແຊງ ການຂີດບັດລົງ ຄະແນນສຽງຂອງຜູ້ອື່ນ ຫລື ທໍາ ລາຍບັດເລືອກຕັ້ງ. 5) ຂີດບັດລົງຄະແນນສຽງ ຂອງຕົນ ແບບຊະຊາຍ ຫລືບໍ່ ຖືກຕ້ອງຕາມລະບຽບການ. 6) ເປີດເຜີຍ, ເຜີຍແຜ່ເອກະສານ ກ່ຽວກັບວຽກງານເລືອກຕັ້ງ ທີ່ຍັງບໍ່ ເປັນທາງການລົງພາຫະນະສື່ມວນ ຊົນ. 7) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. 2. ຂໍ້ຫ້າມ ສໍາລັບຜູ້ສະໝັກຮັບ ເລືອກຕັ້ງ ມີ: 1) ໂຄສະນາ ໃສ່ຮ້າຍປ້າຍສີ, ທັບຖົມຜູ້ສະໝັກຮັບເລືອກຕັ້ງດ້ວຍ ກັນ. 2)ໃຫ້ສິນບົນ,ຊື້ຈ້າງ,ຈອບອອຍ ຜູ້ມີສິດເລືອກຕັ້ງ ດ້ວຍຮູບການ ຕ່າງໆ. 3) ໂຄສະນາຫາສຽງ ໃນວັນ ເລືອກຕັ້ງ. 4) ເຂົ້າຫຍຸ້ງກ່ຽວການນັບບັດ ລົງຄະແນນສຽງຂອງຄະນະຮັບຜິດ ຊອບໜ້ວຍປ່ອນບັດເລືອກຕັ້ງ. 5) ເປີດເຜີຍ, ເຜີຍແຜ່ເອກະສານ ກ່ຽວກັບວຽກງານເລືອກຕັ້ງ ທີ່ຍັງ ບໍ່ເປັນທາງການລົງພາຫະນະສື່ ມວນຊົນ. 6) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. 3 . ຂໍ້ຫ້າມ ສໍາລັບຄະນະ ກໍາມະການເລືອກຕັ້ງ ແລະ ຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ ມີ: 1) ລໍາອຽງ, ເຂົ້າຂ້າງອອກຂາ ຜູ້ສະໝັກຮັບເລືອກຕັ້ງໃດໜຶ່ງ ເປັນ ຕົ້ນ ໃນເວລານັບບັດລົງຄະແນນ ສຽງ. 2) ໃສ່ຮ້າຍປ້າຍສີ, ທັບຖົມບົດ ບາດ ແລະ ຊື່ສຽງຂອງຜູ້ສະໝັກຮັບ ເລືອກຕັ້ງໃດໜຶ່ງ. 3) ເມີນເສີຍຕໍ່ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເປັນ ຕົ້ນ ການຄຸ້ມຄອງງົບປະມານ, ອຸປະ ກອນຮັບໃຊ້ການເລືອກຕັ້ງ. 4) ຮັບ ຫລື ໃຫ້ສິນບົນ ຈາກຜູ້ມີ ສິດເລືອກຕັ້ງ ເເລະ ຜູ້ສະໝັກຮັບ ເລືອກຕັ້ງ. 5) ຂີດບັດແທນຜູ້ມີສິດເລືອກ ຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ເຈົ້າຂອງບັດ. 6) ລະເມີດກໍານົດເວລາປ່ອນ ບັດເລືອກຕັ້ງ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 34 ຂອງກົດໝາຍ ສະບັບນີ້. 7) ເປີດເຜີຍ, ເຜີຍແຜ່ເອກະສານ ກ່ຽວກັບວຽກງານເລືອກຕັ້ງ ທີ່ຍັງ ບໍ່ເປັນທາງການລົງພາຫະນະສື່ ມວນຊົນ. 8) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. 4. ຂໍ້ຫ້າມ ສໍາລັບບຸກຄົນ, ນິຕິ ບຸກຄົນ ແລະ ການຈັດຕັ້ງອື່ນ ມີ: 1) ຂັດຂວາງຜູ້ອື່ນບໍ່ໃຫ້ເຂົ້າ ຮ່ວມການເລືອກຕັ້ງ. 2) ເຂົ້າໄປຫຍຸ້ງກ່ຽວໃນເວລາຜູ້ ມີສິດເລືອກຕັ້ງດໍາເນີນການຂີດບັດ. 3) ໂຄສະນາຫາສຽງ ໃຫ້ຜູ້ສະ ໝັກຮັບເລືອກຕັ້ງໃດໜຶ່ງໃນວັນ ເລືອກຕັ້ງ ແລະ ເວລາດໍາເນີນການ ປ່ອນບັດ. 4) ກໍ່ຄວາມວຸ້ນວາຍ ໃນການ ດໍາເນີນການເລືອກຕັ້ງ ອັນເປັນການ ລະເມີດກົດໝາຍ ແລະ ລະບຽບ ການ. 5) ຍຸແຍ່, ຊວນເຊື່ອ ໃຫ້ຜູ້ສະໝັກ ຮັບເລືອກຕັ້ງ ໃນເຂດດຽວກັນນັ້ນ ມີ ຄວາມເຂົ້າໃຈຜິດ ຊຶ່ງກັນ ແລະ ກັນ. 6) ໃຫ້ຫລືຮັບສິນບົນ ຫລືການ ຊື້ຈ້າງ, ຈອບອອຍ ຈາກຜູ້ສະໝັກຮັບ ເລືອກຕັ້ງດ້ວຍຮູບການຕ່າງໆ. 7) ເປີດເຜີຍ, ເຜີຍແຜ່ເອກະ ສານກ່ຽວກັບວຽກງານເລືອກຕັ້ງ ທີ່ ຍັງບໍ່ເປັນທາງການລົງພາຫະນະສື່ ມວນຊົນ. 8) ມີພຶດຕິກໍາອື່ນ ທີ່ເປັນການ ລະເມີດກົດໝາຍ. ຂປລ. ປັດຈຸບັນ, ໃນຂອບເຂດ ທົ່ວປະເທດ ກໍຄື ເຂດເລືອກຕັ້ງແຕ່ ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ຫາເຂດເລືອກຕັ້ງທີ 18 ບັນດາຜູ້ຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ລ້ວນແຕ່ໄດ້ເຄື່ອນໄຫວໂຄສະນາຫາ ສຽງໃຫ້ແກ່ຜູ້ມີສິດເລືອກຕັ້ງຢ່າງ ຟົດຟື້ນ. ຂະນະທີ່ປະຊາຊົນຜູ້ມີສິດ ເລືອກຕັ້ງຕ່າງກໍກຽມຈິດກຽມໃຈໄປ ໃຊ້ສິດໃນການເລືອກຕັ້ງເອົາຜູ້ແທນ ຂອງຕົນ ໃນວັນທີ 22 ກຸມພາ ທີ່ຈະ ມາເຖິງນີ້ ໃຫ້ບັນລຸຕາມຄາດໝາຍ ເອົາທີ່ວາງໄວ້. ທ່ານ ຄຳສະວົງ ທຳມະວົງສາ ຮອງນາຍບ້ານດອນໜູນ ເມືອງໄຊ ທານີ ນະຄອນຫລວງວຽງຈັນ ໄດ້ ໃຫ້ສຳພາດໃນໂອກາດຜູ້ຮັບເລືອກ ຕັ້ງເປັນ ສສຊ ທີ່ວັດປ່າບ້ານດອນ ໜູນໃນວັນທີ 13 ກຸມພາ 2026 ວ່າ: ປັດຈຸບັນ, ບ້ານດອນໜູນແມ່ນ ມີຄວາມພ້ອມແລ້ວໃນບັ້ນເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ໂດຍສະເພາະ ແມ່ນສຳເລັດເກັບກຳຈຳນວນຜູ້ມີ ສິດເລືອກຕັ້ງ, ນອກຈາກນີ້ ກໍໄດ້ ແບ່ງອອກເປັນ 3 ໜ່ວຍເລືອກຕັ້ງ. ພ້ອມທັງໄດ້ມີການປຸກລະດົມພໍ່ແມ່ ປະຊາຊົນພາຍໃນບ້ານຕື່ນຕົວໄປ ໃຊ້ສິດຂອງຕົນໃນວັນດັ່ງກ່າວ ດ້ວຍ ການໂຄສະນາປະຊາສຳພັນທາງ ໂທລະໂຄ່ງໃນແຕ່ລະເຊົ້າ ເພື່ອໃຫ້ ປະ ຊາຊົນຮັບຊາບໃນການປ່ອນບັດ ຄັ້ງນີ້ ແລະ ເອົາໃຈໃສ່ເລືອກຜູ້ແທນ ທີ່ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການມາເປັນຕົວແທນຂອງ ປະຊາຊົນ ແລະ ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ. ພ້ອມກັນນີ້, ທ່ານ ສົມສະນິດ ດວງມະໂນ ປະຊາຊົນບ້ານດອນ ໜູນ ກໍໄດ້ໃຫ້ສຳພາດວ່າ: ຕົນເອງ ມີຄວາມຮູ້ສຶກພາກພູມໃຈທີ່ຈະໄດ້ ມາໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ທີ່ຈະມາເຖິງນີ້ ຊຶ່ງບັນດາຜູ້ຮັບສະໝັກເລືອກຕັ້ງທຸກ ທ່ານລ້ວນແຕ່ມີຜູ້ທີ່ມີຜົນງານ ແລະ ປະສົບການຫລາຍ ໂດຍສະແດງ ອອກໃນເວລາທີ່ເພິ່ນລົງມາຫາ ສຽງ ແລະ ເລົ່າປະຫວັດໂດຍຫຍໍ້ໃນ ແຕ່ລະໄລຍະ. ດັ່ງນັ້ນ, ຂໍເຊີນຊວນ ປະຊາຊົນຜູ້ມີອາຍຸ 18 ປີຂຶ້ນໄປ ຈົ່ງໄປໃຊ້ສິດເລືອກຕັ້ງເອົາ ສສຊສສຂ ທີ່ຕົນເຫັນວ່າຈະສາມາດເປັນ ຕົວແທນ, ເປັນຂົວຕໍ່ໃນການນຳເອົາ ບັນຫາຂອງປະຊາຊົນໄປສະເໜີໃນ ກອງປະຊຸມສະພາໃນແຕ່ລະເທື່ອ ເພື່ອໃຫ້ຄຳຮ້ອງທຸກ ກໍຄື ບັນຫາ ຕ່າງໆທີ່ສະເໜີໄປຖືກແກ້ໄຂຢ່າງ ເປັນຮູບປະທຳ. ທ່ານ ນາງ ຈັນສະໝອນ ປັນຍາ ສິລິດ ຫົວໜ້າໜ່ວຍ 4 ບ້ານດອນໜູນ ກໍໃຫ້ສຳພາດວ່າ: ປີນີ້ ກໍແມ່ນ ອີກປີ ໜຶ່ງທີ່ມີຄວາມສຳຄັນຫລາຍ ເນື່ອງ ຈາກທົ່ວປະເທດຈະໄດ້ມີການປ່ອນ ບັດເລືອກຕັ້ງເອົາສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ກໍມີຄວາມພາກພູມໃຈທີ່ຈະ ໄດ້ໄປໃຊ້ ສິດເລືອກເອົາຜູ້ແທນທີ່ມີ ຄວາມຮູ້, ຄວາມສາມາດມາເປັນ ຕົວແທນຂອງປະຊາຊົນໄປນັ່ງໃນ ສະພາ ທັງເປັນຫ່ວງຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ມີວິໄສທັດ ໃນການພັດທະນາປະເທດ ກໍຄື ພັດ ທະນາດ້ານ ຊີວິດການເປັນຂອງ ປະຊາຊົນໃຫ້ນັບມື້ດີຂຶ້ນ. ໃນນາມ ຕົນເປັນຫົວໜ້າໜ່ວຍ ກໍຈະເອົາໃຈ ໃສ່ປຸກລະດົມລູກໜ່ວຍຂອງຕົນ ມາປ່ອນບັດເລືອກເອົາ ສສຊ ແລະ ສສຂ ຄັ້ງນີ້ຢ່າງເປັນຂະບວນຟົດ ຟື້ນ. ໂດຍ:ຢ່າຕົ່ງ ພາບ: ຂັນໄຊ h ໃນວັນທີ 10 ກຸມພາ 2026 ວ່າ: ແຜນພັດທະນາຊຸມຊົນ ແລະ ຄວາມ ໝັ້ນຄົງໃນການດໍາລົງຊີວິດໃຫ້ແກ່ ປະຊາຊົນ ຂອງບໍລິສັດ ປະກອບ ມີ 6 ດ້ານສໍາຄັນຄື: ດ້ານກະສິກຳ, ດ້ານການສຶກສາ, ສາທາລະນະ ສຸກ, ວຽກງານພື້ນຖານໂຄງລ່າງ, ວຽກງານກອງທຶນບ້ານ ແລະ ສ້າງ ຄວາມເຂັ້ມແຂງ ໃຫ້ຊຸມຊົນທາງ ດ້ານວິຊາການ. ໃນນັ້ນ, ວຽກງານ ດ້ານກະສິກໍາ ແມ່ນເປັນວຽກຈຸດສຸມ ພົ້ນເດັ່ນ ທີ່ຊ່ວຍຫັນປ່ຽນຈາກການ ຜະລິດແບບພໍກຸ້ມກິນມາເປັນການ ຜະລິດເປັນສິນຄ້າສາມາດສ້າງລາຍ ຮັບໃຫ້ແກ່ປະຊາຊົນ. ທ່ານ ບົວໃສ ລາດສະກຸນໄທ ຍັງໃຫ້ຮູ້ອີກວ່າ: ໃນເມື່ອກ່ອນການ ປູກຝັງ-ລ້ຽງສັດ ຂອງປະຊາຊົນ ຢູ່ເຂດບ້ານນ້ຳໂມ້ ແມ່ນເຮັດແບບ ລັກສະນະຄອບຄົວ ເພື່ອບໍລິໂພກ ພາຍໃນເທົ່ານັ້ນ ແລະ ບໍ່ທັນມີລະ ບົບການຈຳໜ່າຍທີ່ແນ່ນອນ, ແຕ່ ພາຍຫລັງທີ່ໂຄງການພູເບ້ຍ ມາຍ ນິງ ເຂົ້າມາຊຸກຍູ້ສົ່ງເສີມ ດ້ວຍການ ສະໜັບສະໜູນຮອບດ້ານທຶນຮອນ, ເຕັກນິກການປູກ, ການສ້າງເຮືອນ ຮົ່ມ ແລະ ສະໜອງແນວພັນຜັກປະ ເພດຕ່າງໆ ເຊັ່ນ: ຜັກບົ່ວ, ຜັກກາດ ຊອມ, ໝາກແຕງ, ໝາກຖົ່ວ ແລະ ຜັກກະລໍາປີ. ພ້ອມນີ້, ບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ຮັບຊື້ຜະລິດຕະພັນ ກະສິກໍາຈາກປະຊາຊົນໂດຍກົງ ເພື່ອສະໜອງເຂົ້າໃນເຮືອນຄົວຂອງ ໂຄງການ. ນອກນັ້ນ, ຍັງໄດ້ສົ່ງ ອອກຈໍາໜ່າຍຢູ່ຕະຫລາດພາຍໃນ ເມືອງ ແລະ ຕ່າງແຂວງຕື່ມອີກ. ຜ່ານການຊຸກຍູ້ສົ່ງເສີມດັ່ງກ່າວ, ເຫັນໄດ້ວ່າຊີວິດການເປັນຢູ່ຂອງ ປະຊາຊົນ ນັບມື້ດີຂຶ້ນຢ່າງຊັດເຈນ, ປັດຈຸບັນ ມີຄອບຄົວທີ່ເຂົ້າຮ່ວມ ໂຄງການຢູ່ບ້ານນ້ຳໂມ້ ແລະ ບ້ານ ນ້ຳຍອນ ເພີ່ມຂຶ້ນຈາກ 30-40 ຄອບຄົວ ມາເປັນ 70 ກວ່າຄອບຄົວ ຖືວ່າເປັນການຂະຫຍາຍຕົວທີ່ດີເມື່ອ ທຽບໃສ່ໄລຍະຜ່ານມາ; ປະຊາຊົນ ໄດ້ມີຄວາມຮູ້ດ້ານເຕັກນິກການປູກການລ້ຽງຫລາຍຂຶ້ນ ແລະ ທີ່ສໍາຄັນ ປະຊາຊົນສາມາດສ້າງລາຍຮັບເຂົ້າ ສູ່ຄອບຄົວຫລາຍຂຶ້ນ. ທ່ານ ນາງ ອ່ອນຄຳ ທັນນະວົງ ປະຊາຊົນ ບ້ານນໍ້າໂມ້ ເມືອງອະນຸ ວົງ ກໍໄດ້ໃຫ້ສຳພາດວ່າ: ຕົນເອງ ກໍເປັນໜຶ່ງໃນຄອບຄົວທີ່ໄດ້ຮັບ ການສົ່ງເສີມດ້ານກະສິກໍາ ຈາກ ບໍລິສັດດັ່ງກ່າວດ້ວຍການສະໜອງ ທຶນຮອນ, ວັດຖຸ, ດ້ານເຕັກນິກ ການຜະລິດ ແລະ ຍັງໄດ້ເກັບຊື້ຜົນ ຜະລິດໃຫ້ປະຊາຊົນຕື່ມອີກ. ໃນໜຶ່ງ ອາທິດຕົນເອງຂາຍຜົນຜະລິດໃຫ້ ບໍລິສັດໄດ້ປະມານ 1.700.0001.800.000 ກີບ, ທຽບໃສ່ເມື່ອ ກ່ອນທີ່ຍັງບໍ່ໄດ້ຮັບການສົ່ງເສີມ ຈາກທາງບໍລິສັດ ແມ່ນມີຄວາມ ລຳບາກຫລາຍຢ່າງ, ແຕ່ພາຍຫລັງ ບໍລິສັດ ມາຊຸກຍູ້ສົ່ງເສີມໄດ້ເຮັດໃຫ້ ຄອບຄົວຕົນເອງນັບມື້ດີຂຶ້ນເປັນ ກ້າວໆ, ໄດ້ມີທຶນສົ່ງເສີມໃຫ້ລູກໄດ້ ເຂົ້າໂຮງຮຽນ, ມີອາຊີບຄົງທີ່ ແລະ ມີທຶນສະສົມໄວ້ໃຊ້ຈ່າຍໃນເວລາ ຈຳເປັນຕື່ມອີກ. ໂດຍ: ຈັນທະລອນ ພາບ: ສຸກທະວີ

RkJQdWJsaXNoZXIy MTc3MTYxMQ==