gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 16/02/2026 xtgmf]k; ການເລືອກຕັ້ງຄັ້ງນີ້...ືັ້ັ້ີ້ ພ້ອມຮັບໃຊ້ປະຊາຊົນ...້ັ້ົ ລາວ-ຈີນ...ີ ເມື່ອໄດ້ຮັບຄວາມໄວ້ວາງໃຈ...ື່້ັ້ ຜູ້ມີສິດເລືອກຕັ້ງ...ູ້ີິືັ້ ຜູ້ສະໝັກຮັບເລືອກຕັ້ງ ສສຊ...ູ້ັັືັ້ ]a f4t,q o8u dt-;'dko8j k'xtgmf 8h voIa [ z6h 8k'|h kry glf0v']a f4t,q o8u 8j k'xtgmfvq flt8ik]u ຂປລ. ໃນວັນທີ 13 ກຸມພາ 2026 , ທີ່ກະຊວງການຕ່າງ ປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ປາໂບຣ ກາງ (Mr. Pablo Kang) ຜູ້ຕາງໜ້າພິເສດ ຂອງລັດຖະມົນຕີຕ່າງປະເທດ ອົດ ສະຕຣາລີ ແລະ ຄະນະໃນໂອກາດ ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານລັດ ຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ເຮັດວຽກຄັ້ງນີ້. ໃນເວລາດຽວກັນ ນັ້ນ, ທ່ານຜູ້ຕາງໜ້າພິເສດປາໂບຣ ກາງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມ ທັງໄດ້ແຈ້ງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ແມ່ນ ເພື່ອຕິດຕາມຄວາມຄືບໜ້າຂອງ ການດໍາເນີນຄະດີກ່ຽວກັບການເສຍ ຊີວິດຂອງນັກທ່ອງທ່ຽວຄົນອົດສະ ຕຣາລີ 2 ຄົນ ໃນປີ 2024 ຜ່ານມາ. ໃນໂອກາດນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສອງປະເທດຕະຫລອດໄລຍະກວ່າ 7 ທົດສະວັດຜ່ານມາ ຊຶ່ງໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມມື ຮອບດ້ານ ໃນຕົ້ນປີ 2024. ຝ່າຍ ລາວ ໄດ້ຖືໂອກາດນີ້ ສະແດງຄວາມ ເສຍໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນ ກໍຄື ຄອບຄົວຂອງ ນັກທ່ອງທ່ຽວຕ່າງປະເທດ ທີ່ໄດ້ ຮັບເຄາະຮ້າຍທີ່ບໍ່ເພິ່ງປາຖະໜາໃນ ໄລຍະຜ່ານມາ ແລະ ຖືໂອກາດນີ້ ແຈ້ງໃຫ້ຝ່າຍອົດສະຕຣາລີ ຊາບເຖິງ ຄວາມເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂ ຄະດີດັ່ງກ່າວ ພ້ອມທັງຢືນຢັນວ່າ ຄະດີດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນ ການດໍາເນີນຄະດີຕາມຂະບວນການ ຍຸຕິທຳຂອງ ສປປ ລາວ. ນອກຈາກ ນີ້, ກໍໄດ້ແຈ້ງໃຫ້ຝ່າຍອົດສະຕຣາ ລີ ຊາບວ່າພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແຕ່ສູນກາງຮອດ ທ້ອງຖິ່ນ ກໍມີຄວາມຍິນດີໃຫ້ການ ຮ່ວມມື ແລະ ອໍານວຍຄວາມສະ ດວກໃຫ້ແກ່ຜູ້ຕາງໜ້າພິເສດພ້ອມ ດ້ວຍຄະນະທີ່ມາຢ້ຽມຢາມເຮັດ ວຽກຢູ່ ສປປ ລາວ ຄັ້ງນີ້ ສາມາດ ເຄື່ອນໄຫວ ແລະ ປະສົບຜົນສໍາເລັດ ຕາມຄາດໝາຍ. ອີກເທື່ອໜຶ່ງ, ຝ່າຍ ອົດສະຕຣາລີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຫວັງວ່າຄະດີດັ່ງກ່າວ ຈະ ໄດ້ຮັບການແກ້ໄຂໂດຍໄວຕາມກົດ ໝາຍຂອງ ສປປ ລາວ. ກ່ອນໜ້ານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ລົມໂທລະສັບທາງໄກກັບ ທ່ານ ນາງ ເພັນນີ ວອງ (Ms. Penny WONG) ລັດຖະມົນຕີ ຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອແຈ້ງໃຫ້ຊາບກ່ຽວກັບຄວາມ ເອົາໃຈໃສ່ຂອງລັດຖະບານ ແຫ່ງ ສປປ ລາວ ແລະ ຄວາມຄືບໜ້າໃນ ການດຳເນີນຄະດີດັ່ງກ່າວ. ສອງ ຝ່າຍເຫັນດີທີ່ຈະສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີງາມໃຫ້ແຕກ ດອກອອກຜົນຍິ່ງໆ ເພື່ອນໍາເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ ລາວ-ອົດສະຕຣາລີ. ບົດເພງອະມະຕະສາກົນ ທີ່ມີ ຄວາມແຕກຕ່າງ ແລະ ຫລາກ ຫລາຍ. ພ້ອມກັນນີ້, ຍັງມີບົດເພງ, ບົດຟ້ອນທີ່ສັນລະເສີນມູນເຊື້ອ ຄວາມສາມັກຄີມິດຕະພາບແບບຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ກໍຄື ການສ້າງຄູ່ຮ່ວມ ຊາຕາກໍາສັງນິຍົມທີ່ມີຄວາມໝາຍ ຍຸດທະສາດສອງຊາດ ລາວ-ຈີນ, ຈີນ-ລາວ. ພັກ ແລະ ລັດຖະບານ ລາວ ຖືສໍາຄັນຕໍ່ການຈັດຕັ້ງປະຕິ ບັດແຜນແມ່ບົດວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍ ສະເພາະແມ່ນການສົ່ງເສີມແລກ ປ່ຽນດ້ານວັດທະນະທຳ ແລະ ການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ສອງຊາດ ລາວ-ຈີນ ເພື່ອເຮັດໃຫ້ ມູນເຊື້ອການພົວພັນຮ່ວມມື ລາວຈີນ ຢັ່ງຮາກຝັງເລິກໃນຈິດໃຈຂອງ ປະຊາຊົນສອງຊາດ ແລະ ຕີລາຄາ ສູງການຈັດງານໃນຄັ້ງນີ້ ຖືເປັນ ເວທີໜຶ່ງທີ່ສຳຄັນ ແລະ ມີຄວາມ ໝາຍເປັນຢ່າງຍິ່ງໃຫ້ຄະນະສິລະປະ ທັງສອງປະເທດລາວ-ຈີນກໍຄືການ ສົ່ງເສີມການຮ່ວມມືດ້ານວັດທະນະ ທຳ ແລະ ເປັນຂົວຕໍ່ມິດຕະພາບ ທີ່ສຳຄັນເຮັດໃຫ້ວັດທະນະທຳ, ປະ ຊາຊົນສອງຊາດ ລາວ-ຈີນ ໄດ້ຫຍັບ ມໍ່ເຂົ້າຫາກັນຫລາຍຂຶ້ນ. ທ່ານ ນາງ ຟາງຫົງ ເອກອັກຄະ ລັດຖະທູດແຫ່ງ ສປ ຈີນ ປະຈຳ ລາວ ກໍໄດ້ກ່າວວ່າ: ບຸນກຸດຈີນແມ່ນ ບຸນປະເພນີທີ່ຍິ່ງໃຫຍ່ທີ່ສຸດຂອງ ປະຊາຊາດຈີນ ຊຶ່ງບົ່ງບອກເຖິງ ຄວາມໝາຍຂອງການພົບປະກັນ ຂອງຄອບຄົວ, ຄວາມມຸ່ງຫວັງ ແລະ ຄວາມຫວັງໃໝ່; ດົນຕີແມ່ນພາສາທີ່ ບໍ່ມີພົມແດນ, ສາມາດເຕົ້າໂຮມ ຄວາມຮູ້ສຶກ ແລະ ເຮັດໃຫ້ຈິດໃຈ ໃກ້ຊິດກັນໄດ້ດີທີ່ສຸດ. ນີ້ບໍ່ພຽງແຕ່ ແມ່ນງານລ້ຽງທາງດ້ານສິລະປະ ລະດັບສູງເທົ່ານັ້ນ, ແຕ່ຍັງແມ່ນ ການປະຕິບັດຕົວຈິງຂອງຄວາມ ສວຍງາມທີ່ຫລາກຫລາຍ ແລະ ການຮ່ວມກັນສ້າງຄວາມສວຍງາມ ຂອງ ຈີນ-ລາວ ທັງແມ່ນຂອງຂວັນ ປີໃໝ່ມອບໃຫ້ໄຊຊະນະຂອງກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ມິດ ຕະພາບອັນຍິ່ງໃຫຍ່ ຈີນ-ລາວ. ປີໃໝ່ຈີນ ໃກ້ຈະມາເຖິງນີ້ແມ່ນປີ ມ້າຂໍໃຫ້ພວກເຮົາຈົ່ງຮ່ວມກັນເສີມ ຂະຫຍາຍ “ຈິດວິນຍານມັງກອນມ້າ”, ກ້າວໄປຂ້າງໜ້າຢ່າງຂະ ຫຍັນຂັບເຄື່ອນ, ຮ່ວມມືກັນຊຸກຍູ້ ພາລະກິດສັງຄົມນິຍົມຂອງ ຈີນລາວ ໃຫ້ກ້າວຂຶ້ນແຖວໜ້າ ແລະ ໃຫ້ມິດຕະພາບຈີນ-ລາວ ກ້າວໄປ ຂ້າງໜ້າຢ່າງສະຫງ່າງາມ. ຂ່າວ: ກິດຕາ; ພາບ: ຂັນໄຊ ຊຶ່ງມາຮອດວັນທີ 14 ກຸມພາ ນີ້, ຄະນະທີ 1 ກໍໄດ້ລົງຫາສຽງ ແລະ ສະເໜີຕົວແລ້ວ 9 ເມືອງ ແລະ ຍັງ ອີກ 5-6 ວັນ ກໍຈະສຳເລັດ ແລະ ຈະສິ້ນສຸດໃນວັນທີ 20 ກຸມພາ ຢູ່ ນະຄອນໄກສອນພົມວິຫານ. ການເລືອກຕັ້ງສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນເເຂວງ (ສສຂ) ຊຸດທີ V ທຽບໃສ່ຄັ້ງຜ່ານມາແມ່ນ ມີຄວາມແຕກຕ່າງກັນເນື່ອງຈາກ ສຸດຂອງປະຊາຊົນ ແລະ ສຸມໃສ່ ຈັດຕັ້ງປະຕິບັດວຽກງານຕິດຕາມ ກວດກາ ເພື່ອຮັບປະກັນໃຫ້ການ ບໍລິຫານງານຂອງລັດຖະບານ ແລະ ອົງການຕຸລາການມີຄວາມໂປ່ງ ໃສ ແລະ ຍຸຕິທຳຍິ່ງໆຂຶ້ນ ໂດຍຈະ ຍຶດຖືຫລັກການເຮັດວຽກ ໂດຍປະ ຊາຊົນ ແລະ ເພື່ອປະຊາຊົນຢ່າງ ແທ້ຈິງ ເພື່ອເຮັດໃຫ້ວຽກງານຂອງ ສະພາແຫ່ງຊາດເຂົ້າເຖິງ ແລະ ຕິດ ພັນກັບຊີວິດການເປັນຢູ່ຂອງພໍ່ແມ່ ປະຊາຊົນໃຫ້ໄດ້ຫລາຍທີ່ສຸດ. ທ່ານ ທະນົງໄຊ ຄຸດໄພທູນ (ສສຊ) ຊຸດທີ X ປະຈຳເຂດເລືອກ ຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ໜ່ວຍເລືອກຕັ້ງທີ 4 ໄດ້ສືບ ຕໍ່ລົງໂຄສະນາຫາສຽງ ແລະ ສະເໜີ ຕົວຕໍ່ຜູ້ມີສິດເລືອກຕັ້ງ ໂດຍມີຜູ້ມີສິດ ຫ້າງຫາກະກຽມໃຫ້ແກ່ການເລືອກ ຕັ້ງພວມເປັນຂະບວນກວ້າງຂວາງ ຟົດຟື້ນ, ບັນດາຜູ້ຮັບສະໝັກເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງກໍໄດ້ລົງໂຄສະນາຫາ ສຽງພົບປະຜູ້ມີສິດເລືອກຕັ້ງໃນ ຂອບເຂດທົ່ວປະເທດ ຢ່າງເປັນ ຂະບວນ. ຂະນະດຽວກັນປະຊາຊົນ ກໍຄື ຜູ້ມີສິດເລືອກຕັ້ງຕ່າງກໍມີ ເປົ້າໝາຍຈະເລືອກເອົາ ສສຊ ແລະ ສສຂ ທີ່ມີຄວາມຮູ້, ຄວາມສາມາດ ກ້າສະແດງທັດສະນະຂອງຕົນເອງ ແລະ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງ ແທ້ຈິງ. ທ່ານ ຄຳສິງ ລັດຕະນະ ອາຍຸ 73 ປີ ປະຊາຊົນບ້ານໜອງທາ ເໜືອ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 13 ກຸມພາ 2026 ວ່າ: ຕົນເອງແມ່ນຮູ້ສຶກຕື່ນເຕັ້ນທີ່ຈະ ໄດ້ໃຊ້ສິດເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ ຊຸດໃໝ່ ໂດຍມີ ເປົ້າໝາຍຈະເລືອກເອົາ ສສຊ ຄົນ ທີ່ມີຄວາມຮູ້, ຄວາມສາມາດ, ກ້າ ປາກກ້າເວົ້າ, ກ້າສະແດງທັດສະນະ ຂອງຕົນເອງ ກໍຄື ກ້ານຳເອົາຄວາມ ຄິດເຫັນຂອງພໍ່-ແມ່ປະຊາຊົນໄປ ສະເໜີຕໍ່ສະພາແຫ່ງຊາດ ເພື່ອນຳ ໄປສູ່ການປັບປຸງແກ້ໄຂບັນຫາ ຕ່າງໆທີ່ເກີດຂຶ້ນໃນສັງຄົມ ກໍຄື ບັນດາປະກົດການຕ່າງໆເປັນຕົ້ນ ບັນຫານໍ້າປະປາມາບໍ່ປົກກະຕິ, ປັບ ປຸງລະບົບໄຟຟ້າໃຫ້ມີຄວາມສະ ຖຽນຂຶ້ນກວ່າເກົ່າ ໂດຍສະເພາະ ໃນເວລາຝົນຕົກ, ຟ້າຮອງໄຟຟ້າມັກ ຈະດັບ. ພ້ອມນີ້, ໄລະຍະລະດູຮ້ອນ ການໃຊ້ໄຟຟ້າຢູ່ແຕ່ລະບ້ານຈະຕ້ອງ ເພີ່ມຂຶ້ນ ສະນັ້ນ, ຕ້ອງຮັບປະກັນ ໃຫ້ລະບົບໄຟຟ້າພຽງພໍກັບການຊົມ ໃຊ້, ປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ຖືກລົງ; ສະເໜີໃຫ້ ສສຊ ແລະ ສສຂ ຊຸດໃໝ່ ສະເໜີຕໍ່ລັດຖະບານ ສືບຕໍ່່ປັບປຸງການຈາລະຈອນໃນ ຊົ່ວໂມງເລັ່ງດ່ວນບໍ່ໃຫ້ລົດແອອັດ, ເລັ່ງແກ້ໄຂບັນຫາຄວາມສະອາດ ພາຍໃນຕົວເມືອງນະຄອນຫລວງ ໂດຍສະເພາະບັນຫາຂີ້ເຫຍື້ອ. ທ່ານ ຄຳສິງ ລັດຕະນະ ຍັງ ໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ ບັ້ນເລືອກຕັ້ງຄັ້ງນີ້, ບັນລຸຕາມ ຄາດໝາຍຕົນເອງກໍໄດ້ບອກລູກ, ບອກຫລານທີ່ມີອາຍຸແຕ່ 18 ປີ ຂຶ້ນໄປໃຫ້ອອກມາໃຊ້ສິດຂອງຕົນ ປ່ອນບັດເອົາຜູ້ແທນທີ່ໄດ້ມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອໄປ ເຮັດໜ້າທີ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢູ່ໃນ ສະພາ. ວ່າ: ຕົນເອງມີຄວາມພາກພູມໃຈທີ່ ໄດ້ຮັບຄວາມໄວ້ວາງໃຈຈາກການ ຈັດຕັ້ງໃຫ້ລົງສະໝັກຮັບເລືອກຕັ້ງ ໃນຄັ້ງນີ້ ຖືເປັນໜ້າທີ່ອັນມີກຽດ ແລະ ເປັນສິ່ງທ້າທາຍໃໝ່ ທີ່ຈະໄດ້ ນຳເອົາຄວາມຮູ້ຄວາມສາມາດທີ່ ຖອດຖອນໄດ້ຈາກຫລາຍຂະແໜງ ການ ມາປະກອບສ່ວນເຂົ້າໃນວຽກ ງານສະພາ ເພື່ອສ້າງສາພັດທະນາ ປະເທດຊາດໃຫ້ກ້າວໜ້າ. ພ້ອມນີ້, ກໍ ຈະໄດ້ເອົາໃຈໃສ່ວຽກງານກວດກາ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດ ທະນາ ແລະ ການລົງທຶນຕ່າງໆ ໃຫ້ມີປະສິດທິພາບ, ການແກ້ໄຂບັນ ຫາເປັນຕົວແທນໃນການຮັບຟັງ ແລະ ຊ່ວຍແກ້ໄຂຂໍ້ຂ້ອງໃຈຂອງ ປະຊາຊົນ, ທັງເປັນຂົວຕໍ່ສົ່ງສຽງ ສະທ້ອນ ແລະ ຄວາມຕ້ອງການ ຂອງພໍ່ແມ່ປະຊາຊົນໄປຍັງລັດຖະ ບານ ແລະ ສະພາແຫ່ງຊາດຢ່າງ ເປັນຮູບປະທຳ. ໃນຕອນທ້າຍ ທ່ານ ກິແກ້ວ ບຸບຜາວັນ ໄດ້ຝາກເຖິງພໍ່ແມ່ປະຊາ ຊົນຊາວນະຄອນຫລວງວຽງຈັນ ໃຫ້ຊ່ວຍພິຈາລະນາເລືອກເອົາຜູ້ທີ່ ມີຄວາມຮູ້ ແລະ ປະສົບການເຂົ້າ ໄປເຮັດໜ້າທີ່ໃນສະພາ, ໃນນາມ ຕົວແທນຈາກຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຂ້າພະເຈົ້າ ໝາຍເລກ 8 ຂໍຝາກເນື້ອຝາກຕົວ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບ ຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງ ວ່າໄດ້ມີຄາດໝາຍວາງໄວ້ເປັນ ຕົ້ນຊຸດທີ່ຜ່ານມາວາງຄາດໝາຍ 300% ຊຸດນີ້ແມ່ນ 400% ຄື: 1. ປະຊາຊົນຜູ້ມີສິດເລືອກຕັ້ງໄປ ເລືອກຕັ້ງຄົບຈຳນວນ 100%, 2. ຜູ້ມີສິດເລືອກຕັ້ງຮູ້ນຳໃຊ້ສິດຕາມ ລະບຽບກົດໝາຍ ໂດຍສະເພາະ ແມ່ນກົດໝາຍການເລືອກຕັ້ງໃຫ້ ໄດ້ 100%, 3. ຮັບປະກັນຄວາມ ສະຫງົບປອດໄພໃຫ້ແກ່ການເລືອກ ຕັ້ງ 100% ແລະ 4. ການເລືອກ ຕັ້ງມີຄວາມໂປ່ງໃສ ແລະ ທັນເວລາ 100%. ສໍາລັບຈຸດພິເສດອັນທີ 1 ໃນການເລືອກຕັ້ງຄັ້ງນີ້ ແມ່ນ ການນຳເອົາຜູ້ສະໝັກຮັບເລືອກ ຕັ້ງເປັນຄົນໜຸ່ມ, ຜູ້ມີອາຍຸຮຸ່ນກາງ ຈຳນວນຫລາຍຂຶ້ນ, ສ່ວນຮຸ່ນອາວຸ ໂສ ກໍມີພຽງ 10-15%; ອັນທີ 2 ແມ່ນການທີ່ທາງສູນກາງພັກ ໃຫ້ຄວາມສຳຄັນແກ່ເພດຍິງລົງ ສູ່ເວທີການເມືອງ, ລົງເປັນຜູ້ສະ ໝັກຮັບເລືອກຕັ້ງ ເພື່ອໃຫ້ຜູ້ມີສິດ ປ່ອນບັດເລືອກຕັ້ງເລືອກເອົາໃຫ້ ໄດ້ 30% ຂຶ້ນໄປຂອງຈຳນວນ ຜູ້ສະໝັກທັງໝົດ. ນອກນັ້ນ, ຍັງ ແຕກຕ່າງຈາກຊຸດຜ່ານມາຍ້ອນວ່າ ໄດ້ມີການຕົກລົງເອົາການນຳຂັ້ນສູງ ຈຳນວນ 36 ທ່ານ ລົງສະໝັກຮັບ ເລືອກຕັ້ງ ໂດຍສະເພາະແມ່ນມີຂັ້ນ ກຳມະການກົມການເມືອງສູນກາງ ພັກ 4 ທ່ານ, ເລຂາທິການສູນກາງ ພັກ 1 ທ່ານ ແລະ ກໍາມະການສົມ ບູນ ແລະ ສຳຮອງສູນກາງພັກ ຈຳນວນ 31 ທ່ານ; ອັນພິເສດແມ່ນ ເປັນຄັ້ງທຳອິດທີ່ໃຫ້ບັນດາເລຂາພັກ ແຂວງລົງສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ແລະ ທັງ ຈະເປັນປະທານສະພາປະຊາຊົນຂັ້ນ ແຂວງ ໃນ 18 ເຂດເລືອກຕັ້ງທົ່ວ ປະເທດ. ຖືວ່າການເລືອກຕັ້ງຄັ້ງນີ້ ແມ່ນມີຫລາຍຈຸດພິເສດ ແລະ ມີອັນ ແຕກຕ່າງກັນໃນຊຸດຜ່ານມາ, ແຕ່ ສິ່ງຄ້າຍຄືກັນກໍແມ່ນການເຮັດໃຫ້ຜູ້ ມີສິດເລືອກຕັ້ງທັງໝົດສາມາດໄປ ໃຊ້ສິດປະຊາທິປະໄຕຂອງຕົນຕາມ ທີ່ລະບຽບກົດໝາຍວາງໄວ້. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຫວັງ ຢ່າງຍິ່ງວ່າ: ການເລືອກຕັ້ງຄັ້ງນີ້ ພວກເຮົາຈະສາມາດບັນລຸໄດ້ເປົ້າ ໝາຍ ແລະ ຄາດໝາຍທີ່ວາງໄວ້ ເພື່ອປະກອບສ່ວນເຮັດໃຫ້ປະເທດ ຊາດສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມໝັ້ນຄົງ, ທັງຫວັງວ່າບັນດາທ່ານຜູ້ມີສິດ ເລືອກຕັ້ງໃນທົ່ວປະເທດຈະຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນ ເພື່ອໄປນຳໃຊ້ສິດໃນວັນອາທິດ ທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ທົ່ວ ເຖິງກັນໃນທົ່ວປະເທດ. ໄດ້ເນັ້ນໜັກວ່າການຊ່ວຍເຫລືອ ສັງຄົມໃນຮູບແບບສ່ວນບຸກຄົນນັ້ນ ອາດຈະແກ້ໄຂບັນຫາໄດ້ພຽງໄລຍະ ສັ້ນ. ດັ່ງນັ້ນ, ທ່ານຈຶ່ງມີຄວາມຕັ້ງ ໃຈທີ່ຈະນຳເອົາບົດຮຽນຈາກການ ເປັນສະມາຊິກສະພາປະຊາຊົນ ນະຄອນຫລວງ (ສສນວ) ຢູ່ເຂດ ເມືອງໄຊເສດຖາ ໃນໄລຍະ 5 ປີ ຜ່ານມາ ມາຂະຫຍາຍຜົນໃນລະດັບ ຊາດ. “ຖ້າພວກເຮົາສາມາດແກ້ໄຂ ບັນຫາໃນລະດັບກົດໝາຍ ແລະ ລະດັບນະໂຍບາຍໄດ້ຈະສາມາດ ຊ່ວຍເຫລືອປະເທດຊາດ ແລະ ສັງ ຄົມໄດ້ໃນວົງກວ້າງ ແລະ ຍາວນານ. ທ່ານ ທະນົງໄຊ ຄຸດໄພທູນ ມີ ພື້ນຖານການສຶກສາທີ່ໂດດເດັ່ນທັງ ພາຍໃນ ແລະ ຕ່າງປະເທດ ໂດຍ ຈົບປະລິນຍາໂທສາຂາບໍລິຫານ ທຸລະກິດສາກົນຈາກມະຫາວິທະ ຍາໄລເບີມິງແຮມ ປະເທດອັງກິດ ແລະ ປັດຈຸບັນພກຳລັງສຶກສາຕໍ່ລະ ດັບປະລິນຍາເອກ ດ້ານບໍລິຫານ ທຸລະກິດລະຫວ່າງປະເທດ ດ້ວຍ ປະສົບການເຮັດວຽກທີ່ຍາວນານ ກວ່າຫລາຍກວ່າ 14 ປີ, ໄດ້ຜ່ານ ການດຳລົງຕຳແໜ່ງທີ່ສຳຄັນ ຫລາຍດ້ານ ເຊັ່ນ: ອະດີດພະນັກ ງານວິຊາການຢູ່ສຳນັກງານນາ ຍົກລັດຖະມົນຕີ, ປັດຈຸບັນດຳລົງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ ເປັນກຳມະການສຳຮອງສູນກາງ ພັກ, ກຳມະການປະຈຳພັກນະຄອນ ຫລວງວຽງຈັນ, ເລຂາໜ່ວຍພັກ ຮາກຖານຫົວໜ້າຫ້ອງການຄະນະ ກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນນະຄອນຫລວງສະມາ ຊິກສະພາປະຊາຊົນ ນວ ທັງເປັນ ປະທານຄະນະບໍລິຫານງານສະຫະ ພັນກິລາໝາກເສິກນະຄອນຫລວງ. ຂ່າວ: ກິດຕາ ພາບ: ໜັງສືພິມວຽງຈັນໃໝ່ ຜູ້ມີສິດເລືອກຕັ້ງໃນນະຄອນຫລວງ ວຽງຈັນ. ປັດຈຸບັນ,ທ່ານກິແກ້ວບຸບຜາວັນ ດຳລົງຕຳແໜ່ງເປັນຮອງລັດຖະ ມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ພື້ນຖານການສຶກສາລະດັບປະລິນ ຍາໂທດ້ານການພົວພັນຕ່າງປະເທດ ຈາກສປຈີນແລະມີປະສົບການເຮັດ ວຽກທີ່ຫລາກຫລາຍທັງໃນຂົງເຂດ ການທູດຢູ່ກະຊວງການຕ່າງປະເທດ ແລະ ການລົງພັດທະນາຮາກຖານຢູ່ ທ້ອງຖິ່ນ (ແຂວງອຸດົມໄຊ) ເປັນ ເວລາຫລາຍປີ. ໃນໂອກາດນີ້, ທ່ານ ບຸນເກືອ ຈັນທະວີສຸກ ປະຊາຊົນບ້ານໜອງ ທາເໜືອ ກໍໄດ້ກ່າວວ່າ: ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງຄັ້ງນີ້, ແມ່ນເຫດການ ການເມືອງສໍາຄັນຂອງຊາດ ກໍຄື ລະບອບປະຊາທິປະໄຕປະຊາຊົນ ໃນນາມພົນລະເມືອງລາວຜູ້ໜຶ່ງມີ ຄວາມພາກພູມໃຈທີ່ຈະໄດ້ໃຊ້ສິດ ປະຊາທິປະໄຕເລືອກເອົາ ສສຊ ແລະ ສສຂ ຊຸດໃໝ່. ພ້ອມທັງສະ ເໜີໃຫ້ ສສຊ ແລະ ສສຂ ຊຸດໃໝ່ ສະເໜີຕໍ່ລັດຖະບານ ກໍຄື ພາກສ່ວນ ກ່ຽວຂ້ອງເລັ່ງແກ້ໄຂບັນຫາອັດຕາ ເງິນເຟີ້, ຄວບຄຸມລາຄາສິນຄ້າ, ລາ ຄາໄຟຟ້າ, ການປັບປຸງເສັ້ນທາງໃຫ້ ດີຂຶ້ນກວ່າເກົ່າ ແລະ ສະເໜີໃຫ້ບໍລິສັດ ຮັບເໝົາເກັບຂີ້ເຫຍື້ອ ກໍຄືພະນັກງານ ທີ່ມາເກັບຂີ້ເຫຍື້ອແຕ່ລະອາທິດໃຫ້ ມີຄວາມຮັບຜິດຊອບເກັບມ້ຽນໃຫ້ ສະອາດບໍ່ໃຫ້ຂີ້ເຫຍື້ອຊະຊາຍຕາມ ເສັ້ນທາງຮ່ອມຕ່າງໆ. ຂ່າວ: ກິດຕາ ເລືອກຕັ້ງ 3 ບ້ານ ແລະ 2 ອົງການ ຄື: ບ້ານນາໄຫ, ນາໄຮ່, ສາລາຄຳ ໃຕ້, ພະນັກງານສານ ແລະ ໄອຍະ ການເຂດ 4 ເຂົ້າຮ່ວມຮັບຟັງ. ການລົງສະເໜີຕົວຫາສຽງ ຂອງໜ່ວຍ 4 ຄັ້ງນີ້ ນໍາໂດຍທ່ານ ໄຊນະຄອນ ອິນທະວົງ (ເບີ 04) ຮອງເລຂາ ຄະນະພັກກະຊວງ, ຮອງ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ນະຄະເສນ ສີຫາລາດ (ເບີ 10) ກຳມະການ ພັກນະຄອນຫລວງວຽງຈັນ, ຄະນະ ປະຈໍາສະພາ, ຫົວໜ້າຫ້ອງວ່າການ ສະພາປະຊາຊົນນະຄອນຫລວງ ວຽງຈັນ, ທ່ານ ສອນໄຊ ສີສົມພັນ (ເບີ 14) ກຳມະການພັກນະຄອນ ຫລວງວຽງຈັນ, ຫົວໜ້າພະແນກ ວັດ ທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ, ທ່ານ ນາງ ບົວລະພັນ ທິລະສັກ (ເບີ 22) ຮອງປະທານກວດກາພັກ, ຮອງປະທານອົງການກວດກາລັດ ນະຄອນຫລວງວຽງຈັນ ແລະ ທ່ານ ປະສາດໄຊ ພິລາພັນເດຊ (ເບີ 24) ຜູ້ອຳນວຍການບໍລິສັດລາວໂຕ ໂຍຕ້າ ບໍລິການ ຈຳກັດ. ຫລັງຈາກນັ້ນ, ແຕ່ລະທ່ານໄດ້ ຜັດປ່ຽນກັນສະເໜີຕົວເພື່ອໃຫ້ຜູ້ ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບ ເລືອກຕັ້ງ ເພື່ອເປັນບ່ອນອີງໃນການ ຄົ້ນຄວ້າ, ສົມທຽບໃສ່ມາດຕະຖານ ເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນ ເຫັນວ່າມີມາດຕະຖານກວ່າໝູ່ ເພື່ອ ເປັນຕົວແທນຂອງຕົນປະຕິບັດສິດ ອຳນາດຂອງປະຊາຊົນຢູ່ສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ນວ. ພ້ອມກັນນີ້, ຍັງເປັນການສ້າງ ໂອກາດໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ພົບປະ ແລະ ແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ຕັດສິນໃຈເລືອກເອົາຜູ້ເໝາະສົມ ເປັນຕົວແທນຂອງຕົນຢູ່ໃນສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ. ພ້ອມກັນນີ້, ຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໜ່ວຍ ເລືອກຕັ້ງທີ 1 ໄດ້ລົງຫາສຽງຢູ່ວັດ ສິມມະໂນເໜືອ, ໜ່ວຍທີ 2 ຢູ່ວັດ ບ້ານສະຫວ່າງ, ໜ່ວຍທີ 3 ວັດ ບ້ານໜອງໄຮ ແລະ ໜ່ວຍທີ 5 ວັດ ທ່າພະ. ສຳລັບໃນວັນທີ 15 ກຸມພາ 2026 ຄະນະຜູ້ຮັບສະໝັກເລືອກຕັ້ງ ສສຊ ຍັງສືບຕໍ່ລົງຫາສຽງຢູ່ເມືອງ ຫາດຊາຍຟອງ. ໃນນັ້ນ, ໜ່ວຍທີ 1 ຢູ່ວັດດອນດູ່, ໜ່ວຍທີ 2 ວັດຫາດ ດອກແກ້ວ, ໜ່ວຍທີ 3 ວັດຫົວຫ້າ, ໜ່ວຍທີ 4 ວັດບ້ານໂຄກຊາຍ ແລະ ໜ່ວຍທີ 5 ວັດບ້ານຊຽງຄວນ.
RkJQdWJsaXNoZXIy MTc3MTYxMQ==