gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 13/02/2026 xtgmf]k; ປູກຈິດສໍານຶກ...ູິໍຶ ລັດຖະບານ...ັ ຜູ້ສະໝັກຮັບເລືອກຕັ້ງ ສສຊ...ູ້ັັືັ້ ທົ່ວປະເທດ ...ົ່ ລັດຖະມົນຕີກະຊວງປ້ອງກັນ...ັົີ້ັ ອະນຸກໍາມະການໂຄສະນາ...ຸໍ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ. ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ11 ກຸມພາ 2026 ນີ້, ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງໂຄງການ ເກັບກູ້ລະເບີດແຫ່ງຊາດ ຄົບຮອບ 30 ປີ (13/2/1996-13/2/ 2026) ໂດຍສະຫາຍໄດ້ຍົກໃຫ້ ເຫັນປະຫວັດການຕົກຄ້າງຂອງ ລະເບີດບໍ່ທັນແຕກຢູ່ ສປປ ລາວ ແລະ ເຫດຜົນເປັນຫຍັງຈຶ່ງສ້າງຕັ້ງ ໂຄງການເກັບກູ້ລະເບີດແຫ່ງຊາດ ຂຶ້ນມາ ຊຶ່ງໃນໄລຍະສົງຄາມອິນ ດູຈີນຄັ້ງທີ 2 ໄລຍະແຕ່ປີ 19641973, ຕະຫລອດໄລຍະ 9 ປີ ໄດ້ມີ ຖ້ຽວບິນສູ້ຮົບຂອງພວກຈັກກະພັດ ຜູ້ຮຸກຮານຫລາຍກວ່າ 580.000 ຖ້ຽວ (ສະເລ່ຍ 8 ນາທີຕໍ່ຖ້ຽວ) ຂົນເອົາລະເບີດຫລາຍກວ່າ 2 ລ້ານ ໂຕນ ມາຖິ້ມລົງໃສ່ຜືນແຜ່ນດິນລາວ ໃນນັ້ນ, ເປັນປະເພດລະເບີດລູກ ຫວ່ານ ຫລື ລະເບີດບົມບີ່ ຫລາຍ ກວ່າໝູ່ ຊຶ່ງມີຈໍານວນສູງເຖິງ 270 ລ້ານໜ່ວຍ, ຈຶ່ງເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ໄດ້ຮັບຜົນກະທົບ ຈາກລະເບີດລູກຫວ່ານໜັກໜ່ວງ ທີ່ສຸດໃນໂລກ ເມື່ອທຽບໃສ່ຈໍານວນ ປະຊາກອນຕໍ່ຫົວຄົນ. ພື້ນຖານ ໂຄງລ່າງຖືກທໍາລາຍເກືອບທັງໝົດ ແລະ ເຮັດໃຫ້ຈໍານວນປະຊາກອນ ຫລຸດລົງເຫລືອພຽງແຕ່ປະມານ 3 ລ້ານຄົນ ຊຶ່ງແນ່ນອນການຖິ້ມ ລະເບີດດັ່ງກ່າວ, ໄດ້ກາຍເປັນສາ ເຫດໜຶ່ງທີ່ເຮັດໃຫ້ ສປປ ລາວ ກາຍ ເປັນປະເທດດ້ອຍພັດທະນາ. ພາຍຫລັງສົງຄາມສິ້ນສຸດລົງ, ຍັງມີລະເບີດລູກຫວ່ານຕົກຄ້າງສູງ ເຖິງ 30% ຫລື ທຽບເທົ່າກັບ 80 ລ້ານໜ່ວຍທີ່ຍັງບໍ່ທັນແຕກລວມ ທັງລະເບີດປະເພດອື່ນອີກ ຊຶ່ງຍັງ ສືບຕໍ່ເຮັດໃຫ້ເກີດມີອຸບັດເຫດ, ມີ ຜູ້ບາດເຈັບ, ພິການ ແລະ ເສຍຊີວິດ ໃນແຕ່ລະປີ. ສະເພາະປີ 2025 ມີ ອຸບັດເຫດເກີດຂຶ້ນ 15 ຄັ້ງ, ມີຜູ້ຖືກ ເຄາະຮ້າຍ 25 ຄົນ ໃນນັ້ນ, 19 ຄົນ ໄດ້ຮັບບາດເຈັບ ແລະ 6 ຄົນເສຍ ຊີວິດ. ສ່ວນປີ 2026 ມີອຸບັດເຫດ ເກີດຂຶ້ນ 2 ຄັ້ງ, ມີຜູ້ຖືກເຄາະຮ້າຍ 7 ຄົນ (ບໍ່ມີຜູ້ເສຍຊີວິດ) ຊຶ່ງມັນໄດ້ ກາຍເປັນໄພຂົ່ມຂູ່ໃຫ້ແກ່ການດໍາ ລົງຊີວິດ ແລະ ການທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າລວມ ທັງເປັນສິ່ງກີດຂວາງໃຫ້ແກ່ການ ພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ຢ່າງໃດກໍຕາມລັດຖະບານລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາ ກົນຕ່າງໆ ເພື່ອເສີມສ້າງສັນຕິພາບ ພ້ອມທັງພັດທະນາຂະແໜງການ ລະເບີດບໍ່ທັນແຕກຢູ່ ສປປ ລາວ ໃຫ້ມີໃບໜ້າໃໝ່ ແລະ ໄດ້ມາດຖານ ສາກົນຕື່ມອີກແນໃສ່ເຮັດໃຫ້ຜືນ ແຜ່ນດິນລາວກາຍເປັນດິນແດນທີ່ ປອດໄພຢ່າງແທ້ຈິງ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຫົວໜ້າອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ແຂວງຜົ້ງສາລີ ໄດ້ລາຍງານວ່າ: ພາຍຫລັງສໍາເລັດກອງປະຊຸມຄັ້ງ ປະຖົມມະລືກຂອງຄະນະກໍາມະ ການເລືອກຕັ້ງຂັ້ນແຂວງໃນວັນທີ 16 ທັນວາ 2025 ແລະ ເພຶ່ອເຮັດ ໃຫ້ການປະກອບສ່ວນຂອງອະນຸ ກໍາມະການຕໍ່ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສໍາເລັດຕາມເວລາທີ່ໄດ້ ກໍານົດໄວ້ ແລະ ຮັບປະກັນຜົນສໍາ ເລັດຕາມລະດັບຄາດໝາຍ; ອະນຸ ກໍາມະການໂຄສະນາ ແລະ ປຸກ ຄະນະທີ 1 ຈຳນວນ 10 ທ່ານ, ຍິງ 2 ທ່ານ ແລະ ຜູ້ສະໝັກຮັບເລືອກ ໂອກາດນີ້,ທ່ານສຸວັນນີໄຊຊະນະ ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ ໄດ້ຕາງໜ້າຄະນະພັກ ແຂວງໄດ້ລາຍງານການກະກຽມ ຈັດຕັ້ງຫົວໜ່ວຍປ່ອນບັດເລືອກຕັ້ງ ໂດຍຖືເອົາບ້ານ, ກົມກອງໃນກຳລັງ ປະກອບອາວຸດ ເປັນຫົວໜ່ວຍປ່ອນ ບັດເລືອກຕັ້ງ ແລະ ຂຶ້ນບັນຊີຜູ້ມີສິດ ເລືອກຕັ້ງຕາມລະບຽບການ, ທົ່ວ ແຂວງບໍລິຄຳໄຊ ມີ 208 ໜ່ວຍ ປ່ອນບັດ, ປະກອບມີ 7 ເມືອງຄື: ເມືອງປາກຊັນ ມີ 34 ໜ່ວຍ, ເມືອງ ບໍລິຄັນ ມີ 45 ໜ່ວຍ, ເມືອງທ່າ ພະບາດ ມີ 22 ໜ່ວຍ, ເມືອງປາກ ກະດິງ ມີ 28 ໜ່ວຍ, ເມືອງວຽງ ທອງ ມີ 30 ໜ່ວຍ, ເມືອງຄຳເກີດ ມີ 40 ໜ່ວຍ, ເມືອງໄຊຈຳພອນ ມີ 9 ໜ່ວຍ, ແຂວງບໍລິຄຳໄຊ ມີ ປະຊາກອນທັງໝົດ 328.779 ຄົນ ມາຈາກທ້ອງຖີ່ນອື່ນ 3.942 ຄົນ, ຜູ້ ມີສິດປ່ອນບັດຕົວຈິງມີ 183.250 ຄົນ, ຍິງ 88.529 ຄົນ. ເປົ້າໝາຍຜູ້ຮັບສະໝັກເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 11, ແຂວງບໍລິຄຳໄຊ ຜູ້ສະໝັກສະ ມາຊິກສະພາແຫ່ງຊາດ ຊຸດທີ X ມີຈຳນວນ 10 ສະຫາຍ, ຍິງ 2 ສະຫາຍ, ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ມີ 49 ສະຫາຍ, ຍິງ 15 ສະຫາຍ. ປັດຈຸບັນແຂວງບໍລິຄຳ ໄຊ ແມ່ນມີຄວາມພ້ອມທາງດ້ານ ອຸປະກອນຮັບໃຊ້, ບັດລົງຄະແນນ ສຽງ, ໂປສເຕີ ຜູ້ຮັບສະໝັກເລືອກ ຕັ້ງ ສສຊ ແລະ ສສຂ ແຈກຢາຍໃຫ້ ບັນດາເມືອງຢ່າງຄົບຖ້ວນ, ພ້ອມ ທັງໂຄສະນາຫາສຽງຢູ່ບັນດາເມືອງ ແລະ ບ້ານຢ່າງເປັນຂະບວນຟົດຟື້ນ. ສຳລັບຜູ້ມີສິດປ່ອນບັດເລືອກຕັ້ງ ເປັນຕົ້ນ ກຳລັງປ້ອງກັນຊາດ ແລະ ກຳລັງປ້ອງກັນຄວາມສະຫງົບກໍໄດ້ ກຽມພ້ອມເລືອກຕັ້ງໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້. ໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ຜິດຊອບທຸກພາກສ່ວນທີ່ພ້ອມກັນ ມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນ ໂດຍມີທ່ານ ນາງ ປານີ ກິນດາວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ, ທ່ານ ພັອ ຄໍາແພງ ນໍາພາວັນ ຄະນະປະຈໍາພັກ ຮອງ ກອງບັນຊາການ ປກສ ແຂວງບໍ ລິຄໍາໄຊ ພ້ອມດ້ວຍກົມ, ຊາວໜຸ່ມ ແຂວງ, ຄະນະຮັບຜິດຊອບສູນບໍາ ບັດ ແລະ ຜູ້ກໍາລັງບໍາບັດເຂົ້າຮ່ວມ. ການລົງໂຄສະນາຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຮູ້ເຖິງຄວາມສໍາຄັນ ຂອງການສ້າງອາຊີບພາຍຫລັງ ບໍາບັດຕົນເອງແລ້ວເຮົາຈະນໍາເອົາ ຊາວໜຸ່ມຄືນຄົນດີໃຫ້ແກ່ສັງຄົມຄື ແນວໃດ, ການສ້າງອາຊີບມີຄວາມ ຈໍາເປັນຕໍ່ກັບຊາວໜຸ່ມແນວໃດ ໂດຍສະເພາະການເປີດໂອກາດ ຜູ້ທີ່ຕ້ອງການຝຶກອົບຮົມວິຊາຊີບ ເພື່ອໃຫ້ເຂົາເຫລົ່ານັ້ນ ໄດ້ມີທາງ 7totoe d8l g0Q kv;prvo;a oxu .\j xt9e-kfs;Pfok, ຂປລ.ທ່ານສັນຕິສຸກສິມມາລາວົງ ລັດຖະມົນຕີເຕັກໂນໂລຊີ ແລະ ການ ສື່ສານ (ກຕສ) ພ້ອມດ້ວຍຄະນະ ເຂົ້າອວຍພອນສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດ ສາທາລະນະລັດສັງຄົມນິຍົມຫວຽດ ນາມ ປະຈໍາ ສປປ ລາວ ໃນວັນທີ 8 ກຸມພາ 2026 ທີ່ສະຖານເອກອັກຄະ ລັດຖະທູດຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດວັນປີໃໝ່ປະຈໍາ ຊາດ ຂອງ ສສ ຫວຽດນາມ ໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດອັນຍິ່ງໃຫຍ່ຂອງ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ຊຶ່ງເປັນ ເຫດການສໍາຄັນທາງການເມືອງ, ຄວາມສໍາເລັດຂອງການຮ່ວມມື ສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງເປັນສາຍພົວ ພັນອັນພິເສດທີ່ມີໜຶ່ງບໍ່ມີສອງໃນ ໂລກ ທີ່ໄດ້ສະແດງອອກພາຍຫລັງ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ, ຂໍຊົມ ເຊີຍຕໍ່ກອງປະຊຸມລັດຖະມົນຕີ ດີ ຈິຕອນອາຊຽນ ຄັ້ງທີ 6 ທີ່ ສສ ຫວຽດນາມ ເປັນເຈົ້າພາບໄດ້ຈັດ ຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດທີ່ ນະຄອນຮ່າໂນ້ຍ ສສ ຫວຽດນາມ ທີ່ຜ່ານມາ, ພ້ອມທັງຈະສືບຕໍ່ໃຫ້ໄດ້ ຮັບການເພີ່ມພູນຄູນສ້າງນັບມື້ນັບ ສະໜິດແໜ້ນກວ່າເກົ່າ ແລະ ໜັ້ນຄົງ ຂະໜົງແກ່ນ. ພ້ອມນີ້ , ທ່າ ນ ສັນຕິສຸກ ສິມມາລາວົງ ຍັງຖືໂອກາດນີ້, ອວຍ ພອນໃຫ້ມິດຕະພາບ ລາວ-ຫວຽດ ນາມ ໃຫ້ມີມູນເຊື້ອອັນດີງາມຕະ ຫລອດໄປ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດສະຫງ່າ. ຂ່າວ-ພາບ: ພຸດດາວອນ ພາສຸວັນ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີເຕັກໂນໂລຊີ ແລະ ການສື່ສານ (ຂວາ) ຕັ້ງເປັນ ສສຂ ຊຸດທີ 5 ເຂດເລືອກ ຕັ້ງເມືອງຊະນະສົມບູນ ຈຳນວນ 7 ທ່ານ ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງ ຊະນະສົມບູນ. ການລົງເຄື່ອນໄຫວຂອງຜູ້ສະ ໝັກ ສສຊ ຄະນະທີ 1 ນຳໂດຍທ່ານ ສອນໄຊ ສີພັນດອນ ກຳມະການ ກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ຜູ້ສະໝັກ ສສຊ ຊຸດ ທີ X ນ້ຳເບີ 1 ພ້ອມດ້ວຍຄະນະຜູ້ ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ ສະໝັກ ສສຂ ເມືອງຊະນະສົມບູນ 7 ທ່ານ ໂດຍການໃຫ້ກຽດຕ້ອນ ຮັບຂອງທ່ານ ອຳໄຊ ພອນມະນີ ຮອງເລຂາພັກເມືອງ, ປະທານຄະ ນະກຳມະການປົກຄອງເມືອງຊະ ນະສົມບູນ, ມີຄະນະປະຈຳພັກ ເມືອງ, ກຳມະການພັກເມືອງ, ຫົວ ໜ້າ, ຮອງຫົວໜ້າຫ້ອງການ, ຄະນະ ພັກຮາກຖານກຸ່ມບ້ານ, ອຳນາດ ການປົກຄອງ ແລະ ປະຊາຊົນຜູ້ມີ ສິດເລືອກຕັ້ງບ້ານອ້ອມຂ້າງເຂົ້າ ຮ່ວມຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຮັບຟັງການຜ່ານປະຫວັດຫຍໍ້ ແລະ ການເຄື່ອນໄຫວຂອງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 15 ທັງໝົດ 20 ທ່ານ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນພາລະ ບົດບາດ, ສິດໜ້າທີ່ ແລະ ຄວາມ ໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍຈັດຕັ້ງ ປະຕິບັດໂຄງການການເມືອງໄລຍະ ໃໝ່ຂອງພັກ ໃນການສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນ, ປັບປຸງກົນໄກບໍລິຫານລັດໃຫ້ກາຍ ເປັນອໍານາດຂອງປະຊາຊົນ ໂດຍ ປະຊາຊົນ ແລະ ເພື່ອຜົນປະໂຫຍດ ສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ; ເພື່ອສ້າງຕັ້ງ ລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ ປະຊາຊົນຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນການລົງພົບປະປະຊາຊົນ ຂອງຜູ້ສະໝັກ ສສຊ ຄະນະທີ 1 ໃນ ຄັ້ງນີ້ ກໍເພື່ອໃຫ້ຄະນະພັກ-ອົງການ ປົກຄອງ ແລະ ພໍ່ແມ່ປະຊາຊົນຮັບຮູ້ ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ໃຫ້ຄົບຖ້ວນ ແລະ ຮັບປະກັນຜົນ ສຳເລັດໄດ້ຕາມຄາດໝາຍ. ຈາກນັ້ນ, ບັນດາທ່ານຜູ້ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ສະໝັກ ສສຂ ທັງ 7 ທ່ານ ກໍໄດ້ຜັດປ່ຽນ ກັນສະເໜີຕົວ ແລະ ແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວ, ພ້ອມທັງ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ມີ ສິດເລືອກຕັ້ງຈົ່ງພ້ອມຈິດພ້ອມ ໃຈກັນໄປໃຊ້ສິດປະຊາທິປະໄຕ ຂອງຕົນໃນການປ່ອນບັດເລືອກ ຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງ ຊາດ ເພື່ອຄັດເລືອກເອົາຕົວແທນ ທີ່ມີມາດຖານເງື່ອນໄຂ, ມີຄວາມ ຮູ້ຄວາມສາມາດ ແລະ ວິໄສທັດ ກວ້າງໄກເຂົ້າໄປເຮັດໜ້າທີ່ໃນສະ ພາແຫ່ງຊາດ. ພາບ: ອານຸສອນ ພູມມີທອນ ຂັ້ນແຂວງ (ສສຂ) ຊຸດທີ V ໃນ ວັນທີ 12 ກຸມພາ 2026 ເພື່ອໃຫ້ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາ ເຜົ່າທົ່ວປະເທດ ແລະ ຊາວລາວທີ່ ດຳລົງຊີວິດຢູ່ຕ່າງປະເທດ ໄດ້ຮັບ ຊາບຢ່າງທົ່ວເຖິງ. ສຳລັບຈໍານວນຜູ້ມີສິດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ໃນແຕ່ລະເຂດເລືອກຕັ້ງ ມີຄື: ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ມີ 679.952 ຄົນ, ຍິງ 339.824 ຄົນ ໃນນີ້, ລວມທັງຜູ້ ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະ ເທດ; ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ມີ 124.060 ຄົນ, ຍິງ 65.053 ຄົນ; ເຂດ ເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ມີ 136.346 ຄົນ, ຍິງ 66.770 ຄົນ; ເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ ມີ 228.192 ຄົນ, ຍິງ 111.024 ຄົນ; ເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ມີ 132.290 ຄົນ, ຍິງ 65.277 ຄົນ; ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ມີ 299.857 ຄົນ, ຍິງ 148.550 ຄົນ; ເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີ 302.711 ຄົນ, ຍິງ 145.856 ຄົນ; ເຂດເລືອກຕັ້ງທີ 8 ແຂວງຫົວ ພັນ ມີ 177.694 ຄົນ, ຍິງ 79.794 ຄົນ; ເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ ມີ 174.419 ຄົນ, ຍິງ 83.104 ຄົນ; ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີ 302.420 ຄົນ, ຍິງ 145.862 ຄົນ; ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີ 215.335 ຄົນ, ຍິງ 106.373 ຄົນ; ເຂດ ເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີ 296.137 ຄົນ, ຍິງ 149.036 ຄົນ; ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ມີ 723.129 ຄົນ, ຍິງ 367.702 ຄົນ; ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີ 256.796 ຄົນ, ຍິງ 152.832 ຄົນ; ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ມີ 457.302 ຄົນ, ຍິງ 231.696 ຄົນ; ເຂດເລືອກຕັ້ງທີ 16 ແຂວງ ເຊກອງ ມີ 87.503 ຄົນ, ຍິງ 42.160 ຄົນ; ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີ 111.878 ຄົນ, ຍິງ 54.708 ຄົນ; ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີ 58.363 ຄົນ, ຍິງ 28.483 ຄົນ. ນັບແຕ່ມື້ນີ້ໄປຍັງອີກ 10 ວັນ ກໍຈະແມ່ນວັນປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງຈະຈັດພ້ອມກັນໃນຂອບເຂດ ທົ່ວປະເທດ ໃນວັນທີ 22 ກຸມພາ 2026 ແມ່ນເຫດການປະຫວັດສາດ ທີ່ມີຄວາມໝາຍສຳຄັນທີ່ສຸດໃນ ຊີວິດການເມືອງຂອງປະຊາຊົນ ລາວບັນດາເຜົ່າທົ່ວທັງຊາດ ລວມ ທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງ ປະເທດ, ເປັນຂີດໝາຍສຳຄັນຍິ່ງອີກ ຄັ້ງໜຶ່ງໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕຂອງປະ ຊາຊົນລາວບັນດາເຜົ່າໃນຖານະ ຜູ້ເປັນເຈົ້າຂອງອຳນາດລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ໃນໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ຕາງໜ້າຄະນະກຳມະ ການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງລະດັບ ທ້ອງຖິ່ນທຸກຂັ້ນຮຽກຮ້ອງໄປຍັງ ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ສຸມໃສ່ວຽກງານດັ່ງກ່າວ, ພ້ອມທັງ ເນັ້ນໜັກຫລາຍບັນຫາເປັນຕົ້ນແມ່ນ ເອົາໃຈໃສ່ປຸກລະດົມປະຊາຊົນທົ່ວ ແຂວງພ້ອມກັນໄປໃຊ້ສິດເລືອກຕັ້ງ ໃຫ້ເປັນຂະບວນການຟົດຟື້ນ, ພ້ອມ ທັງເປັນເຈົ້າການກຳແໜ້ນສະພາບ ໃນຂອບເຂດຂອງຕົນຮັບຜິດຊອບ, ເພີ່ມທະວີວຽກງານ ປກຊ-ປກສ ສຸມທຸກກຳລັງປ້ອງກັນເວນຍາມ ເພື່ອຕ້ານ ແລະ ສະກັດກັ້ນບັນດາ ປະກົດການຫຍໍ້ທໍ້ດ້ານຕ່າງໆ ໂດຍ ປະສານສົມທົບກັບອຳນາດການ ປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອ ຮັບປະກັນສະພາບມີຄວາມສະຫງົບ ຢ່າງໜັກແໜ້ນ. ຈາກນັ້ນ, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມ ຄະນະໄດ້ນຳເອົາເຄື່ອງຈຳນວນ ໜຶ່ງມອບໃຫ້ກອງບັນຊາການ ທະຫານແຂວງບໍລິຄຳໄຊ, ພ້ອມ ທັງລົງເຄື່ອນໄຫວຕິດຕາມ, ກວດ ກາຈຸດປ່ອນບັດເລືອກຕັ້ງ ຢູ່ກອງ ບັນຊາການທະຫານແຂວງບໍລິຄຳ ໄຊ ເພື່ອຮັບປະກັນໃຫ້ແກ່ການປ່ອນ ບັດເລືອກຕັ້ງຄັ້ງນີ້, ດຳເນີນໄປ ດ້ວຍບັນຍາກາດຟົດຟື້ນ ແລະ ມີ ຜົນສຳເລັດຕາມຈຸດປະສົງຄາດ ໝາຍທີ່ກຳນົດໄວ້. ຂ່າວ: ມິກກີ້ ແກ້ວສຸວັນ ລະດົມຂະບວນການໄດ້ຈັດກອງ ປະຊຸມເພື່ອປືກສາຫາລື ແລະ ສ້າງ ຄວາມເປັນເອກະພາບຕໍ່ໜ້າວຽກ ຂອງອະນຸກໍາມະການຕາມທີ່ໄດ້ ລະບຸຢູ່ໃນມະຕິຂອງຄະນະກໍາມະ ການເລືອກຕັ້ງຂັ້ນແຂວງ ໂດຍ ໄດ້ສ້າງແຜນດໍາເນີນງານຂອງ ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການກ່ຽວກັບ ການກະກຽມ ແລະ ດໍາເນີນການ ເລືອກຕັ້ງ, ປັບປຸງແຜນດໍາເນີນ ງານ, ແຜນວຽກ, ແຜນຄົນ ແລະ ແຜນງົບປະມານ ເພື່ອສະເໜີຕໍ່ອະນຸ ກໍາມະການເສດຖະກິດຄົ້ນຄວ້າ, ພິຈາລະນາ ແລະ ອະນຸມັດແຜນງົບ ປະມານຕາມແຜນດໍາເນີນງານຂອງ ອະນຸກໍາມະການ, ປະສານສົມທົບ ກັບບັນດາເມືອງ ເພື່ອສັງລວມ ບັນດາຈຸດທີ່ຕິດປ້າຍໂຄສະນາ, ຂະ ໜາດຂອງປ້າຍ, ຈໍານວນປ້າຍ, ຈັດຕັ້ງການຝືກອົບຮົມໂຄສະນາ ເຜີຍແຜ່ບັນດາເອກະສານທີ່ສໍາຄັນ ກ່ຽວກັບການເລືອກຕັ້ງສະມາຊິກ ສະພາໃຫ້ແກ່ພະນັກງານຫລັກ ແຫລ່ງຂັ້ນແຂວງ-ເມືອງ, ແຕ່ງຕັ້ງ ຄະນະຮັບຜິດຊອບເຄື່ອນໄຫວຕິດ ຕາມ, ຊຸກຍູ້ການກະກຽມ ແລະ ດໍາ ເນີນການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຕາມບາດກ້າວ ທີ່ຄະນະກໍາມະການເລືອກຕັ້ງລະດັບ ຊາດ ກໍຄື ຂັ້ນແຂວງໄດ້ກໍານົດ, ແຈ້ງ ການໃຫ້ບັນດາເມືອງ ແລະ ພະ ແນກການອ້ອມຂ້າງແຂວງ ເພື່ອ ປຸກລະດົມທຸກພາກສ່ວນປະກອບ ສ່ວນຂະບວນການຮອບດ້ານ ເພື່ອ ຂໍ່ານັບຮັບຕ້ອນໃຫ້ແກ່ການປ່ອນ ບັດເລືອກຕັ້ງເຮັດໃຫ້ຂະບວນການ ປ່ອນບັດເປັນປາງບຸນໃຫຍ່ ແລະ ມີ ບັນຍາກາດຟົດຟື້ນ. ຈາກນັ້ນ, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການແຂວງຜົ້ງ ສາລີ, ພ້ອມທັງເນັ້ນໜັກໃຫ້ເອົາໃຈ ໃສ່ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອ ຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນ ລຸຕາມຈຸດປະສົງ ແລະ ສໍາເລັດໄປ ຕາມຄາດໝາຍທີ່ວາງໄວ້. ທຸກຄົນແຕ່ອາຍຸ 18 ປີຂຶ້ນໄປຈົ່ງ ພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງ ໃຫ້ຄົບຖ້ວນເຮັດໃຫ້ການເລືອກຕັ້ງ ຄັ້ງນີ້, ບັນລຸຈຸດປະສົງ ແລະ ລະດັບ ຄາດໝາຍທີ່ວາງໄວ້, ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ V ສູ່ບາດ ລ້ຽວໃໝ່, ປະກອບສ່ວນທີ່ສຳຄັນ ໃນການສ້າງລັດ ປະຊາທິປະໄຕ ປະຊາຊົນໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍຂອງປະຊາຊົນ ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ, ນຳ ພາປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາ ກໍຄື ຊາດ ລາວເອກະພາບກ້າວໄປສູ່ໄລຍະ ການພັດທະນາດ້ວຍຄຸນນະພາບ ໃໝ່ ຕາມມະຕິຂອງກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ໃຫ້ ປະກົດຜົນເປັນຈິງສືບຕໍ່ບູລະນະລະ ບອບປະຊາທິປະໄຕປະຊາຊົນ ກ້າວ ຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ເລືອກໃຫ້ກັບຊີວິດຂອງຕົນເອງ ຢ່າງຖືກຕ້ອງ, ການຮັບຟັງຜົນ ຮ້າຍ ແລະ ວິທີຊ່ວຍເຫລືອໃນການ ອອກຢາເສບຕິດຂັ້ນພື້ນຖານ ຊຶ່ງ ໄດ້ອະທິບາຍເຖິງຜົນກະທົບຈາກ ສິ່ງເສບຕິດທີ່ເປັນໄພອັນຕະລາຍ ຮ້າຍແຮງຕໍ່ສັງຄົມ ແລະ ວິທີການ ບໍາບັດເບື້ອງຕົ້ນໃນການອອກຈາກ ສິ່ງເສບຕິດ. ນອກນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງກົດໝາຍວ່າດ້ວຍຊາວ ໜຸ່ມລາວບາງມາດຕາ ທີ່ສອດຄ່ອງ ກັບຜູ້ທີ່ພົວພັນກັບສິ່ງເສບຕິດໃຫ້ມີ ໂອກາດກັບຄືນມາສູ່ອ້ອມກອດຂອງ ຄອບຄົວ ແລະ ສັງຄົມ. ໂອກາດດຽວກັນ, ສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ຍັງໄດ້ ມອບເຄື່ອງອຸປະກອນກິລາ ໃຫ້ທາງ ສູນຟື້ນຟູສຸຂະພາບ ແລະ ບໍາບັດຜູ້ຕິດ ຢາເສບຕິດລວມມູນຄ່າ 26 ລ້ານ ກວ່າກີບ ຕື່ມອີກ. ຂໍ້ມູນ: ສື່ມວນຊົນໜຸ່ມລາວ
RkJQdWJsaXNoZXIy MTc3MTYxMQ==