7208

04/02/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຫາລື...ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ m6 f]k;pnj olko8k8A ' 8+ z6h leg]a fik-tdkocsj 'dkokfk ສປປ ລາວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະຈັດຕັ້ງສູນກາງພັກ, ບັນດາຄະ ນະກົມ-ທຽບເທົ່າກົມ, ພ້ອມດ້ວຍຄະ ນະນໍາທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ. ໃນພິທີ ສະຫາຍ ນາງ ກັນລະຍາ ແສງແກ້ວວົງພະຈັນ ຮອງຫົວໜ້າ ກົມຄຸ້ມຄອງ-ພະນັກງານຄະນະຈັດ ຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງ ແລະ ມະຕິຕົກລົງ ຂອງຄະນະເລຂາທິ ການສູນກາງພັກ, ຄໍາສັ່ງວ່າດ້ວຍ ການຍົກຍ້າຍພະນັກງານການນໍາ ຂັ້ນສູງ ໄປຮັບໜ້າທີ່ໃໝ່, ກົມການ ເມືອງສູນກາງພັກ ອອກຄຳສັ່ງ ຍົກ ຍ້າຍ ສະຫາຍ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ຮອງເລ ຂາຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ຢູ່ ສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ໃນວັນທີ 5 ກຸມພາ 2026. ໃນໄລຍະຜ່ານມາ, ສອງປະ ເທດລາວ-ຫວຽດນາມ ໄດ້ມີກົນໄກ ພົວພັນຮ່ວມມື ພາຍຫລັງສໍາເລັດ ກອງປະຊຸມໃຫຍ່ຂອງສອງພັກ ຈະ ໄດ້ດຳເນີນການຢ້ຽມຢາມອວຍ ພອນເຊິ່ງກັນ ແລະ ກັນ ເພື່ອແຈ້ງ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຂອງພັກ ຂອງແຕ່ລະ ປະເທດໃຫ້ກັນຮັບຊາບ. ສະເພາະປີ 2026ນີ້, ການນໍາສູງສຸດຂອງສອງ ປະເທດ ຈະໄດ້ພົບປະກັນເປັນ ຄັ້ງທີ 3 ຊຶ່ງສະທ້ອນໃຫ້ເຫັນວ່າ ການພົວ ພັນຮ່ວມມືຂອງສອງປະເທດແມ່ນ ພິເສດທີ່ສຸດ ມີໜຶ່ງແລ້ວບໍ່ມີສອງ ຫລື ບໍ່ຄືປະເທດໃດຢູ່ໃນໂລກ, ການ ພົບປະກັນແຕ່ລະຄັ້ງ ໄດ້ສ້າງຄວາມ ໃກ້ຊິດ, ຄວາມສາມັກຄີຮັກແພງທີ່ ເລິກເຊິ່ງ ເຮັດໃຫ້ຄົນຮຸ່ນໃໝ່ ຮັບ ຮູ້ໄດ້ເຖິງສາຍພົວພັນທີ່ຫາໄດ້ຍາກ ລະຫວ່າງສອງປະເທດ ທີ່ມີປະຫວັດ ສາດອັນຍາວນານ, ມີຕົ້ນກຳເນີດ ມາຈາກພັກກອມມູນິດອິນດູຈີນ, ສອງປະເທດໄດ້ຄຽງບ່າຄຽງໄຫລ່ ກັນຕໍ່ສູ້ຕ້ານການຮຸກຮານຂອງຈັກ ກະພັດຜູ້ລ່າເມືອງຂຶ້ນແບບເກົ່າແລະ ແບບໃໝ່ ຈົນສາມາດຍາດໄດ້ເອກະ ລາດຮ່ວມກັນເປັນກ້າວໆມາ. ປັດຈຸບັນ, ສອງປະເທດລາວຫວຽດນາມ ຕ້ອງໄດ້ສືບຕໍ່ພ້ອມກັນ ພັດທະນາຂຶ້ນໄປເລື້ອຍໆ, ການຍົກ ລະດັບຮ່ວມມືຄູ່ຮ່ວມຍຸດທະສາດ ແມ່ນເນັ້ນໃສ່ການພັດທະນາ ເພື່ອ ໃຫ້ສົມຄູ່ກັບການພົວພັນແບບພິເສດ ຂອງສອງປະເທດ, ໃນໄລຍະຜ່ານ ມາການພົວພັນດ້ານການເມືອງ ແລະ ຄວາມໝັ້ນຄົງ ລະຫວ່າງສອງ ປະເທດ ລ້ວນແຕ່ໄດ້ຮັບຜົນສໍາເລັດ ເປັນຢ່າງດີ. ສ່ວນຂົງເຂດການພັດ ທະນາດ້ານເສດຖະກິດ-ສັງຄົມ ຕ້ອງໄດ້ສືບຕໍ່ພັດທະນາຢ່າງແຂງ ແຮງ ໃຫ້ສົມຄູ່ກັບທ່າແຮງບົ່ມ ຊ້ອນຂອງສອງປະເທດທີ່ມີ ໂດຍ ສະເພາະການຍົກລະດັບຄວາມເປັນ ຫຸ້ນສ່ວນຍຸດທະສາດ ຊຶ່ງມີຄວາມ ໝາຍເລິກເຊິ່ງ ແລະ ຮອບດ້ານ, ສອງປະເທດຕ້ອງໄດ້ເຊື່ອມສານ, ເຊື່ອມຈອດ ແລະ ເຊື່ອມໂຍງໃນ ຂົງເຂດຕ່າງໆ ເປັນຕົ້ນດ້ານຄົມມະ ນາຄົມ, ພະລັງງານ, ການຂົນສົ່ງ, ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ ແນໃສ່ສູ້ຊົນໃຫ້ມູນຄ່າ ການຄ້າລະຫວ່າງສອງປະເທດ ບັນ ລຸຫລາຍກວ່າ 3 ຕື້ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ, ລວມເຖິງການພັດ ທະນາຊັບພະຍາກອນມະນຸດໃຫ້ມີ ຄຸນນະພາບ ເພື່ອຮອງຮັບໃຫ້ແກ່ ການພົວພັນແບບພິເສດຂອງສອງ ປະເທດ. ໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມ ເຊື່ອໝັ້ນວ່າ: ການຢ້ຽມຢາມທາງລັດ ຖະກິດ ສປປ ລາວ ຂອງສະຫາຍ ໂຕ ເລິມ ໃນຄັ້ງນີ້ ຈະປະສົບຜົນ ສໍາເລັດໃນລະດັບສູງສຸດ ຕາມເປົ້າ ໝາຍທີ່ວາງໄວ້ ເນື່ອງຈາກວ່າການ ນໍາສູງສຸດຂອງພັກ, ລັດຖະບານ ແລະ ຂະແໜງການຕ່າງໆຂອງ ສອງປະເທດ ລ້ວນແຕ່ມີຄວາມເປັນ ເອກະພາບໃນລະດັບສູງ ເພື່ອຊຸກ ຍູ້ໃຫ້ການຮ່ວມມືຂະຫຍາຍຕົວໃນ ຈັງຫວະທີ່ດີກວ່າເກົ່າ. ຂ່າວ: ກິດຕາ ແລະ ພັດທະນາ ແລະ ຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ເຂົ້າຮ່ວມແບບເຊິ່ງໜ້າ, ຕາງໜ້າ ຄະນະຊີ້ນຳວຽກງານ ແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາ ນະຄອນຫລວງວຽງຈັນ ແລະ ບັນ ດາແຂວງ ເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງການຜ່ານລັດຖະດຳ ລັດ ວ່າດ້ວຍການແຕ່ງຕັ້ງຄະນະ ຊີ້ນຳລະດັບຊາດກ່ຽວກັບການແຂ່ງ ຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະ ນາ ສະບັບເລກທີ 171/ປປທ, ລົງ ວັນທີ 21 ຕຸລາ 2025. ຈາກນັ້ນ, ກໍ ໄດ້ຮັບຟັງ, ຄົ້ນຄວ້າ ແລະ ປະກອບ ຄໍາເຫັນ ດ້ວຍຄວາມຮັບຜິດຊອບ ສູງ ແລະ ກົງໄປກົງມາ ຕໍ່ບັນດາ ຮ່າງເອກະສານ ແລະ ຄໍາເຫັນເຈາະ ຈີ້ມ ຂອງທ່ານປະທານກອງປະຊຸມ ເປັນຕົ້ນ ຮ່າງດໍາລັດວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຊີ້ນຳລະດັບຊາດ ກ່ຽວກັບ ການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງຂໍ້ຕົກລົງວ່າ ດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະຊີ້ນຳລະດັບຊາດ ກ່ຽວ ກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງແຜນດໍາເນີນ ງານ ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກ ຊາດ ແລະ ພັດທະນາ ປີ 2026; ຮ່າງບົດສະຫລຸບການຈັດຕັ້ງປະຕິ ບັດວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກ ຊາດ ແລະ ພັດທະນາ ໄລຍະ 5 ປີ ຜ່ານມາ (2021-2025). ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ, ປະທານຄະນະຊີ້ນຳລະດັບ ຊາດ ກ່ຽວກັບການແຂ່ງຂັນ-ຍ້ອງ ຍໍ, ຮັກຊາດ ແລະ ພັດທະນາ ໄດ້ມີ ຄຳເຫັນສັງຮວມເນື້ອໃນຂອງກອງ ປະຊຸມ, ພ້ອມທັງ ມີຄຳເຫັນເນັ້ນໜັກ ຕໍ່ຄະນະຊີ້ນຳລະດັບຊາດ ແລະ ພາກ ສ່ວນກ່ຽວຂ້ອງເອົາໃຈໃສ່ຕື່ມບາງ ດ້ານ ເປັນຕົ້ນ ຄົ້ນຄວ້າຊອກຫາສາ ເຫດແທ້ຈິງ ທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ, ລວມທັງບົດ ຮຽນທີ່ຖອດຖອນໄດ້ ໃນການຈັດ ຕັ້ງປະຕິບັດວຽກງານ ແຂ່ງຂັນຍ້ອງຍໍ, ຮັກຊາດແລະພັດທະນາ ໄລ ຍະຜ່ານມາ, ລວມທັງຫາງສຽງ ສັງຄົມຕໍ່ວຽກງານດັ່ງກ່າວ; ໃຫ້ ກອງເລຂາຄະນະຊີ້ນຳລະດັບຊາດ ຄົ້ນຄວ້າປັບປຸງເນື້ອໃນບັນດາຮ່າງ ເອກະສານ ທີ່ນຳມາສະເໜີໃນກອງ ປະຊຸມຄັ້ງນີ້, ລວມທັງເອກະສານທີ່ ກ່ຽວຂ້ອງ ໃຫ້ສອດຄ່ອງ, ເນື້ອໃນ ຄົບຖ້ວນສົມບູນ ແລະ ເປັນເອກະ ພາບໄປລວງດຽວກັນຕື່ມ. ພ້ອມກັນ ນັ້ນ, ກໍກວດກາ ແລະ ຄົ້ນຄວ້າປັບ ປຸງວັດຖຸພັນຍ້ອງຍໍ ໃຫ້ມີຄວາມທົນ ທານ, ມີຄຸນນະພາບ, ຮູບຊົງສະ ຫງ່າງາມ ແລະ ມີລັກສະນະເຄັ່ງຂຶມ ກວ່າເກົ່າ, ທັງກວດກາຄືນຜະລິດຕະ ພັນຍ້ອງຍໍ ທີ່ໄດ້ຜະລິດໄວ້ແລ້ວ ເພື່ອ ຫລີກລ່ຽງການເສື່ອມຄຸນນະພາບ; ຮີບຮ້ອນຄົ້ນຄວ້າອອກຄຳແນະນໍາ ກ່ຽວກັບການຄັດເລືອກ, ການສະ ເໜີເປົ້າໝາຍບຸກຄົນ ແລະ ການຈັດ ຕັ້ງທີ່ດີເດັ່ນ ເພື່ອບໍ່ໃຫ້ມີການຍ້ອງຍໍ ຊໍ້າຊ້ອນ, ຮັບປະກັນຄວາມວ່ອງໄວ, ທັນການ ແລະ ຖືກຕ້ອງຕາມກົດ ໝາຍ; ສືບຕໍ່ກະກຽມກອງປະຊຸມສະ ຫລຸບຕີລາຄາຂະບວນການແຂ່ງ ຂັນ-ຍ້ອງຍໍຮັກຊາດແລະພັດທະນາ ທົ່ວປະເທດ ໄລຍະ 2021-2025 ແລະ ທິດທາງແຜນການຮອດປີ 2030 ໂດຍເອົາໃຈໃສ່ດ້ານເນື້ອ ໃນ, ວັດຖຸພັນ(ຫລຽນ-ໃບຍ້ອງຍໍ), ງົບປະມານ ແລະ ຄັດເລືອກໄດ້ວຽກ ດີຄົນເດັ່ນແທ້; ໃຫ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຄຳ ແນະນໍາ ແລະ ແຈ້ງການຂອງຂັ້ນ ເທິງ ກ່ຽວກັບວຽກງານແຂ່ງຂັນຍ້ອງຍໍ, ແລ້ວຄົ້ນຄວ້າຜັນຂະຫຍາຍ ເປັນນິຕິກໍາຂັ້ນຂອງຕົນ ເພື່ອເປັນ ບ່ອນອີງໃຫ້ແກ່ການເຄື່ອນໄຫວ ວຽກງານ ມີປະສິດທິພາບ ແລະ ປະສິດທິຜົນສູງ; ໃຫ້ຄະນະຊີ້ນໍາ ກະຊວງ, ອົງການ ແລະ ທ້ອງຖິ່ນ ກວດກາເປົ້າໝາຍທີ່ໄດ້ຮັບການ ປະດັບຫລຽນລະນຶກ 70 ປີ ຂອງ ພັກ ແຕ່ຍັງບໍ່ໄດ້ຮັບເງິນນະໂຍບາຍ ໂດຍສະເພາະພະນັກງານບໍານານ ເພື່ອສະຫລຸບລາຍງານຕໍ່ຂັ້ນເທິງ ໃຫ້ທິດຊີ້ນໍາໂດຍໄວ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. (XIV) ຂອງພັກກອມມູນິດຫວຽດ ນາມ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ອີກສະໄໝໜຶ່ງ ຊຶ່ງການຈະ ມາຢ້ຽມຢາມລັດຖະກິດຄັ້ງນີ້ ເພື່ອ ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ນັບມື້ນັບແຕກດອກອອກ ຜົນຍິ່ງໆຂຶ້ນ. ສະຫາຍ ທອງສະຫວັນ ພົມວິ ຫານ ກຳມະການສູນກາງພັກ, ລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ແລະຫວຽດນາມໃນວັນທີ2ກຸມພາ 2026 ນີ້ວ່າ: ເມື່ອບໍ່ດົນມານີ້, ສະ ຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນ ກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ປະສົບຜົນສໍາ ເລັດໃນການຢ້ຽມຢາມທາງລັດຖະ ກິດ ສສ ຫວຽດນາມ ພາຍຫລັງ ສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວຊຶ່ງການນໍາສູງສຸດ ຂອງສອງປະເທດ ໄດ້ຢ້ຽມຢາມ ເຊິ່ງກັນ ແລະ ກັນ ເປັນເຫດການ ທີ່ຫາໄດ້ຍາກ, ທັງເປັນໂອກາດທີ່ ສອງປະເທດ ໄດ້ຍົກລະດັບການ ພົວພັນຮ່ວມມື ເປັນສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ໂດຍ ລັດຖະບານລາວ ໄດ້ຕີລາຄາສູງຕໍ່ ການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງສະຫາຍ ໂຕ ເລິມ ເລຂາ ທິການໃຫຍ່ຄະນະບໍລິຫານງານ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍ ເລື່ອນວິໄລຈັນທະລາພັນ ຮອງເລຂາຄະນະບໍລິຫານງານ ພັກແຂວງ, ຜູ້ຊີ້ນຳວຽກງານການ ເມືອງແນວຄິດ-ວຽກງານພັກພະ ນັກງານຂັ້ນແຂວງ, ຫົວໜ້າຄະນະ ຮັບຜິດຊອບຊີ້ນຳວຽກງານຕິດ ຕາມ, ເກັບກຳສະພາບແນວຄິດຫາງສຽງສັງຄົມຂັ້ນແຂວງ, ມີຄະ ນະປະຈຳພັກ, ຄະນະກຳມະການ ພັກ, ຄະພັກຮາກຖານ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ວັນໄຊ ເງຍຈັນທະສອນ ກຳມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄດ້ ລາຍງານວຽກງານການເມືອງແນວຄິດ ແລະ ຕິດຕາມ, ເກັບກຳ ສະພາບແນວຄິດ-ຫາງສຽງສັງ ຄົມໃນໄລຍະ 1 ປີຜ່ານມາວ່າ: ຄະ ນະພັກ, ຄະນະນໍາແຕ່ລະຂັ້ນ ໄດ້ເອົາ ໃຈໃສ່ສຶກສາອົບຮົມການ ເມືອງແນວຄິດ ດ້ວຍຫລາຍຮູບແບບ, ຫລາຍວິທີການ ໂດຍການເຜີຍແຜ່- ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ແລະ ນິຕິກຳຕ່າງໆຂອງພັກ-ລັດ, ຈັດຕັ້ງ ໂຄສະນາ-ປາຖະກະຖາວັນສໍາຄັນ ທາງປະຫວັດສາດຢ່າງເປັນປົກ ກະຕິ-ຕໍ່ເນື່ອງ, ຄຽງຄູ່ກັບການຕິດ ຕາມ, ເກັບກຳ ແລະ ແກ້ບັນດາປະ ກົດການຫຍໍ້ທໍ້, ຫາງສຽງສັງຄົມທີ່ ເກີດຂຶ້ນຢູ່ໃນແຕ່ລະຂົງເຂດຢ່າງຕັ້ງ ໜ້າ ແລະ ຫ້າວຫັນ. ໃນນັ້ນ, ວຽກ ຕິດຕາມເກັບກຳສະພາບແນວຄິດຫາງສຽງສັງຄົມ.ຄະນະຮັບຜິດຊອບ ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ເອົາ ໃຈໃສ່ປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນໃນການຕິດຕາມ, ເກັບກຳສະພາບແນວຄິດ-ຫາງ ສຽງສັງຄົມໃນທົ່ວແຂວງ, ເປັນເຈົ້າ ການຈັດກອງປະຊຸມຮັບສ່ອງແສງລາຍງານປະຈຳເດືອນເປັນປົກກະ ຕິ ເດືອນລະ 1 ຄັ້ງ ຊຶ່ງຂັ້ນແຂວງ ໄດ້ຮັບຫາງສຽງ 10 ບັນຫາ, ຂັ້ນ ເມືອງ ໄດ້ຮັບ 58 ບັນຫາ. ໂອກາດນີ້, ສະຫາຍ ລາວປາວ ຊົ່ງ ນະວົງໄຊ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະ ນະພັກ, ຄະນະນຳຂອງແຂວງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳໃນຕໍ່ໜ້າຕ້ອງເພີ່ມທະ ວີຄວາມຮັບຜິດຊອບຕໍ່ວຽກງານ ສ່ອງແສງຂ່າວໃຫ້ສູງຂຶ້ນກວ່າເກົ່າ ໂດຍເລີ່ມຈາກການສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມແລະກຳແໜ້ນບັນດາມະຕິ, ຄໍາສັ່ງຂອງພັກ ແລະ ບັນດານິຕິກຳ ຕ່າງໆທີ່ກ່ຽວຂ້ອງ ທີ່ເປັນເຂັມຊີ້ທິດ ເຍືອງທາງໃຫ້ແກ່ວຽກງານຂອງ ພວກເຮົາ ເຊັ່ນ: ມະຕິກອງປະຊຸມ ວຽກງານການເມືອງແນວຄິດທົ່ວ ປະເທດ ຄັ້ງທີ V, ມະຕິກົມການ ເມືອງສູນກາງພັກ ສະບັບເລກທີ 206/ກມສພ ວ່າດ້ວຍການຍົກສູງ ວຽກງານການເມືອງ-ແນວຄິດໃນ ໄລຍະໃໝ່, ຄໍາສັ່ງຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 04/ຄລສພ ແລະ ຄໍາແນະນໍາ ສະບັບ ເລກທີ 08/ຄອສພ ວ່າດ້ວຍການ ເພີ່ມທະວີວຽກງານຕິດຕາມ, ເກັບ ກຳສະພາບແນວຄິດ-ຫາງສຽງສັງ ຄົມ. ເພື່ອເຮັດໃຫ້ບັນດາຄໍາສັ່ງ ແລະ ແນວທາງດັ່ງກ່າວ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະມີປະສິດທິຜົນສູງສຸດພວກເຮົາ ຕ້ອງມີຄວາມເປັນເອກະພາບທາງ ດ້ານຈິດໃຈ, ຫັນເອົາເນື້ອໃນດັ່ງກ່າວ ມາເປັນແຜນງານແລະໜ້າວຽກລະ ອຽດຂອງແຕ່ລະພາກສ່ວນ. ພ້ອມ ນີ້, ສະຫາຍຍັງໄດ້ເນັ້ນ 3 ບັນຫາສໍາ ຄັນ ເພື່ອນໍາໄປຄົ້ນຄວ້າ ແລະ ຜັນຂະ ຫຍາຍຕື່ມ ເປັນຕົ້ນດ້ານກົນໄກການ ເກັບກໍາ ພວກເຮົາຈະເຮັດແນວໃດ ເພື່ອໃຫ້ການຕິດຕາມ ແລະ ເກັບກຳ ສະພາບແນວຄິດ-ຫາງສຽງສັງຄົມ ມີລັກສະນະກວ້າງຂວາງ, ທົ່ວເຖິງ ແລະ ວ່ອງໄວ ໂດຍສະເພາະແມ່ນ ການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການກັ່ນຕອງຂໍ້ມູນຂ່າວ ສານໃນໂລກອອນລາຍ; ດ້ານການ ສັງຮວມຂໍ້ມູນ ພວກເຮົາຈະເຮັດ ແນວໃດ ເພື່ອໃຫ້ການສະຫລຸບສັງ ຮວມບັນຫາມີຄວາມຖືກຕ້ອງ, ຄົບ ຖ້ວນ, ກະທັດຮັດ ແລະ ເຂົ້າໃຈງ່າຍ ເພື່ອໃຫ້ຂໍ້ມູນນັ້ນສະທ້ອນເຖິງ“ສຽງ ຂອງມວນຊົນ” ຢ່າງແທ້ຈິງ ແລະ ດ້ານການວິເຄາະ ແລະ ວິໄຈ ພວກ ເຮົາຈະເຮັດແນວໃດ ເພື່ອໃຫ້ການວິ ເຄາະ-ວິໄຈບັນຫາມີຄວາມເລິກເຊິ່ງ ແລະ ມີວິທະຍາສາດເພື່ອໃຫ້ຂໍ້ມູນ ເຫລົ່ານັ້ນກາຍເປັນບ່ອນອີງທີ່ໜັກ ແໜ້ນ ແລະ ເປັນປະໂຫຍດ ໃຫ້ແກ່ ການນໍາຂັ້ນເທິງໃນການພິຈາລະນາ ຕົກລົງແລະຊີ້ນຳແກ້ໄຂບັນຫາຢ່າງ ທັນການ. ຂ່າວ-ພາບ: ສຳນານ ຮອງຫົວໜ້າ...ົ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປະກາດການຈັດຕັ້ງ...ັັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຄະນະໂຄສະນາອົບຮົມສູນກາງພັກ; ຄະນະເລຂາທິການສູນກາງພັກ ອອກມະຕິຕົກລົງ ວ່າດ້ວຍການ ແຕ່ງຕັ້ງ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຄະນະເລ ຂາທິການສູນກາງພັກ ໂດຍໄດ້ຕົກ ລົງແຕ່ງຕັ້ງ ສະຫາຍ ໂພໄຊ ໄຂຄຳ ພິທູນ ກຳມະການສູນກາງພັກ ເປັນ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ. ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນໃນພິທີ ວ່າ:ວຽກງານໂຄສະນາອົບຮົມເປັນ ວຽກງານສໍາຄັນຂອງພັກ-ລັດ. ສະ ນັ້ນ, ຂັ້ນເທິງ ຈຶ່ງໄດ້ເພີ່ມຄະນະນໍາ ຂັ້ນສູງຂອງ ຄອສພ ຕື່ມອີກ ເພື່ອ ຊ່ວຍໃນການຊີ້ນໍາ-ນໍາພາວຽກ ງານວິຊາສະເພາະ ໃນສະເພາະໜ້າ ແລະ ຍາວນານ ໃຫ້ມີການປ່ຽນ ແປງໃໝ່ທັງດ້ານປະລິມານ ແລະ ຄຸນນະພາບ ແລະ ມີຄວາມເຊື່ອໝັ້ນ ວ່າ ດ້ວຍປະສົບການ ຂອງສະຫາຍ ໂພໄຊ ໄຂຄໍາພິທູນ ຈະຫັນບົດຮຽນຄວາມຮູ້ທີ່ມີ ເຂົ້າສູ່ວຽກງານຕົວ ຈິງໃຫ້ປະກົດຜົນຢ່າງເປັນຮູບປະ ທໍາ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນ ໃຫ້ ສະຫາຍ ໂພໄຊ ໄຂຄໍາພິທູນ ສືບຕໍ່ເຂົ້າໃນການປະຕິບັດໜ້າທີ່ໃນ ຄອສພ ໄລຍະໃໝ່ ແລະ ໄດ້ຮຽກ ຮ້ອງມາຍັງຄະນະນໍາທົ່ວ ຄອສພ ຈົ່ງໃຫ້ການສະໜັບສະໜູນຊ່ວຍ ເຫລືອ ສະຫາຍ ໂພໄຊ ໄຂຄໍາພິທູນ ໃນການປະຕິບັດວຽກງານໃຫ້ສໍາ ເລັດຜົນຕາມທີ່ຂັ້ນເທິງມອບໝາຍ ແລະ ສືບຕໍ່ບຸກບືນ, ສູ້ຊົນຜ່ານຜ່າ ວຽກງານຕ່າງໆໃຫ້ເດີນແມ່ນແລ່ນ ສະດວກສົມທີ່ຂັ້ນເທິງໄວ້ເນື້ອ ເຊື່ອໃຈ. ຂ່າວ: ສົມຫວັງ; ພາບ: ຂັນໄຊ ຂປລ. ໃນຕອນບ່າຍວັນທີ 22 ມັງກອນ 2026 ຜ່ານມາ, ທີ່ທໍານຽບ ຜູ້ສໍາເລັດຣາຊະການ (Rideau Hall), ນະຄອນຫລວງໂອຕາວາ, ປະ ເທດການາດາ, ທ່ານ ພູໂຂງ ສີສຸລາດ ໄດ້ຍື່ນສານຕາຕັ້ງຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຕໍ່ ທ່ານ ນາງ ແມຣີ ໄຊມອນ (MarySimon)ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳການາດາ ຊຶ່ງມີສຳນັກງານສະ ຖານທູດຕັ້ງຢູ່ນະຄອນຫລວງວໍຊິງຕັນ, ດີຊີ ສ ອາເມລິກາ. ໃນໂອກາດດັ່ງກ່າວ, ທ່ານເອກອັກ ຄະລັດຖະທູດລາວ ໄດ້ສົ່ງຄໍາຢື້ຢາມ ຖາມຂ່າວອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ນາງ ແມຣີ ໄຊມອນ ແລະ ຜ່ານຜູ້ສໍາເລັດ ຣາດຊະການ ໄປຍັງລັດຖະບານ ແລະ ປະຊາຊົນການາດາ. ທ່ານຜູ້ສໍາເລັດ ຣາຊະການແຫ່ງການາດາ ໄດ້ສະແດງ ຄວາມຂອບໃຈໄປຍັງທ່ານປະທານ ປະເທດແຫ່ງ ສປປ ລາວ ແລະ ໄດ້ສະ ແດງຄວາມຍິນດີຊົມເຊີຍຕໍ່ການມາ ຮັບໜ້າທີ່ຂອງທ່ານເອກະອັກຄະລັດ ຖະທູດລາວຄົນໃໝ່ ປະຈໍາການາດາ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ການາດາ-ລາວ, ການຮ່ວມ ມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີຫລາຍຝ່າຍໃນໄລຍະຜ່ານ ມາ. ທ່ານທູດລາວ ໄດ້ສະແດງຄວາມ ຂອບໃຈຕໍ່ທ່ານຜູ້ສໍາເລັດຣາຊະການ ແຫ່ງການາດາ ກໍຄື ຕໍ່ທາງການການາ ດາ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຄວາມໝາຍໝັ້ນ ທີ່ຈະປະ ຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ເພື່ອ ຊຸກຍູ້, ສົ່ງເສີມ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ຮ່ວມມື ອັນດີ ລະຫວ່າງ ສປປ ລາວ ແລະ ການາດາ ໃຫ້ມີບາດກ້າວຂະຫຍາຍຕົວ ຂຶ້ນໄປເລື້ອຍໆ, ສປປ ລາວ ໃນຖານະ ເປັນປະເທດປະສານງານອາຊຽນການາດາ ຈະສືບຕໍ່ປະກອບສ່ວນຢ່າງ ຫ້າວຫັນ ເພື່ອຮັດແໜ້ນການເປັນຄູ່ ຮ່ວມມືຍຸດທະສາດ ອາຊຽນ-ການາດາ ລວມທັງການເຈລະຈາຮ່າງສັນຍາ ການຄ້າເສລີ ອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດຕາມທີ່ ສອງຝ່າຍໄດ້ຄາດຫມາຍໄວ້. ໃນໂອກາດໄປຍື່ນສານຕາຕັ້ງ ຕໍ່ຜູ້ ສໍາເລັດຣາຊະການແຫ່ງການາດາ, ໃນວັນ 23 ມັງກອນ 2026 ທ່ານ ພູ ໂຂງ ສີສຸລາດ ກໍໄດ້ເຄື່ອນໄຫວພົບປະ ສອງຝ່າຍກັບເຈົ້າໜ້າທີ່ກ່ຽວຂ້ອງ ຂອງການາດາ ລວມມີ ທ່ານ ອາລັນ ບາວແມນ (Alan Bowman) ຫົວ ໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ໂອຊີອານີ, ທ່ານ ນາງ ແມຣີ ຄາເທີຣິນ ສະເປັຍສ໌ (Mary-Cather ine Speirs) ຫົວໜ້າກົມເຈລະຈາການ ຄ້າ, ທ່ານ ນາງ ຢູດິດ ເຢລບແມນ (Judith Gelbman) ຫົວໜ້າພະ ແນກແຜນງານຫລາຍຝ່າຍ ແລະ ພາກ ພື້ນ ແລະ ທ່ານ ຕີໂມທີ ແອດເວີດສ໌ (Timothy Edwards) ຫົວໜ້າ ພະແນກຫລຸດຜ່ອນໄພຂົ່ມຂູ່ຈາກອາ ວຸດ, ກະຊວງວຽກງານສາກົນການາ ດາ. ໃນການພົບປະ, ທັງສອງຝ່າຍໄດ້ ສົນທະນາແລກປ່ຽນຢ່າງກົງໄປກົງມາ ແນໃສ່ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມື ລາວ-ການາດາ ໃນ ດ້ານຕ່າງໆ ລວມທັງກົນໄກປຶກສາຫາ ລືທາງດ້ານການເມືອງ, ການຮ່ວມມື ໃນຂົງເຂດການຄ້າ, ການລົງທຶນ, ການ ທ່ອງທ່ຽວ, ການທູດປະຊາຊົນ, ທຶນ ການສຶກສາລວມທັງການສົ່ງເສີມການ ສຶກສາ ແລະ ນໍາໃຊ້ພາສາຝຣັ່ງຢູ່ ສປປ ລາວ. ພ້ອມກັນນັ້ນ, ທັງສອງຝ່າຍຍັງ ໄດ້ແລກປ່ຽນທັດສະນະຮ່ວມກັນ ໃນ ການສົ່ງເສີມການຮ່ວມມື ອາຊຽນການາດາ ການສຸມໃສ່ການເຈລະຈາ ຮ່າງສັນຍາການຄ້າເສລີອາຊຽນການາດາ (ACAFTA), ການຊ່ວຍ ເຫລືອເພື່ອການພັດທະນາ ແລະ ດ້ານ ວິຊາການຂອງການາດາ ໃຫ້ແກ່ອາ ຊຽນ ລວມທັງ ສປປ ລາວ, ການກະ ກຽມຂອງສປປລາວ ໃນການເປັນເຈົ້າ ພາບກອງປະຊຸມທົບທວນ ຄັ້ງທີ 3 ສົນທິສັນຍາລະເບີດລູກຫວ່ານ ໃນ ທ້າຍປີ 2026, ການຊ່ວຍເຫລືອຂອງ ການນາດາ ໃນຂະບວນການກະກຽມ ໃຫ້ແກ່ກອງປະຊຸມດັ່ງກ່າວ ກໍຄື ໃນ ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ. ໃນໂອກາດ ໄປເຄື່ອນໄຫວຢູ່ການາດາ, ທ່ານເອກ ອັກຄະລັດຖະທູດລາວຄົນໃໝ່ ຍັງໄດ້ ພົບປະຢື້ຢາມຖາມຂ່າວກັັບພີ່ນ້ອງຄົນ ເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ການາ ດາ ໂດຍສະເພາະຢູ່ເມືອງຄິດຈະເນີ ແລະ ເມືອງໃກ້ຄຽງໃນແຂວງອອນຕາ ລິໂອ(Ontario) ອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==