13/02/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *ວັນນີ້ ທະນົງໃຈເອກອ້າງ ຊົມຊື່ນປິຕິ ເພາະເຮົາມີສິດສຽງ ເລືອກຕົວແທນເຮົາໄດ້ ຟັງເຢີ! ປະຊາລາວເໜືອໃຕ້ ເທີງພູດອຍ ຮາບລຸ່ມ ຢ່າລືມ ໄປປ່ອນບັດເລືອກຕັ້ງ ເອົາຜູ້ແທນພີ່ນ້ອງໄປ ຕາງໜ້າຢູ່ສະພາ ໄປປ່ອນບັດເລືອກຕັ້ງ ຫາກແມ່ນໜຶ່ງໃນພາລະ ຂອງປະຊາຊົນລາວ ຢູ່ທົ່ວດິນແດນດ້າວ ຍາມຍຸກໂລກາກ້າວ ປະຊາລາວແຂງແກ່ນ ເລືອກຕົວແທນຕາງໜ້າ ໂວຫານກ້າສູ່ສະພາ ຜູ້ແທນຈະເປັນຜູ້ຕາງໜ້າ ຄອຍຊ່ວຍຖະແຫລງໄຂ ນຳເອົາຄຳເຫັນໄປ ສູ່ສະພາປຶກສາເວົ້າ ພິຈາລະນາຕາງເຮົາໄດ້ ໃນທິດທາງທີ່ສອດຄ່ອງ ທັງຊີ້ແຈງຂອດຂ້ອງ ປະຊາຮ້ອງສ່ອງແສງ ໄດ້ແລ້ວ ເຊີນເຢີ! ແນວພີ່ນ້ອງ ລາວທຸກຖິ່ນແຖວຖັນ ພາກັນໄປລົງຄະແນນ ຢ່າລະເລີຍສິດນັ້ນ ກາເອົາເບີເຮົາໝາຍໝັ້ນ ເປັນຄົນດີຄົນເກັ່ງ ເປັນໂຕແທນພີ່ນ້ອງ ໄປຕາງໜ້າວ່າແທນ ເຮົາແລ້ວ ວັນທີ 22 ກຸມພາ 2026 ນີ້ ຢ່າລະຫລີກລືມສິດ ວັນນັດໝາຍນິມິດ ປ່ອນບັດວັນນັ້ນ ເລືອກຜູ້ແທນສະພາ ທັງສອງຂັ້ນ ຕາມທິດນຳກຳນົດໃສ່ ເລືອກ ສສຊ ຄັ້ງທີ 10 ແລະ ສສຂ ຄັ້ງທີ 5 ປວງປະຊາລາ ພີ່ນ້ອງ ແມ່ນສິດພ້ອມຊອບທຳເຮົາແລ້ວ. 9qj '8A '|h kwxg]n vdz6h cmo |bj 'ly f |bj 'lP' 0v'mj kogrnj v-kf ໂດຍ: ເຂັນຄຳ ສຸດທະວິັຸິ ພະນັກງານຫລັກແຫລ່ງ...ັັ່ ຄະນະບໍລິຫານງານຊາວໜຸ່ມ...ໍິຸ່ ລັດຖະມົນຕີກະຊວງການຕ່າງ...ັົີ່ ຜູ້ຮັບສະໝັກເລືອກຕັ້ງເປັນ...ູ້ັັືັ້ັ ສະຫລອງຜົນສໍາເລັດ...ົໍັ ຂປລ. ໃນວັນທີ 12 ກຸມພາ 2026 ນີ້, ຄະນະບໍລິຫານງານຊາວ ໜຸ່ມຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ນຳໂດຍສະຫາຍ ພູວຽງ ພົງສະຫວັດດີ ກຳມະການ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມ ຄອສພ, ພ້ອມດ້ວຍບັນດາ ຄະນະຊາວໜຸ່ມຮາກຖານ, ເລຂາ ໜ່ວຍຊາວໜຸ່ມ ແລະ ສະມາຊິກ ຊາວໜຸ່ມອ້ອມຂ້າງ ຄອສພ ເຂົ້າ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ຫລໍ່ປະທານ ໄກສອນ ພົມວິຫານ ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ເພື່ອຂ່ຳນັບ ຮັບຕ້ອນກອງປະຊຸມໃຫຍ່ອົງຄະນະ ພັກ ຄະນະໂຄສະນາອົບຮົມສູນກາງ ພັກ ຄັ້ງທີ 6 ທີ່ຈະຈັດຂຶ້ນໃນມໍ່ໆນີ້ ແລະ ຊົມເຊີຍຜົນສຳເລັດກອງປະ ຊຸມຄົບຄະນະບໍລິຫານງານສູນກາງ ຊາວໜຸ່ມ ຄັ້ງທີ 2 ສະໄໝທີ 9 ທັງ ເປັນການສ້າງຂະບວນການຂໍ່ານັບ ຊົມເຊີຍ 3 ວັນປະຫວັດສາດຂອງ ພັກຂອງຊາດ ຕື່ມອີກ. ການວາງກະຕ່າດອກໄມ້ຕໍ່ໜ້າ ຮູບປັ້ນຫລໍ່ຂອງປະທານ ໄກສອນ ພົມວິຫານ ໃນຄັ້ງນີ້, ເພື່ອສະແດງ ຂປລ.ໃນວັນທີ10ກຸມພາ2026, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍໃນຮູບແບບທາງໄກກັບ ທ່ານ ອີວານ ກິລ (Yvan Gil) ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ ໂດຍ ມີພະນັກງານຈາກພາກສ່ວນກ່ຽວ ຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ຝ່າຍເວເນຊູເອລາ ໄດ້ແຈ້ງໃຫ້ຝ່າຍລາວຊາບກ່ຽວກັບ ຄວາມຄືບໜ້າຂອງສະພາບຄວາມ ເຄັ່ງຕຶງທີ່ເກີດຂຶ້ນຢູ່ເວເນຊູເອລາ, ສ່ວນຝ່າຍລາວ ກໍໄດ້ສະແດງຄວາມ ເປັນຫ່ວງຢ່າງຍິ່ງຕໍ່ສະພາບການ ດັ່ງກ່າວ ພ້ອມທັງສະໜັບສະໜູນ ເວເນຊູເອລາ ໃນການປົກປັກຮັກສາ ຄວາມເປັນເອກະລາດແຫ່ງຊາດ ແລະ ອໍານາດອະທິປະໄຕຂອງ ຕົນພ້ອມທັງເຊື່ອໝັ້ນວ່າພາຍໃຕ້ ການນໍາພາຂອງລັດຖະບານ ເວເນ ຊູເອລາ ແລະ ຄວາມສາມັກຄີເປັນ ປຶກແຜ່ນຂອງປະຊາຊົນພາຍໃນ ຊາດ, ເວເນຊູເອລາ ຈະສາມາດ ຜ່ານຜ່າເວລາທີ່ມີຄວາມຫຍຸ້ງຍາກ ດັ່ງກ່າວໄປໄດ້ ແລະ ເຮັດໃຫ້ ເວເນຊູ ເອລາ ກັບມາສູ່ສະພາບປົກກະຕິໂດຍ ໄວ. ພ້ອມດຽວກັນນັ້ນ, ຝ່າຍລາວ ຍັງໄດ້ຢໍ້າຄືນກ່ຽວກັບຈຸດຢືນຂອງ ຕົນໃນການຍຶດໝັ້ນຢ່າງເຂັ້ມງວດຕໍ່ ກົດໝາຍສາກົນ ແລະ ກົດບັດສະຫະ ປະຊາຊາດລວມທັງຫລັກການ ເຄົາລົບອຳນາດອະທິປະໄຕແຫ່ງ ຊາດ, ຫລີກລ່ຽງການນໍາໃຊ້ກໍາ ລັງ ຫລື ນໍາໃຊ້ກໍາລັງຂົ່ມຂູ່, ແກ້ໄຂ ບັນຫາຂັດແຍ່ງລະຫວ່າງປະເທດ ດ້ວຍການເຈລະຈາ ໂດຍສອດຄ່ອງ ກັບກົດໝາຍສາກົນ. ນອກຈາກນັ້ນ, ສອງຝ່າຍໄດ້ ແຈ້ງໃຫ້ກັນຊາບກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນພາຍໃນປະເທດຂອງ ຕົນພ້ອມທັງໄດ້ປຶກສາຫາລື ແລະ ສັງເກດຕີລາຄາຄືນການພົວພັນ ຮ່ວມມືໃນໄລຍະຜ່ານມາລະຫວ່າງ ສອງປະເທດ ລາວ ແລະ ເວເນຊູ ເອລາ ເວົ້າລວມ, ເວົ້າສະເພາະລະ ຫວ່າງສອງກະຊວງການຕ່າງປະ ເທດ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາ ຂປລ. ເມື່ອບໍ່ດົນມານີ້, ລັດຖະ ບານລາວ ຮ່ວມກັບ ລັດຖະບານຈີນ ແລະ ອົງການສະຫະປະຊາຊາດສໍາ ລັບເດັກ (UNICEF) ສະເຫລີມ ສະຫລອງຜົນສໍາເລັດຂອງໂຄງ ການເສີມຂະຫຍາຍວຽກງານຄຸ້ມ ຄອງເດັກ ແລະ ການໃຫ້ບໍລິການ ແກ່ເດັກ ເພື່ອໃຫ້ມີຄວາມເປັນຢູ່ທີ່ ດີໃນທົ່ວປະເທດ ໂດຍການສະໜັບ ສະໜູນຈາກອົງການຮ່ວມມືສາກົນ ເພື່ອການພັດທະນາຂອງປະເທດ ຈີນ (CIDCA) ແລະ ໄດ້ສະໜອງ ເຄື່ອງອຸປະກອນທີ່ສໍາຄັນ ເພື່ອ ພັດທະນາລະບົບແຫ່ງຊາດຂອງ ສປປ ລາວ ໃນດ້ານການບໍລິການ ດ້ານສຸຂະພາບ, ໂພຊະນາການ ແລະ ການຄຸ້ມຄອງເດັກ ໂດຍສະ ເພາະເດັກທີ່ມີຄວາມສ່ຽງ. ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະ ສຸກ ໄດ້ກ່າວວ່າ: ຜົນສໍາເລັດຂອງ ການຈັດຕັ້ງປະຕິບັດໂຄງການນີ້ ເປັນຫລັກຖານສະແດງເຖິງການ ຮ່ວມມືທີ່ຍືນຍົງລະຫວ່າງ ສປປ ລາວ, ລັດຖະບານ ສປ ຈີນ ແລະ ອົງການ UNICEF ໂດຍການສ້າງ ຄວາມໝັ້ນຄົງໃຫ້ແກ່ລະບົບສາທາ ລະນະສຸກຂອງ ສປປ ລາວ ຕັ້ງແຕ່ ລະດັບສູນກາງຈົນເຖິງລະດັບ ແຂວງ ເພື່ອສ້າງອະນາຄົດທີ່ມີ ຄວາມຍືນຍົງທົນທານຫລາຍຂຶ້ນ ສຳລັບເດັກນ້ອຍລາວທຸກຄົນ. ໂຄງການດັ່ງກ່າວ, ໄດ້ມອບອຸປະ ກອນໄອທີ ແລະ ອຸປະກອນເຄື່ອງ ໃຊ້ໃນຫ້ອງການໃຫ້ແກ່ສະຫະພັນ ແມ່ຍິງຂັ້ນສູນກາງ ແລະ ຂັ້ນແຂວງ ຈໍານວນ 18 ແຫ່ງ ເພື່ອໃຫ້ມີຄວາມ ທັນສະໄໝໃນການຄຸ້ມຄອງກໍລະນີ ການປົກປ້ອງເດັກ ແລະ ໂຮງໝໍ 19 ແຫ່ງ ເພື່ອຫລຸດຜ່ອນອັດຕາ ການຕາຍຂອງເດັກເກີດໃໝ່ ເປັນ ຕົ້ນ ໂຕະຊ່ວຍຟື້ນຟູຊີບເດັກເກີດໃໝ່ ແລະ ເຄື່ອງ CPAP. ນອກນັ້ນ, ສປ ຈີນ ຍັງໄດ້ສະໜັບສະໜູນໃນ ການຕໍ່ສູ້ກັບການຂາດສານອາຫານ ແບບຮຸນແຮງ ແລະ ຍົກລະດັບ ມາດຕະຖານການດຳລົງຊີວິດຂອງ ເດັກນ້ອຍໃນ 9 ແຂວງ ຊຶ່ງລວມ ມີ: ການສະໜອງອາຫານເສີມທາງ ການແພດ (RUTF) ຈໍານວນ 7.700 ກ່ອງ ແລະ ຊຸດເຄື່ອງໃຊ້ສຸ ຂະອະນາໄມທີ່ຈຳເປັນ. ທ່ານ ນາງ ຟາງ ຫົງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການນີ້ ສະທ້ອນ ໃຫ້ເຫັນເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນຍາວນານ ແລະ ການຮ່ວມມືທີ່ເປັນຮູບປະທຳລະ ຫວ່າງ ສປປ ລາວ ກັບ ສປ ຈີນ. ການຈັດຕັ້ງປະຕິບັດທີ່ສອດຄ່ອງ ກັບບຸລິມະສິດຂອງລັດຖະບານ ລາວ, ພວກເຮົາກໍາລັງມີສ່ວນຮ່ວມ ໃນການສ້າງຄູ່ຮ່ວມຊາຕາກຳທີ່ມີ ອະນາຄົດຮ່ວມກັນ ເພື່ອຮັບປະກັນ ວ່າຜົນປະໂຫຍດຂອງການພັດທະ ນາແມ່ນເຂົ້າເຖິງແມ່ຍິງ ແລະ ເດັກ ເລືອກຕັ້ງທີ 4 ແຂວງອຸດົມໄຊ ກັບ ພະນັກງານຫລັກແຫລ່ງທົ່ວເມືອງ ຫລາ ໃນວັນທີ 9 ກຸມພາ 2026 ຜ່ານມາ ເພື່ອຮັບຟັງການແນະນຳ ຕົວ ແລະ ແຜນການເຄື່ອນໄຫວ ຂອງຜູ້ສະໝັກເລືອກຕັ້ງ ຊຶ່ງນຳໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົມຮົມ ສູນກາງພັກ ພ້ອມດ້ວຍຜູ້ສະໝັກຮັບ ເລືອກຕັ້ງເປັນ ສສຊ ແລະ ສສຂ. ບ້ານຄຳຮຸ່ງ, ສີວິໄລ, ສາຍນໍ້າເງິນ, ພະຂາວ, ຊ້າງຄູ້, ໜອງພະຍາ ແລະ ບ້ານຕານມີໄຊ. ໂອກາດນີ້,ທ່ານອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກ ເຈົ້າຄອງນະຄອນ ຫລວງວຽງຈັນ, ຜູ້ຮັບສະໝັກເລືອກ ຕັ້ງເບີ 2 ໄດ້ກ່າວວ່າ: ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ນ້ອຍໂດຍກົງ. ໂຄງການນີ້, ສ້າງຂຶ້ນ ບົນພື້ນຖານໂຄງການຂອງອົງການ UNICEF ໃນການຕອບໂຕ້ສຸກເສີນ ຕໍ່ພະຍາດລະບາດ COVID-19 ໂດຍຫັນປ່ຽນຈາກການຕອບໂຕ້ ສຸກເສີນໄປສູ່ລະບົບການພັດທະນາ ແບບໄລຍະຍາວ ເຊັ່ນ: ການຫັນ ປ່ຽນມາເປັນການສຸມໃສ່ການສະ ໜັບສະໜູນດ້ານສຸຂະພາບຈິດ, ສະ ໜັບສະໜູນດ້ານຈິດຕະສັງຄົມ, ການ ຊ່ວຍເຫລືອການລ່ວງລະເມີດຕໍ່ເດັກ ແລະ ການຕ້ານການໃຊ້ຄວາມຮຸນ ແຮງທາງເພດ(GBV), ການຮ່ວມ ມືດັ່ງກ່າວ, ເປັນການການສ້າງກອບ ການຮ່ວມທີ່ຍືນຍົງໃນວຽກງານ ຄວາມເປັນຢູ່ທີ່ດີຂອງເດັກ. ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະ ເທດ ຊຶ່ງນັບຕັ້ງແຕ່ໄດ້ສ້າງຕັ້ງ ການພົວພັນການທູດນໍາກັນໃນວັນ ທີ 5 ຕຸລາ 2005 ເປັນຕົ້ນມາ, ສປປ ລາວ ແລະ ເວເນຊູເອລາ ກໍ ມີການພົວພັນທີ່ດີນໍາກັນຕະຫລອດ ມາ, ມີການສົ່ງສານອວຍພອນ ເນື່ອງໃນໂອກາດວັນສຳຄັນຕ່າງໆ ແລະ ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ລະຫວ່າງການ ນໍາຂອງສອງປະເທດ ແລະ ມີການ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພ້ອມ ທັງມີການຕິດຕໍ່ພົວພັນກັນຢ່າງເປັນ ປົກກະຕິທັງສາຍພັກ-ສາຍລັດ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກ ປ່ຽນຂໍ້ມູນຂ່າວສານແລະທັດສະນະ ກ່ຽວກັບສະພາບການທີ່ພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ ທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອ ປະກອບສ່ວນເຂົ້າໃນການສ້າງສັນ ຕິພາບ, ຄວາມໝັ້ນຄົງ, ສະຖຽນລະ ພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ ກໍຄື ເພື່ອຜົນປະໂຫຍດ ລວມຂອງປະຊາຊົນສອງຊາດ ລາວ ແລະ ເວເນຊູເອລາ. ຂໍ້ມູນ: ກົມການຂ່າວ, ກະຊວງການ ຕ່າງປະເທດ ສະພາປະຊາຊົນຂັ້ນແຂວງ ເປັນ ສ່ວນໜຶ່ງໃນການປັບປຸງ, ບູລະນະ ກົງຈັກການຈັດຕັ້ງ ແລະ ບຸກຄະ ລາກອນໃນລະບົບການເມືອງຢູ່ຂັ້ນ ສູນກາງ ແລະ ຂັ້ນທ້ອງຖິ່ນໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນ. ຂະນະ ດຽວກັນການເລືອກຕັ້ງແມ່ນໜ້າທີ່ ການເມືອງ ຊຶ່ງມັນແມ່ນຄວາມ ຮັບຜິດຊອບຂອງພັກ, ລັດ ແລະ ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ປະກອບສ່ວນເຂົ້າໃນການ ກະກຽມ ແລະ ດຳເນີນການເລືອກ ຕັ້ງທັງປຸກລະດົມປະຊາຊົນລາວ ບັນດາເຜົ່າຜູ້ມີສິດເລືອກຕັ້ງເຂົ້າມາ ໃຊ້ສິດເລືອກຕັ້ງ ສສຊ ແລະ ສສຂ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະຜູ້ມີສິດເລືອກຕັ້ງ ຕ້ອງ ເຂົ້າຮ່ວມການປ່ອນບັດຢ່າງຄົບ ຖ້ວນ, ປ່ອນບັດຖືກຕາມລະບຽບ, ມີ ຄວາມໂປ່ງໃສ ແລະ ພ້ອມກັນເປັນຫູ ເປັນຕາຊ່ວຍເຈົ້າໜ້າທີ່ຮັກສາຄວາມ ສະຫງົບໃຫ້ໄດ້ 100%. ການລົງໂຄສະນາຫາສຽງຄັ້ງນີ້, ຜູ້ສະໝັກຮັບເລືອກຕັ້ງກໍໄດ້ຜັດປ່ຽນ ກັນສະເໜີຊື່ ແລະ ປະຫວັດການ ເຄື່ອນໄຫວໂດຍຫຍໍ້ຂອງຕົນໃຫ້ປະ ຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ. ໂດຍ ເລີ່ມຕົ້ນຈາກທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງ ພັກ, ເລຂາຄະນະພັກ ເຈົ້າຄອງນະ ຄອນຫລວງວຽງຈັນ, ຮັບສະໝັກ ເລືອກຕັ້ງເບີ 2; ທ່ານ ນາງ ດາລານີ ພົມມະວົງສາ ກຳມະການປະຈຳ ພັກກະຊວງ, ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ ເບີ 7, ທ່ານ ສາລະພິດ ສູນວໍລະວົງ ກຳມະການພັກນະຄອນ ຫລວງວຽງຈັນ, ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມ ນະຄອນຫລວງວຽງຈັນ ເບີ 12; ທ່ານ ທະນົງສິດ ເມືອງຈັນ ໃນກອງປະຊຸມ, ຄະນະຜູ້ສະໝັກ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນຂຶ້ນ ນຳສະເໜີປະຫວັດການເຄື່ອນໄຫວ, ຜົນງານດີເດັ່ນໃນໄລຍະຜ່ານມາ ແລະ ວິໄສທັດໃນການປະຕິບັດໜ້າທີ່ ຂອງຕົນຫາກໄດ້ຮັບການເລືອກຕັ້ງ ໃຫ້ເປັນຕົວແທນຂອງປະຊາຊົນໃນ ສະພາ. ໂອກາດນີ້, ທ່ານນາງວິລະວອນ ພັນທະວົງ ໄດ້ມີຄຳເຫັນເນັ້ນໃຫ້ ພະນັກງານຫລັກແຫລ່ງທົ່ວເມືອງ ຫລາ ຈົ່ງຍົກສູງຄວາມຮັບຜິດຊອບ ດ້ານການເມືອງຂອງຕົນ, ເປັນ ເຈົ້າການໃນການຄົ້ນຄວ້າ ແລະ ກຳ ແໜ້ນມາດຖານເງື່ອນໄຂຂອງຜູ້ສະ ໝັກ ເພື່ອໄປໃຊ້ສິດປ່ອນບັດເລືອກ ເອົາຕົວແທນທີ່ມີຄວາມຮູ້, ຄວາມ ສາມາດ ແລະ ຖືປະໂຫຍດຂອງ ຊາດເປັນກົກ. ພ້ອມກັນນັ້ນ, ກໍໃຫ້ ເປັນກຳລັງແຮງສຳຄັນໃນການປຸກ ລະດົມໃຫ້ປະຊາຊົນພາຍໃນຄວາມ ຮັບຜິດຊອບຂອງຕົນ ຕື່ນຕົວໄປໃຊ້ ສິດເລືອກຕັ້ງຢ່າງພ້ອມພຽງ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ຂ່າວ-ພາບ: ແສງອາທິດ ຄວາມເຄົາລົບຮັກກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວ ທັງຊາດ, ຜູ້ນໍາພາທະນຸບຳລຸງ, ຝຶກຝົນຫລໍ່ຫລອມ, ນໍາພາ-ຊີ້ນໍາ ຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມ ຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນຕະ ຫລອດໄລຍະແຫ່ງການນໍາພາພາ ລະກິດປະຕິວັດອັນຍິ່ງໃຫຍ່ຂອງ ພັກ ແລະ ຂອງປະເທດເຮົາທັງຢູ່ໃນ ໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບ ດ້ານມີຫລັກການຂອງພັກ, ຍາດໄດ້ ໄຊຊະນະສະຫງ່າງາມຕະຫລອດ ມາ ທັງເປັນການສະແດງຄວາມ ເຄົາລົບຮັກ, ຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງຮຽງນາມ, ຄຸນງາມ ຄວາມດີ, ແບບຢ່າງອັນປະເສີດເລີດ ລໍ້າຂອງປະທານໄກສອນພົມວິຫານ ໄວ້ໃນດວງໃຈຕະຫລອດກາລະນານ. ພ້ອມນີ້, ຍັງເປັນການເຊື່ອມຊຶມ ໃຫ້ຊາວໜຸ່ມທົ່ວ ຄອສພ ນຳເອົາ ບົດຮຽນ, ຄຸນສົມບັດ, ສິນທຳປະຕິ ວັດ, ແນວຄິດຂອງປະທານ ໄກສອນ ພົມວິຫານ ມາໝູນໃຊ້ເຂົ້າວຽກງານ ແລະ ການດໍາລົງຊີວິດຕົວຈິງ. ໃນໂອກາດດຽວກັນນີ້, ຄະນະ ບໍລິຫານງານຊາວໜຸ່ມ ຄະນະໂຄ ສະນາອົບຮົມສູນກາງພັກ ຍັງໄດ້ ຢ້ຽມຊົມວັດຖຸພັນ ແລະ ຮູບພາບ ການເຄື່ອນໄຫວປະຕິວັດ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວ ທັງຊາດໃນໄລຍະຜ່ານມາ ແລະ ການເຄື່ອນໄຫວວຽກງານຂອງ ບັນດາການນຳພັກ, ລັດ ແຕ່ລະຮຸ່ນ ຕື່ມອີກ. ຂ່າວ: ທະນູທອງ, ພາບ: ວັນເພັງ ກຳມະການພັກນະຄອນຫລວງວຽງ ຈັນ, ຫົວໜ້າພະແນກເຕັກໂນໂລ ຊີ ແລະ ການສື່ສານ ເບີ 13 ແລະ ທ່ານ ນາງ ກັນທິນາ ບ້ານອິນຫວນ ກຳມະການໜ່ວຍພັກຮາກຖານ, ຫົວ ໜ້າກົມຕິດຕາມກວດກາວຽກງານ ຍຸຕິທໍາກຳມາທິການຍຸຕິທຳ ແລະ ສະພາແຫ່ງຊາດ, ຮອງປະທານ ສະຫະພັນແມ່ຍິງ ສະພາແຫ່ງຊາດ ເບີ 17. ຂ່າວ-ພາບ: ຢ່າຕົງ
RkJQdWJsaXNoZXIy MTc3MTYxMQ==