7214

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 12/02/2026 xtgmf]k; ກຳມະບານ ນວ... ຜູ້ສະໝັກ ສສຊ ພ້ອມນໍາເອົາ...ູ້ັ້ໍົ ສສຊ ຊຸດທີ X...ຸີ ນາຍົກລັດຖະມົນຕີ ເນັ້ນໃຫ້...ົັົີັ້້ ]a f4t,q o8u dt-;'dko8j k'xtgmf 8h voIa [ dkog0Q k1h P,0+ koa [0v'm6 f8;a ddu xt9e lxx ]k; ຂປລ. ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂອຢາ ຢາຊາ (Oya YASAR) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງສາ ທາລະນະລັດ ຕວັກກີ ປະຈໍາ ສປປ ລາວ ໃນວັນທີ 10 ກຸມພາ 2026 ທີ່ກະຊວງການຕ່າງປະເທດ. ໃນໂອກາດນີ້,ທ່ານທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ສະແດງຄວາມຊົມ ເຊີຍຕໍ່ທ່ານ ນາງ ໂອຢາ ຢາຊາ ທີ່ ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດຕວັກກີປະຈຳສປປ ລາວ, ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ດີງາມລະຫວ່າງສອງປະເທດ ໃຫ້ ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ສອງປະເທດ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາ ລະນະລັດ ຕວັກກີ ທີ່ໄດ້ຮັບການເສີມ ຂະຫຍາຍເປັນກ້າວໆມານັບຕັ້ງແຕ່ ໄດ້ມີການສ້າງຕັ້ງສາຍພົວພັນການ ທູດນໍາກັນໃນວັນທີ 26 ມິຖຸນາ 1958 ເປັນຕົ້ນມາບົນພື້ນຖານການ ໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ ລວມທັງໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍເຫັນດີຈະສືບຕໍ່ ຊຸກຍູ້ສົ່ງເສີມການແລກປ່ຽນການ ຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຂອງສອງປະເທດໃຫ້ຫລາຍຂຶ້ນຕື່ມ, ສືບຕໍ່ເພີ່ມທະວີການຮ່ວມມືດ້ານ ເສດຖະກິດ, ການຄ້າ ແລະ ການ ລົງທຶນໃນຂະແໜງການທີ່ສອງ ຝ່າຍມີທ່າແຮງ ແລະ ການຮ່ວມມື ພັດທະນາໃນຂະແໜງຕ່າງໆລວມ ທັງສົ່ງເສີມການທ່ອງທ່ຽວ, ການ ໄປ-ມາຫາສູ່ກັນລະຫວ່າງປະຊາຊົນ ສອງຊາດ ລາວ-ຕວັກກີ ໃຫ້ນັບມື້ ນັບຫລາຍຂຶ້ນ. ໃນໂອກາດດຽວກັນນີ້, ທ່ານ ນາງ ໂອຢາ ຢາຊາ ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຍິນດີທີ່ຈະສືບ ຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງ ໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ. ຊີ້ນໍາ ແລະ ເນັ້ນໜັກບາງບັນຫາ ໃຫ້ຂະແໜງສາທາລະນະສຸກ ສືບ ຕໍ່ເອົາໃຈໃສ່ວຽກງານທີ່ສໍາຄັນຈໍາ ນວນໜຶ່ງເປັນຕົ້ນໃຫ້ສຸມໃສ່ປະຕິບັດ 14 ຄາດໝາຍທີ່ຕິດພັນກັບການ ປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X (20262030) ແລະ ໜ້າວຽກໃນການ ຈັດຕັ້ງຜັນຂະຫຍາຍທີ່ລະບຸໃນດໍາ ລັດ 08/ນຍ, ລົງວັນທີ 27 ມັງກອນ 2026 ວ່າດ້ວຍການກໍາໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນ ການປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາປະຈຳປີ 2026, ພ້ອມສູ້ ຊົນປະຕິບັດບັນດາຄາດໝາຍໃຫຍ່ ຂອງຂະແໜງການສາທາລະນະ ສຸກໃຫ້ບັນລຸຕາມແຜນທີ່ວາງໄວ້. ພ້ອມກັນນັ້ນ, ໃຫ້ສຸມໃສ່ປະຕິບັດ ບັນດາຄາດໝາຍ 11 ຕົວຊີ້ບອກ ທີ່ຜ່ານມາບໍ່ສາມາດບັນລຸໄດ້ (4 ຕົວຊີ້ບອກ); ສ້າງຄວາມເຂັ້ມແຂງ ວຽກງານສົ່ງເສີມສຸຂະພາບ, ກັນ ພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່ໄປພ້ອມ ກັບການສ້າງຄວາມເຂັ້ມແຂງວຽກ ງານຮັກສາສຸຂະພາບຂັ້ນຕົ້ນ; ຊຸກຍູ້, ສົ່ງເສີມໃຫ້ຊຸມຊົນເຂົ້າຮ່ວມ ແລະ ເປັນເຈົ້າການໃນວຽກງານຮັກສາ ສຸຂະພາບໃຫ້ເປັນຂະບວນການ ກວ້າງຂວາງ ແລະ ຟົດຟື້ນ; ປັບປຸງ ການສະໜອງການຮັກສາສຸຂະພາບ ຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ, ວຽກງານໂພຊະນາການໃນເດັກລຸ່ມ 5 ປີໃຫ້ມີຄຸນນະພາບ, ມີຄວາມ ເຊື່ອມສານຢ່າງເປັນລະບົບ ແລະ ທົ່ວເຖິງ; ຫັນປ່ຽນໃໝ່ວິທີການ ສັກວັກຊິນປ້ອງກັນພະຍາດດ້ວຍ ການບໍລິການຢູ່ສະຖານທີ່ບໍລິການ (ໂຮງໝໍ ແລະ ສຸກສາລາ), ປັບປຸງ ລະບົບສຸຂະອະນາໄມ, ນໍ້າສະອາດ ແລະ ສຸຂາພິບານໃຫ້ມີຄຸນນະພາບ, ທົ່ວເຖິງຊົນນະບົດ, ຫ່າງໄກສອກ ຫລີກ ແລະ ບ່ອນເຂົ້າເຖິງຍາກ; ສ້າງຄວາມເຂັ້ມແຂງວຽກເຝົ້າລະ ວັງ ແລະ ໂຕ້ຕອບທຸກເຫດການ ສຸກເສີນດ້ານສາທາລະນະສຸກ ທັງ ຢູ່ສູນກາງ ແລະ ທ້ອງຖິ່ນ, ຍົກ ສູງວຽກງານວິເຄາະການແພດ ໃຫ້ໄດ້ມາດຕະຖານເທົ່າທຽມ ກັບພາກພື້ນ ແລະ ສາກົນ ເພື່ອ ຮັບປະກັນຄຸນນະພາບໃນການບົ່ງ ມະຕິພະຍາດ; ສ້າງຄວາມເຂັ້ມ ແຂງໃນການຄວບຄຸມບັນດາພະ ຍາດຕິດຕໍ່ທີ່ເປັນບັນຫາດ້ານສາ ທາລະນະສຸກ ເປັນຕົ້ນພະຍາດ ເອດ, ວັນນະໂຣກ, ມາລາເລຍ, ການຕິດຕໍ່ພະຍາດຈາກສັດສູ່ຄົນ, ແມ່ກາຝາກ ແລະ ພະຍາດອື່ນໆ, ຮັບປະກັນໃຫ້ສາມາດຄວບຄຸມໄດ້ ແລະ ລົບລ້າງບາງພະຍາດໃນປີ 2030; ປັບປຸງ, ຍົກລະດັບພື້ນຖານ ໂຄງລ່າງດ້ານສາທາລະນະສຸກ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ ໄດ້ມາດຕະຖານໄປພ້ອມກັບການ ສະໜອງອຸປະກອນການແພດທີ່ ທັນສະໄໝ, ຮັບປະກັນການມີຢາທີ່ ມີຄຸນນະພາບ ແລະ ພຽງພໍຕໍ່ການ ສະໜອງການບໍລິການ; ຫັນໂຮງໝໍ ລັດຢູ່ຂັ້ນສູນກາງ, ແຂວງສູ່ກົນໄກ ກຸ້ມຕົນເອງ ແລະ ຄວາມທັນສະໄໝ ເທື່ອລະກ້າວ, ປັບປຸງຊຸດບໍລິການ ໃຫ້ສົມຄູ່ກັບການບໍລິການຢູ່ໂຮງໝໍ ແຕ່ລະຂັ້ນຕາມນະໂຍບາຍ 5 ດີ, 1 ໃນພິທີໄດ້ດຳ ເນີນໄປດ້ວຍ ບັນຍາກາດຄຶກຄື້ນບັນດາທ່ານຜູ້ ສະໝັກຮັບເລືອກຕັ້ງກໍໄດ້ຜັດປ່ຽນ ກັນຂຶ້ນນຳສະເໜີຊີວະປະຫວັດຫຍໍ້, ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ພ້ອມທັງສະເໜີຈຸດປະສົງ ແນວທາງການພັດທະນາໃນຕໍ່ໜ້າ ຫາກໄດ້ຮັບເລືອກຕັ້ງເປັນ ສສຊ ເພື່ອໃຫ້ຜູ້ມີສິດປ່ອນບັດໄດ້ຮັບຊາບ ແລະ ເປັນບ່ອນອີງໃນການຕັດສິນ ໃຈເລືອກເອົາຕົວແທນທີ່ເໝາະສົມ ເຂົ້າໄປເຮັດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງ ແທ້ຈິງ, ພ້ອມທັງແນໃສ່ເຮັດໃຫ້ ພະນັກງານນາຍ ແລະ ພົນທະຫານ ກໍຄື ພໍ່ແມ່ປະຊາຊົນບັນດາເຜົ່າສາ ມາດຕັດສິນໃຈປ່ອນບັດຄັດເລືອກ ເອົາຕົວແທນທີ່ຄົບຕາມມາດຖານ, ມີຄວາມຮູ້, ຄວາມສາມາດ, ມີ ຄຸນສົມບັດສິນທຳປະຕິວັດ ແລະ ຮັກຊາດຮັກປະຊາຊົນຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ເປັນກະບອກສຽງ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໃຫ້ມີ ຄວາມເຂັ້ມແຂງ, ພ້ອມດຽວກັນນີ້ ຍັງໄດ້ເປີດໂອກາດໃຫ້ຜູ້ມີສິດປ່ອນ ບັດເລືອກຕັ້ງມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ ເພື່ອໃຫ້ຜູ້ສະໝັກ ຮັບເລືອກຕັ້ງເປັນ ສສຊ ນຳໄປພິຈາ ລະນາ ແລະ ປັບປຸງໃນຕໍ່ໜ້າ. ໂອກາດອັນມີຄວາມໝາຍຄວາມ ສຳຄັນນີ້ ຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີ ສິດເລືອກຕັ້ງຈົ່ງພ້ອມກັນໄປໃຊ້ສິດ ຂອງຕົນໃນການເລືອກຕັ້ງໃນວັນ ທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມລະດັບ ຄາດໝາຍທີ່ວາງໄວ້. ພາບ-ຂ່າວ: ພັນຕີ ຄຳໝັ້ນ ຄົງວິໄລ ສະຫະພັນກຳມະບານລາວ, ມີບັນ ດາຄະນະບໍລິຫານງານສະຫະພັນ ກໍາມະບານນະຄອນຫລວງວຽງ ຈັນ, ຜູ້ຕາງໜ້າຈາກສະຫະພັນກໍາ ມະບານຮາກຖານພະແນກການ, ອົງການທຽບເທົ່າຂັ້ນນະຄອນ ຫລວງວຽງຈັນ 9 ເມືອງ ແລະ ບໍລິ ສັດຕ່າງໆ ເຂົ້າຮ່ວມ. ທ່ານ ວິໄລ ວົງຂະເສີມ ໄດ້ຍົກໃຫ້ ເຫັນມູນເຊື້ອ 70 ປີ ແຫ່ງການເຕີບ ໃຫຍ່ຂະຫຍາຍຕົວຂອງສະຫະພັນ ກໍາມະບານລາວ ຊຶ່ງເປັນເຫດການ ການເມືອງທີ່ມີຄວາມໝາຍປະຫວັດ ສາດສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ບັນດາເຜົ່າ ແລະ ໄດ້ມອບໝາຍພາ ລະກິດອັນໃຫຍ່ຫລວງໃຫ້ສະຫະ ພັນກໍາມະບານລາວເຮັດໜ້າທີ່ໂຄ ໜ້າທີ່ຄວາມຮັບຜິດຊອບໃນປັດຈຸ ບັນຕໍ່ພໍ່ແມ່ປະຊາຊົນ ກໍຄື ຜູ້ມີສິດ ປ່ອນບັດເລືອກຕັ້ງໄດ້ຮັບຟັງ. ການໄດ້ພົບປະ ແລະ ໄດ້ຮັບຟັງ ຄວາມຄິດເຫັນຂອງຜູ້ມີສິດເລືອກ ຕັ້ງໃນຄັ້ງນີ້, ໃນການສະເໜີບັນຫາ ຕ່າງໆຂອງປະຊາຊົນລ້ວນແລ້ວແຕ່ ມີຄວາມໝາຍຄວາມສຳຄັນທີ່ ສ່ອງແສງໃຫ້ເຫັນເຖິງຈິດໃຈມຸ່ງ ຫວັງຂອງປະຊາຊົນຕໍ່ກັບການ ພັດທະນາຊີວິດການເປັນຢູ່ ແລະ ການພັດທະນາບ້ານເມືອງຕາມ ທິດ 3 ສ້າງຄື: ສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງເປັນ ຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ທັງຢາກເຫັນການພັດທະນາປະ ເທດຊາດເວົ້າສະເພາະ ກໍຄື ເມືອງ ຕຸ້ມລານຢ່າງຕໍ່ເນື່ອງ. ທ່ານ ວິໄລວົງ ບຸດດາຄໍາ ກ່າວ ຕື່ມວ່າ: ສຳລັບການເລືອກຕັ້ງຄັ້ງ ນີ້, ຖ້າໄດ້ຮັບຄວາມໄວ້ວາງໃຈ ເປັນຕົວແທນຂອງປະຊາຊົນ ຈະ ນຳເອົາຄວາມມຸ່ງຫວັງ, ຄວາມ ປາດຖະໜາຕ່າງໆ ສະເໜີຕໍ່ສະພາ ແຫ່ງຊາດອັນຊົງກຽດ ເພື່ອໄດ້ຄົ້ນ ຄວ້າ, ພິຈາລະນາ ແລະ ຍາດແຍ່ງ ເອົາການຊ່ວຍເຫລືອ, ການຮ່ວມມື ເພື່ອຜັກດັນນະໂຍບາຍທີ່ຕອບ ສະໜອງຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ສົ່ງເສີມຄວາມເຂັ້ມ ພໍໃຈ; ດັດສົມລາຄາຄ່າບໍລິການໃຫ້ ສົມເຫດສົມຜົນ, ສ້າງຄວາມເຂັ້ມ ແຂງລະບົບສົ່ງຕໍ່ຄົນເຈັບ, ຄຸ້ມຄອງ ສະຖານທີ່ບໍລິການປິ່ນປົວທັງພາກ ລັດ ແລະ ພາກທຸລະກິດລວມທັງ ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນການ ບໍລິການປິ່ນປົວ ແລະ ເສີມຄວາມ ງາມຕາມລະບຽບກົດໝາຍ; ເພີ່ມ ທະວີຄວາມອາດສາມາດໃນການ ຜະລິດຢາປິ່ນປົວ ແລະ ຮັກສາ ສຸຂະພາບທັງຢາຫລວງ ແລະ ຢາ ພື້ນເມືອງ ເພື່ອສະໜອງໃຫ້ການ ຊົມໃຊ້ພາຍໃນ, ມີສ່ວນສົ່ງອອກໄປ ຕ່າງປະເທດ, ຄຸ້ມຄອງການນໍາເຂົ້າ ຢາ, ອາຫານ, ເຄື່ອງດື່ມ, ເຄື່ອງ ສໍາອາງຢ່າງມີປະສິດທິຜົນ, ດັດ ສົມການນໍາເຂົ້າ ແລະ ການຜະລິດ ພາຍໃນຢ່າງມີປະສິດທິຜົນ ແລະ ມີ ຄວາມກົມກຽວກັບຂະແໜງການ ກ່ຽວຂ້ອງ; ເພີ່ມທະວີຄວາມເອົາໃຈ ໃສ່ການອະນຸລັກພືດ-ສັດ, ເຄື່ອງປ່າ ຂອງດົງເປັນຢາທີ່ຫາຍາກໃກ້ຈະ ສູນພັນ; ຊຸກຍູ້, ສົ່ງເສີມການຄົ້ນ ຄວ້າ, ການຜະລິດ ແລະ ການສົມທົບ ການນໍາໃຊ້ຢາພື້ນເມືອງ ແລະ ຢາ ຫລວງເຂົ້າໃນການປິ່ນປົວ ແລະ ຮັກສາສຸຂະພາບຂອງປະຊາຊົນ ລາວບັນດາເຜົ່າໃຫ້ນັບມື້ຫລາຍ ຂຶ້ນ; ຍົກສູງຄວາມສາມາດການ ກໍ່ສ້າງ, ການນໍາໃຊ້ບຸກຄະລາກອນ ສາທາລະນະສຸກທີ່ມີຄຸນນະພາບ, ຮັບປະກັນໃຫ້ສະຖານທີ່ບໍລິການ ສາທາລະນະສຸກຢູ່ແຕ່ລະຂັ້ນມີແພດ ຊ່ຽວຊານ, ຜູ້ຊຳນານງານຄົບຕາມ ມາດຖານຂອງການບັນຈຸບຸກຄະລາ ກອນ ເພື່ອຮັບປະກັນການບໍລິການ ທີ່ມີຄຸນນະພາບ; ປະຕິຮູບສະຖາບັນ ການສຶກສາ-ສາທາລະນະສຸກ ໃຫ້ມີ ມາດຕະຖານ ແລະ ຄຸນນະພາບເທົ່າ ທຽມກັບພາກພື້ນ ແລະ ສາກົນ ເພື່ອ ຮັບປະກັນການສ້າງບຸກຄະລາກອນ ທີ່ມີຄຸນນະພາບ; ສົມທົບແໜ້ນການ ຍົກສູງຄຸນນະພາບການບໍລິຫານ ຄຸ້ມຄອງ, ການບໍລິການ, ການສຶກ ສາສາທາລະນະສຸກ ໄປພ້ອມກັບ ການຍົກສູງວຽກງານການຄົ້ນ ຄວ້າວິທະຍາສາດສາທາລະນະສຸກ ເພື່ອເພີ່ມປະສິດທິພາບຂອງການ ພັດທະນາສາທາລະນະສຸກຢ່າງເປັນ ລະບົບ ແລະ ຕໍ່ເນື່ອງ; ຖັນແຖວແພດ ໝໍໃຫ້ຮັກສານາມມະຍົດ “ນັກຮົບ ເສື້ອຂາວ” ເພື່ອສ້າງຕົນໃຫ້ເປັນ “ແພດປະຕິວັດ” ທີ່ມີມາດຕະຖານ ນັບມື້ນັບສູງຂຶ້ນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການທີ່ ນັບມື້ນັບສູງຂອງສະພາບການ ປະເທດເຮົາທັງກຽມພ້ອມຮັບມື ກັບສິ່ງທ້າທາຍຕ່າງໆ. ຂະແໜງ ການສາທາລະນະສຸກ ກໍຄື ບັນດາ ແພດ, ໝໍ, ພະຍາບານຕ້ອງເປັນ ຜູ້ສະດຸ້ງໄວ, ຮຽນຮູ້ສິ່ງໃໝ່ໆຢູ່ ທຸກເວລາ, ຕິດຕາມສະພາບການ ແລະ ນໍາທັນສະຖານະການດ້ານ ການເຝົ້າລະວັງ, ແຈ້ງການລ່ວງ ໜ້າ, ປ້ອງກັນພະຍາດ ແລະ ປິ່ນ ປົວພະຍາດໃຫ້ທັນການ; ສືບຕໍ່ ປະຕິບັດນະໂຍບາຍສາທາລະນະ ສຸກທົ່ວປວງຊົນ, ຖືເອົາວຽກງານ ອະນາໄມກັນພະຍາດ ແລະ ສົ່ງ ເສີມສຸຂະພາບເປັນຕົ້ນຕໍ, ຖືເອົາ ວຽກງານປິ່ນປົວ ແລະ ສະໜອງ ການບໍລິການສຸຂະພາບຢ່າງທົ່ວ ເຖິງ, ມີຄຸນນະພາບຍຸຕິທຳ ແລະ ສະ ເໝີພາບເປັນສໍາຄັນ; ໂຄສະນາສຸຂະ ສຶກສາ, ສະໜອງຂໍ້ມູນຂ່າວສານ ແລະ ສ້າງຄວາມເຂົ້າໃຈ, ຄວາມຕື່ນ ຕົວໃນການຮັກສາສຸຂະພາບຂອງ ປະຊາຊົນໃຫ້ນັບມື້ນັບກວ້າງຂວາງ, ໃຫ້ເປັນວຽກງານປະຈຳ, ຊ່ວຍໃຫ້ ພົນລະເມືອງຮູ້ຂໍ້ມູນໃໝ່ໆຢ່າງເປັນ ປົກກະຕິ ໂດຍຜ່ານພາຫະນະສື່ມວນ ຊົນໃຫ້ຫລາຍຂຶ້ນປະຕິບັດຫລັກການ “ຖືເອົາການປ້ອງກັນຮັກສາສຸຂະ ພາບເປັນບຸລິມະສິດຕົ້ນຕໍ, ຖືເອົາ ການປິ່ນປົວເປັນສໍາຄັນ”, ປັບປຸງ ກອງທຶນປະກັນສຸຂະພາບໃຫ້ເຂັ້ມ ແຂງ, ມີປະສິດທິພາບ, ຮັບປະກັນ ໃຫ້ປະຊາຊົນເຂົ້າເຖິງການບໍລິການ ທີ່ນັບມື້ນັບທົ່ວເຖິງ. ພ້ອມກັນນັ້ນ, ກໍປັບປຸງຂອດການບໍລິຫານສໍາ ລັບຜູ້ທີ່ນໍາໃຊ້ກອງທຶນປະກັນສັງ ຄົມ-ປະກັນສຸຂະພາບໃຫ້ວ່ອງໄວ; ຍົກສູງຄຸນນະພາບການບໍລິການ ສຸຂະພາບຢູ່ໂຮງໝໍຂັ້ນຕ່າງໆ, ຫັນໂຮງໝໍສູນກາງ ແລະ ໂຮງໝໍ ແຂວງໄປສູ່ຄວາມທັນສະໄໝເທື່ອ ລະກ້າວ, ທັງທາງດ້ານພື້ນຖານ ໂຄງລ່າງ, ອຸປະກອນການແພດ ແລະ ປະກອບບຸກຄະລາກອນທີ່ເກັ່ງ, ຊຳນິຊຳນານ, ມີມາດຕະຖານນັບ ມື້ນັບສູງຂຶ້ນ. ລະບົບການບໍລິຫານ ຈັດການຂອງໂຮງໝໍຕ້ອງຫັນໄປ ນໍາໃຊ້ລະບົບໄອທີໃຫ້ໄດ້, ສ້າງໃຫ້ ໂຮງໝໍສາມາດກຸ້ມຕົນເອງເທື່ອລະ ກ້າວ; ເອົາໃຈໃສ່ພັດທະນາອຸດສາ ຫະກໍາການຢາໃຫ້ເຂັ້ມແຂງທັງ ໂຮງງານຜະລິດຢາຂອງລັດ ແລະ ການລົງທຶນຂອງພາກເອກະຊົນທີ່ ມີແລ້ວພາຍໃນປະເທດທັງມີການ ສົ່ງເສີມໃຫ້ເອກະຊົນມາລົງທຶນຕື່ມ ດ້ານຜະລິດຕະພັນການແພດ, ສົ່ງ ເສີມນໍາໃຊ້ທ່າແຮງຢາພື້ນເມືອງ ຂອງປະເທດເຮົາທີ່ມີຄວາມອຸດົມ ສົມບູນຢ່າງແຂງແຮງ ເພື່ອຊຸກຍູ້ ສົ່ງເສີມສົມທົບການປິ່ນປົວຢາ ຫລວງ ແລະ ຢາພື້ນເມືອງ (ການ ແພດສະໄໝໃໝ່ ແລະ ການແພດ ພື້ນເມືອງ) ໃຫ້ພຽງພໍກັບການນໍາ ໃຊ້ຄຽງຄູ່ກັບການຮັກສາມາດຕະ ຖານທີ່ມີຢູ່ ແລະ ປັບປຸງຄຸນນະພາບ ໃຫ້ຍັບເຂົ້າມາດຕະຖານພາກພື້ນ ແລະ ສາກົນເທື່ອລະກ້າວ; ການຮັກ ສາສຸຂະພາບທີ່ດີທີ່ສຸດແມ່ນການ ມີວິໄນ ແລະ ຖືກຫລັກການຕາມ ຫລັກວິທະຍາສາດຕາມກົດເກນ ທຳມະຊາດໃນການອອກກໍາລັງ ກາຍ, ເຮັດວຽກ ແລະ ຮັບປະທານ ອາຫານຫາກບໍ່ແມ່ນການປິ່ນປົວ ຫລື ຮັບປະທານຢາຕາມພະຍາດທີ່ ເກີດຂຶ້ນຍ້ອນແນວນັ້ນຕ້ອງຖືເປັນບຸ ລິມະສິດໃນການຮັກສາສຸຂະພາບ, ຖືເອົາການປິ່ນປົວເປັນສໍາຄັນ; ເອົາ ໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງ, ດັດສົມບັນດາໂຮງໝໍ ແລະ ຄຣີ ນິກເອກະຊົນໃຫ້ເປັນລະບົບ, ທັງ ເສີມຂະຫຍາຍບົດບາດຄວາມເປັນ ເຈົ້າການຂອງໂຮງໝໍເອກະຊົນໃນ ການສະໜອງບໍລິການກວດສຸຂະ ພາບ ແລະ ປິ່ນປົວພະຍາດໃຫ້ມີຄຸນ ນະພາບ ແລະ ລາຄາສົມເຫດສົມຜົນ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ມີທາງເລືອກຫລາຍຂຶ້ນ; ຕ້ອງ ຄຸ້ມຄອງດ້ານຈັນຍາບັນ-ຈັນຍາທໍາ ບໍ່ໃຫ້ກາຍເປັນການເອົາປຽບ, ເອົາ ລັດ ໃນການບໍລິການປິ່ນປົວຄົນ ເຈັບ; ສືບຕໍ່ເປັນເຈົ້າການຮ່ວມມືກັບ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ, ປະເທດເພື່ອນມິດເພື່ອ ພັດທະນາວຽກງານສາທາລະນະ ສຸກໃຫ້ເຂັ້ມແຂງ. ຂ່າວ-ພາບ: ປະຊາຊົນ ແຂງຂອງຊຸມຊົນ. ການພົບປະຄັ້ງນີ້, ບໍ່ພຽງແຕ່ເປັນເວທີແນະນຳຕົນເອງ ເທົ່ານັ້ນ, ແຕ່ຍັງເປັນຊ່ອງທາງ ໃຫ້ຜູ້ສະໝັກ ໄດ້ຮັບຟັງຄວາມຄິດ ເຫັນ, ຄວາມຂັດຂ້ອງໝອງໃຈຈາກ ປະຊາຊົນ ເພື່ອນຳໄປປັບປຸງແນວ ທາງການເຮັດວຽກໃນອະນາຄົດ ໃຫ້ສອດຄ່ອງກັບຄວາມຕ້ອງການ ທີ່ແທ້ຈິງຂອງສັງຄົມ. ໃນໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄໍາ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນບັນດາເຜົ່າທຸກຄົນທີ່ມີ ອາຍຸແຕ່ 18 ປີຂຶ້ນໄປ ຈົ່ງພ້ອມກັນ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍໄປໃຊ້ສິດປ່ອນບັດເລືອກ ຕັ້ງໃນວັນທີ 22 ກຸມພາ 2026 ຢ່າງ ພ້ອມພຽງ. ຂ່າວ-ພາບ: ວິໄລວອນສິດທິໄຊ ສະນາສຶກສາອົບຮົມການເມືອງ ແນວຄິດ, ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີທົ່ວປວງ ຊົນທັງຊາດ, ໃຫ້ມີນໍ້າໃຈຮັກຊາດ, ມີຄວາມຕື່ນຕົວປະຕິວັດ, ກໍາແໜ້ນ ມູນເຊື້ອ, ທາດແທ້ ແລະ ທັດສະນະ ຂອງຊົນຊັ້ນກໍາມະກອນລາວ ຢ່າງ ແທ້ຈິງ, ເປັນຕົວແທນແຫ່ງການ ປົກປ້ອງ, ສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງສະມາຊິກກຳມະ ບານ, ກໍາມະກອນ ແລະ ຊາວຜູ້ ອອກແຮງງານລາວບັນດາເຜົ່າ. ສະຫະພັນກຳມະບານລາວ ໄດ້ກຳ ນົດໂຄງການດຳເນີນງານດ້ວຍ ການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍກຳມະບານລາວ, ປັບປຸງ ກົດລະບຽບຂອງສະຫະພັນກໍາມະ ບານລາວແຕ່ລະໄລຍະ, ປັບປຸງ ກົງຈັກການຈັດຕັ້ງ, ໂຄງປະກອບ ບຸກຄະລາກອນ, ແບບແຜນວິທີເຮັດ ວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມ ເປັນຈິງ ແລະ ຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະເຮັດໃຫ້ສະມາຊິກ ກຳມະບານ ແລະ ຊາວຜູ້ອອກແຮງ ງານຢູ່ແຕ່ລະຂົງເຂດທັງພາກລັດ ແລະ ເອກະຊົນໄດ້ຮັບການປົກປ້ອງ ສິດຜົນປະໂຫຍດອັນຊອບທຳຢ່າງ ກວ້າງຂວາງ ແລະ ທົ່ວເຖິງໃນທຸກ ດ້ານ. ພ້ອມນີ້, ສະຫະພັນກໍາມະບານ ລາວຍັງໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ສະມາຊິກ ກໍາມະບານ, ກໍາມະກອນ ແລະ ຊາວ ຜູ້ອອກແຮງງານໃຫ້ປະຕິບັດຕາມ ແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນ ໃນການອອກແຮງງານ, ຈັດຕັ້ງ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກເຂົ້າສູ່ວຽກງານຕົວຈິງຖືເອົາ ການສຶກສາອົບຮົມການເມືອງ ແນວຄິດໃຫ້ສະມາຊິກກຳມະບານ, ກຳມະກອນ, ຊາວຜູ້ອອກແຮງງານ ແລະ ມະຫາຊົນເປັນວຽກງານສຳ ຄັນ ແລະ ແມ່ນວຽກງານແຖວໜ້າ ຂອງພັກ. ໃນໂອກາດນີ້, ທ່ານ ນາງ ບົວວອນ ອຸ່ນສະຫວັດ ຮອງປະ ທານສະຫະພັນກຳມະບານນະຄອນ ຫລວງວຽງຈັນ ໄດ້ຕາງໜ້າໃຫ້ສະ ຫະພັນກຳມະບານນະຄອນຫລວງ ວຽງຈັນ ລາຍງານການຈັດຕັ້ງປະຕິ ບັດວຽກງານປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໂດຍ ພາຍໃຕ້ການນຳພາ-ຊີ້ນຳຂອງຄະ ນະບໍລິຫານງານສະຫະພັນກຳມະ ບານນະຄອນຫລວງວຽງຈັນ ໄດ້ມີ ຄວາມຕັດສິນໃຈສູງ, ສຸມທຸກເຫື່ອ ແຮງ ກໍຄື ຄວາມພະຍາຍາມຢ່າງ ຮອບດ້ານ ແລະ ຄວາມເປັນເຈົ້າ ການອັນສູງສົ່ງຂອງຜູ້ປະກອບການ ທຸລະກິດທຸກພາກສ່ວນໄດ້ສຸມສະຕິ ປັນຍາຕໍ່ສູ້ກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໄດ້ມີຜົນສຳເລັດ ຫລາຍດ້ານ. ຂໍ້ມູນ-ພາບ: ວຽງຈັນໃໝ່

RkJQdWJsaXNoZXIy MTc3MTYxMQ==