12/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K z6h lt\a dIa [g]n vd8A ' ll- g0fg]n vd8A 'mu 18 c0;'w-lq ,[6 o ln [8+ ]q 'sklP' 16j g,n v'Iqj , 7e4k,{7e8v[ dj P;da [dko9a f8A '37ltoksklP' deoq fg0fg]n vd8A ' c]t c8j '8A '7totde,tdkog]n vd8A '0A o8j k'M ຂປລ.ໜັງສືພິມປະເທດລາວສະ ບັບກ່ອນໆ ກໍໄດ້ນຳສະເໜີຫລາຍໆ ຄຳຖາມ-ຄຳຕອບໄປແລ້ວ, ມາໃນ ມື້ນີ້ຂໍສືບຕໍ່ນຳສະເໜີໃຫ້ບັນດາທ່ານ ໄດ້ຮັບຮູ້ກ່ຽວກັບການຈັດຕັ້ງໂຄສະ ນາຫາສຽງໃຫ້ແກ່ຜູ້ສະໝັກຮັບ ເລືອກຕັ້ງ ເປັນສະມາຊິກສະພາ, ການກໍານົດເຂດເລືອກຕັ້ງ, ໜ່ວຍ ປ່ອນບັດເລືອກຕັ້ງ ແລະ ການຂຶ້ນ ບັນຊີລາຍຊື່ຜູ້ທີ່ມີສິດເລືອກຕັ້ງ ແລະ ການແຕ່ງຕັ້ງຄະນະກໍາມະ ການເລືອກຕັ້ງຂັ້ນຕ່າງໆ ຊຶ່ງມີລາຍ ລະອຽດດັ່ງນີ້: ຄໍາຖາມ 9:ໍ າ ການຈັດຕັ້ງໂຄສະ ນາຫາສຽງ ໃຫ້ແກ່ຜູ້ສະໝັກຮັບ ເລືອກຕັ້ງ ເປັນສະມາຊິກສະພາ ມີ ແນວໃດ? ຕອບ: ອົງການຈັດຕັ້ງຂອງ ພັກ, ລັດ, ແນວລາວສ້າງຊາດ, ອົງ ການຈັດຕັ້ງມະຫາຊົນ, ສະຫະພັນ ນັກຮົບເກົ່າ ແລະ ອົງການຈັດຕັ້ງ ສັງຄົມ ມີສິດ ແລະ ໜ້າທີ່ ອໍານວຍ ຄວາມສະດວກໃນການຈັດສະຖານ ທີ່, ຈັດຕັ້ງການໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດ ເລືອກຕັ້ງຂອງຕົນຕາມກົດໝາຍ ແລະ ລະບຽບການ. ຜູ້ສະໝັກຮັບເລືອກຕັ້ງແຕ່ລະ ຄົນ ມີສິດ ແລະ ໜ້າທີ່ລາຍງານຊີ ວະປະຫວັດຫຍໍ້ຂອງຕົນ ແລະ ຂອງ ຜູ້ສະໝັກເລືອກຕັ້ງອື່ນ ໃນເຂດ ເລືອກຕັ້ງດຽວກັນຕາມລະບຽບ ການ, ມີສິດໂຄສະນາຫາສຽງໃຫ້ ແກ່ຕົນເອງຕາມລະບຽບການ. ການ ໂຄສະນາ ໃຫ້ເລີ່ມພາຍຫລັງວັນປະ ກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຕາມການຕົກລົງ ຂອງຄະນະກໍາມະ ການເລືອກຕັ້ງລະດັບຊາດ ແລະ ຕ້ອງຢຸດລົງກ່ອນວັນເລືອກຕັ້ງ ໜຶ່ງ ວັນ. ຄະນະກໍາມະການເລືອກຕັ້ງລະ ດັບຊາດ ເປັນຜູ້ກໍານົດລະບຽບການ ຈັດຕັ້ງໂຄສະນາ. ຄໍາຖາມ 10:ໍ າ ການກໍານົດເຂດ ເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ ແລະ ການຂຶ້ນບັນຊີລາຍຊື່ຜູ້ທີ່ມີສິດ ເລືອກຕັ້ງ ມີແນວໃດ? ຕອບ: ການກໍານົດເຂດເລືອກ ຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ ແລະ ການຂຶ້ນບັນຊີລາຍຊື່ຜູ້ທີ່ມີສິດເລືອກ ຕັ້ງ ມີດັ່ງນີ້: 1. ການກໍານົດເຂດເລືອກຕັ້ງ: ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ໃຫ້ຖືເອົານະຄອນຫລວງ, ແຂວງ, ເປັນເຂດເລືອກຕັ້ງ. ການ ເລືອກຕັ້ງສະມາຊິກສະພາປະຊາ ຊົນຂັ້ນແຂວງໃຫ້ຖືເອົາເມືອງ, ເທສະ ບານ, ນະຄອນ ເປັນເຂດເລືອກຕັ້ງ. 2. ການກໍານົດໜ່ວຍປ່ອນບັດ ເລືອກຕັ້ງ: ໜ່ວຍປ່ອນບັດເລືອກ ຕັ້ງສະມາຊິກສະພາ ໃຫ້ຖືເອົາບ້ານ ເປັນຫລັກ, ບ້ານໃດທີ່ມີຜູ້ມີສິດ ເລືອກຕັ້ງແຕ່ຫ້າຮ້ອຍ ເຖິງໜຶ່ງພັນ ຄົນ ໃຫ້ຈັດຕັ້ງເປັນໜ່ວຍປ່ອນບັດ ເລືອກຕັ້ງໜຶ່ງ, ຖ້າຫາກຫລາຍກວ່າ ໜຶ່ງພັນຄົນຂຶ້ນໄປ ໃຫ້ຈັດຕັ້ງເປັນ ຫລາຍໜ່ວຍປ່ອນບັດເລືອກຕັ້ງ. ສໍາລັບບ້ານທີ່ຢູ່ໃກ້ຄຽງກັນ ຊຶ່ງມີ ຈໍານວນຜູ້ມີສິດເລືອກຕັ້ງໜ້ອຍ ກວ່າຫ້າຮ້ອຍຄົນ ນັ້ນໃຫ້ໂຮມເຂົ້າ ກັນ ແລ້ວຈັດຕັ້ງເປັນໜ່ວຍປ່ອນບັດ ເລືອກຕັ້ງໜຶ່ງ. ໃນກໍລະນີບ້ານທີ່ຢູ່ຫ່າງໄກສອກ ຫລີກ, ການໄປມາມີຄວາມຫຍຸ້ງ ຍາກຫລາຍນັ້ນອາດຈະຈັດຕັ້ງເປັນ ໜ່ວຍປ່ອນບັດເລືອກຕັ້ງໜຶ່ງ ຫລື ຈັດຕັ້ງເປັນໜ່ວຍຮັບຜິດຊອບຫີບ ບັດເຄື່ອນທີ່ ເພື່ອໄປຮັບເອົາບັດລົງ ຄະແນນສຽງຂອງຜູ້ມີສິດເລືອກ ຕັ້ງກໍໄດ້ໜວຍປ່ອນບັດເລືອກຕັ້ງ ສໍາລັບພົນລະເມືອງລາວທີ່ພວມປະ ຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ຕ່າງ ປະເທດນັ້ນ ໃຫ້ຄະນະກໍາມະການ ເລືອກຕັ້ງລະດັບຊາດ ເປັນຜູ້ກໍານົດ. ການກໍານົດໜ່ວຍປ່ອນບັດເລືອກ ຕັ້ງຢູ່ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ: ຄະນະກອງບັນຊາ ການກອງພົນ, ກອງພັນ, ກອງຮ້ອຍ ເອກະລາດ ແລະ ຄະນະກອງບັນຊາ ການແຂວງ, ນະຄອນຫລວງ ເປັນ ຜູ້ກໍານົດໜ່ວຍປ່ອນບັດເລືອກຕັ້ງ ຢູ່ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂອງຕົນ ແລ້ວແຈ້ງ ເປັນລາຍລັກອັກສອນໃຫ້ຄະນະກໍາ ມະການເລືອກຕັ້ງຂັ້ນເມືອງ ທີ່ຄະ ນະກອງນັ້ນຕັ້ງຢູ່ ເພື່ອຮັບຮູ້ ແລະ ສັງລວມເຂົ້າບັນຊີລາຍຊື່ໃນຈໍາ ນວນໜ່ວຍປ່ອນບັດເລືອກຕັ້ງຂອງ ເມືອງ, ເທສະບານ, ນະຄອນນັ້ນ. ສໍາລັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະ ຫງົບ ຖ້າຫາກມີຄວາມ ຈໍາເປັນຈັດ ຕັ້ງໜ່ວຍປ່ອນບັດເລືອກຕັ້ງສະ ເພາະນັ້ນ ກໍໃຫ້ຫ້ອງວ່າການກະ ຊວງດັ່ງກ່າວ ເປັນຜູ້ກໍານົດ ແລ້ວ ແຈ້ງເປັນລາຍລັກອັກສອນໃຫ້ຄະ ນະກໍາມະການເລືອກຕັ້ງຂັ້ນເມືອງ ບ່ອນກະຊວງນັ້ນ ຕັ້ງຢູ່ເພື່ອຮັບຮູ້. 3. ການຂຶ້ນບັນຊີລາຍຊື່ຜູ້ມີສິດ ເລືອກຕັ້ງ: ການຈັດຕັ້ງບ້ານ ເປັນຜູ້ ຮັບຜິດຊອບຂຶ້ນບັນຊີລາຍຊື່ ຜູ້ມີສິດ ເລືອກຕັ້ງສະມາຊິກສະພາ ໃນຂອບ ເຂດບ້ານຂອງຕົນ ແລ້ວລາຍງານ ໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນ ເມືອງ. ຜູ້ມີສິດເລືອກຕັ້ງແຕ່ລະຄົນ ມີສິດຈົດຊື່ຂອງຕົນຢູ່ໜ່ວຍປ່ອນບັດ ເລືອກຕັ້ງໜ່ວຍດຽວບ່ອນຕົນອາໄສ ຢູ່ ຫລື ຂຶ້ນສໍາມະໂນຄົວເທົ່ານັ້ນ. ຄະນະກໍາມະການເລືອກຕັ້ງລະ ດັບຊາດ ເປັນຜູ້ປະກາດລາຍຊື່ຜູ້ ມີສິດປ່ອນບັດເລືອກຕັ້ງດັ່ງກ່າວ ໃນຂອບເຂດທົ່ວປະເທດ ກ່ອນວັນ ເລືອກຕັ້ງພາຍໃນ ສາມສິບວັນ. ບັນ ຊີລາຍຊື່ຜູ້ມີສິດເລືອກຕັ້ງຕ້ອງນໍາມາ ຕິດປະກາດເປັນທາງການ ຢູ່ພາຍ ໃນໜ່ວຍປ່ອນບັດເລືອກຕັ້ງຂອງ ບ້ານ ເປັນຕົ້ນ ຫ້ອງການປົກຄອງ ບ້ານ, ສະຖານທີ່ສາທາລະນະ ຂອງ ເຂດປ່ອນບັດ ເພື່ອໃຫ້ປະຊາຊົນຕິດ ຕາມ ແລະ ກວດກາຊື່ຂອງຕົນ. ການຂຶ້ນບັນຊີລາຍຊື່ຜູ້ມີສິດ ເລືອກຕັ້ງກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ: ຄະນະ ກອງບັນຊາການ ກອງພົນ, ກອງ ພັນ, ກອງຮ້ອຍເອກະລາດ ແລະ ຄະນະກອງບັນຊາການແຂວງ, ນະ ຄອນຫລວງ ເປັນຜູ້ຮັບຜິດຊອບຂຶ້ນ ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ຢູ່ໃນ ຂອບເຂດຄວາມຮັບຜິດຊອບຂອງ ຕົນແລ້ວແຈ້ງເປັນລາຍລັກອັກສອນ ໃຫ້ຄະນະກໍາມະການເລືອກຕັ້ງຂັ້ນ ເມືອງ ບ່ອນຄະນະກອງດັ່ງກ່າວ ນັ້ນຕັ້ງຢູ່ ເພື່ອຮັບຮູ້. ສໍາລັບທະຫານ, ຕໍາຫລວດ ທີ່ ມີປຶ້ມສໍາມະໂນຄົວອາໄສຢູ່ບ້ານໃດ ກໍໃຫ້ຈົດຊື່ຂອງຕົນເຂົ້າໃນບັນຊີ ລາຍຊື່ ຜູ້ມີສິດເລືອກຕັ້ງ ຢູ່ໜ່ວຍ ປ່ອນບັດເລືອກຕັ້ງຂອງບ້ານນັ້ນ. ຄໍາຖາມ 11:ໍ າ ການແຕ່ງຕັ້ງຄະ ນະກໍາມະການເລືອກຕັ້ງຂັ້ນຕ່າງໆ ມີແນວໃດ? ຕອບ: ການແຕ່ງຕັ້ງຄະນະກໍາ ມະການເລືອກຕັ້ງຂັ້ນຕ່າງໆ ມີດັ່ງນີ້: 1. ການແຕ່ງຕັ້ງຄະນະກໍາມະ ການເລືອກຕັ້ງລະດັບຊາດ: ຄະນະ ກໍາມະການເລືອກຕັ້ງລະດັບຊາດ ຖືກແຕ່ງຕັ້ງໂດຍຄະນະປະຈໍາສະ ພາແຫ່ງຊາດ ແລ້ວສະເໜີປະທານ ປະເທດ ອອກລັດຖະດໍາລັດ ປະກາດ ເປັນທາງການຢ່າງຊ້າ ເກົ້າສິບວັນ ກ່ອນວັນເລືອກຕັ້ງ, ມີພາລະບົດ ບາດນໍາພາ-ຊີ້ນໍາການເລືອກຕັ້ງສະ ມາຊິກສະພາ ແລະ ຄະນະກໍາມະ ການເລືອກຕັ້ງ ລະດັບທ້ອງຖິ່ນ. ຄະນະກໍາມະການເລືອກຕັ້ງລະ ດັບຊາດ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກໍາມະການ, ແຕ່ຈໍານວນຄະນະກໍາມະການ ບໍ່ ໃຫ້ເກີນ ສິບເຈັດຄົນ. 2. ການແຕ່ງຕັ້ງຄະນະກໍາມະ ການເລືອກຕັ້ງລະດັບທ້ອງຖິ່ນ ທ້ອງຖິ່ນ ຄະນະກໍາມະການເລືອກ ຕັ້ງລະດັບລວມມີ 2 ຂັ້ນ ຄື: ຂັ້ນ ແຂວງ ແລະ ຂັ້ນເມືອງ). ຄະນະປະຈໍາສະພາປະຊາຊົນ ຂັ້ນແຂວງ ເປັນຜູ້ຕົກລົງແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງ ຂັ້ນ ແຂວງ, ຂັ້ນເມືອງ ແລ້ວປະກາດ ເປັນທາງການຢ່າງຊ້າ ຫົກສິບວັນ ກ່ອນວັນເລືອກຕັ້ງ. ຄະນະກໍາມະ ການເລືອກຕັ້ງຂັ້ນແຂວງ ປະກອບ ດ້ວຍ ປະທານ, ຮອງປະທານ ແລະ ກໍາມະການ ແຕ່ຈໍານວນຄະນະກໍາ ມະການດັ່ງກ່າວ ບໍ່ໃຫ້ເກີນ ສິບເກົ້າ ຄົນ; ຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກໍາມະການ ແຕ່ ຈໍານວນຄະນະກໍາມະການດັ່ງກ່າວ ບໍ່ໃຫ້ເກີນ ຊາວຫ້າຄົນ. ຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ ໃນຂອບເຂດຂັ້ນເມືອງ ຂອງຕົນ; ເປັນຜູ້ແຕ່ງຕັ້ງຄະນະຮັບ ຜິດຊອບໜ່ວຍປ່ອນບັດເລືອກຕັ້ງ; ກົມກອງໃນກໍາລັງຫລວງ ແລະ ກໍາ ລັງທ້ອງຖິ່ນ, ຫ້ອງວ່າການກະຊວງ ປ້ອງກັນປະເທດແລະ ກະຊວງປ້ອງ ກັນຄວາມສະຫງົບ ເປັນຜູ້ແຕ່ງຕັ້ງ ຄະນະຮັບຜິດຊອບໜ່ວຍປ່ອນບັດ ເລືອກຕັ້ງຢູ່ໃນກໍາລັງປະກອບອາ ວຸດ ແລ້ວແຈ້ງເປັນລາຍລັກອັກສອນ ໃຫ້ຄະນະກໍາມະການເລືອກຕັ້ງຂັ້ນ ເມືອງ ບ່ອນກົມກອງ ແລະ ຫ້ອງວ່າ ການນັ້ນຕັ້ງຢູ່ ເພື່ອຮັບຊາບ; ຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງປະກອບດ້ວຍຫົວໜ້າ, ຮອງຫົວ ໜ້າ ແລະ ກໍາມະການ ແຕ່ຈໍານວນ ທັງໝົດບໍ່ໃຫ້ເກີນສິບຫ້າຄົນ. ການປະກອບຄະນະກໍາມະການ ເລືອກຕັ້ງແຕ່ລະຂັ້ນ ໃຫ້ມີຕົວແທນ ຈາກອົງການຈັດຕັ້ງ ພັກ, ລັດ, ແນວ ລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນ ແລະ ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ. ສໍາລັບ ຄະນະກໍາມະການເລືອກຕັ້ງລະດັບ ຊາດ ແລະ ຄະນະກໍາມະການເລືອກ ຕັ້ງຂັ້ນແຂວງນັ້ນ ຍັງໃຫ້ມີຕົວແທນ ຈາກສະພາຕື່ມອີກ. ຄະນະກໍາມະ ການເລືອກຕັ້ງແຕ່ລະຂັ້ນ ມີສິດສ້າງ ຕັ້ງອະນຸກໍາມະການ ເພື່ອເປັນກົງ ຈັກຊ່ວຍວຽກຂອງຕົນຕາມຄວາມ ເໝາະສົມ. ພໍ້ກັນໃໝ່ໃນສະບັບໜ້າໍ້ ກັນ່ ໃັ ບ້ າ ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ສົມບູນໃຫ້ຮູ້ວ່າ: ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ(ສສຊ)ຊຸດ ທີXປະຈໍາເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຄະນະທີ 2 ສືບຕໍ່ເຄື່ອນ ໄຫວຫາສຽງແລະແນະນຳຕົວຕໍ່ຜູ້ມີສິດ ເລືອກຕັ້ງ ຢູ່ເມືອງຮົ່ມ ໃນວັນທີ 9 ກຸມພາ 2026 ຊຶ່ງນໍາພາໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນ ກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນຜູ້ສະໝັກນ້ຳເບີ2ພ້ອມ ດ້ວຍຜູ້ສະໝັກ 5 ທ່ານ ຍິງ 1 ທ່ານ. ໂອກາດນີ້, ຜູ້ສະໝັກເລືອກຕັ້ງ ຄະນະທີ 2 ໄດ້ຜັດປ່ຽນກັນຂຶ້ນຜ່ານ ຊີວະປະຫວັດຫຍໍ້ ແລະ ຜົນງານການ ເຄື່ອນໄຫວຂອງຕົນ ໃນໄລຍະຜ່ານ ມາ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຫາກໄດ້ຮັບຄວາມໄວ້ວາງໃຈ ຈາກຜູ້ມີ ສິດເລືອກຕັ້ງ ຕົນເອງຈະສຸມທຸກເຫື່ອ ແຮງ, ສະຕິປັນຍາ ແລະ ຄວາມຮູ້- ຄວາມສາມາດ ເຂົ້າໃນການຮັບໃຊ້ ຊາດ, ຮັບໃຊ້ປະຊາຊົນ ແລະ ເປັນຂົວຕໍ່ ທີ່ເຂັ້ມແຂງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອພັດທະນາ ແຂວງໄຊ ສົມບູນ ໃຫ້ມີໃບໜ້າໃໝ່ທີ່ສົດໃສກວ່າ ເກົ່າ. ຂະນະດຽວກັນ, ຜູ້ສະໝັກແຕ່ລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກ ຕັ້ງ ຢູ່ເມືອງຮົ່ມ ຈົ່ງໃຊ້ສິດປະຊາທິປະ ໄຕຂອງຕົນຢ່າງເຕັມສ່ວນ ໃນການ ຄັດເລືອກເອົາບຸກຄົນທີ່ມີຄວາມຮູ້- ຄວາມສາມາດ ແລະ ມີຄຸນສົມບັດສິນ ທໍາປະຕິວັດ ເພື່ອເຂົ້າໄປເຮັດໜ້າທີ່ເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຢ່າງແທ້ຈິງ. ໂອກາດດັ່ງກ່າວ, ຄະນະຮັບຜິດ ຊອບການເລືອກຕັ້ງ ຍັງໄດ້ສະເໜີລາຍ ຊື່ ແລະ ປະຫວັດການເຄື່ອນໄຫວໂດຍ ຫຍໍ້ ຂອງຜູ້ສະໝັກຮັບເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 18 ແຂວງໄຊສົມບູນ ຊຶ່ງແມ່ນຄະ ນະທີ 1 ທີ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕຕໍ່ປະຊາຊົນ ບ້ານເທສະບານ ເມືອງຮົ່ມ ໃຫ້ຜູ້ມີສິດເລືອກຕັ້ງໄດ້ ຮັບຊາບ ໂດຍການນໍາພາຂອງທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສູນ ກາງພັກ, ຮອງປະທານສູນກາງແນວ ລາວສ້າງຊາດ ຜູ້ສະໝັກນ້ຳເບີ 1 ພ້ອມ ດ້ວຍ ຜູ້ສະໝັກ 5 ທ່ານ ຍິງ 1 ທ່ານ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຄົ້ນຄວ້າພິ ຈາລະນາ ແລະ ເລືອກເອົາບຸກຄົນ ທີ່ມີ ມາດຖານເງື່ອນໄຂຄົບຖ້ວນ ເຂົ້າໃນ ສະພາ ແລະ ພັດທະນາທ້ອງຖິ່ນຂອງ ຕົນໃຫ້ຈະເລີນກ້າວໜ້າ. ຂ່າວ: ຈິນລະວອນ ວໍລະສົມບູນ່ າິ ນໍ ລົ ມູ ນ g-dv',u s]kpmj kcI'.odkoxt8y [a f,t8y ;j kfh ;p dkolh k'glf4tdy fgvdt]kf gxa og9Q k8q ogv' .ow]pt.\j ໂດຍ: ຢ່າຕົ່ງ່ົ່ * ຂປລ.ແຂວງເຊກອງ ກໍແມ່ນ ໜຶ່ງໃນຫລາຍແຂວງທີ່ມີທ່າແຮງ ຫລາຍດ້ານໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ໃຫ້ມີການຂະຫຍາຍຕົວ. ອັນ ພົ້ນເດັ່ນແມ່ນການຜະລິດກາເຟ, ໂສມ, ລ້ຽງສັດເປັນຟາມ, ພະລັງ ງານໄຟຟ້າ, ບໍ່ແຮ່, ການທ່ອງທ່ຽວ ແລະ ອື່ນໆ. ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ, ວ່າດ້ວຍການສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ແຫລມເຊັ່ນ: ກະສິກຳແມ່ນສຸມໃສ່ ການຜະລິດກາເຟ, ພືດຜັກ, ໄມ້ ໃຫ້ໝາກ, ການລ້ຽງສັດເປັນຟາມ, ໂສມ, ການປຸງແຕ່ງຜົນຜະລິດ ກະສິກຳ. ສ່ວນດ້ານອຸດສາຫະກຳຫັດຖະກຳ ເລັ່ງໃສ່ພະລັງງານ ໄຟຟ້າ, ບໍ່ແຮ່, ອຸດສາຫະກຳເບົາ ແລະ ຫັດຖະກຳຕ່ຳແຜ່ນ. ຂະນະ ທີ່ດ້ານການບໍລິການ ແມ່ນສຸມໃສ່ ການທ່ອງທ່ຽວ, ການຂົນສົ່ງ. ສຳລັບແຜນການໃນຕໍ່ໜ້າແຂວງ ເຊກອງ ແມ່ນຈະສຸມໃສ່ການເພີ່ມ ທະວີການສົ່ງເສີມການຜະລິດ ເພື່ອ ທົດແທນການນໍາເຂົ້າ ແລະ ເປັນ ສິນຄ້າສົ່ງອອກໃຫ້ເປັນຮູບປະທຳ ຕົວຈິງ ແລະ ຫລາຍຂຶ້ນ ຫັນການ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນ ການຈັດເກັບລາຍຮັບ, ສະກັດກັ້ນ ການຮົ່ວໄຫລ, ໄປພ້ອມກັບການຂະ ຫຍາຍຖານລາຍຮັບໃໝ່ ສ້າງການ ຫັນປ່ຽນ ເພື່ອກ້າວເຂົ້າສູ່ການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງ, ເອົາໃຈໃສ່ພັດທະນາຂະແໜງ ເສດຖະກິດທີ່ເປັນປາຍແຫລມ ຕິດ ພັນກັບການເກັບພັນທະເຂົ້າງົບປະ ມານແຫ່ງລັດຂອງບັນດາໂຄງການ ລົງທຶນຂະໜາດໃຫຍ່ເປັນຕົ້ນ: ໂຄງ ການພະລັງງານໄຟຟ້ານ້ຳຕົກ ໂຄງ ການພະລັງງານໄຟຟ້າຖ່ານຫີນ, ໂຄງການໄຟຟ້າພະລັງງານລົມແລະ ໂຄງການຂຸດຄົ້ນແຮ່ທາດຕ່າງໆ. ໃນໄລຍະໃໝ່ ຊຶ່ງໃນໄລຍະຜ່ານມາ ອົງການປົກຄອງແຂວງເຊກອງ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຜັນຂະຫຍາຍລົງສູ່ບັນດາເມືອງ, ພະແນກການ, ອົງການທຽບເທົ່າ ຂັ້ນແຂວງ ຕະຫລອດຮອດການມີ ສ່ວນຮ່ວມຂອງປະຊາຊົນບັນດາ ເຜົ່າແຕ່ຫົວທີ, ລົງເລິກ ແລະ ເຖິງ ຖອງ ເພື່ອສ້າງເງື່ອນໄຂທີ່ຈໍາເປັນ ພື້ນຖານໃນການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ ແລະ ການພັດທະນາເສດຖະ ກິດ-ສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ນັບມື້ເປັນຮູບປະ ທໍາຍິ່ງໆຂຶ້ນ ໂດຍເລັ່ງໃສ່ພັດທະນາ ຂະແໜງເສດຖະກິດທີ່ເປັນປາຍ
RkJQdWJsaXNoZXIy MTc3MTYxMQ==