13/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K z6h lt\a dIa [g]n vd8A 'gxa o ll- g0fmu 6 cotoe3816j g,n v'oko dkomj v'mj P;muj pn opq ' 8h v'Ij ;,da oxq dxa dIa dlklyj 'c;f]h v, ຂປລ. ມາພໍ້ກັນອີກໃນສະບັບນີ້, ໜັງສືພິມປະເທດລາວ ຈະມາສືບຕໍ່ ນຳສະເໜີຖາມ-ຕອບກ່ຽວກັບສິດ ແລະ ໜ້າທີ່ ຂອງຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ, ການ ກຳນົດວັນເວລາເລືອກຕັ້ງ ແລະ ລະບຽບການປ່ອນບັດເລືອກຕັ້ງມີ ແນວໃດນັ້ນ ຊຶ່ງລາຍລະອຽດມີດັ່ງ ຕໍ່ໄປນີ້: ຄໍາຖາມ 12:ໍ ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ ມີສິດ ແລະ ໜ້າທີ່ ແນວໃດ? ຕອບ: ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງມີ ສິດ ແລະ ໜ້າທີ່ ດັ່ງນີ້: 1. ຊຸກຍູ້, ແນະນໍາ, ສຶກສາອົບ ຮົມທາງດ້ານກົດໝາຍ, ລະບຽບ ການກ່ຽວກັບວຽກງານເລືອກຕັ້ງ ແລະ ຈັດຕັ້ງນໍາພາຜູ້ມີສິດເລືອກ ຕັ້ງ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ ໄປໃຊ້ສິດປ່ອນບັດເລືອກ ຕັ້ງຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ. 2. ກະກຽມສະຖານທີ່, ຫີບບັດ ລົງຄະແນນສຽງສະມາຊິກສະພາ ຂປລ. ດັ່ງທີ່ຮູ້ນຳກັນວ່າ, ປະ ເທດເຮົາກໍແມ່ນປະເທດໜຶ່ງ ທີ່ມີ ແຫລ່ງທ່ອງທ່ຽວທຳມະຊາດ, ວັດ ທະນະທຳ ແລະ ປະຫວັດສາດ ລ້ວນແຕ່ດຶງດູດເອົາຄວາມສົນໃຈ ຂອງນັກທ່ອງທ່ຽວ. ດັ່ງນັ້ນ, ມັນ ຮຽກຮ້ອງພວກເຮົາທຸກຄົນຕ້ອງໄດ້ ຮ່ວມກັນ ປົກປັກຮັກສາທຳມະຊາດ ກໍຄື ສິ່ງແວດລ້ວມ. ດັ່ງເມື່ອມໍ່ໆມານີ້, ທ່ານ ສົມ ສະຫວາດ ນາມອິນທາ ຮອງຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງຫລວງນໍ້າທາ, ມີກອງປ່າສະຫງວນ, ພະແນກ ກະສິກຳ ແລະ ສິ່ງແວດລ້ວມແຂວງ, 4k,{8v[ dj P;da [ ly f c]t |h kmu j 0v'7totIa [zy f-v[|j ;pxj vo[a fg]n vd8A ' ແຫ່ງຊາດ ແລະ ຫີບບັດລົງຄະແນນ ສຽງສະມາຊິກສະພາປະຊາຊົນຂັ້ນ ແຂວງ ແລະ ອຸປະກອນຮັບໃຊ້ການ ປ່ອນບັດເລືອກຕັ້ງ. 3. ຄຸ້ມຄອງ, ແນະນໍາ ແຈກຢາຍ ບັດລົງຄະແນນສຽງເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ບັດລົງຄະແນນສຽງເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນ ແຂວງໃຫ້ແກ່ຜູ້ມີສິດເລືອກຕັ້ງ; ປະສານສົມທົບກັບກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເພື່ອ ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ໜ່ວຍປ່ອນບັດເລືອກຕັ້ງຂອງຕົນ. 5. ແກ້ໄຂຄໍາສະເໜີ ຫລື ຄໍາ ຄັດຄ້ານຂອງຜູ້ມີສິດເລືອກຕັ້ງ ຢູ່ໃນ ຂອບເຂດຄວາມຮັບຜິດຊອບໜ່ວຍ ຂອງຕົນ. 6. ແຍກຫີບບັດ, ນັບບັດ, ກວດ ກາບັດ ໃນແຕ່ລະຫີບ ແລະ ເຮັດບົດ ບັນທຶກຜົນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ບົດບັນທຶກຜົນການປ່ອນບັດເລືອກ ຕັ້ງສະມາຊິກສະພາປະຊາຊົນຂັ້ນ ແຂວງ ຢູ່ໜ່ວຍຂອງຕົນແລ້ວມອບ ບົດບັນທຶກ, ຕາປະທັບ ແລະ ເອກະ ສານອື່ນທີ່ສໍາຄັນໃຫ້ຄະນະກໍາມະ ການເລືອກຕັ້ງຂັ້ນເມືອງ. 7. ເກັບມ້ຽນບັດລົງຄະແນນ ສຽງທີ່ໄດ້ປ່ອນແລ້ວນັ້ນ ໄວ້ຈົນ ກວ່າອາຍຸການຂອງຄະນະກໍາມະ ການເລືອກຕັ້ງໄດ້ສິ້ນສຸດລົງ ແລ້ວ ຈຶ່ງທໍາລາຍຖິ້ມ. 8. ສະຫລຸບ, ຕີລາຄາ, ຖອດ ຖອນບົດຮຽນ ແລະ ລາຍງານກ່ຽວ ກັບວຽກງານເລືອກຕັ້ງຕໍ່ຄະນະ ກໍາມະການເລືອກຕັ້ງຂັ້ນເມືອງ. 9. ຄັດເລືອກຜູ້ທີ່ມີຜົນງານດີ ເດັ່ນ ແລ້ວສະເໜີໃຫ້ຄະນະກໍາມະ ການເລືອກຕັ້ງຂັ້ນເມືອງ ພິຈາລະນາ ແລະ ສະເໜີຂັ້ນເທິງຕົກລົງຍ້ອງຍໍ. 10. ນໍາໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນ ກ່ຽວກັບວຽກງານເລືອກ ຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຄໍາຖາມ 13:ໍ ການກໍານົດວັນ ເວລາເລືອກຕັ້ງ ມີແນວໃດ? ຕອບ: ຄະນະປະຈໍາສະພາແຫ່ງ ຊາດ ເປັນຜູ້ກໍານົດວັນເລືອກຕັ້ງ ແລ້ວສະເໜີປະທານປະເທດອອກ ລັດຖະດໍາລັດປະກາດຢ່າງເປັນທາງ ການ ກ່ອນວັນເລືອກຕັ້ງ ພາຍໃນ ເວລາ ເກົ້າສິບວັນ. ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງດໍາເນີນ ໃນວັນ ດຽວກັນຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍຖືເອົາ ວັນອາທິດ ເປັນວັນເລືອກຕັ້ງ. ໃນ ກໍລະນີມີຄວາມຈໍາເປັນຄະນະປະ ຈໍາສະພາແຫ່ງຊາດ ອາດກໍານົດວັນ ເລືອກຕັ້ງສະເພາະກ່ອນ ຫລື ຫລັງ ວັນເລືອກຕັ້ງທີ່ໄດ້ກໍານົດໄວ້ນັ້ນກໍ ໄດ້. ຄໍາຖາມ 14: ໍລະບຽບການປ່ອນ ບັດເລືອກຕັ້ງ ມີແນວໃດ? ຕອບ: ລະບຽບການປ່ອນບັດ ເລືອກຕັ້ງ ມີດັ່ງນີ້: 1. ສະຖານທີ່ປ່ອນບັດເລືອກຕັ້ງ ໃຫ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມ, ສະດວກດີ ແລະ ມີຄວາມປອດໄພ ເຊັ່ນ: ໂຮງຮຽນ, ສະໂມສອນ, ວັດ ຫລື ສະຖານທີ່ອື່ນ ໂດຍຈັດເປັນ ຫ້ອງສະເພາະ ເພື່ອໃຫ້ຜູ້ປ່ອນບັດ ຂີດບັດລົງຄະແນນສຽງເລືອກຕັ້ງ. 2. ການປ່ອນບັດເລືອກຕັ້ງສະ ມາຊິກສະພາ ໃນແຕ່ລະໜ່ວຍເລືອກ ຕັ້ງໃຫ້ມີສອງຫີບປ່ອນບັດ ຄື: ຫີບ ປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກສະພາ ປະຊາຊົນຂັ້ນແຂວງ. 3. ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງຕ້ອງແນະນໍາ, ເຜີຍແຜ່ລະບຽບການຕ່າງໆ, ວິທີຂີດ ບັດ ແລະ ວິທີປ່ອນບັດລົງຄະແນນ ສຽງໃຫ້ຜູ້ມີສິດເລືອກຕັ້ງທຸກຄົນ ເຂົ້າໃຈ. 4. ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ຕ້ອງໄຂຫີບບັດ ໃຫ້ເຫັນທາງໃນ ໂດຍຊ້ອງໜ້າຜູ້ມີ ສິດເລືອກຕັ້ງກ່ອນການປ່ອນບັດ. 5. ຜູ້ມີສິດເລືອກຕັ້ງ ຕ້ອງສະເໜີ ຕົວ ແລະ ແຈ້ງບັດຢັ້ງຢືນຕໍ່ຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ ເພື່ອຮັບເອົາບັດລົງຄະແນນສຽງ ທັງສອງຫີບບັດ. 6. ຜູ້ມີສິດເລືອກຕັ້ງທີ່ບໍ່ຮູ້ໜັງສື ຊຶ່ງບໍ່ສາມາດຂີດບັດດ້ວຍຕົນເອງ ໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ມີສິດແຕ່ງຕັ້ງ ຜູ້ຮັບຜິດຊອບຊ່ວຍຂີດບັດ, ແຕ່ຕ້ອງ ປະຕິບັດຕາມຄວາມມັກ, ການຊີ້ ບອກຂອງຜູ້ນັ້ນ ແລະ ໃຫ້ຜູ້ກ່ຽວນໍາ ເອົາບັດລົງຄະແນນສຽງໄປປ່ອນ ໃສ່ແຕ່ລະຫີບບັດດ້ວຍຕົນເອງ. ໃນ ກໍລະນີປ່ອນບັດດ້ວຍຕົນເອງບໍ່ໄດ້ ກໍມອບໃຫ້ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງຜູ້ໃດໜຶ່ງຊ່ວຍນໍາ ເອົາບັດໄປປ່ອນໃສ່ແຕ່ລະຫີບບັດ ໂດຍຊ້ອງໜ້າຜູ້ກ່ຽວ. 7.ຜູ້ມີສິດເລືອກຕັ້ງເຈັບປ່ວຍ, ເສຍອົງຄະ, ເຖົ້າແກ່ໄປປ່ອນບັດ ບໍ່ໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ຕ້ອງຈັດຕັ້ງໜ່ວຍ ຮັບຜິດຊອບຫີບບັດເຄື່ອນທີ່ໄປຮັບ ເອົາບັດລົງຄະແນນສຽງກັບທີ່. 8. ຜູ້ມີສິດເລືອກຕັ້ງຫາກຂີດ ບັດຜິດ ຕ້ອງສົ່ງບັດທີ່ຂີດຜິດນັ້ນ ຄືນ ແລ້ວຂໍເອົາບັດໃໝ່ນໍາຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ. 9. ຜູ້ມີສິດເລືອກຕັ້ງຕ້ອງປ່ອນ ບັດລົງຄະແນນສຽງໃສ່ແຕ່ລະຫີບ ບັດເທື່ອລະຄົນ. ຄໍາຖາມ 15:ໍ ການນັບຄະນະ ແນນສຽງ ແລະ ການປະກາດຜົນ ການເລືອກຕັ້ງ ມີແນວໃດ? ຕອບ: ການນັບຄະແນນສຽງ ແລະ ການປະກາດຜົນການເລືອກ ຕັ້ງມີດັ່ງນີ້: 1. ການນັບຄະແນນສຽງ ຕ້ອງ ດໍາເນີນຢ່າງເປີດເຜີຍ ໂດຍຊ້ອງໜ້າ ຕົວແທນມາຈາກແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂອງ ໜ່ວຍປ່ອນບັດເລືອກຕັ້ງນັ້ນ. ນັກ ຂ່າວ ແລະ ຜູ້ຕາງໜ້າຂອງຜູ້ສະໜັກ ຮັບເລືອກຕັ້ງ ຈະເຂົ້າຮ່ວມສັງເກດ ການແລະ ຕິດຕາມການນັບຄະແນນ ສຽງກໍໄດ້. ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ຕ້ອງແບ່ງເປັນ ສອງຈຸ ຄື: ຈຸຮັບຜິດຊອບຫີບປ່ອນ ບັດເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ຈະຮັບຜິດຊອບຫີບປ່ອນ ບັດເລືອກຕັ້ງສະມາຊິກສະພາປະຊາ ຊົນຂັ້ນແຂວງ. ການນັບຄະແນນສຽງນັ້ນ ໃຫ້ ຜູ້ໜຶ່ງອ່ານ, ຜູ້ໜຶ່ງກວດກາຄືນ, ຜູ້ ໜຶ່ງຂຽນ ແລະ ຜູ້ອື່ນ ເປັນຜູ້ຕິດຕາມ ແລະ ບັນທຶກ. 2. ການປະກາດຜົນການເລືອກ ຕັ້ງ ພາຍຫລັງຄະນະກໍາມະການ ເລືອກຕັ້ງ ໄດ້ສໍາເລັດການນັບຄະ ແນນສຽງເປັນທີ່ຮຽບຮ້ອຍ ແລະ ຖືກຕ້ອງແລ້ວ ໃຫ້ປະຕິບັດ ດັ່ງນີ້: 1) ຄະນະກໍາມະການເລືອກຕັ້ງ ຂັ້ນແຂວງ ສົ່ງຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ໄປຍັງ ຄະນະກໍາມະການເລືອກຕັ້ງລະດັບ ຊາດ ເພື່ອສັງລວມ ແລະ ປະກາດ ຜົນຢ່າງເປັນທາງການ ພາຍໃນ ເວລາ ສິບວັນລັດຖະການ. 2) ຄະນະກໍາມະການເລືອກ ຕັ້ງຂັ້ນເມືອງ ສົ່ງຜົນການເລືອກ ຕັ້ງສະມາຊິກສະພາປະຊາຊົນຂັ້ນ ແຂວງໄປຍັງຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ເພື່ອສັງລວມ ແລະ ປະກາດຜົນຢ່າງເປັນທາງ ການພາຍໃນເວລາເຈັດວັນລັດຖະ ການ. ພ້ໍກັນໃໝ່ໃນສະບັບໜ້າ ພະແນກຕຳຫລວດຄຸ້ມຄອງທຸລະກິດ ການທ່ອງທ່ຽວ, ສະມາຄົມທຸລະກິດ ການທ່ອງທ່ຽວ ພ້ອມດ້ວຍທີມ ງານໄດ້ລົງຊຸກຍູ້ວຽກງານປົກປັກ ຮັກສາທຳມະຊາດ. ໃນນັ້ນ, ໄດ້ ປືກສາຫາລື ວາງແຜນຮ່ວມກັນ ກັບອົງການຈັດຕັ້ງບ້ານ ກ່ຽວກັບ ການທ່ອງທ່ຽວຢູ່ບ້ານ ນາລັນເໜືອ ແລະ ບ້ານນາໂຮມ ເມືອງຫລວງ ນໍ້າທາ ແຂວງຫລວງນໍ້າທາ , ການ ລົງເຮັດວຽກໃນຄັ້ງນີ້ ກໍເພື່ອເຜີຍແຜ່ ຂໍ້ຕົກລົງ ຂອງຫົວໜ້າພະແນກ ວັດ ທະນະທຳ ແລະ ການທ່ອງທ່ຽວ ສະບັບເລກທີ 78/ວທຫທ, ລົງ ວັນທີ 9 ມັງກອນ 2025, ວ່າດ້ວຍ ການກຳນົດຄ່າບໍລິການທ່ອງທ່ຽວ ສຳລັບພາກລັດ, ເອກະຊົນ ແລະ ປະຊາຊົນ ມີສ່ວນຮ່ວມນໍາວຽກງານ ທ່ອງທ່ຽວ, ປະເມີນຄືນໂຮມສະເຕ ທີ່ໄດ້ຮັບອະນຸຍາດໃຫ້ເປີດບໍລິການ ໃນໄລຍະຜ່ານມາ ແລະ ປະເມີນ ຄອບຄົວທີ່ມີເງື່ອນໄຂຈະເຮັດໃໝ່, ແກ້ໄຂການບຸກລຸກປ່າຂອບເຂດ ແຫລ່ງທ່ອງທ່ຽວດົງກຳ ບ້ານນາ ລັນເໜືອ, ຊຸກຍູ້ວຽກງານບໍລິການ ທ່ອງທ່ຽວຢູ່ບ້ານນາລັນໃຕ້, ບ້ານ ນາລັນເໜືອ ແລະ ຊຸກຍູ້ຄອບຄົວ ທີ່ມີຄວາມພ້ອມຈະເປີດບໍລິການ ໂຮມສະເຕ ແລະ ລົງຊຸກຍູ້ກ່ຽວກັບ ການບຸກລຸກຖາງປ່າໃນຂອບເຂດ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຜູ້ແທນ ຮັບສະໝັກເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ເຄື່ອນໄຫວແນະນຳ ໂຕກັບຜູ້ມີສິດປ່ອນບັດເລືອກຕັ້ງຢູ່ ເມືອງນານ ໃນວັນທີ 10 ກຸມພາ 2026 ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກ ທ່ານ ໄຊນະຄອນ ສຸດທິດາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເມືອງນານ ພ້ອມດ້ວຍຄະນະນຳ, ພະນັກງານ-ລັດຖະກອນພາຍໃນ ເມືອງ ແລະ ປະຊາຊົນບັນດາເຜົ່າ ອ້ອມຂ້າງເມືອງ. ທ່ານ ໄຊນະຄອນ ສຸດທິດາ ໄດ້ລາຍງານວ່າ: ເມືອງນານ ມີ 49 ບ້ານ, 6.182 ຄອບຄົວ, ພົນລະເມືອງ 33.479 ຄົນ ຍິງ 19.359 ຄົນ, ມີ 9 ເຜົ່າ, ແບ່ງອອກ ເປັນ 6 ກຸ່ມບ້ານ ແລະ 15 ບ້ານ ໃນ ເທສະບານເມືອງ, ຜູ້ມີສິດປ່ອນບັດ ເລືອກຕັ້ງທັງໝົດ 20.315 ຄົນ ຍິງ 10.192 ຄົນ, ກຳນົດໜ່ວຍປ່ອນ ບັດເລືອກຕັ້ງ 51 ໜ່ວຍ ໃນນັ້ນ, ມີ ໜ່ວຍເຄື່ອນທີ່ 1 ໜ່ວຍ ແລະ ກໍານົດ ຈຸດໂຄສະນາຫາສຽງ ຜູ້ລົງສະໝັກ ເລືອກຕັ້ງສະພາແຫ່ງຊາດ ມີ 2 ຈຸດ ຄື: ຢູ່ສໍານັກງານເມືອງ ແລະ ກຸ່ມ ບ້ານຫ້ວຍຫອຍ. ພ້ອມນັ້ນ, ໄດ້ກໍາ ນົດຈຸດລົງໂຄສະນາຫາສຽງ ຂອງ ຜູ້ລົງສະໝັກຮັບເລືອກຕັ້ງ ສສຂ ປະ ຈໍາເຂດເລືອກຕັ້ງ ເມືອງນານ ມີ 8 ຈຸດ. ການເຄື່ອນໄຫວແນະນຳ ໂຕ ຂອງຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ສາຍ 5 ເມືອງໃຕ້ ຢູ່ ເມືອງນານ ໃນຄັ້ງນີ້ ມີຜູ້ສະໝັກ ທັງໝົດ 7 ທ່ານ ຍິງ 2 ທ່ານ ຈາກ ຈໍານວນຜູ້ສະໝັກທັງໝົດ 14 ທ່ານ ຍິງ 5 ທ່ານ ຊຶ່ງຜູ້ຮັບສະໝັກເລືອກ ຕັ້ງທັງໝົດ ໄດ້ພັດປ່ຽນກັນແນະນຳ ໂຕ ຜ່ານປະຫວັດການເຄື່ອນໄຫວ ແຕ່ລະໄລຍະຂອງຕົນເອງ ພ້ອມ ທັງຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນ, ພາລະບົດບາດ, ສິດ-ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ ແລະ ເປົ້າໝາຍຂອງຕົນເອງ ໃຫ້ຜູ້ ມີສິດປ່ອນບັດເລືອກຕັ້ງຮັບຮູ້ ເພື່ອ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ຕັດສິນໃຈເລືອກເອົາຜູ້ແທນຂອງຕົນ ທີ່ເຫັນວ່າມີມາດຖານຄົບຖ້ວນ ເຂົ້າ ໄປເຮັດວຽກຢູ່ໃນສະພາ. ພ້ອມນັ້ນ, ຕາງໜ້າການນຳ ເມືອງ ຍັງໄດ້ອ່ານປະຫວັດຂອງ ຜູ້ສະໝັກທ່ານອື່ນ ທີ່ບໍ່ໄດ້ຮ່ວມ ຂະບວນການໃນຄັ້ງນີ້ ໃຫ້ຜູ້ມີສິດ ເລືອກຕັ້ງເມືອງນານ ຮັບຮູ້ຕື່ມອີກ. ພາຍຫລັງສຳເລັດເມືອງນານແລ້ວ ຄະນະຜູ້ສະໝັກຮັບເລືອກຕັ້ງ ຈະ ສືບຕໍ່ເຄື່ອນໄຫວຢູ່ເມືອງຊຽງເງິນ, ໂພນໄຊ ແລະ ເມືອງປາກແຊງ ຕາມ ລຳດັບຈົນກວ່າຈະສຳເລັດ. ປ່າສະຫງວນ (ຂອບເຂດເສັ້ນທາງ ຍ່າງປ່າ, ລອງເຮືອ) ພ້ອມນີ້ກໍ ໄດ້ມີການຈັດຕັ້ງເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດບໍລິການ, ປະເມີນມາດຕະຖານເຮືອນພັກ ແຮມປະຊາຊົນ (Home stay) ມີທັງໝົດ 13 ຄອບຄົວ, ເຮັດບົດ ບັນທຶກປິດບໍລິການ 1 ຄອບຄົວ, ປັບປຸງ 1 ຄອບຄົວ; ສໍາລັບບ້ານນາ ໂຮມ ເປັນບ້ານເປົ່າໝາຍຂະຫຍາຍ ໃໝ່, ມີຄວາມພ້ອມບໍລິການທີ່ພັກ 8 ຄອບຄົວ, ສະເໜີໃໝ່ 2 ຄອບຄົວ ມີກິດຈະກຳຈັກສານ, ຕີມີດ, ຍິງ ໜ້າເກັກ ແລະ ສະແດງສິລະປະວັນນະຄະດີ ຂອງເຜົ່າພາຍໃນບ້ານ, ໄດ້ເອົາໃຈໃສ່ວຽກປ່າສະຫງວນ ເປັນຕົ້ນ ໄດ້ເຜີຍແຜ່ນິຕິກຳກ່ຽວກັບ ປ່າສະຫງວນ, ການຕ້ານໄຟໄໝ້ ລາມປ່າ ແລະ ແກ້ໄຂບັນຫາການ ບຸກລຸກປ່າສະຫງວນດົງກຳ ບ້ານ ນາລັນຕື່ມອີກ. ທັງໝົດທີ່ກ່າວມານັ້ນ, ກໍເພື່ອ ເປັນການສົ່ງເສີມອະນຸລັກ ແລະ ປົກ ປັກຮັກສາປ່າໄມ້, ສິ່ງແວດລ້ອມໃຫ້ ອຸດົມສົມບູນ ແລະ ຄົງຢູ່ຕະຫລອດ ໄປ, ຄຽງຄູ່ກັບການພັດທະນາ ວຽກ ງານທ່ອງທ່ຽວໄປພ້ອມໆກັບການ ອະນຸລັກທາງທໍາມະຊາດໂດຍ ປະຊາຊົນມີສ່ວນຮ່ວມໃນເຂດປ່າສະ ຫງວນແຫ່ງຊາດນໍ້າຫ້າ.
RkJQdWJsaXNoZXIy MTc3MTYxMQ==