7208

gsfdko{dkora fmtok a xtgmf]k; ( 04/02/2026 g,n v'dt]b , ,u z6 h ,u ly f xj vo[a fg]n vd8A ' 11.000 d;j k7q o ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ທ່ານ ຄໍາພາ ໄຊ ຍະແສງ ຫົວໜ້າຄະນະໂຄສະນາ ອົບຮົມແຂວງເຊກອງ, ກໍາມະການ ຄະນະກໍາມະການເລືອກຕັ້ງຂັ້ນ ແຂວງ ພ້ອມຄະນະ ລົງຕິດຕາມ, ຊຸກຍູ້ການກະກຽມຄວາມພ້ອມ ດ້ານຕ່າງໆ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ໃນວັນທີ 2 ກຸມພາ 2026 ຢູ່ ເຂດເລືອກຕັ້ງ ເມືອງກະລຶມ. ltrkdko7h k c]t v5 flkstde c0;';P'9a o lts]5 [;Pd'ko.o 1 xu zj ko,k ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ສະຫລຸບຕີລາຄາຄືນການປະຕິບັດ ວຽກງານ ໃນ 1 ປີ ຜ່ານມາ ເມື່ອມໍ່ໆ ມານີ້ ທີ່ຫ້ອງວ່າການແຂວງ ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງ ປະທານຄະນະກຳມະການປົກຄອງ ແຂວງວຽງຈັນ, ທ່ານ ຂັນທອງ ດວງປະເສີດ ປະທານສະພາການ ຄ້າ ແລະ ອຸດສາຫະກຳແຂວງ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຂັນທອງ ດວງປະເສີດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຜົນສຳ ເລັດໃນການຈັດຕັ້ງປະຕິບັດວຽກ ງານໃນ 1 ປີຜ່ານມາ ເພື່ອເສີມຂະ ຫຍາຍດ້ານດີ ພ້ອມທັງແກ້ໄຂດ້ານ ທີ່ຍັງຄົງຄ້າງ ເພື່ອພ້ອມກັນຈັດຕັ້ງ ປະຕິບັດວຽກງານສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໃຫ້ດີກວ່າເກົ່າ. ໃນໄລຍະ 1 ປີຜ່ານມາ ສະພາ ການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ເປັນເຈົ້າພາບ ຮ່ວມກັບສະພາການຄ້າ ແລະ ອຸດ ສາຫະກໍາແຫ່ງຊາດລາວ ຈັດວາງ ສະແດງຜະລິດຕະພັນລາວ 2025, ການວາງສະແດງຜະລິດຕະພັນ ຂອງແຂວງວຽງຈັນ ມີຫົວໜ່ວຍ ຜະລິດຕະພັນເຂົ້າວາງສະແດງ 21 ຫົວໜ່ວຍ ມີ 71 ຜະລິດຕະພັນ ໃນນີ້, ຜະລິດຕະພັນຈາກໂຮງງານປຸງແຕ່ງ 9 ຫົວໜ່ວຍ ມີ 11 ຜະລິດຕະພັນ ລວມມູນຄ່າວາງສະແດງ 1.131 ລ້ານກວ່າກີບ ຂາຍອອກໃນງານ 391 ລ້ານກວ່າກີບ, ການບໍລິການ ອອກໃບຢັ້ງຢືນແຫລ່ງກໍາເນີດ ສິນຄ້ າ ອອກ ຕ່ າ ງ ປ ະ ເ ທດ ໄ ດ້ 97.950 ກວ່າໂຕນ ລວມມູນຄ່າ 41 ລ້ານກວ່າໂດລາສະຫະລັດ ແລະ ຜົນງານອື່ນໆອີກ. ສຳລັບທິດທາງປີ 2026 ນີ້, ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ຈະສຸມໃສ່ລະດົມ ຫົວໜ່ວຍທຸລະກິດ ເຂົ້າເປັນສະມາ ຊິກທັງຂັ້ນແຂວງ ແລະ ເມືອງ ໃຫ້ ຫລາຍຂຶ້ນ, ສຸມໃສ່ວຽກສົ່ງເສີມ ຈຸລະວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ຫລາຍຂຶ້ນ ພ້ອມທັງສຸມໃສ່ປະສານງານກັບ ໂຄງການລົງທຶນໃສ່ໂຄງການອາຊີ ວະສຶກສາ ແບບຄວບຄູ່ໂຄງການ ລາວແບບຍືນນານ. ໂອກາດນີ້, ທ່ານ ສຸປະສົງ ສຸວົງ ຄຳຈັນ ໄດ້ຊີ້ນຳໃຫ້ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ເມືອງ ເອົາໃຈໃສ່ປະຕິບັດຕາມພາ ລະບົດບາດ ແລະ ໜ້າທີ່ຂອງຕົນ ເພື່ອເຕົ້າໂຮມບັນດາພາກທຸລະກິດ ພ້ອມກັນປະກອບສ່ວນພັດທະນາ ແລະ ສ້າງສາປະເທດຊາດໃຫ້ຈະ ເລີນກ້າວໜ້າຂຶ້ນເລື້ອຍໆ. dkooera d{]a f c]t -k;r5 fmtlkltoy dt-q o Ij ;,ry mu .lj [kf.o[5 oot,a fltdkortmkf3zj o ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນຕອນ ເຊົ້າວັນທີ 2 ກຸມພາ 2026 ຊຶ່ງ ກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 3 ລາວ, ທີ່ບໍລິເວນເດີ່ນພະທາດໂຜ່ນ ເມືອງໄຊພູທອງ ແຂວງສະຫວັນ ນະ ເຂດ, ໄດ້ມີພິທີໃສ່ບາດຖວາຍສັງ ຄະທານ ເພື່ອສະເຫລີມສະຫລອງມື້ ສຸດທ້າຍ ຂອງບຸນນະມັດສະການ ພະທາດໂຜ່ນ ປະຈຳປີ 2026 ດ້ວຍ ບັນຍາກາດຄຶກຄື້ນ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະ ບໍລິຫານງານພັກແຂວງສະຫວັນ ນະເຂດ, ທ່ານ ນາງ ດາວວອນ ໄຊ ສຸລຽນ ປະທານຄະນະກຳມະການ ປົກຄອງແຂວງ, ພະອາຈານ ຄຳ ປານ ສຸພັນໂທ ປະທານ ອົງການພຸດ ທະສາສະໜາສຳພັນລາວ ແຂວງ ສະຫວັນນະເຂດ ພ້ອມດ້ວຍຊາວພຸດ ທະສາສະນິກະຊົນ ເຂົ້າຮ່ວມ. ໃນພິທີ, ພຸດທະສາສະນິກະຊົນ ໄດ້ຮ່ວມກັນຕັກບາດສັງຄະທານ ຖວາຍເຂົ້າຈີ່ 4.000 ກ້ອນ ແດ່ ພະພິຂຸສົງ ແລະ ສາມະເນນ 172 ອົງ ແລະ ແມ່ຂາວ 8 ຕົນ. ພ້ອມ ທັງຮັບຟັງທຳມະເທດສະໜາ ເພື່ອ ເປັນການອຸທິດສ່ວນບຸນກຸສົນ ແລະ ລະນຶກເຖິງຄຸນງາມຄວາມດີຂອງ ບັນພະບຸລຸດ ຜູ້ທີ່ໄດ້ກໍ່ສ້າງ ແລະ ປະຕິສັງຂອນພະທາດໂຜ່ນ ອົງ ສັກສິດ ຊຶ່ງເປັນມໍລະດົກແຫ່ງຊາດ ທາງດ້ານວັດທະນະທຳ ແລະ ປະ ຫວັດສາດ. ພະທາດໂຜ່ນ ຖືເປັນຊັບສົມບັດ ມິ່ງເມືອງທີ່ມີຄ່າສູງ ແລະ ໂດດເດັ່ນ ທາງດ້ານສິລະປະວັດທະນະທຳ ຊຶ່ງມີອາຍຸເກົ່າແກ່ເຖິງ 2.500 ປີ. ການຈັດບຸນນະມັດສະການໃນ ທຸກໆປີ ບໍ່ພຽງແຕ່ເປັນການສືບ ທອດຮີດຄອງປະເພນີອັນດີງາມ ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມ ການທ່ອງທ່ຽວ ແລະ ຊຸກຍູ້ການ ຂາຍສິນຄ້າຜະລິດຕະພັນທ້ອງຖິ່ນ ທີ່ສະແດງເຖິງສີໄມ້ລາຍມືຂອງຄົນ ລາວ ໃຫ້ແຂກຕ່າງດ້າວທ້າວຕ່າງ ເມືອງໄດ້ມາສຳພັດ ແລະ ຊື່ນຊົມ ນຳອີກດ້ວຍ. ຂ່າວ-ພາບ: ພັນທະມິດ ວົງສຸທິ ຂປລ. ງານຖະແຫລງຂ່າວ ການ ແຂ່ງຂັນບານເຕະນັກຮຽນມັດທະ ຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ປະຈຳປີ 2026 (COPACOCA COLA LAOS 2026) ຊີງຂັນ ທ່ານລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ ຄັ້ງທີ VIII ຈັດ ຂຶ້ນໃນວັນທີ 29 ມັງກອນ 2026 ຜ່ານມາ ຢູ່ສະໂມສອນຄະນະກໍາມະ ການໂອແລມປິກແຫ່ງຊາດລາວ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ແສງພອນ ພົນອາມາດ ຮອງ ປະທານ ແລະ ເລຂາທິການ ຄະນະ ກຳມະການໂອແລມປິກແຫ່ງຊາດ ລາວ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງ ການແຂ່ງຂັນບານເຕະນັກຮຽນມັດ ທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ປະຈຳປີ 2026 ນີ້ ເປັນການເລືອກ ເຟັ້ນຫາສຸດຍອດນັກເຕະດາວເດັ່ນ ທົ່ວປະເທດ. ການແຂ່ງຂັນນີ້, ຖືເປັນປະກົດ ການຄັ້ງສໍາຄັນທີ່ມີທີມເຂົ້າຮ່ວມເຖິງ 146 ທີມ ຈາກທົ່ວປະເທດ ໂດຍ ແບ່ງການຄັດເລືອກເປັນ 3 ໂຊນ c0j '0a o[kog8toa dIPo,a fmtpq ,lb dlk py '{-kp 2026 g2A oskl5 fpvfoa dg8tfk;gfa j o ໃຫຍ່ (ນະຄອນຫລວງວຽງຈັນ, ໂຊນພາກໃຕ້ ແລະ ໂຊນພາກເໜືອ) ເພື່ອເຟັ້ນຫາ 8 ທີມຊາຍ ແລະ 4 ທີມ ຍິງ ເຂົ້າສູ່ຮອບຊີງຊະນະເລີດທົ່ວ ປະເທດ ຢູ່ນະຄອນຫລວງວຽງຈັນ ໃນທ້າຍເດືອນມີນາ 2026; ການ ແຂ່ງຂັນຮອບຄັດເລືອກ 9 ຕົວເມືອງ ຂອງນະຄອນຫລວງວຽງຈັນ ມີ ທັງໝົດ 123 ທີມ (ທີມຍິງ ແລະ ທີມຊາຍ) ນຳໃຊ້ 4 ສະໝາມໃນ ການແຂ່ງຂັນ (ສະໜາມກິລາລ້ານ ຊ້າງສະເຕດ້ຽມ ໜອງໄຮ, ສະໜາມ ກິລາ ສະຖາບັນກິລາ-ກາຍຍະກຳ, ສະໜາມກິລາປົກຄອງເມືອງສັງ ທອງ ແລະ ສະໜາມກິລາປົກຄອງ ເມືອງປາກງື່ມ) ເພື່ອຄັດເລືອກ ເອົາ 3 ທີມຊາຍ ແລະ 2 ທີມຍິງ ເຂົ້າສູ່ການແຂ່ງຂັນຮອບສຸດທ້າຍ ທົ່ວປະເທດ, ການແຂ່ງຂັນຮອບ ຄັດເລືອກໂຊນພາກໃຕ້ ຈະຈັດຂຶ້ນທີ່ ແຂວງສາລະວັນ ທັງໝົດ 11 ທີມ ລວມມີ 7 ທີມຊາຍ ແລະ 4 ທີມຍິງ ຊຶ່ງຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງ ເຂົ້າສູ່ຮອບການແຂ່ງຂັນທົ່ວ ປະເທດ ທີ່ນະຄອນຫລວງວຽງຈັນ. ສ່ວນການແຂ່ງຂັນຮອບຄັດ ເລືອກ ໂຊນພາກເໜືອ ຈະຈັດຂຶ້ນ ທີ່ແຂວງຫລວງພະບາງ ທັງໝົດ 12 ທີມ, ລວມມີ 8 ທີມຊາຍ ແລະ 4 ທີມຍິງ ໂດຍຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງ ເຂົ້າສູ່ ຮອບການແຂ່ງຂັນທົ່ວປະເທດ ທີ່ ນະຄອນຫລວງວຽງຈັນ, ພ້ອມໂກ ຕ້າພິເສດ ທີມຊາຍອັນດັບ 3 ທີ່ດີ ທີ່ສຸດອີກ 1 ທີມ, ຮອບຊີງຊະນະເລີດ ຈະໄດ້ຈັດຢູ່ນະຄອນຫລວງວຽງຈັນ ແຕ່ວັນທີ 23-31 ມີນາ 2026. ການແຂ່ງຂັນຈະເລີ່ມເປີດຢ່າງ ເປັນທາງການ ໃນວັນທີ 9 ກຸມພາ 2026 ແລະ ຈະໄປຕັດສິນແຊັມ ໃນຮອບຊີງຊະນະເລີດທົ່ວປະເທດ ທີ່ນະຄອນຫລວງວຽງຈັນ ແຕ່ ວັນທີ 23-31 ມີນາ 2026 ໂດຍ ມີລາງວັນ ລວມມູມຄ່າ 130 ລ້ານ ກີບ ຄື: ລາງວັນທີ 1 ມີຂັນໜຶ່ງ ໜ່ວຍ, ຫລຽນລາງວັນ 27 ຫລຽນ, ພ້ອມເງິນສົດ 50 ລ້ານກີບ, ມີ ຜະລິດຕະພັນອື່ນໆ 20 ລ້ານກີບ ລວມມູນຄ່າທັງໝົດ 70 ລ້ານກີບ; ລາງວັນທີ 2 ມີຫລຽນລາງວັນ 27 ຫລຽນ, ພ້ອມເງິນສົດ 30 ລ້ານກີບ, ມີຜະລິດຕະພັນອື່ນໆ 10 ລ້ານກີບ ລວມມູນຄ່າທັງໝົດ 40 ລ້ານກີບ; ລາງວັນທີ 3 ຫລຽນລາງວັນ 27 ຫລຽນ, ພ້ອມເງິນສົດ 15 ລ້ານກີບ, ມີຜະລິດຕະພັນອື່ນໆ 5 ລ້ານກີບ, ລວມມູນຄ່າທັງໝົດ 20 ລ້ານກີບ. ທ່ານ ສາຍຄໍາ ແກ້ວບຸນປານ ເລຂາພັກເມືອງ, ປະທານຄະນະ ກໍາມະການເລືອກຕັ້ງເມືອງກະລຶມ ໄດ້ລາຍງານວ່າ: ການຫ້າງຫາ ກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນ ແຕ່ລະໄລຍະ, ແຕ່ລະຂັ້ນຕອນ ແມ່ນ ມີຜົນສໍາເລັດ ແລະ ມີຄວາມພ້ອມ ໃນນີ້, ໄດ້ສໍາເລັດການຈັດກອງ ປະຊຸມຝຶກອົບຮົມ-ເຜີຍແຜ່ນິຕິກໍາ ຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ພະນັກງານຫລັກ ແຫລ່ງ ກໍຄື ຄະນະກໍາມະການເລືອກ ຕັ້ງຂັ້ນເມືອງ, ອະນຸກໍາມະການ ແລະ ຫົວໜ້າອະນຸຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ; ສໍາເລັດການ ກໍານົດ ແລະ ຕິດຕັ້ງປ້າຍໂຄສະນາ (ຜ້າໄວນິວ) ຕາມສະຖານທີ່ຕ່າງໆ ພາຍໃນເມືອງ; ສໍາເລັດການກໍາ ນົດໜ່ວຍປ່ອນບັດເລືອກຕັ້ງ ແລະ ເກັບກໍາຂໍ້ມູນຜູ້ມີສິດປ່ອນບັດເລືອກ ຕັ້ງ ໂດຍທົ່ວເມືອງມີໜ່ວຍປ່ອນບັດ ເລືອກຕັ້ງ 20 ໜ່ວຍ (ບໍ່ນັບສອງ ກໍາລັງປະກອບອາວຸດ) ແລະ ມີຜູ້ມີ ສິດປ່ອນບັດເລືອກຕັ້ງ 11.691 ຄົນ ຍິງ 5.383 ຄົນ. ພ້ອມນີ້, ຄະນະກໍາມະການເລືອກ ຕັ້ງຂັ້ນເມືອງ ໄດ້ຊີ້ນໍາໃຫ້ອະນຸກໍາມະ ການຕ່າງໆ ແລະ ຄະນະຮັບຜິດຊອບ ໜ່ວຍປ່ອນບັດສຸມໃສ່ປະຕິບັດບັນດາ ວຽກງານຕ່າງໆ ຕາມພາລະບົດ ບາດຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດ ໂດຍຖືເອົາການ ໂຄສະນາສຶກສາອົບຮົມປະຊາຊົນ ບັນດາເຜົ່າ ກໍຄື ຜູ້ມີສິດປ່ອນບັດ ເລືອກຕັ້ງໃຫ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນໄປໃຊ້ສິດປ່ອນບັດເລືອກ ຕັ້ງໃຫ້ຄົບຖ້ວນ 100% ແລະ ວຽກ ງານອື່ນໆ ເພື່ອແນໃສ່ເຮັດໃຫ້ການ ເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ຈະມີຂຶ້ນໃນມໍ່ໆນີ້ ມີຜົນສໍາເລັດຕາມສີ່ຈຸດປະສົງລະດັບ ຄາດໝາຍທີ່ວາງໄວ້. ຂ່າວ: ສັນຍາ, ພາບ: ນາລີວັນ

RkJQdWJsaXNoZXIy MTc3MTYxMQ==