@ 0j k; c]t gsfdko j 04/02/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ການນຳພັກ-ລັດ...ັັ ທີ່ທັນສະໄໝ. ພ້ອມນີ້, ຄະນະກຳມະ ການຈັດງານ ຍັງໄດ້ເປີດໂອກາດ ໃຫ້ພຸດທະສາສະນິກະຊົນ ໄດ້ຮ່ວມ ບໍລິຈາກທຶນສົມທົບ ເພື່ອຊຳລະຄ່າ ກໍ່ສ້າງອາຄານທີ່ຍັງຄ້າງຊຳລະ, ການຮ່ວມບໍລິຈາກປັດໄຈ ແລະ ຮ່ວມພິທີຍົກຍອດຊໍ່ຟ້າ ປຽບເໝືອນ ການໄດ້ຝາກຊື່ ແລະ ບຸນກຸສົນໄວ້ ໃນແຜ່ນດິນ, ເປັນວິຫານທານທີ່ ມີອານິສົງແຮງ ກ່ໍໃຫ້ເກີດຄວາມ ສົມບູນພູນສຸກໃນຊີວິດ. ຂ່າວ: ທະນູທອງ; ພາບ: ຂັນໄຊ ສຳເລັດ...ັ ເມືອງສູນກາງພັກ, ປະທານສູນ ກາງແນວລາວສ້າງຊາດ, ມີກໍາມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ, ບັນດາເລຂາ, ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມຈາກກະຊວງ, ອົງການ, ນະຄອນຫລວງ, ແຂວງ, ຫົວໜ້າ ກົມ, ຫ້ອງການອ້ອມຂ້າງສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມ. ສະຫາຍ ທອງລີ ສີສຸລິດ ກໍາມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ລາຍງານໃຫ້ຮູ້ ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຜ່ານ ແລະ ພິຈາລະນາເອກະສານທີ່ສໍາ ຄັນ ເພື່ອເປັນບ່ອນອີງໃນການນໍາ ພາ-ຊີ້ນໍາວຽກງານຊາວໜຸ່ມ, ເຍົາ ວະຊົນ ຕະຫລອດສະໄໝທີ IX ໂດຍໄດ້ພ້ອມກັນສຸມສະຕິປັນຍາຄົ້ນ ຄວ້າ ແລະ ປະກອບຄໍາເຫັນ ເພື່ອ ປັບປຸງເອກະສານໃຫ້ມີຄວາມສົມ ບູນຍິ່ງຂຶ້ນ. ພ້ອມທັງຜ່ານຮ່າງແຜນ ດໍາເນີນງານ ຂອງຄະນະບໍລິຫານ ງານ ສຊປລ ສະໄໝທີ IX ແລະ ຂໍ້ ກຳນົດລະບອບ ແລະ ແບບແຜນວິທີ ການເຮັດວຽກ ຂອງຄະນະບໍລິຫານ ງານ ແລະ ຄະນະເລຂາທິການ ເພື່ອ ຮັບປະກັນຫລັກການລວມສູນປະ ຊາທິປະໄຕ, ເຊື່ອມຊຶມບົດແນະນຳ ກົດລະບຽບຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ສະບັບປັບປຸງ, ກົດລະບຽບການຈັດຕັ້ງເຍົາວະຊົນ ທັນວາ ສະບັບປັບປຸງ ແລະ ເອກະ ສານການຈັດຕັ້ງ-ການເຄື່ອນໄຫວ ສະຫະພັນຊາວໜຸ່ມລາວ ແລະ ມະຕິ ກອງປະຊຸມໃຫຍ່ສະຫະພັນຊາວ ໜຸ່ມລາວ ຄັ້ງທີ I ຊຶ່ງບັນດາສະ ຫາຍຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມ ສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ບັນດາເອກະສານທີ່ວາງອອກ ເພື່ອເຮັດໃຫ້ການເຄື່ອນໄຫວວຽກ ງານຊາວໜຸ່ມ-ເຍົາວະຊົນ ສະໄໝທີ IX ມີຄວາມໜັກແໜ້ນ ແລະ ແທດ ເຖິງຕົວຈິງ. ພ້ອມນີ້, ກອງປະຊຸມຍັງ ໄດ້ຮັບຟັງການລາຍງານວຽກງານ ຈຸດສຸມ ປະຈຳປີ 2026 ຂອງຄະ ນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ຈາກບັນດາກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ຕື່ມອີກ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນໂອ້ລົມຊີ້ ທິດເຍືອງທາງ ໃຫ້ຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວຜັນຂະຫຍາຍຄໍາຂວັນ ທີ່ກໍານົດໃນກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ IX ຄື: “ເພີ່ມທະວີ ສ້າງການຫັນປ່ຽນຢ່າງ ແຂງແຮງ ເຕົ້າໂຮມ, ປຸກລະດົມ, ຂົນ ຂວາຍ ຊາວໜຸ່ມ, ເຍົາວະຊົນລາວ ບັນດາເຜົ່າ ປະຈັນບານເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຫັນ ເປັນດີຈິຕອນ ຕາມທິດສ້າງຄວາມ ເຂັ້ມແຂງ ເປັນເຈົ້າຕົນເອງ” ໂດຍ ເນັ້ນໜັກ 5 ຈຸດ ທີ່ຕ້ອງນໍາໄປຄົ້ນ ຄວ້າ ແລະ ຜັນຂະຫຍາຍຢ່າງມີເນື້ອ ໃນ, ເລິກເຊິ່ງ ແລະ ສ້າງການຫັນ ປ່ຽນຢ່າງແຂງແຮງ ຄື: ເພີ່ມທະວີ ວຽກງານສຶກສາອົບຮົມການເມືອງແນວຄິດ ຕິດພັນກັບຍຸກດີຈິຕອນ; ສ້າງການຫັນປ່ຽນຢ່າງແຂງແຮງ ໃນການຈັດຕັ້ງ ແລະ ບໍາລຸງສ້າງພະ ນັກງານ; ຕະລຸມບອນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສ້າງ ເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ (ສອຈ); ສ້າງຄວາມ ເຂັ້ມແຂງ ເປັນເຈົ້າຕົນເອງ ເພື່ອເສີມ ຂະຫຍາຍບົດບາດຂອງຊາວໜຸ່ມ ໃນການສ້າງຄວາມເຂັ້ມແຂງໃຫ້ ແກ່ປະເທດຊາດ ແລະ ໃຫ້ເອົາໃຈ ໃສ່ວຽກງານພົວພັນຮ່ວມມືສາກົນ ຢ່າງເປັນເຈົ້າການ, ມີຈຸດສຸມ ແລະ ມີປະສິດທິຜົນຍິ່ງຂຶ້ນກວ່າເກົ່າ. ລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ສະຫາຍ ລີ ຢົງ ຊົນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ ຜູ້ປະຈຳການ...ູ້ ແຂວງດັ່ງກ່າວ, ຜູ້ຕາງໜ້າຈາກ ຫ້ອງວ່າການສູນກາງພັກ, ຫ້ອງ ວ່າການສຳນັກງານນາຍົກລັດຖະ ມົນຕີ, ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ສອງກໍາ ລັງປະກອບອາວຸດ ແລະ ຄະນະພັກຄະນະບັນຊາກອງພົນທະຫານຮາບ ທີ 3 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງບໍ່ແກ້ວ ໄດ້ມີຄຳ ເຫັນກ່າວຕ້ອນຮັບບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ. ຫລັງຈາກ ນັ້ນ, ສະຫາຍ ພັອ ແສງເພັດ ແສງ ມະນີ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງບໍ່ແກ້ວ ກໍໄດ້ລາຍງານໃຫ້ຊາບ ກ່ຽວກັບສະ ພາບການພັດທະນາເສດຖະກິດສັງຄົມແລະສະພາບການຈັດຕັ້ງປະ ຕິບັດວຽກງານ ປກຊ-ປກສ ຂອງ ແຂວງບໍ່ແກ້ວ, ລວມທັງຜົນການ ຈັດຕັ້ງປະຕິບັດວຽກງານ ປກຊປກສ ຢູ່ 4 ແຂວງພາກເໜືອ ໃນໄລ ຍະ 1 ປີຜ່ານມາ ເຫັນວ່າ ພາຍໃຕ້ ການນໍາພາ-ຊີ້ນໍາຂອງກົມການ ເມືອງສູນກາງພັກ,ລັດຖະບານໂດຍ ສະເພາະ ຄະນະກຳມະການ ປກຊປກສ ສູນກາງ, ແຂວງ ແລະ ການ ຮ່ວມມືຈາກອົງການປົກຄອງແຕ່ ລະຂັ້ນ ຕະຫລອດຮອດການປະ ກອບສ່ວນຂອງປະຊາຊົນບັນດາ ເຜົ່າ ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ສາມາດຍາດໄດ້ ຜົນສໍາເລັດຫລາຍດ້ານ, ເຮັດໃຫ້ ຂອບເຂດ 4 ແຂວງພາກເໜືອ ສືບ ຕໍ່ມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍດີ, ລະບົບການເມືອງຢູ່ ຂັ້ນຮາກຖານ ໄດ້ຮັບການປັບປຸງ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ໄດ້ພັດທະນາດີຂຶ້ນຢ່າງ ຕໍ່ເນື່ອງ, ກໍາລັງ ປກຊ-ປກສ ນັບມື້ ເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະ ກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນ ບັນດາເຜົ່າ ມີຄວາມສາມັກຄີປອງ ດອງ ແລະ ພ້ອມກັນປະກອບສ່ວນ ຢ່າງແຂງແຮງ ໃນວຽກງານປກຊປກສ ຢູ່ທ້ອງຖິ່ນຂອງຕົນ ຢ່າງເປັນ ຂະບວນກວ້າງຂວາງ. ໃນໂອກາດດຽວກັນ, ບັນດາຜູ້ ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນຕໍ່ ກອງປະຊຸມ ຢ່າງກົງໄປກົງມາ ໂດຍ ໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນ ເດັ່ນ, ບາງຂໍ້ຄົງຄ້າງ ແລະ ສິ່ງທ້າ ທາຍຕ່າງໆ ໃນຂອບເຂດຄວາມຮັບ ຜິດຊອບຂອງກົມກອງ ແລະ ທ້ອງ ຖິ່ນຂອງຕົນ, ທັງເປັນເອກະພາບ ສູງຕໍ່ຮ່າງບົດສະຫລຸບວຽກງານ ປກຊ-ປກສປີ2025 ແລະ ທິດທາງ ແຜນວຽກຈຸດສຸມ ປີ 2026. ໃນຕອນທ້າຍ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດວຽກງານ ປກຊປກສ ຕະຫລອດໄລຍະ 1 ປີຜ່ານມາ ຢູ່ຂອບເຂດ 4 ແຂວງພາກເໜືອ. ພ້ອມນີ້, ສະຫາຍ ໄດ້ເນັ້ນໃຫ້ຄະນະ ກຳມະການ ປກຊ-ປກສ 4 ແຂວງ ພາກເໜືອ ແລະ ກອງພົນທະຫານ ຮາບທີ 3 ເອົາໃຈໃສ່ວຽກງານໃນຕໍ່ ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ ຫັນກໍາລັງລົງກໍ່ສ້າງຮາກຖານການ ເມືອງ, ປັບປຸງອົງການປົກຄອງ ທ້ອງຖິ່ນ, ແກ້ໄຂໜໍ່ແໜງທີ່ຈະພາ ໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍ ຫລາຍມາດຕະການ, ຫລາຍວິທີ ການຢ່າງມີຈຸດສຸມ ແລະ ແທດເຖິງ ຕົວຈິງ; ເຊື່ອມຊຶມແນວທາງຂອງ ພັກ, ລະບຽບກົດໝາຍຂອງລັດ; ເປັນເຈົ້າການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ; ເອົາໃຈ ໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ໃຫ້ເຂົ້າສູ່ວຽກງານຕົວຈິງ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະ ນະພັກ, ຄະນະກຳມະການ ປກຊປກສ ແຕ່ລະຂັ້ນຕໍ່ວຽກງານ ປກຊປກສ ໃຫ້ແຂງແຮງ ແລະ ເປັນປົກ ກະຕິ; ປັບປຸງກໍ່ສ້າງກໍາລັງໃຫ້ມີຄຸນ ນະພາບ, ມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ, ມີຄວາມຊື່ ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີ ນໍ້າໃຈພິລະອາດຫານ, ເສຍສະລະ ສູງ, ເປັນກໍາລັງຫລັກແຫລ່ງ ທີ່ໄວ້ ວາງໃຈຂອງປະຊາຊົນ; ໃຫ້ຄະນະ ພັກແຕ່ລະຂັ້ນ ເອົາໃຈໃສ່ປັບປຸງກົງ ຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກ ງານສືບທອດ ໃຫ້ມີຄວາມຕໍ່ເນື່ອງ; ເປັນເຈົ້າການກຳສະພາບຂອງກຸ່ມ ຄົນບໍ່ດີທີ່ຫວັງທຳລາຍມ້າງເພປະ ເທດຊາດ; ເອົາໃຈໃສ່ກວດກາ ແລະ ແກ້ໄຂບັນຫາຄົນເຂົ້າ-ອອກເມືອງທີ່ ບໍ່ຖືກຕ້ອງ; ສືບຕໍ່ເອົາໃຈໃສ່ວຽກງານ ປ້ອງກັນພາຍໃນ; ເພີ່ມທະວີການພົວ ພັນຮ່ວມມືກັບບັນດາປະເທດອ້ອມ ຂ້າງແລະ ເພື່ອນມິດໂດຍໝູນໃຊ້ກົນ ໄກປະສານງານລະດັບສູນກາງ ແລະ ທ້ອງຖິ່ນ ຕໍ່ການແກ້ໄຂບັນຫາ ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍຕາມແນວຊາຍແດນ ຢ່າງຄ່ອງແຄ້ວ ແລະ ທັນການ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ປະທານປະເທດ... ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະ ຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມລັດຖະກິດ ຣາຊະອານາຈັກກໍາປູເຈຍ ແຕ່ວັນທີ 6-7 ກຸມພາ 2026 ທີ່ນະຄອນຫລວງພະນົມເປັນ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີ ປະສິດທິຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ກໍຈະເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດ 3 ພັກ ລາວ-ຫວຽດ ນາມ-ກໍາປູເຈຍ ຄັ້ງທີ 4 ແລະ ກອງປະຊຸມພົບປະສຸດຍອດ 2 ພັກ ລາວກໍາປູເຈຍ ຄັ້ງທີ 16. ລັດຖະມົນຕີ...ັົີ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ 2026 ທີ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາລີ. ຄະນະບໍລິຫານງານ...ໍິ ສະຫລຸບວຽກງານ...ຸ XII ຂອງພັກປປລາວແລະຊົມເຊີຍ ສະຫາຍພົນເອກວິໄລຫລ້າຄໍາຟອງ ທີ່ໄດ້ຮັບເລືອກຕັ້ງເປັນຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກ ປປ ລາວ ສະໄໝທີ XII ຊຶ່ງເປັນ ການສະແດງໃຫ້ເຫັນເຖິງຄວາມໄວ້ ເນື້ອເຊື່ອໃຈຈາກສູນກາງພັກ ແລະ ຜູ້ແທນກອງປະຊຸມໃຫຍ່. ສະຫາຍ ພົນເອກ ວິໄລ ຫລ້າຄຳ ຟອງ ໄດ້ສະແດງຄວາມຂອບໃຈສະ ຫາຍທູດທີ່ມາຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຄັ້ງທີXIIຂອງ ພັກ ປປ ລາວ ກໍຄື ຕໍ່ຜູ້ປະຈໍາການຄະ ນະເລຂາທິການສູນກາງພັກທີ່ໄດ້ ຮັບເລືອກຕັ້ງ ໃນກອງປະຊຸມໃຫຍ່ ຄັ້ງນີ້, ພ້ອມທັງໄດ້ແຈ້ງຜົນສໍາເລັດ ຂອງກອງປະຊຸມໃຫຍ່ດັ່ງກ່າວ, ໃຫ້ ສະຫາຍທູດຊາບ ແລະ ໄດ້ສະແດງ ຄວາມຂອບໃຈຕໍ່ຄະນະບໍລິຫານ ງານສູນກາງພັກແຮງງານເກົາຫລີ ທີ່ໄດ້ສົ່ງໂທລະເລກອວຍພອນ ກອງ ປະຊຸມໃຫຍ່ ຄັ້ງທີ XII ແລະ ໂທລະ ເລກຊົມເຊີຍໃນນາມ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກ ແຮງງານເກົາຫລີ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດທີ່ໄດ້ ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII. ພ້ອມນັ້ນ, ສອງຝ່າຍ ໄດ້ຕີລາຄາ ສູງຕໍ່ຜົນສໍາເລັດການພົບປະ ລະ ຫວ່າງ ການນຳຂັ້ນສູງສຸດຂອງ ພັກ-ລັດ ສປປ ລາວ-ສປປ ເກົາຫລີ ໃນທ້າຍປີ 2025 ຜ່ານມາ, ຍິນດີ ຮ່ວມກັນສືບຕໍ່ປະສານສົມທົບກັນ ຢ່າງແໜ້ນແຟ້ນ ໃນການຈັດຕັ້ງຜັນ ຂະຫຍາຍ ຜົນສໍາເລັດການພົບປະ ດັ່ງກ່າວ, ເພື່ອປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ເປັນມູນເຊື້ອທີ່ມີມາແຕ່ດົນນານ ລະ ຫວ່າງສອງພັກ, ສອງລັດ ແລະ ປະ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ. ເນື້ອໃນໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມ ມູນິດຫວຽດນາມ ທີ່ມີກຽດສະຫງ່າ ຄົບຮອບ 96 ປີ (03/02/193003/02/2026), ຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ແລະ ຂໍສົ່ງພອນໄຊອັນປະເສີດ ທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດອັນສະໜິດສະໜົມ ຖານ ສະຫາຍອ້າຍນ້ອງ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກ ຖ້ວນໜ້າ. ພັກກອມມູນິດຫວຽດນາມ ໄດ້ເປັນຄັນທຸງນໍາພາພາລະກິດປະຕິວັດ ຢ່າງອົງອາດກ້າແກ່ນ ແລະ ປະດິດສ້າງ ດ້ວຍການວາງແນວທາງທີ່ ຖືກຕ້ອງສະຫລາດສ່ອງໃສ ແລະ ໄດ້ນຳພາປະຊາຊົນຫວຽດນາມອ້າຍ ນ້ອງ ສ້າງວິລະກຳອັນລໍ້າເລີດໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດ ແລະ ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ຈົນກ້າວໄປສູ່ການປົດປ່ອຍ ແລະ ທ້ອນ ໂຮມປະເທດຊາດ ຢ່າງສົມບູນ ແລະ ສະຫງ່າຜ່າເຜີຍ ໃນປີ 1975 ແລະ ສືບຕໍ່ນໍາພາການດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ໃນ ໄລຍະ 40 ປີ ຊຶ່ງປະຊາຊົນຫວຽດນາມອ້າຍນ້ອງ ສາມາດສືບຕໍ່ຍາດໄດ້ ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍສໍາຄັນທາງ ປະຫວັດສາດ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຮ່ວມມື ກັບຕ່າງປະເທດ ສືບຕໍ່ໄດ້ຮັບການເປີດກວ້າງ, ບົດບາດ, ອິດທິພົນຂອງ ພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສໍາເລັດອັນ ສະຫງ່າງາມ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີກຽດ ສະຫງ່າ ໂດຍແມ່ນສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນຳໜ້າ ນັ້ນ ຈະສືບຕໍ່ນໍາພາປະຊາຊົນຫວຽດນາມອ້າຍນ້ອງ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ຢ່າງມີໄຊ, ນໍາ ພາປະເທດຊາດກ້າວຂຶ້ນຢ່າງແຂງແຮງໃນສັງກາດໃໝ່ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນວັດທະນາ, ສີວິໄລ, ມີຄວາມຜາສຸກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ. ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າ, ໃຫຍ່ຫລວງ, ມີປະສິດທິຜົນ ແລະ ທັນການ ແກ່ ພາລະກິດການປະຕິວັດລາວ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກຂ້າພະເຈົ້າ ໃນປັດຈຸບັນ. ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຮັດສຸດຄວາມສາມາດຂອງຕົນ ເພື່ອ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ຫາຍາກນີ້ ໃຫ້ໝັ້ນຄົງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດ ງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ. ໃນວັນດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ເລ ຮວາຍ ຈູງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນ ສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີເຊັ່ນດຽວກັນ. ຊາຊົນ ສປປ ລາວ-ສປປ ເກົາຫລີ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຍິ່ງໆຂຶ້ນ ເພື່ອນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ສປປ ລາວ-ສປປ ເກົາຫລີ. ຂ່າວ: ຄຕພ
RkJQdWJsaXNoZXIy MTc3MTYxMQ==