12/02/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫາລືືສ້າງຄວາມເຂັ້ມແຂງ...ືື້ັ້ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ...ູ້ັັືັ້ັ ຊາວໜຸ່ມ-ໄວໜຸ່ມ...ຸຸ່່ ຜູ້ສະໝັກຮັບເລືອກຕັ້ງ ສສຊ ...ູ້ັັືັ້ ສານປະຊາຊົນສູງສຸດ...ົູຸ ລັດຖະມົນຕີກະຊວງ ປກສ...ັົີ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະອະນຸກຳມະການ, ຄະນະ ກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະອະນຸກຳມະການຕ່າງໆ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສີລິລາດ ທົງສິນ ທອງເພັງ ໄດ້ລາຍງານ ການກະກຽມຄວາມພ້ອມ ໃຫ້ແກ່ ການປ່ອນບັດເລືອກຕັ້ງ ສສຊ ຊຸດ ທີ X ແລະ ສສຂ ຊຸດທີ V ວ່າ: ສໍາລັບຢູ່ ນວ ມີຈຳນວນຜູ້ມີສິດ ເລືອກຕັ້ງທັງໝົດ 685.808 ຄົນ ຍິງ 340.980 ຄົນ, ໜ່ວຍປ່ອນ ບັດມີທັງໝົດ 843 ໜ່ວຍ ໃນນີ້, ມີໜ່ວຍເຄື່ອນທີ່ 8 ໜ່ວຍ ແລະ ໜ່ວຍສະເພາະກຳລັງ ປກຊ-ປກສ 59 ໜ່ວຍ, ຜູ້ມີສິດເລືອກຕັ້ງຢູ່ຕ່າງ ປະເທດ 23.349 ຄົນ, ມີ 41 ໜ່ວຍປ່ອນບັດ, ໄດ້ສ້າງຕັ້ງຄະນະ ກຳມະການເລືອກຕັ້ງຂັ້ນ ນວ ແລະ ຂັ້ນເມືອງ 9 ເມືອງ, ມີການຈັດ ຝຶກອົບຮົມວຽກງານເລືອກຕັ້ງໃຫ້ ພະນັກງານຫລັກແຫລ່ງ ແລະ ລົງ ໂຄສະນາຫາສຽງຂອງຜູ້ສະໝັກໃນ 142 ຈຸດທົ່ວ ນວ, ດ້ານອຸປະກອນ ໄດ້ຈັດກຽມຫີບປ່ອນບັດ, ບັດເລືອກ ເຂດເລືອກຕັ້ງ ເມືອງວຽງຄຳ ຊຸດ ທີ V ຈໍານວນ 7 ທ່ານ ຍິງ 1 ທ່ານ ລົງໂຄສະນາຫາສຽງ ແລະ ແນະນຳ ໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ 3 ຈຸດຄື: ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມ ສະຫງົບແຂວງ ແລະ ສຳນັກງານ ປົກຄອງເມືອງວຽງຄຳ ແຂວງ ວຽງຈັນ ໂດຍການນໍາພາຂອງ ທ່ານ ບຸນສອນ ເພັດລາວັນ ປະທານ ສະພາປະຊາຊົນ ແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ-ຕຳຫລວດ ແລະ ຫ້ອງການອ້ອມຂ້າງເມືອງ ແລະ ເລຂາ-ຮອງເລຂາພັກບ້ານ ຈາກ 17 ບ້ານ ເຂົ້າຮ່ວມ. ທັງນີ້, ກໍເພື່ອຮັບປະກັນໃຫ້ແກ່ ການໂຄສະນາຫາສຽງຂອງຜູ້ສະ ໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ຮັບຜົນດີ, ມີຄວາມເປັນ ເອກະພາບໃນທົ່ວແຂວງທັງຮັບປະ ກັນການນຳພາຂອງພັກ, ສອດຄ່ອງ ກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງ ຂອງແຂວງ; ເພື່ອສຶກສາອົບຮົມ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມ ກ່ຽວກັບ ຄວາມໝາຍຄວາມສໍາຄັນຂອງ ການເລືອກຕັ້ງແນໃສ່ເຊີດຊູລະດັບ ຄວາມຕື່ນຕົວທາງດ້ານການ ເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດ ເປັນເຈົ້າຂອງປະເທດຊາດ ຂອງ ພົນລະເມືອງໃນການໄປໃຊ້ສິດ ປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງຄົບຖ້ວນ, ຖືກຕ້ອງຕາມ ລະບຽບຫລັກການ; ເຮັດໃຫ້ຜູ້ມີ ສິດເລືອກຕັ້ງໄດ້ຮູ້ໄດ້ເຫັນຜູ້ສະໝັກ ຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະ ຫວັດ, ຄຸນສົມບັດ, ຄວາມຮູ້ຄວາມ ສາມາດ, ທັດສະນະ ແລະ ການ ເຄື່ອນໄຫວວຽກງານຂອງຜູ້ສະ ໝັກຮັບເລືອກຕັ້ງແລ້ວໃຊ້ສິດພື້ນ ຖານຂອງຕົນ ເພື່ອເລືອກເອົາບຸກ ຄົນທີ່ມີມາດຕະຖານເງື່ອນໄຂຖືກ ຕ້ອງ ແລະ ຄົບຖ້ວນເຂົ້າເປັນຕົວ ແທນແຫ່ງສິດອຳນາດຂອງປະຊາ ຊົນຢ່າງແທ້ຈິງ; ເພື່ອໃຫ້ຜູ້ສະໝັກ ຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບ ຄວາມມຸ່ງມາດປາຖະໜາ ແລະ ສະ ພາບການດຳລົງຊີວິດຂອງປະຊາ ຊົນບັນດາເຜົ່າໃນເຂດເລືອກຕັ້ງ ຂອງຕົນ ແລະ ໄດ້ພົວພັນສະໜິດ ແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ ຕົນລົງສະໝັກຮັບເລືອກຕັ້ງ. ໃນການໂຄສະນາຫາສຽງຄັ້ງ ນີ້, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນ ແນະນຳຊື່ ແລະ ປະຫວັດການ ເຄື່ອນໄຫວຂອງຕົນໃນໄລຍະຜ່ານ ມາພ້ອມທັງສະເໜີຈຸດປະສົງໃນ ການລົງເຄື່ອນໄຫວ. ພ້ອມນັ້ນ, ຜູ້ ສະໝັກຍັງຮຽກຮ້ອງໃຫ້ຜູ້ມີສິດ ເລືອກຕັ້ງຈົ່ງໄດ້ຮ່ວມຈິດຮ່ວມໃຈ ເຂົ້າຮ່ວມຂະບວນການເລືອກຕັ້ງ ໃນຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີ ມາດຕະຖານເງື່ອນໄຂຄົບຖ້ວນ, ມີ ຄວາມຮູ້ຄວາມສາມາດ, ມີວິໄສທັດ ທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ ປະຊາຊົນເຂົ້າໄປຢູ່ໃນສະພາແຫ່ງ ສຳຄັນຫລາຍຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ຊຶ່ງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກຳນົດເອົາການ ຜະລິດກາເຟເປັນພືດຍຸດທະສາດ ເພື່ອສົ່ງເສີມໃຫ້ກາຍເປັນສິນຄ້າ ສົ່ງອອກສາມາດສ້າງລາຍຮັບໃຫ້ແກ່ ປະເທດຊາດ ແລະ ແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນໄດ້. ປັດຈຸບັນ, ເຫັນວ່າມີຫລາຍຫົວໜ່ວຍທຸລະກິດ ໄດ້ສຸມໃສ່ການລົງທຶນເຂົ້າໃສ່ການ ຜະລິດກາເຟ ຊຶ່ງມີບໍລິສັດທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຫລາຍກວ່າ 80 ຫົວໜ່ວຍທີ່ເຮັດ ທຸລະກິດດ້ານການຜະລິດ, ການປຸງ ແຕ່ງ ແລະ ສົ່ງອອກກາເຟ ລວມມູນ ຄ່າການສົ່ງອອກກາເຟໃນແຕ່ລະປີ ປະມານ 100 ລ້ານກວ່າໂດລາສະ ຫະລັດ. ນອກຈາກນີ້, ກາເຟຍັງ ເປັນແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ ກະສິກອນຫລາຍກວ່າ 20.000 ຄອບຄົວ ແລະ ໄດ້ສ້າງວຽກເຮັດ ງານທຳໃຫ້ຊາວຜູ້ອອກແຮງງານ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ພ້ອມດ້ວຍຄະນະຜູ້ສະ ໝັກເປັນ ສສຊ ຊຸດທີ X. ສິ່ງທີ່ໜ້າສົນໃຈໃນເວທີຫາ ສຽງຄັ້ງນ້ີແມ່ນຄວາມຕື່ນຕົວຂອງ ຊາວໜຸ່ມ-ໄວໜຸ່ມ ໄດ້ໃຫ້ຄວາມ ສຳຄັນເຂົ້າມານັ່ງຢູ່ແຖວໜ້າ ເພື່ອ ຊອກຮູ້ເຖິງນະໂຍບາຍທີ່ຈະມາ ຊ່ວຍພັດທະນາຊີວິດການເປັນຢູ່ ສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ຊຶ່ງນໍາໂດຍທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ລົງ ສະໝັກຮັບເລືອກຕັ້ງນໍ້າເບີ 1 ແລະ ທ່ານ ໄຊຊະນະ ໂຄດພູທອນ ເລຂາ ຄະນະບໍລິຫານງານພັກແຂວງຄໍາ ມ່ວນ, ຜູ້ລົງສະໝັກຮັບເລືອກຕັ້ງ ນໍ້າເບີ 2 ລົງພົບປະຫາສຽງຜູ້ມີ ສິດປ່ອນບັດເລືອກຕັ້ງໃນວັນທີ 11 ກຸມພາ 2026 ຢູ່ເມືອງທ່າແຂກ ໂດຍມີທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາຄະນະພັກ-ອົງ ການປົກຄອງເມືອງ, ພະນັກງານ ຫລັກແຫລ່ງອ້ອມຂ້າງ, ກໍາລັງທະ ຫານ-ຕໍາຫລວດ ແລະ ພໍ່ແມ່ປະຊາ ຊົນພາຍໃນເທສະບານເມືອງເຂົ້າ ຮ່ວມຕ້ອນຮັບ. ໃນໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການຜ່ານປະຫວັດຫຍໍ້ຂອງຜູ້ຮັບ ສະໝັກເລືອກຕັ້ງ, ພ້ອມທັງແນະນໍາ ໂຕ ແລະ ນໍາສະເໜີຜົນງານການ ປະຕິບັດໜ້າທີ່ຂອງຕົນໃນໄລຍະ ຜ່ານມາ ແລະ ສະແດງວິໄສທັດແນວ ທາງໃນການຮັບໃຊ້ປະຊາຊົນຕໍ່ຜູ້ ມີສິດປ່ອນບັດພ້ອມທັງຍົກໃຫ້ເຫັນ ບົດບາດຄວາມໝາຍຄວາມສຳຄັນ ຊາດ ແລະ ສະພາປະຊາຊົນແຂວງ. ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ 14 ທ່ານ ຍິງ 5 ທ່ານ, ມີຕົວແທນຈາກເຜົ່າລາວ 11 ທ່ານ, ເຜົ່າກຶມມຸ 1 ທ່ານ, ເຜົ່າມົ້ງ 2 ທ່ານ, ມາຈາກສູນກາງ 5 ທ່ານ ຍິງ 2 ທ່ານ, ມາຈາກແຂວງ 9 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການ ຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະ ຫາຊົນ, ກໍາລັງປ້ອງກັນຊາດ, ອາຍຸ ກະສຽນລະຫວ່າງ 46-55 ປີ ກວມ ເອົາ 50%, 56-60 ປີ ກວມເອົາ 42,8%, 60 ປີຂຶ້ນໄປກວມເອົາ 7,1%; ມີຜູ້ສະໝັກໃໝ່11 ທ່ານ ຍິງ 4 ທ່ານ ແລະ ຜູ້ເກົ່າສືບຕໍ່ສະໝັກ 3 ທ່ານ ຍິງ 1 ທ່ານ. ສຳລັບຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຂ ປະຈຳເຂດເລືອກຕັ້ງ ເມືອງວຽງຄຳ ມີ 7 ທ່ານ ຍິງ 1 ທ່ານ, ມີຕົວແທນຈາກເຜົ່າລາວ 5 ທ່ານ, ເຜົ່າກຶມມຸ 1 ທ່ານ ແລະ ເຜົ່າພວນ 1 ທ່ານ ຊຶ່ງທົ່ວແຂວງ ວຽງຈັນ ມີ 511 ໜ່ວຍປ່ອນບັດ, ມີພົນລະເມືອງ 514.471 ຄົນ ຍິງ 246.764 ຄົນ ແລະ ຜູ້ມີສິດປ່ອນ ບັດເລືອກຕັ້ງ ມີ 277.228 ຄົນ ຍິງ 133.114 ຄົນ. ສຳລັບໜ່ວຍປ່ອນ ບັດໃນກອງບັນຊາການທະຫານ ແຂວງມີ 1 ໜ່ວຍ, ຜູ້ມີສິດປ່ອນບັດ ເລືອກຕັ້ງ 699 ຄົນ ຍິງ 183 ຄົນ; ໜ່ວຍປ່ອນບັດໃນກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ມີ 2 ໜ່ວຍ, ຜູ້ມີສິດປ່ອນບັດເລືອກຕັ້ງ 1.159 ຄົນ ຍິງ 218 ຄົນ ແລະ ມີ ຜູ້ຖືກຫາ, ຜູ້ຖືກດັດສ້າງ 1.294 ຄົນ ຍິງ 39 ຄົນ. ສ່ວນເມືອງວຽງຄຳ ມີ ຜູ້ມີສິດປ່ອນບັດເລືອກຕັ້ງ 14.435 ຄົນ ຍິງ 6.563 ຄົນ ແລະ ມີ 25 ໜ່ວຍປ່ອນບັດເລືອກຕັ້ງ. ຂ່າວ: ສພຊ ຂອງສະພາແຫ່ງຊາດ ໃນການເປັນ ອົງການຕົວແທນສິດ ແລະ ຜົນປະ ໂຫຍດຂອງປະຊາຊົນ. ເຂດເລືອກຕັ້ງທີ 12 ແຂວງຄໍາ ມ່ວນ ມີຜູ້ລົງສະໝັກຮັບເລືອກຕັ້ງ 14 ທ່ານ ຍິງ 3 ທ່ານ, ມາຈາກສູນ ກາງ 4 ທ່ານ, ຈາກທ້ອງຖິ່ນ 10 ທ່ານ ໃນນີ້, ຈະໄດ້ເລືອກເອົາ 10 ທ່ານ. ການພົບປະຫາສຽງຂອງ ຜູ້ສະໝັກ ສສຊ ຈະໄດ້ດໍາເນີນໄປ ຮອດວັນທີ 20 ກຸມພາ ແລະ ການ ປ່ອນບັດເລືອກຕັ້ງເປັນທາງການ ຈະໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້. ພ້ອມນີ້, ໃນ ວັນທີ 12 ກຸມພາ ຈະໄດ້ເຄື່ອນໄຫວ ພົບປະພະນັກງານ-ລັດຖະກອນ ແລະ ປະຊາຊົນ ເພື່ອໂຄສະນາຫາ ສຽງຢູ່ເມືອງຫີນບູນຕື່ມອີກ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກ ຕັ້ງ ສສຊ ເຂດ 12 ແຂວງຄໍາມ່ວນ ປະກອບມີ: ທ່ານ ໂພໄຊ ໄຊຍະສອນ (ເບີ1);ທ່ານໄຊຊະນະໂຄດພູທອນ (ເບີ 2); ທ່ານ ແກ້ວອຸດອນ ບຸດສິງ ຂອນ (ເບີ 3); ທ່ານ ພູທອນ ວໍລະ ເພັດ (ເບີ 4); ທ່ານ ສາຍຄໍາ ພະ ໄຊສິດທິເດດ (ເບີ 5); ທ່ານ ນາງ ສຸກຂະເສີມ ສິດທິເດດ (ເບີ 6); ທ່ານ ທອງເພັດ ຜຸຍຍະວົງ (ເບີ 7); ທ່ານ ໄພມະນີ ພົມມະສານ (ເບີ 8); ທ່ານ ສົມວິໄຊ ວົງທິລາດ (ເບີ 9); ທ່ານ ນາງ ກອນແກ້ວ ຫລວງໄຊ ມຸງຄຸນ (ເບີ 10); ທ່ານ ບໍ ຫານ ປະເສີດ (ເບີ 11); ທ່ານ ທະນົງສິນ ກັນລະຍາ (ເບີ 12); ທ່ານ ນາງ ດາລາມິນ ສີສະຫວ່າງ (ເບີ 13) ແລະ ທ່ານ ພັອ ພັນມະຫາ ຈູມມະນີ (ເບີ 14). ບັນຍາກາດພົບປະຫາສຽງຄັ້ງນີ້ ເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ, ປອດໄພ ແລະ ສະແດງເຖິງຄວາມ ຕື່ນຕົວຂອງພະນັກງານ, ກຳລັງ ທະຫານ-ຕໍາຫລວດ ແລະ ປະຊາຊົນ ໃນການໃຊ້ສິດປະຊາທິປະໄຕ ເພື່ອ ຄັດເລືອກຜູ້ແທນຂອງຕົນ. ຂ່າວ: ມະນີວັນ ຕັ້ງ, ປ້າຍໂຄສະນາ ແລະ ເອກະ ສານຕ່າງໆຄົບຖ້ວນ ແລະ ພວມ ດຳເນີນການແຈກຢາຍໃຫ້ບັນດາ ເມືອງໃຫ້ສຳເລັດກ່ອນວັນທີ 15 ກຸມພາ 2026, ດ້ານການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ວາງແຜນການຮັກສາຄວາມ ສະຫງົບຢ່າງເຂັ້ມງວດໃນທຸກຈຸດ ປ່ອນບັດ ເພື່ອຮັບປະກັນໃຫ້ການ ເລືອກຕັ້ງດໍາເນີນໄປດ້ວຍຄວາມ ເປັນລະບຽບຮຽບຮ້ອຍ. ສໍາລັບທິດ ທາງແຜນການຕໍ່ໜ້າ, ຄະນະກຳມະ ການເລືອກຕັ້ງຈະສືບຕໍ່ຊຸກຍູ້ການ ໂຄສະນາຫາສຽງໃຫ້ບັນລຸຕາມ ຄາດໝາຍ, ກວດກາຄືນຄວາມ ພ້ອມຂອງສະຖິຕິຜູ້ມີສິດເລືອກຕັ້ງ ແລະ ຄວາມພ້ອມຂອງໜ່ວຍປ່ອນ ບັດປະສານສົມທົບກັບຂັ້ນສູນກາງ ເພື່ອເຮັດໃຫ້ການນັບຄະແນນສຽງ ມີຄວາມຖືກຕ້ອງ ແລະ ໂປ່ງໃສ. ໃນໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ຕາງໜ້າ ໃຫ້ອະນຸກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ເນັ້ນໃຫ້ ຄະນະພັກ-ຄະນະນໍາ ນວ ເພີ່ມທະ ວີຄວາມຮັບຜິດຊອບໃນການປົກ ປັກຮັກສາແນວທາງນະໂຍບາຍ ຂອງພັກ-ລັດ ແລະ ສະກັດກັ້ນທຸກ ກົນອຸບາຍທີ່ຫວັງມ້າງເພທຳລາຍ, ການເລືອກຕັ້ງຕ້ອງມີແບບແຜນວິທີ ເຮັດວຽກທີ່ທັນສະໄໝ, ມີລະບຽບ ວິໄນເຂັ້ມງວດ, ເສີມຂະຫຍາຍມູນ ເຊື້ອຮັກຊາດຂອງກຳລັງປະກອບ ອາວຸດ, ເພີ່ມທະວີການເຄື່ອນໄຫວ ວິຊາສະເພາະເພື່ອຕິດຕາມ ແລະ ເກັບກຳຂໍ້ມູນກຸ່ມຄົນບໍ່ດີທີ່ອາດສ້າງ ຄວາມບໍ່ສະຫງົບໃນທຸກຮູບແບບ, ສຸມໃສ່ການຄຸ້ມຄອງສື່ສັງຄົມອອນ ລາຍ, ການເຂົ້າ-ອອກເມືອງ, ການຄຸ້ມຄອງສຳມະໂນຄົວ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ ຕ່າງໆຕາມເສັ້ນທາງສັນຈອນ ເອົາໃຈໃສ່ຄຸ້ມຄອງ ແລະ ປ້ອງກັນ ເຂດຊາຍແດນຢ່າງຮັດກຸມ ເພື່ອ ຮັບປະກັນບໍ່ໃຫ້ມີເຫດການບໍ່ສະ ຫງົບທາງການເມືອງເກີດຂຶ້ນ, ເພີ່ມ ທະວີຄວາມເປັນເອກະພາບ ແລະ ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງກຳລັງ ປກຊ-ປກສ ກັບ ຄະນະກຳມະການເລືອກຕັ້ງທຸກຂັ້ນ ແລະການປ່ອນບັດລ່ວງໜ້າເນັ້ນໜັກ ໃຫ້ກວດກາຄວາມພ້ອມທັງໝົດທັງ ນີ້ກໍເພື່ອຮັບປະກັນໃຫ້ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງໃນຄັ້ງນີ້ ດຳເນີນໄປ ດ້ວຍບັນຍາກາດທີ່ສະຫງົບ-ປອດ ໄພ ແລະ ບັນລຸຕາມຈຸດປະສົງ ຄາດໝາຍທີ່ວາງໄວ້ຢ່າງຈົບງາມ. ຂ່າວ: ແກ້ວ ອຸເພັດ ແລະ ໂອກາດໃນອະນາຄົດ. ຜູ້ສະ ໝັກທັງໝົດ 6 ທ່ານ ໄດ້ເນັ້ນໜັກ ເຖິງການສົ່ງເສີມການສຶກສາ, ວິ ຊາຊີບ ແລະ ການສ້າງວຽກເຮັດ ງານທຳໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ໃນທ້ອງຖິ່ນ, ຫາກໄດ້ຮັບຄວາມ ໄວ້ວາງໃຈເຂົ້າສູ່ສະພາແຫ່ງຊາດ. ພ້ອມດຽວກັນນີ້, ຜູ້ສະໝັກຍັງໄດ້ ຜັດປ່ຽນກັນຜ່ານປະຫວັດ ແລະ ຜົນງານການເຄື່ອນໄຫວຂອງຜູ້ສະ ໝັກເປັນ ສສຊ ແລະ ສສຂ ຜູ້ອື່ນໆ ຕື່ມອີກ. ຂ່າວ-ພາບ: ແສງອາທິດ ຄະນະບໍລິຫານງານພັກ, ປະທານ ສານປະຊາຊົນສູງສຸດ, ມີບັນດາ ປະທານສານປະຊາຊົນພາກ, ນະ ຄອນຫລວງ, ເຂດ ແລະ ສານ ທະຫານໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອຕີລາ ຄາຜົນຂອງການຈັດຕັ້ງປະຕິບັດ, ທົບທວນຄືນບັນດາຂໍ້ຄົງຄ້າງຢ່າງ ກົງໄປ-ກົງມາຕໍ່ກັບສະພາບການ ແກ້ໄຂຄະດີທີ່ບໍ່ທັນສາມາດສິ້ນສຸດ ຢ່າງຂາດຕົວ, ຄົ້ນຄວ້າລົງເລິກ ຄວາມສອດຄ່ອງຂັ້ນຕອນການພິ ຈາລະນາຕັດສິນຄະດີຂອງສານ 3 ຂັ້ນຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນ ລົບລ້າງ, ບັນຫາຊ່ອງວ່າງກົດໝາຍ ເພື່ອແກ່ຍາວຄະດີບໍ່ໃຫ້ສຳເລັດ. ໂອກາດນີ້, ທ່ານນາງວຽງທອງ ສີພັນດອນ ໄດ້ກ່າວວ່າ: ສານປະ ຊາຊົນສູງສຸດ ປະຕິບັດພາລະບົດ ບາດໃນການຄຸ້ມຄອງມະຫາພາກ ວຽກງານຕຸລາການຕາມລັດຖະທຳ ມະນູນ ແລະ ກົດໝາຍເປັນແຕ່ລະ ໄລຍະໄດ້ສ້າງການຫັນປ່ຽນທາງ ດ້ານທັດສະນະໃນການຄົ້ນຄວ້າ ວິເຄາະ, ວິໄຈ, ພິຈາລະນາຄະດີ, ປະ ສານສົມທົບກັບບັນດາພາກສ່ວນທີ່ ດຳເນີນຄະດີໃນຂະບວນຍຸຕິທຳໃຫ້ ມີຄວາມຊັດເຈນຮອບຄອບ, ພາວະ ວິໄສ ແລະ ຍຸຕິທຳ ໄດ້ໃນລະດັບທີ່ ເປັນໜ້າພໍໃຈຂອງສັງຄົມ ແລະ ໄດ້ສ້າງຄວາມເຊື່ອໝັ້ນເປັນທີ່ເພິ່ງ ຂອງປະຊາຊົນ. ພ້ອມນີ້, ຍັງໄດ້ ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບໃນ ການຄົ້ນຄວ້າບັນດາເອກະສານໃຫ້ ເລິກເຊິ່ງ ພ້ອມກັນປະກອບຄໍາຄິດ ເຫັນຢ່າງກົງໄປກົງມາ, ລະອຽດ, ຈະແຈ້ງ, ຫລີກເວັ້ນການປະກອບ ຄໍາເຫັນທີ່ມີລັກສະນະລວມໆ, ບໍ່ ເຂົ້າປະເດັນ, ໃຫ້ລົງເລິກບັນຫາທີ່ ຈະຕ້ອງມີການຫັນປ່ຽນ, ປັບປຸງ, ວິໄຈສາເຫດຕົ້ນຕໍທີ່ເປັນຈຸດອອ່ນ, ຂໍ້ຂາດຕົກບົກຜ່ອງ ເພື່ອເຮັດໃຫ້ຫາງ ສຽງຂອງສັງຄົມ, ປະກົດການຫຍໍ້ທໍ້ ຕ່າງໆຫລຸດລົງເທື່ອລະກ້າວ ແລະ ບັນລຸຕາມລະດັບຄາດໝາຍໄດ້ໃນ ລະດັບດີມີຄຸນນະພາບຂອງການ ປະຕິບັດໜ້າທີ່ການເມືອງ. ຂໍ້ມູນ-ພາບ: ຕຸໄລເພັດ ຫລາຍກວ່າ 300.000 ຄົນ. ໃນໄລຍະຜ່ານມາ, ການຜະລິດ ຊາ (ໃບຊາ) ສ່ວນໃຫຍ່ແມ່ນຜະລິດ ເປັນຄອບຄົວຂອງປະຊາຊົນເຂດຊົນ ນະນົດ ຊຶ່ງກາຍເປັນແຫລ່ງລາຍໄດ້ ສຳຄັນຂອງຄອບຄົວ, ຊາລາວ ມີຈຸດ ບົ່ມຊ້ອນສຳຄັນໃນການພັດທະນາ ເປັນສິນຄ້າປາຍແຫລມ ເພື່ອການ ສົ່ງອອກ. ເມື່ອບໍ່ດົນມານີ້, ເຫັນວ່າ ການຜະລິດ, ການປູກຊາໃນລາວ ແມ່ນໄດ້ຮັບຄວາມສົນໃຈຫລາຍຂຶ້ນ ຈາກນັກລົງທຶນພາຍໃນ ແລະ ພາກ ພື້ນເນື່ອງຈາກຕະຫລາດພາກພື້ນ ແລະ ສາກົນ ໄດ້ສົນໃຈຊື້ໃບຊາລາວ ນັບມື້ຫລາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍມີບັນດາໂຄງການພັດທະນາໄດ້ ໃຫ້ການຊ່ວຍເຫລືອທຶນຮອນ ແລະ ວິຊາການແກ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຊຸກຍູ້ສົ່ງເສີມ ກະສິກອນໃຫ້ສາມາດຜະລິດຊາຄຸນ ນະພາບຕາມທີ່ຕະຫລາດຕ້ອງການ. ປັດຈຸບັນ, ເຫັນວ່າຂະແໜງກາ ເຟ ແລະ ໃບຊາລາວ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ ແລະ ມີ ຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ, ຜົນສຳເລັດດັ່ງກ່າວ, ສ່ວນໜຶ່ງກໍ ຍ້ອນການປະກອບສ່ວນທຶນຮອນ ແລະ ວິຊາການຢ່າງຕໍ່ເນື່ອງຈາກ ປະເທດເພື່ອນມິດສາກົນ. ຂ່າວ: ພອນໄຊ ສີສົງຄາມ ທິດທາງແຜນການປີ 2026 ພາຍ ໃຕ້ຄຳຂວັນ “ບໍລິການດີ-ມີວິໄນ, ຕັດສິນວ່ອງໄວ-ໂປ່ງໃສ-ທ່ຽງທຳ, ກວດກາເຂັ້ມງວດ ແລະ ທັນການ” ໃນວັນທີ 10 ກຸມພາ 2026 ນີ້, ໂດຍການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາ
RkJQdWJsaXNoZXIy MTc3MTYxMQ==