]k;{s;Pfok, ln [8;k'Ikd4kova o\A o7q 'lt|a [lt|6 odkora fmtok1j k'pn opq ' + 04/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ muj 8A ' c]t rk]t[q f[kf0v'ltrkxt-k-q o0A oc0;' ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໆໄດ້ເວົ້າກ່ຽວກັບສະ ພາແຫ່ງຊາດໄປແລ້ວ, ມາໃນສະບັບ ມື້ນີ້ຂໍນຳສະເໜີການຖາມ-ຕອບ ກ່ຽວກັບສະພາປະຊາຊົນຂັ້ນແຂວງ ຊຶ່ງສະພາປະຊາຊົນຂັ້ນແຂວງໄດ້ ຮັບການສ້າງຕັ້ງຂຶ້ນໂດຍຜ່ານການ ເລືອກຕັ້ງຂອງປະຊາຊົນບັນດາເຜົ່າ ໃນນະຄອນຫລວງ ແລະ ແຂວງ, ມີທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ໂຄງປະກອບຄ້າຍຄືສະພາ ແຫ່ງຊາດ. ຄໍາຖາມ 1: ສະພາປະຊາຊົນໍົ ຂັ້ນແຂວງແມ່ນຫຍັງ ແລະ ມີທີ່ຕັ້ງ, ັ້່ັີີ່ັ້ ພາລະບົດບາດແນວ ໃດ?ົ ຕອບ: ສະພາປະຊາຊົນຂັ້ນ ແຂວງແມ່ນອົງການຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ, ເປັນອົງການ ອໍານາດລັດຢູ່ທ້ອງຖິ່ນ ປະຕິບັດພາ ລະບົດບາດພິຈາລະນາ, ຮັບຮອງ ເອົານິຕິກໍາທີ່ມີຜົນບັງຄັບທົ່ວໄປ, ຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະ ທຳມະນູນ, ກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍຂອງບັນດາອົງການລັດ ໃນທ້ອງຖິ່ນ. ທີ່ຕັ້ງ: ສະພາປະຊາຊົນຂັ້ນແຂວງ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ແລະ ເປັນອົງການອໍາ ນາດລັດຢູ່ນະຄອນຫລວງ, ແຂວງ. ພາລະບົດບາດ: ສະພາປະຊາຊົນ ຂັ້ນແຂວງ ມີພາລະບົດບາດ ຄື: 1. ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາທີ່ມີຜົນບັງຄັບທົ່ວໄປຂອງ ທ້ອງຖິ່ນ (ນິຕິກໍາທີ່ມີຜົນບັງຄັບ ທົ່ວໄປໝາຍເຖິງມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງທີ່ມີຜົນບັງຄັບທົ່ວ ໄປຂອງນະຄອນຫລວງ ແລະ ແຂວງ); 2. ຕົກລົງບັນຫາສໍາຄັນ ພື້ນຖານຂອງທ້ອງຖິ່ນ (ທາງດ້ານ ເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນທີ່ດໍາລົງຕໍາ ແໜ່ງສໍາຄັນຂອງທ້ອງຖິ່ນ) ແລະ 3. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດໃນ ທ້ອງຖິ່ນ. ຄໍາຖາມ 2: ສະພາປະຊາຊົນຂັ້ນໍົັ້ ແຂວງມີສິດ ແລະ ໜ້າທີ່ແນວໃດ?ີິ້ີ່ ຕອບ: ສະພາປະຊາຊົນຂັ້ນ ແຂວງມີສິດ ແລະ ໜ້າທີ່ລວມດັ່ງນີ້: 1. ສິດ ແລະ ໜ້າທີ່ດ້ານນິຕິກໍາ ແມ່ນການພິຈາລະນາ, ຮັບຮອງເອົາ ນິຕິກໍາທີ່ມີຜົນບັງຄັບທົ່ວໄປເຊັ່ນ: ມະຕິ, ຂໍ້ຕົກລົງ, ຄຳສັ່ງ ແລະ ອື່ນໆ ທີ່ມີຜົນບັງຄັບທົ່ວໄປ. 2. ສິດ ແລະ ໜ້າທີ່ດ້ານການ ຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ແມ່ນການພິຈາລະນາ ຕົກລົງກ່ຽວກັບການປັບປຸງ, ສັບ ຊ້ອນກົງຈັກ ແລະ ບຸກຄະລາກອນ ທີ່ດໍາລົງຕໍາແໜ່ງໃນອົງການອໍາ ນາດລັດຢູ່ນະຄອນຫລວງ, ແຂວງ; ພິຈາລະນາຕົກລົງກ່ຽວກັບແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ ແລະ ເງິນຕາ 5 ປີ ແລະ ປະຈຳປີຂອງນະຄອນຫລວງ, ແຂວງ. 3. ສິດ ແລະ ໜ້າທີ່ດ້ານ ການຕິດຕາມກວດກາແມ່ນການ ປະເມີນການຈັດຕັ້ງປະຕິບັດລັດຖະ ທໍາມະນູນ ແລະ ກົດໝາຍ ກໍຄື ມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງຢູ່ນະຄອນ ຫລວງ, ແຂວງ; ການປະຕິບັດໜ້າທີ່ ຂອງບັນດາບຸກຄະລາກອນທີ່ສະພາ ປະຊາຊົນຂັ້ນແຂວງເປັນຜູ້ເລືອກຕັ້ງ ແລະ ພິຈາລະນາຮັບຮອງເອົາການ ສະເໜີການແຕ່ງຕັ້ງ. ຄໍາຖາມ 3: ສະພາປະຊາຊົນຂັ້ນໍົັ້ ແຂວງມີໂຄງປະກອບແນວໃດ? ີ ຕອບ: ສະພາປະຊາຊົນຂັ້ນ ແຂວງມີໂຄງປະກອບ ດັ່ງນີ້: 1. ສະມາຊິກສະພາປະຊາຊົນ ຂັ້ນແຂວງ. 2. ຄະນະປະຈໍາສະພາປະຊາຊົນ ຂັ້ນແຂວງ. 3. ປະທານ, ຮອງປະທານສະ ພາປະຊາຊົນຂັ້ນແຂວງ. 4. ຄະນະກໍາມະການສະພາປະ ຊາຊົນຂັ້ນແຂວງ. 5. ຫ້ອງວ່າການສະພາປະຊາ ຊົນຂັ້ນແຂວງ. ຄໍາຖາມ 4: ສະມາຊິກສະພາໍິ ປະຊາຊົນຂັ້ນແຂວງແມ່ນໃຜ? ແລະ ົັ້່ ມີມາດຕະຖານແນວ ໃດ? ີ ຕອບ: ສະມາຊິກສະພາປະຊາ ຊົນຂັ້ນແຂວງແມ່ນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ ຊຶ່ງແມ່ນພົນລະ ເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ ພາຍໃຕ້ການກວດກາຂອງປະຊາ ຊົນ ໂດຍຜ່ານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະ ພັນກໍາມະບານລາວ, ສະຫະພັນແມ່ ຍິງລາວ ແລະ ຄະນະຊາວໜຸ່ມປະ ຊາຊົນປະຕິວັດລາວຂັ້ນແຂວງ. ສະມາຊິກສະພາປະຊາຊົນຂັ້ນິົັ້ ແຂວງ ມີ ມາດຕະຖານ ດັ່ງນີ້:ີັ່ີ້ 1. ເປັນພົນລະເມືອງລາວ ໂດຍ ກໍາເນີດ. 2. ມີນ້ໍາໃຈຮັກຊາດ, ຮັກລະ ບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດຕໍ່ ປະເທດຊາດ, ຖືເອົາຜົນປະໂຫຍດ ຂອງປະຊາຊົນເປັນກົກ, ຮັບໃຊ້ປະ ຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທໍາ, ບໍ່ອວດອົ່ງ ທະນົງຕົວ, ບໍ່ສວຍໃຊ້ອໍານາດເດັດ ດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດ ກົດໝາຍ. 3. ກໍາແໜ້ນ ແລະ ຍຶດໝັ້ນແນວ ທາງປ່ຽນແປງໃໝ່ຮອບດ້ານມີ ຫລັກການ, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກ ສາອົບຮົມປະຊາຊົນ, ເດັດດ່ຽວສູ້ ຊົນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງ ຄົມມີຄວາມສາມັກຄີປອງດອງປະ ຊາທິປະໄຕຍຸຕິທາ ແລະ ສີວິໄລ. 4. ມີຄວາມຮັບຜິດຊອບສູງຕໍ່ ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳ ເຫັນຕໍ່ບັນຫາສຳຄັນພື້ນຖານຂອງ ປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້. 5. ມີລະດັບການສຶກສາຈົບຊັ້ນ ມັດທະຍົມຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ ໄອທີ ແລະ ມີວິຊາສະເພາະໃດໜຶ່ງ. 6. ມີສຸຂະພາບດີ. ພໍ້ກັນໃໝ່ໃນສະບັບໜ້າ ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນ ສູງ ແຫ່ງ ສສ ຫວຽດນາມ ຈະ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງ ວັນທີ 5 ກຸມພາ 2026 ເພື່ອສືບຕໍ່ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນ ຍິ່ງໆຂຶ້ນ. ການຢ້ຽມຢາມໃນຄັ້ງນີ້, ເປັນ ການຢ້ຽມຢາມຕ່າງປະເທດຄັ້ງທຳ ອິດຂອງສະຫາຍ ໂຕ ເລິມ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ໃນປີ 2026 ແລະ ທັງແມ່ນການ ຢ້ຽມຢາມຄັ້ງທຳອິດໃນຖານະເປັນ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ສະໄໝທີ XIV. ພ້ອມ ກັນນັ້ນ, ກໍແມ່ນການຕ້ອນຮັບແຂກ ຄັ້ງທຳອິດຂອງພັກ-ລັດ ແລະ ປະຊາ ຊົນລາວ ພາຍຫລັງຜົນສຳເລັດອັນ ສະຫງ່າຜ່າເຜີຍຂອງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ດ້ວຍຄວາມໝາຍທາງດ້ານປະ ຫວັດສາດ ແລະ ຄວາມສຳຄັນອັນ ໃຫຍ່ຫລວງຂອງການຢ້ຽມຢາມ ຄັ້ງນີ້ ເປັນການຢັ້ງຢືນຄືນອີກຄັ້ງ ເຖິງລະດັບຄວາມໄວ້ເນື້ອເຊື່ອໃຈ ທາງດ້ານການເມືອງອັນສູງສົ່ງ ແລະ ນະໂຍບາຍທີ່ສະເໝີຕົ້ນສະ ເໝີປາຍຂອງ ສສ ຫວຽດນາມ ໃນການໃຫ້ຄວາມສຳຄັນສູງສຸດ ຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກໍຄື ການ ເຊື່ອມຈອດຍຸດທະສາດລະຫວ່າງ ຫວຽດນາມ-ລາວ, ລາວ-ຫຽດ ນາມ ໂດຍສະເພາະໃນທ່າມກາງ ບັນຍາກາດແຫ່ງຄວາມປິຕິຊົມ ຊື່ນພາຍຫລັງຜົນສຳເລັດກອງປະ ຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມ ມູນິດຫວຽດນາມ ແລະ ກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ, ລວມທັງຜົນສຳ ເລັດການຢ້ຽມຢາມ ສສ ຫວຽດ ນາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນ ລະຍາໃນລະຫວ່າງວັນທີ 26-27 ມັງກອນ 2026 ທີ່ຜ່ານມາ. ການ ທີ່ການນຳຂັ້ນສູງຂອງທັງສອງຝ່າຍ ມີການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິໄດ້ສະແດງໃຫ້ ເຫັນເຖິງການຄຽງບ່າຄຽງໄຫລ່, ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ແລະ ຄວາມພ້ອມ ໃນການແບ່ງປັນບົດຮຽນບົນເສັ້ນ ທາງການພັດທະນາປະເທດຊາດ, ຕະຫລອດຮອດຄວາມມຸ່ງໝັ້ນ ຮ່ວມກັນໃນການປົກປັກຮັກສາ ແລະ ເສີມສ້າງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດນາມ ໃຫ້ມີຄວາມແໜ້ນແຟ້ນ, ມີປະສິດ ທິຜົນ ແລະ ຍົກລະດັບຂຶ້ນສູ່ບາດ ກ້າວໃໝ່ຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ, ການຢ້ຽມ ຢາມຄັ້ງນີ້ ຍັງສະທ້ອນໃຫ້ເຫັນ ເຖິງຄວາມຜູກພັນອັນເລິກເຊິ່ງ, ຄວາມເອົາໃຈໃສ່ ແລະ ຄວາມໃກ້ ຊິດສະໜິດສະໜົມຂອງສະຫາຍ ເລຂາທິການໃຫຍ່ ໂຕເລິມ ກໍຄື ບັນດາການນຳຫວຽດນາມ ທີ່ມີ ຕໍ່ສະຫາຍ ເ ລຂາທິການໃຫຍ່ , ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຸີຸິິ່ໍິູັ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ( ຊ້າຍ )ົິັ່້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຸີຸິິ່ໍິູັ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ( ຂວາ )ົິັ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ບັນດາການນຳລາວ ຊຶ່ງ ລ້ວນແຕ່ແມ່ນສະຫາຍ, ອ້າຍນ້ອງ ແລະ ເພື່ອນມິດທີ່ຊື່ສັດບໍລິສຸດຕໍ່ ກັນຕະຫລອດຫລາຍໄລຍະຜ່ານ ມາ ແລະ ກຳລັງຮ່ວມກັນກ້າວ ເຂົ້າສູ່ຍຸກສະໄໝໃໝ່. ໃນທ່າມ ກາງສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປຢ່າງ ວ່ອງໄວ ແລະ ສະຫລັບຊັບຊ້ອນ, ພາຍໃຕ້ການນຳພາຂອງສອງ ພັກ, ສອງລັດ, ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫຽດ ນາມ ຍັງຄົງໄດ້ຮັບການເພີ່ມພູນຄູນ ສ້າງ ແລະ ພັດທະນາຢ່າງຈົບງາມ, ເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ເພື່ອ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດຢ່າງແທ້ຈິງ. ໃນໄລຍະຜ່ານມາ, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ ລະພັກໄດ້ກຳນົດແນວທາງ, ນະ ໂຍບາຍ, ທິດທາງ ແລະ ມະຕິຍຸດ ທະສາດທີ່ສຳຄັນສຳລັບໄລຍະ ການພັດທະນາໃໝ່ຂອງແຕ່ລະ ປະເທດ. ດັ່ງນັ້ນ, ການຢ້ຽມຢາມ ໃນຄັ້ງນີ້ ຈຶ່ງສະທ້ອນໃຫ້ເຫັນເຖິງ ການຄຽງບ່າຄຽງໄຫລ່, ຄວາມຜູກ ພັນຍຸດທະສາດ ແລະ ເຈດຈຳນົງ ທາງການເມືອງໃນລະດັບສູງສຸດ ຂອງການນຳທັງສອງຝ່າຍໃນ ການຮ່ວມກັນຂັບເຄື່ອນການຈັດ ຕັ້ງປະຕິບັດບັນດາເປົ້າໝາຍທີ່ ກອງປະຊຸມໃຫຍ່ໄດ້ກຳນົດໄວ້ໃຫ້ ປະສົບຜົນສຳເລັດເປັນຮູບປະທຳ. ພ້ອມກັນນັ້ນ, ກໍເພື່ອປະສານງານ ຢ່າງໃກ້ຊິດໃນບັນດາປະເດັນຍຸດ ທະສາດທີ່ກ່ຽວຂ້ອງກັບຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ; ເພີ່ມທະວີການ ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນ ບົດຮຽນດ້ານການສ້າງພັກ, ການ ສ້າງລະບົບການເມືອງ, ການພັດທະ ນາເສດຖະກິດ-ສັງຄົມ, ການສ້າງ ເສດຖະກິດເອກະລາດ ເພິ່ງຕົນເອງ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ຕະຫລອດຮອດຂະຫຍາຍ ການເຊື່ອມໂຍງກັບສາກົນ ເພື່ອເຮັດ ໃຫ້ເນື້ອໃນຂອງການເຊື່ອມຈອດ ຍຸດທະສາດ ຫວຽດນາມ-ລາວ ປະກົດຜົນເປັນຈິງ, ພ້ອມທັງສືບ ທອດມູນເຊື້ອອັນດີງາມ ແລະ ຍົກ ລະດັບຄວາມໝາຍຂອງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານໃຫ້ກ້າວຂຶ້ນສູ່ລະດັບໃໝ່. ໃນນັ້ນ, ສາຍພົວພັນທາງການເມືອງ ຖືເປັນແກນຫລັກໃນການກຳນົດ ທິດທາງຍຸດທະສາດລວມຂອງການ ຮ່ວມມືຮອບດ້ານ ຫວຽດນາມລາວ; ໃນຂະນະທີ່ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແມ່ນໜຶ່ງໃນເສົາຄ້ຳສຳຄັນທີ່ ມີສ່ວນຊ່ວຍຄ້ຳຊູຄວາມໝັ້ນຄົງ, ສະ ຖຽນລະພາບ ແລະ ຄວາມສະຫງົບ ຮຽບຮ້ອຍຂອງສັງຄົມໃນແຕ່ລະ ປະເທດ. ພ້ອມກັນນັ້ນ, ຍັງມຸ່ງເນັ້ນ ສ້າງການປ່ຽນແປງຢ່າງແຂງແຮງ ແລະ ບຸກທະລຸຍຸດທະສາດໃນການ ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາ ພື້ນຖານໂຄງລ່າງ ເພື່ອຍົກລະດັບ ຂະແໜງການນີ້ໃຫ້ເປັນເສົາຄ້ຳ ຂອງການເຊື່ອມຈອດຍຸດທະສາດ ທີ່ ສອດຄ່ອງກັບສະຖານະ ແລະ ຄວາມ ສຳຄັນຂອງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດ ນາມ. ນອກຈາກນີ້, ທັງສອງຝ່າຍ ຈະສືບຕໍ່ເສີມຂະຫຍາຍການຮ່ວມມື ດ້ານວັດທະນະທຳ, ການສຶກສາ ແລະ ການພັດທະນາຊັບພະຍາກອນ ມະນຸດ ໂດຍຖືເປັນຮາກຖານທີ່ໝັ້ນ ຄົງ ແລະ ຍືນຍົງໃນໄລຍະຍາວ ເພື່ອຮ່ວມກັນບົ່ມສອນສາຍພົວພັນ ຫວຽດນາມ-ລາວ ໃຫ້ຂຽວສົດ ງົດງາມ ແລະ ໝັ້ນຄົງທະໜົງແກ່ນ ຕະຫລອດໄປ. ການທີ່ການນຳຂອງສອງ ພັກ, ສອງລັດ ຫວຽດນາມ-ລາວ, ລາວ-ຫວຽດນາມ ມີການພົບປະ ກັນຫລາຍຄັ້ງໃນໄລຍະເວລາອັນ ສັ້ນ ແລະ ມີການຢ້ຽມຢາມເຊິ່ງກັນ ແລະ ກັນເປັນຄັ້ງທຳອິດພາຍຫລັງ ກອງປະຊຸມໃຫຍ່ຂອງພັກໃນແຕ່ລະ ສະໄໝ ໄດ້ສະທ້ອນໃຫ້ເຫັນຢ່າງ ເລິກເຊິ່ງເຖິງລະດັບຄວາມໄວ້ເນື້ອ ເຊື່ອໃຈທາງການເມືອງຢ່າງສົມບູນ ແລະ ຄວາມຜູກພັນຍຸດທະສາດ ອັນແໜ້ນແຟ້ນຂອງສາຍພົວພັນ ແບບສະຫາຍ ແລະ ອ້າຍນ້ອງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຈາກ ພັນທະມິດການຕໍ່ສູ້, ຫລໍ່ຫລອມຜ່ານ ປະຫວັດສາດ ແລະ ໄດ້ຮັບການສືບ ທອດ, ຮັກສາໂດຍການນຳຫລາຍ ຮຸ່ນຄົນ. ການທີ່ການນຳຂັ້ນສູງຂອງ ທັງສອງປະເທດມີການພົບປະ ແລະ ແລກປ່ຽນກັນຢ່າງເປັນປົກກະຕິ ນັບເປັນໂອກາດດີໃຫ້ທັງສອງຝ່າຍ ຮ່ວມກັນສະຫລຸບ ແລະ ຕີລາຄາ ຜົນການຮ່ວມມືທະວິພາຄີ, ກຳນົດ ທິດທາງໃນອະນາຄົດ, ແບ່ງປັນ ວິໄສທັດຍຸດທະສາດ ແລະ ເສີມ ສ້າງການປະສານງານໃນການວາງ ແຜນນະໂຍບາຍການພັດທະນາ ຂອງແຕ່ລະປະເທດ. ສິ່ງເຫລົ່ານີ້ຈະ ເປັນການວາງຮາກຖານອັນໝັ້ນຄົງ ໃຫ້ສາຍພົວພັນຫວຽດນາມ-ລາວ ພັດທະນາໄປຢ່າງເປັນຮູບປະທໍາ, ມີປະສິດທິຜົນຍິ່ງຂຶ້ນ, ສ້າງຜົນ ປະໂຫຍດໃຫ້ແກ່ປະຊາຊົນ ແລະ ສະໜັບສະໜູນການພັດທະນາຢ່າງ ຍືນຍົງຂອງທັງສອງປະເທດ ລາວ ແລະ ຫວຽດນາມ.
RkJQdWJsaXNoZXIy MTc3MTYxMQ==